ຊົມ​ເຊີຍ​ສາວ ພົບ ແມ່​ລູກ​ອ່ອນ ຖືກຜົວຖິ້ມ​ຕ້ອງມານອນວັດ ​ຂໍ​ຄວາມ​ຊ່ວຍ​ເຫຼືອເຮັດ​ວຽກນຳ​ “ບອກຜົວມັນບໍ່ດີຢ່າພາລູກໄປຫາມັນອີກເດີ້”

​ຜູ້​ໃຊ້​ເຟດ​ບຸກ Muay Sananya Vks  ໂພ​ສວ່າ:

ຂ້ອຍໄປຈອດລົດໃນວັດມີໄຊ ລະສິຍ່າງໄປນວດ ສິເອົາລົດໄປລ້າງ ບັງເອີນ ເອື້ອຍລາວຍ່າງມາຫາຂ້ອຍ ລາວວ່າຂໍເຮັດວຽກນຳແດ່ເອື້ອຍ ຂ້ອຍບໍ່ມີເງິນ ເອື້ອຍຖືກຜົວຖິ້ມລະມານອນຢູ່ວັດໄດ້ຫລາຍມື້ແລ້ວ ເພາະບໍ່ມີເງິນກັບບ້ານ ໄປຊອກວຽກຢູ່ໃສໃຜກະບໍ່ຮັບເພາະເປັນແມ່ລູກອ່ອນ ລູກກະບໍ່ມີນົມກິນ ໄດ້ຮ່າຍນ້ຳກ໋ອກໃຫ້ລູກດູດ

ຊີວິດໂຄດລັນທົດລາວວ່າອຸ້ມລູກເລາະຍ່າງປານຫມາ ນອນຢູ່ວັດກະມີຄົນມາຖາມຊື້ລູກລາວ ແຕ່ລາວບໍ່ຂາຍລາວວ່າ ກຣາບຫົວໃຈຄົນເປັນແມ່

ຂ້ອຍກະພາຂຶ້ນລົດມາຮ້ານຂ້ອຍກ່ອນສາ ໄປຊື້ນົມ ພາມາກິນເຂົ້າ ອາບນຳ້ລະສິເອົາເງິນໃຫ້ ໄປສົ່ງຢູ່ຄິວລົດສາຍເຫນືອ ກັບບ້ານໄປຕັ້ງຫລັກກ່ອນລະຄ່ອຍມາຊອກວຽກເຮັດ ຜົວມັນບໍ່ດີກະຢ່າພາລູກໄປຫາມັນອີກເດີ້ ເຈົ້າກັບລູກໂຊກດີແລ້ວທີ່ມາເຈິຂ້ອຍ… ບຸນຂອງລູກເຈົ້າເດີ້ເອື້ອຍ….

ລູກສາວໄວ13ປີໂພສຊຶ້ງ ແມ່ແຕ່ງດອງໃໝ່ພໍ່ກໍ່ມາຊ່ວຍງານດອງ ເຖິງຈະເລີກກັນດົນແລ້ວແຕ່ມິດຕະພາບດີໆຍັງມີໃຫ້ກັນຢູ່ຕະຫຼອດມາ

ລູກສາວໄວ13ປີໂພສຊຶ້ງ ແມ່ແຕ່ງດອງໃໝ່ພໍ່ກໍ່ມາຊ່ວຍງານດອງ ເຖິງຈະເລີກກັນດົນແລ້ວແຕ່ມິດຕະພາບດີໆຍັງມີໃຫ້ກັນຢູ່ຕະຫຼອດມາ ພ້ອມໃຫ້ກຳລັງໃຈພໍ່ສູ້ໆ.

