ຍ່າງ ແລ່ນ ປັ່ນລົດຖີບ ໄລຍະຫ່າງ 2 ແມັດ ຍັງບໍ່ປອດໄພຈາກໂຄວິດ-19

ນັກວິໄຈຈາກມະຫາວິທະຍາໄລ KU Leuven ຈາກປະເທດເບວຍຽມ ແລະ TU Eindhoven ປະເທດເນເທີແລນ ໄດ້ສ້າງການທົດລອງ ການແຜ່ກະຈາຍເຊື້ອໄວຣັສ COVID-19 ໃນລະຫວ່າງການອອກກຳລັງກາຍ, ບໍ່ວ່າຈະເປັນ:

ການຍ່າງ, ແລ່ນ ແລະ ປັ່ນລົດຖີບ. ພົບວ່າຖ້າມີການໄອ ຫຼື ຈາມ ມັນສາມາດແຜ່ກະຈາຍເຊື້ອໄດ້ໄກເຖິງ 20 ແມັດ

ໂດຍການຄົ້ນຄວ້ານີ້ພົບວ່າ: ຖ້າຍ່າງ, ອອກກຳ ລັງກາຍ ສາມາດແຜ່ເຊື້ອໄດ້ເຖິງ 4-5 ແມັດ, ຖ້າແລ່ນ ຫຼື ຂີ່ລົດຖີບຊ້າໆ ສາມາດແຜ່ເຊື້ອໄດ້ເຖິງ 10 ແມັດ ແລະ ຖ້າການຂີ່ລົດຖີບໄວ ສາມາດແຜ່ເຊື້ອໄດ້ເຖິງ 20 ແມັດ

ແຕ່ແນວໃດກໍ່ຕາມ, ຖ້າເປັນໄປໄດ້ ແມ່ນແນະນຳໃຫ້ທຸກຄົນ ອອກກຳລັງກາຍຢູ່ເຮືອນຂອງຕົນເອງ ຈະເປັນການດີທີ່ສຸດ

ຂໍ້ມູນເພີ່ມເຕີມ: https://bit.ly/3ezMWyQ

Cr: Inside Lao

ຫວຽດນາມ ຝົນຕົກໜັກເຮັດໃຫ້ນໍ້າຖ້ວມຂັງທີ່ນະຄອນຫຼວງຮາໂນ້ຍ ສສ ຫວຽດນາມ.

ຫວຽດນາມ ຝົນຕົກໜັກ ແລງມື້ນີ້ ວັນທີ 11 ພຶດສະພາ 2021 ເຮັດໃຫ້ນໍ້າຖ້ວມຂັງ ສອງຂ້າງທາງ ທີ່ນະຄອນຫຼວງຮາໂນ້ຍ ສສ ຫວຽດນາມ.

ສ່ວນ ບ້ານເຮົາ ກຽມຮັບມືກັບພາຍຸຝົນ ທົ່ວປະເທດ ໃນວັນທີ 13-16 ພຶດສະພາ 2021 ນີ້

.

(ຂໍ້ມູນຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ)

.

Cr: ເຈາະຈີ້ມທຸກເລື່ອງລາວ

ທ່ານ ນາງ ວາລີ ເວດສະພົງ ຖາມຫາຈັນຍາບັນສື່ ກ່ຽວກັບການພາດຫົວຂໍ້ຂ່າວທີ່ບໍ່ຊັດເຈນ

ທ່ານ ນາງ ວາລີ ເວດສະພົງ ຖາມຫາຈັນຍາບັນສື່ ກ່ຽວກັບການພາດຫົວຂໍ້ຂ່າວທີ່ບໍ່ຊັດເຈນ

ຫຼັງຈາກທີ່ມີຂ່າວກ່ຽວກັບການເສຍຊີວິດຂອງແມ່ຕູ້ ອາຍຸ 63 ປີ ທີ່ໄດ້ໄປສັກວັກຊີນປ້ອງກັນໂຄວິດ-19

