ປະກາດຫາເດັກນ້ອຍ ຊື່ ທ້າວ ໂຍ ອາຍຸ10ປີ ບໍ່ເຫັນໄດ້10ປາຍມື້ແລ້ວ.

ປະກາດ ຫາເດັກນ້ອຍ ຊື່ ທ້າວ ໂຍ ອາຍຸ10ປີ ຢູ່ບ້ານທ່າຫີນເໝືອ ບໍ່ເຫັນໄດ້10ປາຍມື້ແລ້ວ ອາໃສຢູ່ນຳພໍ່ເຖົ້າສອງຄົນ ພໍ່ແມ່ແຍກທາງກັນ ຕອນອອກຈາກເຮືອນໃສ່ເສື້ອແຂນຍາວສີດຳມີໝວກ ແລະ ສົ້ງຂາຍາວສີດຳ ເຫັນເທື່ອສຸດທ້າຍແມ່ນຢູ່ວັດທ່າຫີນເໜືອ

*ຫາກໃຜພົບເຫັນ ສາມາດແຈ້ງພວກເຮົາໄດ້ທີ່ 0304912875

.

ຂໍໃຫ້ປອດໄພ ຂໍໃຫ້ເຫັນໄວ້ໆເດີ

ສະຫຼອງວັນເກີດແຝດ 8ຄົນ ອາຍຸ 12ປີແລ້ວ

ເດລີເມລ ລາຍງານວ່າ ນາເດຍ ຊູເລມານ ຍິງຄົນອາເມລິກາ ອາຍຸ 45 ປີ ເຈົ້າຂອງສາຍາ ແມ່ລູກ 8 ຫຼື Octomom ສະຫຼອງວັນເກີດຄົບຮອບ 12 ປີໃຫ້ກັບລູກໆແຝດ 8 ຄົນ ເຊີ່ງມີລູກທັງໝົດ 14 ຄົນ

ຍ້ອນຫຼັງກັບໄປເມືື່ອ 12 ປີ ໃນມື້ທີ່ຝາແຝດໃຫ້ກຳເນີດຂື້ນມານັ້ນ ນາເດຍມີລູກຢູ່ແລ້ວ 6 ຄົນ ເຊີ່ງຕອນນັ້ນ ນາເດຍ ອາຍຸໄດ້ 21 ປີ ແລະ ໄດ້ຍ່າຮ້າງກັບສາມີ

.

ໃນຂະນະທີ່ເລີ່ມເຮັດເດັກຫຼອດແກ້ວເມື່ອປີ 2001ໂດຍໃຊ້ເງີນ 165,000 ໂດລາ ທີ່ໄດ້ຈາກຄ່າຮັກສາອາການເຈັບຫຼັງ ໂດຍນາເດຍໄດ້ໂພສຮູບເດັກນ້ອຍແຝດ 8 ຄົນເປັນຜູ້ຊາຍ 6 ຄົນ ແລະ ຜູ້ຍິງ 2 ຄົນ ພ້ອມທັງຂຽນນາມສະກຸນລູກໆວ່າ ໂຊໂລມອນ ຕ່າງຈາກນາມສະກຸນຂອງໂຕເອງ ຝດ

.

.

ແຕກອີກແລ້ວເລກ 6 ໂຕ ຄັ້ງວັນທີ່ 28.1.2021

ແຕກອີກແລ້ວເລກ 6 ໂຕ ຄັ້ງວັນທີ່ 28.1.2021

ສະຫວັນນະເຂດແຕກແລ້ວ400ລ້ານ😲😲💰ຢາກພໍ້😊😊

ເຕືອນການຊື້ເລກແມ່ນແບບຊິງໂຊກເທົ່ານັ້ນ.

ຊື້ໜ້ອຍລວຍຊື້ຫຼາຍຈົນ.