ຖືເປັນເລື່ອງລາວຊວນຊຶ້ງລະຫວ່າງອາດີດສາມີພັນລະຍາຄູ່ໜຶ່ງທີ່ເຖິງຈະເລີກຢ່າຮ້າງກັນໄປແລ້ວແຕ່ຍັງມີມິດຕະພາບດີໆໃຫ້ກັນຢູ່ ຢ່າງເຊັ່ນຄລິບທີ່ເຜີຍແຜ່ໃນ Tik Tok ເມື່ອວັນທີ່ 24ທັນວາ ຈາກສະມາຊິກ @fail_080936 ເຊິ່ງເຈົ້າຂອງໄດ້ລະບຸວ່າ “ງານແຕ່ງຂອງແມ່ ແຕ່ພໍ່ກໍ່ມາຊ່ວຍງານແຕ່ງ”

ໂດຍໃນຄລິບລູກສາວໄດ້ຖ່າຍຄລິບນາທີທີ່ແມ່ຂອງນາງໄດ້ໃສ່ຊຸດເຈົ້າສາວຍ່າງແຈກຂອງຊຳລ່ວຍພ້ອມກັບເຈົ້າບ່າວ ແລະ ໃກ້ໆກັນຈະເຫັນພໍ່ນັ່ງອູ້ມລູກນ້ອຍຂອງແມ່ຢູ່ໃນງານອີກນຳ ເອີ້ນວ່າເປັນໂມເມັ້ນຊວນຊຶ້ງແລະເສົ້າໜ້ອຍໜຶ່ງ.

ຂະນະທີ່ຊາວເນັດຫຼັງເຫັນຄລິບພາກັນຢູ່ທີມພໍ່ລາວໝົດ ແລະ ໃຫ້ກຳລັງໃຈຫຼວງຫຼາຍ

ທັງນີ້ຝ່າຍລູກສາວໄດ້ໂພສພ້ອມຂໍ້ຄວາມລະບຸອີກວ່າ ພໍ່ແມ່ເລີກກັນ5ປີແລ້ວ ແລະ ນາງກໍ່ຍັງຢູ່ຂ້າງພໍ່ສະເໝີແລ້ວກໍ່ຍິນດີກັບແມ່ນຳ.

ເອີ້ນໄດ້ວ່າໃຈແຂງສົມຄວນຜູ້ທີ່ເປັນອາດີດສາມີ(ເປັນທ່ານຈະໄປບໍ ເປັນແອັດມິນບໍ່ໄປເດັດຂາດ ຖ້າໄປກໍ່ຄືຈະໄປພັງງານແຕ່ງຢ່າງດຽວ)

ຂ່າວຈາກ:ປະເທດເພື່ອນບ້ານ

ຟີລິບປິນ ສັງປິດນະຄອນຫລວງມະນິລາຈົນເຖິງທ້າຍເດືອນມັງກອນປີໜ້າ

ຕາມ​ຂ່າວ​ຈາກ ​ຟີ​ລິບ​ປິນ,ວັນ​ທີ29 ທັນວາ​ນີ້, ທ່ານ​ ໂຣດຣີ​ໂກ ດູ​ເຕີ​ເຕ,ປະທາ​ນາ​ທິບໍດີ ຟີ​ລິບ​ປິນ ​ຖະ​ແຫລ​ງວ່າ: ລັດຖະບານ ຟີ​ລິບ​ປິນ ຈະ​ຍັງ​ຄົງ ​ໃຊ້​ມາດ​ຕະການ​ປິດ​ນະຄອນຫລວງ ມະນິລາ ​ໄປ​ຈົນ​ເຖິງ ​ວັນ​ທີ 31 ມັງກອນ​ປີໜ້າ ​ເພື່ອ​ປ້ອງ​ງກັນ​ ການ​ແຜ່​ລະບາດ ​ຂອງ​ເຊື້ອ​ພະຍາດ ​ໂຄ​ວິດ-19 ສາຍ​ພັນ​ໃໝ່.

ຂະນະ​ນີ້ີ້ ນະ​ຄອນ​ຫລວງ ມະນິລາ ຖື​ເປັນ​ສູນ​ກາງ​ ການ​ແຜ່​ລະບາດ​ ໂຄ​ວິດ-19​ໃນ​ປະ​ເທດ ​ເຊິ່ງມີ​ຈຳນວນ​ ຜູ້​ຕິດ​ເຊື້ອ​ ປະມານ 60%ຂອງ​ທົ່ວ​ປະ​ເທດ.

