ລະວັງ! ພາຍຸຝົນຕົກຟ້າຮ້ອງແລະລົມພັດແຮງ

ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ລາຍງານວ່າ: ໃນໄລຍະຕົ້ນ ຫາ ກາງອາທິດ ບໍລິເວນຄວາມກົດດັນອາກາດສູງຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນຫາປານກາງ ສົມທົບກັບກະແສລົມຕາເວັນອອກພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດເຢັນລົງເລັກນ້ອຍໃນເຂດພາກເໜືອ ແລະ ພາກກາງ ພ້ອມມີຝົນຕົກໃນລະດັບຄ່ອຍ, ສ່ວນພາກໃຕ້ອາກາດຮ້ອນ

ໃນໄລຍະກາງຫາທ້າຍອາທິດ ມວນອາກາດຮ້ອນຈະປົກຄຸມດ້ວຍກຳລັງອ່ອນ ຫາ ປານກາງ ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມເຂດພາກເໜືອ ແລະ ກະແສລົມຕາເວັນອອກສ່ຽງໃຕ້ພັດປົກຄຸມເຂດພາກກາງ ແລະ ພາກໃຕ້ ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນອົບເອົ້າໃນແຕ່ລະພາກ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ

ຄຳເຕືອນ, ເພື່ອເຝົ້າລະວັງພາຍຸຝົນຕົກຟ້າຮ້ອງຟ້າເຫຼື້ອມແລະລົມພັດແຮງ: ໃນໄລຍະວັນທີ 11-14 ມີນາ 2021 ມວນອາກາດຮ້ອນຈະປົກຄຸມຢູ່ທົ່ວທຸກພາກ ສົມທົບກັບສອງກະແສລົມຕາເວັນຕົກ ແລະ ລົມຕາເວັນອອກສ່ຽງໃຕ້ພັດປົກຄຸມເຂດພາກກາງ ແລະ ພາກເໜືອ. ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ລົງຫາ ພາກກາງ

ວິທີເສີມດວງດ້ວຍຕົວເອງ ໂດຍ ອຈ ປູ່ ຊາສຸດ ດອນສຳໂຮງ

ວິທີເສີມດວງດ້ວຍຕົວເອງ ໂດຍ ອຈ ປູ່ ຊາສຸດ ດອນສຳໂຮງ ເມືອງໂຂງ ແຂວງຈຳປາສັກ

– 5 ໂມງເຊົ້າ ຫາ 9 ໂມງສວາຍ ຕ້ອງໃຫ້ວາງອາລົມຢູ່ໃນພຣົມວິຫາຣະທັມ (ມີເມດຕາ ກະຣຸນາ ມຸທິຕາ ອຸເບກຂາ) ທຳໃຈໃຫ້ສະບາຍ ບໍ່ໃຫ້ໃຈເສົ້າໝອງ ຕັດອາລົມລັງເລໃຈບໍ່ໃຫ້ປາຣົບເຖິງຄວາມບໍ່ສຳເລັດ ຕ້ອງຄິດວ່າສິ່ງທີ່ຈະເຮັດຈະທຳໃນມື້ນີ້ຕ້ອງສຳເລັດລຸລ່ວງ

– ຕອນແລງບູຊາດອກໄມ້ທຸກໆແລງບໍ່ໃຫ້ຂາດ ໂດຍແຕ່ງຂັນຫ້າທຽນເຜິ້ງແທ້ 1 ຂັນເປັນຂັນບູຊາດວງແທນຕົວເຮົາ ເອົາດອກໄມ້ບູຊາໃສ່ໃນຂັນວາງຊ້ອນກັນຂຶ້ນ ກ່າວວ່າ ພຸດທະບູຊາ ທັມມະບູຊາ ສັງຄະບູຊາ

ທຸກໆ 7 ວັນປ່ຽນດອກໄມ້ອອກເທື່ອໜຶ່ງ ດອກໄມ້ແຫ້ງທີ່ປ່ຽນອອກຕ້ອງເອົາໄປໂຮຍໄວ້ກ້ອງຕົ້ນໄມ້ໃນບໍລິເວນບ້ານເຮືອນຂອງຕົນເອງ ຫ້າມຖິ້ມຖັງຂີ້ເຫຍື່ອເດັດຂາດໃຫ້ໄຫວ້ພຣະພາວະນາ ແຜ່ເມດຕາເປັນປົກກະຕິບໍ່ຂາດທຸກມື້

