ຂປລ.ອ້າງຕາມຂ່າວ ປັກກິງຂອງ ຈີນ, ວັນທີ 14 ເດືອນມີນາ, ສື່ຂອງຈີນ ລາຍງານວ່າ ເມື່ອຈີນ ສາມາດ ຈັດຕັ້ງ ສະຖານີວິໄຈ ຢູ່ເທິງດວງຈັນ ໄດ້ຮຽບຮ້ອຍແລ້ວ, ຈີນ ຈະໃຫ້ ນັກບິນ ອາວະກາດ ປະຕິບັດໜ້າທີ່ ຢູ່ເທິງດວງຈັນ ເປັນໄລະຍາວ ເພື່ອສຶກສາ ຄົ້ນຄ້ວາ, ທົດລອງ ທາງວິທະຍາສາດ.
ທ່ານອູ່ ເຫວີຍຫລິນ ຫົວໜ້າເຈົ້າໜ໊າທີ່ ອອກແບບ ຂອງ ໂຄງການ ສຳຫລວດ ດາວຈັນ ຂອງ ຈີນ ກ່າວວ່າ: ຖ້າຫາກ ໂຄງການ ສະຖານີ ສຳຫລວດ ດວງຈັນ ສາມາດຈັດຕັ້ງ ໄດ້ສຳເລັດ, ຈີນ ຈະສົ່ງມະນຸດ ຂຶ້ນໄປເທິງດວງຈັນ. ໃນໄລຍະ 10 ປີທີ່ຜ່ານມາ ຈີນ ໄດ້ວາງແຜນ ໂຄງການ ສຳຫລວດ ດວງຈັນ ໂດຍຍັງບໍ່ສົ່ງ ມະນຸດຂື້ນໄປຢ່າງຕໍ່ເນື່ອງ.
ຍ້ອນມີແຜນ ຈະຈັດສ້າງ ຖານທີ່ໃຊ້ ຫຸ່ນຍົນ ໃນການ ສຳຫລວດ ຂົ້ວດ້ານໃຕ້ ຂອງດວງຈັນ ກ່ອນທີ່ ຈະສົ່ງມະນຸດ ໄປຍັງ ດວງຈັນ. ເມື່ອອາທິດ ຜ່ານມາ ຈີນ ແລະ ຣັດເຊຍ ໄດ້ລົງນາມ ຂໍ້ຕົກລົງ ເບື້ອງຕົ້ນ ໃນການ ຈັດຕັ້ງ ສະຖານີ ສຳຫລວດ ນານາຊາດ ຢູ່ເທິງດວງຈັນ ແຕ່ບໍ່ໄດ້ ເປີດເຜີຍ ກຳນົດການ ຂອງ ໂຄງການນີ້. /.