ຫວຽດນາມສັ່ງຈຳຄຸກ 10 ປີ ສາວໂພສລົງເຟສບຸກຕໍ່ຕ້ານລັດ

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ່ 30 ມີນາ 2021 ວ່າ ສານປະຊາຊົນໃນແຂວງເລິມດົ່ງ ໃນເຂດພາກກາງຂອງຫວຽດນາມ ໃຊ້ເວລາສືບສວນພຽງວັນດຽວ ແລະປະກາດຄຳພິພາກສາ ເມື່ອວັນອັງຄານໃຫ້ຈຳເລີຍຄືທ່ານ ວູ້ ຕຽນ ຈີ ອາຍຸ 55 ປີ ສັນຊາດຫວຽດນາມ ຊື່ງຖືກຈັບກຸມເມື່ອເດືອນມິຖຸນາປີຜ່ານມາ ຮັບໂທດຈຳຄຸກເປັນເວລາ 10 ປີ

ທັງນີ້ ຈຳເລີຍມີຄວາມຜິດຈິງຖານ ຜະລິດ ຈັດເກັບແຈກຈ່າຍເນື້ອໃນແລະຂໍ້ມູນ ດ້ວຍວັດຖຸປະສົງຂອງການຕໍ່ຕ້ານລັດ ແບ່ງເປັນບົດຄວາມ 338 ອັນ ແລະວິດີໂອ 18 ອັນເທີງເຟສບຸກສ້າງຄວາມເສຍຫາຍ ແລະທຳລາຍສະຖຽນລະພາບຂອງພັກຄອມມູນິດຫວຽດນາມ ແລະໂຄງສ້າງລັດໂດຍລວມ

ອີກຢ່າງ ພັກຄອມມູນິດຫວຽດນາມພາຍໃຕ້ການບໍລິຫານຂອງທ່ານຫງຽນ ຝູ ຈ່ອງ ເລຂາທິການແລະປະທານາທິບໍດີ ຊື່ງຢູ່ໃນອຳນາດຕັ້ງແຕ່ປີ 2018 ຍົກລະດັບມາດຕະການຄວບຄຸມສື່ໃຫ້ມີຄວາມເຂັ້ມງວດຫລາຍຂື້ນຢ່າງຊັດເຈນ ມີການຈັບກຸມ ດຳເນີນຄະດີ ແລະລົງໂທດກັບຜູ້ກະທຳຜິດໃນຄະດີທາງການເມືອງ ເປັນຈຳນວນຫລາຍທີ່ສຸດເປັນປະຫວັດການ

ອົບຮົມສືກສາປາບປາມຄົນສໍ້ລາດບັງຫຼວງໃຫ້ໝົດໄປ

ອົງການກວດກາລັດຖະບານ ແລະ ອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ຮ່ວມກັບ ອົງການສະຫະປະຊາຊາດ ເພື່ອນຕ້ານຢາເສບຕິດ ແລະ ອາຊະຍາກໍາປະຈໍາລາວ (UNODC) ໄດ້ສໍາເລັດຊຸດຝຶກອົບຮົມກ່ຽວກັບວຽກງານສືບສວນ-ສອບສວນທາງດ້ານການເງິນ ໃນຄະດີຖານຕ້ານ.

ການສໍ້ລາດບັງຫຼວງເມື່ອບໍ່ດົນມານີ້ ທີ່ແຂວງຈຳປາສັກ ພາຍໃຕ້ການເປັນປະທານ ແລະ ໃຫ້ກຽດ ມອບໃບຢັ້ງຢືນໂດຍ ທ່ານ ວັນຄໍາ ໄຊວົງສັກ ຄະນະພັກ ຫົວໜ້າກົມຄົ້ນຄວ້າ ແລະ ວາລະສານ ກວດກາ ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ;

ທ່ານ ຟຣານເຊສໂກ້ ແຊັກກີ້ ທີ່ປຶກສາຕ້ານການສໍ້ລາດບັງຫຼວງ ຂອງອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາ ຊະຍາກໍາ ປະຈໍາລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການຝຶກອົບຮົມໃນຄັ້ງນີ້, ນັກສໍາມະນາກອນໄດ້ຮັບຟັງການບັນລະຍາຍຈາກນັກວິທະຍາກອນ ທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບວຽກງານສືບສວນ – ສອບສວນ ເປັນຕົ້ນ ຄວາມຮູ້ພື້ນຖານ ກ່ຽວກັບວຽກງານກວດກາລັດ,

ການສືບສວນ-ສອບສວນການສໍ້ລາດບັງຫຼວງ; ການຕິດຕາມຮ່ອງ ຮອຍຂອງເງິນ, ຊັບສິນທີ່ຖືກລັກໄປ, ແນວຄິດ ແລະ ຂໍ້ກໍານົດທີ່ສໍາຄັນ-ຂັ້ນຕອນທໍາອິດເວລາເປີດ ການດໍາເນີນຄະດີ, ການສ້າງ ຫຼື ລຽງລໍາດັບເວລາ, ການສືບສວນ – ສອບສວນບຸກຄົນທາງດ້ານກົດ ໝາຍ, ການສໍ້ລາດບັງຫຼວງໃນໂຄງການລົງທຶນກໍ່ສ້າງພື້ນຖານໂຄງລ່າງຂອງລັດ.

