ພາກທຸລະກິດ ມີສ່ວນຮ່ວມແກ້ໄຂຄວາມທຸກ ຍາກຂອງປະຊາຊົນ ຢູ່ສະຫວັນນະເຂດ

ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະ ຕິວັດລາວ ເມື່ອບໍ່ດົນມານີ້, ທ່ານ ເກຍ ອູ໊ສິດທິເດດ ເຈົ້າຂອງໂຮງງານຜະລິດນໍ້າດື່ມ ແລະ ນໍ້າກ້ອນໂລມາຄຳ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ກ່ຽວກັບການມີສ່ວນຮ່ວມຂອງພາກທຸລະກິດເອກະຊົນ ໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ຢູ່ບ້ານຄຳປາແໜ ເມືອງຊົນນະບູລີ ແລະ ບ້ານປ່າກ້ວຍ ເມືອງຈຳພອນ ແຂວງສະຫວັນນະເຂດ ເພື່ອຫັນປ່ຽນການດຳລົງຊີວິດແບບເລື່ອນລອຍ “ຂໍທານ” ໃຫ້ມາອອກແຮງງານເຮັດກິນຢູ່ກັບທີ່ ແລະ ການປະຕິບັດໂຄງການ ຮ່ວມໃຈສາຍໄຍໂລມາຄຳ ຢູ່ເມືອງນອງ ແຂວງສະຫວັນນະເຂດ … Read More

ສປປ ລາວ ຈະກາຍເປັນປະເທດທີ່ມີລາຍຮັບປານກາງສູງ ບັນລຸເປົ້າໝາຍພັດທະນາແບບຍືນຍົງໃນປີ 2030

ໃນສູນທອນພົດຂອງສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ຄະນະບໍລິຫານງານສູນກາງພັກ ສະໄຫມທີ XI ກ່າວອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ຈັດຂຶ້ນເມື່ອບໍ່ດົນມານີ້ ສະຫາຍໄດ້ກ່າວບາງຕອນວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກເຮົາໄດ້ສໍາເລັດລົງຢ່າງຈົບງາມແລ້ວ ແຕ່ພວກເຮົາຍັງຕ້ອງມີຄວາມຮັບຜິດຊອບສູງ ແລະ ຈິງຈັງຕໍ່ການຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍທີ່ກອງປະຊຸມໃຫຍ່ຄັ້ງນີ້ວາງອອກໃຫ້ປາກົດຜົນເປັນຈິງ. ບັນດາສະຫາຍກໍາມະການສູນກາງພັກ ສະໄໝທີ XI ທີ່ໄດ້ຮັບຄວາມໄວ້ ວາງໃຈຈາກກອງປະຊຸມໃຫຍ່ຄັ້ງນີ້ ຈົ່ງເຊີດຊູຄວາມຮັບ ຜິດຊອບການເມືອງ, ຍົກສູງຄວາມເປັນແບບຢ່າງນໍາໜ້າໃນການປະຕິບັດໜ້າທີ່ວຽກງານ ກໍຄືໃນການດຳລົງຊີວິດ, … Read More

ໂຈນລັກລົດໃຈດີກັບມາຫາເຈົ້າຂອງລົດຄືນ ເພາະມີເດັກນ້ອຍຢູ່ໃນລົດພ້ອມຕັກເຕືອນຜູ້ເປັນແມ່ຖ້າປ່ອຍລູກໄວ້ໃນລົດອີກຈະແຈ້ງຕຳຫຼວດມາຈັບ.

ແປກແຕ່ແມ່ນເລື່ອງແທ້ ໂຈນລັກລົດກັບມາຫາເຈົ້າຂອງ ຫຼັງຈາກເຫັນເດັກນ້ອຍ 4 ປີ ຢູ່ເບາະຫຼັງ ຍ້ອນຜູ້ເປັນແມ່ປ່ອຍໃຫ້ລູກຖ້າຄົນດຽວ ແລ້ວລົງໄປຊື້ເຄື່ອງ. ນິວຢອກໂພສ ລາຍງານວ່າ: ເຫດການນີ້ ເກີດຂື້ນທີ່ຮ້ານຂາຍເຄື່ອງໃນ Beaverton, Oregon, ສ.ອາເມລິກາ ເມື່ອວັນທີ່ 16 ມັງກອນ 2021 ທີ່ຜ່ານມາ, ເຫດເກີດຈາກແມ່ຂອງເດັກນ້ອຍຜູ້ໜຶ່ງ ໄດ້ປ່ອຍໃຫ້ລູກຖ້າຢູ່ໃນລົດພຽງຄົນດຽວ ແລ້ວແລ່ນລົງໄປຊື້ເຄື່ອງໃນຮ້ານຄ້າ ທັງທີ່ຍັງສຽບກະແຈປະໄວ້ໃນລົດ. ເຖິງແມ່ນວ່າລົດຈະຈອດຢູ່ໃກ້ກັບຮ້ານຄ້າ ແຕ່ລາວກໍເຮັດຜິດພາດຢ່າງໃຫຍ່ ໃນເວລານັ້ນ ໂຈນໄດ້ຜ່ານມາແລ້ວເຫັນຈັງຫວະຈຶ່ງສວາຍໂອກາດໂດດຂື້ນລົດແລ້ວຂັບອອກໄປຢ່າງວ່ອງໄວ ພ້ອມກັບເດັກນ້ອຍທີ່ຢູ່ຫຼັງລົດ. ພະນັກງານໃນຮ້ານຄ້າທີ່ເຫັນເຫດການເລົ່າວ່າ: … Read More

