ໜ້າເສົ້າ ກ່ອນໄຟໄໝ້ 3ຊົ່ວໂມງທີມງານ What’s club ຫາບໍລິຈາກເຄື່ອງຊ່ວຍເຫຼືອ

3ຊົ່ວໂມງກ່ອນເຫດໄຟໄໝ້ໄດ້ໂພສບໍລິຈາກເຄື່ອງວ່າ ສູ້ໆເດີ້ທຸກຄົນ ໂຄວິດເຮົາຕ້ອງລອດ✌🏼✌🏼✌🏼

.

ຮູບກ່ອນໄຟໄໝ້

.

.

ຫຼັງຈາກນັ້ນໃນເວລາ 21:00 ຂອງວັນທີ່ 07.05.2021 ໄດ້ເກີດເຫດ ໄຟໄຫມ້ ສະຖານບັນເທິງ ຊື່ດັງ ວອດຄລັບ ໃກ້ກັບໂຮງແຮມຊ້າງເຜືອກ ນະຄອນຫຼວງວຽງຈັນ.

ປະຈຸບັນເຈົ້າຫນ້າທີ່ດັບເພີງ ກໍາລັງເລັ່ງໃຫ້ການຄວບຄຸມ ແລະ ດັບໄຟ. ລາຍລະອຽດຈະແຈ້ງໃຫ້ຊາບຕື່ມ ຕາມພາຍຫຼັງ

ສູ້ໆເດີ

ຂ່າວດ່ວນ… ເກີດເຫດໄຟໄຫມ້ ຮ້ານບັນເທີງວອດຄລັບ

ຂ່າວດ່ວນ ! ໃນເວລາ 21:00 ຂອງວັນທີ່ 07.05.2021 ໄດ້ເກີດເຫດ ໄຟໄຫມ້ ສະຖານບັນເທິງ ຊື່ດັງ ວອດຄລັບ ໃກ້ກັບໂຮງແຮມຊ້າງເຜືອກ ນະຄອນຫຼວງວຽງຈັນ.

ປະຈຸບັນເຈົ້າຫນ້າທີ່ດັບເພີງ ກໍາລັງເລັ່ງໃຫ້ການຄວບຄຸມ ແລະ ດັບໄຟ. ລາຍລະອຽດຈະແຈ້ງໃຫ້ຊາບຕື່ມ ຕາມພາຍຫຼັງ.

ລາຍລະອຽດ ສາເຫດ ແລະ ຜົນເສຍຫາຍ ເຮົາຈະລາຍງານພາຍຫຼັງ

ຄລິບ:

ຊົມເຊີຍລັດຖະບານໄທຊ່ວຍເຫືຼອລັດຖະບານລາວ 16ລ້ານບາດ ເພື່ອຕ້ານໂຄວິດ.

ມິດຕະພາບລາວໄທ ໝັ້ນຍືນ ສະຖານເອກອັກຄະຣາຊະທູດແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ ສົ່ງມອບເງິນ ແລະ ອຸປະກອນທາງການແພດ ຈາກລັດຖະບານແຫ່ງຣາຊະອານາຈັກໄທ, ພາກເອກະຊົນໄທ ແລະ ປະຊາຊົນໄທ ລວມມູນຄ່າກວ່າ 16 ລ້ານບາດ ແກ່ ລັດຖະບານແຫ່ງ ສປປ ລາວ ເພື່ອສະຫນັບສະຫນູນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ 19.

​ໃນວັນທີ 7 ພຶດສະພາ 2021 ທ່ານ ເຈດສະດາ ກະຕະເວທິນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ເປັນຜູ້ຕາງຫນ້າລັດຖະບານໄທ ແລະ ຊາວໄທ ໃນການສົ່ງມອບເງິນຊ່ວຍເຫຼືອ ພ້ອມທັງອຸປະກອນທາງການແພດເພື່ອສະຫນັບສະຫນູນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ 19 ໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ໂດຍມີ ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ຮອງຫົວຫນ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ 19 ເປັນຜູ້ຕາງຫນ້າຮັບມອບ ທີ່ ກະຊວງສາທາລະນະສຸກ ສປປ ລາວ.

