ໂຄວິດ-19 ລະບາດໜັກ ມື້ດຽວຕິດເຊື້ອເກືອບ 200.000ຄົນ

ຂໍ້​ມູນ​ຈາກ​ ອົງການ​ ອະນາ​ໄມ​ໂລກ ​ເປີດ​ເຜີຍ​​ວ່າ: ສະຖານະ​ການ​ ແຜ່​ລະບາດ ​ເຊື້ອ​ພະຍາດ ​ໂຄ​ວິດ-19 ຍັງ​ຄົງ​ຮຸນ​ແຮງ ​​ໃນ​ຫລາຍ​ພື້ນ​ທີ່ ​ເນື່ອງ​ຈາກ ​ໃນ​ວັນ​ທີ 21 ມິຖຸນາ ມີ​ຜູ້​ຕິດ​ເຊື້ອ 183.000 ກວ່າ​ຄົນ ​ໂດຍ ບຣາຊິນ ມີ​ຜູ້​ຕິດ​ເຊື້ອ​ ຫລາຍ​ທີ່​ສຸດ​ເກືອບ 55,000 ຄົນ ຕາມ​ມາ​ດ້ວຍ ສ.ອາ​ເມ​ລິ​ກາ ​ເກືອບ 37.000 ຄົນ ​ເຮັດ​ໃຫ້​ເວລາ​ນີ້ ຈຳນວນ​ ຜູ້​ຕິດ​ເຊື້ອ ສະ​ສົມ​ທົ່ວ​ໂລກ 9 ລ້ານ​ກວ່າ​ຄົນ ​ແລະ ມີ​ຜູ້​ເສຍ​ຊີວິດ 470.000 ຄົນ, ສ.ອາ​ເມ​ລິ​ກາ ຍັງ​ຄົງ​ມີ​ ຜູ້​ຕິດ​ເຊື້ອ ​ແລະ ​ເສຍ​ຊີວິດ ຫລາຍ​ທີ່​ສຸດ​ໃນ​ໂລກ ​ແລະ ບຣາຊິນ ຕາມ​ມາ​ເປັນ​ທີ່ 2 ​ເວລາ​ນີ້ ພາກ​ພື້ນ​ ອາ​ເມ​ລິ​ກາ ລາ​ຕິນ ພວມ​ເປັນ​ສູນ​ກາງ​ແຜ່​ລະບາດ​ ຂອງ​ໂຄ​ວິດ-19.

ນອກຈາກ​ ບຣາຊິນ​ແລ້ວ ຍັງ​ມີ​​ເມັກ​ຊິ​ກ, ​ເປຣູ ​ແລະ ອີ​ກຫລາຍ​ປະ​ເທດ ທີ່​ຍັງ​ມີ​ ການ​ແຜ່​ລະບາດ ຢ່າງ​ຮຸນ​ແຮງ ສະຖານະ​ການ ​ຍັງ​ບໍ່ດີ​ຂຶ້ນ ​ເຮັດ​ໃຫ້​​​ເມັກ​ຊິກ ຕ້ອງ​ເລື່ອນເວລາ ​ການ​ເປີດ​ຕະຫລາດ, ຮ້ານ​ອາຫານ, ຮ້ານ​ຊັບ​ພະ​ສິນຄ້າ ​ແລະ ອື່ນໆ​ອອກ​ໄປ.ສ່ວນ​ສະຖານະ​ການ​ໃນ ສ.ອາ​ເມ​ລິ​ກາ ຕົວ​ເລກ ​ຜູ້​ເສຍ​ຊີວິດ ລາຍ​ວັນ ​ເລີ່​ມດີ​ຂຶ້ນ ຕາມ​ລຳດັບ ​ໂດຍ​ສະ​ເພາະ​ມື້ວານ​ນີ້ ​ມີ​ຜູ້​ເສຍ​ຊີວິດ​ພຽງ 305 ຄົນ ນັບ​ເປັນ ວັນ​ທີ 11 ຕິດ​ຕໍ່​ກັນ ສ.ອາ​ເມ​ລິ​ກາ ມີ​ຜູ້​ເສຍ​ຊີວິດ ຕ່ຳ​ກວ່າ​ ວັນ​ລະ 1.000 ຄົນ ​ແລະ ​ເປັນຄັ້ງທີ່ 3 ທີ່​ມີ​ຜູ້​ເສຍ​ຊີວິດ ລາຍ​ວັນ​ ຕ່ຳ​ກວ່າ 400 ຄົນ ​ເວລາ​ນີ້ ຫລາຍ​ລັດ ຍັງ​ມີ​ການ​ແຜ່​ລະບາດ ຮຸນ​ແຮງ ​ໂດຍ​ພົບ​ວ່າ ຈຳນວນ​ ຜູ້​ຕິດ​ເຊື້ອ​ລາຍ​ໃໝ່ ຍັງ​ເພີ່ມ​ສູງ​ຂຶ້ນ ຢ່າງ​ຕໍ່​ເນື່ອງ ​ໂດຍ​ສະ​ເພາະ ພື້ນ​ທີ່​ທາງ​ພາກ​ໃຕ້ ​ແລະ ຕາ​ເວັນ​ອອກ ມີ​ຍອດ​ຜູ້​ຕິດ​ເຊື້ອ ສະ​ສົມ​ສູງ​ເກືອບ 2,36 ລ້ານ​ຄົນ​ແລ້ວ ​ແລະ ມີ​ຜູ້​ເສຍ​ຊີວິດ 120.000 ກວ່າ​ຄົນ. ສ່ວນ​ສະຖານະ​ການ​ ແຜ່​ລະບາດ ​ໃນ​ອາຊີ ທີ່​ຈິນ ຍັງ​ພົບ​ຜູ້​ຕິດ​ເຊື້ອ ລາຍ​ໃໝ່ 18 ຄົນ ​ໃນ​ນີ້ 9 ຄົນ ຢູ່​ນະຄອນຫລວງ​ ປັກ​ກິ່ງ ຂະນະ​ທີ່​ ​ເຈົ້າໜ້າ​ທີ່ທາງ​ການ​ ໃຊ້​ມາດ​ຕະການ ​ເຂັ້ມງວດ ​ເພື່ອ​ຄວບ​ຄຸມ​ ໂລກ​ຕະຫລອດ ຫລາຍ​ວັນ​ຜ່ານ​ມາ ຫລັງ​ກັບ​ມາ ​ມີ​ຜູ້​ຕິດ​ເຊື້ອ ​ອີກ​ຄັ້ງ​ໃໝ່. ຂະນະ​ທີ່ ​ອິນ​ເດຍ ສະຖານະ​ການ ມີ​ຜູ້​ຕິດ​ເຊື້ອ​ເພີ່ມ 15.000 ກວ່າ​ຄົນ ​ເຮັດ​ໃຫ້​ຍອດ​ ສະ​ສົມ​ ເພີ່ມ​ເກືອບ 427.000 ຄົນ ມາ​ເປັນອັນ​ດັບ 4ຂອງ​ໂລກ ​ແລະ ມີ​ຜູ້​ເສຍ​ຊີວິດ ​ເກືອບ 14.000 ຄົນ ​ແລະ ​ໃນ​ບາງ​ພື້ນ​ທີ່ ຕ້ອງ​ມີ​ມາດ​ຕະການ ​ປິດ​ເມືອງ​ຮອບ​ສອງ.

ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ ຂປລ

ອອກແລ້ວ ນະໂຍບາຍປະກັນສັງຄົມ ໃຜແດ່ມີສິດໄດ້ຮັບເງິນອຸດໜູນ ຈາກຜົນກະທົບໂຄວິດ-19 ອ່ານເບິ່ງເລີຍ

ອົງການປະກັນສັງຄົມແຫ່ງຊາດ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ອອກຄໍາແນະນໍາ ກ່ຽວກັບການປະຕິບັດນະໂຍບາຍດ້ານການປະກັນສັງຄົມ ເພື່ອແກ້ໄຂຜົນກະທົບໃນຊ່ວງການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໂດຍກຳນົດລະອຽດເງື່ອນໄຂຜູ້ມີສິດໄດ້ຮັບເງິນອຸດ ແລະ ວິທີການຄິດໄລ່.

ອີງຕາມ ຄຳແນະນຳ ຈາກອົງການປະກັນສັງຄົມແຫ່ງຊາດ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສະບັບເລກທີ 1302/ອປຊ ລົງວັນທີ 11 ມິຖຸນາ 2020 ກ່ຽວກັບການປະຕິບັດນະໂຍບາຍດ້ານການປະກັນສັງຄົມ ເພື່ອແກ້ໄຂຜົນກະທົບໃນຊ່ວງການແຜ່ລະບາດຂອງເຊື້ອພະຍາດອັກເສບປອດສາຍພັນໃໝ່ ໂຄວິດ-19 ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດການອຸດໜູນວ່າງງານສະເພາະ ເພື່ອທົດແທນລາຍໄດ້ໃຫ້ແກ່ຜູ້ປະກັນຕົນໃນລະບົບປະກັນສັງຄົມພາກວິສາຫະກິດທີ່ໄດ້ຮັບຜົນກະທົບໃນໄລຍະການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

ອົງການປະກັນສັງຄົມແຫ່ງຊາດໃນແຕ່ລະຂັ້ນຕ້ອງເອົາໃຈໃສ່ໃນການຈັດຕັ້ງປະຕິບັດການອຸດໜຸນວ່າງງານສະເພາະ ເພື່ອແກ້ໄຂນະໂຍບາຍໃນການທົດແທນລາຍໄດ້ໃຫ້ແກ່ຜູ້ປະກັນຕົນໃນລະບົບປະກັນສັງຄົມພາກວິສາຫະກິດ, ນະໂຍບາຍກ່ຽວການມອບເງິນສົມທົບຂອງຫົວໜ່ວຍແຮງງານ ແລະ ຜູ້ສະໝັກໃຈ ທີ່ໄດ້ຮັບຜົນກະທົບໃນຊ່ວງການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃຫ້ມີຄວາມເປັນເອກະພາບດັ່ງນີ້:

1. ການພິຈາລະນາເງືອນໄຂຂອງການອຸດໜູນວ່າງງານສະເພາະການຢັ້ງຢືນທາງການຈາກພາກ່ສວນກ່ຽວຂ້ອງກ່ຽວກັບການຢຸດດຳເນີນທຸລະກິດຊົ່ວຄາວ ແລະ ບໍ່ໄດ້ເບີກຈ່າຍເງິນເດືອນ ຫຼື ຄ່າແຮງງານໃຫ້ແກ່ຜູ້ອອກແຮງງານຂອງບັນດາຫົວໜ່ວຍແຮງງານທີ່ຮ້ອງຂໍການອຸດໜູນວ່າງງານສະເພາະນັ້ນຕ້ອງແມ່ນການຈັດຕັ້ງໃດໜອ່ງທີ່ຫົວໜ່ວຍແຮງງານຂຶ້ນກັບ ຫຼື ໃຫ້ການຄຸ້ມຄອງເປັນຜູ້ຢັ້ງຢືນ.