ພ້ອມນັ້ນ, ຍັງມີ ການຕັ້ງຄໍາຖາມແລກປ່ຽນບົດຮຽນປະສົບການຕົວຈິງ ລະຫວ່າງນັກສໍາມະນາກອນ ແລະ ວິທະຍາກອນ ດ້ວຍບັນຍາກາດຟົດຟື້ນ.

ທ່ານ ວັນຄໍາ ໄຊວົງສັກ ກ່າວວ່າ: ການຝຶກອົບຮົມຄັ້ງນີ້ ເຫັນວ່າຊ່ຽວຊານ, ຄູ-ອາຈານ ແລະ ສໍາມະນາກອນ ລ້ວນແຕ່ມີຄວາມເອົາໃຈໃສ່ຢ່າງຕັ້ງໜ້າ ເຂົ້າໃນການບັນລະຍາຍ-ຖ່າຍທອດຄວາມຮູ້ປະ ສົບການໃນການສົນທະນາແລກປ່ຽນຢ່າງຟົດຟື້ນ ແລະ ຮັບຜິດຊອບສູງ,

ເຮັດໃຫ້ຜູ້ເຂົ້າຮ່ວມສາມາດ ຮຽນຮູ້ບົດຮຽນ ແລະ ປະສົບການອັນໃໝ່ເພີ່ມຕື່ມກ່ຽວກັບວຽກງານສືບສວນ-ສອບສວນ ທາງດ້ານການ ເງິນ ໃນຄະດີຖານຕ້ານການສໍ້ລາດບັງຫຼວງ

ພ້ອມນີ້ກໍຮຽກຮ້ອງມາຍັງນັກສຳມະນາກອນທັງໝົດ ຈົ່ງ ສືບຕໍ່ນຳເອົາບົດຮຽນ ແລະ ປະສົບການຈາກການຝຶກອົບຮົມໃນຄັ້ງນີ້ ໄປສືບຕໍ່ຄົ້ນຄວ້າ ແລະ ຜັນຂະ ຫຍາຍເຂົ້າໃນວຽກງານຂອງຕົນໃຫ້ໄດ້ຮັບໝາກຜົນດີຂຶ້ນເປັນກ້າວໆ.

ຂ່າວ: ກວດກາລັດຖະບານ

ອີດູສົງສານ ຊາວກະຫຼ່ຽງມຽນມາ ໜີໄພສົງຄາມມາໄທ ແຕ່ຖືກທະຫານໄທຂວາງໄວ້. (ອົດຫິວ)

ທະຫານໄທ ໄລ່ຕ້ອນຊາວກະຫຼ່ຽງ ທີ່ໜີຕາຍຈາກການສູ້ຮົບໃນມຽນມາໃຫ້ຂ້າມນ້ຳສາລະວິນ ກັບໄປຝັ່ງຂອງຕົນບໍລິເວນທີ່ຕິດກັບຈັງຫວັດແມ່ຮ່ອງສອນ.

ມີການຢັງໜາມໝາກຈັບກັ້ນຕາຝັ່ງບໍ່ໃຫ້ກະຫຼ່ຽງຂຶ້ນໄດ້ ແລະໃຊ້ປືນຂູ່ກົດດັນເຂົາເຈົ້າ ທີ່ມີທັງຜູ້ເຖົ້າ ຜູ້ຍິງ ເດັກນ້ອຍ ກວ່າ 2.000 ຄົນ ຕ້ອງຖອຍລົ້ນກັບໄປອັ່ງອໍກັນ ຢູ່ຮິມຕາຝັ່ງເບື້ອງຕົນ ທັງໆທີ່ບໍ່ກ້າຂຶ້ນຝັ່ງກັບເຂົ້າໄປປະເທດ ເພາະຢ້ານຖືກລູກຫຼົງຈາກການສູ້ຮົບລະຫວ່າງທະຫານຝ່າຍລັດຖະບານ ກັບກຸ່ມຕິດອາວຸດຊາວກະຫຼ່ຽງ.

ນັກເຄື່ອນໄຫວ ໄດ້ພາກັນກ່າວປະນາມພຶດຕິກຳຂອງທະຫານໄທ.

.

.

.

.

Cr: https://www.bbc.com/thai/thailand-56564707

ແຈ້ງໃໝ່! ຫຼວງພະບາງຈະຈັດບຸນປີໃໝ່ລາວ ພຽງ 3 ມື້ເທົ່ານັ້ນ

ເນື່ອງຈາກຍັງມີສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ຊຸມຊົນຕ່າງໆໃນຂອບເຂດທົ່ວໂລກ ກໍ່ຄືປະເທດໃກ້ຄຽງ ຍັງສືບຕໍ່ແຜ່ລະບາດໃນລະດັບຕ່າງໆ.

