ຮູ້ຫຼືບໍ່ ການໄປທ່ຽວມີຄວາມສຸກກວ່າການແຕ່ງງານ.

ເຄີຍບໍ່ໝູ່ມັກຈົ່ມຊີວິດຫຼັງການແຕ່ງງານໃຫ້ຟັງ?
ແລະ ພ້ອມເຕືອນວ່າໃຫ້ໃຊ້ຊີວິດແບບໂສດ ແລະ ທ່ອງທ່ຽວໃຫ້ຄຸ້ມກ່ອນສ້າງຄອບຄົວ ຈະເຮັດໃຫ້ມີຄວາມສຸກກວ່າການແຕ່ງງານ ຫຼື ມີລູກ.

ຄວາມຄິດນີ້ຢືນຢັນແລ້ວຈາກ Booking.com ວ່າຜູ້ຄົນໃຫ້ຄວາມສຳຄັນກັບການເດີນທາງທ່ຽວເປັນອັນດັບຕົ້ນໆ ຈາກຜົນສໍາຫຼວດແບບສອບຖາມ 17,000 ຄົນ ຈາກ 17 ປະເທດ ເຫັນວ່າ 77% ເລືອກທີ່ຈະວາງແຜນໄປທ່ຽວ ໃນມື້ພັກຜ່ອນ ເພື່ອປັບອາລົມ ແລະ ສະໝອງໃຫ້ດີຂຶ້ນ
ເພາະວ່າການທ່ອງທ່ຽວ ເປັນການເປີດປະສົບການໃໝ່ໆ ສາມາດສ້າງຄວາມສຸກໄດ້ຫຼາຍກວ່າການສ້າງຄອບຄົວອີກດ້ວຍ ແລະ ອີກ 80%ຮູ້ສຶກຕືານເຕັ້ນກັບການໄດ້ເລືອກສະຖານທີ່ພັກຜ່ອນ ພຽງແຕ່ໄດ້ວາງແຜນຄວາມສຸກກໍ່ເກີດແລ້ວ

ຂໍ້ມູນຈາກ: https://bit.ly/2NXaCD0

ປກສ ເມືອງນາຊາຍທອງ ສຸມໃສ່ກວດກາ ແລະແກ້ໄຂກຸ່ມມົ້ ວສຸ ມຢ າເ ສບ ຕິ ດຢູ່ຮ້ານອິນເຕີເນັດຄາເຟ່

ໂດຍອີງໃສ່ການແຈ້ງຂໍ້ມູນຈາກພົນລະເມືອງດີ ໃນເວລາ 15:00ໂມງ ຂອງວັນທີ 3 ມີນາ 2021 ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢ າເສ ບ ຕິ ດ ເມືອງນາຊາຍທອງ ນວ ໄດ້ເຂົ້າກວດ ກາຮ້ານອິນເຕີເນັດຄາເຟ່ຕັ້ງຢູ່ເຂດບ້ານຊົງເປືອຍ. ຜ່ານການກວດກາພົບເຫັນກຸ່ມໄວຫຼຸ້ນ 15 ຄົນ, ຍິງ 0 ຄົນ, ພ້ອມຢາ ເ ສບ ຕິ ດປະເພດຢາບ້າຈຳນວນ 129 ເມັດ ຈຶ່ງໄດ້ກັກຕົວມາດຳເນີນການສືບສວນ-ສອບສວນຂະຫຍາຍຜົນຕໍ່ໄປ.