ເຮັດປະຈຳເຮັດບໍ່ເຊົາຈະເກີດສັຈຈະຂຶ້ນມາໃນຕົວ ເອີ້ນວ່າ ສັຈຈະທັມ ເມື່ອເຮົາປາຖະໜາສິ່ງໃດ ກະແສໃຈຈະໄປຕ້ອງຂ່າຍຍານຂອງເທພະເຈົ້າຜູ້ມີຍານສູງມີເມດຕາຈິດ ເຂົາຈະປະສາດພອນຊ່ວຍທັນທີ ຖ້າບໍ່ຊ່ວຍບໍ່ໄດ້ຜິດກົດສະຫວັນ

ເທວະໂລກບ່ອນອາໄສເຂົາຈະເພພັງ ເພາະລະເລີຍຜູ້ມີສີລມີສັຈຈະພຣະເຄາະທັງ 9 ດວງ ບໍ່ໄດ້ຢູ່ໃນຕົວເຮົາ ແຕ່ທຽບຂ້າງເຮົາຢູ່ ຄ່ອຍແຕ່ຈິດໃຈເຮົາອ່ອນແອ ກໍເຂົ້າແຊກທັນທີ

ສະນັ້ນ ຖ້າໃຈມີກຳລັງແລ້ວ ພຣະເຄາະກໍເຮັດຫຍັງເຮົາບໍ່ໄດ້ ເອີ້ນວ່າ ດວງເຫນືອດວງ

“ເຮັດເບິ່ງເດີ ຄັນເຮັດແທ້ຜົນມັນຕ້ອງເກີດ ທີ່ມັນບໍ່ເກີດເພາະບໍ່ເຮັດແທ້ບໍ່ທຳຈິງ”

ຕໍາສອງຊ້ອນ ລົດ 5 ຄັນ ທາງຫຼັກ35 ເມືອງໄຊທານີ

ເຫດລົດວີໂກ້ຕຳລົດບັນທຸກ ແລ້ວມີລົດອຸປະຕິເຫດຕຳຊ້ອນອີກຄັນ ເຂດ ບ້ານບໍ່ເຫັລກ ຫລັກ 35 ເມືອງໄຊທານີ.ໃນວັນທີ 7 ມີນາ 2021 ເວລາ 18:10 ໄດ້ຮັບແຈ້ງເຫດ

ເຂົ້າໝາຍເລກສຸກເສີນ 5432 3636 ວ່າມີລົດໃຫຍ່ຕຳກັນທີ່ ທາງ13 ໃຕ້ ທີ່ເຂດບ້ານ ບໍ່ເຫຼັກ ເມືອງໄຊທານີ ນະຄອນຫຼວງວຽງຈັນ.ຫນ່ວຍກູ້ໄພອາສາເພື່ອປະຊາຊົນຈຶ່ງໄດ້

ອອກກວດສອບເຫດພົບບໍ່ພົບຜູ້ບາດເຈັບ ແຕ່ໃນຂະນະນັ້ນທີມກູ້ໄພຈຶ່ງໄດ້ທຳການລະບາຍລົດ ໄດ້ມີລົດຮຸ່ນໃດ ຄັນ 1 ແລ່ນມາດ້ວຍຄວາມໄວມາຕຳຊ້ອນເອົາລົດທີ່ສະລໍຈຳນວນ

3 ຄັນ ລວມມີ 5 ຄັນ.ຕໍ່ເຫດການນີ້ ເກືອບມີການສູນເສຍຊີວິດຂອງອາສາກູ້ໄພ, ຍ້ອນຄວາມ ປະຫມາດຂອງຜູ້ຂັບຂີ ບໍ່ເບິ່ງສັນຍານບໍ່ໃຫ້ຄວາມຮ່ວມມືຕໍ່ການປະຕິບັດຫນ້າ

ທີຂອງອາສາ. ດັ່ງນັ້ນຫນ່ວຍກູ້ໄພອາສາເພື່ອປະຊາຊົນຈຶ່ງໄດ້ປະສານຫາພາກສ່ວນທີ່ກ່ຽວຂ້ອງແລ້ວຈຶ່ງທຳການປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງຫມໍມິດຕະພາບ.

ອຸປະຕິເຫດສຸກເສີນໂທ : 020 5432 3636 ສາຍດ່ວນ1624. ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ ຜ້າຂາວຫໍ່ສົບ,ໂລງສົບໃສ່ຄົນອານາຖາ ອຸປະຖຳຕ່າງໆເຊັ່ນ : ເຂົ້າສານ,ອາຫານການກີນ ອຸປະກອນການແພດຕ່າງໆ ສາມາດເຂົ້າມາໄດ້ພົວພັນທີ່: ສູນປະຈຳການ ບ້ານບໍ່ເຫລັກ ເມືອງໄຊທານີ ນະຄອນຫຼວງວຽງຈັນ

ຕິດຕໍ່ສອບຖາມ: 02098483839

ທີມກູ້ໄພອາສາເພື່ອປະຊາຊົນ