ແຮງງານລາຍວັນ ຈາກຫຼາຍແຂວງ ຖືກເລີກຈ້າງ ຈໍານວນຫຼາຍ ຢູ່ສວນເຈົ້າອານຸວົງ, ບໍ່ມີບ່ອນຢູ່, ບໍ່ໄດ້ເຮັດວຽກ, ບໍ່ມີອາຫານກິນ

ພົບແຮງງານລາຍວັນ ຖືກເລີກຈ້າງ ຈໍານວນຫຼາຍ ຢູ່ສວນເຈົ້າອານຸວົງ, ບໍ່ມີບ່ອນຢູ່, ບໍ່ໄດ້ເຮັດວຽກ, ບໍ່ມີອາຫານກິນ ມາຈາກ ນະຄອນຫລວງວຽງຈັນ, ແຂວງບໍ່ແກ້ວ, ແຂວງຊຽງຂວາງ, ແຂວງໄຊຍະບູລີ, ແຂວງສາລະວັນ.

ໃນຈໍານວນນີ້ ມີກໍລະນີແມ່ມານ 1 ຄົນ. ຕາມຂໍ້ມູນທີ່ສອບຖາມມີຄວາມສັບສົນ ຮູ້ແຕ່ວ່າ ຖືພາໄດ້ 7 ເດືອນ ມາຈາກເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ, ມາຢູ່ນະຄອນຫລວງປະມານ 1 ປີ ເຄີຍເຮັດວຽກຢູ່ໂຮງງານຖົງຢາງ ຫລັກ 52 ບໍ່ມີບ່ອນຢູ່ແນ່ນອນ

ມາເອົາອາຫານຢູ່ສວນເຈົ້າອານຸວົງຄືກັນກັບຄົນທີ່ມາສວນແຫ່ງນີ້ຈະມາເຕົ້າໂຮມກັນເວລາປະມານ 11-12 ໂມງທ່ຽງ ເພື່ອມາຮັບເອົາອາຫານທີ່ມີຄົນນໍາມາແຈກຢາຍຢູ່ສວນເຈົ້າອານຸວົງ ຈຸດຢູ່ໄກ້ກັບສວນຫລີ້ນເດັກແຄມຂອງເລີ່ມແຕ່ມີຄົການແຈກຢາຍ.

ສະນັ້ນຈຶ່ງ ຂໍຄວາມຮ່ວມມືກັບກຸ່ມອາສາ, ຜູ້ໃຈບຸນທີ່ຕ້ອງການແຈກຢາຍອາຫານໃຫ້ກຸ່ມຄົນທີ່ອາໃສຢູ່ສະຖານທີ່ສາທາລະນະຂໍໃຫ້ປະສານໄປຫາ ຄະນະສະເພາະກິດຂັ້ນເມືອງ ເພື່ອຄວາມສະດວກໃນການຄຸ້ມຄອງ ແລະຄວາມເປັນລະບຽບຮຽບຮ້ອຍ

➡️ ສ່ວນກຸ່ມຄົນດັ່ງກ່າວຄະນະສະເພາະກິດຈະໄດ້ນໍາເຂົ້າສູນກັກກັນຂອງເມືອງຊົ່ວຄາວ ແລະຈະໃຫ້ການຊ່ວຍເຫລືອຕາມຄວາມເໝາະສົມ

ຂໍ້ມູນຈາກ: Vilayvone