ຊາຍຈີນເຂົ້າຫ້ອງ ICU ຍ້ອນບີບສິວທີ່ຄາງ.

ອີງຕາມເວບໄຊທ໌ Daily Mail ລາຍງານໃນວັນທີ 12 ມັງກອນ 2021, ທ້າວ ເສິນ ພົບວ່າຕົນເອງມີສິວຢູ່ກ້ອງຮີມສົບຂອງລາວປະມານຕົ້ນເດືອນທັນວາ 2020 ແລະ ເຄີຍບີບມັນອອກໂດຍບໍ່ມີບັນຫາຫຍັງເລີຍ ດັ່ງນັ້ນ, ເທື່ອນີ້ລາວຈຶ່ງບີບເອົາມັນອອກອີກຄັ້ງ ເຖິງແມ່ນວ່າເມຍຂອງລາວໄດ້ເຕືອນລາວວ່າບໍ່ຄວນເຮັດກໍ່ຕາມ.

ຈົນຮອດມື້ຕໍ່ມາ ທ້າວ ເສິນ ມີອາການໄຂ້, ຫາຍໃຈຍາກ ແລະ ປາກໃຄ່ແດງ. ເຊິ່ງເລື່ອງນີ້ໄດ້ເຮັດໃຫ້ ນາງ ຖຽນ ເມຍຂອງ ທ້າວ ເສິນ ຮູ້ສຶກບໍ່ດີ ຈຶ່ງພາຜົວໄປພົບແພດຢູ່ໂຮງໝໍ ເມືອງຊາງໂຈ ແລະ ພົບວ່າທຸກຢ່າງຮ້າຍແຮງກວ່າທີ່ຄິດໄວ້.

ບັນດາທ່ານໝໍ ໄດ້ຄົ້ນພົບວ່າທ້າວ ເສິນ ໄດ້ຕິດເຊື້ອປອດທັງສອງຂ້າງ (Double Pneumonia)) ໂດຍເຊື້ອແຜ່ລາມໄປທົ່ວປອດໄພ. ແພດຈຶ່ງນຳຕົວລາວເຂົ້າຮັກສາຕົວໃນຫ້ອງ ICU ທັນທີ.

ທ່ານ ດຣ. ຈູ ແພດເຈົ້າຂອງໄຂ້ກ່າວວ່າຜູ້ປ່ວຍມີອາການອັກເສບຕິດເຊື້ອທີ່ຮີມສົບ ເຊິ່ງແຜ່ລາມໄປສູ່ປອດອັກເສບ ອາການແມ່ນຢູ່ໃນຂັ້ນຮຸນແຮງຫຼາຍ.

ທ້າວ ເສິນ ນອນຢູ່ໃນ ICU ເປັນເວລາໜຶ່ງເດືອນຈົນກ່ວາການຕິດເຊື້ອຈະດີຂຶ້ນ ແຕ່ທ່ານໝໍ, ຜູ້ທີ່ສືບຕໍ່ປິ່ນປົວໃນ ICU, ຍັງບໍ່ສາມາດອອກມາໄດ້ ຍ້ອນວ່າມີຄວາມສ່ຽງຕໍ່ການຕິດເຊື້ອອີກ.

ທ່ານໝໍ ຈູ ເປີດເຜີຍຕື່ມອີກວ່າຈຸດທີ່ເປັນສິວໄດ້ຖືກເອີ້ນສາມຫຼ່ຽມອັນຕະລາຍ ນັບຕັ້ງແຕ່ດັງບໍລິເວນລະຫວ່າງຄິ້ວຫາກ້ອງຮີມສົບ ເຊິ່ງການບີບສິວບໍລິເວນດັ່ງກ່າວຈະເຮັດໃຫ້ເກີດອາການປ່ວຍ ຫຼື ອັກເສບຕິດເຊື້ອໄດ້.

ຮຽບຮຽງຂ່າວ: ພຸດສະດີ , Laopost.com

  • Happy Balloon ທີ່ກຳລັງເປັນທີ່ນິຍົມໃນກຸ່ມໄວລຸ້ນ ອັນຕະລາຍກວ່າທີ່ຄິດ.