​ການໃຫ້ຄວາມຊ່ວຍເຫຼືອແກ່ ສປປ ລາວ ໃນຄັ້ງນີ້ ເປັນການຮ່ວມແຮງຮ່ວມໃຈຈາກທຸກພາກສ່ວນຂອງໄທ ແບ່ງອອກເປັນ :

1.ລັດຖະບານໄທ ໃຫ້ການສະຫນັບສະຫນູນເງິນ ແລະ ອຸປະກອນທາງການແພດ ມູນຄ່າລວມ 12,880,000 ບາດ ຫຼື ປະມານ 4,175 ລ້ານກີບ ໂດຍໃນວັນທີ 7 ພຶດສະພາ 2021 ໄດ້ມອບເງິນຊ່ວຍເຫຼືອພ້ອມອຸປະກອນທາງການແພດ ມູນຄ່າ 4,300,000 ບາດ ປະກອບດ້ວຍ : (1) ເງິນສົດ ຈຳນວນ 2,000,000 ບາດ, (2) ຕຽງຄົນເຈັບ ຈໍານວນ 180 ຕຽງ, (3) ຫນ້າກາກອະນາໄມ ຈໍານວນ 50,000 ອັນ,(4) ຊຸດອຸປະກອນປ້ອງກັນຮ່າງກາຍສ່ວນບຸກຄົນ (Personal Protective Equipment: PPE) ພ້ອມອຸປະກອນປ້ອງກັນອື່ນໆ ຈຳນວນ 2,370 ອັນ, (5) ຕູ້ຄວາມດັນບວກສຳລັບການກວດເຊື້ອເຄື່ອນທີ່ ຈຳນວນ 6 ຕູ້ ສຳລັບໂຮງຫມໍແຂວງ ບໍ່ແກ້ວ.

2.​ນອກຈາກນີ້ ພາຍໃນເດືອນພຶດສະພາ 2021 ລັດຖະບານໄທຈະໄດ້ຈັດສົ່ງອຸປະກອນທາງການແພດເພີ່ມເຕີມອີກ ມູນຄ່າ 8,580,000 ບາດ ປະກອບດ້ວຍ : (1) ຊຸດ PPE ຈຳນວນ 2,000 ຊຸດ, (2) ໂຄງການເພຶ່ມຂີດຄວາມສາມາດໃນການກວດເຊື້ອໂຄວິດ 19 ສຳລັບໂຮງຫມໍແຂວງບໍ່ແກ້ວ ແລະ ໂຮງຫມໍແຂວງໄຊຍະບູລີ ໂດຍຕິດຕັ້ງເຄື່ອງກວດຫາເຊື້ອແບບ RT-PCR ພ້ອມເຄື່ອງມື ແລະ DNA/RNA Extract ພ້ອມຊຸດກວດໂຄວິດ 19 ຈຳນວນ 2,500 ຊຸດ, (3) ໃຫ້ການສະຫນັບສະຫນູນອຸປະກອນທາງການແພດ ສຳລັບໂຮງຫມໍແຂວງສະຫວັນນະເຂດ ເຊັ່ນ : ເຄື່ອງກະຕຸ້ນຫົວໃຈໄຟຟ້າ ຊະນິດອັດຕະໂນມັດ (Automated External Defibrillator: AED, ເຄື່ອງຕິດຕາມສັນຍານຊີບ (Patient Monitoring Machine), ເທີໂມມິເຕີ້ ຊິນິດອິນຟຣາເຣດ (Infrared Thermometer), ຊຸດປັບແຮງດັນອອກຊີເຈນ (Oxygen Regulator) ແລະ ເຄື່ອງແທກອອກຊີເຈນ (Pulse Oximeter), (4) ຈັດເຮັດໂຄງການຄຳປຶກສາທາງການແພດອອນໄລ ເພື່ອສົ່ງເສີມປະສິດທິພາບໃນການກວດຫາເຊື້ອ ແລະ ສົ່ງເສີມການຮ່ວມມືລະຫວ່າງໄທ-ລາວ ທັງໃນ ນະຄອນຫຼວງວຽງຈັນ ແລະ ແຂວງທີ່ຕັ້ງຢູ່ໃນບໍລິເວນຊາຍແດນໄທ-ລາວ ໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ 19.

