ຜູ້ຕິດເຊື້ອໂຄວິດ-19​ ກໍລະນີທີ 14 ເຂົ້າໂຮງໝໍອີກຄັ້ງ ພາຍຫຼັງກັບມາກວດຜົນເປັນບວກ.​

ຈາກກໍລະນີຜູ້ຕິດເຊື້ອໂຄວິດ-19​ ກໍລະນີທີ 14 ເປັນນັກສຶກສາ ອາຍຸ 19 ປີ ຢູ່ບ້ານສ້າງຄູ້,​ ເມືອງໄຊທານີ,​ ນະຄອນຫຼວງວຽງຈັນ ທີ່ເຂົ້າໂຮງໝໍວັນທີ 7 ​ເມສາ 2020 ແລະ ອອກໂຮງໝໍວັນທີ 16​ ເມສາ 2020 ໃຊ້ໄລຍະປິ່ນປົວ 9 ວັນ ແລະ ອອກໄປຕິດຕາມອາການຢູ່ເຮືອນ ແລ້ວກັບມາກວດອີກຄັ້ງ ວັນທີ 1 ພຶດສະພາ 2020​ ຢືນຢັນຜົນເປັນບວກ (ຍັງມີເຊື້ອໂຄວິດ-19)​.

ຈາກກໍລະນີ້ດັ່ງກ່າວ ທ່ານ ດຣ.​ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກ່າວວ່າ: ການກວດຄືນຜູ້ປ່ວຍຕິດເຊື້ອໂຄວິດ-19 ທີ່ປິ່ນປົວຫາຍດີອອກໂຮງໝໍ ພ້ອມກັກບໍລິເວນ ແລ້ວມາກວດຫາເຊື້ອຄືນໃໝ່ ເຊິ່ງຜົນກວດເປັນບວກນັ້ນ ແມ່ນການກວດພົບຊິ້ນສ່ວນເສດເຫຼືອ ຫຼື ຊາກຂອງໄວຣັສທີ່ຍັງຫຼົງເຫຼືອຢູ່ໃນຮ່າງກາຍຈໍານວນເລັກນ້ອຍເທົ່ານັ້ນ ແຕ່ມັນບໍ່ສາມາດແຜ່ເຊື້ອໄດ້ ແລະ ປັດຈຸບັນໄດ້ນໍາຜູ້ກ່ຽວກັບເຂົ້າໂຮງໝໍອີກຄັ້ງ ໂດຍຈະມີການໃຫ້ຢາບໍາລຸງ ແລະ ຕິດຕາມອາການຕໍ່.

ຂໍ້ມູນ: ຂ່າວເສດຖະກິດການຄ້າ

ຜູ້ປ່ວຍໂຄວິດຢູ່ຫຼວງພະບາງອອກໂຮງໝໍໝົດແລ້ວ, ທົ່ວປະເທດບໍ່ຕິດເຊື້ອເພີ່ມ

ນັບເປັນມື້ທີ 17 ຕິດຕໍ່ກັນທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່, ມື້ນີ້ມີຂ່າວດີອີກເດັ້ງຄືຜູ້ປ່ວຍທີ່ນອນຮັກສາຕົວຢູ່ໂຮງໝໍແຂວງຫຼວງພະບາງໄດ້ກັບສູ່ອ້ອມກອດຄອບຄົວແລ້ວລວມເປັນ 8 ຄົນ ໝາຍຄວາມວ່າຢູ່ໂຮງໝໍຍັງພຽງ 11 ກໍລະນີໃນຂະນະນີ້.

ຕາມການຖະແຫຼງຂ່າວໃນວັນທີ 29 ເມສາ 2020 ທີ່ກະຊວງສາທາລະນະສຸກຂອງ ຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃຫ້ຮູ້ວ່າ: ໃນວັນທີ 28 ເມສາຜ່ານມາ ແພດໝໍໄດ້ເກັບຕົວຢ່າງມາກວດທັງໝົດ 33 ຄົນ ເຊິ່ງທັງໝົດແມ່ນບໍ່ພົບຜູ້ຕິດເຊື້ອຖືເປັນມື້ທີ 17 ຕິດຕໍ່ກັນທີ່ລາວເຮົາບໍ່ມີຜູ້ຕິດເຊື້ອໃໝ່.


ນອກນີ້, ຍັງໄດ້ມີກໍລະນີປິ່ນປົວຜູ້ຕິດເຊື້ອຫາຍດີ ແລະ ອອກໂຮງໝໍ, ໄດ້ເພີ່ມອີກ 1 ຄົນ ຢູ່ແຂວງຫຼວງພະບາງໃນວັນທີ 29 ເມສານີ້ເອງ ນະເວລານີ້ຢູ່ແຂວງຫຼວງພະບາງ ຜູ້ຕິດເຊື້ອເຊື້ອພະຍາດໂຄວິດ-19 ທັງ 3 ຄົນ ແມ່ນປິ່ນປົວຫາຍດີ ແລະ ອອກໂຮງໝໍໄປຕິດຕາມອາການຢູ່ເຮືອນ 14 ວັນ ຖ້າບໍ່ມີອາການແຊກຊ້ອນຫຍັງກໍ່ສາມາດອອກໃຊ້ຊີວິດຕາມປົກກະຕິໄດ້.