    ທ່ານ ຮສ ດຣ ສຸທັດ ຣຸ້ງເຣື່ອງຫິຣັນຍາ ຈາກ ມະຫາວິທະຍາໄລ ສີນັກຄະລິນວິໂລດ ປະເທດໄທ ກ່າວວ່າ ປຸມເປົ້າແຫ່ງຄວາມສຸກ ຫຼື ນິຍົມເອີ້ນ Happy Balloon ໃນປຸມເປົ້າຈະອັດແກັດທີ່ມີຊື່ວ່າ ແກັດ Nitrous oxide ເຊິ່ງເປັນແກັດຢາຊາທີ່ຖືກໃຊ້ແທນຢາສະຫຼົບສະໄໝກ່ອນ (ໃນສະໄໝຢາສະຫຼົບຍັງບໍ່ທັນຖືກພັດທະນາ) ເພາະປະສິດທິພາບຂອງມັນຈະໝົດໄປພາຍໃນ 5 ນາທີ.

    ເຊິ່ງປະຈຸບັນ ໄດ້ມີຄົນກຸ່ມໜຶ່ງໄດ້ນຳເອົາແກັດຊະນິດນີ້ກັບມາໃຊ້ໃນທາງທີ່ຜິດຕໍ່ຮ່າງກາຍ ເພາະການສູບດົມຕໍ່ເນື່ອງໃນປະລິມານຫຼາຍເກີນໄປ ສາມາດສົ່ງຜົນເສຍຕໍ່ຮ່າງກາຍ ບາງເທື່ອສາມາດເຮັດໃຫ້ເສຍຊີວິດໄດ້. ເຊິ່ງຜົນເສຍ ຂອງ ປຸມເປົ້າແຫ່ງຄວາມສຸກ ຫຼື Happy Balloon ມີດັ່ງນີ້:

    ເຮັດໃຫ້ສະໝອງຂາດອົກຊີແຊນ ໃນໄລຍະທີ່ສູບດົມ.

    ກ້າມເນື້ອຫົວໃຈຂາດອົກຊີແຊນ ບາງຄັ້ງອາດເຮັດໃຫ້ກ້າມເນື້ອຫົວໃຈຕາຍ ຫຼື ຫົວໃຈຂາດເລືອດ ສົ່ງຜົນເຮັດໃຫ້ເປັນໂລກຫົວໃຈວາຍກະທັນຫັນ

    ເຮັດໃຫ້ປະສາດຫ່ອນໃນຕອນສູບດົມ ເຊິ່ງນຳໄປສູ່ເກີດອຸປະຕິເຫດ

    ບໍ່ພຽງແຕ່ທຳລາຍຮ່າງກາຍມະນຸດເທົ່ານັ້ນ ແຕ່ແກັດ Nitrous oxide ຍັງທຳລາຍສິ່ງແວວລ້ອມ ອີດ້ວຍ ເພາະແກັດນີ້ມີຜິດຕໍ່ຊັ້ນບັນຍາກາດ ເຮັດໃຫ້ຊັນບັນຍາກາດບາງລົງ.

    ປັດຈຸບັນ, ປຸມເປົ້າແຫ່ງຄວາມສຸກ ຫຼື Happy Balloon ເປັນທີ່ນິຍົມໃນກຸ່ມໄວລຸ້ນ ການສູບດົມເພື່ອຄວາມບັນເທິງ ໃນເວລາກິນດື່ມ.

    ຂ່າວ: Laopost.com

    ສຸດຄວາມສາມາດຂອງແພດໝໍ ຕໍາສາມປະສານຜູ້ຂັບລົດຟອດມັສແຕ໋ງ ເສຍຊີວິດແລ້ວ

    ຈາກກໍລະນີ ລົດຕໍາກັນ 3​ ປະສານ ທີ່ເຂດໃກ້ຮອດວົງວຽນ 450 ນະຄອນຫຼວງວຽງຈັນ ໃນຄືນວັນທີ 18 ມັງກອນ 2021 ທີ່ຜ່ານມາ, ເຮັດໃຫ້ມີຜູ່ບາດເຈັບ ສາຫັດ 1​ຄົນ ເຊິ່ງເປັນຜູ່ຂັບລົດເກງ ຟອດ ມາສແຕ໋ງ ສີດໍາ. ທາງກູ້ໄພ 1624 ໄດ້ນໍາສົ່ງໂຮງໝໍ 150 ແລະ ແພດໝໍ ໄດ້ພະຍາຍາມ ກອບກູ້ເອົາຊີວິດຂອງຜູ່ກ່ຽວ, ແຕ່ໄດ້ເສຍຊີວິດໃນເວລາຕໍ່ມາ. ໃນຕອນເຊົ້າ ວັນທີ 19 ມັງກອນ 2021 ທາງໝູ່ເພື່ອນ ແລະ ຍາດພີ່ນ້ອງ ກໍ່ໄດ້ ໂພດສະແດງຄວາມເສຍໃຈກັບ ການເສຍຊີວິດຂອງຜູ່ກ່ຽວ

