ຈັງຫວັດນ່ານ ພົບສາວລາວ ຕິດໂຄວິດ-19 ສຳພັດໃກ້ຊິດທັງໝົດ 10 ກໍລະນີ

ຈັງຫວັດນ່ານ ປະເທດໄທ ພົບສາວຊາວລາວຕິດໂຄວິດ-19 ເຊີ່ງຜູ້ກ່ຽວໄດ້ເດີນທາງມາຈາກກຸງເທບ ແລະ ໄດ້ສຳພັດໃກ້ຊິດທັງໝົດ 10 ຄົນ, ປັດຈຸບັນ, ທາງການໄດ້ເລີ່ມປິດໂຮງຮຽນບາງແຫ່ງແລ້ວ ໂດຍວັນທີ 26 ທັນວາ 2020 ຜູ້ກ່ຽວໄດ້ສຳພັດໃກ້ຊິດກັບຜູ້ຕິດເຊື້ອໂຄວິດ ທີ່ເປັນພະນັກງານສົ່ງອາຫານຢູ່ກຸງເທບ. ກ່ອນທີ່ຈະເດີນທາງໄປຍັງຈັງຫວັດນ່ານ ໃນວັນທີ 30 ທັນວາ 2020 ແລະ ໄດ້ສຳພັດໃກ້ຊິດກັບຄົນໃນຄອບຄົວ ແລະ ຄົນໃນຊຸມຊົນທັງໝົດ 10 ກໍລະນີ . ຂໍ້ມູນ: https://www.thairath.co.th/news/local/north/2006300

ອິນເດຍພົບໄຂ້ຫວັດນົກລະບາດໜັກ H5N8 ແລະ ສາຍພັນໃໝ່ H1N8 ໃນ 5 ລັດ

ຂ່າວລາຍງານຈາກ World Forum ໃນວັຮທີ່ 5 ເດືອນ ມັງກອນ ປີ 2021 ລັດ ຫິມາຈັນປະເທດ ກາຍເປັນລັດທີ່ 5 ໃນປະເທດ ອິນເດຍທີ່ໄດ້ຮັບການຢືນຢັນໂລກໄຂ້ຫວັດນົກໃນຊ່ວງໜື່ງອາທິດທີ່ຜ່ານມາ ສີ່ງນີ້ເກີດຂື້ນຫຼັງຈາກກວດພົບໄວຣັສຊະນິດດຽວກັນໃນລັດລາດສະຖານ, ເກລະ, ລັດຫັນຍາຢາ ແລະ ລັດມັດທະຍົມປະເທດ ພົບນົກປ້າອົບພະຍົບ ແລະ ຕາຍເປັນຈຳນວນຫຼາຍ ນອກນັ້ນຍັງພົບກາຕາຍຫຼາຍໂຕ ພ້ອມຍັງມີນົກຍຸູງອີກດ້ວຍ ກວດສອບພົບວ່າຕິດເຊື້ອໄຂ້ຫວັດນົກ ລັດ ຫິມາຈັນປະເທດ ຮີບເລັ່ງກຳຈັດສັດປີກ 50,000 … Read More

ນັບແຕ່ມື້ສ້າງມາຮອດປັດຈຸບັນ ເຫດອຸບັດເຫດ 30​ຄັ້ງ​ ເສຍຊີວິດ​ 16​ຄົນ

ນັບແຕ່ມື້ສ້າງເສັ້ນທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ມາຮອດປັດຈຸບັນ ມີອຸບັດຕິເຫດເກີດຂຶ້ນ 30 ຄັ້ງ ນັບແຕ່ມື້ເລີ່ມກໍ່ສ້າງເສັ້ນທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ແຕ່ວັນທີ 4 ເມສາ 2018 ຫາ ວັນທີ 23 ທັນວາ 2020, ມີອຸບັດຕິເຫດເກີດຂຶ້ນທັງໝົດ 30 ຄັ້ງ ເຮັດໃຫ້ມີຜູ້ຊີວິດ 16 ຄົນ ແລະ ສ້າງຜົນເສຍຫາຍເປັນຈໍານວນຫຼາຍ. ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ຖະແຫຼງຕໍ່ນັກຂ່າວ … Read More

