ຂ່າວດ່ວນອີກແລ້ວ! ລົດຕໍາຄວາຍຕາຍ 5ໂຕທີ່ທາງດ່ວນວຽງຈັນວັງວຽງ

ລາຍງານຈາກປະຊາຊົນໃຫ້ຮູ້ ໃນຕອນຄໍ່າວັນທີ 15 ມັງກອນ 2021 ນີ້ວ່າເກີດເຫດ ລົດໃຫຍ່ຕໍາຄວາມຕາຍ ປະມານ 4-5 ໂຕ ທີ່ເຂດທາງດ່ວນ ວຽງຈັນວັງວຽງ. ລົດແມ່ນເປເພໜັກ ແລະ ຄົນໄດ້ຮັບບາດເຈັບສົມຄວນ. ຕອນນີ້ຍັງບໍ່ຮູ້ວ່າແມ່ນຄວາຍຂອງໃຜ? ແລະ ໃຜຈະຮັບຜິດຊອບກັບເຫດການຄັ້ງນີ້? ຂໍໃຫ້ທຸກຄົນຂັບຂີ່ທີ່ທາງດ່ວນດ້ວຍຄວາມລະມັດລະວັງເດີ! ເພາະເກີດອຸບັດຕິເຫດ ຫຼາຍຄັ້ງແລ້ວ. ຈຸດເກີດເຫດ ແມ່ນໃກ້ຈະຮອດຈຸດທາງອອກ ວັງວຽງ. ເພີ່ມເຕີມຈະແຈ້ງໃຫ້ຮູ້ຕື່ມພາຍຫຼັງ ຄລິບຈາກທີ່ເກີດເຫດ  .

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກ່າວສັນລະເສີນຜົນງານ ແລະ ຄຸນງາມຄວາມດີຂອງສະຫາຍ ບຸນຍັງ ວໍລະຈິດ

ກອງປະຊຸມໃຫຍ່ຂອງພວກເຮົາ ໄດ້ດຳເນີນການເລືອກຕັ້ງຄະນະບໍລິຫານງານສູນກາງພັກສະໄໝທີ XI ແລະ ໃນກອງປະຊຸມຄັ້ງປະຖົມມະລືກຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ທີ່ຫາກໍສຳເລັດລົງໃນຕອນເຊົ້າມື້ນີ້ ກໍໄດ້ເລືອກຕັ້ງກົມການເມືອງສູນກາງພັກແລະຄະນະເລຂາທິການສູນກາງພັກ, ເລືອກຕັ້ງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ພ້ອມທັງເລືອກປະທານແລະຮອງປະທານຄະນະກວດກາສູນກາງພັກສະໄໝທີXI. ໃນກອງປະຊຸມຄັ້ງນີ້, ສະຫາຍ ບຸນຍັງ ວໍລະຈິດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກສະໄໝທີ X ໄດ້ສະໝັກໃຈບໍ່ສືບຕໍ່ສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XI ອີກ. ສະຫາຍ ບຸນຍັງ ວໍລະຈິດ ແມ່ນໜຶ່ງໃນບັນດາການນໍາສູງສຸດຂອງພັກ-ລັດ, ແມ່ນນັກຮົບປະຕິວັດທີ່ອາດຫານກ້າແກ່ນ ໃນຂະບວນການຕໍ່ສູ້ກູ້ຊາດຂອງປະຊາຊົນເຮົາ. ສະຫາຍແມ່ນນັກຮັກຊາດທີ່ສູງສົ່ງຍາມໃດກໍມີຄວາມຈົ່ງຮັກພັກດີ, ບໍລິສຸດຜຸດພ່ອງຕໍ່ພັກ, ຕໍ່ປະເທດຊາດແລະຕໍ່ປະຊາຊົນ; ສະຫາຍແມ່ນການນຳຜູ້ໜຶ່ງທີ່ມີແບບແຜນແລະ ພິບໄຫວໃນການນຳພາ-ຊີ້ນຳ, … Read More

ຂ່າວດ່ວນເສົ້າສະລົດ ເຫດເດັກນ້ອຍ ຈົມນ້ຳເສຍຊີວິດ 5ຄົນທີ່ບໍລິຄຳໄຊ.