ສຳເລັດໂຄງການສ້າງຕຶກໂຮງໝໍກະເສມລາດ ເວລານີ້ກຽມເປີດໃຊ້ສັງຄົມ

ໂຮງໝໍກະເສມລາດຖືເປັນໂຮງໝໍທຽບເທົ່າລະດັບສາກົນຊຶ່ງເລີ່ມກໍ່ສ້າງມາປີ 2018 ຮອດປະຈຸບັນໂຄງສ້າງສຳເລັດແລ້ວ 100% ແລະພ້ອມເປີດໃຫ້ບໍລິການແຕ່ໂຄງ ການໂຈະ 2 ຄັ້ງ ໃນບັນຫາພະຍາດໂຄວິດທີ່ກະທົບຕໍ່ນຳເຂົ້າວິຊາການຈາກປະເທດເພື່ອບ້ານມາຕິດຕັ້ງລະບົບຕ່າງໆ ສະນັ້ນທາງໂຮງໝໍສະເໜີໃຫ້ພາກສ່ວນກ່ຽວຂ້ອງເອົາໃຈໃສ່ເລັ່ງເພື່ອຈະເປີດໃຫ້ສັງຄົມໃສ່ບໍລິການ, ການຮັກສາປິ່ນປົວຄົນເຈັບຊ່ວຍພາກລັດໄດ້ຕື່ມອີກແຮງໜຶ່ງ.

ທ່ານ ນາງ ວາລີ ເວດສະພົງ ຮອງຜູ້ອຳນວຍການບໍລິສັດບາງກອກເຊນອິນເຕີເນຊັ່ນແນລໃຫ້ສຳພາດນັກຂ່າວໜັງສືພິມເສດຖະກິດ-ສັງຄົມຮູ້ວ່າ: ປະຈຸບັນໂຮງໝໍກະເສມລາດແມ່ນມີຄວາມພ້ອມເຕັມທີ່ທີ່ຈະເປີດໃຫ້ສັງຄົມມາໄດ້ບໍລິການເພື່ອເປັນການແບ່ງເບົ່າຊ່ວຍວຽກງານໂຮງໝໍລາວເຮົາຊຶ່ງປະຈຸບັນໜ້າວຽກໂຄງສ້າງຕຶກແມ່ນສຳ ເລັດ 100% ແລະວຽກລະບົບກໍສໍາເລັດໜ້າວຽກສືບຕໍ່ເລັກນ້ອຍຖ້າແຕ່ຕິດຕັ້ງເຄື່ອງມືແພດເຟີນີເຈີ, ລະບົບ IT ຝຶກອົບຮົມບຸກຄະລາກອນທົດສອບລະບົບຮອບດ້ານແມ່ນສາມາດເປີດໄດ້ແລ້ວທຸກໆທີມທັງລາວ ແລະໄທແມ່ນຮັບຜິດຊອບປະຕິບັດຕາມໜ້າວຽກໃຜລາວຄູ່ຂະໜານກັນ.

ປະຈຸບັນທາງບໍລິສັດສະເໜີພາກສ່ວນກ່ຽວຂ້ອງເລັ່ງເອົາໃຈໃສ່ຊ່ວຍເຊັ່ນບັນຫາຈະຕ້ອງເອົາວິຊາການວິສະວະກອນພະນັກງານລະດັບຄຸມງານເລີ່ມເຂົ້າມາປະຈຳການບາງຕຳແໜ່ງເຂົ້າມາກໍບໍ່ແມ່ນເລື້ອງງ່າຍ ແລະຫວັງວ່າຈະບໍ່ມີບັນຫາເພື່ອຈະເປີດບໍລິການເດືອນເມສາພຶດສະພາມາຮັບໃຊ້ບໍລິການພີ່ນ້ອງລາວເຮົາ.