ເຮັດໃຫ້ສື່ອອນລາຍ ໄດ້ນຳສະເໜີຂ່າວທີ່ບໍ່ມີຄວາມຊັດເຈນ ເຮັດໃຫ້ສັງຄົມເກີດຄວາມເຂົ້າໃຈຜິດໄປຕ່າງໆນາໆ

ໂດຍລ່າສຸດ, ທ່ານ ນາງ ວາລີ ເວດສະພົງ ຜູ້ບໍລິຫານ ຫຸ້ນສ່ວນ ໂຮງຫມໍກະເສມລາດ ໄດ້ອອກມາສະແດງຄຳເຫັນແນະນຳບັນດາສື່ຕ່າງໆ ເຖິງຈັນຍາບັນຂອງສື່ທີ່ກ່ຽວກັບການພາດຫົວຂໍ້ຂ່າວທີ່ບໍ່ມີຄວາມຖືກຕ້ອງ

ໂດຍທ່ານໄດ້ແນະນຳວ່າ ໃຫ້ລໍຖ້າຄວາມຊັດເຈນຈາກທາງການກ່ອນ ບໍ່ຄວນອອກມາໂພສຂ່າວ ໂດຍທີ່ຍັງບໍ່ມີຄວາມຊັດເຈນ ຈະເຮັດໃຫ້ ປະຊາຊົນ ສັງຄົມເຂົ້າໃຈຜິດ ມີຫລາຍແຫຼ່ງຂ່າວພາດຫົວຂໍ້ ກ່ຽວກັບ ແມ່ຕູ້ ທີ່ໄດ້ສັກວັກຊີນ 

ແລ້ວບອກວ່າ ເສຍຊີວິດ ຍ້ອນການສັກວັກຊີນ ຕາມກະແສຂ່າວ ໃນຕອນນີ້ ທີ່ເຮັດໃຫ້ຄົນຈຳນວນຫລາຍຕົກໃຈ ໂດຍບາງ ສື່ອອນລາຍເວົ້າບໍ່ຈະເເຈ້ງ ອາດເຮັດໃຫ້ ຫລາຍຄົນເຂົ້າໃຈຜິດ ວ່າການສັກວັກຊີນມີຜົນອັນຕະລາຍເຖິງຊີວິດ

ພຽງ 4ຊົ່ວໂມງຍອດເງິນບໍລິຈາກສ້າງເຮືອນໃຫ້ນ້ອງບົ້ງກື 18,667,000ກີບແລ້ວ

ຈາກກໍລະນີ ສາວໃຈບຸນເປີດຮັບລະດົມທຶນ ສ້າງເຮືອນໃຫ້ນ້ອງ ບົ້ງກື ຜູ້ລ້ຽງພໍ່ຕາບອດແມ່ຕາຍປະ ແລະ ບໍ່ມີໂອກາດໄດ້ຮຽນໜັງສືຄື່ຄົນອຶ້ນ.

ຜ່ານໄປພຽງ 4 ຊົ່ວໂມງຫຼັງເປີດບໍລິຈາກຕອນນີ້ຍອດເງິນບໍລິຈາກແມ່ນ 18,667,000ກີບ

ຂ່າວເປີດລະດົມທຶນ

ນີ້ແບບເຮືອນນ້ອງບົ້ງກື ໄໝໃຫ້ທາງບໍລິສັດກໍ່ສ້າງເພີ່ນອອກແບບໃຫ້
ໄໝເຫັນວ່າມີຄົນໄປຊ່ວຍເຫຼືອນ້ອງຫຼາຍຢູ່ແຕ່ເຮືອນນ້ອງບໍ່ມີຄວາມປອດໄພເລີຍ ພໍ່ກະຕາບອດແລະຍັງປ່ວຍຍ່າງບໍ່ໄດ້ເຮືອນນ້ອງຕອນນີ້ຕ້ອງຂື້ນດ້ວຍຂັ້ນໄດນ້ອຍໆລຳບາກທັ້ງການຂື້ນລົງຄວາມລຳບາກຂອງນ້ອງກໍ່ຄືທີ່ທຸກຄົນຮູ້ນ່າສົງສານທີ່ສຸດ