ສະນັ້ນ, ໃນການຈັດຕັ້ງສະຫຼອງປີໃໝ່ປີນີ້ ທົ່ວປວງຊົນລາວບັນດາເຜົ່າ ຕ້ອງໄດ້ສືບຕໍ່ປະຕິບັດມາດຕະການຕ່າງໆ ໃນການປ້ອງກັນການແຜ່ລະບາດພະຍາດດັ່ງກ່າວ ທີ່ລັດຖະບານໄດ້ວາງອອກໃນແຕ່ລະໄລຍະຜ່ານມາດ້ວຍຄວາມເປັນເຈົ້າການ ໂດຍເອົາໃຈໃສ່ບາງຈຸດສຸມຕົ້ນຕໍດັ່ງນີ້:

ກໍານົດວັນພັກສະຫຼອງປີໃໝ່ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ ແຕ່ວັນທີ 14, 15, ແລະ 16 ເມສາ 2021, ການຈັດຕັ້ງສະຫຼອງບຸນປີໃໝ່ລາວໃຫ້ປະຕິບັດໃນຂອບຮີດຄອງປະເພນີ ແລະ ຂະນົບທໍານຽມອັນດີງາມເຊິ່ງຈັດຂຶ້ນຢູ່ພາຍໃນຄອບຄົວ, ສໍານັກງານ, ອົງການ, ວັດວາອາຮາມ ແລະ ສະຖານທີ່ສັກກະລະບູຊາຕ່າງໆ (ການບາສີສູ່ຂັວນ, ການສົງພະຕ່າງໆ, ກິດຈະກຳທີ່ບໍ່ໃຫ້ດໍາເນີນໃນຊ່ວງໄລຍະປີໃໝ່ ມີ: ການສະແດງສິລະປະດົນຕີຢູ່ຕາມວັດວາອາຮາມ, ສະຖານທີ່ສາທາລະນະຕ່າງໆ ລວມທັງຢູ່ຕາມຫາດ (ແຄມນໍ້າ); ການຫົດນໍ້າກັນດ້ວຍນໍ້າເປື້ອນ, ນໍ້າສີ ຫຼື ນໍາໃຊ້ພາຫະນະ, ອຸປະກອນອື່ນໆ ເພື່ອຫົດນ້ໍາຄົນອື່ນ ຢູ່ຕາມຖະໜົນຫົນທາງ ແລະ ສະຖານທີ່ຕ່າງໆ: ງານສະເເດງດົນຕີ (ຄອນເສີດ), ງານປະກວດນາງສັງຂານ, ແຫ່ນາງສັງຂານ, ການຈັດງານຕະຫຼາດນັດ (ຍົກເວັ້ນຢູ່ຕາມສະຖານທີ່ ທີ່ລັດໄດ້ກໍານົດໄວ້);

ພ້ອມກັນນີ້, ຍັງໃຫ້ເພີ່ມທະວີລາດຕະເວນຢູ່ຕາມບໍລິເວນຊາຍແດນ, ເຄື່ອນໄຫວເວນຍາມຕາມສໍານັກງານ-ອົງການ ແລະ ຕາມບ້ານຊ່ອງຕ່າງໆ, ຕິດຕາມຄົນເຂົ້າອອກດ່ານຕ່າງໆຢ່າງເຄັ່ງຄັດ ເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃຫ້ເປັນປົກກະຕິດີ ແລະ ເນັ້ນໜັກໃຫ້ຄະນະສະເພາະກິດສະກັດກັ້ນ ແລະ ປ້ອງກັນໂຄວິດ-19 ແຕ່ລະຂັ້ນ ສືບຕໍ່ປະຕິບັດໜ້າທີ່ຂອງຕົນດ້ວຍມາດຕະການຕ່າງໆ ເພື່ອແນໃສ່ຮັບປະກັນບໍ່ໃຫ້ມີການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະບຸນປີໃໝ່

Cr: FM90

ຈັບໜຸ່ມລາວທີ່ກໍ່ເຫດຄາດຕະກຳຢູ່ປະເທດໄທ

ວັນທີ 30 ມີນາ 2021 ສຳນັກຂ່າວສະຍາມລັດ ລາຍງານວ່າ: ວັນທີ 29 ມີນາ ທີ່ຜ່ານມາ ທ້າວ ບັງລອນ ວັນເສນາ ອາຍຸ 40 ປີ ເຊິ່ງເປັນຄົນລາວທີ່ຍ້າຍໄປອາໄສຢູ່ ໜອງຄາຍ ໄດ້ໄລ່ເອົາມີດຟັນສອງລຸງຫຼານ ຈົນເຮັດໃຫ້ຜູ້ເປັນລຸງອາຍຸ 43 ປີ ເສຍຊີວິດຄາທີ່ ສ່ວນຫຼານອາຍຸ 32 ປີ ແມ່ນໄດ້ຮັບບາດເຈັບ, ເຊິ່ງເຫດການດັ່ງກ່າວໄດ້ເກີດໃນຊ່ວງເວລາ 17:30 ນາທີ ຂອງວັນທີ 29 ມີນາ ທີ່ຜ່ານມາ.