ຕົວຢ່າງ: ໂຮງແຮມ, ຮ້ານອາຫານ ທີ່ເປັນສະມາຊິກຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ແມ່ນ ກຸ່ມໂຮງແຮມ-ຮ້ານອາຫານ ເປັນຜູ້ຢັ້ງຢືນ ຫຼື ຖ້າບໍ່ເປັນສະມາຊິກຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດອາດຈະໃຫ້ຂະແໜງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ຫຼື ສະມາຄົມຢູ່ໃນແຕ່ລະຂັ້ນເປັນຜູ້ຢັ້ງຢືນ; ໂຮງຮຽນເອກະຊົນຕ້ອງແມ່ນຂະແໜງສຶກສາ, ຫົວໜ່ວຍແຮງງານທີ່ນອນໃນເຂດເສດຖະກິດພິເສດແມ່ນຄະນະຮັບຜິດຊອບເຂດເສດຖະກິດພິເສດເປັນຜູ້ຢັ່ງຢືນ ແລະ ອື່ນໆທີ່ເປັນທາງການຕາມແຕ່ລະເງື່ອນໄຂຂອງແຕ່ລະທ້ອງຖິ່ນ

ສຳລັບຫົວໜ່ວຍແຮງງານທີ່ນອນໃນຊົງເຂດທຸລະກິດທີ່ຖືກສືບຕໍ່ສັ່ງໃຫ້ປິດການດຳເນີນກິດຈະການຊົ່ວຄາວຕາມຄຳສັ່ງ ຫຼື ລະບຽບການຕ່າງໆທີ່ກ່ຽວຂ້ອງແມ່ນບໍ່ຈຳເປັນຕ້ອງມີຫຍັງຢັ້ງຢືນ.

ລາຍລະອຽດຕາມຄຳແນະນຳລຸ່ມນີ້:

.

.

.

ຜູ້ຕິດເຊື້ອໂຄວິດ-19​ ກໍລະນີທີ 14 ເຂົ້າໂຮງໝໍອີກຄັ້ງ ພາຍຫຼັງກັບມາກວດຜົນເປັນບວກ.​

ຈາກກໍລະນີຜູ້ຕິດເຊື້ອໂຄວິດ-19​ ກໍລະນີທີ 14 ເປັນນັກສຶກສາ ອາຍຸ 19 ປີ ຢູ່ບ້ານສ້າງຄູ້,​ ເມືອງໄຊທານີ,​ ນະຄອນຫຼວງວຽງຈັນ ທີ່ເຂົ້າໂຮງໝໍວັນທີ 7 ​ເມສາ 2020 ແລະ ອອກໂຮງໝໍວັນທີ 16​ ເມສາ 2020 ໃຊ້ໄລຍະປິ່ນປົວ 9 ວັນ ແລະ ອອກໄປຕິດຕາມອາການຢູ່ເຮືອນ ແລ້ວກັບມາກວດອີກຄັ້ງ ວັນທີ 1 ພຶດສະພາ 2020​ ຢືນຢັນຜົນເປັນບວກ (ຍັງມີເຊື້ອໂຄວິດ-19)​.

ຈາກກໍລະນີ້ດັ່ງກ່າວ ທ່ານ ດຣ.​ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກ່າວວ່າ: ການກວດຄືນຜູ້ປ່ວຍຕິດເຊື້ອໂຄວິດ-19 ທີ່ປິ່ນປົວຫາຍດີອອກໂຮງໝໍ ພ້ອມກັກບໍລິເວນ ແລ້ວມາກວດຫາເຊື້ອຄືນໃໝ່ ເຊິ່ງຜົນກວດເປັນບວກນັ້ນ ແມ່ນການກວດພົບຊິ້ນສ່ວນເສດເຫຼືອ ຫຼື ຊາກຂອງໄວຣັສທີ່ຍັງຫຼົງເຫຼືອຢູ່ໃນຮ່າງກາຍຈໍານວນເລັກນ້ອຍເທົ່ານັ້ນ ແຕ່ມັນບໍ່ສາມາດແຜ່ເຊື້ອໄດ້ ແລະ ປັດຈຸບັນໄດ້ນໍາຜູ້ກ່ຽວກັບເຂົ້າໂຮງໝໍອີກຄັ້ງ ໂດຍຈະມີການໃຫ້ຢາບໍາລຸງ ແລະ ຕິດຕາມອາການຕໍ່.

ຂໍ້ມູນ: ຂ່າວເສດຖະກິດການຄ້າ

ມີຜູ້ເສຍຊີວິດຈາກໂຄວິດ-19 ລວມກັນກ່ວາ 200.000 ຄົນ

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 25 ເມສາ 2020 ວ່າ ສູນຂໍ້ມູນພະຍາດຕິດເຊື້ອໄວຣັດໂຄໂຣນາແຫ່ງມະຫາວິທະຍາໄລຈອນ ຮ໊ອບກິນສ ລາຍງານສະຖານະການ ການແຜ່ລະບາດຂອງໄວຣັດໂຄວິດ-19 ວ່າ ມີຜູ້ເສຍຊີວິດສະສົມໃນທົ່ວໂລກເພີ່ມເປັນຫລາຍກ່ວາ 200.000 ຄົນ ຈາກຈຳນວນຜູ້ຕິດເຊື້ອເກືອບ 2.900.000 ຄົນ ແລະມີຜູ້ໄດ້ຮັບການປິ່ນປົວລວມແລ້ວຫລາຍກ່ວາ 800.000 ຄົນ

ດ້ານອົງການອານາໄມໂລກ ອອກຖະແຫລງການເມື່ອວັນເສົາວ່າ ຍັງບໍ່ມີຫລັກຖານຢືນຢັນທາງວິທະຍາສາດວ່າ ຜູ້ທີ່ຫາຍດີຈາກການຕິດເຊື້ອໂຄວິດ-19 ແລ້ວຈະມີການສ້າງສານພູມຕ້ານທານໃນຮ່າງກາຍ ປ້ອງກັນໃຫ້ບໍ່ມີການກັບມາຕິດເຊື້ອ ແລະເຈັບປ່ວຍຊ້ຳອີກ ແຕ່ຫວັງວ່າ ຢ່າງຫນ້ອຍທີ່ສຸດຮ່າງກາຍຂອງຄົນເຈັບການພະຍາດນີ້ຈະສ້າງພູມຄຸ້ມກັນຂື້ນມາໃນລະດັບຫນຶ່ງ