3.​ສະມາຄົມໄທ-ລາວ ເພື່ອມິດຕະພາບ ສະຫນັບສະຫນູນຊຸດ PPE ຈຳນວນ 500 ຊຸດ ແລະ ຫນ້າກາກ N95 ຈຳນວນ 480 ອັນ ມູນຄ່າລວມ 100,000 ບາດ ໂດຍມອບຜ່ານສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳປະເທດໄທ.

4.​ສະຖານເອກອັກຄະຣາຊະທູດໄທ ທີ່ ນະຄອນຫຼວງວຽງຈັນ ແລະ ທີມປະເທດໄທ ເປັນສື່ກາງຮ່ວມກັບສະມາຄົມນັກທຸລະກິດໄທ ໃນ ສປປ ລາວ, ສະພາທຸລະກິດໄທ-ລາວ, ພາກເອກະຊົນໄທພ້ອມທັງປະຊາຊົນຊາວໄທທີ່ອາໄສຢູ່ໃນ ສປປ ລາວ ໃນການລະດົມເງິນ ແລະ ອຸປະກອນທາງການແພດທີ່ຈຳເປັນ ລວມມູນຄ່າປະມານ 3,460,000 ບາດ ຫຼື ປະມານ 1,000 ລ້ານກີບ ເຊິ່ງຈະມອບໃຫ້ແກ່ລັດຖະບານ ສປປ ລາວ ໃນວັນທີ 12 ພຶດສະພາ 2021 ນີ້.

ການມອບເງິນ ແລະ ອຸປະກອນທາງການແພດທັງຈາກລັດຖະບານ, ພາກເອກະຊົນ ແລະ ພາກປະຊາຊົນ ເປັນການສະແດງເຖິງໄມຕີຈິດ ແລະ ຄວາມຫ່ວງໃຍຈາກພີ່ນ້ອງປະຊາຊົນໄທ ຕໍ່ ພີ່ນ້ອງປະຊາຊົນ ສປປ ລາວ ແລະ ຕອກຍ້ຳວ່າ ທຸກພາກສ່ວນຂອງໄທພ້ອມທີ່ຈະສະຫນັບສະຫນູນ ແລະ ດຳເນີນການຮ່ວມກັບ ສປປ ລາວ ໃນຖານະປະເທດເພື່ອນບ້ານໃກ້ຊິດທີ່ມີສາຍພົວພັນພິເສດໃນການຕໍ່ສູ້ ແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ 19 ໃນຄັ້ງນີ້.

ພາບບັນຍາກາດຄົນຖ້າໄປຮັບເຄື່ອງຊ່ວຍເຫລືອຢູ່​ແຖວວິທະຍາເຂດດົງໂດກ

ພາບບັນຍາກາດຄົນຖ້າໄປຮັບເຄື່ອງຊ່ວຍເຫລືອຢູ່​ແຖວວິທະຍາເຂດດົງໂດກ,​ ນະຄອນຫລວງວຽງຈັນ.

ແຕ່ແນວໃດກໍຢ່າລືມພາກັນເວັ້ນໄລຍະຫ່າງແດ່ເດີ້

.

.

.

.

.

.

ອອກມາຊີ້ແຈງແລະແຈ້ງຄວາມແລ້ວກໍລະນີດຣາມາລາວເທິງລາວສູງ

ສະບາຍດີຫມູ່ເພື່ອນຊາວເຟດບຸກທຸກຄົນ ນີ້ອາດເປັນຫລັກຖານຂັ້ນຕົ້ນ ທີ່ຂ້ອຍໄດ້ສະແດງຄວາມບໍລິສຸດຂອງຕົວເອງ

ຈາກເຫດການທີ່ເຟດບຸກຂອງຂ້ອຍ ຖືກຜູ້ບໍ່ຫວັງດີເອົາໄປຕັດຕໍ່ຂໍ້ຄວາມ ຈົນເຮັດໃຫ້ຂ້ອຍເສຍຫາຍ ພໍ່ແມ່ອ້າຍເອື້ອຍນ້ອງ ຕ້ອງເສຍຫນ້າເສຍຕາ ອັບອາຍ ຈົນເຮັດໃຫ້ສັງຄົມເຂົ້າໃຈຜິດດູຖູກດ່າປະຈານ ແຕ່ຂ້ອຍກໍ່ບໍ່ໄດ້ນິ່ງນອນໃຈ ໄດ້ປຶກສາກັບຜູ້ຮູ້ແລະໄດ້ໄປແຈ້ງຕໍ່ເຈົ້າຫນ້າທີ່ ນະຄອນບານ ນະຄອນຫລວງ ເພື່ອເປັນຫລັກຖານ ແລະດຳເນີນການກັບບຸກຄົນທີ່ຕັດຕໍ່ຂໍ້ຄວາມ ຂອງຂ້ອຍ ຈາກນີ້ໄປແມ່ນຂ້ອຍມອບໃຫ້ຕຳຫລວດດຳເນີນການຕາມກົດຫມາຍຂອງບ້ານເມືອງຕໍ່ໄປ ແລະຂ້ອຍເຊື່ອວ່າຕຳຫລວດລາວເກັ່ງ ຕ້ອງຈັບເອົາຄົນຜິດມາຮັບໂທດຈົນໄດ້

ຝາກເຖິງ ເພດ ເຟດ ແລະບຸກຄົນໃດ ທີ່ເຄີຍດ່າເຄີຍປ້ອຍ ດ່າຍາດຕິໂກໂຫຕິກາຂອງຂ້ອຍ ໂດຍຮູ້ເທົ່າບໍ່ເຖິງການ ຕັ້ງໃຈຫລືບໍ່ຕັ້ງໃຈກໍ່ຕາມ ເສບຂ່າວຕ້ອງເສບໃຫ້ມີສະຕິ ຢ່າຮ່າວໄດ້ຮ່າວດ່າ ຢ່າຢຽບເຂົາຈົມດິນ ໂດຍທີ່ພວກເຈົ້າບໍ່ຟັງຫນ້າຟັງຫລັງ ດູຖູກຢຽດຫຍາມເຂົາໂດຍທີ່ເຂົາບໍ່ໄດ້ເປັນຄົນຜິດ ກ່ອນສິຕັດສິນຄົນວ່າຜິດຫລືຊົ່ວ ຕ້ອງຖາມເບີ່ງຕົ້ນສາຍປາຍເຫດ ພິຈາລະນາ ມີສິຕິ ເບີ່ງເຫດແລະຜົນ

.

.

ບໍ່ແມ່ນສອນພວກເຈົ້າເດີ່ ຂ້ອຍເກີດມາແຕ່ນ້ອຍຈົນເຖົ້າຊຳ່ນີ້ນະ ແລະອາຊີບກະເປັນແມ່ຄ້າອອນລາຍຂາຍກະເປົາມາ 6-7 ປີມາລະ ບໍ່ເຄີຍເຈີບັນຫາແບບນີ້ ແລະບໍ່ເຄີຍມີຈິດໃຈສິແບ່ງແຍກ ດູຖູກຊົນເຜົ່າຢ່າງເດັດຂາດ ຂ້ອຍກໍ່ເປັນລູກຊາວໄຮ່ຊາວນາຫາເຊົ້າກິນຄຳ່ບໍ່ເຄີຍລືມກຳພືດຂອງເຈົ້າຂອງ

ເຈີບັນຫາແບບນີ້ ສອນໃຫ້ຂ້ອຍຮູ້ວ່າ ການສຶກສາ ຫລືລຳ່ລວຍ ຊຳ່ໃດ ກໍ່ບໍ່ບອກເຖິງຕົວຕົນ ຄຳເວົ້າອອກຈາກປາກຕ່າງຫາກ ທີ່ບົ່ງບອກເຖິງຕົວຕົນ ຂອງບຸກຄົນນັ້ນ

ແລະຂອບໃຈສຳຫລັບກຳລັງໃຈຂອງພີ່ໆນ້ອງໆລູກໆຫລານໆ ຫມູ່ເພື່ອນ ຄົນຮັກແພງ ທີ່ເຊື່ອໃນໂຕຂ້ອຍແລະໃຫ້ກຳລັງໃຈຢູ່ຄຽງຂ້າງຕະຫລອດມາ

ທີ່ມາ:

ສາທາແຂວງສະຫວັນນະເຂດ ຢັ້ງຢືນແພດໝໍແຂວງບໍ່ໄດ້ຕິດເຊື້ອຕາມທີ່ເປັນຂ່າວ

ຕາມຂ່າວຫນັງສືພິມລາວພັດທະນາລາຍງານໃຫ້ຮູ້ວ່າ: ທ່ານ ຕຽງຄຳ ປ້ອງວົງສາ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງສະຫວັນນະເຂດ ທັງເປັນກອງເລຂາສະເພາະກິດຕ້ານພະຍາດໂຄວິດ-19 ແຂວງໄດ້ອອກມາຊີ້ແຈງໃຫ້ຮູ້ວ່າ: ພາຍຫລັງທີ່ມີສື່ສັງຄົມອອນລາຍໄດ້ເຜີຍແຜ່ຂໍ້ມູນທີ່ບໍ່ມີມູນຄວາມຈິງວ່າແພດໝໍທີ່ໄດ້ສຳພາດໃກ້ຊິດກັບຜູ້ຕິດເຊື້ອກໍລະນີທີ 24 ຂອງແຂວງສະຫວັນນະເຂດ ນາງ ນຸງນິງ ທີ່ກຳລັງປິ່ນປົວຢູ່ແຂວງສະຫວັນນະເຂດ ໄດ້ຕິດເຊື້ອໝົດທຸກຄົນແລ້ວ, ເຊິ່ງຕໍ່ກັບຂໍ້ມູນດັ່ງກ່າວ ທ່ານຮອງຫົວໜ້າພະແນກສາທາລະນະສຸກ ແຂວງ ໄດ້ຢັ້ງຢືນວ່າບໍ່ມີມູນຄວາມຈິງ.

ຂະນະດຽວກັນແພດໝໍຢູ່ໃນຕຶກດັ່ງກ່າວກໍເກີດຄວາມຢ້ານກົວ, ຄິດວ່າຕົນບໍ່ມີການປ້ອງກັນທີ່ດີ ພ້ອມມີການສຳພັດຈຶ່ງເກີດມີຫາງສຽງຕ່າງໆນາໆອອກໄປວ່າແພດໝໍຕິດເຊື້ອໝົດແລ້ວ, ແຕ່ໃນຄວາມຈິງແພດທີ່ສຳພັດໃກ້ຊິດແມ່ນມີແພດຜູ້ທີ່ກວດເຊັກປະຫວັດ, ແພດຊຸກລໍ້ໄປກວດລັງສີ ເອັກສະເລປອດ ແລະ ແພດຕິດຕັ້ງອົກຊີເຈັນ ຈຳນວນ 9 ຄົນ ເຊິ່ງທັງໝົດນີ້ແມ່ນໄດ້ກວດຫາເຊື້ອໝົດແລ້ວ ແລະ ຜົນກວດອອກມາເປັນລົບ ພ້ອມທັງຕິດຕາມອາການໃຫ້ຄົບ 14 ວັນ ເພື່ອກວດເຊື້ອອີກ 2 ວັນຂ້າງໜ້າຈຶ່ງສາມາດມາປະຕິບັດໜ້າທີ່ໄດ້. ສ່ວນຜູ້ຕິດເຊື້ອກໍລະນີທີ 24 ນາງ ນຸງນິງ ແມ່ນຍັງສືບຕໍ່ປິ່ນປົວ ແລະ ເຫັນວ່າອາການເບົາບາງປົກກະຕິດີ.

ວັນທີ 07 ພຶດສະພາ 2021 ສປປ ລາວ ພົບຜູ້ຕິດເຊື້ອໃໝ່ +28 ຄົນ

ສະຫລຸບຫຍໍ້ ສະຖານະການ ໂຄວິດ-19 ໃນມື້ນີ້
ຖະແຫຼງຂ່າວສະຖານະການແຜ່ລະບາດຂອງພະຍາດໂຄວິດ-19​ ປະຈຳວັນ​ທີ​ 7 ພຶດສະພາ​ 2021​ ໃຫ້ຮູ້ວ່າ:​ ກວດພົບຜູ້ເຊື້ອໃຫມ່​ 28 ຕົວຢ່າງ.​

ໃນນັ້ນມີ,

ນະຄອນຫຼວງວຽງຈັນ 10 ຄົນ
ຈໍາປາສັກ​ 4​ ຄົນ
ບໍ່ແກ້ວ 8 ຄົນ
ສາລະວັນ​ 5​ ຄົນ
ແຂວງວຽງຈັນ​ 1 ຄົນ

ລາຍລະອຽດຕ່າງໆຈະແຈ້ງໃຫ້ຮູ້ອີກພາຍຫຼັງ.

ຄະນະຊ່ຽວຊານແພດຈີນ ສ້າງຄວາມໄວ້ວາງໃຈໃຫ້ແກ່ຜູ້ຕິດເຊື້ອຢູ່ ສປປ ລາວ

ວັນທີ 6 ພຶດສະພາເປັນມືທີ່ 3 ຂອງຄະນະຊ່ຽວຊານການແພດຈີນທີ່ມາຊ່ວຍ ສປປ ລາວ ໄດ້ສືບຕໍ່ເຮັດວຽກຢ່າງຕັ້ງໃຈ ເຊິງເຂົາເຈົ້າໄດ້ແບ່ງເປັນຫຼາຍຈຸເພື່ອປະຕິບັດໜ້າທີ່ຂອງໃຜຂອງລາວ. ສໍາລັບຈຸຄຸ້ມຄອງການຕິດເຊື້ອໄດ້ໄປສໍາຫຼວດຢູ່ຫ້ອງວິເຄາະແຫ່ງໜຶ່ງ ໂດຍໄດ້ກວດເບິ່ງຕົວຢ່າງທີ່ເກັບມາ ພ້ອມແລກປ່ຽນຄໍາຄິດເຫັນກ່ຽວກັບການຂ້າເຊື້ອກັບຜູ້ຊ່ຽວຊານຝ່າຍລາວ. ຈາກນັ້ນ,ຈຸດັ່ງກ່າວໄດ້ອົບຮົມດ້ານການຂ້າເຊື້ອ ແລະປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ພະນັກງານຂອງໂຮງແຮມແລນມາກ ເຊິ່ງເປັນໜຶ່ງໃນສະຖານທີ່ຈໍາກັດບໍລິເວນທີ່ກໍານົດໄວ້.

This image has an empty alt attribute; its file name is FB_IMG_1620356491378.jpg

ສໍາລັບຈຸການຄຸ້ມຄອງການລະບາດໄດ້ໄປສໍາຫຼວດຢູ່ບັນດາໂຮງໝໍພາກສະໜາມຄື: ໂຮງໝໍຫຼັກ 27, ໂຮງໝໍລ້ານຊ້າງ ແລະໂຮງໝໍຫ້ວຍຫົງ ເພື່ອກໍາສະພາບ ແລະຈັດລຽງຂັ້ນຕອນວຽກງານຕ່າງໆ ກໍຄືເກັບກໍາຂໍ້ມູນຂອງຜູ້ຕິດເຊື້ອທີ່ກຳລັງປິ່ນປົວ ທັງໄດ້ໃຫ້ຄໍາເຫັນດ້ານວິຊາການເພື່ອປັບປຸງບັນຫາຕ່າງໆອີກດ້ວຍ. ເຖິງແມ່ນວ່າອາກາດຢູ່ລາວຄ່ອນຂ້າງຮ້ອນບວກກັບຄະນະຊ່ຽວຊານລ້ວນແຕ່ໄດ້ໃສ່ຊຸດປ້ອງກັນທາງການແພດທີ່ໜາ ແລະອົບເອົ້າ ເນື່ອງຈາກວ່າເຂົາເຈົ້າຍັງຕັ້ງໃຈສອບຖາມສະພາບຂອງຜູ້ຕິດເຊື້ອດ້ວຍຕົນເອງ, ສະນັ້ນ, ຫຼັງຈາກແລ້ວວຽກຢູ່ໂຮງໝໍໃດໜຶ່ງ ມັກຈະເຫັນຊ່ຽວຊານເຫື່ອໄຫຼອອກຈົນປຽກໝົດໂຕເລີຍ. ນອກນັ້ນ, ຄະນະຊ່ຽວຊານຍັງໄດ້ພາກັນຂຽນຄໍາວ່າ “ລາວສູ້ໆ” “ລາວຊະນະແນ່ນອນ” ຢູ່ເທິງຊຸດປ້ອງກັນ ເພື່ອໃຫ້ກໍາລັງໃຈກັບຜູ້ຕິດເຊື້ອກໍຄືໃຫ້ກໍາລັງໃຈແກ່ແພດໝໍລາວເຊິ່ງກັນແລະກັນ.

ຂ່າວໃຫ້ຮູ້ຕື່ມວ່າ: ຍັງມີຊ່ຽວຊານອີກຈຸໜຶ່ງໄດ້ໄປສໍາຫຼວກວຽກງານຕ່າງໆ ລວມທັງຮູ້ສະພາບການເຂົ້າ-ອອກເມືອງ, ການນໍາເຂົ້າ-ສົ່ງອອກສິນຄ້າ ກໍຄືມາດຕະການປ້ອງກັນໂຄວິດ-19 ຢູ່ດ່ານເຂົ້າ-ອອກເມືອງຢູ່ຂົວມິດຕະພາບ. ນອກນີ້ ຄະນະຊ່ຽວຊານຍັງໄດ້ສັບຊ້ອນເວລາໄປໃຫ້ຄໍາຊີ້ນໍາທາງດ້ານວິຊາການຢູ່ເຂດພັດທະນາກວມລວມໄຊເສດຖາອີກດ້ວຍ.

ຫຼັງຈາກວຽກຂອງຄະນະຊ່ຽວຊານຄ່ອຍໆເຂົ້າທີ່ເຂົ້າທາງ ເຮັດໃຫ້ຜູ້ຕິດເຊື້ອ ບໍ່ວ່າລາວຫຼືຈີນມີຄວາມໄວ້ວາງໃຈຫຼາຍຂຶ້ນ, ຢູ່ໂຮງໝໍສະໜາມຫຼັກ 27 ມີຜູ້ຕິດເຊື້ອເວົ້າກັບຊ່ຽວຊານຈີນວ່າ: ເມື່ອໄດ້ເຫັນພວກທ່ານມາ, ຂ້າພະເຈົ້າກໍຮູ້ສຶກອຸ່ນໃຈ ແລະວາງໃຈເລີຍ.

.

ຂໍ້ມູນ ແລະ ຮູບພາບ: CRI

ເຈນນີ້ ຕົ້ນຄໍາ ທັງງາມທັງໃຈບຸນລະດົມທຶນເພື່ອຊ່ວຍເຫຼືອປະຊາຊົນ.

ດັ່ງທີ່ຮູ້ວ່າໃນປັດຈຸບັນ ການແພ່ລະບາດຂອງພະຍາດໂຄວິດ-19 ໄດ້ແພ່ລາມເປັນວົງກວ້າງໃນທົ່ວໂລກ. ໂດຍສະເພາະ ປະເທດລາວ ມີຍອດຄົນຕິດເຊື້ອໂຄວິດ-19 ເພີ່ມຂຶ້ນທຸກມື້, ເຮັດໃຫ້ຜູ້ໃຈບຸນທັງຫຼາຍອອກມາຊ່ວຍເຫຼືອກັນ. ໜຶ່ງໃນນັ້ນກໍແມ່ນ Miss World Laos ຄົນທຳອິດ ເຈນນີ້ ຕົ້ນຄໍາ ຜູ້ໃຈບຸນ ງາມທັງກາຍ ແລະ ໃຈ ບໍ່ວ່າປະເທດລາວເຮົາ ຈະປະສົບວິກິດ ຫຼື ໄພພິບັດຫຍັງ ເພິ່ນກໍອອກມາຊ່ວຍເຫຼືອຢູ່ເລື້ອຍໆ.

ຫຼ້າສຸດ ເຈນນີ້ ໄດ້ລະດົມທຶນເປັນຈໍານວນເງິນທັງໝົດ 13,320,000 ກີບ ລາວຊ່ວຍລາວຕ້ານໄພໂຄວິດ.

ທັງນີ້ ເຈນນີ້ເອງ ກໍໄດ້ໂພສ ພາບຄວາມປະທັບໃຈຜ່ານຂໍ້ຄວາມທີ່ວ່າ: “ພາລະກິດແພັກເຄື່ອງມື້ນີ້ ສຳເລັດແລ້ວໆ 😊🙏♥️ ນີ້ຄືພະລັງນໍ້າໃຈຂອງຄົນລາວທຸກໆຄົນ ທີ່ອອກມາຊ່ວຍເຫລືອກັນໃນຍາມນີ້ ພວກເຮົາຂໍເປັນສ່ວນຫນຶ່ວ ສ່ວນນ້ອຍໆ ທີ່ຂໍຊ່ວຍເຫຼືອກັນ ຊ່ວຍເຫລືອສັງຄົມ. ເຮົາອອກມາສ້າງພາບຄວາມດີນຳກັນ ສົ່ງພະລັງບວກໃຫ້ກັນແລະກັນ ແລ້ວເຮົາຈະຜ່ານວິກິດນີ້ໄປນຳກັນໄດ້ໄວໆເດີ້ ສາທຸ”

ຂອບໃຈທຸກຄົນ ແລະ ທຸກພາກສ່ວນທີ່ມີນໍ້າໃຈຮັກແພງຊ່ວຍເຫຼືອກັນ ຂໍໃຫ້ທຸກຄົນສຸຂະພາບແຂງແຮງ ສຸກກາຍ ສຸກໃຈ.

.

.

.

ຮູບພາບ: Tonkham Phonchanheuang

ໂດຍ: ທີມຂ່າວບັນເທີງ muan.la

ຜູ້ຊາຍແບບນີ້ທີ່ຜູ້ຍິງຫຼາຍຄົນຕ້ອງການ ເລືອກຄູ່ຜິດຄິດຈົນມື້ຕາຍ

❌❌ເລືອກຄູ່ຜິດຄິດຈົນມື້ຕາຍ❌ຄຳນີ້ເຄີຍໄດ້ຍິນມາຕະຫຼອດ❌
#ມື້ນີ້ຊິອອກມາອວຍຜົວຫຼັງແຕ່ງງານ😱

⭐️ນອກຈາກພໍ່ແລ້ວ….ຜູ້ຊາຍທີ່ເຮັດໃຫ້ໄດ້ທຸກຢ່າງກະຄື :ຜົວ⭐️
…ຄົນທີ່ເຮົາເລືອກ ໃຫ້ເປັນ #ພໍ່ຂອງລູກ👧🏻…….

1.ເປັນຜູ້ຊາຍທີ່ເຮັດວຽກເຮືອນໄດ້ໂດຍບໍ່ເຄີຍຕິເຄີຍອາຍ (ເຮືອນ3ນໍ້າ4ແມ່ນ ພ ເລີຍ)😘ເມຍນິອາຍເລີຍ
2.ເປັນຜູ້ຊາຍທີ່ໃຫ້ກຽດເມຍຕະຫຼອດເວລາ….#ບໍ່ເຄີຍຮ້າຍເຄີຍຈົ່ມ…ມີແຕ່ຟັງເມຍຈົ່ມ😬
3.ເປັນທັງພໍ່ທັງແມ່ໃຫ້ລູກໄດ້…ບໍ່ເຄີຍນີ້ງໃສ່ເມຍ…#ຄັນເອົາລູກເຂົ້າເຕົ້າແທນໄດ້ພໍດີຄົບສູດ55

4.ເປັນຜູ້ຊາຍທີ່ຊື່ຕົງ…#ບໍ່ນອກລູ້ນອກທາງ….ນິແຫຼະຕັ້ງແຕ່ຄົບກັນມາ 5ປີ…..ບໍ່ເຄີຍມີເລື່ອງຜູ້ຍິງໃຫ້ປວດປະສາດ #ເພາະເມຍຄົນດຽວກະເຈັບຫົວພໍແຮງແລ້ວ🤪

5.ເປັນຜູ້ນຳຄອຍໃຫ້ຄຳປຶກສາທີ່ດີ…#ໂດຍສະເພາະຊັບພອດດ້ານການລົງທຶນໃຫ້ເມຍຄ້າຂາຍ🥰🥰
6.ເປັນມາຍເອທີເອັມ😬
7.ເປັນຜູ້ຊາຍຕິດເມຍ….ເວົ້າເລື່ອງໄປກີນເຫຼົ້າກີນເບຍເມຍໄປບໍ່ໄດ້ຄືບໍ່ໄປເລີຍ….#ໄປຄົນດຽວເມຍຊິໂທນຳ555

ຂອບໃຈເດີ້ທີ່ອົດດດດດດດດດດດດມາໄດ້2016 big thx2021

postໄວ້ແຈ້ງເຕືອນທຸກໆປີໃຫ້ລູກເບີ່ງເພື່ອຕອນຜິດກັນຊິໄດ້ກັບມາເບີ່ງ😬………ຮັກຫຼາຍຫັນແຫລະເບີ່ງອອກ

.

ທີ່ມາ: