ຈະໃຊ້ງົບກ່ວາ 5,000 ຕື້ກີບ ໃສ່ໂຄງການສີທັນດອນໄລຍະທຳອິດ

ຄືບໜ້າໂດຍໄວສໍາລັບໂຄງການພັດທະນາສີທັນດອນໄລຍະທີ 1 ໄດ້ມີຫຼາຍໜ້າວຽກສໍາເລັດລົງແລະກໍາລັງສຶບຕໍ່ສຸມໃສ່ບັນດາໜ້າວຽກທີ່ສໍາຄັນເພື່ອໃຫ້ສໍາເລັດຕາມລະ ດັບຄາດໝາຍທີ່ວາງໄວ້ໃນຂະນະທີ່ຮອງປະທານບໍລິສັດຮ່ວມພັດທະນາສີທັນດອນຢໍ້າວ່າຫາກໂຄງການສໍາເລັດຈະຊ່ວຍພັດທະນາຊີວິດການເປັນຢູ່ຂອງປະຊາຊົນຊາວ ເມືອງໂຂງດີຂຶ້ນ.

ທ່ານ ລາຕີ ສີສຸພັນນະວົງ ຮອງປະທານບໍລິສັດ ຮ່ວມພັດທະນາສີທັນດອນໄດ້ລາຍງານໃນໂອກາດເປີດການນໍາໃຊ້ເສັ້ນທາງເບຕົງອ້ອມດອນໂຂງເມື່ອອາທິດທີ່ຜ່ານມາໃຫ້ຮູ້ວ່າ: ໂຄງການພັດທະນາສີທັນດອນໄລຍະທີ 1 ແມ່ນໄດ້ເລີ່ມລົງມືກໍ່ສ້າງແຕ່ປີ 2018 ຫາ 2025 ໃຫ້ສໍາເລັດ, ມາຮອດປະຈຸບັນຄວາມຄືບໜ້າໂຄງການແມ່ນໄດ້ສໍາເລັດການປັບປຸງເຮືອນວິນລາຢູ່ລິສອດຄອນພະເພັງ ຈໍານວນ 21 ຫຼັງ, ສູນບໍລິການໆ ຂາຍ 1 ຫຼັງ ລວມມູນຄ່າ 10 ລ້ານກວ່າໂດລາສະຫະລັດ, ສໍາເລັດການກໍ່ສ້າງໂຮງແຮມຫຼັງໃໝ່, ອາຄານ, ຫ້ອງພັກ 2 ຫຼັງ, ມີຫ້ອງພັກ 68 ຫ້ອງ, ເຮືອນວິນລາແບບສ່ວນຕົວ 6 ຫຼັງ, ຫ້ອງສະປາ 6 ຫຼັງ, ຕຶກຫ້ອງການບໍລິຫານໂຮງແຮມ 1 ຫຼັງ, ສໍາເລັດການກໍ່ສ້າງເສັ້ນທາງເບຕົງທີ່ມີໄລຍະທາງ 43 ກວ່າກິໂລແມັດ, ນອກຈາກນີ້ໂຄງການແມ່ນຈະໄດ້ສຶບຕໍ່ພັດທະນາຫຼາຍໜ້າວຽກຕື່ມອີກເຊັ່ນ: ກໍ່ສ້າງເສັ້ນ ທາງມາດຕະຖານ, ເຂດທີ່ຢູ່ອາໄສ, ນໍ້າປະປາ, ສະໜາມບິນ, ໂຮງໝໍຊຸມຊົນຂະໜາດ 100 ຕຽງ, ສະໜາມກ໊ອບ, ກໍ່ສ້າງຕາຝັ່ງເຈື່ອນ ແລະອື່ນໆ, ໃຫ້ສໍາເລັດ ແລະຄາດວ່າຈະໃຊ້ທຶນຢູ່ປະມານ 600 ລ້ານໂດລາສະຫະລັດ ຫຼືປະມານ 5,5 ພັນຕື້ກີບ ເຂົ້າໃນການພັດທະນາກໍ່ສ້າງໂຄງການໄລຍະທຳອິດ.

ທ່ານ ລາຕີ ສີສຸພັນນະວົງ ຮອງປະທານຮ່ວມພັດທະນາສີທັນດອນຈໍາກັດ ໃຫ້ຮູ້ຕື່ມອີກວ່າ: ໂຄງການພັດທະນາສີທັນດອນບໍ່ພຽງແຕ່ເປັນຂອງຂວັນໃຫ້ປະຊາຊົນເມືອງໂຂງເທົ່ານັ້ນແຕ່ຍັງເປັນພັນທະຂອງບໍລິສັດເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງ, ຊຶ່ງເປັນການສະແດງອອກເຖິງຄວາມຕັ້ງໃຈອັນເດັດດ່ຽວຂອງບໍລິສັດກໍ່ຄືການປະກອບສ່ວນເຂົ້າໃນການພັດທະນາຢູ່ແຂວງຈໍາປາສັກ, ໂຄງການນີ້ແມ່ນເປັນພຽງການເລີ່ມຕົ້ນລົງມືຂອງໂຄງການພັດທະນາເຂດ ເສດຖະກິດໃໝ່ສີທັນດອນ, ຊຶ່ງໃນແຕ່ລະໄລຍະຂອງການກໍ່ສ້າງພື້ນຖານໂຄງລ່າງ ແລະ ສີ່ງອໍານວຍຄວາມສະດວກນັ້ນແມ່ນຈະສາມາດຊ່ວຍຍົກລະດັບຊີວິດການເປັນຢູ່ຂອງປະຊາ ຊົນໃຫ້ດີຂຶ້ນ, ໂດຍສະເພາະແມ່ນຈະສ້າງໂອກາດອັນດີໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະການທ່ອງທ່ຽວຂອງແຂວງຈໍາປາສັກ.

ຂ່າວ: ເສດຖະກິດ-ສັງຄົມ

ພະຍາດສາຍພັນໃໝ່ ກຳລັງເລີ່ມລະບາດ

ສຳນັກຂ່າວ ອັນຈາຊີເລຍ ລາຍງານວ່າ ເມື່ອວັນເສົາ ວັນທີ 20 ກຸມພາ 2021 ນາງ ແອນນາ ໂປໂປວາ ຫົວໜ້າສຳນັກງານບໍລິການກາງ ເພື່ອການດູແລ ສະຫວັດດິພາບມະນຸດ ແລະ ປົກປ້ອງສິດທິຜູ້ບໍລິໂພກຂອງຣັດເຊຍ ບອກກັບສື່ທ້ອງຖິ່ນວ່າ ລັດຖະບານໄດ້ແຈ້ງເລື່ອງການພົບ ຄົນທີ່ຕິດເຊື້ອສາຍພັນ AH5N8 ເປັນຄັ້ງແລກຂອງໂລກ ໃຫ້ອົງການອານະໄມໂລກຮັບຮູ້ແລ້ວເມື່ອ2-3ວັນທີ່ຜ່ານມາ ຫຼັງຈາກທີ່ໝັ້ນໃຈໃນຜົນການກວດສອບ

ໃນຊ່ວງທີ່ຜ່ານມາ ມີລາຍງານໄຂ້ຫວັດນົກສາຍພັນ H5N8 ລະບາດຢ່າງໜັກໃນຣັດເຊຍ, ຫຼາຍປະເທດໃນຍູໂຣບ, ຈີນ, ຕາເວັນອອກກາງ ແລະ ອາຟິກກາເໜືອ ແຕ່ເປັນການລະບາດໃນສັດປີກເທົ່ານັ້ນ ໂດຍມີພຽງ 3 ສາຍພັນ ທີ່ເຄີຍຖືກພົບວ່າຕິດຕໍ່ສູ່ຄົນ ໄດ້ແກ່: H5N1, H7N9 ແລະ H9N2.