ຫຼັງກໍ່ເຫດ ທ້າວ ບັງລອນ ກໍໄດ້ຫຼົບໜີໄປ, ໃນເວລາຕໍ່ມາ ປະມານ 20:30 ນາທີ ຕຳຫຼວດຢູ່ໜອງຄາຍໄດ້ຮັບແຈ້ງພົບສົບຜູ້ເສຍຊີວິດອີກ 2 ລາຍ ເຊິ່ງຫ່າງຈາກຈຸດທຳອິດ 100 ແມັດ, ສ່ວນຜູ້ເສຍຊີວິດອີກ 2 ລາຍ ແມ່ນພົບຢູ່ໃກ້ກັບສວນຢາງພາລາ ຜູ້ເສຍຊີວິດເປັນຊາຍອາຍຸ 47 ປີ ແລະ ໃກ້ກັນປະມານ 10 ແມັດ ແມ່ນພົບສົບ ເມຍ ຂອງທ້າວ ບັງລອນ ອາຍຸ 45 ປີ, ຫຼັງກໍ່ເຫດ ທ້າວ ບັງລອນ ກໍໄດ້ຫຼົບໜີໄປ.

ທ້າວ ບັງລອນ ວັນເສນາ ໄດ້ຍ້າຍມາດຳລົງຊີວິດຢູ່ໜອງຄາຍ ຕັ້ງແຕ່ຍັງນ້ອຍ ພ້ອມເຮັດອາຊີບຮັບຈ້າງທົ່ວໄປ, ສ່ວນແຮງຈູງໃຈ ຫຼື ສາເຫດທີ່ເຮັດໃຫ້ກໍ່ເຫດໃນຄັ້ງນີ້ແມ່ນຍັງບໍ່ຮູ້ສາເຫດ.

ໃນຕອນເຊົ້າຂອງມື້ນີ້ (ວັນທີ 30 ມີນາ 2021) ເພຈຂ່າວອອນລາຍໜອງຄາຍ ໄດ້ໂພສວ່າ: ເວລາ 7:30 ນາທີ, ເຈົ້າໜ້າທີ່ຕໍາຫຼວດໜອງຄາຍ ແລະ ໜ່ວຍງານທີ່ກ່ຽວຂ້ອງ ໄດ້ຈັບກຸມ ທ້າວ ບັງລອນ ວັນເສນາ ຂະນະທີ່ກຳລັງຍ່າງຕີນເປົ່າຢູ່ຕາມແຄມທາງ. ສຳລັບລາຍລະອຽດເພີ່ມເຕີມແມ່ນຍັງຢູ່ໃນການສອບສວນຕາມຂັ້ນຕອນຕໍ່ໄປ.

ຮຽບຮຽງຂ່າວ: ສີຕາວັນ Laopost.com

  • ມື້ດຽວ ສປປ ລາວ ເກີດແຜ່ນດິນໄຫວ 4ຄັ້ງ ແຮງສຸດ 4.5ຣິກເຕີ

    ລາຍງານສະພາບການເກີດແຜ່ນດິນໄຫວ ໃນຄັ້ງວັນທີ 29 ມີນາ 2021 ເວລາ 8:20 ໂມງ ຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວປະເທດເຊິ່ງໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍ ໃນປະເທດລາວ ຈຳນວນ 4 ຄັ້ງ, ໃນບໍລິເວນ ພາກເໜືອ ຂອງປະເທດລາວ ລາຍລະອຽດຂອງການເກີດແຜ່ນດິນໄຫວຄື:

    ໃນເວລາ 08:29:35 ໂມງ, ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 19.447°N ແລະ ເສັ້ນແວງທີ່ 101.292°E ຄວາມແຮງສັ່ນສະເທືອນວັດແທກໄດ້ 2.4 ຣິກເຕີ ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ 10 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ບ້ານ ສາລາ, ເມືອງ ໄຊສະຖານ ແຂວງ ໄຊຍະບູລີ ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງໄຊສະຖານ ປະມານ 11 ກິໂລແມັດ.

    ໃນເວລາ 11:00:43 ໂມງ ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 18.815°N ແລະ ເສັ້ນແວງທີ່ 103.067°E ຄວາມແຮງສັ່ນສະເທືອນວັດແທກໄດ້ 3,1 ຣິກເຕີ້ ເຊິ່ງມີຄວາມເລີກຈາກເທິງໜ້າດິນ ປະມານ 10 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ບ້ານ ຫໍ້ໃຕ້ ເມືອງ ເຈົ້າອະນຸວົງ, ແຂວງ ໄຊສົມບູນ ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງ ເຈົ້າອະນຸວົງ ປະມານ 10 ກິໂລແມັດ.

