ຂ່າວດ່ວນ!!! ເກີດເຫດລົດໃຫຍ່ຕຳລົດຈັກເສຍຊີວິດ 3ຄົນ ເປັນພໍ່ແມ່ລູກ(ປະກາດຕາມຫາພີ່ນ້ອງຜູ້ເສຍຊິວິດ)

ເມື່ອວັນທີ່ 20/12/2020 ເວລາປະມານ 21:15 ນາທີ
ໄດ້ເກີດອຸປະຕິເຫດ ທີ່ເສັ້ນທາງໜອງບຶກ ເມືອງໄຊທານາ ນະຄອນຫຼວງວຽງຈັນ ລົດໃຫຍ່ຕຳລົດຈັກເສຍຊີວິດໝົດ3ຄົນ ເປັນຄອບຄົວພໍ່ແມ່ລູກ

ເຊິ່ງຂໍມູນບໍ່ມີເອກະສານຕິດໂຕໃດໆຈຶ່ງປະກາດຕາມຫາພີ່ນ້ອງຜູ້ເສຍຊີວິດ.

ສະຖານທີ່ເເມ່ນເສັ້ນທາງໜອງບຶກ 

ຄລິບ 

ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ສູນເສຍດ້ວຍ.

ຈີນກວດພົບ ເຊື້ອໂຄວິດ19 ໃນອາຫານທະເລນຳເຂົ້າຈາກມຽນມາ.

ເຈົ້າໜ້າທີ່ ຢູ່ມົນທົນ ຈຽງຊູ ສປ ຈີນ ກວດພົບການປົນເປື້ອນ ເຊື້ອໂຄວິດ-19 ຢູ່ອາຫານທະເລ ປະເພດປາແຊ່ເຢັນ ນໍາເຂົ້າມາຈາກ ປະເທດມຽນມາ, ຊຶ່ງອາດເປັນການຕິດເຊື້ອ ໃນຂະບວນການຂົນສົ່ງ ຫຸ້ມຫໍ່ ຈາກແຮງງານ ທີ່ຕິດເຊື້ອໂຄວິດ-19.

ແນະນໍາໃຫ້ຜູ້ປຸງແຕ່ງອາຫານທະເລ ຈົ່ງລະມັດລະວັງ ພາຍຫລັງປຸງແຕ່ງອາຫານທະເລແລ້ວ ຕ້ອງລ້າງມື ແລະ ຫ້າມຈັບໃບໜ້າ ແລະ ອາຫານປະເພດອື່ນ ໃນລະຫວ່າງການປຸງແຕ່ງ.

Xinhua News
20.12.2020

ຊາຍດຽວໃນໂລກມີເມຍເກືອບ 40ຄົນ ແລະ ມີລູກເກືອບ 100ຄົຍແຕ່ຍັງບໍ່ພໍ.

ເມື່ອກ່າວເຖິງຜູ້ຊາຍມີເມຍຫຼາຍຄົນ ແມ່ຍິງທັງຫຼາຍກໍ່ຂອງຂຶ້ນທັນທີໂລດແລ ຈິ່ງມີຄຳເວົ້າວ່າ ເສຍເງິນເທົ່າຫົວບໍ່ຍອມເສຍຜົວໃຫ້ໃຜ ແບ່ງຫຍັງແບ່ງໄດ້ແຕ່ແບ່ງຜົວບໍໄດ້ແນ່ນອນ ຜົວໃຜໃຜກໍ່ຫວງແມ່ນບໍລະ ແຕ່ກັບຜູ້ຊາຍຄົນນີ້ພັດເອົາເມຍຕັ້ງ 39 ຄົນມາຢູ່ນຳກັນປຸກເຮືອນຕໍ່ແຖວຍາວຢຽດ ໃຫ້ກຳເນີດລູກຫຼານນັບໆຮ້ອຍຄົນລະ ແລະຍັງບໍ່ຢຸດພຽງເທົ່ານີ້.

ຜູ້ຊາຍຄົນນີ້ມີຄວາມຫຼໍ່ເຫຼົາເປັນພິເສດບໍ່ແມ່ນແອັດເວົ້າແຕ່ເປັນການໃຫ້ສຳພາດຂອງບັນດາເມຍໆຂອງເພິ່ນເອງວ່າລາວ ຫຼໍ່ທີ່ສຸດໃນໆູ່ບ້ານເລີຍ ວ້າວໆເຫດນີ້ໆເອງທີ່ເຮັດໃຫ້ຊາຍທີ່ມີອາຍຸຫຼາຍແລ້ວຕ້ອງມີເມຍຫຼາຍລຸ້ນມາຮ່ວມຊາຄາດຽວກັນເຖິງ 39 ຄົນ ແລະມີລູກໃຫ້ລາວໄດ້ 94 ຄົນ ແຖມຫຼານອີກ 33 ຄົນ ເມື່ອລວມລູກໃພ້ແລ້ວຄອບຄົວນີ້ຈະມາສະມາຊິກທັງໝົດ 181 ຄົນ

ພວກເພິ່ນທັງໝົດອາໄສໃນເຮືອນທີ່ກໍ່ຂຶ້ນເປັນຫຼາຍຊັ້ນເທິງພູແຫ່ງໜຶ່ງຂອງບ້ານຕະວັງ ລັດໂຊຣັມ ພາກຕາເວັນອອດສຽງເໜືອຂອງປະເທດອິນເດຍ.