ຂ້ອຍຈີ່ງໄດ້ເປີດລະດົມທືນເພື່ອສ້ອມແປງເຮືອນໃຫ້ນ້ອງບົ້ງກືມີແຕ່ແຮງຂ້ອຍຄົນດຽວກໍ່ຄົງບໍ່ພຽງພໍຈີ່ງໄດ້ໂພສຂໍຄວາມຊ່ວຍເຫຼືອຈາກຜູ້ມີໄຈເມດຕານ້ອງຊ່ວຍກັນຄົນລະເລັກລະນ້ອຍ
ສາມາດບໍລິຈາກໄດ້ທີ່
ບັນຊີການຄ້າ
051120001014294001
Maikham
ຫງົບຊື້ວັດສະດຸ27,500,000ກີບຍັງບໍ່ລວມຄ່າຊ່າງ
ວອນຜູ້ໃຈບຸນຊ່ວຍນ້ອງແດ່ເດີ

ຂອບໃຈບໍລິສັດDREAM Designອອກແບບເຮືອນໃຫ້ນ້ອງຟີແລະຍັງຊ່ວຍປູນ5ໂຕ່ນນຳອີກ
ຂອບໃຈຜູ້ອອກແບບເຮືອນນ້ອງVilaphon Indavong
ຄອບຄົວນີ້ ຢູ້ບ້ານ
✒️ ແສນດີນ
✒️ ເມືອງ ນາຊາຍທອງ
✒️ ກໍາແພງນະຄອນ

ທີ່ປະເທດອິນເດຍ: ໄດ້ມີປະຊາຊົນຈຳນວນໜຶ່ງ ທ່າຂີ້ງົວ ແລະ ອາບນ້ຳຍ່ຽວງົວ ເພາະເຊື່ອວ່າຈະສາມາດຕ້ານໂຄວິດໄດ້

ທີ່ປະເທດອິນເດຍ: ໄດ້ມີປະຊາຊົນຈຳນວນໜຶ່ງ ທ່າຂີ້ງົວ ແລະ ອາບນ້ຳຍ່ຽວງົວ ເພາະເຊື່ອວ່າຈະສາມາດສ້າງເປັນພູມຄຸ້ມກັນຕ້ານໂຄວິດໄດ້ ແລະ ໄດ້ມີການສວດວິງວອນ ຫຼັງຈາກທີ່ທ່າຂີ້ງົວເທິງຮ່າງກາຍຂອງຕົນເອງ ເຊິ່ງເອີ້ນວ່າ: ການບຳບັດດ້ວຍຂີ້ງົວ ແລະ ຍັງບໍ່ພໍ, ພວກເຂົາຍັງເອົາໄປຖູເຮືອນເພາະເຊື່ອວ່າຈະຂ້າເຊື້ອໂລກໄດ້.

ສໍານັກຂ່າວ Reuters ລາຍງານວ່າ ການລະບາດຂອງເຊື້ອໂຄວິດ ຢູ່ປະເທດອິນເດຍ ໄດ້ສ້າງຄວາມເສຍຫາຍ ຢ່າງໜັກໜ່ວງ ໂດຍມີຜູ້ຕິດເຊື້ອ ຢູ່ປະເທດອິນເດຍ ສູງເຖິງ 22.6 ລ້ານຄົນ ແລະ ເສຍຊີວິດແລ້ວປະມານ 246.000 ຄົນ ແລະ ເກີດສະພາບຂາດແຄນຕຽງນອນ ຢູ່ໂຮງໝໍ ແລະ ຖັງອົກຊີ ຢ່າງໜັກໜ່ວງ.