ພາຍ​ໃຕ້​ມາດ​ຕະການ​ນີ້ ຈະ​ເຮັດ​ໃຫ້ ​ປະຊາຊົນ ຈະ​ຖືກ​ຫ້າມ​ ອອກ​ຈາກ​ເຮືອນ ຫາກ​ບໍ່​ມີ​ວຽກ ​ຈຳ​ເປັນ ​ແລະ ຈະ​ຕ້ອງ​ໃສ່​ ຜ້າ​ອັດ​ປາກ ​ອະນາ​ໄມ ລວມທັງ ​ຮັກສາ​ໄລຍະ​ຫ່າງ ​ທາງ​ສັງຄົມ. ປັດຈຸບັນ​ ຟີ​ລິບ​ປິນ ມີ​ຜູ້​ຕິດ​ເຊື້ື້ອ ລາຍ​ໃໝ່ 766 ຄົນ ສົ່ງ​ຜົນ​ໃຫ້​ຍອດ​ຜູ້​ຕິດ​ເຊື້ອ ​ສະ​ສົມ 470.650 ຄົນ ​ແລະ ​ເສຍ​ຊີວິດ ​ເພີ່ມ​ຂຶ້ນ 15ຄົນ ລວມທັງ​ໝົດ 9.124ຄົນ./.

ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ

ອອກຂໍ້ຕົກວ່າດ້ວຍການຈ່າຍຄ່າລົດອຳບຸຍລັງສົ່ງຄົນເຈັບຂື້ນທາງດ່ວນ ແຕ່ໂຮງໝໍເມືອງ ຫາ ແຂວງ ຈ່າຍ 114.000 ກີບ/ຄັ້ງ

​ຫ້ອງການສາທາລະນະສຸກ ເມືອງວຽງວຽງ,​ ແຂວງວຽງຈັນ ອອກຂໍ້ຕົກວ່າດ້ວຍການຈ່າຍຄ່າລົດອຳບຸຍລັງສົ່ງຄົນເຈັບຂື້ນທາງດ່ວນ ແຕ່ໂຮງໝໍເມືອງ ຫາ ແຂວງ ຈ່າຍ 114.000 ກີບ/ຄັ້ງ ແລະ ຫາ ໂຮງໝໍສູນກາງ 224.000 ກີບ/ຄັ້ງ.​

ຂໍ້ຕົກລົງ, ຂອງຫົວໜ້າຫ້ອງການສາທາລະນະສຸກເມືອງວັງວຽງ ວ່າດ້ວຍການຈ່າຍຄ່າລົດອຳບຸຍລັງສົ່ງຄົນເຈັບຂື້ນທາງດ່ວນ, ອີງໃສ່ການເກັບຄ່າທາງດ່ວນຂອງບໍລິສັດຮ່ວມທຶນພັດທະນາທາງດ່ວນ ລາວ-ຈີນ ຈຳກັດ,​ ອີງໃສ່ການຕົກລົງເຫັນດີຂອງຄະນະຫ້ອງການສາທາລະນະສຸກເມືອງວັງວຽງ.​

ຫົວໜ້າຫ້ອງການສາທາລະນະສຸກເມືອງວັງວຽງ ອອກຂໍ້ຕົກລົງຄື: ມາດຕາ 1: ຕົກລົງເຫັນດີໃຫ້ຄົນເຈັບ ຫຼື ພີ່ນ້ອງຄົນເຈັບຊ່ວຍຈ່າຍຄ່າທາງດ່ວນຕາມລາຄາດັ່ງນີ້:

– ລາຄາຄ່າທາງດ່ວນໂຮງໝໍວັງວຽງ ຫາ ໂຮງໝໍແຂວງ ຈ່າຍ 114.​000 ກີບ ຕໍ່ຄັ້ງ.​

– ລາຄາຄ່າທາງດ່ວນໂຮງໝໍວັງວຽງຫາໂຮງໝໍສູນກາງ (ນະຄອນຫຼວງ) ຈ່າຍ 224.​000 ກີບຕໍ່ຄັ້ງ.​

– ມາດຕາ 2: ສຳລັບຄົນເຈັບທີ່ບໍ່ຢາກຈ່າຍຄ່າຂື້ນທາງດ່ວນເພີ່ມ ແມ່ນຈະເດີນທາງຕາມທາງເກົ່າ (ທາງ ເລກທີ 13 ເໜືອ).

