ດ່ວນ!!​!​ ວັນທີ 11 ເມສາ 2021 ສປປ ລາວ ກວດພົບຜູ້ຕິດເຊື້ອໃໝ່ 2 ​ຄົນ.​

ປປ ລາວ ພົບການຕິດເຊື້ອ ໂຄວິດ-19 ໃໝ່ 2 ກໍລະນີ ໃນວັນທີ 11.04.2021 ເປັນສັນຊາດ ໄທ 1 ກໍລະນີ (ກໍລະນີ ທີ 50) ແລະ ສັນຊາດລາວ 1 ກໍລະນີ (ກໍລະນີ ທີ 51). 

#ກໍລະນີທີ 51: ເປັນເພດຊາຍ​ ອາຍຸ​ 41​ ປີ​ ສັນຊາດໄທ ນັກທຸລະກິດ​, ຜູ້ກ່ຽວ ດໍາລົງຊີວິດ ຢູ່ ສປປ ລາວ ໄດ້ 1 ປີ ແລ້ວ ແລະ ບໍ່ໄດ້ຂ້າມໄປ ປະເທດໄທ, ແຕ່ໄດ້ໄປສຳຜັດໃກ້ຊິດ ກັບຄົນໄທ​ ຢູ່ຊາຍແດນ ມີຜູ້ໃກ້ຊິດສຳຜັດ 10​ ຄົນ ກໍາລັງລໍຖ້າ ຜົນການກວດ ຜູ້ໃກ້ຊິດທັງໝົດ.  

#ກໍລະນີທີ່ 52: ເປັນເພດ​ຊາຍ​ ອາຍຸ​ 41​ ປີ ສັນຊາດ​ລາວ​ ເດີນທາງ​ກັບມາຈາກ​ ປະເທດ ມົງໂກລີ ຜ່ານສະໜາມບິນ ອິນຊອນ ສ ເກົາຫຼີ, ມີຜູ້ໃກ້ຊິດສຳຜັດ ທັງໝົດ 31​ ຄົນ ແລະ ກໍາລັງລໍຖ້າຜົນກວດ.

ຈົ່ງສະເຫຼີມສະຫຼອງປີໃໝ່ລາວ ດ້ວຍຄວາມລະມັດລະວັງ !!! ຖ້າທ່ານ ມີອາການສົງໃສ ກ່ຽວກັບການຕິດເຊື້ອໂຄວິດ  ຢ່າລືມ ໂທຫາສາຍດ່ວນ 165, 166 ຕະຫຼອດ 24 ຊົ່ວໂມງ.