ຄວນອ່ານ! ການກຽມຄວາມພ້ອມກ່ອນແຕ່ງດອງ

ງານແຕ່ງງານເປັນງານໃຫ່ຍ ທີ່ຕ້ອງມີການວາງແຜນ ແລະ ກຽມຄວາມພ້ອມກັບຫຼາຍໆສິ່ງຫຼາຍຢ່າງ, ປົກກະຕິແລ້ວຕ່ຳສຸດຄວນກຽມລ່ວງໜ້າປະມານ 6 ເດືອນ, ແຕ່ຄັນຢາກໃຫ້ສົມບູນແບບຄວນກຽມໄວ້ຈັກ 1 ປີລ່ວງໜ້າ. ຕໍ່ໄປນີ້ຂໍແນະນຳການກຽມຄວາມພ້ອມກ່ອນແຕ່ງງານລ່ວງໜ້າພາຍໃນ 1 ປີມາຝາກກັນ ເພື່ອຄົນທີ່ກຳລັງກະກຽມແຕ່ງດອງ.

=> 12 ເດືອນກ່ອນງານ.
– ເຊີນພໍ່ແມ່ ຍາດຕິພີ່ນ້ອງທັງສອງຝ່າຍມານັ່ງລົມກັນ.
– ຫາເລີກຫາຍາມ
– ຈົດປະຫວັດ
– ກຳນົດສະຖານທີ່ ແລະ ຈອງລ່ວງໜ້າກ່ອນແຮ່ງເປັນການດີ.
– ຄຳນວນຫາຈຳນວນແຂກແບບຄ່າວໆ ວ່າປະມານຈັກຄົນ.
– ກຳນົດເຈົ້າພາບຝ່າຍຍິງຝ່າຍຊາຍມີໃຜແນ່
– ຄິດໄລ່ງົບປະມານຄ່າວໆ ວ່າຕົກປະມານທໍ່ໃດ.

=> 9 ເດືອນກ່ອນແຕ່ງ.
– ຄິດໄລ່ງົບປະມານແບບລະອຽດ.
– ຊອກຫາຊ່າງພາບ ຖ່າຍ ພຣີເວັດດິ້ງ
– ຈອງຮ້ານຈັດດອກໄມ້
– ຕິດຕໍ່ວົງດົນຕີ
– ຄິດຫາຊຸດ
– ເບິ່ງຂອງທີ່ລະນຶກ.

=> 5-6 ເດືອນກ່ອນແຕ່ງງານ
– ລວມລາຍຊື່ແຂກທີ່ຈະເຊີນທັງໝົດວ່າມີທໍ່ໃດ.
– ສັ່ງໃຫ້ຮ້ານເຮັດຂອງທີ່ລະນຶກ
– ຈັດລາຍລະອຽດຂອງງານວ່າຈະສະແດງຫຍັງໃຫ້ແຂກເບິ່ງແນ່.
– ຄິດເລື່ອງເມນູອາຫານ ແລະ ເຄື່ອງດື່ມ
– ຄິດສະຖານທີ່ໄວ້ຮານິມູນ (ຖ້າມີ)
– ເລືອກ ແລະ ຕັດຊຸດ
– ຕົບແຕ່ງເຮືອນຊານ, ຫ້ອງຫໍ
– ຈອງຊ່າງພາບມື້ງານ

=> 2-3 ເດືອນກ່ອນແຕ່ງ.
– ລອງຊຸດ
– ຖ່າຍພຣີເວັດດິ້ງ
– ພິມບັດເຊີນ
– ຈອງຊ່າງແຕ່ງໜ້າ, ເຮັດຜົມໄວ້.
– ກຽມແຫວນແຕ່ງງານ
– ຊ້ອມຟ້ອນ