ທ່ານ ນາງ ວາລີ ເວດສະພົງ ໃຫ້ຮູ້ຕື່ມວ່າ: ແນວໃດກໍ່ຕາມບັນຫາດັ່ງກ່າວຢາກຂໍ້ຄວາມຊ່ວຍເຫຼືອທຸກພາກສ່ວນຊ່ວຍອຳນວຍຄວາມສະດວກພວກເຮົາລົງທຶນມະຫາສານ ແລະຕັ້ງໃຈສູງແທ້ໆເພື່ອໃຫ້ໄດ້ຄຸນນະພາບມາດຕະຖານສາກົນເພື່ອມາຮັບໃຊ້ສັງຄົມລາວ ແລະການລົງທຶນໂຮງໝໍລະດັບນີ້ມັນກໍຈະສ້າງຄວາມເຊື່ອໝັ້ນໃຫ້ຜູ້ທີ່ຈະເຂົ້າ ມາລົງທຶນມາເຮັດວຽກໃນລະດັບວິຊາການນັກທ່ອງທ່ຽວບັນດາຜູ້ຊ່ຽວຊານຕ່າງປະເທດອົງການສາກົນທູດຕ່າງໆລວມທັງພີ່ນ້ອງລາວເຮົາທີ່ໄປໃຊ້ບໍລິການຢູ່ປະເທດເພື່ອນບ້ານ ແລະ ຜູ້ອື່ນໆ ຈະໄດ້ມີຄວາມໝັ້ນໃຈທີ່ຈະມາບ້ານເຮົາຫຼລາຍຂຶ້ນຊຶ່ງໂຮງໝໍກະເສມລາດອາດຈະເປັນອີກທາງເລືອກທາງໃນການບໍລິການການຮັກສາປິ່ນປົວຄົນເຈັບຊ່ວຍພາກລັດໄດ້ຕື່ມອີກແຮງໜຶ່ງ, ມາຄັດກອງໂຄວິດຊ່ວຍກັນ.

ຂ່າວ: ເສດຖະກິດ-ສັງຄົມ

3ໃນ 7ປະເພດສຽງເນືອງນັນຖ້າຫາກລະເມີດຈະຖືກດໍາເນີນຄະດີຕາມລະບຽບກົດໝາຍ.

ພັອ ສຸກພະຈັນ ບຸດດາຄໍາ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ກ່າວເນັ້ນຕໍ່ຄະນະພັກ-ຄະນະບັນຊາ ປກສ ນວ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ເຂັ້ມງວດ, ກວດກາ ແລະ ຄວບຄຸມສຽງເນືອງນັນ ຢູ່ ນວ ໃຫ້ຢູ່ໃນເກນທີ່ກໍານົດ ໂດຍປະຕິບັດຕາມຄໍາສັ່ງຂອງເຈົ້າຄອງນະຄອນຫຼວງວຽງຈັນ

ສໍາລັບປະເພດ ແລະ ເປົ້າໝາຍສຽງເນືອງນັນ ທີ່ຈະຕ້ອງຄວບຄຸມ ແລະ ແກ້ໄຂ ມີທັງໝົດ 7 ປະເພດຄື:

  1. ສຽງດັງຈາກສະຖານທີ່ບັນເທີງ
  2. ສຽງດັງຈາກງານເທດສະການ ແລະ ນິທັດສະການ
  3. ສຽງດັງຈາກໝາກກະໂພກ
  4. ສຽງດັງຈາກລົດຍົນເກີນຂະໜາດ ແລະ ກຸ່ມແກ້ງຂີ່ລົດກວນເມືອງ
  5. ສຽງດັງຈາກການກໍ່ສ້າງເຄຫາສະຖານ
  6. ສຽງດັງຈາກເຄື່ອງກົນຈັກ, ໂຮງງານ ໃນເຂດໃກ້ຊຸມຊົນ
  7. ສຽງໝາເຫົ່າຫອນຊະຊາຍຕາມທ້ອງຖິ່ນ 