ເຫດຊາຍຂີ່ລົດຈັກພະລາດຂີ້ງົວເກືອບຕາຍ ແຊຣ໌ຕາມຫາເຈົ້າຂອງຂີ້ດ່ວນ

ຊ່ວງບ່າຍ ວັນທີ 28/12/2020 ໄດ້ເກີດອຸປະຕິເຫດ ຊາຍຂີ່ລົດຈັກພະລາດຂີ້ງົວ,ບໍ່ຮູ້ວ່າງົວໃຜແລະ ດຽວນີ້ຍັງກວດເບີ່ງກອງວົງຈອນປິດ.

ຖ້າງົວໂຕໃດຮູ້ວ່າເປັນຂີ້ໂຕເອງຮີບມາຮັບຜິດຊອບດ່ວນ,ແລະແປ້ງລົດດ້ວຍ.

ສ່ວນແມ່ປ້ານັ້ນແມ່ນຕັ້ງໃຈໄລສົດຢ່າງດຽວ ເພີ່ນລາຍງານຂ່າວໃຫ້ທັນການຈຸດເກີດເຫດແມ່ນບ້ານ ໂພນສີດາ ເມືອງກາສີ ແຂວງວຽງຈັນ ຈົບຂ່າວ ຝາກແຊຕາມຫາເຈົ້າຂອງຂີ້ດ່ວນໆ555ຂຳຂຳແຕ່ດູຕົນລາວ

.

ປີ 2020 ເສດຖະກິດນະຄອນຫຼວງວຽງຈັນ ຂະຫຍາຍຕົວ 6,4% ລື່ນແຜນດັດແກ້

ທ່ານ ພູຂົງ ບັນນາວົງ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ, ຫົວໜ້າພະແນກແຜນການ ແລະ ການລົງທຶນ ໄດ້ລາຍງານຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ I ໃນວັນທີ 28 ທັນວາ 2020 ກ່ຽວກັບສະພາບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII 2016-2020, ສະພາບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ- ສັງຄົມ ປະຈໍາປີ 2020 ແລະ ທິດທາງແຜນການປີ 2021 ວ່າ:

ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຜ່ານມາຂອງນະຄອນຫຼວງວຽງຈັນ (ນວ) ໄດ້ດຳເນີນໄປໃນສະພາບທີ່ປະເທດເຮົາ ມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ ເປັນຕົ້ນ: ດ້ານການເງິນ-ເງິນຕາ. ພ້ອມກັນນັ້ນ, ນວ ກໍໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ແລະ ແຫ້ງແລ້ງຄືກັນກັບບັນດາແຂວງໃນຂອບເຂດທົ່ວປະເທດ.

ແຕ່ເຖິງຢ່າງໃດກໍຕາມ, ອົງຄະນະພັກ-ອົງການປົກຄອງ ນວ ໄດ້ຕັ້ງໜ້າປະຕິບັດວຽກງານຕ່າງໆຕາມແຜນການ 5 ປີ ທີ່ວາງໄວ້ ໂດຍຫັນເອົາວຽກງານຂອງແຕ່ລະຂະແໜງການໃຫ້ບັນດາເມືອງ ແລະ ບ້ານ ເປັນເຈົ້າການໃນການຈັດຕັ້ງປະຕິບັດ.