=> 1 ເດືອນກ່ອນແຕ່ງ.
– ທາບທາມພີ່ນ້ອງທີ່ຢູ່ຕ່າງຖິ່ນ, ຖ້່າເປັນເຈົ້າພາບກໍ່ຊອກຫາບ່ອນພັກໄວ້ໃຫ້ເຂົາເຈົ້າ.
– ຄອນເຟີມກັບຊ່າງພາບມື້ງານ.
– ຄອນເພີມຮ້ານດອກໄມ້ ວ່າຈະຕົບແຕ່ງແບບໃດ.
– ຄອນເຟີມກັບໂຮງແຮມອີກຄັ້ງໜຶ່ງ.
– ເລາະຢາຍບັດເຊີນ
– ໂທຄອນເຟີມຍາດຕິພີ່ນ້ອງ.
– ເຊັກເບິ່ງຊຸດທີ່ຈະນຸ່ງວ່າພ້ອມຊ່ຳໃດ
– ເຮືອນຫໍ ເດ ພ້ອມລະບໍ່?
– ກວດສອບແຜນຕ່າງໆໃຫ້ຮຽບຮ້ອຍ
– ໂພສຮູບພຣີເວັດດິ້ງລົງໃຫ້ໝູ່ຄູ່ໄດ້ຮູ້ວ່າເຮົາກຽມພ້ອມແລ້ວ.

=> 1 ທິດກ່ອນແຕ່ງ (ເປັນຊ່ວງທີ່ຄຽດ ແລະ ກັງວົນທີ່ສຸດ)
– ຈັດງານລ້ຽງເພຶ່ອບໍ່ໃຫ້ຄຽດ. ເຊີນຍາດຕິພີ່ນ້ອງມາ.
– ກຽມຖອນເງິນໄວ້ຄ່າໃຊ້ຈ່າຍໃນມື້ດອງ ແນ່ນອນມັນຕ້ອງມີຈົກຫັ້ນຈົກນີ້ຈ່າຍຄ່ານັ້ນຄ່ານີ້ໃນມື້ນັ້ນ.
– ກວດສອບແຜນອີກຄັ້ງ ວ່າຕ້ອງໄດ້ຊ້ອມຫຍັງແນ່ເຊັ່ນ: ຄຳເວົ້າທີ່ຈະເວົ້າໃນເວທີ, ຊ້ອມຟ້ອນ….
– ເຮັດສວຍເຮັດງາມ ຮັກສາໂຕເອງບໍ່ໃຫ້ໂຊມ
– ຢ່າຄຽດຫຼາຍຈົນເກີນໄປ.
– ເຊັກຄວາມພ້ອມທຸກຢ່າງ.
– ສັ່ງຂັ້ນໝາກເບັງສູ່ຂວັນໄວ້.
– ກຽມແຜນສຸກເສີນເຊັ່ນ ຖ້າມື້ແຕ່ງ(ສູ່ຂວັນຢູ່ເຮືອນຕອນເຊົ້າ ຫຼື ສຳລັບຄົນທີ່ຈັດສະຖານທີ່ຢູ່ນອກ) ມີຝົນລົງມາເດ, ເຂົາປິດຫົນທາງເດ, ໄຟຟ້າບໍ່ມາເດ, ນ້ຳປະປາບໍ່ມາເດ… ຄວນຮັບມືກັນຈັ່ງໃດ…

=> 1 ມື້ກ່ອນແຕ່ງ.
– ໄປເບິ່ງຄວາມຮຽບຮ້ອຍຂອງການຈັດສະຖານທີ່.
– ຂັ້ນໝາກເບັງສູ່ຂວັນແລ້ວລະບໍ່
– ພີ່ນ້ອງ ເຈົ້າພາບມາຄົບແລ້ວບໍ່.
– ຈັດຫ້ອງຫໍໄວ້
– ເຊັກເຄື່ອງທຸກຢ່າງທີ່ຕ້ອງໃຊ້ໃນມື້ອຶ່ນ, ຖ້າມີຫຍັງຂາດຫາຍໄປກໍ່ໄປຊື້ໄວ້.
– ເຂົ້ານອນແຕ່ຫົວຄ່ຳ ຢ່າອຸ່ນດອງເດິກຈົນເກີນໄປ.

ໝາຍເຫດ: ທຸກຢ່າງນີ້ເປັນພຽງແຜນຄ້າວໆ ທີ່ນມາຝາກ. ປົກກະຕິແລ້ວ ຖ້າເຮົາພ້ອມໝົດກໍ່ບໍ່ຈຳເປັນຕ້ອງກຽມດົນປານນີ້ກໍ່ໄດ້, ແຕ່ຖ້າມີເວລາກໍ່ກຽມເພື່ອໄວ້ດົນແນ່ກະດີ. ອາດຈະມີບາງຂໍ້ທີ່ຖືກ ແລະ ບໍ່ຖືກ ຍ້ອນຂື້ນນຳສະຖານະການໂຕຈິງຂອງເຮົາ.