ໜັງສືພິມວຽງຈັນທາມ ລາຍງານວ່າ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ກ່າວເຕືອນພະແນກການຕ່າງໆຂອງລັດບໍ່ໃຫ້ຊື້ພາຫະນະເພີ່ມເຕີມເພື່ອນຳໃຊ້ພາຍຫຼັງທີ່ຮູ້ວ່າອຳນາດການປົກຄອງແຂວງຈຳນວນໜຶ່ງກຳລັງວາງແຜນຊື້ລົດໃໝ່. “ ຂ້ອຍໄດ້ຍິນວ່າບາງແຂວງໄດ້ອອກຄຳສັ່ງຊື້ລົດ ເວັ້ນເສຍແຕ່ວ່ານີ້ແມ່ນສິ່ງຈຳເປັນແທ້ໆ” ເພິ່ນໄດ້ກ່າວຕໍ່ກອງປະຊຸມປະຈຳປີ 2020 ຂອງຂະແໜງການເງິນ, ແຜນການ ແລະ ການລົງທືນທີ່ນະຄອນຫຼວງວຽງຈັນ. ເນື່ອງຈາກຈຳນວນພາຫະນະຂອງລັດມີຫຼາຍກວ່າ 30,000 ຄັນ ນາຍົກລັດຖະມົນຕີໄດ້ກ່າວຕໍ່ໜ່ວຍງານທີ່ກ່ຽວຂ້ອງໃຫ້ຄຳນວນໃໝ່ ແລະ ຈັດສັນພາຫະນະໃໝ່ເພື່ອການໃຊ້ງາານທີ່ເໝາະສົມ ທ່ານກ່າວຕື່ມອີກວ່າ: ພາຫະນະຂອງລັດຈຳນວນຫຼວງຫຼາຍບວກໃສ່ກັບລົດສ່ວນຕົວໄດ້ເຮັດໃຫ້ຖະ ໜົນແອອັດ, ໂດຍສະເພາະໃນໄລຍະເວລາໂມງການ. ບົດລາຍງານທີ່ພົ້ນເດັ່ນກ່ຽວກັບແຜນການຂອງແຂວງໃນການຊື້ລົດ ໃໝ່ ມາໃນໄລຍະເວລາທີ່ມີການປ່ຽນແປງໃນການເປັນຜູ້ນຳໃນອົງການຈັດຕັ້ງຂອງລັດເຊິ່ງຈະເກີດຂື້ນໃນທຸກໆຫ້າປີ ຕາມທຳນຽມປະຕິບັດເຈົ້າໜ້າທີ່ອາວຸໂສທີ່ຂຶ້ນຕຳແໜ່ງໃໝ່ມັກຈະໄດ້ຮັບລົດໃໝ່. ໃນຂະນະທີ່ເຈົ້າໜ້າທີ່ຂັ້ນສູງຫຼາຍຄົນກຳນົດຈະອອກບຳນານໃນໄວໆນີ້, ໝາຍຄວາມວ່າຜູ້ສືບທອດທີ່ຈະເຂົ້າມາປ່ຽນແທນຈະໄດ້ຮັບລົດໃໝ່ ຕາມການປະຕິບັດຕາມຮີດຄອງປະເພນີ. … Read More