ຖ້າຫນາວເກີນບໍ່ຄວນອາບ ໜຸ່ມໃຫ່ຍຊ໋ອກເສຍຊີວິດ ຂະນະກຳລັງຈະອາບນ້ຳ ຍ້ອນອາກາດໜາວເຢັນເກີນໄປ

ສື່ໄທລາຍງານ ວັນທີ 13 ມັງກອນ 2021:  ເຈົ້າໜ້າທີ່ຕຳຫຼວດແຂວງໜອງຄາຍ ກວດສອບສົບ นายคธา กัลยาวงษ์ ອາຍຸ 51 ປີ ສະພາບນຸ່ງຜ້າເຊັດໂຕ ແລະ ມືຂວາຍັງກຳຫວີເອົາໄວ້ແໜ້ນ ນອນເສຍຊີວິດຢູ່ກັບພື້ນໃກ້ປະຕູຫ້ອງພັກ, ໃນຈັງຫວັດໜອງຄາຍ ,ບໍ່ພົບບາດແຜຕາມຮ່າງກາຍ. ນາງວິໄລພອນ ຈັນທະພິມ ອະດີດພັນລະຍາ ເລົ່າວ່າ: ໃນຕອນເຊົ້າຕົນເອງຂໍໃຫ້ອະດີດສາມີ ຂັບລົດໄປຫາໝໍທີ່ໂຮງພະຍາບານ ໂດຍອະດີດສາມີ ບອດວ່າ ຂໍກັບມາອາບນ້ຳແລ້ວຈະກັບມາຮັບບໍ່ເກີນທ່ຽງ ແຕ່ພໍ່ຮອດເວລາໂທຫາຫຼາຍຄັ້ງ ສາມີກໍ່ບໍ່ຮັບສາຍ ຈຶ່ງກັບມາເບິ່ງທີ່ບ້ານເຫັນອະດີດສາມີນອນເສຍຊີວິດຢູ່ແລ້ວ. … Read More

ການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ແມ່ນໃຊ້ງົບປະມານໃນເບື້ອງຕົ້ນ 70 ຕື້ກີບ

ຫລາຍພາກສ່ວນໃຫ້ຄວາມສຳຄັນຊຸກຍູ້ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຂປລ. ທ່ານ ບຸນໂຈມ ອຸບົນປະເສີດ ເລຂາຄະນະບໍລິຫານງານພັກກະຊວງການເງິນ, ທັງເປັນຫົວໜ້າອະນຸກໍາມະການງົບປະມານຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 13 ມັງກອນ 2021 ນີ້ວ່າ: ການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ແມ່ນໃຊ້ງົບປະມານໃນເບື້ອງຕົ້ນ 70 ຕື້ກີບ ນັບຕັ້ງແຕ່ຂັ້ນຕອນການກະກຽມດໍາເນີນຂອງອະນຸກໍາມະການຕ່າງໆເປັນຕົ້ນ ອະນຸກໍາມະການເນື້ອໃນ, ອະນຸກໍາມະການບຸກຄະລາກອນກົດລະບຽບ ທີ່ໄດ້ດໍາເນີນການຫລາຍຂັ້ນຕອນໃນການລົງທາບທາມແຕ່ລະຈຸດ. ໃນໂອກາດ … Read More

ສ.ເກົາຫລີ ອຸນຫະພູມຕິດລົບ 20 ອົງສາ ໜາວທີ່ສຸດໃນຮອບ 57 ປີ ແມ່ນ້ຳຮັນກາຍເປັນນ້ຳກ້ອນ…

ສ.​ເກົາຫລີ ​ໃນ​ອຸນຫະພູມ​ຕິດ​ລົບ 20 ອົງສາ ໜາວ​ທີ່​ສຸດ​ໃນ​ຮອບ 57 ປີ ຈົນ​ແມ່ນ້ຳຮັນ​ກາຍ​ເປັນນ້ຳກ້ອນ ສົ່ງ​ຜົນ​ກະທົບ​ໃຫ້​ຕອນ​ນີ້​ນ້ຳປະປາ​ຢູ່ ສ.​ເກົາຫລີ ​ໃຊ້​ບໍ່​ໄດ້ ​ເພາະ​ເປັນນ້ຳກ້ອນ​ໄປ​ໝົດ​ແລ້ວ. . . . . ທີ່ມາ: ໜັງສືພິມລາວພັດທະນາ