ໃນນີ້, ມີ 3 ປະເພດ ທີ່ຈະຕ້ອງເອົາໃຈໃສຢ່າງເຂັ້ມງວດ ຄື: 1 ສຽງດັງຈາກສະຖານທີ່ບັນເທີງ, 2 ສຽງດັງຈາກລົດຍົນເກີນຂະໜາດ ແລະ ກຸ່ມແກ້ງຂີ່ລົດກວນເມືອງ ແລະ 3 ສຽງດັງຈາກໝາກກະໂພກ

  • ສຳລັບການຄວບຄຸມສຽງເນືອງນັນຕາມສະຖານທີ່ບັນເທີງ ແມ່ນກໍານົດລະດັບສຽງບໍ່ໃຫ້ເກີນ 80 ດີຊີເບວ ( 80 DB ) ວັດແທກຢູ່ຂ້າງນອກຈຸດທີ່ໄດ້ຮັບຜົນກະທົບ ແລະ ເວລາເປີດ-ປິດບໍລິການ 18:00 ໂມງ ຫາ 23:30 ໂມງ
  • ມາດຕະການຄວບຄຸມສຽງຈາກລົດຍົນເກີນຂະໜາດ ແມ່ນໃຫ້ປະຕິບັດຕາມມາດຕະຖານເຕັກນິກພື້ນຖານຂອງພາຫະນະ, ເຄື່ອງຈັກບໍ່ໃຫ້ມີຜົນກະທົບກັບຜູ້ຢູ່ອ້ອມຂ້າງຖະໜົນ ແລະ ລະດັບສຽງສູງສຸດບໍ່ໃຫ້ເກີນ 85 ດີຊີເບວ ( 85 DB ) ຈາກຈຸດວັດແທກ 7,5 ແມັດ, ສໍາລັບກຸ່ມແກ້ງແຂ່ງລົດ, ຂີ່ລົດກວນເມືອງ ຖືເປັນການລະເມີດກົດໝາຍຈະລາຈອນທາງບົກ ແລະ ຈະຖືກກັກຕົວຊົ່ວຄາວທັນທີ 24 ຊົ່ວໂມງ ແລ້ວໃຫ້ຜູ້ປົກຄອງມາຮັບປະກັນຕົວ ທັງປັບໃໝ ແລະ ຖືກດໍາເນີນຄະດີ
  • ມາດຕະການຄວບຄຸມສຽງເນືອງນັນ ຈາກໝາກກະໂພກ ຖ້າບຸກຄົນ, ນິຕິບຸກຄົນ ນໍາໃຊ້ໝາກກະໂພກບໍ່ໄດ້ຮັບອະນຸຍາດຈາກເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ຈະຖືກກ່າວເຕືອນ, ປັບໃໝ ແລະ ຖືກດໍາເນີນຄະດີຕາມລະບຽບການ ແລະ ກົດໝາຍກ່ຽວກັບປ້ອງກັນຄວາມສະຫງົບ.

ສໍາລັບມາດຕະການຕໍ່ຜູ້ລະເມີດມີຄື: ຄັ້ງທີ 1 ສຶກສາອົບຮົມ, ຂຽນບົດບັນທຶກ ແລະ ກ່າວເຕືອນ; ຄັ້ງທີ 2 ກ່າວເຕືອນ ແລະ ປັບໃໝ ຕາມລະບຽບທີ່ກ່ຽວຂ້ອງ ກັບແຕ່ລະປະເພດ; ຄັ້ງທີ 3 ປິດກິດຈະການ ແລະ ຖອນໃບອະນຸຍາດ ແລະ ຄັ້ງທີ 4 ດໍາເນີນຄະດີຕາມກົດໝາຍ.

ຊາວບ້ານລັກເຂົ້າໄປປູກຜັກຢູ່ໃນສະໜາມກິລາ​ ກາຍເປັນກະແສວິພາກວິຈານໃນຫວຽດນາມ

ອີງຕາມການລາຍງານຂ່າວຫວຽດນາມວັນທີ 28​ ມັງກອນ​ 2021ນີ້​ວ່າ: ຊາວບ້ານຢູ່ເມືອງໄຮຟົງ ລັກເຂົ້າໄປປູກຜັກໃນສະໜາມຫຍ້າຂອງທີມ “ໄຮຟົງ ເອບຊີ”

.