ອົງການອານາໄມໂລກຍັງສະແດງຄວາມກັງວົນ ພ້ອມທັງເຕືອນການທີ່ລັດຖະບານບາງປະເທດມີນະໂຍບາຍອອກເອກະສານຮັບຮອງໃຫ້ກັບຜູ້ທີ່ປົວດີແລ້ວ ວ່າຈະຍິ່ງເພີ່ມຄວາມສ່ຽງ ແລະຄວາມຊະລ້າໃຈໃຫ້ກັບປະຊາຊົນ ກາຍເປັນການຫລຸດຄວາມລະມັດລະວັງໃນເລື່ອງນີ້ໄປໃນໂຕ

ວົງການແພດ ກວດພົບຄົນຕິດເຊື້ອໂຄວິດ-19 ແຕ່ບໍ່ສະແດງອາການ, ຢູ່ລາວພົບ2 ກໍລະນີ

ສປປລາວ ພົບຜູ້ຕິດເຊື້ອໂຄວິດ-19 ທີ່ບໍ່ມີອາການສະແດງອອກ 2 ກໍລະນີ ຈາກຜູ້ຕິດເຊື້ອທັງໝົດ 19 ກໍລະນີ ເຊິ່ງຜູ້ຕິດເຊື້ອທີ່ມີອາການສະແດງອອກ ຫຼື ບໍ່ມີການ ແມ່ນມີເຊື້ອບໍ່ຕ່າງກັນ ສາມາດແຜ່ເຊື້ອໄປຫາຄົນອື່ນໄດ້, ດັ່ງນັ້ນການປະຕິບັດຄຳສັ່ງ 06/ນຍ ແມ່ນມີຄວາມສຳຄັນທີ່ສຸດ. ສ່ວນຜູ້ທີ່ອອກໂຮງໝໍແລ້ວກໍຍັງຕ້ອງຈຳກັດບໍລິເວນຕົນເອງຢ່າງເຂັ້ມງວດ ແລະກັບມາກວດກາຢັ້ງຢືນຄືນອີກ, ເພາະຕາມຂໍ້ມູນວິຊາການຂອງສາກົນພົບວ່າຄົນເຈັບທີ່ປິ່ນປົວດີແລ້ວ ກັບມາມີເຊື້ອຄືນອີກເຖິງ20-30%.

ທ່ານ ຮສ.ດຣ. ມາຍຟອງ ມາຍຊາຍ


ທ່ານ ຮສ.ດຣ. ມາຍຟອງ ມາຍຊາຍ ຮອງອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ທັງເປັນປະທານສະມາຄົມແພດພະຍາດຊືມເຊື້ອລາວ ກ່າວໃນພິທີຖະແຫຼງຂ່າວປະຈຳວັນ 22 ເມສາ 2020 ຜ່ານມາວ່າ: ພະຍາດໂຄວິດ19ເປັນພະຍາດທີ່ເກີດຂຶ້ນໃໝ່ ສະນັ້ນຍັງມີຫຼາຍຢ່າງທີ່ນັກວິທະຍາສາດ ນັກຄົ້ນຄວ້າ ແພດໝໍເຮົາຍັງບໍ່ທັນຮູ້ຈັກ ຫລື ເຂົ້າໃຈຢ່າງເລິກເຊິງກວ້າງຂວາງ;
ຕົວຢ່າງເຊັ່ນ:ມາຮອດປັດຈຸບັນເຮົາຍັງບໍ່ທັນມີຫຼັກຖານຢ່າງຊັດເຈນທາງດ້ານວິຊາການວ່າຢາປິ່ນປົວຊະນິດໃດ, ຢາກຸ່ມໃດ ທີ່ມີປະສິດທິພາບສູງໃນການປິ່ນປົວຄົນເຈັບພະຍາດດັ່ງກ່າວ. ໃນທາງດຽວກັນເຊື້ອພະຍາດກໍຍັງເລິກລັບຊັບຊ້ອນສະແດງອອກບ່ອນວ່າບາງຄັ້ງຄົນເຮົາຖືເຊື້ອແຕ່ບໍ່ສະແດງອາການອອກ; ຫຼັງການປິ່ນປົວແລ້ວ ອອກໂຮງໆແລ້ວ ຍັງກັບມາມີເຊື້ອບວກຄືນໃໝ່.


ທ່ານຮອງອະທິການບໍດີ ມະຫາວິທະຍາໄລວິທະຍາສາດສຸຂະພາບກ່າວວ່າ: ຫຼັກຖານການຄົ້ນຄວ້າທີ່ຕີພິມລົງໃນວາລະສານການແພດທີ່ມີຊື່ສຽງລະດັບໂລກຂອງປະເທດອັງກິດ ຊີ້ໃຫ້ເຫັນວ່າ ປະມານ 78% (ຈາກຕົວເລກກວດທັງໝົດ 166 ຄົນ ພົບວ່າ130 ຄົນ) ຂອງຄົນເຈັບທີ່ຕິດເຊື້ອໂຄວິດ-19 ບໍ່ມີອາການສະແດງອອກ ເຊັ່ນ: : ບໍ່ມີອາການໄອ, ບໍ່ໄຂ້, ບໍ່ເຈັບຄໍ, ບໍ່ປວດເມື່ອຍຕົນຕົວ, ບໍ່ຫາຍໃຈຍາກ, ປົກກະຕິທຸກຢ່າງ.