ພົບພະຍາດປິດສະໜາແແຮງເທົ່າອີໂບລາຮ້າຍກວ່າໂຄວິດ

ສື່​ຈາກ​ປະ​ເທດ​ອັງກິດ​ລາຍ​ງານ​ຂໍ້​ມູນ​ທີ່​ໜ້າ​ຢ້ານ​ກົວ ! ຫລັງ​ພົບ​ເຊື້ອພະຍາດ​ປິດສະໜາ ຊື່ວ່າ: “Disease X” ທີ່​ມີ​ການ​ແຜ່​ລະບາດ​ໄດ້​ໄວ​ເທົ່າ​ກັບ​ໂຄ​ວິດ-19 ​ແລະ ຮ້າຍ​ແຮງ​ຄື​ເຊື້ອອີ​ໂບລາ ຢ້ານ​ຈະ​ເປັນ​ຫາ​ຍະ​ນະ​ໃໝ່​ທີ່​ຈະ​ມາ​ຄຸກ​ຄາມ​ໂລກ.  ​ໃນ​ວັນ​ທີ 4 ມັງກອນ, ​ເວັບ​ໄຊຂ່າວ​ປະ​ເທດ​ອັງກິດ ລາຍ​ງານ​ວ່າ: ສາ​ສະ​ດາ​ຈານ ມອງ-ມາກ ມູ​ເຍມ​ເບ ຜູ້​ຮ່ວມຄົ້ນພົບ​ຂອງ​ເຊື້ອ​ໄວຣັສອີ​ໂບລາ ​ເມື່ອ​ປີ 1976 ​ໄດ້​ອອກ​ມາ​ເຕືອນ​ມວນ​ມະນຸດ​ວ່າ: ອາດ​ກຳລັງ​ຈະ​ຜະ​ເຊີນ​ພະຍາດ​ປິດສະໜາ​ຊະນິດ​ໃໝ່ ທີ່​ຊື່ວ່າ: Disease X ຫລື ​ເຊື້ອພະຍາດ X ​ໃນ​ປະ​ເທດ​ຄອງ​ໂກ … Read More

ຈູດພຸສະຫລອງປີໃໝ່ ໄຟໄໝ້ໝົດ 18​ຕູບ ຮ້ານອາຫານປ່າກ້ວຍເສຍຫາຍ 127 ລ້ານກີບ

ເຈົ້າໜ້າທີ່ ພະແນກຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້: ໃນວັນທີ  31/12/2020 ຄ່ຳຄືນສະເຫລີມສະຫລອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ໄດ້ເກີດເຫດໄຟໄໝ້ ຮ້ານຕູບປ່າກ້ວຍ ບ້ານສະພັງເມີກ ເມືອງໄຊທານີ ນະຄອນຫລວງວຽງຈັນ ສາເຫດແມ່ນຍ້ອນຈູດບັ້ງພຸແລ້ວໄປຕົກໃສ່ຕູບທີ່ມຸງດ້ວຍຫຍ້າຄາ ເສຍຫາຍ 18 ຕູບ. ຜູ້ກໍ່ເຫດໂດຍ ທ້າວ ແຫລ້ ອາຍຸ 28 ປີ ເຊິ່ງເປັນພະນັກງານຮ້ານອາຫານດັ່ງກ່າວໄດ້ຈູດບັ້ງພຸ ຍາວ ຊັງຕີແມັດ ເພື່ອສະເຫລີມສະຫລອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ໃນຂະນະທີ່ຈູດບັ້ງໄຟຢູ່ນັ້ນ … Read More

ເເຊຮປະສົບການທາງດ່ວນສີເກີດ – ວັງວຽງທີ່25.12.2020

ຂີ່ລົດຫລີ້ນລອງທາງສີເກີດ-ວັງວຽງ ອອກບ້ານສະກ້າຕອນໄປສົ່ງບັດຈ່າຍ43 000ກີບຕອນກັບເເມ່ນລົດຕິດກະຄ່ອຍຂີ່ນໍາກົ້ນລົດກະບະກະບໍ່ເຫັນໃຜມາເກັບເງີນປະຕູກະບໍ່ໄດ້ກັ້ນເຮົາຜູ້ບໍ່ຮູ້ກະຂີ່ອອກມາເລີຍຈົນມາຮອດມື້ນີ້ໄປອີກເເລ້ວພະນັກງານບອກວ່າລົດມີບັນຊີດໍາປັບໄຫມ2 700 000ກີບພໍດີເຮົາມີບັດຕິດໂຕມານໍາເລີຍຫລຸດເຫລືອ2 000 000ກີບ ມີວີດີໂອເເຕ່ຢ້ານເອົາລົງເເລ້ວສິກະທົບຫລາຍຝ່າຍສີ່ງທີ່ຢາກຖາມ ຄວາມຜິດເຮົາຫລາຍປານນັ້ນຫວາ? 1 ສີ່ງທີ່ຄວນປັບປຸງຄືເວລາພະນັກງານຢືນບັດຕ້ອງບອກທຸກເທື່ອວ່າໄປຈ່າຍເງີນທາງອອກ ອັນນີ້ເອົາບັດໃຫ້ລະບໍ່ເວົ້າບໍ່ວ່າ 2 ເຮົາຖາມຫາກົດລະບຽບ ພະນັກງານບອກວ່າ ເປັນພາສາຈີນເເປຍັງບໍ່ເເລ້ວ? ເເປບໍ່ເເລ້ວລະເປີດເຮັດຫຍັງ? ນີ້ປະເທດລາວ 3 ເຮົາຖາມວ່າປັບໄຫມຈັກ% ຕອບວ່າຄູນ100%ຕົກເປັນເງີນ 4 300 000ກີບສະເເດງວ່າໃຈດີຊັນຕິເກັບ 2 000 000ນີ້ 4 ສັງເກດເຫັນວ່າພະນັກງານຍັງຫນ່ອຍເເລະບໍ່ຊັດເຈນທໍາມະດາຕ້ອງມີໄຟເຕື່ອນດັງຂື້ນເເຕ່ບໍ່ມີ 5 … Read More