ເດັກນ້ອຍອາຍຸ 9ປີ ລັ ກ ລົ ດ ໃຫ່ຍຖືກເຈົ້າໜ້າທີ່ ຈັ ບ ມາ ສືກສາອົບຮົມ.

ເຈົ້ າໜ້ າທີ່ ປກສ ກຸ່ມ 3 ຜາເມືອງ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ໄດ້ລາຍງານໃຫ້ຮູ້ວ່າ: ເວລາປະມານ 19 ໂມງ ຂອງວັນທີ 16 ກຸມພາ 2021, ໄດ້ຮັບແຈ້ງເສຍຫາຍຈາກເຈົ້າຂອງລົດ ວ່າມີຄົນຮ້າຍມາລັກລົດໃຫ່ຍ ຊຸບເປີວັນ, ສີຂາວ ໝາຍເລກທະບຽນ ກລ 9694 ກໍາແພງນະຄອນ ເຊີ່ງເປັນລົດຂອງທ້າວ ບົວຫຶລີ ອາຍຸ 45 ປີ, ບ້ານຜາເມືອງ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ທີ່ຈອດຢູ່ເຮືອນ, ໄດ້ຖືກຄົນຮ້າຍລັກຂັບອອກໄປ. ຫຼັງຈາກນັ້ນ ເຈົ້າໜ້າທີ່ຈື່ງໄດ້ກວດກາສະຖານທີ່ເກີດເຫດ ແລະ ໄປຊອກຫາແລ້ວພົບເຫັນລົດຄັນດັ່ງກ່າວຈອດໄວ້ຢູ່ກາງທາງ ລະຫວ່າງບ້ານຜາເມືອງ ຫາ ບ້ານດົງ ຫ່າງຈາກຈຸດລົດເສຍປະມານ 2 ກິໂລແມັດ.

ຕໍ່ມາເຈົ້າໜ້າທີ່ ປກສ ກຸ່ມ 3 ຜາເມືອງ ຈື່ງໄດ້ລົງເກັບກໍາຂໍ້ມູນຈາກຜູ້ເຫັນເຫດການ ວ່າມີເດັກນ້ອຍ ຈໍານວນ 02 ຄົນ ໄດ້ຂັບລົດມາແລ້ວຈອດໄວ້ ຈາກນັ້ນພວກກ່ຽວກໍ່ໄດ້ພາກັນຢ່າງເຂົ້າໄປໃນບ້ານຜາເມືອງ, ເຈົ້າໜ້າທີ່ຈື່ງໄດໄປຕາມຫາ ແລະ ພົບເຫັນເດັກນ້ອຍເປົ້່າໝາຍ 02 ຄົນ, ພ້ອມທັງເຂົ້າສອບຖາມ ພວກກ່ຽວທັງ 02 ໄດ້ຮັບສາລະພາບວ່າ: ໄດ້ລັກຂັບລົດໃຫ່ຍຄັນດັ່ງກ່າວ ຢູ່ເຮືອນຂອງຜູ້ຖືກເສຍຫາຍແທ້ ຍ້ອນຄວາມຮູ້ເທົ່າບໍ່ເຖິງການ, ເມື່ອພວກກຽວເຫັນລົດຈອດສຸບກະແຈຄາຢູ່ລົດ ຈື່ງເກີດມີແນວຄິດຢາກລອງຂັບເບີ່ງ, ພໍສະຕາດລົດໄດ້ ພວກກ່ຽວທັງສອງກໍ່ພາກັນຂັບຂີ່ອອກໄປອອກສູ່ທາງໃຫ່ຍ ມີຈຸດປະສົງຈະພາກັນຂັບຂີ່ໄປຫຼີ້ນເມືອງໝອກ ແຂວງຊຽງຂວາງ ພໍຂັບມາໄດ້ໄລຍະໜື່ງຈັກລົດດັບ ພວກກ່ຽວຈທ່ງລົງຈາກລົດ ແລະ ກັບເມືອງບ້ານຂອງຕົນ.