ເຫດການດ່ວນ ເດັກລົງຫລີ້ນນ້ຳຊັນຢູ່ເຂດບ້ານຫ້ວຍຄູນ, ເມືອງບໍລິຄັນ, ບໍລິຄຳໄຊ) ຕາມການໃຫ້ຂໍ້ມູນຂອງປະຊາຊົນໃກ້ຄຽງໃຫ້ຮູ້ວ່າ : ມີເດັກນ້ອຍລົງຫລີ້ນອາບນ້ຳຊັນ  ໃນຕອນທ່ຽງຂອງມຶ້ນີ້.ວັນທີ 15/1/2021 ເຮັດໃຫ້ເດັກໂຈມນ້ຳ…ໂອຍນໍ..ລູກຫລານເອີຍ..ເຊິ່ງມີທັງໝົດ 7 ຄົນ ປອດໄພ, 2 ສ່ວນອີກ 5 ຄົນ ແມ່ນໄດ້ນຳສົ່ງໂຮງໝໍແຂວງແລ້ວ. ຈົ່ງມິິສະຕິເອົາໃຈໃສ່ໃນການເບິ່ງແຍງລູກຫລານຂອງທ່ານ..ເພື່ອເປັັນບົດຮຽນໃນການດຳລົງຊີວີດ ຕໍ່ໄປ.. #ຂໍສະແດງຄວາມເສຍໃຈນຳຄອບຄົວຂອງເດັກນ້ອຍທັງ 5 ຄົນ ທີ່ເສຍຊີວິດ ຈາກເຫດການໂຈມນ້ຳ ທີ່ເຂດບ້ານຫ້ວຍຄູນ, ເມືອງບໍລິຄັນ, ແຂວງບໍລິຄຳໄຊ 15/1/2021 (ຂໍໃຫ້ດວງວິນອັດສະວິນທັງ … Read More

ສະຫາຍ ທອງລຸນ ສິສຸລິດ ຖືກເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວສະໄໝທີ 11

ສະຫາຍ ທອງລຸນ ສິສຸລິດ ຖືກເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວສະໄໝທີ 11 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກປະຊາຊົນປະຕິວັດລາວຄັ້ງທີ 11 ໄດ້ປິດລົງດ້ວຍຜົນສໍາເລັດໃນວັນທີ 15 ມັງກອນີ້ທີ່ນະຄອນຫຼວງວຽງຈັນ, ສະຫາຍ ທອງລຸນ ສິສຸລິດ ໄດ້ຖືກເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ. ນອກນັ້ນ, ກອງປະຊຸມຍັງໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວສະໄໝທີ 11 ປະກອບມີກໍາມະການກົມການເມືອງສູນກາງພັກ 13 ສະຫາຍ ຍິງ 2 ສະຫາຍ ເຊິ່ງມີ: 1.ສະຫາຍ ປອ ທອງລຸນ ສີສຸລິດ ສະຫາຍ ປອ … Read More

ກົມການເມືອງສູນກາງພັກປະຊາຊົນປະຕິວັດລາວສະໄໝທີ XI

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກປະຊາຊົນປະຕິວັດລາວຄັ້ງທີ XI ໄດ້ປິດລົງດ້ວຍຜົນສໍາເລັດໃນວັນທີ 15 ມັງກອນນີ້ທີ່ນະຄອນຫຼວງວຽງຈັນ, ສະຫາຍ ທອງລຸນ ສິສຸລິດ ໄດ້ຖືກເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ. ນອກນັ້ນ, ກອງປະຊຸມຍັງໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວສະໄໝທີ XI ປະກອບມີກໍາມະການກົມການເມືອງສູນກາງພັກ 13 ສະຫາຍ ຍິງ 2 ສະຫາຍ ມີ:  1.ສະຫາຍ ປອ ທອງລຸນ ສີສຸລິດ  2. ສະຫາຍ ປອ ພັນຄໍາ ວິພາວັນ  3. ສະຫາຍ … Read More

ຂໍຄວາມຊ່ວຍເຫຼືອ ຊື້ໂລງຊື້ເມມໃຫ້ແກ່ຄອບຄົວທຸກຢາກດ້ວຍເຖີດ.