ໃນສົກປີ 2015-2016 ແລະ ປີ 2017 ສະພາບເສດຖະກິດໂດຍລວມຢູ່ ນວ ເຫັນວ່າມີສະຖຽນລະພາບທີ່ດີໂດຍພື້ນຖານສະແດງອອກ ໃນສົກປີ 2015-2016 ເສດຖະກິດຂະຫຍາຍຕົວໃນລະດັບ 10,92% (ແຜນການວາງໄວ້ແມ່ນ 11%), ໃນປີ 2017 ຂະຫຍາຍຕົວໃນລະດັບ 9,63% (ແຜນການວາງໄວ້ແມ່ນ 11%) ເຖິງວ່າບໍ່ບັນລຸຕາມແຜນກໍຕາມ ແຕ່ກໍໃກ້ຄຽງກັບຄາດໝາຍທີ່ວາງໄວ້;

ໃນປີ 2018 ເສດຖະກິດ ຂະຫຍາຍໃນລະດັບ 9,3% (ແຜນການວາງໄວ້ແມ່ນ 10,5%) ເຖິງວ່າຫຼຸດອັດຕາການຂະຫຍາຍຕົວເສດຖະກິດລົງແລ້ວກໍຕາມ ແຕ່ຍັງບໍ່ສາມາດບັນລຸຕາມແຜນການທີ່ວາງໄວ ເນື່ອງຈາກວ່າ ໃນປີ 2018 ນວ ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ເນື້ອທີ່ການຜະລິດກະສິກຳ ເສຍຫາຍ 11.580 ເຮັກຕາ, ເຮັດໃຫ້ອັດຕາຂະຫຍາຍຕົວ ການຜະລິດກະສິກຳ ແລະ ປ່າໄມ້ ຫຼຸດລົງຈາກ 4,38% ໃນປີ 2017 ມາເປັນ 3,24% ໃນປີ 2018;

ປີ 2019 ເສດຖະກິດ ຂະຫຍາຍຕົວຢູ່ໃນລະດັບ 9,58% ລື່ນແຜນການທີ່ຄາດໄວ້ 0,08%, ອັນທີ່ພົ້ນເດັ່ນໃນປີ 2018 ແລະ 2019 ນວ ສາມາດປະຕິບັດການເກັບລາຍຮັບເຂົ້າງົບປະມານ ເກີນແຜນການທີ່ລັດຖະບານມອບໝາຍໃຫ້. ໃນຂະນະທີ່ປີ 2020 ນີ້ ຄາດວ່າເສດຖະກິດຈະຂະຫຍາຍຕົວ ຢູ່ໃນລະດັບ 6,4% ເນື່ອງຈາກວ່າໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຈາກການລະບາດຂອງພະຍາດໂຄວິດ-19.

ທ່ານ ພູຂົງ ບັນນາວົງ ໃຫ້ຮູ້ຕື່ມອີກວ່າ: ປີ2020 ເສດຖະກິດ ຂອງ ນວ ສືບຕໍ່ຂະຫຍາຍຕົວຢູ່ໃນລະດັບ 6,4% ລື່ນແຜນດັດແກ້ປະມານ 0,1%, ຄິດໄລ່ມູນຄ່າເພີ່ມໃນປີແມ່ນ 53.088 ຕື້ກີບ (ແຜນດັດແກ້ແມ່ນ 52.509 ຕື້ກີບ), ສະເລ່ຍຕໍ່ຫົວຄົນ 6.213 ໂດລາສະຫະລັດ ( ແຜນດັດແກ້ແມ່ນ 6.004 ໂດລາ).

ໃນນັ້ນຂະແໜງກະສິກຳ ແລະ ປ່າໄມ້ ຂະຫຍາຍຕົວໃນລະດັບ 3,4% ລື່ນແຜນ 0,17% ( ແຜນດັດແກ້ 3,23%) ກວມເອົາ 14,3% ຂອງລວມຍອດຜະລິດຕະພັນພາຍໃນ; ຂະແໜງອຸດສາຫະກຳ ຍັງສືບຕໍ່ຂະຫຍາຍຕົວຢູ່ໃນລະດັບ 6,8% ຫຼຸດແຜນ 1% (ແຜນດັດແກ້ 7,8%) ກວມເອົາ 49,5% ຂອງລວມຍອດຜະລິດຕະພັນພາຍໃນ ເນື່ອງຈາກສະພາບການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ຍັງສືບຕໍ່ຄຶກຄື້ນດີ ແລະ ຂະແໜງບໍລິການ ສືບຕໍ່ຂະຫຍາຍຕົວຢູ່ໃນລະດັບ 4,8% ຫຼຸດແຜນການ 0,3% ( ແຜນດັບແກ້ 5,1%) ກວມເອົາ 36,2% ຂອງລວມຍອດຜະລິດຕະພັນພາຍໃນ.

ສຳລັບທິດທາງແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2021 ຄາດຄະເນການຂະຫຍາຍຕົວ GDP ຂອງ ນະຄອນຫຼວງວຽງຈັນ ຈະເພີ່ມຂຶ້ນໃນລະດັບ 6,5% ຄິດເປັນມູນຄ່າ GDP ຕາມລາຄາໃນປີ ປະມານ 59.270 ຕື້ກີບ ສະເລ່ຍຫົວຄົນເທົ່າກັບ 6.610 ໂດລາສະຫະລັດ.

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

ສຳເລັດການວາງລາງລົດໄຟ ລາວ-ຈີນ ວຽງຈັນ-ຫລວງພະບາງ 240 ກິໂລແມັດ

ບໍລິສັດ ວິສະວະກຳ ທາງລົດໄຟເລກ 2 ສປ ຈີນ ໄດ້ຈັດພິທີສະເຫລີມສະຫລອງ ແລະ ຊົມ ເຊີຍ ຜົນສຳເລັດໃນການວາງລາງລົດໄຟ ເສັ້ນທາງ ລົດໄຟ ລາວ-ຈີນ ແຕ່ນະຄອນຫລວງວຽງ ຈັນ ຫາ ແຂວງຫລວງພະບາງ ຊຶ່ງມີຄວາມຍາວ 240 ກິໂລ ແມັດ ຂອງຈຳນວນທັງຫມົດ 422,4 ກິໂລແມັດ ນະ ຄອນຫລວງວຽງຈັນ-ບໍ່ເຕ່ນ ແຂວງຫລວງນ້ຳທາ.

ໃຫ້ກຽດເຂົ້າຮ່ວມຂອງທ່ານ ສຸກັນ ບຸນຍົງ ຮອງເຈົ້າ ແຂວງ ຫລວງພະບາງ, ທ່ານ ຫລີ ຈືກົງ ຫົວຫນ້າກົງ ສູນໃຫຍ່ ສປ ຈີນ ປະຈຳພາກເຫນືອ, ລວມທັງພະ ນັກງານ ກຳມະກອນ ແລະ ປະຊາຊົນ ອ້ອມຂ້າງ ເຂົ້າ ຮ່ວມ.

ທ່ານ ຫລີ ຈືກົງ ກ່າວວ່າ: ພາຍໃຕ້ການສະຫນັບ ສະຫນູນຂອງສອງປະເທດ ຈີນ-ລາວ ເຮັດໃຫ້ເສັ້ນ ທາງລົດໄຟ ລາວ-ຈີນ ທີ່ທົ່ວໂລກໃຫ້ຄວາມສົນໃຈນັ້ນ ໄດ້ຮັບການວາງລາງ ຈາກນະຄອນ ຫລວງວຽງຈັນ ຫາ ເມືອງມໍລະດົກໂລກ ແຂວງ ຫລວງພະບາງ ຊຶ່ງມີ ຄວາມຫມາຍສຳຄັນທີ່ບົ່ງບອກວ່າ ທາງລົດໄຟ ລາວ-ຈີນ ຊ່ວງປະເທດລາວ ໄດ້ຮັບການວາງລາງ ສຳ ເລັດກາຍເຄິ່ງທາງແລ້ວ ແລະ ເປັນບາດກ້າວກະໂດດ ຂັ້ນໃຫຍ່ ຂອງຄວາມຄືບຫນ້າການກໍ່ສ້າງເສັ້ນ ທາງ ລົດໄຟ ລາວ-ຈີນ ໃຫ້ສຳເລັດຕາມເປົ້າຫມາຍ ແລະ ເປີດນຳໃຊ້ ໃນທ້າຍປີ 2021 ຢ່າງແນ່ນອນ.

