ນໍ້າຖ້ວມໜັກ ພາກໃຕ້ຂອງຈີນກະທົບຊີວິດປະຊາຊົນແລ້ວກວ່າ 2 ລ້ານຄົນ

ເວັບໄຊ sanook ລາຍງານວ່າ ເມື່ອວັນທີ 10 ມິຖຸນາ ທີ່ຜ່ານມາ ກະຊວງການຈັດການເຫດສຸກເສີນຂອງຈີນ ລະບຸວ່າເຫດການນໍ້າຖ້ວມເນື່ອງມາຈາກຝົນຕົກໜັກໃນບໍລິເວນທາງພາກໃຕ້ຂອງປະເທດສົ່ງຜົນກະທົບຕໍ່ປະຊາຊົນປະມານ 2.63 ລ້ານຄົນໃນລະດັບມົນທົນ 11 ແຫ່ງ.

ຝົນຕົກໜັກໃນຄັ້ງນີ້ເຮັດໃຫ້ປະຊາຊົນປະມານ 228,000 ຄົນ ຈຳເປັນຕ້ອງຍົກຍ້າຍຖິ່ນຖານ ແລະ ມັນໄດ້ທຳລາຍບ້ານເຮືອນແລ້ວກວ່າ 1,300 ຫຼັງ ພ້ອມຍັງເຮັດໃຫ້ເກີດຄວາມເສຍຫາຍທາງເສດຖະກິດໂດຍກົງກວ່າ 4 ພັນລ້ານຢວນ ເຊິ່ງນັບຕັ້ງແຕ່ວັນທີ 2 ມິຖຸນາທີ່ຜ່ານມາພາຍຸຝົນໄດ້ແຜ່ປົກຄຸມຫຼາຍພື້ນທີ່ທາງພາກໃຕ້ຂອງຈີນສົ່ງຜົນໃຫ້ປະລິມານນໍ້າຝົນສະສົມຢູ່ທີ່ 100-300 ມິນລີແມັດໃນບາງພື້ນທີ່.

ນອກຈາກນີ້,​ ພາຍຸຝົນຍັງເຮັດໃຫ້ລະດັບນໍ້າໃນແມ່ນໍ້າກວ່າ 110 ສາຍໃນພາກພື້ນລະດັບມົນທົນ 8 ແຫ່ງເພີ່ມສູງຂຶ້ນສູງກວ່າລະດັບເຕືອນໄພແລ້ວ ແລະ ມີປະຊາຊົນກວ່າ 1 ລ້ານຄົນໃນເຂດປົກຄອງຕົນເອງກວ່າງຊີຈ້ວງທາງພາກໃຕ້ໄດ້ຮັບຜົນກະທົບ ມີລາຍງານຜູ້ເສຍຊີວິດ 6 ຄົນ ແລະ ສູນຫາຍ 1 ຄົນ.

ສ່ວນໃນມົນທົນຫູໜານມີລາຍງານຜູ້ເສຍຊີວິດ 7 ຄົນ, ສູນຫາຍ 1 ຄົນ ທາງດ້ານໜ່ວຍງານທ້ອງຖິ່ນໄດ້ຮຽກຮ້ອງໃຫ້ປະຊາຊົນມີການກຽມພ້ອມເພີ່ມເຕີມເພື່ອຮັບມືກັບສະພາບຝົນຕົກໜັກ ແລະ ໄພພິບັດທາງທຳມະຊາດທີ່ອາດຈະເກີດຂຶ້ນໃນຮອບໃໝ່.

ເກີດເຫດນ້ຳຖ້ວມ ເຄັນຍາ ເສຍຊີວິດເກືອບ 120 ຄົນ

ອ້າງຕາມຂ່າວ ເຄັນຍາ, ວັນທີ 3 ພືດສະພາ, ເຈົ້າໜ້າທີ່ ເຄັນຍາ ເປີດເຜີຍວ່າ: ເກີດຝົນຕົກໜັກ ຕິດຕໍ່ກັນ ຫລາຍວັນ ເຮັດໃຫ້ 29 ເຂດ  ຢູ່ທົ່ວປະເທດ, ເກີດດິນເຈື່ອນ ໃນຫລາຍ ພື້ນທີ່ ມີຜູ້ເສຍຊີວິດ ຢ່າງໜ້ອຍ 116 ຄົນ.

ສະພາ ກາແດງ ເຄນຍາ ລາຍງານວ່າ: ອຸທົກກະໄພ ຢ່າງຮຸນແຮງ ໃນພາກຕາເວັນຕົກ ຂອງ ປະເທດນີ້, ແມ່ນ້ຳເອັນໂຊເອີຍ ລົ້ນຄອງນ້ຳ ສົ່ງຜົນໃຫ້ ປະຊາຊົນ ຫລາຍກວ່າ 1.800 ຄົວເຮືອນ ບໍ່ມີ ທີ່ຢູ່ອາໄສ ແລະ ເກັບສິ່ງຂອງ ໄປໃນສະຖານທີ່ປອດໄພ. ນອກຈາກນີ້ ຍັງມີ ລາຍງານວ່າ ເກີດດິນເຈື່ອນ ໃນຫລາຍພື້ນທີ່ ອີກດ້ວຍ