    ໃນເວລາ 11:04:12 ໂມງ ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 19.079°N ແລະ ເສັ້ນແວງທີ່ 103.111°E ຄວາມແຮງສັ່ນສະເທືອນວັດແທກໄດ້ 3.9 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນ ປະມານ 10 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ບ້ານ ຫຼວງພັນໄຊ, ເມືອງອະນຸວົງ ແຂວງ ໄຊສົມບູນ ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງອະນຸວົງ ປະມານ 20 ກິໂລແມັດ.

    ເຫຼືອເຊື່ອ ໜຸ່ມຟິລິບປິນ ມັກເຈັບແສບທີ່ໜ້າເອິກ ສຸດຊອ໋ກໄປກວດສຸຂະພາບມີມີດຢາວ 4 ນີ້ວສຽບຢູ່ຊ່ອງເອິກມານານເປັນປີ

    ຂ່າວລາຍງານຈາກ Around the World ວ່າທ້າວ ໄຣອັນ ໂຕເມົາ ອາຍຸ 25 ປີ ໄປກວດສຸຂະພາບ ແລະ ເອັກສະເຣ ເພື່ອເຂົ້າສະໝັກວຽກໃນບໍລິສັດແຫ່ງໜື່ງໃນເມືອງ Agusan Del Sur ແຕ່ກໍ່ຕ້ອງສຽວສັນຫຼັງເມື່ອແພດບອກວ່າພົບອຸປະກອນປາຍແຫຼມຄ້າຍຄືມີດປັກຄາຢູ່ໃນເອິກຂອງລາວທີ່ໃກ້ກັບປອດຂ້າງໜື່ງ

    ເຊີ່ງ ໄຣອັນ ໂຕເມົາ ໄດ້ໃຫ້ສຳພາດກັບສື່ວິທະຍຸທ້ອງຖີ່ນວ່າ ລາວຮູ້ສຶກເຈັບທີ່ໜ້າເອິກບາງຄັ້ງຄາວ ໂດຍສະເພາະໃນມື້ທີ່ມີອາກາດທີ່ໜາວເຢັນ ແຕ່ກະບໍ່ໄດ້ຄິດວ່າໂຕເອງເປັນໂລກຫຍັງ ແລະ ບໍ່ເຄີຍຄິດວ່າຈະມີມີດປັກຢູ່ພາຍໃນເອິກຂອງລາວ ແລະ ລາວຍັງບອກກັບແພດອີກວ່າ ລາວເຄີຍຖືກແກ໋ງໄວລຸ່ນໃຊ້ມີດແທງເຂົ້າທີ່ໜ້າເອິກ ເມື່ອເດືອນ ມັງກອນ ປີ 2020 ແລະ ຖືກນຳໂຕສົ່ງໂຮງໝໍໃນສະພາບບາດເຈັບສາຫັດ ແຕ່ສຸດທ້າຍໝໍກໍ່ຊ່ວຍຊີວິດເອົາໄວ້ໄດ້ ແລະ ສາມາດລອດຊີວິດມາໄດ້ ພ້ອມຍັງເຂົ້າໃຈມາຕະຫຼອດວ່າໝໍຄົງຈະກວດກະອຽດແລ້ວ ວ່າບໍ່ມີສີ່ງຜິດປົກກະຕິໃນຮ່າງກາຍຂອງລາວ

    ຈື່ງອານຸຍາດໃຫ້ອອກໂຮງໝໍໄດ້
    ແນວໃດກໍ່ຕາມລາວບໍ່ໄດ້ຄິດຈະຮ້ອງຟ້ອງເອົາຜິດກັບທ່ານໝໍຄົນດັ່ງກ່າວ ແລະ ຍັງປະຕິເສດບໍ່ບອກຊື່ໂຮງໝໍອີກດ້ວຍ ສີ່ງດຽວທີ່ລາວຕ້ອງການໃນຕອນນີກໍ່ຄືຮີບຟ້າວຜ່າຕັດເອົາມີດອອກຈາກຮ່າງກາຍລາວໃຫ້ໄວທີ່ສຸດ ເພື່ອຈະໄປສະໝັກງານໃນເມືອງໃດກໍ່ໄດ້
    ບໍ່ຮູ້ວ່າ ໄຣອັນ ໂຕເມົາ ມີຂອງດີແມ່ນຫຍັງ ຈື່ງໄດ້ມີຊີວິດລອດມາໄດ້ຈົນມາຮອດທຸກມື້ນີ້