ສຳລັບຢູ່ ສປປ ລາວ ມີ 19 ກໍລະນີຕິດເຊື້ອ, ໃນນັ້ນພົບ 2 ກໍລະນີ(ຢູ່ນະຄອນຫຼວງວຽງຈັນ 1 ກໍລະນີ ແລະ ຢູ່ຫຼວງພະບາງ 1 ກໍລະນີ) ທີ່ບໍ່ສະແດງອາການຫຍັງໝົດຕັ້ງແຕ່ຕົ້ນຕົນຈົນອອກໂຮງໝໍ.ສະນັ້ນຖ້າຄົນທີ່ຖືເຊື້ອບໍ່ມີອາການຫຍັງສະແດງ ເມື່ອຢູ່ໃນສັງຄົມເຮົາກໍສາມາດແຜ່ເຊື້ອໄດ້.
ການສຶກສາຄົ້ນຄວ້າຢູ່ຕ່າງປະເທດໃຫ້ຮູ້ວ່າຈຳນວນເຊື້ອໄວຣັສໂຄວິດຢູ່ໃນຄົນຕິດເຊື້ອແລ້ວບໍ່ມີອາການ ກັບຄົນທີ່ຕິດ ເຊື້ອແລ້ວມີອາການບໍ່ຕ່າງກັນ, ມີຫຼັກຖານຢັ້ງຢືນວ່າຄົນຕິດເຊື້ອທີ່ບໍ່ສະແດງອາການສາມາດສົ່ງເຊື້ອໄປຫາຜູ້ອື່ນໄດ້.
ສະນັ້ນ, ການປະຕິບັດຄຳສັ່ງ 06/ນຍ ແມ່ນມີຄວາມສຳຄັນ, ຖ້າບໍ່ຈຳເປັນແທ້ໆ ແມ່ນໃຫ້ຢູ່ເຮືອນ ເຮັດວຽກຢູ່ເຮືອນ. ຖ້າອອກໄປນອກຕ້ອງໃສ່ຜ້າອັດປາກ, ຢູ່ໄກກັນຮັກສາໄລຍະຫ່າງ, ລ້າງມື ແລະ ອື່ນໆ.

ເຢຍລະມັນສາມາດຄວບຄຸມໂຄວິດໄດ້ແລ້ວ

ລັດຖະມົນຕີກະຊວງສາທາລະນະສຸກຂອງເຢຍລະມັນ ທ່ານ ແຈັນ ສະແປນ (Jens Spahn) ເປີດເຜີຍວ່າມາດຕະການຈຳກັດຄົນບໍ່ໃຫ້ອອກເຮືອນ (lockdown) ທີ່ແກ່ຍາວເປັນເວລາ 1 ເດືອນ ໄດ້ເຮັດໃຫ້ປະເທດສາມາດຄວບຄຸມການລະບາດຂອງພະຍາດໂຄວິດ-19 ໄດ້.
ນັບແຕ່ວັນທີ 12 ເມສາເປັນຕົ້ນມາ ຈຳນວນຜູ້ຕິດເຊື້ອໂຄວິດທີ່ປິ່ນປົວດີສືບຕໍ່ສູງກວ່າຈຳນວນຜູ້ຕິດເຊື້ອໃໝ່ຢ່າງຕໍ່ເນື່ອງ ສ່ວນອັດຕາການຕິດເຊື້ອແມ່ນມີພຽງ 0.7 ໝາຍວ່າ ຜູ້ຕິດເຊື້ອຄົນໜຶ່ງແຜ່ເຊື້ອໃຫ້ຜູ້ອື່ນບໍ່ຮອດໜຶ່ງຄົນ.
ເຢຍລະມັນມີຈຳນວນຜູ້ເສຍຊີວິດຈາກພະຍາດໂຄວິດ-19 3.868 ຄົນ ຕ່ຳກວ່າ ອີຕາລີ, ແອສະປາຍ ແລະ ຝຣັ່ງ. ແຕ່ຕົວເລກຂອງຜູ້ເສຍຊີວິດຢູ່ເຢຍລະມັນກໍຍັງຄົງເພີ່ມຂຶ້ນ ເຊັ່ນດຽວກັບຈຳນວນຂອງແພດໝໍທີ່ຕິດເຊື້ອຈາກພະຍາດດັ່ງກ່າວ.
ເຢຍລະມັນມີຜູ້ຕິດເຊື້ອຈາກພະຍາດໂຄວິດ-19 ທັງໝົດ 141.000 ກວ່າກໍລະນີ ຈັດຢູ່ໃນອັນດັບ 5 ຂອງໂລກທີ່ມີຜູ້ຕິດເຊື້ອຫຼາຍກວ່າໝູ່ທັດຈາກ ອາເມລິກາ (710.000 ກວ່າຄົນ), ແອສະປາຍ (190,000), ອີຕາລີ (172.000) ແລະ ຝຣັ່ງ (147.000 ກໍລະນີ) ແຕ່ອັດຕາການຕາຍແມ່ນຕ່ຳກວ່າໝູ່ຫຼາຍ ຄືມີພຽງ 4.300 ກວ່າຄົນ ຂະນະທີ່ 4 ອັນດັບຂອງໂລກ ມີຜູ້ເສຍຊີວິດຈາກພະຍາດໂຄວິດ ຕ່ຳສຸດແມ່ນ 18.000 ກວ່າຄົນ (ປະເທດຝຣັ່ງ).


ແຫຼ່ງຂ່າວ: ບີບີຊີ, www.worldometers.info

ຈັດງານວັນເກີດສົ່ງຜົນໃຫ້ພີ່ນ້ອງຕິດໂຄວິດ-19 ເສຍຊີວິດ 3 ຄົນ

ຄວາມ​ມ່ວນ​ໃນ​ງານ​ລ້ຽງ​ສະຫຼອງມື້​ເກີດ​ກັບ​ຈົບ​ລົງ​ດ້ວຍ​ເລື່ອງ​ທີ່​ໜ້າ​ເສົ້າ

ມີ​ການ​ສັນ​ນິດ​ຖານ​ວ່າ ງານ​ລ້ຽງ​ສະຫລອງ​ມື້​ຄ້າຍ​ມື້​ເກີດ​ຂອງ​ຄອບຄົວ​ໜຶ່ງ​ໃນ​ປະເທດ​ບ​ຣາ​ຊິນ ກາຍ​ເປັນ​ຕົ້ນ​ຕໍ​ການ​ແຜ່​ເຊື້ອ​ໄວ​ຣັດ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່​ໃນ​ໝູ່​ສະມາຊິກ​ຂອງ​ຄອບຄົວ ແລະ ​ສ້າງ​ບາດແຜ​ໃນ​ຈິດ​ໃຈ​​ໄປ​ຕະຫລອດ​ການ