ຕາດູຕົນແທ້…ພໍ່ຕູ້ນອນໂຮງຫມໍໄດ້ 2-3 ມື້ແລ້ວ ລູກຫຼານກໍ່ບໍ່ມາເບິ່ງ. ນອນໜາວຢາກໃຫ້ຜູ້ເປັນລູກມາເບິ່ງເພີ່ນແດ່

ອ່ານໃຫ້ຈົບ ເປັນພາບທີ່ທັບໃຈທີ່ສຸດທີ່ພະຍາບານດູແລປ້ອນເຂົ້າພໍ່ຕູ້ທີ່ບໍ່ສະບາຍມາຮັກສາທີ່ໂຮງຫມໍແຂວງ ສະຫວັນນະເຂດ ຜູ້ໃຊ້ເຟສບຸກຊື່ ນາງ ຈັນສະໝອນ ສຸຣິທະສັກ ໄດ້ໂພສວ່າ: ປະກາດເດີ ຫາຍາດຕີພີ່ນ້ອງລູກຫລານຂອງພໍ່ຕູ້ໃນຮູບນີ້ນໍຖ້າເຫັນກໍຂໍໃຫ້ມາຢ້ຽມຢາມມາເບີ່ງພໍ່ແດ່ເດີຕອນນີ້ເພີ່ນບໍສະບາຍມານອນປີນປົວຮັກສາທີ່ໂຮງໝໍແຂວງ ເພີ່ນນອນຫນາວຄືຮູ້ນະລະອາກາດຫນາວຊຳໃດພວກເຈົ້າພໍ່ກໍ່ຫນາວຢາກໃຫ້ຜູ້ເປັນລູກໄດ້ຄິດນໍເຮົາມີພໍ່ຄົນດຽວເດີເຮົາຊີເອິ້ນຄົນອື່ນມາເປັນພໍ່ເຮົາກະບໍ່ໄດ້ໃດຢາກໃຫ້ຜູ້ເປັນລູກໄດ້ມາເບີ່ງເພີ່ນແດ່ເຮົາເບີ່ງຕອນນີ້ເຮົາເຮັດນຳເພີ່ນຕອນນີ້ເຮົາໄດ້ບຸນໃດຖ້າເຮົາບໍ່ຮູ້ດອກເພີ່ນຢູ່ນຳເຮົາຮອດມື້ໃດ #ຂໍປະກາດຫາເດີລູກພໍ່ເຖົ້າໃຫ້ມາຢ້ຽມຢາມເພີ່ນແດ່ມ້ຽນຂີ້ມ້ຽນຍ່ຽວເພີ່ນເດີ ຄົນເຈັບໃນໂຮງຫມໍກໍ່ມີຫຼາຍເເພດຫມໍເພີ່ນອາດເບີ່ງທົ່ວເຖິງຢາກໃຫ້ຜູ້ເປັນລູກນັ້ນມາເບີ່ງຊ່ວຍເພີ່ນແດ່ #ຄ່າວ້ານຄ່າຢ່າເພີ່ນປົວໃຫ້ຟຮີ ຂໍແຕ່ໃຫ້ຜູ້ເປັນລູກມາເບີ່ງໃຜຮູ້ກະບອກແດ່ເດີມາເບີ່ງເພີ່ນກະຍັງດີ ພໍ່ຕ້ອງນອນຫນາວໃນໂຮງຫມໍຄົນດຽວແຕ່ລູກຫຼານພັດບໍ່ມີ(ບໍວ່າພໍ່ບໍ່ເຫັນມື້ດຽວກະຊີບໍ່ຖາມຫາເພີ່ນໆມານອນໂຮງຫມໍໄດ້2-3ມື້ແລ້ວເດີລູກຯເອີຍ) #ຖ້າວ່າຜູ້ໃຈບຸນຢາກລົງຢ້ຽມຢາມຊ່ວຍເຫຼືອໄປເບີ່ງເພີ່ນໄດ້ຕືກພາຍໃນໝື່ງໂຮງຫມຊແຂວງສະຫວັນນະເຂດ #ຂ້າພະເຈົ້າຂໍຂອບໃຈມາຍັງທາງອົງການຈັດຕັ້ງແພດຫມໍທຸກທ່ານເດີທີ່ໄດ້ໃຫ້ຄວາມສະດວກເອົາໃຈໃສດູແລຄົນເຈັບຢ່າງໃກ້ຊິດ

ທີມຕາມລ່າໂຕແຂ້ ສາມາດຈັບໂຕແຂ້ໄດ້ສອງໂຕຫຼັງຈາກທີ່ມັນສັງຫານຊາຍອາຍຸ 29ປີ.

ແຂວງ ຊາລາວັກ ປະເທດມາເລເຊຍ ທີມຕາມລ່າໂຕແຂ້ ສາມາດຂັບໂຕແຂ້ໄດ້ສອງໂຕ ຫຼັງຈາກທີ່ມັນສັງຫານຊາຍ ອາຍຸ 29 ປີ ຂະນະທີ່ໄປຫາປາກັບພໍ່ຂອງລາວ  ໃນຊ່ວງເວລາ 03:00 ຂອງວັນທີ່ 11 ເດືອນ ມັງກອນ ທີ່ຜ່ານມາ ໂຕແຂ້ໄດ້ໂຈມຕີ ແລະ ຄາບຊາຍຜູ້ໂຊກຮ້າຍຄົນນີ້ຕົກຈາກເຮືອ ແລະ ລາກລາວຫາຍລົງໄປໃນນໍ້າ ຕໍ່ມາປະຊາຊົນ ແລະ ກູ້ໄພໄດ້ອອກຕາມຫາ ຈື່ງພົບຮ່ອງຮອຍໂຕແຂ້ ແລະ ຕໍ່ມາກໍ່ເຫັນເສື້ອຂອງຜູ້ຕາຍ ເມື່ອວັນທີ່ 14 … Read More