ລົດກະບະເສຍຫຼັກຕໍາເສົາໄຟຟ້າປີ້ນ ຂວາງທາງສັນຈອນ(ມີຄລິບ)

ລາຍງານຈາກ 1624 ໃຫ້ຮູ້ວ່າ ເວລາປະມານ 18:15 ວັນທີ 3 ມັງກອນ 2021 ເກີດເຫດ ລົດກະບະເສຍຫຼັກ ຕໍາເສົາໄຟຟ້າກາງທາງ ປີ້ນ. ເສັ້ນທາງ ໂພນຕ້ອງຫາໂພນພະເນົາ ນະຄອນຫຼວງວຽງຈັນ. “ຂໍແຈ້ງມາຍັງຜູ້ໃຊ້ຖະໜົນໃຫ້ຊາບວ່າປະຈຸບັນມີລົດປີ້ນ ເສັ້ນາງໂພນພະເນົາ ຫາ ໂພນຕ້ອງ ເຊີ່ງເຮັດໃຫ້ມີສິ່ງກີດຂວາງ, ບໍ່ສາມາດສັນຈອນໄດ້. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທຸກທ່ານໃຫ້ຫຼີກເວັ້ນການໃຊ້ເສັ້ນທາງດັ່ງກ່າວ ເນືອງຈາກມີລົດຕິດເປັນຈຳນວນຫຼາຍ.”ບໍ່ທັນມີລາຍງານຜູ່ບາດເຈັບຈາກເຫດການຄັ້ງນີ້, ເພີ່ມເຕີມຈະແຈ້ງໃຫ້ຮູ້ພາຍຫຼັງ. . ຄລິບ . . … Read More

ທາງດ່ວນໂຄດໂຫດ​ ດາດເປັນຮອຍໜ້ອຍດຽວຖືກປັບໃໝ 5​ ລ້ານກີບ

ຈາກຜູ້ໃຊ້ເຟສບຸກທ່ານໜຶ່ງໄດ້ໂພສວ່າ ຂັບລົດໄປຕຳທາງດ່ວນດັ່ງທີ່ຢູ່ໃນຮູບແລ້ວໃຫ້ເສຍຄ່າສ້ອມແປງ 5.000.000 ກີບ ສົມຄວນແລ້ວ ຫຼື ບໍ່? ເຫດເກີດວັນທີ 31.12.2020 ເວລາ 23 : 49 ນາທີ ໄດ້ຂັບລົດໄປຕຳຟຸດບາດທາງດ່ວນ ຢູ່ຈຸດເກັບເງິນ ໂພນໂຮງ ແຂວງ ວຽງຈັນ ແລະ ເພີ່ນໄດ້ຮຽກຮ້ອງຄ່າເສຍຫາຍ 5.000.000 ກີບ ຢາກຝາກຖາມສັງຄົມນຳກັນວ່າຄວາມເສຍຫາຍທີ່ເກີດກໍ່ພຽງເລັກນ້ອຍມັນສົມຄວນແລ້ວບໍ່ທີ່ຈະຕ້ອງເສຍເຖິງ 5.000.000 ກີບ