ສະມຸດສະຄອນປະເທດໄທ ຍືນຍັນພົບແຮງງານໂຮງງານປາກະປ໋ອງ ຕິດໂຄວິດ 900ກວ່າຄົນ

ສະມຸດສະຄອນ ປະເທດໄທ ຍືນຍັນພົບແຮງງານໂຮງງານປາກະປ໋ອງ ຕິດໂຄວິດ-19 ຈຳນວນ 900 ກວ່າຄົນ  ຮອງຜູ້ວ່າຈັງຫວັດສະມຸດສະຄອນ ຍືນຍັນວ່າ ແຮງງານຕ່າງປະເທດໃນໂຮງງານຜະລິດປາກະປ໋ອງ ໃນພື້ນທີ່ສະມຸດສະຄອນ ຕິດໂຄວິດ-19 ປະມານ 900 ກວ່າຄົນ ໂດຍການກວດຫາເຊື້ອພາຍໃນບໍລິສັດ ແລະ ແຮງງານທຸກຄົນ ແມ່ນໄດ້ຖືກກັກຕົວໄວ້ພາຍໃນໂຮງງານ ເພື່ອປ້ອງກັນການແຜ່ລະບາດ  . ຂ່າວ: https://ch3plus.com/news/category/226305

ແຈ້ງການ ປັບຂຶ້ນລາຄາຜະລິດຕະພັນເບຍລາວ ໃນປີ 2021

​ແຈ້ງ​ການຫຼ້າ​ສຸດ​ຈາກ ບໍ​ລິ​ສັດ​ເບຍ​ລາວ​ຈຳ​ກັດ ທີ່​ໄດ້​ອອກ​ໃບ​ແຈ້ງ​ການ​ເຖິງ​ລູກ​ຄ້າ ກ່ຽວ​ກັບ​ລາ​ຄາ​ເບຍ​ລາວ ໂດຍ​ລາຍລະອຽດຕາມນີ້ເລີຍ ເບຍ​ລາວ​ແກ້ວ​ໃຫຍ່ ລັງ​ພາ​ສ​ຕິກ 1 ລັງ ຈາກ​ເດີມ 96.000 ກີບ ເປັນ 99.000 ກີບ ມັດ​ຈຳ​ແກ້ວ 6000 ລັງ 9000 ກີບ ຊື້​ໝົດ​ລັງ 1 ຢູ່​ທີ່ 114.000 ກີບ ເບຍ​ລາວ​ແກັດ​ແກ້ວ​ໃຫຍ່​ແກັດ​ເຈ້ຍ 1 ແກັດ ແຕ່​ກ່ອນ 100.000 … Read More