ກໍລະນີ​ທີ່ເກິດຂື້ນ​ສົ່ງ​ຜົນ​ໃຫ້​ພີ່​ນ້ອງ 3 ຄົນ​ເສຍຊີວິດ ແລະ​ ເຮັດໃຫ້​ອີກ 10 ຄົນ​ລົ້ມ​ປ່ວຍ​ພາຍ​ໃນ​ລະຍະ​ເວລາ 2 ອາທິດ​ ຫຼັງ​ຈາກ​ໄປ​ຮ່ວມ​ງານ​ສັງສັນ​ດັ່ງ​ກ່າວ

ທາງ​ກາ​ນບ​ຣາ​ຊິນ ຢືນຢັນ​ວ່າ ຜູ້​ຕາຍ​ຢ່າງ​ນ້ອຍ​ໜຶ່ງ​ຄົນ ເສຍຊີວິດ​ຈາກ​ໄວ​ຣັດ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່

ແຜນ​ງານ​ປາ​ຣ​໌​ຕີ້

ງານ​ລ້ຽງ​ດັ່ງ​ກ່າວ​ຈັດ​ຂຶ້ນ​ເມື່ອ​ວັນທີ 13 ມີນາ ໃນ​ນະຄອນ​ເຊົາ​ເປົາ​ໂລ

ຂະນະ​ນັ້ນ​ມີ​ຂໍ້​ມູນ​ຈາກ​ກະ​ຊວງ​ສາທາລະນະສຸກ​ບ​ຣາ​ຊິ​ລວ່າ​ມີ​ຜູ້​ໄດ້ຮັບ​ການ​ຢືນຢັນ​ວ່າ​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ​-19 ໃນ​ປະເທດ​ຈຳນວນ 98 ຄົນ ແລະ​ ຍັງ​ບໍ່​ມີ​ລາຍ​ງານ​ຜູ້​ເສຍຊີວິດ

ໂດຍ​ຜູ້​ຕິດ​ເຊື້ອ​ເກືອບ 60 ຄົນ ຢູ່ໃນ​ນະຄອນ​ເຊົາ​ເປົາ​ໂລ ຊຶ່ງ​ເປັນ​ໜຶ່ງ​ໃນ​ເມືອງ​ທີ່​ມີ​ປະ​ຊາກ​ອນໜາແໜ້ນ​ທີ່ສຸດ​ໃນ​ໂລກ ຫຼາຍກວ່າ 21 ລ້ານ​ຄົນ

3 ອາທິດ​ຕໍ່​ມາ ວັນທີ 8 ເມສາ ໂຕ​ເລກ​ຜູ້​ຕິດ​ເຊື້ອ​ໃນ​ບ​ຣາ​ຊິນ​ທະ​ລຸ 16,000 ຄົນ ແລະ​ ມີ​ຜູ້​ເສຍຊີວິດ​ 800 ກວ່າຄົນ

ຕອນ​ທີ່​ຈັດ​ງານ ເວຍ​ຣາ ລູ​ເຊຍ ຮູ້ວ່າ​ເຊື້ອ​ໄວ​ຣັດ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່​ໄດ້​ລະ​ບາດ​ໄປຮອດ​ບ​ຣາ​ຊິນ​ແລ້ວ ແລະ ​ກຳ​ລັງ​ແຜ່​ລາມ​ໄປ​ໃນ​ຫຼາຍ​ພື້ນ​ທີ່ ອັນ​ທີ່​ຈິງ​ລາວ​ຄິດ​ທີ່​ຈະ​ຍົກ​ເລີກ​ແຜນ​ການ​ຈັດ​ງານ​ມື້​ເກີດ​ອາ​ຍຸ​ຄົບ 59 ປີ​ຂອງ​ລາວ

“ເຮົາ​ບໍ່​ຄ່ອຍ​ແນ່​ໃຈ” ລາວເລົ່າ​ໃຫ້​ທີມ​ຂ່າວ​ບີ​ບີ​ຊີ​ຟັງ “ແຕ່​ກໍ​ຕັດ​ສິນ​ໃຈ​ຈັດ​ງານ​ຕາມ​ແຜນ​ທີ່​ວາງ​ໄວ້”

“ຕອນ​ນັ້ນ​ຍັງມີ​ຜູ້​ຕິດ​ເຊື້ອ​ໃນ​ປະເທດ​ບໍ່​ຫຼາຍ” ແລະ​ ຍັງ​ບໍ່​ມີ​ການ​ສັ່ງ​ປິດ​ເມືອງ

ຄົນ​ໄປ​ຮ່ວມ​ງານ 28 ຄົນ

ງານ​ລ້ຽງ​ສະຫຼອງ​ວັນເກີດ​ຂອງ ເວຍ​ຣາ ລູ​ເຊຍ ຈັດ​ຂຶ້ນ​ທີ່​ສວນ​ຫຼັງ​ບ້ານ​ຂອງ​ລາວໂດຍ​ມີ​ຍາດ​ພີ່ນ້ອງ​ໄປ​ຮ່ວມ​ງານ​ນຳ 28 ຄົນ​ແຂກ​ໃນ​ງານ​ທັງຫມົດ​ເຖິງ​ພີ່​ນ້ອງ​ຂອງ ເປົາ​ໂລ ວິ​ເອ​ຣາ ຜົວ​ຂອງ​ລາວ

ທັງ​ເປົາ​ໂລ, ໂຄລ​ວິດ ແລະ​ ມາ​ເຣຍ ນ້ອງ​ຊາຍ​ກັບ​ນ້ອງ​ສາວ​ຂອງ​ເຂົາ ຕ່າງ​ກໍມ່ວນ​ໄປ​ກັບ​ງານ ໂດຍ​ທີ່​ບໍ່​​ຮູ້​ເລີຍ​ວ່າ​ພະຍາດ​ໂຄ​ວິດ​-19 ຈະ​ຂ່າ​ຊີວິດ​ຂອງ​ພວກ​ເຂົາ​ທັງ​ສາມ​ຄົນ