    ກົດເບີ່ງຄຣິບ

    ຢາກໃຫ້ແມ່ໆທັງຫຼາຍຕ້ອງອ່ານ…!!! ຢ່າຖືເບົາກັບເລື່ອງແບບນີ້ເດັດຂາດ

    ເກີດມາໃນຊີວິດບໍ່ເຄີຍຍ້ານຫຍັງເທົ່ານີ້ມາກ່ອນ ແມ່ທັງໄຫ້ທັງຮ້ອງ ລູກຄືສິເຈັບແສນທໍລະມານ ສິມາເຕືອນສະຕິແມ່ທຸກຄົນ ແລະໂຕເອງນຳ ໃຫ້ລະມັດລະວັງ ຢ່າຖືເບົາກັບເລື່ອງແບບນີ້ເດັດຂາດ ຕໍ່ໄປນີ້ ຂ້ອຍສິບໍ່ຂໍເຮັດອີກເປັນເທື່ອທີ່ສອງ ເລື່ອງມີຢູ່ວ່າ ເລີ້ມຕົ້ນຄືກາງຄືນຂອງມື້ນັ້ນລູກແຄ່ຄີງຮຸ່ມໆແຕ່ລາວຫລິ້ນປົກກະຕິ ກໍໃຫ້ກິນຢາຊາລາ ແລ້ວມື້ອື່ນເຊົ້າຕໍ່ມາລາວກໍເຊົາ ແຕ່ລາວຈ່ະບໍ່ກິນເຂົ້າ ເພາະຄິດວ່ານ່າຈ່ະເປັນນຳເດີນທາງມາໄກ (ທ່າແຂກ-ນະຄອນຫລວງ)

    ແຕ່ກິນນົມດີ ແລ້ວໃນມື້ນັ້ນຄວາມວ່າແມ່ນີ້ຄິດວ່າລູກບໍ່ເປັນຫຍັງແລ້ວເລີຍພາໄປຫລິ້ນວັງວຽງ ຕອນປະມານທ່ຽງຮອດວັງວຽງ ຄີງກໍກັບມາຮຸ່ມໆອີກ ແຕ່ກະລ້າເລີງມ່ວນຫົວ ກິນນົມປົກກະຕິ .. ຕໍ່ມາ ປະມານ 15:00 ລາວເລີ້ມສໍ້ແລະຮາກ ຄີງກະຍັງຮຸ່ມຢູ່ບໍ່ຮ້ອນ .. ແລະ ປະມານ 17:00 ລາວເລີ້ມໂຕຮ້ອນແຮງ ກະວ່າສິພາກັນກັບນະຄອນຫລວງ ລົມກັນນຳແມ່ຕູ້ກາຟິວ ແມ່ວ່າ: ລູກຄືສິຫນາວ ເພາະລາວຄືເຫມື່ອຍໆ ຄີງຮ້ອນປ້ອນຢາເບີ່ງ ຂ້ອຍກະຈັບລາວມາປ້ອນຢາ

    ແຕ່ສີ່ງທີ່ຂ້ອຍສັງເກດລູກໄດ້ຕອນນັ້ນຄື ການປ້ອນຢາໃຫ້ລາວກິນມັນລາບລື່ນເກີນໄປເພາະປົກກະຕິລູກສິບໍ່ຍອມກິນຢາແບບງ່າຍດາຍເດັດຂາດ ແຕ່ນີ້ລາວຍອມກິນແບບບໍ່ມີການຂັດຂືນໃດໆ ມືເບື້ອງຊາຍລາວກະຕຸກ ກຳແບ ກຳແບ ຕາລາວແນມແຕ່ຕາແມ່ຢ່າງດຽວ ຂ້ອຍວ່າລູກບໍ່ປົກກະຕິແລ້ວ ຄ້ຽວໂຄ້ງກັບໄປໂຮງຫມໍເມືອງວັງວຽງ ຄິດແຕ່ຢ່າງດຽວຕອນນັ້ນຄືຕ້ອງໄປໃຫ້ທັນມືຫມໍໃຫ້ໄວທີສຸດ ໂຊກດີທີ່ຕອນນັ້ນຂ້ອຍຢູ່ຫ່າງຈາກໂຮງຫມໍບໍ່ໄກ (ຂ້ອຍຢູ່ແຖວບ່ອນຂາຍໂລຕີຫນ້າວັດ ຫ່າງຈາກໂຮງຫມໍປະມານ 200-300ແມັດ)

    ຕອນນັ້ນຂ້ອຍຟ້າວພາລູກເຂົ້າຫ້ອງສຸກເສີນ ໂຊກດີທີ່ຕອນນັ້ນມີຫມໍໃຫ່ຍ ຫລາຍທ່ານເຝົ້າຢູ່ ອາການຂອງລູກຕອນນັ້ນແມ່ນມີອາການກະຕຸກແຂນທັງສອງຂ້າງເລີ້ມແຮງຂື້ນຈົນເປັນກະຕຸກຫມົດຕົນໂຕ ຂາເກັງ ມືກະຕຸກ ຕົນໂຕກຳ ປາກກຳ ນ້ຳລາຍໄຫລອອກມາ ຫົວໃຈຂ້ອຍຕອນນັ້ນຄືສິສະລາຍ ເພາະທຸກຢ່າງມັນໄວໄປຫມົດ ຂ້ອຍເຮັດຫຍັງບໍ່ໄດ້ເລີຍໄດ້ແຕ່ໄຫ້ແລະຈັບມືລູກ ເອີ້ນຊື່ລູກ ແລ້ວປະມານ 10ນາທີໄດ້ ອາການຊັກຂອງລາວເລີ້ມຫລຸດລົງລາວກະເລີ້ມໄຫ້ສຽງດັງຂື້ນ ດັງຂື້ນ ດັງຂື້ນເລື້ອຍໆ ຈົນເປັນຄັ້ງແລກທີ່ແມ່ຄົນນີ້ໄດ້ຍິນສຽງລູກໄຫ້ແລ້ວດີໃຈທີ່ສຸດ

