ຂ່າວດ່ວນໄຟ​ໄໝ້ເຮືອນ ຢູ່ແຂວງ ອັດຕະປື ສ້າງຄວາມເສຍຫາຍໜັກໜ່ວງ

(ເວລາ ປະມານ 11:00 ໂມງ) ຂອງວັນທີ 4 ເມສາ 2020 ໄດ້ເກີດອັກຄີໄພ ສ້າງຄວາມເສຍຫາຍໜັກໜ່ວງທີ່ບ້ານ ໂພນສະຫວ່າງເມືອງ ສາມັກຄີໄຊ ແຂວງ ອັດຕະປື ສົ່ງຜົນເຮັດໃຫ້ເຮືອນຂອງພໍ່ແມ່ປະຊາຊົນ ຖືກ ໄໝ້ເສຍຫາຍ ຈຳນວນ 1ຫຼັງ ພ້ອມເຄື່ອງໃຊ້ສອຍໃນເຮືອນ ເສຍຫາຍທັງໝົດ ສ່ວນມູນຄ່າຜົນເສຍຫາຍລະອຽດພາກສ່ວນກ່ຽວຂ້ອງຍັງເກັບກຳ ແລະ ລວບລວມຕື່ມຢູ່.

ເພື່ອເປັນການບັນເທົາທຸກ ແລະ ໃຫ້ກຳລັງໃຈແກ່ຜູ້ຖືກເຄາະຮ້າຍນັ້ນ ຫວັງວ່າ ຄະນະຄຸ້ມຄອງ ໄພພິບັດ ຂັ້ນແຂວງ; ພະແນກແຮງງານ, ສະຫວັດດີການ ແລະ ສັງຄົມແຂວງ ຄົງຄົ້ນຄວ້າຈັດຫາເຄື່ອງບັນເທົາທຸກ, ວັດຖຸຮັບໃຊ້ ແລະ ລະດົມສັງຄົມໃນທົ່ວແຂວງ ປະກອບສ່ວນຊ່ວຍເຫຼືອໂດຍດ່ວນ.