ນາງ ໂປໂປວາ ເຜີຍວ່າ ເຈົ້າໜ້າທີ່ພົບຄົນງານຟາມສັດປີກ 7 ຄົນ ຕິດເຊື້ອໄຂ້ຫວັດສາຍພັນ H5N8 ຕອນທີ່ເກີດການລະບາດໃນພາກໃຕ້ຂອງປະເທດ ເມື່ອເດືອນທັນວາຄົມປີກ່ອນ ໂດຍເຊື້ອສາຍພັນນີ້ມີອັດຕາການແຜ່ ກະຈາຍສູງໃນສັດປີກ ແລະ ອາດເຮັດໃຫ້ເຖິງຕາຍ. ແຕ່ຈົນຮອດຕອນນີ້ ຍັງບໍ່ພົບກໍລະນີການແຜ່ເຊື້ອຈາກຄົນສູ່ຄົນ ແລະ ຄົນງານທີ່ຕິດເຊື້ອ ກໍ່ບໍ່ໄດ້ມີບັນຫາສຸຂະພາບຮ້າຍແຮງ.

ແນວໃດກໍຕາມ ນາງ ໂປໂປວາ ເນັ້ນວ່າ ນີ້ເປັນການຄົ້ນພົບທີ່ສຳຄັນທາງວິທະຍາສາດ ແລະ ເວລາຈະເປັນຕົວບອກວ່າ ໄວຣັສຊະນິດນີ້ຈະກາຍພັນເພີ່ມຂຶ້ນອີກ ຫຼື ບໍ່ ?

ໃນຂະນະດຽວກັນ ສະຖາບັນເວັກເຕີ້ ໃນແຄວ້ນໄຊບີເລຍ ຂອງຣັດເຊຍ ເຊິ່ງເປັນໜຶ່ງໃນໜ່ວຍງານທີ່ພັດທະນາວັກຊີນຕ້ານໄວຣັສ ໂຄວິດ-19 ເປີດເຜີຍໃນວັນເສົາວ່າ ພວກເຂົາກະກຽມຈະເລີ່ມການທົດສອບກັບຄົນ ແລະ ພັດທະນາວັກຊີນເພື່ອຕ້ານເຊື້ອ H5N8 ດ້ວຍ.

ແຈ້ງການ ຄັດເລືອກແລະນໍາສະເໜີຂໍເອົາລູກຫຼານເຂົ້າເປັນທະຫານໃໝ່ປະຈໍາປີ2021.

ແຈ້ງການ ເລື່ອງການຄັດເລືອກ ແລະ ນໍາສະເໜີຂໍເອົາລູກຫຼານ ເຂົ້າເປັນທະຫານໃໝ່ ປະຈໍາປີ 2021

ລາຍລະອຽດຕາມເອກະສານດ້ານລຸ່ມນີ້

ພາກັນໄປສະໝັກເດີ

ເລີ່ມຕິດຕັ້ງແລ້ວ ສັນຍະລັກການຮ່ວມມືລາວ-ຈີນ ຕາມຖະໜົນເຈົ້າຟ້າງຸ່ມ.

ເຊົ້າວັນທີ 24 ກຸມພາ 2021, ໄດ້ມີການເລີ່ມຕິດຕັ້ງປ້າຍສັນຍະລັກການຮ່ວມມືລາວ-ຈີນ ໃສ່ຖະໜົນເຈົ້າຟ້າງຸ່ມ ແຕ່ໂຮງໝໍມະໂຫສົດ ຫາສາມແຍກປາກປ່າສັກໂດຍຕິດຕັ້ງໃສ່ເສົາໄຟເຍືອງທາງ 50 ຕົ້ນ ເຊິ່ງການຕິດຕັ້ງສັນຍະລັກດັ່ງກ່າວ ຈະເປັນການຕິດຕັ້ງແບບຊົ່ວຄາວ.

ເພື່ອສະເຫຼີມສະຫຼອງຜົນສຳເລັດໂຄງການດັ່ງກ່າວ ແລະ ຈະມີການປັບປ່ຽນໄປຕາມຮູບແບບ ໄປຕາມແຕ່ລະໄລຍະຂອງເທສະການ ແລະ ວັນບຸນສຳຄັນຕ່າງໆ

.

.