ຮອດມື້ນີ້ເປັນເວລາ 2 ເດືອນເຕັມໆທີ່ຄະນະພະສົງ ຈາກວັດອຳພາພອນອອກທຸດົງສູ່ແຂວງຫຼວງພະບາງ ເຊິ່ງມື້ນີ້ມາຮອດນະຄອນຫຼວງວຽງຈັນແລ້ວ ແລະນອນພັກທີ່ວັດທາດຫຼວງກາບໄຫວ້ພະທາດຫຼວງວຽງຈັນກ່ອນອອກເດີນທາງຕໍ່ໄປຍັງຈຸດໝາຍທີ່ເມືອງມໍລະດົກໂລກ. ພະອາຈານສົມຄວນ ທຳມະວົງສາ ໃຫ້ຮູ້ວ່າ: ຄະນະສົງຍ່າງຈາຣິກທຸດົງ, ບູຊາພະລັດຕະນະໄຕ, ບູຊາແຜ່ນດິນລາວ ຄືນນີ້ຂໍຂາບໄຫວ້ຂໍພອນອົງພະທາດຫລວງວຽງຈັນ, ພັກຈຳວັດ.ທີ່ ວັດທາດຫລວງໃຕ້ ບ້ານທາດຫລວງໃຕ້ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ… ຫຼັງຈາກທີ່ໄດ້ອອກເດີນທາງມາຈາກວັດອຳພາພອນ ບ້ານວັງໂຄນຄຳ ເມືອງຊົນະບູລີ ແຂວງສະຫວັນະເຂດ…ຄື…09/11/2020ຮອດທາດຫລວງ09/01/2021 ຈົວນ້ອຍດີໃຈຄັກໄດ້ຂາບໄຫວ້ພະທາດຫລວງຄະນະສົງ ວັດອຳພາພອນ ບ້ານວັງໂຄນຄຳ ເມືອງຊົນະບູລີ ແຂວງສະຫວັນະເຂດ ເຊິ່ງກ່ອນໜ້ານີ້ເຄີຍທຸດົງແຕ່ແຂວງສະຫວັນນະເຂດມາຍັງນະຄອນຫຼວງວຽງຈັນ ເພື່ອເຂົ້າຮ່ວມງານຊາປານະກິດຂອງ ພຣະມະຫາງອນດຳລົງບຸນ … Read More