ໃນ​ງານ​ຍັງມີ​ນ້ອງ​ສາວ​ຂອງ​ເວຍ​ຣາ ລູ​ເຊຍ ທັງຫມົດ​ຫຼານ​ຊາຍ​ ແລະ ​ຫຼານ​ສາວ​ຂອງ​ລາວອີກ

ຫຼັງ​ຮ່ວມ​ງານ​ລ້ຽງ​ພຽງ​ບໍ່​ຈັກ​ມື້ ແຂກປະມານເຄິ່ງ​ໜຶ່ງ​ ໃນ​ງານ​ເລີ່ມ​ມີ​ອາການ​ໄອ ໄຂ້​ສູງ ແລະ ​ຫາຍ​ໃຈ​ລຳ​ບາກ ຊຶ່ງ​ລ້ວນ​ເປັນ​ອາການ​ຂອງ​ພະຍາດ​ໂຄ​ວິດ​-19

ສ່ວນ​ໃຫຍ່​ມີ​ອາການ​ບໍ່​ຮຸນແຮງ ແລະ ​ບໍ່​ຕ້ອງ​ໄປ​ຫາ​ໝໍ

“ພະຍາດ​ທີ່​ຮ້າຍ​ກາດ”

ແຕ່​ຜົວ​ຂອງ​ເວຍ​ຣາ ລູ​ເຊຍ ແລະ ​ນ້ອງ​ທັງ​ສອງ​ຄົນ​ຂອງເຮົາ​ໄດ້​ເສຍຊີວິດ​ລົງ​ພາຍ​ໃນ​ໄລຍະ​ເວລາ 1 ອາທິດ​ ​ຊ່ວງ​ຕົ້ນ​ເດືອນ ເມສາ

ທາງ​ການ​ຢືນຢັນ​ວ່າ ມາ​ເຣຍ ເສຍຊີວິດ​ຈາກ​ພະຍາດ​ໂຄ​ວິດ​-19

ຣາ​ຟາ​ເອ​ລາ ລູກ​ສາວ​ຂອງ​ມາ​ເຣຍ ໃຫ້​ສຳພາດ​ກັບ​ບີ​ບີ​ຊີ​ວ່າ “ຕອນ​ນີ້​ເຮົາ​ແນ່​ໃຈ​ແລ້ວ​ວ່າ​ເຊື້ອ​ໄວ​ຣັດ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່​ຄື​ສາ​ເຫດ​ການ​ເສຍຊີວິດ​ຂອງ​ແມ່​ຂ້ອຍ”

ມາ​ເຣຍ ມີ​ເບົາ​ຫວານ​ເປັນ​ພະຍາດ​ປະຈຳ​ຕົວ​ຢູ່​ແລ້ວ ແລະ ​ອາການ​ຂອງ​ນາງ​ກໍ​ຊຸດ​ລົງ​ຢ່າງ​ວ່ອງໄວ​ໃນ​ຊ່ວງ​ເວລາ​ພຽງ​ບໍ່​ຈັກ​ມື້

ຕອນ​ນີ້​ຄອບຄົວ​ກຳ​ລັງ​ຖ້າ​ຜົນ​ການ​ຊັນ​ສູດ​ສົບ​ຂອງ​ເປົາ​ໂລ​ ແລະ ​ໂຄລ​ວິດ

ເວຍ​ຣາ​ບອກ​ວ່າ “ໝໍ​ເຈົ້າ​ຂອງ​ຄົນເຈັບ​ບອກ​ວ່າ​ພວກ​ເຮົາໝັ່ນໃຈ 99% ວ່າ​ມັນ​ຄື​ພະຍາດ​ໂຄ​ວິດ​-19”

ລູກຊາຍຜູ້ລອດຊີວິດ

ທັງ​ເວຍ​ຣາ ລູ​ເຊຍ ແລະ​ ລູກ​ຊາຍ​ຂອງ​ລາວ ກໍ​ລົ້ມ​ປ່ວຍ​ເຊັ່ນດຽວ​ກັນ ແຕ່​ປິ້ນປົວ​ມາ​ໄດ້

“ອາການ​ທາງ​ກາຍ​ຂອງ​ຂ້ອຍ​ດີ​ຂຶ້ນ​ແລ້ວ ພຽງແຕ່​ໄອ​ນ້ອຍໆ ແຕ່​ມັນ​ເປັນ​ຊ່ວງ​ເວລາ​ທີ່​ຍາກ​ລຳ​ບາກ​ຫຼາຍ” ເວຍ​ຣາ ລູ​ເຊຍ ເລົ່າ “ເຮົາ​ໃຊ້​ຊີວິດ​ຍ້ານຫຼາຍ​ມື້ນີ້”

ຂ່າວດີ!! ຜູ້ຕິດເຊື້ອໂຄວິດ-19 ໄດ້ຮັບການປິ່ນປົວຫາຍດີອອກໂຮງໝໍ ເປັນລາຍທີ່ 2 ແລ້ວ

ເມື່ອວັນທີ່ 16.04.2020 ສູນຂ່າວສານການແພດສຸຂະສຶກສາ centre of information and education for health ໃຫ້ຮູ້ວ່າ: ນາງ ສິລິວັນ ສີສົມບັດ ( ກໍລະນີທີ 14 ) ອາຍຸ 20 ປີ
ບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຜູ້ຕິເຊື້ອໂຄວິດ-19
ເຂົ້າໂຮງໝໍວັນທີ 07.04.2020
ໄດ້ຮັບການປິ່ນປົວຫາຍດີ ແລະ ອອກໂຮງໝໍ ວັນທີ 16.04.2020