ເນື່ອງສະໜາມກິລາໄຮຟົງ ເປັນສະໜາມທີ່ບໍ່ໄດ້ຮັບການບົວລະບັດມາເປັນເວລາດົນ ຈົນມີສະພາບຊຸດໂຊມ ແລະສະຖານທີ່ດັ່ງກ່າວມັກມີຝົນຕົກເປັນປະຈຳ ແຕ່ເມື່ອມີການແຂ່ງຂັນ “ວີ-ລີກ”

ໃນຂະນະຖ່າຍທອດສົດໄດ້ມີພາບຫຼຸດລອດອອກມາເຜີຍແຜ່ໃນໂລກອອນລາຍເຮັດໃຫ້ມີສຽງວິພາກວິຈານກັນຢ່າງສະໜັ່ນ​ ໂດຍທີ່ຜູ້ຈັດບໍ່ຮູ້ເລື່ອງນີ້ເລີຍ ແລະຫຼ້າສຸດໄດ້ຈັດການອອກໝົດແລ້ວ.​

ເກີດເຫດໄຟໄໝ່ເຮືອນ ສູນເສຍລູກຊາຍ 2ຄົນ

ຊ່ວຍແຊ ຂໍສະແດງຄວາມເສ້ຍໃຈນຳຄອບຄົວນ້ອງເດິກັບການສູນເສຍຄັ້ງໃຍ.ເກິດເຫດໄຟໄໝ່ເຮືອນວັນນີ້27/012021ວັນພຸດເວລາ12ໂມງປາຍ ບ້ານຫ້ວຍຄ່າ ເມືອງປາກອູ ແຂວງຫລວງພະບາງ.

ເຫດຄັ້ງນີ້ເຮັດໃຫ້ມີຄົນເສ້ຍຊີວິດ2ຄົນເປັນເດັກນ້ອຍເພດຊາຍຄອບຄົວນ້ອງໄດ້ສູນເສ້ຍລູກຊາຍລ່າອາຍຸ2ປີ1ຄົນແລະອີກຄົນແມນເດັກນ້ອຍຢູ່ໃນບ້ານດຽວກັນ.ຄອບຄົວນ້ອງເລືອແຕ່ເສື້ອຜ້າຕິດຕົວ.

ຢາກຂໍຄົນໃຈບຸ່ນມາຊ່ວຍເຫຼືອຄົວຄອບນ້ອງເພິ່ນແດ່ ເພາະວ່າເຫດໄຟໄໝ່ຄັງນີ້.

ເຮັດໃຫ້ຄອບຄົນນ້ອງເພິ່ນບໍ່ເລືອອີຍັງຕິດຕົວເລີຍແມ້ແຕ່ເສື້ອຜ້າຈະປຽນກໍ່ບໍ່ມີ.​ຖານະຄອບຄົວກໍ່ບໍມີຢູ່ແລ້ວແຕ່ມາເກິດເຫດການແບບນີ້ຂື່ນອິກ

ຂໍຄົນໃຈບຸ່ນຊ່ວຍເຫຼືອແດ່ຈະເປັນເສື້ອຜ້າຫຼືເຄືອງຂອງໃສ່ໃນເຮືອນກໍ່ຍັງດີ.

0309656023ເບິໂທຄອບຄົວຂອງນ້ອງ .. ສາເຫດໄຟໄໝ່ເກິດຈາກໄຟຟ້າ.