ເຈົ້າໜ້າທີ່ໃຫ້ຮູ້ຕື່ມວ່າ: ເດັກນ້ອຍທັງ 02 ຄົນ ຢູ່ບ້ານຜາເມືອງ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ເດັກນ້ອຍຄົນທີ່ລັກຂັບລົດ ມີອາຍຸ 9 ປີ ແລະ ເດັກນ້ອຍໝູ່ທີ່ໄປນໍາ ອາຍຸ 12 ປີ, ປັດຈຸບັນລົດຄັນດັ່ງກ່າວ ເຈົ້າໜ້າທີ່ ປກສ ກຸ່ມ 3 ຜາເມືອງ ໄດ້ເຮັດບົດບັນທືກສົ່ງຄືນເຈົ້າຂອງເດີມ ມອບໂດຍ ພັນໂທ ສັງທອງ ຈິນດາວົງ ຫົວໜ້າຫ້ອງການ ປກສ ກຸ່ມ 3 ຜາເມືອງ ແລະ ຮັບໂດຍ ທ້າວ ບົວຫືລີ ເຈົ້າຂອງລົດຄັນດັ່ງກ່າວ ໂດຍມີເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງເປັນສັກຂີພະຍານ. ສ່ວນເດັກນ້ອຍທັງ 2 ຄົນ ທາງເຈົ້າຂອງລົດແມ່ນບໍ່ເອົາເລື່ອງ, ສະນັ້ນ, ເຈົ້າໜ້າທີ່ຈື່ງແຈ້ງເຊີນຜູ້ປົກຄອງເດັກນ້ອຍທັງ 2 ມາເຮັດບົດບັນທືກສືກສາອົບຮົມ ພ້ອມທັງແນະນໍາໃຫ້ຜູ້ປົກຄອງເອົາໃຈໃສ່ຕິດຕາມພືດຕິກໍາຂອງລູກ ແລະ ອົບຮົມສັ່ງສອນລູກໃຫ້ເປັນຄົນດີຂອງສັງຄົມ.

.

.

ຂ່າວ ປກສ ແຂວງບໍລິຄຳໄຊ

ພໍ່ປູ່ ໃ ຈ ໂ ຫ ດ ຄ າ ດ ຕ ະ ກ ຳ ລູກໃພ້ຍ້ອນຢືມເງິນບໍ່ໄດ້.

ໃນວັນທີ 17 ກຸມພາ 2021, ພະແນກຕໍາຫຼວດສືບສວນ-ສອບສວນ ປກສ ແຂວງຫົວພັນ ໄດ້ນຳເອົາຕົວ ທ້າວ ບຸນມີ ອາຍຸ 59 ປີ ປະຊາຊົນຢູ່ບ້ານບໍ່ ເມືອງຊ່ອນ ແຂວງຫົວພັນ ທີ່ກໍ່ ເ ຫ ດ ຄ າ ດ ຕ ະ ກຳ ລູກໃພ້ ພາຍຫຼັງຜູ້ເສຍຊີວິດປະຕິເສດບໍ່ໃຫ້ຢືມເງິນຊື້ຢາເສບຕິດ ລົງ ທົ ດ ສ ະ ກຳ ທຳເຮັດແຜນຮັບຄຳປະກອບສາລະພາບ

ເພື່ອປະກອບໃສ່ສຳນວນຄະດີສົ່ງໄອຍະການຟ້ອງສານຕັດສິນ.
ທ້າວ ບຸນມີ ໃຫ້ການຕໍ່ເຈົ້າໜ້າທີ່ວ່າ: ໃນວັນທີ 6 ມິຖຸນາ 2020, ໄດ້ໄປເສຍຫຍ້າໄຮ່ສາລີ ກັບຄອບຄົວ ປະກອບມີ: ລູກຊາຍ, ລູກໃພ້ ແລະ ຫຼານສາວ.

ຮອດເວລາ 9:00 ໂມງ ໄດ້ພ້ອມກັນພັກຜ່ອນເອົາແຮງ. ຈາກນັ້ນ, ຜູ້ກ່ຽວຈຶ່ງໄດ້ຖາມຢືມເງິນນຳ ນາງ ຫວາງ (ຜູ້ເສຍຊີວິດ) ອາຍຸ 31 ປີ ຜູ້ເປັນລູກໃພ້ເພື່ອຈະເອົາໄປຊື້ ຢ ແລະ ຢ ຝິ່ ນ ມ າ ສູ ບ ຈຳນວນ 1.000.000 ກີບ. ແຕ່ຖືກລູກໃພ້ຕອບປະຕິເສດວ່າ ບໍ່ມີເງິນໃຫ້ຢືມ ຜູ້ກ່ຽວຈຶ່ງເວົ້າດ້ວຍຄວາມໃຈຮ້າຍວ່າ ຖ້າບໍ່ໃຫ້ເງິນຈະບໍ່ເສຍຫຍ້າໄຮ່ຊ່ວຍ ແຕ່ກໍຖືກລູກໃພ້ດ່າແລ້ວໄລ່ໜີວ່າຈະໄປທາງໃດກໍໄປ ເຮັດໃຫ້ຜູ້ກ່ຽວໂມໂຫຈົນຄິດຫາທາງຄຽດແຄ້ນ; ຈາກນັ້ນ, ບໍ່ດົນລູກໃພ້ ແລະ ຫຼານສາວ ກໍພາກັນຈັບເອົາຕຸກນ້ຳ ເພື່ອໄປຕັກເອົານ້ຳຢູ່ຫ້ວຍ, ສ່ວນລູກຊາຍ (ຜູ້ເປັນຜົວ) ນັ່ງພັກຜ່ອນຢູ່ຖຽງໄຮ່.