ຮັກຄອບຄົວຮັກປະເທດລາວ #ຢຸດການແຜ່ເຊື້ອພະຍາດໂຄວິດ-19

ຢູ່ເຮືອນເພື່ອຄວາມປອດໄພຕົວທ່ານເອງແລະຄົນທີທ່ານຮັກ

ຂ່າວດີ! ລາວບໍ່ພົບຜູ້ຕິດເຊື້ອ ໂຄວິດ-19 ຕິດຕໍ່ກັນ 3 ມື້ແລ້ວ

ວັນທີ 15 ເມສາ 2020 ເວລາ 14:30, ທີ່ສູນປະຕິບັດງານ ຄະນະສະເພະກິດ ຕ້ານໂຄວິດ-19 ໄດ້ມີການຖະແຫຼ່ງຂ່າວ ໃຫ້ຮູ້ວ່າ ມາຮອດມື້ນີ້ ບໍ່ມີການກວດພົບ ຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ ຢູ່ ສປປ ລາວ ເປັນມື້ທີ່ 3 ຕິດຕໍ່ກັນ ຕັ້ງແຕ່ເລີ້ມເຂົ້າສູ່ ປີໃຫມ່ລາວ, ລວມຍອດສະສົມ ຜູ້ຕິດເຊື້ອ ຢູ່ ສປປ ລາວ ທັງຫມົດ ຍັງຢູ່ທີ່ ຕົວເລກ 19 ຄົນ. ໃນຈໍານວນນີ້ ຜູ້ຕິດເຊື້ອ 18 ຄົນ ແມ່ນມີອາການ ເບົາບາງ ແລະ 1 ຄົນ ແມ່ນມີອາການ ປານການ ແລະ ໄດ້ຮັບການປິ່ນປົວ ດູແລ ເບິ່ງແຍງ ເປັນຢ່າງດີ. ມີ 1 ຄົນ ທີ່ມີ ຜົນການກວດເປັນລົບ 2 ເທື່ອແລ້ວ ແລະ ໄດ້ອອກຈາກໂຮງໝໍ ແລ້ວ.

ສະຖານະການການແຜ່ລະບາດ ຂອງເຊື້ອໂຄວິດ-19 ໄດ້ແຜ່ລາມໄປ ໃນ 210 ປະເທດ ແລະ ເຂດແຄວ້ນ. ຍອດຜູ້ຕິດເຊື້ອສະສົມ ໃນທົ່ວໂລກ ແມ່ນເກືອບ 2 ລ້ານຄົນ ແລະກໍາລັງເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ. ຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າ ຈົ່ງເພີ່ມທະວີ ເອົາໃຈໃສ່ ຮັກສາບົວລະບັດຕົນເອງ ແລະ ປະຕິບັດຕາມມາດຕະຖານ ຄໍາແນະນໍາ ແລະ ມາດຕະການປ້ອງກັນ ຂອງລັດຖະບານລາວ ວາງອອກ ຢ່າງເຄັ່ງຄັດ.

ຂ່າວດີ! 1 ໃນຜູ້ຕິດເຊື້ອໂຄວິດ-19 ໄດ້ຮັບການປິ່ນປົວຫາຍດີ ແລະ ອອກໂຮງໝໍແລ້ວ

ທ່ານ ດຣ ສະໜອງ ທອງຊະນະ ຜູ້ອຳນວຍການໂຮງໝໍມິດຕະພາບ ໄດ້ຢືນຢັນໃນວັນທີ 14 ເມສາ 2020 ນີ້ວ່າ: ຜ່ານການປິ່ນປົວ ແລະ ຕິດຕາມຄົນເຈັບທີ່ຕິດເຊື້ອທັງໝົດ 19 ຄົນນັ້ນ, ຜົນກວດວິເຄາະຜູ້ຕິດເຊື້ອ ກໍລະນີທີ 12 ນາງ ເພັດມະລີ ມົງຄົນວິໄລ ອາຍຸ 20 ປີ ຢູ່ບ້ານນາໄຊ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ອອກມາເປັນລົບທັງ 2 ຄັ້ງ ພາຍໃນ 24 ຊົ່ວໂມງ, ເຊິ່ງຖືວ່າປິ່ນປົວດີ ແລະ ສາມາດອອກຈາກໂຮງໝໍໄດ້ແລ້ວ ແຕ່ຜູ້ກ່ຽວຕ້ອງໄດ້ຕິດຕາມຕົນເອງຢູ່ບ້ານ ໂດຍປະຕິບັດຕາມມາດຕະການຄວບຄຸມການຕິດເຊື້ອ, ການໃສ່ຜ້າອັດປາກ-ດັງ, ຫລຸດຜ່ອນການສຳຜັດກັບຄົນໃນຄອບຄົວ ແລະ ສະພາບແວດລ້ອມ ແລະ ຈຳກັດການຢູ່ຮ່ວມກັນກັບຄອບຄົວ ພາຍໃນ 14 ວັນ ແມ່ນຈະໄດ້ກັບມາກວດຢັ້ງຢືນຄືນເຊື້ອໄວຣັດທີ່ຫາຍໄປແລ້ວນັ້ນວ່າມັນຫາຍດີ 100% ແທ້, ຈາກນັ້ນແພດຈຶ່ງອະນຸຍາດໃຫ້ດໍາລົງຊີວິດແບບປົກກະຕິທົ່ວໄປ.
ທ່ານ ດຣ ສະໜອງ ທອງຊະນະ ຍັງໃຫ້ຮູ້ອີກວ່າ: ສຳລັບຜູ້ຕິດເຊື້ອທີ່ເຫລືອນັ້ນ, ມີຈຳນວນໜຶ່ງຈະໄດ້ກວດຄືນ ແລະ ພວກເຮົາອາດຈະໄດ້ຮັບຂ່າວດີໄປເລື້ອຍໆ ເພາະວ່າມີບາງຄົນກະຕອບຮັບໄດ້ໄວ້ ແລະ ບາງຄົນກະຕອບຮັບໄດ້ຊ້າ, ດັ່ງນັ້ນການກຳຈັດເຊື້ອໄວຣັດອອກຈາກຮ່າງກາຍ ແມ່ນຂຶ້ນກັບສຸຂະພາບຂອງແຕ່ລະຄົນ, ຜູ້ທີ່ມີສຸຂະພາບແຂງແຮງກວ່າກໍອາດຈະໃຊ້ເວລາປິ່ນປົວໄວກວ່າ.