ສະບາຍດີຂໍຄວາມຊ່ວຍເຫຼືອຊື້ໂລງຊື້ເມມໃຫ້ແກ່ຄອບຄົວທຸກຢາກດ້ວຍ”ເຖີດ ມື້ນີ້ທາງສະມາຄົມບັນເທົາທຸກໜ່ວຍງານສັງຄົມສົງເຄາະຂອງສະມາຄົມຊ່ວຍເຫຼືອບັນເທົາທຸກໄດ້ຮັບແຈ້ງເຫດມີຄົນທຸກຢາກຕາຍບໍ່ມີຫີບມີໂລງໃສ  ດ້ວຍຄວາມທຸກ ເລີຍໂທຂໍຄວາມຊ່ວຍເຫຼືອນຳພວກເຮົາເພື່ອຫາທາງຊ່ວຍເຫຼືອ ບໍ່ຢາກໄປຕິດຫນີ້ຊື້ໂລງມາໃສ່ພໍ່ ຈື່ງໃດ້ຂໍຄວາມຊ່ວຍເຫຼືອຊ່ວຍພໍ່ຂອງເພີ່ນ ໃນບັນປາຍຊີວີດອັນສຸດທ້າຍ ຊື່ທ້າວທອງຄຳ ອາຍຸ50ປີ  ຢູ່ບ້ານສີສະຫວາດ ເມືອງນາຊາຍທອງນະຄອນຫຼວງ ດ້ວຍຄວາມທຸກລູກຫຼານກໍ່ບໍ່ມີແທ້ໆຫາເຊົ້າກີນຄຳອາໃສ່ແຕ່ເຮັດນາ ຢາມຫມົດນາເຮັດກໍ່ບໍ່ມີວຽກໆບໍ່ມີເງີນກໍ່ບໍ່ມີ  ສະນັ້ນຈື່ງຂໍຄວາມຊ່ວຍເຫຼືອ ຊ່ວຍຊື້ຫີບໂລງ ໂຕະ ຕັ່ງເຕັ້ນ ຊ່ວຍຄອບຄົວຂອງເພີ່ນດ້ວຍເທີດ ທ່ານສາມາດສ້າງບຸນກຸສົນດ້ວຍການໂອນຊ່ວຍເຫຼືອໃນການຊື້ຫີບໂລງນຳສະມາຄົມບັນເທົາທຸກພວກເຮົາໄດ້ທີ່  . . . . ບັນຊີໝາຍເລກ: ທາງບັນຊີສະມາຄົມ ທະນາຄານການຄ້າ ຕ່າງປະເທດລາວ  THE ASS OCIATION … Read More

ຊ່ວຍແຊຣ໌ ປະກາດຫາຊາວຕ່າງປະເທດຜູ້ຢູ່ໃນຮູບຕຳແລ້ວໜີ.

ປະກາດຫາ ຊາວຕ່າງປະເທດຜູ້ຢູ່ໃນຮູບ ຕຳແລ້ວໜີຈຸດເກີດເຫດ:ຫລັກ6 ທາງສວນດອກໄມ້ ນະຄອນປາກເຊຕອນນີ້ຜູ້ກ່ຽວແມ່ນໄດ້ລົບໜີ ບໍ່ຮູ້ຂໍ້ມູນຫຍັງເລີຍ ຖ້າຫາກຜູ້ໃດພົບເຫັນສາມາດໂທແຈ້ງທາງເຮົາໄດ້ເລີຍ 0304912875 . .

ດ່ວນ!!! ບໍ່ແກ້ວ ຢຶດຢາໄອໄດ້ 400 ກິໂລ

ພາຍຫລັງໄດ້ຮັບແຫລ່ງຂ່າວວ່າມີການຂົນສົ່ງຢາເສບຕິດເປັນຈຳນວນຫລາຍ ຊຶ່ງເວລາ 12 ໂມງ 50 ນາທີວັນທີ 14 ມັງກອນນີ້ ເຈົ້າໜ້າທີ່ ປກສ ເມືອງ ຕົ້ນເຜິ້ງ ສົມທົບກັບ ປກສ ບໍລິການປະຊາຊົນກຸ່ມສີບຸນເຮືອງ ສະກັດຈັບຜູ້ຕ້ອງສົງໄສຄືທ້າວ ວາເລົາ ອາຍຸ 39 ປີ ປະຊາຊົນບ້ານນໍ້າສະໝອກ ເມືອງຫ້ວຍຊາຍຢູ່ເສັ້ນທາງລະ ຫວ່າງບ້ານໃຫຍ່ຕົ້ນເຜິ້ງຫາສີເມືອງງາມ.     ຂະນະກວດຄົ້ນລົດວີໂກສີປອນທອງ ປ້າຍທະບຽນ ກກ 0836 ບໍ່ແກ້ວ, ເຈົ້າໜ້າທີ່ ພົບຢາໄອ … Read More