    ຢາກໄຫ້ລູກໄຫ້ອອກມາດັງໆ ເພາະ 10ນາທີ ລູກບໍ່ມີສຽງໄຫ້ອອກຈາກປາກລາວເລີຍ … ຕໍ່ມາອາການລາວເລີ້ມດີຂື້ນລາວໄຫ້ຈົນເມື່ອຍແລ້ວລາວກໍຫລັບຄາເອີກແມ່ ແລ້ວຂ້ອຍກໍພາລູກຂື້ນລົດໂຮງຫມໍຈາກວັງວຽງຍ້າຍມາມະໂຫສົດ ຕະຫລອດໄລຍະທາງແຕ່ໂຮງຫມໍວັງວຽງຈົນຮອດໂຮງຫມໍມະໂຫສົດ ລູກຫລັບຍາວຈົນສຸດທາງ(ຫມໍວ່າເພາະລິດຂອງຢາທີ່ຊ່ວຍລາວຕອນນັ້ນເຮັດໃຫ້ລາວຢາກນອນ) ມາຮອດໂຮງຫມໍມະໂຫສົດຕອນນີ້ ທາງໂຮງຫມໍເພີ່ນກະເບີ່ງແຍງດີ .. ກາຟິວຕອນນີ້ຄືມີອາການໄຂ້ຢູ່ບາງຄັ້ງ ແຕ່ຕອນລາວຕື່ນມາລາວກໍລ້າເລີງຍິ້ມແຍ້ມ ກິນນົມປົກກະຕິ ……..

    ສະຫລຸບອາການຂອງກາຟິວແມ່ນ ໄຂ້ຂື້ນສູງແລ້ວຊັກໂຕເກງ ບໍ່ມີອາການແຊກຊ້ອນໃດໆ ຫມໍສັນນິຖານເລີ້ມຕົ້ນວ່າ ອາດຈະເປັນ ໂລກບ້າຫມູ , ເຍື່ອສະຫມອງໂປ່ງ , ເປັນຝີໃນສະຫມອງ , ຫລືມີການກະທົບຫົວ .. ແຕ່ທັງຫມົດທັງມວນແມ່ນເອົາເລືອດໄປປູກຖ່າຍແລ້ວຄືບໍ່ໄດ້ເປັນຫຍັງຫມົດ .. ຫມໍວ່າ ມີແຕ່ໄຂ້ຂື້ນສູງແລ້ວ ເຮັດໃຫ້ຊັອກ … ອາການນ່າເປັນຫ່ວງຂອງກາຟິວຄື ຖ້າໄຂ້ຄັ້ງຕໍ່ໄປ ລາວອາດຈ່ະມີອາການຊັກແບບນີ້ກັບມາອີກ ໃຫ້ລະວັງຄືບໍ່ຕ້ອງຊື້ຢາກິນເອງ ຖ້າຄີງຮຸ່ມແມ່ນພາໄປໂຮງຫມໍທັນທີ່ …

    ຂໍບອກເລີຍວ່າ ກາຟິວໄຂ້ຂື້ນສູງບໍ່ຮອດ 30ນາທີ ແລ້ວລາວຊັອກເລີຍ ເພາະສະນັ້ນຖ້າສົມມຸດຕອນນັ້ນຂ້ອຍຢູ່ໄກຈາກໂຮງຫມໍ ແລະ ເອົາລູກມາໂຮງຫມໍບໍ່ທັນ ຂ້ອຍບໍ່ຢາກຄິດເລີຍວ່າສິເກີດຫຍັງຂື້ນແນ່ ສະນັ້ນຢາກໃຫ້ທຸກຄົນມີສະຕິຫລາຍໆກັບເດັກທີ່ເວົ້າຍັງບໍ່ເປັນ ເພາະເຮົາບໍ່ຮູ້ວ່າລູກເຈັບບ່ອນໃດແດ່ ໃຫ້ສັງເກດລູກຫລາຍໆ ຂ້ອຍໂຊກດິຄືຂ້ອຍສັງເກດລາວທັນເວລາກ່ອນທີ່ລາວສິຊັກແຮງ ມັນບໍ່ມີຫຍັງແນ່ນອນອີ່ຫລີ ຂ້ອຍຍ້ານ ແລະ ຍ້ານທີ່ສຸດ ມັນເກີດຂື້ນແບບບໍ່ໄດ້ຕັ້ງໃຈ ໃຫ້ມີສະຕິກັບລູກນ້ອຍຫລາຍໆ ຢ່າຖືເບົາ

    ຂໍໂທດຜົວ Yo Phimmasenh ທີ່ເຮັດໃຫ້ລູກເຈີເລື້ອງແບບນີ້ ຂອບໃຈທຸກຄົນທີ່ເປັນຫ່ວງກາຟິວ ຕອນນີ້ກາຟິວປອດໄພແລ້ວ ຍິ້ມຫົວແລ້ວເດີ

    ເມືອງບໍ່ແຕນ ແຂວງໄຊຍະບູລີ ທຳລາຍອາຫານທະເລ.