ໃນເວລາດຽວກັນ ຢູ່ລັດ ຄຸດຊະລາດ ທາງພາກຕາເວັນຕົກຂອງປະເທດ ມີປະຊາຊົນ ບາງຈໍານວນ ທີ່ມີຄວາມເຊື່ອວ່າ ການນໍາເອົາມູນ ແລະ ຍ່ຽວງົວ ມາອາບ ຈະຊ່ວຍເພີ່ມພູມຄຸ້ມກັນໃຫ້ຮ່າງກາຍ ແລະ ສາມາດຕ້ານທານກັບການແຜ່ລະບາດໂຄວິດໄດ້. ເນື່ອງຈາກ ໃນສາດສະໜາ ຫິນດູ ມີຄວາມເຊື່ອວ່າ ງົວເປັນສິ່ງສັກສິດ ແຫ່ງສິ່ງມີຊີວິດ ແລະ ໂລກ ແລະ ເຄີຍມິພິທີ ນໍາເອົາມູນງົວ ມາທໍາຄວາມສະອາດ ແລະ ໃຊ້ໃນຫຼາຍພິທີກໍາ ມາຫຼາຍຮ້ອຍປີ ເພາະມີຄວາມເຊື່ອໃນການ ຮັກສາໂລກ ແລະ ຂ້າເຊື້ອ.

ຫຼ້າສຸດ, ທີມແພດ ແລະ ຜູ້ຊ່ຽວຊານ ຢູ່ປະເທດອິນເດຍ ໄດ້ອອກມາເຕືອນ ພ້ອມອະທິບາຍວ່າ ການຮັກສາ ຕາມຄວາມເຊື່ອແບບນີ້ ອາດ ບໍ່ປອດໄພ ແລະ ເຮັດໃຫ້ເກີດບັນຫາ ສຸກຂະພາບ ຫຼາຍຂຶ້ນຕື່ມ, ພ້ອມແຈ້ງວ່າ ຍັງບໍ່ທັນມີຫຼັກຖານ ທາງວິທະຍາສາດໃດ ທີ່ຢັ້ງຢືນວ່າ ມູນງົວ ສາມາດຕ້ານໂຄວິດໄດ້, ແລະ ອາດເຮັດໃຫ້ການແຜ່ເຊື້ອໂຄວິດ ຂະຫຍາຍອອກໄປຕື່ມ.

.

://www.reuters.com/world/india/indian-doctors-warn-against-cow-dung-covid-cure-2021-05-11/

ສາເຫດການສັ່ງປົດ! ຮອ ພູໃສ ສີສະຫວັນ ແລະ ຮທ ສອນອາໄລ ໂພທິລາດ.

ສຶກສາຂໍ້ມູນທາງການ ວັນທີ 10 ພຶດສະພາ 2021, ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຜ່ານມະຕິການປະຕິບັດວິໄນ ນາຍຕໍາຫຼວດ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງສະຫວັນະເຂດ.

ປະທານກອງປະຊຸມໂດຍ ທ່ານ ພັອ ສົມໝາຍພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ ຄະນະບັນຊາ ກອງບັນຊາການ ປກສ ແຂວງ, ປກສເມືອງ ສອງຄອນ, ບັນດາຫ້ອງອ້ອມຂ້າງ ແລະ ແຂກຖືກເຊີນເຂົ້າຮ່ວມ,

ຜູ້ທີ່ຖືກປະຕິບັດວິໄນ ຈົ່ງຮັບຮູ້ ແລະ ປະຕິບັດຂໍ້ຕົກລົງສະບັບນີ້ ຢ່າງຖືກຕ້ອງ ເຂັ້ມງວດ, ພາຍໃນ 30 ວັນ ແລ້ວລາຍງານຄື້ນໃຫ້ ກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຮັບຊາບ.

