ອີກແລ້ວ​ ສົດໆຮ້ອນໆລົດຕຳແບ້ຢູ່ທາງດ່ວນ 30/12/2020

ເຫດເກີດວັນທີ​ 30​ ທັນວາ​ 2020​ ອຸບັດເຫດລົດໃຫຍ່ຕຳແບ້ຢູ່ທາງດ່ວນ ເຮັດໃຫ້ແບ້ຕາຍກັບທີ່ ສ່ວນລົດກະຈັງໜ້າເປ່ເພ ຜູ້ຂັບຂີ່ປອດໄພ.

.

ນັບວ່າເປັນອຸບັດເຫດຄັ້ງທີ​5​ ນັບແຕ່ເປີດນຳໃຊ້ທາງດ່ວນ ເປັນຕົ້ນມາເຖິງ​ຢ່າງໃດ​ກໍຕາມ​ຂໍໃຫ້ທຸກຄົນທີ່ໃຊ້ລົດໃຊ້ຖະໜົນຈົ່ງມີສະຕິລະມັດລະວັງຕື່ມ​ເພື່ອຫຼີກເວັ້ນ

ແຈ້ງເຕືອນໄພອາກາດໜາວແຕ່ໄລຍະວັນທີ 31 ທັນວາ 2020-04 ມັງກອນ 2021

ແຈ້ງເຕືອນໄພອາກາດໜາວເຢັນ

ມວນອາກາດໜາວເຢັນຈາກປະເທດຈີນໄດ້ມີກຳລັງແຮງເພີ່ມຂຶ້ນ ຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງແຮງ. ສົມທົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອພັດປົກຄຸມ,

ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດຫຼຸດລົງ 2 ຫາ 4 ອົງສາ ຢູ່ໃນແຕ່ລະພາກ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ອາກາດຈະໜາວເຢັນຫຼາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ ຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມຈະມີລົມພັດແຮງຢູ່ໃນແຕ່ລະພາກ.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ອາໃສຢູ່ແຂວງ ພາກເໜືອ, ພາກກາງ ແລະ ເຂດພູພຽງບໍລະເວນ ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດໜາວຫຼາຍ ທີ່ຈະເຮັດໃຫ້ເປັນໄຂ້, ເຈັບປ່ວຍ ແລະ ມີຜົນກະທົບຕໍ່ສຸກຂະພາບ ໂດຍສະເພາະແມ່ນເດັກນ້ອຍ ແລະ ຜູ້ເຖົ້າ, ຂໍໃຫ້ນຸ່ງຮົ່ມເຮັດໃຫ້ຮ່າງການອົບອຸ່ນຢູ່ສະເໝີ.

ສຳຫຼັບຜູ້ທີ່ເດີນທາງໃນເຂດພາກເໜືອ ຂໍໃຫ້ມີສະຕິລະມັດລະວັງຕໍ່ສະພາບໝອກໜາ ທີ່ເຮັດໃຫ້ການເບິ່ງເຫັນບໍ່ຈະແຈ້ງ ແລະ ອາດເຮັດໃຫ້ມີອຸປະຕິເຫດເກີດຂຶ້ນໄດ້ໃນໄລຍະວັນທີ 31 ທັນວາ ຫາ 04 ມັງກອນ 2021. ພ້ອມນີ້ ຂໍໃຫ້ຕິດຕາມການແຈ້ງເຕືອນໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ຕົວເລກລັດຖະກອນໃໝ່ 2021 ຮັບ 1.600 ຄົນ ດີ​ໃຈ​ຫຼາຍ ຄູ ໄດ້ຫຼາຍກວ່າ​ໝູ່ !

ເບິ່ງເລີຍ!​ ຕົວເລກລັດຖະກອນໃໝ່ 2021 ຮັບ 1.600 ຄົນ

ນາຍົກລັດຖະມົນຕີ ອອກຂໍ້ຕົກລົງວ່າດ້ວຍການແບ່ງຕົວເລກລັດຖະກອນໃໝ່ ປີ 2021,​ມາດຕາ 1 ເຫັນດີອະນຸມັດແບ່ງຈໍານວນຕົວເລກລັດຖະກອນໃໝ່ (ໂກຕ້າ) ໃຫ້ບັນດາກະຊວງ, ອົງການຈັດຕັ້ງຂຶ້ນສູນກາງ ແລະ ທ້ອງຖິ່ນ

ໃນປີ 2021 ຈໍານວນ 1.600 ຄົນ.ໃນນັ້ນຕົວເລກລັດຖະກອນທີ່ແບ່ງໃຫ້ຫຼາຍສຸດແມ່ນ ລັດຖະກອນຄູ 530 ຄົນ.

ໂດຍລາຍລະອຽດບັນດາຕົວເລກທີ່ແບ່ງໃຫ້ໃຫ້ບັນດາກະຊວງ, ອົງການຈັດຕັ້ງຂຶ້ນສູນກາງ ແລະ ທ້ອງຖິ່ນ ດັ່ງລຸ່ມນີ້.

ສປປ ລາວ ກະກຽມຄວາມພ້ອມ ໃນແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX 2021

ຄົນລາວທຸກຄົນ ອາຍຸ 18 ປີຂື້ນໄປ ແມ່ນມີສິດເຕັມຕົວໄປເລືອກຕັ້ງ 21 ກຸມພາ 2021 ໃກ້ຈະມາຮອດນີ້  ສປປ ລາວ ກຳລັງດຳເນີນການກະກຽມຄວາມພ້ອມ ໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II,ເຊິ່ງຄະນະກຳມະການເລືອກຕັ້ງຂັ້ນແຂວງ, ຂັ້ນເມືອງ ໄດ້ຜັນຂະຫຍາຍບັນດາເອກະສານກ່ຽວກັບການເລືອກຕັ້ງ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ມາຈັດຕັ້ງເຜີຍແຜ່ຢ່າງກວ້າງຂວາງ, ໂດຍສະເພາະແມ່ນມາດຖານ ຂອງຜູ້ທີ່ຈະເປັນສະມາຊິກສະພາແຫ່ງຊາດ ແລະ ເອກກະສານກ່ຽວຂ້ອງອື່ນໆ.