ຜ່ານການດຳເນີນວຽກງານສະກັດກັ້ນ ແລະແກ້ໄຂຄະດີອາຍາທົ່ວໄປຢູ່ ນະຄອນຫຼວງວຽງຈັນ ເຫັນໄດ້ວ່າບັນຫາຢ າເສ ບ ຕິ ດ ເປັນຕົ້ນເຫດກໍ່ໃຫ້ເກີດອາດຊະຍາກຳທາງອາຍາອື່ນໆ ມີເຖິງ 80-90% ເປັນຕົ້ນການໃຊ້ຄວາມຮຸນແຮງໃນຄອບຄົວ, ຄາດຕະກຳ, ປຸ້ນຊັບ, ຊີງຊັບ, ລັກຊັບ, ຈັບຕົວທວງໜີ້, ອຸບັດຕິເຫດຕາມທ້ອງຖະໜົນ, ກໍ່ອາລະວາດຕີກັນ ແລະ ອື່ນໆ.

ເພື່ອຈຳກັດບໍ່ໃຫ້ອາດຊະຍາກຳຕ່າງໆເກີດຂຶ້ນ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງຜູ້ປົກຄອງເດັກ, ໄວໜຸ່ມ ຈົ່ງພ້ອມກັນເອົາໃຈໃສ່ຄຸ້ມຄອງ, ສຶກສາອົບຮົມລູກຫຼານໃຫ້ຫ່າງໄກຢ າເ ສບ ຕິ ດ. ບັນດາຫົວໜ່ວຍທຸລະກິດທີ່ເມີນເສີຍປະປ່ອຍໃຫ້ສະຖານທີ່ຂອງຕົນເປັນຈຸດມົ້ວສຸມ, ຄ້າຂາຍ ແລະເສບຢາເສບຕິດ ຖ້າຜົນການສອບສວນຮູ້ວ່າເປັນຜູ້ອຳນວຍຄວາມສະດວກກໍ່ຈະໄດ້ຮັບຜິດຊອບຕໍ່ໜ້າກົດໝາຍຂອງ ສປປ ລາວ.

ດ່ວນ !!! ສປປລາວ ພົບຜູ້ຕິດເຊື້ອໃໝ່ 2 ຄົນ

ວັນທີ 5 ມີນາ 2021 ທ່ານ ດຣ.ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດໂຄວິດ-19 ລາຍງານໃຫ້ຮູ້ວ່າ: 1 ວັນຜ່ານມາ ລາວເຮົາໄດ້ເກັບຕົວຢ່າງມາກວດວິເຄາະ 726 ຄົນ, ໃນນັ້ນພົບຜູ້ຕິດເຊືອໃໝ່ 2 ຄົນ ຄື:

ຜູ້ຕິດເຊື້ອນ້ໍາເບີ 46 – ເພດຊາຍ, ອາຍຸ 28 ປີ, ອາຊີບ: ກໍາມະກອນ, ເຮັດວຽກຢູ່ແຂວງປະທຸມທານີ, ປະເທດໄທ – ບ້ານຢູ່ປະຈຸບັນ: ເມືອງນານ, ແຂວງຫຼວງພະບາງ

• ຜູ້ຕິດເຊື້ອນ້ໍາເບີ 47 – ເພດຊາຍ, ອາຍຸ 26 ປີ, ອາຊີບ: ກໍາມະກອນ, ເຮັດວຽກຢູ່ແຂວງປະທຸມທານີ, ປະເທດໄທ – ບ້ານຢູ່ປະຈຸບັນ: ເມືອງນານ, ແຂວງຫຼວງພະບາງ – ໃນວັນທີ 2 ມີນາ 2021 ພວກກ່ຽວທັງ 2 ຄົນ ໄດ້ເດີນທາງຈາກແຂວງປະທຸມທານີ ຫາ ແຂວງຫນອງຄາຍ ແລະ ມາຮອດ ສປປ ລາວ

ໃນວັນທີ 3 ມີນາ 2001, ຫຼັງຈາກນັ້ນ ພວກກ່ຽວ ໄດ້ຖືກນໍາສົ່ງເຂົ້າໄປຈໍາກັດບໍລິເວນ ຢູ່ສະຖານທີ່ ທີ່ຖືກກໍານົດໄວ້ ພ້ອມທັງ ໄດ້ເກັບຕົວຢ່າງກວດຊອກຫາເຊື້ອໂຄວິດ-1) (ທັງ 2 ຄົນ ແມ່ນບໍ່ມີອາການສະແດງຫຍັງ). ໃນວັນທີ 4 ມີນາ 2011 ຜົນກວດຢັ້ງຢືນ ແມ່ນພົບເຊື້ອ COVID-19