ທັງງາມທັງໃຈດີ ຊ່ວຍເຫຼືອນ້ອງບົ້ງກືແລ້ວຍັງລະດົມທຶນສ້າງເຮືອນໃຫ້ນ້ອງອີກ.

ນີ້ແບບເຮືອນນ້ອງບົ້ງກືໃໝ່ໃຫ້ທາງບໍລິສັດກໍ່ສ້າງເພີ່ນອອກແບບໃຫ້
ໃໝ່ເຫັນວ່າມີຄົນໄປຊ່ວຍເຫຼືອນ້ອງຫຼາຍຢູ່ແຕ່ເຮືອນນ້ອງບໍ່ມີຄວາມປອດໄພເລີຍ ພໍ່ກະຕາບອດແລະຍັງປ່ວຍຍ່າງບໍ່ໄດ້ເຮືອນນ້ອງຕອນນີ້ຕ້ອງຂື້ນດ້ວຍຂັ້ນໄດນ້ອຍໆລຳບາກທັ້ງການຂື້ນລົງຄວາມລຳບາກຂອງນ້ອງກໍ່ຄືທີ່ທຸກຄົນຮູ້ນ່າສົງສານທີ່ສຸດ

ຂ້ອຍຈີ່ງໄດ້ເປີດລະດົມທືນເພື່ອສ້ອມແປງເຮືອນໃຫ້ນ້ອງບົ້ງກືມີແຕ່ແຮງຂ້ອຍຄົນດຽວກໍ່ຄົງບໍ່ພຽງພໍຈີ່ງໄດ້ໂພສຂໍຄວາມຊ່ວຍເຫຼືອຈາກຜູ້ມີໄຈເມດຕານ້ອງຊ່ວຍກັນຄົນລະເລັກລະນ້ອຍ
ສາມາດບໍລິຈາກໄດ້ທີ່

ບັນຊີການຄ້າ051120001014294001
Maikham

ຫງົບຊື້ວັດສະດຸ 27,500,000ກີບຍັງບໍ່ລວມຄ່າຊ່າງ
ວອນຜູ້ໃຈບຸນຊ່ວຍນ້ອງແດ່ເດີ

.

.

ຂອບໃຈບໍລິສັດDREAM Designອອກແບບເຮືອນໃຫ້ນ້ອງຟີແລະຍັງຊ່ວຍປູນ5ໂຕ່ນນຳອີກ
ຂອບໃຈຜູ້ອອກແບບເຮືອນນ້ອງ Vilaphon Indavong

ທີ່ມາ

ທີມແພດເລັ່ງກວດຫາສາເຫດ ການເສຍຊີວິດ ຂອງແມ່ຕູ້ ອາຍຸ 63 ປີ ຫຼັງຈາກຮັບຢາວັກຊິນ(ມີຄລິບຖະແຫລງ)

ຊີ້ແຈງ ກໍລະນີ ແມ່ຕູ້ ອາຍຸ 63 ເສຍຊີວິດ ຫຼັງຮັບຢາວັກຊິນ

ຄະນະສະເພາະກິດ ແລະ ໜ່ວຍງານກ່ຽວຂ້ອງ ເລັ່ງຊອກຫາ ສາເຫດ ການເສຍຊີວິດ!

ຟັງຖະເເຫຼງຂ່າວ

ຖະແຫຼງຂ່າວ ການຕິດເຊື້ອເພີ່ມ ປະຈໍາວັນທີ 11 ພຶດສະພາ 2021, ບວກເພີ່ມ 35 ຄົນ!

ກົດຊົມລາຍລະອຽດ

ຫລາຍຄົນເຂົາໃຈຜິດ ຮທ ສອນອາໄລ ໂພທິລາດ ທີ່ຖືກປະຕິບັດວິໄນຢຸດການປະຕິບັດໜ້າທີຕຳຫຼວດແມ່ນຄົນນີ້.