ຊາຍໜຸ່ມຕົກງານຈາກພິດໂຄວິດສຸດທ້າຍອົດເຂົ້າຈົນເສຍຊີວິດ

ທ້າຍເດືອນ ມັງກອນ 2021 ເປັນອີກເຫດການສຸດສະລົດໃຈ ທີ່ຢາກຍົກຂຶ້ນມາເຕືອນສະຕິໃຜທີ່ກໍາລັງຕົກວຽກ ຫຼື ມີບັນຫາໃນຕອນນີ້ ຄວນຫາທາງອອກໃຫ້ຕົນເອງ ແລະ ຄິດເຫັນຄອບຄົວ ຄິດເຫັນຄົນທີ່ຕົນເອງຮັກໃຫ້ຫຼາຍ ເພາະທຸກຢ່າງມີທາງອອກ ຢ່າຄິດສັ້ນຄືກັບໜຸ່ມຄົນນີ້ ເພາະຄົນທີ່ເສຍໃຈທີ່ສຸດຄືຄົນທີ່ຍັງຢູ່ຄືຄອບຄົວຂອງພວກທ່ານເອງ.

ເຫດສະລົດທີ່ກໍາລັງຈະເວົ້າເຖິງນີ້ແມ່ນເກີດຂຶ້ນຢູ່ທີ່ປະເທດໄທ ໂດຍຈຸດເກີດເຫດເປັນຫ້ອງພັກ 3 ຊັ້ນ ທີ່ຫ້ອງພັກຊັ້ນ 2 ພົບຮ່າງໄຮ້ລົມຫາຍໃຈຂອງຊາຍຄົນໜຶ່ງ ອາຍຸ 33 ປີ ສະພາບນັ່ງ ມືກອດໝໍ້ແຕ່ງກິນ ແລະ ມີເລືອດຢູ່ອ້ອມຈຸດດັ່ງກ່າວ ແລະ ພົບແກ້ວເຫຼົ້າຫຼາຍແກ້ວ. ຈາກການສອບສວນແຟນສາວຂອງໝູ່ຜູ້ຕາຍ ບອກວ່າ:

ແຟນຕົນໄດ້ໂທລະສັບມາບອກວ່າໃຫ້ມາເບິ່ງຊາຍທີ່ເສຍຊີວິດນີ້ໃຫ້ແນ່ ເພາະຕິດຕໍ່ບໍ່ໄດ້ ແລະ ມິດງຽບຜິດປົກກະຕິ ຕົນຈຶ່ງມາເບິ່ງແລະ ພົບວ່າເສຍຊີວິດແລ້ວ ສ່ວນສາເຫດການເສຍຊີວິດນັ້ນ ຕົນກໍ່ບໍ່ຮູ້ວ່າເຄີຍເປັນໂລກມະເລັງຫຼືບໍ່ ດ້ານໝູ່ຜູ້ຊາຍ ບອກວ່າ: ຜູ້ເສຍຊີວິດກໍາລັງຕົກວຽກ ໂດຍຢູ່ລະຫວ່າງລໍຖ້າກັບບ້ານ ແລະ

ເປັນຄົນທີ່ມັກດື່ມເຫຼົ້າເປັນປົກກະຕິ ແຕ່ມື້ນີ້ຊ່ວງເຊົ້າແມ່ຂອງຜູ້ເສຍຊີວິດໂທມາຫາຕົນ ໃຫ້ໄປເບິ່ງລູກຊາຍໃຫ້ແນ່ ເພາະຕິດຕໍ່ຫາບໍ່ໄດ້ 2 ມື້ແລ້ວ ແຕ່ກໍ່ບໍ່ຮັບສາຍ ຕົນຈຶ່ງມາເບິ່ງຢູ່ຫ້ອງ ແຕ່ເມື່ອເອີ້ນກໍ່ບໍ່ຕອບ ຈຶ່ງໄປແຈ້ງເຈົ້າຂອງຫໍພັກ ແລະ ເອົາຂັ້ນໄດມາປີນເບິ່ງກໍ່ພົບວ່າເສຍຊີວິດແລ້ວ. ຂະນະນີ້ ເຈົ້າໜ້າທີ່ກໍາລັງສືບສວນ ສອບສວນຫາສາເຫດການເສຍຊີວິດຂອງຊາຍຄົນນີ້ຕໍ່ໄປ.