ປະຈຸບັນ ພວກກ່ຽວໄດ້ເຂົ້າແຍກປ່ຽວ, ນອນຕິດຕາມ ແລະ ປິ່ນປົວຢູ່ໂຮງໝໍທີ່ຖືກກໍານົດໄວ້ ໃນນະຄອນຫຼວງ ວຽງຈັນ. ພວກເຮົາໄດ້ຕິດຕາມຜູ້ສໍາຜັດໃກ້ຊິດທັງຫມົດ 32 ຄົນ ແລະ ໄດ້ເກັບຕົວຢ່າງມາກວດ ບໍ່ພົບເຊື້ອ ຈຶ່ງໄດ້ໃຫ້ກັກຕົວຄົບ 14 ວັນ

ຊາຍໄວອາຍຸ 66 ປີ ກໍ່ເຫດໃຊ້ພ້າຂໍຟັນເມຍ, ລູກສາວ ແລະ ລູກເຂີຍ

ໃນສັງຄົມປັດຈຸບັນ ບັນຫາປະກົດການຫຍໍ້ທໍ້ຫຼາຍສິ່ງຫຼາຍຢ່າງ ຍັງເກີດຂຶ້ນຢູ່ ຄືດັ່ງພວກເຮົາໄດ້ຮູ້, ໄດ້ເຫັນ, ໄດ້ຟັງທາງສື່ຕ່າງໆ ເປັນຕົ້ນທາງໂທລະພາບ, ວິທະຍຸ, ໜັງສືພິມ, ເຝສບຸກ ແລະສື່ອື່ນໆ ສະນັ້ນຄູ່ຜົວເມຍກ່ອນຈະຕົງລົງປົງໃຈ ສ້າງຄອບຄົວຢູ່ດ້ວຍກັນ ໃນເບື້ອງຕົ້ນທຸກສິ່ງທຸກຢ່າງກໍ່ວ່າດີໝົດ, ບໍ່ມີສິ່ງໃດກິດຂວາງໄດ້ ຂົມກໍ່ຍັງວ່າຫວານ ແຕ່ພາຍຫຼັງຢູ່ກິນຮ່ວມກັນຫຼາຍປີຜ່ານໄປ ຈິດໃຈພັດມີການປ່ຽນແປງ ບາງຄູ່ຄວາມຮັກກໍ່ເລີ່ມຈືດຈາງ ມີປາກມີສຽງຜິດຖຽງກັນຢູ່ຕະຫຼອດ

ເຮັດໃຫ້ຄອບຄົວບໍ່ມີຄວາມສະຫງົບ ຜົວກໍ່ວ່າເປັນຍ້ອນເມຍ ເມຍພັດວ່າເປັນຍ້ອນຜົວ ຄວາມຫວານກໍ່ກາຍເປັນຂົມ, ບາງຄັ້ງກໍ່ໄດ້ລົງໄມ້ລົງມືຕົບຕີກັນຈົນໄດ້ຮັບບາດເຈັບ ບາງກໍລະນີຮ້າຍແຮງໄປກວ່ານັ້ນກໍ່ເຖິງຂັ້ນເສຍຊີວິດກໍ່ເປັນໄດ້ ຄືດັ່ງເຫດການເກີດຂຶ້ນຢູ່ບ້ານໂພນໝີ ເມືອງກາສີ ແຂວງວຽງຈັນ ໄດ້ມີທ້າວ ພອນຄຳ ອາຍຸ 66 ປີ ປະຊາຊົນ ໃຊ້ພ້າຂໍຟັນເມຍ, ຟັນລູກສາວ ແລະ ລູກເຂີຍ ບາດເຈັບສາຫັດ ກາຍເປັນຜູ້ຖືກຫາໃນຄະດີທຳຮ້າຍຮ່າງກາຍ ຖືກຈັບຕົວສົ່ງເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງກາສີ ໃນຄັ້ງວັນທີ 4 ມັງກອນ 2021 ຜ່ານມານີ້

