ອຸບັດຕິເຫດ ຮຸນແຮງທີ່ສຸດ 3ຄັນ ຢູ່ບໍລິເວນ 3 ແຍກ ບ້ານໜອງສ້າງທໍ(ມີຄລິບຕອນຕຳ)

ອຸບັດຕິເຫດ ທີ່ຮຸນແຮງທີ່ສຸດ ຂອງຕົ້ນປີ 2021 ຢູ່ບໍລິເວນ 3 ແຍກ ບ້ານໜອງສ້າງທໍ, ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນເວລາ ປະມານ 20:30 ຂອງວັນທີ 18/01/2021. . . ຈົ່ງພາກັນຂັບຂີ່ ດ້ວຍຄວາມລະມັດລະວັງ . ຄລິບເຫດການ ຄລິບ . . .

ເສົ້າສະລົດ!!! ກຳລັງໄປບຸນແລ້ວລົດໃຫ່ຍປີ້ນ ເສຍຊີວິດ 2ຄົນ

ໃນວັນທີ18ເວລາ9ໂມງເຊົ້າໄດ້ມີລົດພີ່ນ້ອງປະຊາຊົນມາຈາກທາງບ້ານແດນກຳລັງຊິໄປເຮັດບຸນຢູ່ພຣະທາດໂຜ່ນ . ໂຊກຮ້າຍເກີດອຸບັດເຫດລົດປີ້ນຢູ່ເສັ້ນທາງມາຈາກ ເມືອງທ່າປາງທອງ ແຂວງສະຫວັນນະເຂດ ຈຳນວນຄົນມານຳກັນທັງຫມົດ32ຄົນເສຍຊິວິດ2ຄົນ ຄົນທີ2 ເສຍຊີວິດຢູ່ໂຮງໝໍເປັນເດັກນ້ອຍ . . #ຂໍໃຫ້ທຸກຄົນປອດໄພ

ອຸປະຕິເຫດທາງດ່ວນ ຕຳຮາວແລະນໍ້າມັນເຄື່ອງເຮ່ຍລົງທາງຖືກປັບໃໝ 19ລ້ານກີບ

ອີງຕາມບົດບັນທຶກຂອງເຈົ້າໜ້າທີ່ ກົມຕຳຫລວດຈະລາຈອນ ໃນວັນທີ 17 ມັງກອນ 2021 ນີ້ ໃຫ້ຮູ້ວ່າ: ໃນວັນທີ 16 ມັງກອນ 2021 ໄດ້ມີລົດເກັ໋ງ ອຸບັດເຫດ ເທິງທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ ຈຶ່ງໄດ້ມີການເຮັດບົດບັນທຶກຂຶ້ນ ລະຫວ່າງຜູ້ເສຍຫາຍກັບບໍລິສັດທາງດ່ວນ ຢູ່ທີ່ຈຸດສະຖານີສີເກີດທີ່ເກີດຂຶ້ນ ໂດຍມີການສະຫລຸບດັ່ງນີ້: 1.ຜູ້ເສຍຫາຍ ແມ່ນຍິນດີຈ່າຍຄ່າສ້ອມແປງຮາວຮົ້ວກັ້ນທາງດ່ວນທີ່ເສຍຫາຍ ຈຳນວນ 6.000.000 ກີບ ນັດຈ່າຍເງິນ ວັນທີ 19 ມັງກອນ 2021 … Read More

ຊາຍວຽດນາມອາຍຸ 27ປີປ່ວຍເປັນໂລກຊືມເສົ້າກີນນອ໋ດຕະປູໃບມີເຫຼັກຫຼາຍກວ່າ 1ກິໂລ.

ເມື່ອວັນທີ່ 17 ເດືອນ ມັງກອນ ປີ 2021 World Forum ລາຍງານວ່າ ໂຮງໝໍໂຮຈີມິນໄດ້ເປີດເຜີຍອາການຂອງຊາຍວຽດນາມ ອາຍຸ 27 ປີ ທີ່ປ່ວຍເປັນໂລກຊືມເສົ້າມີອາການປວດທ້ອງມາໄດ້ໄລຍະໜື່ງແລ້ວເປັນເວລາ 1 ເດືອນ ເຊີ່ງຜູ້ປ່ວຍມີອາການກີນສີ່ງທີ່ບໍ່ແມ່ນອາຫານ, ມັກກີນເຫຼັກ ແລະ ຂອງແປກໆເຊັ່ນ: ໂລຫະ, ນອ໋ດ, ບວງ, ໃບມີດ ແລະ ຕະປູ ຫຼັງຈາກແພດກວດພົບສີ່ງແປກປອມໃນກະເພາະອາຫານ ຈື່ງສົ່ງໂຕມາຍັງໂຮງໝໍທະຫານໃນໂຮຈີມິນ ເຮັດການຜ່າຕັດເອົາສີ່ງແປກປອມອອກມາໄດ້ ເຊີ່ງໃຊ້ເວລາຜ່າຕັດເຖີງ … Read More

ຂ່າວດ່ວນ!!! ຈັບສອງຜົວເມຍກໍ່ເຫດລັກເຄື່ອງສຳອາງທີ່ຮ້ານໂຊກໄຊ(ມີຄລິບ)

ຂ່າວດ່ວນ! ເຊົ້າມື້ນີ້ວັນຈັນ ວັນທີ 18 ມັງກອນ 2021 ມີໂຈນລັກເຄືອງຢູ່ຮ້ານໂຊກໄຊ ສາຂາຫ້ວຍຫົງ ນະຄອນຫຼວງວຽງຈັນ. ຜູ່ກໍ່ເຫດ ເປັນສອງຜົວເມຍ ມາລັກເຄືອງສຳອາງເທືອນີ້. ເຊິ່ງຜ່ານມາກໍ່ເຫດ ຫລາຍເທືອມາລັກ ບາງທີກະມາລັກຫມວກກັນນ໊ອກລູກຄ້າ ເທືອນີ້ຜູ້ຈັດກາຍໂຊກໄຊສາຂາຫ້ວຍຫົງຈັບໄດ້ ຄືຜູ້ເສືອເຫລືອງທີ່ເຫັນຢູ່ໃນຄີບ ແມ່ນຜູ້ຈັດການໂຊກໄຊ.  ທາງພະນັກງານໄດ້ໄລ່ຈັບໄດ້ ແລະ ສົ່ງໃຫ້ເຈົ້າໜ້າທີ່ແລ້ວ. ຄລິບ: .

ເຕືອນໄພ! ຈັບຄົນໃຊ້ເງິນໂດລາປອມໄດ້ທີ່ເຊໂນ

“17/01/2021 ທີ່ຕະຫລາດເຊໂນ ມື້ນີ້ໄດ້ມີມິດສາຊີບ ມາແລກເງິນໂດລາປອມ ເຮັດເປັນຂະບວນການ ຕອນນີ້ຈັບໂຕໄດ້ແລ້ວ ລະວັງແນ່ເດີພີ່ນ້ອງແມ່ຄ້າເຮົາ ໃຫ້ມີສະຕິລະວັງໂຕຕື່ມແນ່ເດີ!! ຂອບໃຈທຸກພາກສ່ວນອ້າຍນ້ອງຕໍາຫລວດ,ປ້ອງກັນຕະຫລາດຄົບວົງຈອນ, ລປພ ທະນາຄານ” . ປະຈຸບັນເຈົ້າໜ້າທີ່ໄດ້ກັກຕົວຜູ່ກ່ຽວ ແລະ ຈະສືບສວນຫາກຸ່ມແກ້ງຂະບວນການເງິນປອມນີ້ຕໍ່ໄປ.