ແນວໃດ ກໍຕາມ ປີນີ້ເປັນປີທີ່ເສດຖະກິດໂລກ ໄດ້ຮັບຜົນກະ ທົບຢ່າງຫນັກຫນ່ວງ ຈາກການລະບາດ ຂອງພະຍາດ ໂຄວິດ-19 ແຕ່ກໍເປັນປີ ທີ່ສອງປະເທດ ຈີນ-ລາວ ໄດ້ ຮັບຫມາກຜົນອັນພົ້ນເດັ່ນ ໃນການສ້າງ ຄູ່ຮ່ວມຊະ ຕາກຳ ເຮັດໃຫ້ການຮ່ວມ ມືຈີນ-ລາວ ໄດ້ ຮັບການ ພັດທະນາຂຶ້ນອີກບາດກ້າວໃຫມ່.

ນອກນີ້ ຍັງມີ ຫລາຍໂຄງການຮ່ວມມື ທີ່ມີຄວາມຄືບຫນ້າຢ່າງ ຊັດເຈນ ເຊັ່ນ: ທາງດ່ວນວຽງຈັນ-ວັງວຽງ ໄດ້ເປີດນຳ ໃຊ້ຕາມເວລາທີ່ກຳນົດ, ໂຮງກັ່ນນ້ຳມັນແຫ່ງທຳອິດ ຂອງລາວ ໄດ້ເລີ່ມເປີດການຜະລິດໃນໄລຍະທຳອິດ, ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳອູ ໃກ້ຈະສຳເລັດສົມ ບູນ, ການຮ່ວມມື ຫນຶ່ງແລວ ຫນຶ່ງເສັ້ນທາງ ໄດ້ຮັບ ການພັດທະນາຢ່າງໄວວາ, ການດຳເນີນແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມ ຊະຕາກຳ ຈີນ-ລາວ ກໍໄດ້ ຮັບການຈັດຕັ້ງຜັນຂະຫຍາຍ ຕາມລຳດັບ.

ໂອກາດດຽວກັນ, ທ່ານ ສຸກັນ ບຸນຍົງ ກໍໄດ້ສະ ແດງຄວາມຊົມເຊີຍ ຕໍ່ບໍລິສັດ ກໍ່ສ້າງທາງລົດໄຟ ສປ ຈີນ ທີ່ຕັ້ງຫນ້າເຮັດບົດບາດຂອງຕົນ ໃນການວາງ ລາງລົດໄຟ ສຳເລັດແລ້ວ 240 ກິໂລແມັດ ຊຶ່ງຖື ວ່າ ເປັນຫົວຫນ່ວຍການຜະລິດທີ່ສຳຄັນ ແລະ ທັນສະ ໄຫມ. ພັກ-ລັດ ຖະບານລາວ ໄດ້ມີຄວາມເປັນຫ່ວງ ເປັນໄຍ ແລະ ເອົາໃຈໃສ່ຊີ້ ນຳໂຄງການນີ້ ຕະຫລອດ ມາ ເນື່ອງຈາກເປັນໂຄງການສຳຄັນ ເພື່ອປະກອບ ສ່ວນ ເຂົ້າໃນການ ພັດທະນາ ຊົນນະບົດ ແລະ ແກ້ ໄຂ ຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ຢູ່ ແຂວງ ຫລວງພະບາງ ກໍຄືການພັດທະນາເສດ ຖະ ກິດຂອງຊາດ ໃຫ້ບັນລຸຜົນສຳເລັດ ຕາມຄາດຫມາຍ.

ເສັ້ນທາງລົດໄຟ ລາວ-ຈີນ ແມ່ນ ໂຄງການຮ່ວມມືຍຸດ ທະສາດ ທີ່ຜູ້ນຳສູງສຸດ ຂອງສອງ ພັກ, ສອງລັດ ໄດ້ຕັດສິນໃຈ ຊຸກຍູ້ສົ່ງເສີມ ທັງເປັນສ່ວນຫນຶ່ງທີ່ສຳ ຄັນ ຂອງຕາຫນ່າງລົດໄຟອາຊີ. ການ ຮ່ວມມືພັດທະ ນາເສັ້ນທາງ ລົດໄຟ ລາວ-ຈີນ ແມ່ນມີຄວາມຫມາຍ ອັນເລິກເຊິ່ງ ທັງເປັນການ ເພີ່ມທະວີ ສາຍພົວພັນ ມິດຕະພາບ ຂອງປະຊາຊົນສອງຊາດ ທີ່ມີມາແຕ່ຍາວ ນານ ແລະ ຍັງສະແດງໃຫ້ເຫັນຕົວຈິງ ເຖິງຄູ່ຮ່ວມ ຊະຕາກຳ ຈີນ-ລາວ ອີກດ້ວຍ.