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ທ້າວ ພອນຄຳ ໄດ້ໃຫ້ການວ່າ: ໄດ້ໃຊ້ພ້າຂໍຟັນເມຍ, ລູກສາວ ແລະ ລູກເຂີຍ ແທ້ ໃນເບື້ອງຕົ້ນ ຄັ້ງວັນທີ 3 ມັງກອນ 2021 ຜູ້ກ່ຽວກັບເມຍ ໄດ້ພາກັນໄປຕັດແຂມຢູ່ສວນເພື່ອເອົາມາເຮັດຟອຍກວດເຮືອນ ຮອດເວລາ 18 ໂມງ ຜູ້ກ່ຽວກັບເມຍ ໄດ້ເອົາແຂມມາລິ ໃນເວລາລິແຂມຢູ່ນັ້ນຜູ້ກ່ຽວກັບເມຍ ໄດ້ມີປາກມີສຽງຜິດຖຽງກັນ ຈົນຮອດເວລາ 23 ໂມງ ເມຍກໍ່ເຂົ້າໄປນອນ ສ່ວນຜູ້ກ່ຽວກໍ່ນັ່ງສູບຢາຢູ່ເຮືອນຄົວ ຈົນຮອດເວລາປະມານ 1 ໂມງ 30 ນາທີ ຂອງວັນທີ 4 ມັງກອນ 2021

ຜູ້ກ່ຽວໄດ້ຈັບເອົາພ້າຂໍຢູ່ເຖີງເປົາເຂົ້າໃນເຮືອນຄົວມາຟັນເມຍ ທີ່ນອນຢູ່ໃນຫ້ອງນອນຈຳນວນ 2 ບາດ ແທ້ ຫຼັງຈາກນັ້ນຜູ້ເປັນເມຍກໍ່ໄດ້ຮ້ອງເອີ້ນລູກສາວ,ລູກເຂີຍມາຊ່ວຍ,ລູກສາວກໍ່ໄດ້ຟ້າວໄປຫ້າມຜູ້ກ່ຽວ,ຜູ້ກ່ຽວ ກໍ່ເລີຍເອົາພ້າຂໍຟັນຫົວ 1 ບາດ,ກົກແຂນ 1 ບາດ ແລະ ເອົາງອມພ້າຂໍສັບໃສ່ຫຼັງ 4 ບາດ ຈາກນັ້ນລູກເຂີຍກໍ່ແລ່ນມາຊ່ວຍອີກ,ພໍດີຖືກພ້າຂໍຟັນເຂົ້າປາກເບື້ອງເທິງ 1 ບາດ ແລະ ນີ້ວມືຊ້າຍ 1 ບາດ ຈຶງມີຄົນຢູ່ເຮືອນໄກຄຽງ ພອມດ້ວຍ ປກສ ບ້ານ ເຂົ້າໄປຊ່ວຍຈັບຕົວທ້າວພອນຄຳ ສົ່ງໃຫ້ເຈົ້າໜ້າທີ່ ປກສ ເມືອງກາສີ ໄປດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງກາສີ ລາຍງານໃຫ້ຮູ້ວ່າ: ສາເຫດທີ່ເຮັດໃຫ້ທ້າວ ພອນຄຳ ລົງມືກໍ່ເຫດໃນຄັ້ງນີ້ ແມ່ນຍ້ອນຄວາມບໍ່ເຂົ້າໃຈກັນ ຫຶງຫວງເມຍເກີນຂອບເຂດ ຄິດວ່າເມຍຫຼີ້ນຊູ້ ເຫດການໃນຄັ້ງນີ້ເຮັດໃຫ້ເມຍ, ລູກສາວ ແລະ ລູກເຂີຍ ໄດ້ຮັບບາດເຈັບ ແລະ ໄດ້ນຳສົ່ງໄປປີ່ນປົວຢູ່ໂຮງໝໍເມືອງກາສີ ເຫັນວ່າໄດ້ປິ່ນປົວດີແລ້ວ ປະຈຸບັນແມ່ນມາອາໃສຢູ່ເຮືອນຕາມປົກກະຕິ ສ່ວນທ້າວ ພອນຄຳແມ່ນຖືກກັກຕົວມາດຳເດີນຄະດີຢູ່ຄຸມຂັງເມືອງກາສີ.