    ໃນຕອນເຊົ້າຂອງວັນທີ 26 ມີນາ 2021 ນີ້ ຫ້ອງການອຸດສະຫະກຳ ແລະ ການຄ້າເມືອງ ບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດພິທີທຳລາຍອາຫານທະເລສົດ ແລະ ແຊ່ງແຂງ ຂຶ້ນຢູ່ທີສະໜາມຖີ້ມຂີ້ເຫຍື້ອຂອງເມືອງ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຊູ ໄຊຍະພູມ ຮອງຫົວໜ້າອຸດສະຫະກຳ ແລະ ການຄ້າເມືອງ ພ້ອມດ້ວຍພະນັກງານວິຊາການຫ້ອງການທີ່ກ້ຽວຂ້ອງເຂົ້າຮ່ວມຢ້າງພ້ອມພຽງ ໂດຍການປະຕິບັດຕາມແຈ້ງການຂອງພະແນກອຸດສະຫະກຳ ແລະ ການຄ້າແຂວງໄຊຍະບູລີສະບັບເລກທີ 2240/ອພຄ,ຊຍ

    ວ່າດ້ວຍການຫ້າມນຳເຂົ້າຊົ່ວຄາວອາຫານທະເລທຸກປະເພດສົດ ແລະ ແຊ່ງແຂງ ຈາກຣາດຊະອານາຈັກໄທ ແລະ ປະຕິບັດຕາມແຈ້ງການຂອງທ່ານເຈົ້າເມືອງບໍ່ແຕນ ສະບັບເລກທີ 547/ຈມ,ບຕລົງວັນທີ 25 ທັນວາ 2020 ວ່າດ້ວຍການສືບຕໍ່ປະຕິບັດມາດຕະການຜ່ອນຜັນ ແລະ ປ້ອງກັນຄວບຄຸມສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ19

    ດັ່ງນັ້ນໃນວັນທີ 23 ມີນາ 2021 ຫ້ອງການອຸດສະຫະກຳ ແລະ ການຄ້າເມືອງໄດ້ສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງລົງກວດກາຕົວຈິງຢູ່ຕາມຮ້ານອາຫານຕ່າງ ໃນທົ່ວເມືອງບໍ່ແຕນ ເຊິ່ງສາມາດກວດພົບ ແລະ ຍຶດອາຫານທະເລທີ່ຫ້າມນຳເຂົ້າ ແລະ ຈຳນ່າຍໄດ້ດັ່ງນີ້:

    ປາມຶກ 4 ຖົງ , ກຸ້ງ 5 ກິໂລ ແລະ ປູມ້າ 2 ກິໂລ ລວມມູນຄ່າທັງໝົດ 350 000 ກີບ ມາຮອດວັນທີ 26 ມີນາ 2021 ນີ້ຈຶ່ງໄດ້ຈັດພິທີທຳລາຍສິນຄ້າຕ້ອງຫ້າມດັ້ງກ່າວ.

    ຂ່າວ: ບຸນເລີດ ໄຊຍະລາດ News.XBL

    ຢ່າເລື່ອນຜ່ານ! ວອນຂໍຄວາມຊ່ວຍເຫຼືອດ້ວຍ ໄຟໃຫມ້ບ້ານເອົາຫຍັງກະບໍ່ທັນເລີຍມີແຕ່ເຄື່ອງນຸ່ງຄາຄີງ.

    ຜູ້ໃຊ້ເຟາບູກຊື່ Sonthaya Vannasouk  ໄດ້ໂພສວ່າ: ຂໍຄວາມຊ່ວຍເຫຼືອແນ່ໝູ່ຄູ່ທຸກບ້ານໝູ່ສະນິດ Nim Sinakhalin Thammavong ຂ້ອຍໄຟໃຫມ້ເອົາຫຍັງກະທັນ ມີແຕ່ເຄື່ອງນຸ່ງຄາຄີງ ຊ່ວຍຜູ້ລະເລັກລະນ້ອຍກະໄດ້ ບ້ານພໍ່ເພັດ Khamphet Tmv

    .

    .

    #ຊ່ວຍເພີ່ນແນ່ຜູ້ລະເລັກຜູ້ລະໜ້ອຍ

    .

    .

    ບັນຊີຜູ້ເຄາະຮ້າຍສຳລັບໃຜຢາກຊ່ວຍ.

    Facebook ຜູ້ເຄາະຮ້າຍ

    ເປັນກຳລັງໃຫ້ຜ່ານເຫດການນີ້ໄປໄວ້ໆເດີ

    ຄລິບ