ອຸບັດເຫດລົດຈັກຕົກຂຸມ ເສຍຊີວິດ 2 ລາຍ.

ຕາມການໃຫ້ຂໍ້ມູນຂອງເຈົ້າໜ້າທີກອງຄະດີອຸປະຕິເຫດ ພະແນກຕຳຫຼວດຈາລະຈອນ ປກສ ແຂວງຫຼວງນ້ຳທາ ໃຫ້ຮູ້ວ່າ: ເວລາປະມານທ່ຽງຄືນຂອງວັນທີ 21 ມັງກອງ 2021 ຢູ່ເສັ້ນທາງຫຼວງ ຂອບເຂດ ບ້ານວຽງເໜືອ ເມືອງ ແລະ ແຂວງຫຼວງນ້ຳທາ ໄດ້ມີອຸບປະຕິເຫດລົດຈັກຕຳຄັນຄູກາງທາງເຮັດໃຫ້ມີຜູ່ບາດເຈັບສົມຄວນ 1 ຄົນ ແລະ ເສຍຊີວິດ 1 ຄົນ, ພາຫະນະເປ່ເພເລັກນ້ອຍ 1 ຄັນ.

ຜ່ານການສັນນະສູດສະຖານທີ່ເກີດເຫດ ແລະ ເອົາຂໍ້ມູນຈາກ ທ້າວ ສາລີ ອາຍຸ 20 ປີ ປະຊາຊົນ ຢູ່ບ້ານຈະເລີນສຸກ ເມືອງ ແລະ ແຂວງຫຼວງນ້ຳທາ ເຊິ່ງເປັນຜູ່ຂັບຂີ່ລົດຈັກຄືນທີ່ເກີດເຫດ ຜູ້ກ່ຽວໄດ້ໃຫ້ຮູ້ວ່າ: ກ່ອນເກີດເຫດເວລາປະມານ 11 ໂມງ ຂອງວັນທີ 21 ມັງກອນ 2021 ຕົນເອງພ້ອມໝູ່ຈຳນວນໜຶ່ງໄປສະຫຼອງງານຂື້ນເຮືອນໃໝ່ພີ່ນ້ອງບ້ານດ່ຽວກັນ ແລະ ໄດ້ຮູ້ຈັກກັບ ນາງ ຈັນສະໝອນ ຜູ່ສາວ ບ້ານດອນໄຊ ເມືອງ ແລະ ແຂວງຫຼວງນ້ຳທາ ໄດ້ດື່ມເບຍນຳກັນເມົາພໍສົມຄວນແລ້ວພາກັນອອກມາເຂົ້າຮ້ານບັນເທິງຮວງຈິງ ຢູ່ພາຍໃນເທດສະບານແຂວງ. ພໍຮອດເວລາປະມານ 12 ໂມງກາງຄືນໄດ້ພາກັນຂີ່ລົດກັບໄປບ້ານພໍມາຮອດເສັ້ນທາງຫຼວງເຂດ ບ້ານວຽງເໜືອ ລົດເສຍຫຼັກຂູດໃສ່ຄັນຄູກາງທາງແລ້ວໄປຕຳໃສ່ເສົາຫຼັກໄຟຟ້າເຢື່ອງທາງເຮັດໃຫ້ ນາງ ຈັນສະໝອນ ຜູ່ຊ້ອນທ້າຍຕົກຈາກລົດຫົວກະທົບໃສ່ທາງໄດ້ຮັບບາດເຈັບສາຫັດ ແລະ ເສຍຊີວິດຢູ່ໂຮງໝໍແຂວງໃນເວລາຕໍ່ມາ.

ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ເວລາປະມານ 19 ໂມງຂອງວັນທີ 20 ມັງກອນ 2021 ເຈົ້າໜ້າທີຕຳຫຼວດຈາລະຈອນປະຈຳປ້ອມກວດກາເຂດບ້ານ ນາເຕີຍ ເມືອງ ແລະ ແຂວງຫຼວງນ້ຳທາ ໄດ້ຮັບແຈ້ງວ່າ: ມີອຸປະຕິເຫດລົດຈັກຕົກລົງຮ່ອງຂ້າງທາງເຂດກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ອຸມົງ 4 ບ້ານບໍ່ເຕ່ນ ເຮັດໃຫ້ມີຜູ່ເສຍຊີວິດ 1 ຄົນ ຊື່ ທ້າວ ສຸກ ອາຍຸ 28 ປີ ປະຊາຊົນ ບ້ານໂຮມໄຊ ແຂວງອຸດົມໄຊ. ຜ່ານການສັນນະສູດສະຖານທີ່ເກີດເຫດ ແລະ ເອົາຂໍ້ມູນຈາກ ທ້າວ ໃກ້ວາ ເຊິ່ງເປັນເຈົ້າຂອງລົດຊູໂມເອັກ ບໍ່ມີປ້າຍທະບຽນ. ກ່ອນເກີດເຫດ ທ້າວ ສຸກ ຜູ່ເສຍຊີວິດໄດ້ມາຢືມລົດນຳຕົນເອງວ່າຈະໄປຂໍເງິນນຳອ້າຍເຂີຍຢູ່ ບ້ານບໍ່ເຕ່ນ ພໍຮອດຕອນແລງຂອງວັນດຽວກັນນັ້ນ ກໍບໍ່ສາມາດໂທຫາຜູ້ກ່ຽວໄດ້ອີກ

ຕໍ່ກັບສະພາບອຸບປະຕິເຫດທັງສອງລາຍ ເຈົ້າໜ້າທີກອງຄະດີອຸບປະຕິເຫດພະແນກຕຳຫຼວດຈາລະຈອນ ປກສ ແຂວງ ໄດ້ສະຫຼຸບໂດຍຫຍໍ້ວ່າ: ສາເຫດຂອງການເກີດອຸບປະຕິເຫດແມ່ນຍ້ອນນັກຂັບຂີ່ບໍ່ປະຕີບັດກົດລະບຽບ, ດື່ມສິ່ງມືນເມົາແລ້ວຂັບຂີ່ລົດໄວເກີນກໍານົດ ບໍ່ສາມາດຄວມຄຸມສະຕິຕົນເອງໄດ້, ອີກຢ່າງກໍບໍ່ໃສ່ໝວກກັນກະທົບທັງຜູ່ຂັບຂີ່ ແລະ ຜູ່ຊ້ອນທ້າຍ.

ວທ ພາວັນ ນັກຂ່າວ ປກສ ແຂວງຫຼວງນ້ຳທາ

ເຫດລົດເມ 70ບ່ອນນັ່ງ ຕຳກັບລົດບັນທຸກນ້ຳມັນເສຍຊີວິດ 53 ຄົນ.

ລົດບັດ 70 ບ່ອນນັ່ງຕຳກັບລົດບັນທຸກນໍ້າມັນຂະນະລົງພູ ຄົນທີ່ຢູ່ໃນລົດຖືກເຜົາແບບສົດໆ ເສຍຊີວິດ 53 ຄົນ ເຫດເກີດຂື້ນໃນເວລາຕອນເຊົ້າຂອງວັນທີ່ 27 ເດືອນ ມັງກອນ ປີ 2021 ທີ່ປະເທດ ແຄເມີລູນ

.

ນອກຈາກນັ້ນຍັງມີຜູ້ໄດ້ຮັບບາດເຈັບອີກ 29 ຄົນ

.

.

.

.

.

.

ຂໍສະແດງຄວາມເສຍໃຈນຳເດີ.