ຈາກນັ້ນ, ຜູ້ກ່ຽວໄດ້ຈັບເອົາກ້ອນຫີນ 1 ກ້ອນ ນ້ຳໜັກປະມານ 500 ກຼາມ, ມີດແຫຼມ 1 ດວງ ຍ່າງນຳລູກໃພ້ ແລະ ຫຼານສາວ ລົງໄປຫ້ວຍນ້ຳ. ພໍລົງໄປຮອດຈຶ່ງຢ່ອງເຂົ້າໄປທາງດ້ານຫຼັງຂອງລູກໃພ້ ແລ້ວໃຊ້ກ້ອນຫີນທຸບໃສ່ງ່ອນດົ້ນຂອງລູກໃພ້ຈົນລົ້ມລົງ ແລະ ແລ່ນເຂົ້າໄປຈັບເອົາກ້ອນຫີນກ່ອນເກົ່າທຸບຫົວອີກ 1 ບາດ ແລ້ວຖອດເອົາ ມີ ດແ ຫຼມອອກຈາກຝັກທີ່ຮັດຢູ່ແອວແທງເຂົ້າຫົວນົມເບື້ອງຂວາ 2 ບາດ, ແທງເຂົ້າຫົວນົມເບື້ອງຊາຍ 1 ບາດ, ແທງເຂົ້າກົກຂາເບື້ອງຂວາ 1 ບາດ ແລະ ແ ທ ງທາງເບື້ອງຫຼັງອີກ 1 ບາດ;

ເມື່ອ ຫຼານສາວເຫັນ ຜູ້ກ່ຽວກຳລັງຂ້າແມ່ເສຍຊີວິດ ຈຶ່ງຮ້ອງໄຫ້ ແລະ ເອີ້ນຫາພໍ່. ໃນເວລານັ້ນ, ຜູ້ກ່ຽວໄດ້ເອົາຕົວໜີ.

ເຈົ້າໜ້າທີ່ພະແນກຕໍາຫຼວດສືບສວນ-ສອບສວນ ປກສ ແຂວງຫົວພັນ ໃຫ້ຮູ້ວ່າ: ພາຍຫຼັງເກີດເຫດ, ເຈົ້າໜ້າທີ່ໄດ້ເອົາໃຈໃສ່ຕິດຕາມຕົວຜູ້ກໍ່ເຫດມາດຳເນີນຄະດີເປັນເວລາເກືອບ 100 ວັນ ຈຶ່ງສາມາດຈັບຕົວໄດ້ ສາເຫດທີ່ຈັບຕົວໄດ້ຊ້າ ຍ້ອນຜູ້ກໍ່ເຫດໄປລີ້ຊ້ອນຢູ່ຫຼາຍບ່ອນ ເປັນຕົ້ນແມ່ນໄປລີ້ຊ້ອນຢູ່ຂອບເຂດພູປ່າຫວາຍ 3 ວັນ ກ່ອນເອົາຕົວລົບໜີໄປລີ້ຊອນຢູ່ສະນໍາຂອງປະຊາຊົນບ້ານໂຄງ ເມືອງໂພນທອງແຂວງຫຼວງພະບາງ ເປັນເວລາ 30 ວັນ;

ຈາກນັ້ນ, ໄດ້ເອົາຕົວຫຼົບໜີເຂົ້າໄປລີ້ຊ້ອນຢູ່ປ່າສະຫງວນນ້ຳແວກ ເມືອງວຽງຄຳ ແຂວງຫຼວງພະບາງ ໄດ້ 60 ວັນ ກ່ອນຖືກເຈົ້າໜ້າທີ່ປ່າສະຫງວນ ພົບເຫັນ ແລະ ໄລ່ອອກຈາກຂອບ ເຂດປ່າສະຫງວນ ແລະ ຖືກເຈົ້າໜ້າທີ່ ປກສ ກຸ່ມບ້ານ ກັກຕົວໄດ້ຢູ່ບ້ານນາເລົາ ເມືອງວຽງ ຄຳ ແຂວງຫຼວງພະບາງ ໃນວັນທີ 12 ພະຈິກ 2020, ກ່ອນສົ່ງຕົວໃຫ້ ປກສ ແຂວງຫົວພັນດຳເນີນຄະດີ.

ເຫດລົດຈັກຕຳຫຼັກເສົາໄຟ(ເສຍຊີວິດຄາທີ່ 1ລາຍ)

ໃນວັນທີ 22/02/2021 ເວລາ 10:47 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີເຫດ ລົດຈັກຕຳຫຼັກເສົາໄຟຟ້າ ຢູ່ບ້ານ ດົງໝາກຄາຍ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ.

ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ)

ຈຶ່ງໄດ້ອອກກວດສອບເຫດພົບຜູ້ເສຍຊີວິດ 1 ຄົນເປັນເພດຊາຍ ເຊິ່ງອາການເບື້ອງຕົ້ນແມ່ນ: ມີບາດແຜເປີດໃຫຍ່ຢູ່ຫົວ ແລະ ປາກແຕກ (ກະທົບຫົວ), ບໍ່ມີສະຕີ, ຊິບພະຈອນບໍເຕັ້ນ.
ດັ່ງນັ້ນ, ທີມງານຂອງພວກຈຶ່ງໄດ້ປະສານຫາເຈົ້າໜ້າທີ່ຈະລາຈອນ ແລະ ມ້ຽນຄາບສົບແລ້ວມອບໃຫ້ຍາດພີ່ນ້ອງນຳກັບບ້ານໄປເຮັດພິທີທາງຕາມສາສະໜາ.​

ທາງໜ່ວຍກູ້ໄພນະຄອນຫຼວງ 1624 ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດໃນຄັ້ງນີ້ດ້ວຍ.

ອຸປະຕິເຫດສຸກເສີນໂທ : 🚑 1624 🚑

ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ

  • ອຸປະຖຳຕ່າງໆເຊັ່ນ : ເຂົ້າສານ,ອາຫານການກີນ
  • ອຸປະກອນການແພດຕ່າງໆ
    ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການ ບ້ານໂພນພະເນົາເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ຕິດຕໍ່ສອບຖາມ:020 2244 1624 ຫຼື ໂອນບັນຊີ

ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ
ຊື່ບັນຊີ:THE ASSOCIATION OF VOLUNTARY RESCUE VIENTIANE
ເລກບັນຊີ: LAK010120000993902001

ທີມກູ້ຊີບກູ້ໄພນະຄອນຫຼວງ1624

ລູກສາວໂພສເສົ້າອາໄລຫາພໍ່-ແມ່ ຈາກໄປບໍ່ທັນໄດ້ລ້ຳລາ 2ສົບໂຊກຮ້າຍຖືກໂຈນປຸ້ນຄໍາຍິງດັບທີ່ທ່າແຂກ

ເຊື່ອວ່າຫຼາຍທ່ານຈະຮັບຮູ້ມາແລ້ວບໍ່ໜ້ອຍກ່ຽວກັບຂ່າວສະເທືອນໃຈ ໂຈນປຸເນຄໍາສຸດໂຫດຢູ່ທ່າແຂກ ດັບຊີວິດເຈົ້າຂອງຮ້ານສອງຜົວເມນ ພ້ອມລັກເງິນຄໍາໜີ ແຕ່ວັນທີ 20 ກຸມພາ 2021 ທີ່ຜ່ານມາ.

ເຫດການດັ່ງກ່າວ ຖືເປັນອີກເຫດການປຸ້ນໂຫດ ທີ່ສ້າງຄວາມສະເທືອນໃຈໃຫ້ກັບຜູ້ຮັບຮູ້ ຫຼື ພົບເຫັນບໍ່ໜ້ອຍ ແລະ ຍັງເປັນທີ່ກ່າວເຖິງໃນສັງຄົມອອນລາຍຈໍານວນຫຼາຍ.

ແນວໃດກໍ່ຕາມ ເຫດການດັ່ງກ່າວນັບແຕ່ມື້ເກີດເຫດຈົນຮອດປັດຈຸບັນ ຍັງບໍ່ສາມາດຈັບຕົວຜູ້ກໍ່ເຫດໄດ້ ແຕ່ກໍ່ມີຄວາມຄືບໜ້າ ເມື່ອວັນທີ 21 ກຸມພາ ກໍ່ມີຂໍ້ມູນເພີ່ມພົບເຫັນອາວຸດ, ລົດ, ເຄື່ອງນຸ່ງ ແລະ ຖົງຜ້າຂອງຜູ້ກໍ່ເຫດຢູ່ຕາມປ່າແຫ່ງໜຶ່ງ.

ຫຼ້າສຸດ ລູກສາວຂອງຜູ້ເສຍຊີວິດ ໂພສຂໍ້ຄວາມສຸດເສົ້າອາໄລຫາພໍ່ແມ່ອັນເປັນທີ່ຮັກ ວ່າ: ສິ່ງນີ້ບໍທີ່ຕອບແທນຄົນດີ…ມັນຄືກັບຝັນເປັນຝັນທີ່ບໍ່ມີມື້ຕື່ນ ເປັນເລື່ອງທີ່ບໍ່ທັນຕຽມໃຈ ຈັກຄຳກະຍັງບໍ່ໄດ້ລາ; ຄຳເວົ້າສຸດທ້າຍເອົາໝາກພ້າວເມືອຫນ່ວຍຫນຶ່ງກະໄດ້ແລ້ວ ຄືບໍ່ກັບມາກິນ ລູກຕານລອຍແກ້ວທີ່ບອກເຮັດໃຫ້ກິນເດຍັງບໍ່ໄດ້ກິນຊໍ່າ ບໍ່ຄິດເລີຍວ່າມື້ນີ້ຕ້ອງໄດ້ເຄາະໂລງເອີ້ນເຈົ້າມາກິນ.