ໂດຍ: ກົງສະເດັດ

ອອກມາຜົນເລືອກຕັ້ງ ສສຊ ຊຸດທີ IXມີທັງໝົດ 164ທ່ານ ຍິງ 35ທ່ານ

ອີງຕາມການລາຍງານຜົນການສັງລວມຄະແນນ ຂອງການປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ IX ຄັ້ງວັນທີ 25 ກຸມພາ 2021 ຂອງຄະນະກໍາມະການເລືອກຕັ້ງແຂວງ, ນະຄອນຫຼວງ ໃນທົ່ວປະເທດ.

ຄະນະກຳມະການເລືອກຕັ້ງລະດັບຊາດ ປະກາດແຈ້ງການກ່ຽວກັບຜູ້ໄດ້ຮັບການເລືອກຕັ້ງ ເປັນສະ
ມາຊິກສະພາແຫ່ງຊາດ ຊຸດທີ IX ຊຶ່ງມີຈຳນວນທັງໝົດ 164 ທ່ານ, ຍິງ 35 ທ່ານ ລາຍຊື່ລະອຽດໃນແຕ່
ລະເຂດເລືອກຕັ້ງ ມີດັ່ງນີ້ :

ແມ່ຍິງທຸກຄົນ ຄວນພັດທະນາຕົນເອງ ໃຫ້ຄຽງຄູ່ກັບສັງຄົມ ທັນຍຸກທັນສະໄໝ

ຂປລ. ແມ່ຍິງລາວເຮົາ ຄວນພັດທະນາຕົນເອງ ແລະ ພັດທະນາໃນຫລາຍດ້ານ ໃຫ້ຄຽງຄູ່ກັບສັງຄົມທັນຍຸກທັນສະໄໝ ເປັນຕົ້ນ ພັດທະນາທັກສະການນຸ່ງຖື, ການປາກເວົ້າ, ພັດທະນາຄວາມຮູ້ຄວາມສາມາດໃຫ້ກ້າວໜ້າຂຶ້ນໄປ, ເຊິ່ງທຸກຄົນມີສິດ, ມີໂອກາດ ບໍ່ໃຫ້ຄິດວ່າແມ່ຍິງມີຄວາມດ້ອຍອັນໃດ ແລະ ໃນປັດຈຸບັນນີ້, ການນຳພັກ-ລັດ ກໍໄດ້ໃຫ້ຄວາມສຳຄັນແກ່ເພດຍິງຫລາຍ, ເຊິ່ງເຫັນໄດ້ໃນໄລຍະຜ່ານມາ ໄດ້ຊຸກຍູ້ໃຫ້ເພດຍິງ ມີສິດສະເໝີພາບ ທຽບເທົ່າເພດຊາຍຫລາຍຂຶ້ນ.

ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ຜູ້ອຳນວຍການ ບໍລິສັດ ສວນວັດທະນາທຳຊຽງຄວນ ຈຳກັດຜູ້ດຽວ ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດລາວ ໃນວັນທີ 3 ມີນາ 2021 ນີ້ວ່າ: ແມ່ຍິງລາວພວກເຮົາ ບໍ່ວ່າຈະຢູ່ໃນເມືອງ ຫລື ຊົນນະບົດ ກໍຍັງເປັນເພດທີ່ຍັງຖືກກົດທັບມາຫລາຍ ໂດຍສະເພາະຕໍ່ແມ່ຍິງ ແລະ ເດັກນ້ອຍ, ເນື່ອງຈາກວ່າເພດຍິງ ເປັນເພດທີ່ອ່ອນແອ, ເພດຍິງເປັນແມ່ທີ່ມີການຖືພາອອກລູກ, ລ້ຽງລູກ ແລະ ເຮັດວຽກຊ່ວຍຜົວ ແລະ ຄອບຄົວໃນການທຳມາຫາກິນ ທັງເປັນເບື້ອງຫລັງຂອງຄວາມສຳເລັດທຸກຢ່າງໃຫ້ສາມີ, ບໍ່ວ່າຜ່ານມາຫລາຍຍຸກຫລາຍສະໄໝແມ່ຍິງຕ້ອງໄດ້ຢືນຄຽງບ່າຄຽງໄຫລ່ກັບເພດຊາຍມາໂດຍຕະຫລອດ.

ສະນັ້ນ, ເຮົາຈະບໍ່ມີກຳລັງແຮງເທົ່າເພດຊາຍ ແລະ ເພດຊາຍ ກໍຄວນເຫັນອົກເຫັນໃຈເພດຍິງ ແລະ ຫລຸດຜ່ອນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ. ຂ້າພະເຈົ້າ ກໍເປັນຄົນໜຶ່ງທີ່ບໍ່ມັກໃນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ລວມເຖິງການກະທຳຕ່າງໆ ເປັນຕົ້ນ ຄຳເວົ້າທີ່ຂິ້ມແທງຫົວໃຈຜູ້ຍິງເຮົາ, ມັນກະທົບຈິດໃຈ, ກະທົບເຖິງລູກເຮົາ ແລະ ຍັງກະທົບຮອດເດັກນ້ອຍຢູ່ໃນສັງຄົມນຳອີກ.

ດັ່ງນັ້ນ, ການປາກເວົ້າ, ການສຳຜັດແມ່ນມີຄວາມສຳຄັນຫລາຍ ພໍ່-ແມ່ ຊິຜິດກັນກໍບໍ່ຄວນໃຫ້ລູກໄດ້ເຫັນ ຫລື ການໃຊ້ຄວາມຮຸນແຮງທຸກຮູບແບບ ບໍ່ຄວນເຮັດເປັນຕົວຢ່າງໃຫ້ເດັກນ້ອຍເຂົາເຈົ້າໄດ້ເຫັນ. ຂ້າພະເຈົ້າໃນນາມເປັນແມ່ຍິງຄົນໜຶ່ງ ຂໍຝາກ ແລະ ຮຽກຮ້ອງເຖິງເພດຊາຍທຸກຊົນເຜົ່າ ໃຫ້ຫລຸດຜ່ອນບັນຫາດັ່ງກ່າວນີ້, ພະຍາຍາມບໍ່ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ. ພວກເຮົາຈົ່ງພ້ອມກັນໂຄສະນາ ແລະ ຂໍ ຝາກໄວ້ກັບເພດຊາຍວ່າ ໃຫ້ພະຍາຍາມຮັກສາດູແລປົກປ້ອງແມ່ຍິງ ແລະ ເດັກນ້ອຍໃຫ້ດີຂຶ້ນກວ່ານີ້.