    ສະແດງຄວາມເສຍໃຈມາຍັງຄອບຄົວຂອງຜູ່ເສຍຊີວິດ, ແລະ ອຸບັດຕິເຫດ ຄັ້ງນີ້ ເປັນອຸທາຫອນ ແກ່ທຸກຄົນທີ່ຂັບຂີ່ລົດ ຕ້ອງຢູ່ໃສຄວາມບໍ່ປະໝາດ ແລະ ນັບຖືກົດຈາລະຈອນ. ເມົາ ເມື່ອຍ ບໍ່ຄວນຂັບເດັດຂາດ

    .

    ຂ່າວກ່ອນໜ້ານີ້

    ນະຄອນຫຼວງວຽງຈັນ: ລາຍງານຈາກກູ້ໄພ ໃຫ້ຮູ້ ໃນຕອນປະມານ 20:00 ວັນທີ່ 18 ມັງກອນ 2021 ເກີດອຸບັດຕິເຫດຮຸນແຮງ.

    .

    ລົດເກງເສຍຫຼັກຂ້າມເລນ ໄປຕໍາເອົາລົດອີກ 2 ຄັນກາງທາງທີ່ສວານທາງມາ. ເຮັດໃຫ້ເຈັບສາຫັດ 1 ຄົນ.

    .

    ຈຸດເກີດເຫດແມ່ນ ແຖວວົງວຽນໂພນເຄັງ (ວົງວຽນ 450 ປີ) ນະຄອນຫຼວງວຽງຈັນ.

    .

    ຄລິບຕອນເກີດເຫດ

    ຄລິບຈາກຈຸດເກີດເຫດ

    .

    .

    ຄົນລາວ ຢູ່ ການາດາ ຖືກຫວຍ $60,000,000 ໂດລາ​ສະຫະລັດ​

    ທ່ານນາງ Deng Pravatoudom ຄົນເຊື້ອສາຍລາວ ອາຍຸ 57 ປີ ຢູ່ປະເທດການາດາ ກາຍເປັນຜູ້ໂຊກດີ ຖືກຫວຍ ລອດເຕີລີ ມູນຄ່າ 60 ລ້ານໂດລ້າການາດາ ຫຼັງຈາກ ຊື້ໝາຍເລກເກົ່າ ເປັນໄລຍະເວລາ 20 ປີ. ທ່ານນາງ ແດງ ກ່າວວ່າ ຕົນເອງ ແລະ ສາມີ ມີຄວາມຝັນວ່າ ຢາກຖືກຫວຍ ເມື່ອ 20 ປີກ່ອນ, ແລະ ໄດ້ຕັ້ງໃຈເຮັດວຽກ ແລະຊື້ຫວຍ ມາຕະຫຼອດ.

    ເມື່ອລະດູໃບໄມ້ປົ່ງ ປີ 2020, ລາວໄດ້ຖືກອອກຈາກວຽກ ເນື່ອງຈາກອິດທິພົນ ຂອງໂຄວິດ-19. ຕົກມາຮອດ ທ້າຍປີ 2020, ໄດ້ຮູ້ວ່າ ຕົນເອງຖືກເລກ, ຮູ້ສຶກດີໃຈຫຼາຍ. ການໄດ້ຮັບເງິນລາງວັນນີ້ ນາງແດງ ຈະນໍາໄປໃຊ້ໜີ້, ຊື້ ອາພາດເມັນໃໝ່, ນໍາໄປຊ່ວຍເດັກນ້ອຍ ຄອບຄົວ ແລະ ມີແຜນທີ່ຈະເດີນທາງໄປທ່ຽວ ຢູໂຣບ ແລະ ອາເມລິກາ.

    ແຫລ່ງຂ່າວ: lao youth radio fm 90 0 mhz: https://sports.yahoo.com/lotto-max-60-million-jackpot-toronto-ontario-winner-223454424.html