ຄວາມເຊື່ອ ກັບ ຄວາມຈິງ ຝົນຕົກໜັກນ້ຳຖ້ວມເປັນສີແດງເລືອດ ທີ່ອິນໂດເນເຊຍ
ເລື່ອງນີ້ເກີດຂຶ້ນທີ່ປະເທດອິນໂດເນເຊຍຄືມີຝົນຕົກໜັກນໍ້າຖ້ວມເຂົ້າເຂດບ້ານເຮືອນປະຊາຊົນ ແລະກາຍເປັນສີແດງເລືອດເຫຼົ່າຜູ້ນຳດ້ານຄວາມເຊື່ອຕ້ອງກໍພາກັນອອກມາເຕືອນປະຊາຊົນວ່າ ປະເທດຊາດຈະເກີດອາເພດ ຊາວເມືອງກໍພາກັນເຊື່ອ. ຈາກນັ້ນຈຶ່ງພາກັນຈັດຕັ້ງພິທີກຳຈະຂໍຂະມາຟ້າດິນ ຜູ້ຄົນຕ່າງກໍເຂົ້າມາຮ່ວມພໍດີເຈົ້າຂອງໂຮງຍ້ອມຜ້າອອກມາຂໍໂທດວ່າ ຕອນຝົນຕົກໜັກມ້ຽນຖັງສີບໍ່ທັນ ນໍ້າຖ້ວມຈຶ່ງອອກມາເປັນດັ່ງທີ່ເຫັນ. . Cr.Ekkawit Sudanich Share this…FacebookTwitteremailPrint