ເນື່ອງໃນໂອກາດວັນແມ່ຍິງສາກົນໄດ້ໝູນວຽນມາບັນຈົບຄົບຮອບ 111 ປີນີ້, ໃນນາມເປັນນັກທຸລະກິດຍິງ ຂອງເມືອງຫາດຊາຍຟອງ ຂໍອວຍພອນໃຫ້ບັນດາສະຫະພັນແມ່ຍິງລາວ ຂອງພວກເຮົາທຸກເພດທຸກໄວ, ທຸກຊົນຊາດຊົນເຜົ່າ ໃຫ້ມີຄວາມສຸກສົມຫວັງກ້າວໄປຂ້າງໜ້າ ເພາະແມ່ຍິງລາວ ມີຄວາມສາມາດ ມີຄວາມໂດດເດັ່ນໃນເວທີພາກພື້ນ ແລະ ສາກົນ ທຽບເທົ່າກັບເພດຊາຍໄດ້ ແລະ ຂໍໃຫ້ແມ່ຍິງທຸກຄົນໃຫ້ກຳລັງໂຕເອງ ຄິດໃນທາງບວກ ຄິດໃນທາງສ້າງສັນ ແມ່ຍິງລາວທຸກຄົນຂໍໃຫ້ມີຄວາມສຸກ ແລະ ໂຊກດີທຸກຄົນ.

ຂ່າວ: ມະນີທອນ, ພາບ: ຂັນໄຊ

ຂໍຄວາມຊ່ວຍເຫຼືອແດ່ ພໍ່ແມ່ພີ່ນ້ອງແລະບັນດາຫມູ່ເພື່ອນທີ່ສຶກສາຢູ່ ສ.ສ ຫວຽດນາມ.

ປະຈຸບັນນີ້ຫມູ່ຂ້ອຍຊື່ວ່ານາງສົມພິມ ສຸລິຄຳ ຢູ່ບ້ານພູຊ່າງໃຫມ່ເມືອງສຳພັນເເຂວງຜົ້ງສາລີ ກຳລັງສືກສາຢູ່ທີ່ແຂວງດຽນບຽນ ສ.ສ ຫວຽດນາມ ຜຸ້ກ່ຽວໄດ້ເຈັບຫນັກເປັນພະຍາດປອດອັກເສບ(ປອດເບື້ອງໜຶ່ງໃຊ້ການບໍ່ໄດ້)ດຽວນີ້ຢູ່ໂຮງຫມໍແຂວງດຽນບຽນບໍ່ສາມາດປິ່ນປົວໄດ້.

ສະນັ້ນຈະໄດ້ສົ່ງໄປປິ່ນປົວຢູ່ທີ່ຮ່າໂນຍເພື່ອຜ່າຕັດ ເຊິ່ງຈະໄດ້ນຳໃຊ້ເງິນຢ່າງຫລວງຫລາຍ ແລະທາງຄອບຄົວຂອງຜູ້ກ່ຽວກໍຫຍຸ້ງຍາກເລື່ອງການເງິນແລະບໍ່ສາມາດເດີນທາງມາເບິ່ງແຍງດ້ວຍຕົນເອງໄດ້ເນື່ອງຈາກດ່ານປິດ(ຍ້ອນພະຍາດໂຄວິດ 19)ຖ້າທ່ານໃດໃຈບຸນຢາກຊ່ວຍເຫລືອ ຫລື ຮ່ວມບໍລິຈາກກະລຸນາຕິດຕໍ່ຕາມເລກບັກຊີແລະເບີໂທລຸ່ມນີ້.

.

ເລກບັນຊີ:ທະນາຄານການຄ້າຕ່າງປະເທດຊື່ເລກບັນຊີ:ນາງສົມພິມ ສຸລິຄຳ(ຜູ້ປ່ວຍ)181120001676877001ຫລືສາມາດຕິດຕໍ່ສອບຖາມເພື່ອບໍລິຈາກໂດຍກົງໄດ້ທີ່ເບີ+84886662573 ( ຜູ້ເປັນອ້າຍ ຊື່ທ້າວບຸນເເກ້ວ ).

.

.