ປະກາດຊອກຫາຜົວ ແລະ ລູກສາວ ຜົວໄດ້ໂຕນຫນີໄປກັບເມຍນ້ອຍ ເອົາລູກອາຍຸ3ປີໄປນຳ
ຜູ້ໃຊ້ເຟສບຸກຊື່S’Sommala Chanthavog ໄດ້ໂພສວ່າ: ປະກາດ ປະກາດ ຄົນຫາຍຊື່ທ້າວປວກກັບລູກຊື່ນາງກະແຕ ແຕ່ວັນທີ່13/1/2021 ປັດຈຸບັນນີ້ບໍມີການຕິດຕໍ່ ຜົວໄດ້ໂຕນຫນີໄປກັບເມຍນ້ອຍ ເອົາລູກນ້ອຍອາຍຸ3ປີໄປນຳ ຕອນນີ້ເມຍຢູ່ສະຫວັນນະເຂດໄດ້ຂື້ນມານຳຫາໄດ້2ອາທິດແລ້ວ ຜູ້ເປັນເມຍໄດ້ຫມົດເງິນຄຳໄປຈຳນອນຫລາຍ ຕອນນີ້ບໍມີເງິນຊິກັບບ້ານແລ້ວເຈົ້າ ຂໍວອນໃຫ້ໂທລະໂຄ່ງແລະປະຊາຊົນທຸກເຂດຊ່ວຍຫາແນ່ເຈົ້າ
ຢາກບອກວ່າຖ້າຊິປະເມຍໄປ ຢາກໃຫ້ມາຮັບຜິດຊອບຫນີ້ສິນທີ່ມີຮ່ວມກັນກັບເມຍ50,000,000ລ້ານ ຕອນນີ້ເເມ່ນເມຍຮັບຜິດຊອບຜູ້ດຽວ ຄາດວ່າຈະສູ້ບໍໄຫວເລີຍຢາກນຳຫາໂຕຜູ້ກ່ຽວມາໄກ່ເກ່ຍຫນີ້ສິນ ແລະເອົາລູກນ້ອຍກັບຄືນມາຫາເອິກແມ່ຄືນ ເພາະເມຍບໍໄດ້ຜິດຫຍັງ ປ້ອຍດ່າຜົວກໍບໍ່ເຄີຍ ຜູ້ເປັນຜົວໂຕນໄປຢູ່ກັບເມຍນ້ອຍເສີຍແລະຍັງລັກເອົາລູກໄປອີກ
.
ແຕ່ວັນທີ13/1/2021ຈົນເຖິງປັດຈຸບັນ ວັນທີ26/1/2021ຍັງບໍມີວີແວວເລີຍ ຊ່ວຍແຊແນ່ເດີພີ່ນ້ອງ ຜູ້ຊາຍຫນ້າຕົວເມຍຖ້າເປັນລູກຜູ້ຊາຍເຂົາບໍເຮັດແບບນີ້ດອກຫາເກາະກິນນຳແມ່ຍິງ.