ແນວໃດກໍ່ຕາມ ເຫດການເສົ້າທີ່ເກີດຂຶ້ນ ມັນສະເທືອນໃຈຫຼາຍ ແລະ ມັນສ້າງຄວາມໂສກເສົ້າເສຍໃຈໃຫ້ກັບຄອບຄົວຜູ້ໂຊກຮ້າຍບໍ່ໜ້ອຍ, ແອັດຂໍສະແດງຄວາມເສຍໃຈຕໍ່ເຫດການທີ່ເກີດຂຶ້ນ ແລະ ຂໍໃຫ້ດວງວິນຍານຂອງຜູ້ໂຊກຮ້າຍໄປສູ່ສຸຂະຕິດ້ວຍເຖີ້ນ.

ຮູບສຸດທ້າຍຂອງພໍ່ແມ່ທີ່ລູກສາວຖ່າຍໄດ້

ຂ່າວດີ!!! ລາວໄດ້ວັກຊີນໂຄວິດ 564,000ໂດຣ.

ປະເທດລາວໄດ້ຮັບການຈັດສັນສັກຢາວັກຊີນ AstraZeneca Covid-19 ໃນເບື້ອງຕົ້ນໂດຍຜ່ານໂຄງ ການ COVAX.

ອີງຕາມການແຈ້ງການທີ່ລົງໃນໜ້າເຟສບຸກຂອງຫ້ອງການສະຖານທູດການາດາປະຈຳລາວ, ປະເທດລາວຈະໄດ້ຮັບວັກຊີນ AstraZeneca Covid-19 ຈຳນວນ 564,000 ໂດຣ ໂດຍຜ່ານການໃຫ້ຄຳ ໝັ້ນສັນຍາຕະຫຼາດລ່ວງໜ້າຂອງບໍລິສັດ COVAX Facility (AMC).

COVID-19 Vaccines Global Access ມີຊື່ຮຽກວ່າ COVAX  ເປັນໂຄງການລິເລີ່ມລະດັບໂລກທີ່ມີຈຸດໝາຍແມ່ນການເຂົ້າເຖິງວັກຊີນໂຄວິດ-19 ຢ່າງເທົ່າທຽມ ເຊິ່ງນຳໂດຍ Global Alliance for Vaccines and Immunization , World Health Organization, Coalition for Epidemic Preparedness Innovations ແລະ ອື່ນໆ.

ໂຄງການດັ່ງກ່າວນີ້ມີພາລະກິດໃນການສະໜັບສະໜູນວັກຊີນໃຫ້ປະເທດທີ່ມີລາຍຮັບຕໍ່າເຊັ່ນ: ປະເທດລາວ ແລະ ຊ່ວຍຢຸດຕິການລະບາດຂອງໂຣກໂຄວິດ-19 ໃຫ້ໄດ້ໄວທີ່ສຸດ.

ທີ່ຜ່ານມາ, ລາວໄດ້ເລີ່ມຊັກວັກຊີນໂຄວິດ-19ໃຫ້ກັບແພດກວ່າ 600 ຄົນ ເຊິ່ງນຳໂດຍຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງສາທາລະນະສຸກໃນທ້າຍເດືອນມັງກອນ 2021.

ລາວໄດ້ຮັບວັກຊີນໂຄວິດ-19 ຈາກ ສປ ຈີນ ຈຳນວນ 2,000 ໂດສ ໃນຂະນະທີ່ລັດຖະບານຣັດເຊຍຈັດສົ່ງວັກຊີນ “Sputnik V” Covid-19 ໃຫ້.

ລັດຖະມົນຕີກະຊວງສາທາລະນະສຸກ  ທ່ານສາດສະດາຈານ ດຣ. ບຸງກົງ ສີຫາວົງ ກ່າວວ່າ ປະເທດລາວມີຄວາມຫວັງທີ່ຈະຊັກຢາວັກຊີນໂຄວິດ-19 ໃຫ້ປະຊາຊົນ 70% ພາຍໃນປີ 2023.