ຜູ້ຊາຍທີ່ຫຼໍ່ທີ່ສຸດຄົນນີ້ມີຊື່ວ່າ ຊະນາກ ເຊິ່ງລາວກ່າວວ່າ: ທຸກວັນນີ້ຂ້ອຍຮູ້ສຶກເປັນບຸກຄົນພິເສດຂອງພະເຈົ້າ ເພາະພະເຈົ້າສົ່ງຜູ້ຄົນຕັ້ງຫຼວງຫຼາຍມາໃຫ້ຂ້ອຍດູແລ ຂ້ອຍຮູ້ສຶກໂຊກດີຫຼາຍທີ່ມີເມຍມາຮ່ວມຊີວິດນຳເຖິງ 39 ຄົນ ແລະມີຄອບຄົວທີ່ໃຫຍ່ທີ່ສຸດໃນໂລກ.

ທ້າວ ຊະນາກຍັງກ່າວອີກວ່າ ຕົນນັບຖືລັດທິສະໜັບສະນູນການຂະຫຍາຍຄອບຄົວ ດັ່ງນັ້ນເຄີຍມີປີໜຶ່ງຕົນແຕ່ງເມຍໄດ້ທັງໝົດ 10 ຄົນ ແລະຕອນນີ້ເຖິງຈະມີ 39 ຄົນແລ້ວແຕ່ຍັງບໍ່ຢຸດພຽງເທົ່ານີ້ ຍັງຈະແນມຫາເນື້ອຄູ່ຄົນຕໍ່ໄປເລື້ອຍໆ.

ດ້ານນາງ ຣິນຄະມິນີ ເມຍຄົນໜຶ່ງຂອງລາວອາຍຸ 35 ປິກ່າວວ່າ: ເຖິງຈະແຕ່ງມາຢູ່ກັນຫຼາຍຄົນແຕ່ເມຍທຸກຄົນລ້ວນຄອຍໃຫ້ການດູແລເບິ່ງແຍງຜົວຢ່ສງດີທີ່ສຸດເພາະລາວເປັນຄົນທີ່ສຸກຄັນທີ່ສຸດຂອງຄອບຄົວ ແລະ ເປັນຊາຍທີ່ຫຼໍ່ທີ່ສຸດໃນໝູ່ບ້ານ ສຳລັບຕົນແມ່ນໄດ້ພົບກັບຜົວຄົນນີ້ຄັ້ງທຳອິດເມື່ອ 18ປີກ່ອນ ຕອນແລ່ນຫຼິ້ນໃນໝູ່ບ້ານຈາກນັ້ນຜົວເຫັນຕົນລາວກໍ່ສົ່ງຈົດໝາຍມາຂໍແຕ່ງງານເລີຍ.

ສຳລັບກິດຈະກຳຂອງຄອບຄົວນີ້ຄື ອາໄສຫຼັກການແບບກອງທັບໂດຍເມຍຄົນທຳອິດເປັນຜູ້ຂັດການດູແລເຮືອນບໍ່ວ່າລ້າງຖ້ວຍ, ຊັກເຄື່ອງ, ຫຸງເຂົ້າ ແລະຫາອາຫານໃຫ້ຄອບຄົວກິນຕອນແລງ ຕ້ອງໃຊ້ໄກ່ຢ່າງໜ້ອຍມື້ລະ 30 ໂຕ ແລະຕ້ອງມີໜ່ວຍປອກມັນຝຣັ່ງ ແລະໜ່ວຍງານຫຸງເຂົ້າເປັນປະຈຳ.

ເອົາມາໃຫ້ອ່ານເດີ້ບັນດາທ່ານຊາຍ ຢ່າເອົາຫຼາຍຫາເຫົາໃສ່ຫົວນີ້ຄືເລື່ອງອ/ຂອງເຂົາສ່ວນຊີວິດເຮົາອາດບໍ່ລາລື່ນດັ່ງຊາຍຄົນນີ້ ເປັນວ່າໜຶ່ງດຽວດີສຸດຕາມກົດໝາຍຄອບຄົວກຳນົດໄວ້.