ທ່ານ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ອອກຂໍ້ຕົກລົງ ວາດ້ວຍການປະຕິບັດວິໄນ ຕໍ່ນາຍຕໍາຫຼວດ ປກສ ແຂວງສະຫວັນນະເຂດ

ຄົນທີ 1: ຮອ ພູໃສ ສີສະຫວັນ (ຕື້) ອາຍຸ34 ປີ ຫນ້າທີຮັບຜິດຊອບ ວິຊາການ ສັງກັດຢູ່ຫ້ອງການຂື້ນກັບ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ປະຈຸບັນຢູ່ບ້ານລາດຊະວົງໄຊ , ນະຄອນໄກສອນພົນວິຫານ , ແຂວງສະຫວັນນະເຂດ

ຮອ ພູໃສ ສີສະຫວັນ

ຄົນທີ 2 : ຮທ ສອນອາໄລ ໂພທິລາດ ອາຍຸ 33 ປີ ຫນ້າທີ່ຮັບຜິດຊອບ ວິຊາການ ສັງກັນຢູ່ ກອງບັນຊາການ ປກສ ເມືອງສອງຄອນ ຂື້ນກັບ ກອງບັນຊາການ ປກສ ແຂວງສະຫວັນນະເຂດ

ຮທ ສອນອາໄລ ໂພທິລາດ

ບ້ານຢູ່ປະຈຸບັນ ບ້ານໂນນສະຫວ່າງ ເມືອງສອນຄອນ ແຂວງສະຫວັນນະເຂດ ທີ່ເປັນຂ່າວດັງທີ່ຜ່ານມາ ເປັນທີສົນໃຈຂອງປະຊາຊົນຈຳນວນຫຼາຍ ເພື່ອເປັນການ ປະຕິບັດລະບຽບວິໃນຂັ້ນສູງ ຕໍ່ຜູ້ກ່ຽວ ແມ່ນທາງ ປກສ ແຂວງສະຫວັນນະເຂດ ໄດ້ໃຫ້ ຮອ ພູໃສ ສີສະຫວັນ (ຕື້) ແລະ ຮທ ສອນອາໄລ ໂພທິລາດ ອາຍຸ 33 ປີ
ໄດ້ພົ້ນອອກຈາກກຳລັງ (ຢຸດການປະຕິບັດໜ້າທີ) ໂດຍຈະບໍ່ໄດ້ຮັບນະໂຍບາຍໃດໆ

ຄົນນີ້ບໍ່ແມ່ນ ຮທ ສອນອາໄລ ໂພທິລາດ

ຕາດູຕົນເດັກ 6 ເດືອນ ຕິດໂຄວິດນຳອາວເຮັດວຽກຢູ່ຮ້ານບັນເທິງ

ເຫັນລະອີຕົນເດັກຫລາຍ ຕິດໂຄວິດກັບອາວເຮັດວຽກຢູ່ຮ້ານບັນເທິງແຫ່ງໜຶ່ງພໍ່ພັດໄປເຮັດວຽກຕ່າງແຂວງມາບໍ່ໄດ້

ເຫັນພາບແນວນີ້ລະອົດກັ້ນນ້ຳຕາບໍ່ໄດ້ ບີບໃຈຄົນມີລູກອ່ອນທີ່ສຸດ.

Case ນີ້ແມ່ນນ້ອງຫາກໍ່ອາຍຸໄດ້ 6 ເດືອນ ນ້ອງຕິດໂຄວິດ … ສູ້ໆເດີ້ ຂໍໃຫ້ນ້ອງເຊົາໄວໆ

ຂອບໃຈເດີແພດໝໍຜູ້ເສຍສະຫຼະທີ່ສູງສົ່ງໃນການເບິ່ງແຍງປິ່ນປົວ.

ຄລິບ:

ທີ່ມາ: