ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດໃຫມ່ 28ຄົນ

Breaking News ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດໃຫມ່ ພາຍໃນຊຸມຊົນ ວັນທີ 20/04/2021 ຈໍານວນ 28 ຄົນ, ນະຄອນຫຼວງວຽງຈັນ +26 ຄົນ ແລະ ຈໍາປາສັກ +2 ຄົນ.  

ຮອດວັນນີ້ 21 ເມສາ 2021 ຢູ່ ສປປ ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມ ລວມເປັນ 88 ກໍລະນີ.

ຍັງປິ່ນປົວຕົວຈິງຢູ່ໂຮງໝໍ 39 ກໍລະນີ, (ຢູ່ນະຄອນຫຼວງວຽງຈັນ 31, ຈຳປາສັກ 3, ສາລະວັນ 1, ສະຫວັນນະເຂດ 2, ຄຳມ່ວນ 1 ແລະ ບໍລິຄຳໄຊ 1).  ລາຍລະອຽດ ຈະແຈ້ງໃຫ້ຊາບຕື່ມ ຕາມຫລັງ.

  #ຈົ່ງລະມັດລະວັງ