ເຕືອນໄພ ! ມີໝາໃຫ້ລະວັງ ມີຄົນບໍ່ຫວັງດີຂີ່ລົດເລາະວາງຢາໝາ !

ຈາກຜູ້ໃຊ້ເຟສບຸກຂອງBibi Dangmany ໄດ້ໂພສເຕືອນໄພ ສຳລັບບ້ານໃດທີ່ມີຫມາໃຫ້ລະວັງ ມີຄົນບໍ່ຫວັງດີຂີ່ລົດເລາະຕາມຮ່ອມບ້ານເຮືອນຄົນ ເພື່ອວາງຢາຫມາ

ເຊິ່ງວ່າຫມາບ້ານຂ້າພະເຈົ້າໄດ້ຖືກສອງໂຕ, ໂຕຫນຶ່ງເສຍຊີວິດ ແລະ ອີກໂຕຫນຶ່ງອາການສາຫັດ. ຂີ່ລົດມາວາງຢາຕອນ2ໂມງກາງຄືນເພື່ອຫວັງຢາກໄດ້ໝາສີດຳແຕ່ມັນບໍ່ກິນ ເຫດການເລີຍແກ່ຍາວມາຮອດຕອນເຊົ້າທີ່ປ່ອຍໝາໃນບ້ານ4ໂຕອອກມາປົກກະຕິ. ໝາ(ໂຕທີ່ຕາຍ)ໄດ້ມາກິນເອົາເສດອາຫານທີ່ມັນຖິ້ມໄວ້ມື້ຄືນ (ເບິ່ງໃນວິດິໂອ) ແລ້ວຫຼັງຈາກນັ້ນ4-5ນາທີອາການຊັກເລີ່ມອອກ.

ໂດຍວິທີການຂອງມັນແມ່ນເອົາຢາຍັດໃສ່ໃນອາຫານແລ້ວຫໍ່ເຈ້ຍໄວ້ ຖ້າຫມາກິນແລ້ວຈະມີອາການຊັກ, ນ້ຳລາຍຟູມປາກ, ຮາກ.

ວິທີຮັບມືເບື້ອງຕົ້ນແມ່ນໃຫ້ຂ້ຽວລ້າງທ້ອງ ແລະ ລ້າງປາກມັນ.

ດ່ວນ ສປປ ລາວ ພົບຜູ້ຕິດເຊື້ອພະຍາດໂຄວິດເພີ່ມ 1 ຄົນ ເປັນແຮງງານມາຈາກໄທ.

ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຖະແຫຼງຂ່າວປະຈຳວັນທີ 3 ກຸມພາ 2021 ວ່າ:

ການເກັບຕົວຢ່າງມາກວດເພື່ອຊອກຫາຜູ້ຕິດເຊື້ອພະຍາດ COVID-19 ໃນວັນທີ 2 ກຸມພາ ຜ່ານມາ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 330 ຄົນ, ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ເຊື້ອໃໝ່ 1 ຄົນ, ລາຍລະອຽດ ດັ່ງລຸ່ມນີ້:

  • ຜູ້ຕິດເຊື້ອນ້ຳເບີທີ 45 ເພດຍິງ, ອາຍຸ 20 ປີ, ສັນຊາດ: ລາວ, ອາຊີບ: ແມ່ບ້ານ ມາຈາກແຂວງສະມຸດປະການ, ປະເທດໄທ. ປັດຈຸບັນຢູ່ ເມືອງຊະນະສົມບູນ, ແຂວງຈຳປາສັກ ຜູ້ກ່ຽວບໍ່ມີອາການສະແດງຫຍັງອອກ.
  • ໃນວັນທີ 30 ມັງກອນ 2021 ຜູ້ກ່ຽວພ້ອມດ້ວຍໝູ່ 1 ຄົນ ໄດ້ນັ່ງລົດໂດຍສານຈາກສະຖານີໝໍຊິດ ມາ ດ່ານຊ່ອງເມັກ, ແຂວງອຸບົນລາດຊະທານີ.
  • ວັນທີ 31 ມັງກອນ 2021 ໄດ້ຂ້າມດ່ານສາກົນວັງເຕົ່າ, ແຂວງຈໍາປາສັກ ໄດ້ເກັບຕົວຢ່າງກວດຊອກຫາເຊື້ອພະຍາດໂຄວິດ-19 ແລະ ເດີນທາງດ້ວຍລົດໂດຍສານ ທັງໝົດ 36 ຄົນ (ລວມທັງຜູ້ກ່ຽວ) ເຂົ້າຈໍາກັດບໍລິເວນຢູ່ທີ່ສູນຄະນະສະເພາະກິດກໍານົດໄວ້.
  • ວັນທີ 01 ກຸມພາ 2021 ຜົນກວດວິເຄາະຂອງໂຮງໝໍແຂວງຈໍາປາສັກ ແມ່ນກວດພົບເຊື້ອ COVID-19 ຈຶ່ງໄດ້ສົ່ງແຍກປ່ຽວ ແລະ ນອນຕິດຕາມອາການ ຢູ່ໂຮງໝໍແຂວງຈຳປາສັກ ແລະ ໄດ້ສົ່ງຕົວຢ່າງໃຫ້ ສູນວິເຄາະ ແລະ ລະບາດວິທະຍາ ກວດຢັ້ງຢືນ, ຜົນກວດຢັ້ງຢືນວ່າ ພົບເຊື້ອ COVID-19.

ມີຜູ້ສຳຜັດໃກ້ຊິດທັງໝົດ 35 ຄົນ, ທັງໝົດແມ່ນໄດ້ເກັບຕົວຢ່າງກວດ ແລະ ເຂົ້າຈຳກັດບໍລິເວນຢູ່ທີ່ສູນຄະນະສະເພາະກິດກຳນົດໄວ້.

ຍ້ອນຢ້ານຖືກກັກໂຕ 14ວັນຈື່ງລັກລອບຂ້າມມາໂດຍບໍ່ຜ່ານດ່ານຕ່າງໆ

ທ່ານທອງດີ ຈັນທະວົງ ເຈົ້າເມືອງນະຄອນເພັງ ແຂວງສາລະວັນ ໄດ້ກ່າວເມື່ອບໍ່ດົນມານີ້ວ່າ: ພາຍຫຼັງທີ່ມີການແຜ່ລະບາດຮອບໃໝ່ຂອງພະຍາດໂຄວິດ-19 ຢູ່ປະເທດໄທໂດຍໄດ້ມີຜູ້ຕິດເຊື້ອພະຍາດດັ່ງກ່າວເປັນຈໍານວນຫຼາຍໃນແຕ່ລະວັນນັ້ນ ໄດ້ເຮັດໃຫ້ຄົນລາວທີ່ໄປອອກແຮງງານຢູ່ປະເທດໄທພາກັນລັກລອບຂ້າມແມ່ນໍ້າຂອງເຂົ້າມາເມືອງນະຄອນເພັງ ແຂວງສາລະວັນ ແຕ່ຖືກເຈົ້າໜ້າທີ່ສາມາດພົບເຫັນ ແລະ ໄດ້ ນໍາຕົວໄປໄວ້ທີ່ສູນຈໍາກັດບໍລິເວນທັງໝົດ,

ເມື່ອສອບຖາມເຂົາເຈົ້າພົບວ່າສາເຫດທີ່ພວກເຂົາລັກລອບກັບຄືນມາປະເທດແບບຜິດກົດໝາຍນັ້ນຍ້ອນວ່າພວກເຂົາບໍ່ຢາກຖືກນຳຕົວໄປຈຳກັດບໍລິເວນຢູ່ສູນ ແລະ ສ່ວນໜຶ່ງ ແມ່ນໄດ້ຂ້າມໄປເຮັດວຽກແບບຜິດກົດໝາຍ.