ມາຮອດປັດຈຸບັນ ສປປ ລາວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ປິ່ນປົວຫາຍດີ ແລະ ອອກໂຮງໝໍແລ້ວທັງໝົດ 8 ຄົນຄື ຢູ່ແຂວງຫຼວງພະບາງ 3 ຄົນ ແລະ ນະຄອນຫຼວງວຽງຈັນ 5 ຄົນ ແລະ ຍັງອີກ 11 ຄົນ ທີ່ກຳລັງປິ່ນປົວຢູ່ໂຮງໝໍມິດຕະພາບ, ນະຄອນຫຼວງວຽງຈັນ ໂດຍຄົນເຈັບທັງ 11 ຄົນແມ່ນອາການຍັງຢູ່ຂັ້ນເບົາບາງ ແລະ ແພດໝໍໄດ້ປິ່ນປົວໃຫ້ກິນຢາຄົບຕາມກຳນົດແລ້ວ. ລໍຖ້າແຕ່ຕິດຕາມອາການ ແລະກວດຢືນຢັນໃໝ່.

ຂ່າວ laothai

ຂ່າວດີ! 1 ໃນຜູ້ຕິດເຊື້ອໂຄວິດ-19 ໄດ້ຮັບການປິ່ນປົວຫາຍດີ ແລະ ອອກໂຮງໝໍແລ້ວ

ທ່ານ ດຣ ສະໜອງ ທອງຊະນະ ຜູ້ອຳນວຍການໂຮງໝໍມິດຕະພາບ ໄດ້ຢືນຢັນໃນວັນທີ 14 ເມສາ 2020 ນີ້ວ່າ: ຜ່ານການປິ່ນປົວ ແລະ ຕິດຕາມຄົນເຈັບທີ່ຕິດເຊື້ອທັງໝົດ 19 ຄົນນັ້ນ, ຜົນກວດວິເຄາະຜູ້ຕິດເຊື້ອ ກໍລະນີທີ 12 ນາງ ເພັດມະລີ ມົງຄົນວິໄລ ອາຍຸ 20 ປີ ຢູ່ບ້ານນາໄຊ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ອອກມາເປັນລົບທັງ 2 ຄັ້ງ ພາຍໃນ 24 ຊົ່ວໂມງ, ເຊິ່ງຖືວ່າປິ່ນປົວດີ ແລະ ສາມາດອອກຈາກໂຮງໝໍໄດ້ແລ້ວ ແຕ່ຜູ້ກ່ຽວຕ້ອງໄດ້ຕິດຕາມຕົນເອງຢູ່ບ້ານ ໂດຍປະຕິບັດຕາມມາດຕະການຄວບຄຸມການຕິດເຊື້ອ, ການໃສ່ຜ້າອັດປາກ-ດັງ, ຫລຸດຜ່ອນການສຳຜັດກັບຄົນໃນຄອບຄົວ ແລະ ສະພາບແວດລ້ອມ ແລະ ຈຳກັດການຢູ່ຮ່ວມກັນກັບຄອບຄົວ ພາຍໃນ 14 ວັນ ແມ່ນຈະໄດ້ກັບມາກວດຢັ້ງຢືນຄືນເຊື້ອໄວຣັດທີ່ຫາຍໄປແລ້ວນັ້ນວ່າມັນຫາຍດີ 100% ແທ້, ຈາກນັ້ນແພດຈຶ່ງອະນຸຍາດໃຫ້ດໍາລົງຊີວິດແບບປົກກະຕິທົ່ວໄປ.
ທ່ານ ດຣ ສະໜອງ ທອງຊະນະ ຍັງໃຫ້ຮູ້ອີກວ່າ: ສຳລັບຜູ້ຕິດເຊື້ອທີ່ເຫລືອນັ້ນ, ມີຈຳນວນໜຶ່ງຈະໄດ້ກວດຄືນ ແລະ ພວກເຮົາອາດຈະໄດ້ຮັບຂ່າວດີໄປເລື້ອຍໆ ເພາະວ່າມີບາງຄົນກະຕອບຮັບໄດ້ໄວ້ ແລະ ບາງຄົນກະຕອບຮັບໄດ້ຊ້າ, ດັ່ງນັ້ນການກຳຈັດເຊື້ອໄວຣັດອອກຈາກຮ່າງກາຍ ແມ່ນຂຶ້ນກັບສຸຂະພາບຂອງແຕ່ລະຄົນ, ຜູ້ທີ່ມີສຸຂະພາບແຂງແຮງກວ່າກໍອາດຈະໃຊ້ເວລາປິ່ນປົວໄວກວ່າ.