ຮຽບຮຽງຂ່າວ: ພຸດສະດີ

ທີ່ມາຂ່າວ: laopost.com

ໄທພົບຜູ້ຕິ ດເຊື້ ອໂຄ ວິດ ແບບບໍ່ສະແດງອາການ 415 ຄົນ

ວັນທີ 21 ກຸມພາ 2021 ນີ້ ສຳນັກງານສາທາລະນະສຸກແຂວງປະທຸມທານີ ແລະ ສຳນັກງານປ້ອງກັນຄວບຄຸມໂຣກທີ 4 ແຂວງສະຣະບຸຣີ ໄດ້ດຳເນີນການສຸ່ມກວດຫາຜູ້ຕິດເຊື້ອພະຍາດໂຄວິດ-19 ຕັ້ງແຕ່ວັນທີ 9 – 19 ກຸມພາ ຜ່ານມາ ທີ່ຕະຫຼາດພອນພັນ

ແລະ ຕະຫຼາດໃກ້ຄຽງ ແຂວງປະທຸມທານີກວ່າ 10.000 ຄົນ ພົບຜູ້ຕິດເຊື້ອໂຄວິດ-19 ບໍ່ສະແດງອາການ 415 ຄົນ ສ່ວນໃຫຍ່ເປັນພໍ່ຄ້າ, ແມ່ຄ້າ ຄົນໄທໃນຕະຫຼາດ ແລະລູກຈ້າງແຮງງານຕ່າງປະເທດ ພົບຜູ້ສຳຜັດສ່ຽງສູງກວ່າ 900 ຄົນ ຕິດຕາມໄດ້ແລ້ວ 300 ກວ່າຄົນ ແລະ ຢູ່ລະຫວ່າງຕິດຕາມອີກ 500 ກວ່າຄົນ.

People stand in lines to get COVID-19 tests in Samut Sakhon, South of Bangkok, Thailand, Sunday, Dec. 20, 2020. Thailand reported more than 500 new coronavirus cases on Saturday, the highest daily tally in a country that had largely brought the pandemic under control. (AP Photo/Jerry Harmer)

ຄູ່ຮັກບ່າວສາວ ຖືກປັບໃໝຍ້ອນຈູບກັນຢູ່ສວນສາທາລະນະ

ທ່າມກາງ ການແຜ່ລະບາດ COVID-19 ໃນປະເທດ ຫວຽດນາມໃນວັນທີ 17 ກຸມພາ 2021 ທີ່ເມືອງ Hai Duong ເຂດ Hai Tan Ward ໃນລະຫວ່າງທີ່ຄະນະປ້ອງກັນ ແລະ ຄວບຄຸມການລະບາດ COVID-19 ໄດ້ອອກກວດກາທີ່ສວນສາທາລະນະ ໃນເວລາດຽວກັນນັ້ນປະມານ 5:40 ໂມງແລງ

ຄະນະເຈົ້າໜ້າທີ່ ໄດ້ເຫັນຄູ່ຮັກບ່າວສາວນັ່ງຢູ່ຕັ່ງ ແລະ ກຳລັງຈູບກັນ ເຈົ້າໜ້າທີ່ເລີຍໄດ້ກັກຕົວທັງສອງຄົນ ຜູ້ຊາຍອາຍຸ 19 ປີ ແລະ ແຟນຂອງລາວຜູ້ຍິງອາຍຸ 19 ປີ ພວກເຂົາຖືກປັບໃໝຄົນລະ 2 ລ້ານດົງ ຫຼື ປະມານ 86$ ຍ້ອນວ່າບໍ່ໃສ່ຜ້າອັດປາກ ແລະ ອອກຈາກບ້ານໂດຍບໍ່ມີເຫດຜົນ.

ຍ້ອນວ່າໃນໄລຍະນີ້ແມ່ນ ລັດຖະບານສັ່ງໃຫ້ຮັກສາໄລຍະຫ່າງ,ກັກຕົວ ແລະ ອອກຈາກບ້ານໃນເວລາມີວຽກທີ່ຈໍາເປັນເຊັ່ນ ຊື້ເຄື່ອງອຸປະໂພກ ບໍລິໂພກ, ຊື້ຢາ ຫຼື ໄປໂຮງໝໍເທົ່ານັ້ນ ເນື່ອງຈາກເມືອງນີ້ເປັນເມືອງທີ່ມີການແຜ່ລະບາດຂອງພະຍາດ COVID-19 ຫຼາຍທີ່ສຸດຂອງຫວຽດນາມ.

cr: Lao youth Radio

ການປ່ອນບັດເລືອກຕັ້ງ ສສຊແລະສສຂຢູ່ເມືອງແກ່ນທ້າວ

ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແມ່ນຂະບວນການ ປະຕິບັດໜ້າທີ່ການເມືອງ ແລະ ສິດປະຊາທິປະໄຕ ຂອງພົນລະເມືອງລາວໃນການເລືອກເອົາ ບຸກຄົນທີ່ມີມາດຖານຄົບຖ້ວນ ເຂົ້າໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນປະຕິບັດສິດອໍານາດ ຂອງປະຊາຊົນລາວບັນດາເຜົ່າ.

ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II ຄັ້ງນີ້, ແມ່ນມີຄວາມໝາຍສໍາຄັນຍິ່ງ ເພາະເປັນການສືບຕໍ່ສ້າງ ແລະ ບູລະນະລະບອບປະຊາທິປະໄຕ ໂດຍສະເພາະແມ່ນການປັບປຸງ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃນຖານະເປັນອົງການອໍານາດລັດໜຶ່ງ ໃນລະບົບການເມືອງຂອງ ສປປ ລາວ ໃຫ້ນັບມື້ນັບເຂັ້ມແຂງ. ໃນວັນທີ 21 ກຸມພາ ນີ້,

ຜູ້ມີສິດປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II ທົ່ວປະເທດລາວ ໂດຍບໍ່ຈໍາແນກເພດ, ເຜົ່າ, ຖານະທາງດ້ານເສດຖະກິດ-ສັງຄົມ, ຄວາມເຊື່ອຖື, ສາສະໜາ, ທີ່ຕັ້ງພູມລໍາເນົາໄດ້ໄປໃຊ້ສິດຂອງຕົນ. ສະເພາະເມືອງແກ່ນທ້າວແຂວງໄຊຍະບູລີ ມີ 53 ໜ່ວຍປ່ອນບັດ, ຜູ້ມີສິດປ່ອນບັດເລືອກຕັ້ງ 30.000 ກວ່າຄົນ, ໃນນີ້, ສາມາປ່ອນບັດຢູ່ໜ່ວຍເລືອກຕັ້ງບ້ານຂອງຕົນ 26.600 ກວ່າຄົນ ຜູ້ໄປຕ່າງແຂວງ ແລະ ຕ່າງເມືອງ 1.600 ກວ່າຄົນ, ຜູ້ໄປຕ່າງປະເທດ 1.600 ກວ່າຄົນ.

(ຂ່າວ: ເມືອງແກ່ນທ້າວ)

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄປໃຊ້ສິດ ປ່ອນບັດເລືອກຕັ້ງ ທີ່ບ້ານຈອມມະນີ

ໃນຕອນເຊົ້າຂອງວັນທີ 21 ກຸມພາ 2021 ນີ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງ ທຶນໄດ້ໄປໃຊ້ສິດປ່ອນບັດ ເລືອກຕັ້ງເອົາສະມາຊິກ ສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາປະຊາຊົນ (ສສ/ນວ) ຊຸດທີ II ຢູ່ໜ່ວຍ 98 ບ້ານຈອມມະນີ, ເມືອງໄຊເສດຖາ,ນະຄອນຫລວງວຽງຈັນ.

ສໍາລັບໜ່ວຍປ່ອນບັດ ບ້ານຈອມມະນີມີ 6 ຈຸດ ມີພົນລະເມືອງທັງໝົດ 7.357 ຄົນ, ຍິງ 3.749 ຄົນ. ມີຜູ້ມີສິດປ່ອນບັດທັງໝົດ 4.538 ຄົນ, ຍິງ 2.497 ຄົນ.

ທ່ານ ຄຳໄຕ ສີພັນດອນ ອະດີດປະທານປະເທດ ຮ່ວມປ່ອນບັດເລືອກຕັ້ງຢູ່ມະຫາວິທະຍາໄລຈຳປາສັກ

ຕອນເຊົ້າຂອງວັນທີ 21 ກຸມພາ 2021 ທ່ານ ຄຳໄຕ ສີພັນດອນ ອາດີດປະທານພັກ, ອາດີດປະທານປະເທດ ເຂົ້າຮ່ວມປ່ອນບັດເລືອກຕັ້ງ ສະມາຊິກ ສະພາແຫ່ງຊາດຊຸດທີ IX ແລະ ສະມາຊິກສະພາປະຊາຊົນ ແຂວງຊຸດທີ II ທີ່ມະຫາວິທະຍາໄລຈຳປາສັກ ໃຫ້ກຽດຕ້ອນຮັບໂດຍ ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເຈົ້າແຂວງຈຳປາສັກ, ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງ ຊັບພະຍາກອນ ແລະ ສິ່ງແວດລ້ອມ, ຜູ້ສະໝັກ ສສຊ ນໍ້າເບີ 1 ພ້ອມດ້ວຍການນຳຂອງແຂວງ, ນະຄອນ, ອາດີດການນຳຂອງແຂວງ, ຜູ້ຮັບສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ IX ທັງ 20 ທ່ານ ແລະ ຜູ້ສະໝັກຮັບເລືອກຕັ້ງ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II 6 ທ່ານ ແລະ ຄູ-ອາຈານ, ນັກສຶກສາ ໃນມະຫາວິທະຍາໄລຈຳປາສັກ ເຂົ້າຮ່ວມ

ໃນພິທີ ທ່ານ ບຸນມີ ພອນສະຫວັນ ອະທິການບໍດີ ມະຫາວິທະຍາໄລຈຳປາສັກ ໄດ້ໃຫ້ຮູ້ເຖິງຄວາມໝາຍ ຄວາມສຳຄັນກ່ຽວກັບ ການເລືອກຕັ້ງ, ການຫ້າງຫາກະກຽມຄວາມພ້ອມ ແລະ ອື່ນໆ. ເຊິ່ງໜ່ວຍປ່ອນບັດ ມະຫາວິທະຍາໄລຈຳປາສັກ ມີຜູ້ມີສິດປ່ອນບັດເລືອກຕັ້ງ ທັ້ງໝົດ 2.423 ຄົນ ຍິງ 1.238 ຄົນ ແລະ ທ່ານຍັງໃຫ້ຮູ້ອີກວ່າ: ການເລືອກຕັ້ງສາມະຊິກ ສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ ຊຸດທີ II ເປັນສິດ ແລະ ໜ້າທີ່ຂອງບັນດາ ທ່ານຕາມທີ່ໄດ້ກໍານົດໃວ້ ໃນລັດຖະທຳມະນູນ ແຫ່ງ ສປປ ລາວ ແລະ ກົດໝາຍວ່າດ້ວຍ ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ແລະສະມາຊິກ ສະພາປະຊາຊົນຂັ້ນແຂວງ ເຊິ່ງກຳນົດວ່າ: ພົນລະເມືອງລາວ ຜູ້ມີອາຍຸ 18 ປີຂຶ້ນໄປ ມີສິດປ່ອນບັດເລືອກຕັ້ງ ແລະ ຜູ້ມີອາຍຸແຕ່ 21 ປີຂຶ້ນໄປ ມີສິດສະໝັກຮັບເລືອກຕັ້ງ. ສະນັ້ນ, ຮຽກຮ້ອງໃຫ້ບັນດາທ່ານ ໄດ້ນຳໃຊ້ສິດ ແລະ ໜ້າທີ່ຂອງຕົນ ໃຫ້ມີສ່ວນເຂົ້າຮ່ວມ ໃນການຄຸ້ມຄອງບໍລິຫານລັດ ເພື່ອເຮັດໃຫ້ ສປປ ລາວ ເປັນລັດປະຊາທິປະໄຕປະຊາຊົນ ເປັນຜູ້ສ້າງຕັ້ງອົງການແຫ່ງສິດ ແລະຜົນປະ ໂຫຍດຂອງຕົນ ເອີ້ນວ່າ: ສະພາແຫ່ງຊາດ ກໍຄືສະພາປະຊາຊົນຂັ້ນແຂວງ.

 ເພື່ອເຮັດໃຫ້ການເລືອກຕັ້ງຄັ້ງນີ້, ບັນລຸຜົນສໍາເລັດຕາມ ຄາດໝາຍທີ່ວາງໃວ້ ຂໍຮຽກຮ້ອງມາຍັງພະນັກງານ, ຄູ-ອາຈານ, ນ້ອງນັກສຶກສາ ຜູ້ມີສິດເລືອກຕັ້ງ ທີ່ມີລາຍຊື່ຢູ່ໃນບັນຊີ ໜ່ວຍປ່ອນບັດເລືອກຕັ້ງ ຂອງພວກເຮົາໄດ້ໃຊ້ສິດ ເລືອກຕັ້ງຂອງຕົນ ຢ່າງພ້ອມພຽງຮຽງໜ້າ, ລົງຄະແນນ ສຽງຖືກຕ້ອງ ຮ້ອຍສ່ວນຮ້ອຍ, ຮັບປະກັນຄວາມສະຫງົບ ຮ້ອຍສ່ວນຮ້ອຍ, ຄັດເລືອກເອົາສະມາຊິກ ສະພາແຫ່ງຊາດ ແລະສະມາ ຊິກສະພາປະຊາຊົນ ຂັ້ນແຂວງ ໃຫ້ໄດ້ຜູ້ມີສິດມາດຕາຖານ, ເງື່ອນໄຂຄົບຖ້ວນ ແນໃສ່ຍົກສູງປະສິດທິພາບ ຂອງການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງ ປະຊາຊົນລາວ ບັນດາເຜົ່າ ໃຫ້ນັບມື້ສູງຂຶ້ນ.

ນັກຂ່າວ: ເກດສະໜາ