ປິດການສັນຈອນຊົ່ວຄາວ 13-15 ມັງກອນ ຖະໜົນໄກສອນພົມວິຫານ ແລະ ເສັ້ນທາງອ້ອມຮອບຫໍປະຊຸມ

ໃນວັນທີ 12 ມັງກອນນີ້, ທ່ານ ພັທ ສັງຄົມ ພົມມະລາດ ຮອງຫົວໜ້າພະແນກຈະລາຈອນ ນະຄອນຫລວງວຽງຈັນ ໄດ້ແຈ້ງມາຍັງຜູ້ໃຊ້ລົດໃຊ້ຖະໜົນໃຫ້ຊາບວ່າ: ໃນວັນທີ 13-15 ມັງກອນ ຈະປິດການສັນຈອນຖະໜົນໄກສອນພົມວິຫານ ແລະ ເສັ້ນທາງອ້ອມຮອບຫໍປະຊຸມແຫ່ງຊາດຫລັກ 6 ຊົ່ວຄາວ, ເພື່ອຄວາມສະດວກໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຄັ້ງ XI ຂອງ ຂຶ້ນທີ່ຫໍປະຊຸມແຫ່ງຊາດ ໃນວັນທີ 13-15 ມັງກອນນີ້ ເພື່ອຈັດສັນເສັ້ນທາງໃຫ້ເປັນລະບຽບຮຽບຮ້ອຍ ແລະ ຮັບປະກັນຄວາມປອດໄພ. ທາງຫໍປະຊຸມແຫ່ງຊາດ, ຖະໜົນທີ່ຕັດຜ່ານດ້ານໜ້ານີ້ … Read More

ພັກປະຊາຊົນ ປະຕິວັດລາວ ດຳເນີນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຢ່າງສະຫງ່າຜ່າເຜີຍ

ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດລາວ ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ໃນຕອນເຊົ້າວັນທີ 13 ມັງກອນ 2021 ທີ່ນະຄອນຫລວງວຽງຈັນ ໂດຍມີ ສະຫາຍ ບຸນຍັງ ວໍລະຈິດ ເລຂາ ທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ມີກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກ, ນັກປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ ພ້ອມດ້ວຍບັນດາສະມາຊິກພັກສົມບູນ ຈຳນວນ 768 ກວ່າສະຫາຍ, ຍິງ 116 … Read More

ຂໍຄວາມຊ່ວຍເຫຼືອມາຍັງຜູ້ໃຈບຸນທຸກໆທ່ານ ທີ່ໄດ້ເຫັນຜ່ານ Facebook ນີ້

ໂພສ2 ຂໍຄວາມຊ່ວຍເຫຼືອມາຍັງຜູ້ໃຈບຸນທຸກໆທ່ານ ທີ່ໄດ້ເຫັນຜ່ານ Facebook ນີ້ ຂ້າພະເຈົ້າຂໍຕາງໜ້າຂໍຄວາມຊ່ວຍເຫຼືອນຳທຸກຄົນແທນນ້ອງໆນັກຮຽນ ມໍຕົ້ນເມືອງອໍ້.​ ໂພສນີ້ເປັນໂພສຂໍຄວາມຊ່ວຍເຫຼືອຈາກອຳນວຍການໂຮງຮຽນເມືອງອໍ້,​ເມືອງຫົວເມືອງ,​ ແຂວງຫົວພັນສະພາບການຍ້ອນຄວາມທຸກຍາກຂາດເຂີນບວກກັບສະພາບອາກາດທີ່ໜາວຈັດຈື່ງຂໍວອນນຳສັງຄົມຂໍບໍລິຈາກເຄື່ອງນຸ່ງຫົ່ມທີ່ບໍ່ໄດ້ໃສ່ແລ້ວທີ່ເປັນເຄື່ອງເກົ່າເຄື່ອງມື2ທີ່ປະໄວ້ລ້າ,​ ເຂົ້າສານອາຫານແຫ້ງ,​ອຸປະກອນການຮຽນຕ່າງໆ ຂໍ້ມູນເບື້ອງຕົ້ນຈຳນວນນັກຮຽນຕ່າງໆຢູ່ໃນໂພສແລ້ວ ຖ້າທ່ານໃດມີຈິດໃຈສັດທາສາມາດມາຮ່ວມບໍລິຈາກກັບພວກເຮົາໄດ້ ຢາກບໍລິຈາກເຄື່ອງແຂວງຫົວພັນຕິດຕໍ່: 020 23032220 (ອ້າຍຕຸ) ຢາກບໍລິຈາກເຄື່ອງນະຄອນຫຼວງຕິດຕໍ່: 020 91782715​(ໝີ) ຕ່າງແຂວງຢາກບໍລິຈາກເຄື່ອງແມ່ນຝາກຮຸ່ງອາລຸນ,​ກຽງໄກ ຄ່າຝາກພວກເຮົາສາມາດອອກເອງໄດ້ ຫຼືທ່ານໃດມີຈິດໃຈຢາກຮ່ວມບໍລິຈາກເປັນວັດຖຸປັດໃຈສາມາດໂອນຜ່ານບັນຊີຂ້າພະເຈົ້າແລ້ວຂຽນວ່າ”ບໍລິຈາກຊ່ວຍເຫຼືອນ້ອງນ້ອຍນັກຮຽນ ມຕ ເມືອງອໍ້”​ເງິນທຸກກີບແມ່ນຈະມອບໃຫ້ເຂົາເຈົ້າທັງໜົດໂດຍບໍ່ຫັກຄ່າຫຍັງທັງສີ້ນ ເລກບັນຊີ: 172120001476584001 ຊື່ບັນຊີ: Thipphaphone Latsachanh​ Ms