ຂາຍເລກມິຕິໃໝ່ ຂາຍແຄມທາງຄົນແນມບໍ່ເຫັນ ຂາຍກາງທາງໂລດ

ສາເຫດ ທີ່ບໍ່ມີໃຜຊື້ເລກນຳ ກະຍ້ອນເຮົາຂາຍຢູ່ແຄມທາງໂພດ ເຂົາແນມບໍ່ເຫັນ

ກາງທາງໂລດຮັບຮອງຂາຍດີ

#ເຕືອນອັນຕະລາຍຂາຍເລກກາງຫຼວງຂີດຂ້າວງການສັນຈອນ

.

.

.

ແຈ້ງການ​ຂະຫຍາຍເວລາການຂຶ້ນທະບຽນ ເລກຫມາຍໂທລະສັບ ແລະຊິມເນັດ ໃນທົ່ວປະເທດ ອອກໄປຮອດເດືອນ ມິຖຸນາ​ 2021

ກະຊວງ​ໄປສະນີ, ໂທລະ​ຄົມມະນາຄົມ​ແລະການສື່ສານ​ໄດ້ອອກແຈ້ງການ​ຂະຫຍາຍເວລາການຂຶ້ນທະບຽນ ເລກຫມາຍໂທລະສັບ ແລະຊິມເນັດ ໃນທົ່ວປະເທດ ອອກໄປຮອດເດືອນ ມິຖຸນາ​ 2021.

ລາຍລະອຽດອ່ານຕາມແຈ້ງການ:

.

ເຫດລົດໃຫຍ່ເສຍຫຼັກປີ້ນລົງຂ້າງທາງ ທີ່ໄຊຍະບູລີ

ວັນທີ່ 28/12/2020 ເວລາປະມານ 10:10 ນາທີ ໜ່ວຍກູ້ໄພສຸກເສີນໄດ້ຮັບແຈ້ງເຫດຈາກປະຊາຊົນວ່າມີລົດໃຫຍ່ເສຍລັກຈື່ງໄດ້ອອກກວດສອບເຫດ. ສະຖານທີ່ເກີດເຫດ ບ້ານ ນາຕໍນ້ອຍ ເມືອງ ແຂວງໄຊຍະບູລີ

ສວນຄົນເຈັບພົນລະເມືອງດີໄດ້ນຳສົ່ງໂຮງຫມໍ ແຂວງໄຊຍະບູລີ

ທ່ານໃດທີ່ມີນ້ຳໃຈ ຢາກຊ່ວຍເຫລືອສັງຄົມແລະສຸກຍູ້ວຽກງານກູ້ຊີບກູ້ໄພແຂວງໄຊຍະບູລີເຮົາກໍ່ສາມາດບໍລິຈາກເປັນ ງົບປະມານ ເຂົ້າສານ ອາຫານແຫ້ງ ນ້ຳດື່ມ ຫລື ຄ່ານ້ຳມັນລົດເພື່ອອອກເຫດຊ່ວຍເຫລືອພີ່ນ້ອງແຂວງໄຊຍະບູລີເຮົາກໍ່ສາດມາບໍລິຈາກໄດ້ ໂທ:02098230135 ຫລື02077577331 ຫລືທີ່ສູນກາງແດງແຂວງໄຊຍະບູລີ ບ້ານ.ສີເມືອງ ເມືອງ ແຂວງໄຊຍະບູລີ ຂໍຂອບໃຈ

.

ອຸປະຕິເຫດ ຫລື ເຈັບປ່ວຍສຸກເສີນ 030 5013955 ຮັບໃຊ້ຕະຫລອດ 24 ຊົ່ວໂມງ