ສະມາຊິກສະພາແຫ່ງຊາດ ແມ່ນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາ ເຜົ່າ ໂດຍແມ່ນພົນລະເມືອງລາວ ເປັນຜູ້ເລືອກຕັ້ງ ແລະ ຢູ່ພາຍໃຕ້ການກວດກາຂອງປະຊາຊົນ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ສະຫະພັນກຳມະບານລາວ, ສະຫະພັນແມ່ຍິງລາວ ແລະ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ,ເຊິ່ງຜູ້ທີ່ຈະເປັນສະມາຊິກສະພາແຫ່ງຊາດ ຕ້ອງມີມາດ ຖານຄົບຖ້ວນ ຄື: ເປັນພົນລະເມືອງລາວ;

ມີນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ຈົງຮັກພັກດີ ແລະ ບໍລິສຸດຕໍ່ປະເທດຊາດ, ຖືເອົາຜົນປະໂຫຍດຂອງປະຊາຊົນເປັນກົກ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ, ມີຄວາມອົດທົນ, ປະຢັດ, ຊື່ສັດ, ທ່ຽງທຳ, ບໍ່ອວດອົ່ງທະນົງຕົວ, ບໍ່ສວຍໃຊ້ອຳນາດເດັດດ່ຽວ ຕ້ານການສໍ້ລາດບັງຫລວງ, ຕ້ານພະຍາດອາດຍາສິດ ແລະ ເປັນແບບຢ່າງທີ່ດີໃນການປະຕິບັດກົດໝາຍ;

ກຳແໜ້ນ ແລະ ຍຶດໝັ້ນແນວທາງປ່ຽນແປງໃໝ່, ລັດຖະທຳມະນູນ ແລະ ກົດໝາຍ; ຮູ້ໂຄສະນາ ແລະ ສຶກສາອົບຮົມປະຊາຊົນ, ເດັດດ່ຽວສູ້ຊົນເພື່ອບັນລຸເປົ້າໝາຍປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ ປະຊາທິປະໄຕ ຍຸຕິທຳ ແລະ ສີວິໄລ;

ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ, ຄົ້ນຄວ້າມີຄຳເຫັນຕໍ່ບັນຫາສຳຄັນພື້ນຖານຂອງປະເທດຊາດ, ຂອງທ້ອງຖິ່ນ ແລະ ສາມາດປະຕິບັດໜ້າທີ່ຂອງຕົນໄດ້; ມີລະດັບການສຶກສາຈົບຊັ້ນມັດທະຍົມຕອນຕົ້ນຂຶ້ນໄປ, ມີວິຊາສະເພາະໃດໜຶ່ງ ແລະ ທີ່ສໍາຄັນຕ້ອງມີສຸຂະພາບດີ.

ພົນລະເມືອງລາວທຸກຄົນ ໂດຍບໍ່ຈຳແນກ ເພດ, ເຜົ່າ, ຖານະທາງດ້ານເສດຖະກິດ, ສັງຄົມ, ຄວາມເຊື່ອຖື, ສາສະໜາ, ທີ່ຕັ້ງພູມລຳເນົາ ລ້ວນແຕ່ມີສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ ຜູ້ມີສິດເລືອກຕັ້ງ ຕ້ອງມີອາຍຸແຕ່ 18 ປີ ຂຶ້ນໄປ ແລະ ຜູ້ສະໝັກຮັບເລືອກຕັ້ງ ຕ້ອງມີອາຍຸແຕ່ 21 ປີ ຂຶ້ນໄປ.

ຂ່າວ: ຈັນທະລອນ ຂປລພາບປະກອບ: ພອນໄຊ

ເກີດອີກແລ້ວ ອຸປະຕິເຫດລົດຕຳງົວຢູ່ທາງດ່ວນ ນະຄອນຫຼວງ-ວັງວຽງ ເສຍຫາຍໜັກ.

ສະມາຊິກແຟນເພຈໄດ້ສົ່ງມາບອກທີມງານວ່າ ວັນທີ 28/12/2020 ເວລາປະມານ 3 ໂມງ ຂະນະທີີກຳລັງຂັບລົດຢູ່ທາງດ່ວນກໍ່ໄດ້ເກີດອຸບັດຕິເຫດ ຕຳງົວທີ່ນອນຢູ່ກາງທາງຢ່າງແຮງເຮັດໃຫ້ລົດເປເພ່ເສຍຫາຍຫນັກຈົນບໍ່ສາມາດຂັບຕໍ່ໄດ້

ຈຶ່ງໄດ້ໂທແຈ້ງລົດລາກມາແກ່ເອົາ ສ່ວນງົວແມ່ນບໍ່ສາມາດຕິດຕໍ່ຫາເຈົ້າຂອງໄດ້ຈຶ່ງໄດ້ນຳມາກັບລົດລາກເພືີອມາເຮັດບົດບັນບັນທຶກ 

ນອກຈາກງົວທີ່ຕຳແລ້ວຍັງມີອີກຫຼາຍໂຕທີ່ຢູ່ບໍລິເວນທາງລຸ່ມທາງເປັນສິບໂຕ ຍັງດີທີ່ບໍ່ມີໃຜໄດ້ຮັບບາດເຈັບຮ້າຍແຮງ