ເຕືອນອີກຄັ້ງ! ພົບເຫັນ ລະເມີດ ຄໍາສັ່ງ 06/ນຍ ຈະໃຊ້ມາດຕະການເດັດຂາດ

ກອງບັນຊາການ ປ້ອງກັນເຄືອນທີ່ ກະຊວງ ປກສ ໄດ້ເຄື່ອນໄຫວລາດຕະເວນຕາມເສັ້ນທາງ ເພື່ອກວດກາ ບັນດາຫ້າງຮ້ານ ແລະ ພໍ່ແມ່ປະຊາຊົນ ທີ່ອາດບໍ່ ປະຕິບັດຄຳສັ່ງເລກທີ 06/ນຍ ໃນຊ່ວງ ການແພ່ລະບາດຂອງໂຄວິດ-19.

ພັທ ດຸຍວົງໄຊ ພົມມະວົງສາ ຮອງຫົວໜ້າ ກອງບັນຊາການ ປ້ອງກັນເຄື່ອນທີ່ໃຫ້ຮູ້ວ່າ: ກອງບັນຊາການກໍໄດ້ຈັດຕັ້ງປະຕິບັດຄໍາສັ່ງຂອງນາຍົກຢ່າງເຂັ້ມງວດ ໂດຍມີການຈັດຕັ້ງກໍາລັງເຄື່ອນໄຫວກວດກາລາດຕະເວນທັງກາງເວັນ ແລະ ກາງຄືນຢູ່ຕາມເສັ້ນທາງຕ່າງໃນນະຄອນຫຼວງວຽງຈັນ ເພື່ອຕິດຕາມການເຄືື່ອນໄຫວຂອງບັນດາຫ້າງຮ້ານ ແລະ ພໍ່ແມ່ປະຊາຊົນ ທີ່ມີການລະເມີດຄໍາສັ່ງວາງອອກ. ໃນກໍລະນີພົບເຫັນເຈົ້າໜ້າທີ່ຂອງພວກເຮົາຈະໄດ້ຕັກເຕືອນ, ສຶກສາອົບຮົມ ຖ້າຂັ້ນຮ້າຍແຮງ ແມ່ນປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ.

ຜ່ານການຈັດຕັ້ງປະຕິບັດຜ່ານມາ, ກໍຍັງພົບເຫັນບັນດາຫ້າງຮ້ານ ແລະ ພໍ່ແມ່ປະຊາຊົນຈໍານວນໜຶ່ງຍັງມີການລະເມີດຄໍາສັ່ງທີ່ວາງອອກ, ຕໍ່ບັນຫາດັ່ງກ່າວ ກໍໄດ້ມີການແນະນໍາໃຫ້ຜູ້ທີ່ລະເມີດເຂົ້າໃຈ ຕໍ່ມາດຕະການໃນການສະກັດກັ້ນການແພ່ລະບາດຂອງໂຄວິດ-19.

ໜັງສືພິມຄວາມສະຫງົບ