ທ່ານທອງດີໄດ້ກ່າວຕື່ມວ່າ: ສະເພາະເມືອງນະຄອນເພັງມີຊາຍແດນຕິດກັບປະເທດ ໄທປະມານ 74 ກິໂລແມັດ ຊຶ່ງມີແມ່ນໍ້າຂອງເປັນຕົວກັ້ນ ໂດຍມີ 12 ບ້ານທີ່ຕັ້ງຢູ່ແຄມຂອງ ຊຶ່ງເປັນສິ່ງທ້າທາຍໃນການປ້ອງກັນການລັກລອບ ດັ່ງກ່າວ ແຕ່ຜ່ານມາສາມາດເວົ້າໄດ້ວ່າເມືອງນະຄອນເພັງສາມາດປ້ອງກັນຜູ້ໄປອອກແຮງງານ ດັ່ງກ່າວບໍ່ ໃຫ້ເລັດລອດສາຍ ຕາເຈົ້າໜ້າທີ່ໄດ້ 100% ເພາະມີການລາດຕະເວນ ຫຼື ເວນຍາມຕະຫຼອດ 24 ຊົ່ວໂມງ

ໂດຍມີກໍາລັງທະຫານຊາຍແດນ 512 ຮ່ວມກັບ ກໍາລັງ ປກສ, ປກຊ ແຕ່ລະບ້ານໃນການສະກັດກັ້ນການລັກລອບດັ່ງກ່າວ, ນອກນັ້ນຍັງໃຊ້ມາດຕະການໃຫ້ປະຊາຊົນເອົາເຮືອຂອງຕົນຂຶ້ນມາໄວ້ເຮືອນໂດຍບໍ່ໃຫ້ມີການນໍາໃຊ້ ທັງນີ້ກໍ່ເປັນມາດຕະການໜຶ່ງເພື່ອບໍ່ໃຫ້ພີ່ນ້ອງຂອງ ພວກເຂົາ ລັກເອົາເຮືອຂ້າມໄປຮັບເອົາ ທີ່ເບີື້ອງຝັ່ງໄທ.

ຂ່າວ: ວຽງຈັນທາຍ

ສາມສ່ຽວລັກເອົາຄວາຍຊາວບ້ານ 15 ໂຕ

ລາຍງານຈາກເຈົ້າຂອງຄວາຍ ທີ່ໃຊ້ເຟສບຸກ Moui Moui ໄດ້ໂພດເຕືອນໄພ ໂຈນລັກຄວາຍ. ເຊິ່ງ ໄດ້ມາລັກຂ້າເອົາຄວາຍ 15 ໂຕ ທີ່ລ້ຽງຢູ່ເຂດບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ມຸ້ຍ ມຸ້ຍ ໂພດບອກວ່າ :”ຈຸດຈົບໂຈນລັກຄວາຍ ບໍ່ມີຍັງຫລາຍລັກຄວາຍ 15 ໂຕ…ເທວະດາຂາຍຫນ້າ…ບາບນຳກະໄລ່…..ຂອບໃຈອ້າຍນ້ອງ..ປກສ… ເບີ່ງຫນ້າພວກມັນໄວ້ ໃຜເຄີຍຖືກແກ້ງໂຈນລັກຄວາຍແກ້ງນີ້ລັກຄວາຍຂອງໂຕເອງຟ້າວໄປແຈ້ງອ້າຍຕຳຫຼວດເພີ່ນເດີ້ ໂທດມັນຊິໄດ້ຫຼາຍໆ”

.

.

.

ປະຈຸບັນ, ຄະດີດັ່ງກ່າວແມ່ນຢູ່ໃນຊັ້ນຕອນການດໍາເນີນການຂອງເຈົ້າໜ້າທີ່.