ເປີດນໍາໃຊ້ທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ໄລຍະທີ I ເປັນທາງການ

       ພິທີເປີດນໍາໃຊ້ທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ໄລຍະທີ I ຂອງທາງດ່ວນນະຄອນຫຼວງວຽງຈັນ ຫາດ່ານຊາຍແດນບໍ່ເຕັນ-ບໍ່ຫານ ຈັດຂຶ້ນຢ່າງເປັນທາງການວັນທີ 20 ທັນວາ 2020 ຢູ່ສະຖານີເກັບເງິນນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທ່ານ ຈຽງ ຈາຍຕົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈໍາລາວ ພ້ອມດ້ວຍບັນດາລັດຖະມົນຕີ ເຈົ້າແຂວງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ນອກນີ້ ຍັງມີທ່ານ ຢວນ ເຊີງ ຝ່າ ເລຂາພັກແຂວງຢຸນນານ ສປ ຈີນພ້ອມຄະນະ ກໍໄດ້ເຂົ້າຮ່ວມໃນຮູບແບບທາງໄກ.

    ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ລາຍງານໃຫ້ຮູ້ວ່າ: ເສັ້ນທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ທ້າຍປີ 2018 ເປັນຕົ້ນມາ ປັດຈຸບັນສໍາເລັດພ້ອມໃຫ້ເປີດນໍາໃຊ້ ເຊິ່ງເສັ້ນທາງດັ່ງກ່າວມີຈຸດເລີ່ມຕົ້ນຢູ່ສາມແຍກສີເກີດ ແລະ ຈຸດສຸດທ້າຍຢູ່ເມືອງວັງວຽງ ມີຄວາມຍາວທັງໝົດ 109,11 ກິໂລແມັດ ກວ້າງ 23 ແມັດ 4 ຊ່ອງທາງລົດແລ່ນ 3,5 ແມັດ 2 ຊ່ອງທາງລົດແລ່ນສຸກເສີນ 3 ແມັດ ແລະ ດອນກາງກວ້າງ 3 ແມັດ ຕັດຜ່ານ 4 ເມືອງຄື: ເມືອງນາຊາຍທອງ ໂພນໂຮງ ຫີນເຫີບ ແລະ ເມືອງວັງວຽງ ຄວາມໄວອອກແບບ 80 ຫາ 100 ກິໂລແມັດຕໍ່ຊົ່ວໂມງ ລາຄາປະກອບມີລົດປະເພດ 1 ໜ້ອຍກວ່າ ຫຼື ເທົ່າກັບ 7 ບ່ອນນັ່ງ ລາຄາ 600 ກີບຕໍ່ກິໂລແມັດ ປະເພດ 2 ຂະໜາດ 8 ຫາ 19 ບ່ອນນັ່ງ 1000 ກີບຕໍ່ກິໂລແມັດ ລົດປະເພດ 3 ຂະໜາດ 20 ຫາ 39 ບ່ອນນັ່ງ 1.400 ກີບຕໍ່ຊົ່ວໂມງ ແລະ ປະເພດ 4 ຫຼາຍກວ່າ ຫຼື ເທົ່າກັບ 40 ບ່ອນນັ່ງ 2.000 ກີບຕໍ່ກິໂລແມັດ.

      ພາຍຫຼັງທີ່ເປີດນໍາໃຊ້ຢ່າງເປັນທາງການແລ້ວ ກໍໄດ້ເປີດໃຫ້ປະຊາຊົນນໍາໃຊ້ທາງດ່ວນໂດຍບໍ່ເສຍຄ່າເປັນເວລາ 3 ວັນ ນັບແຕ່ວັນທີ 21-23 ທັນວານີ້.

ຂ່າວ: ວຽງຈັນໃໝ່ Vientiane Mai

ເຫດລົດຈັກຕຳລົດໃຫຍ່ບາດເຈັບ1ລາຍ ແລະ ເສຍຊີວິດ 1 ລາຍ.

ວັນທີ19/12/2020 ເວລາ 19:19 ໂມງ.     ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີເຫດລົດຈັກຕຳກັບລົດໃຫຍ່. 

+ຈຸດເກີດເຫດແມ່ນບ້ານດ່ານຊ້າງ.      ໜ່ວຍກູ້ໄພອອກກວດສອບເຫດພົບວ່າມີຄົນເຈັບ 2 ຄົນ:  

ຜູ້ທີ1: ເພດຊາຍ ອາຍຸ 19 ປີ ອາຊີບກຳມະກອນ ບ້ານໂພນຄໍ້ເມືອງໄຊທານີ ນະຄອນຫລວງວຽງຈັນ. ອາການເບື້ອງຕົ້ນແມ່ນຂາເບື້ອງຊ້າຍຫັກແລະຄາງແຕກ. 

ຜູ້ທີ2:ເພດຊາຍ ອາຍຸ 22ປີ ອາຊີຍກຳມະກອນ ບ້ານໂພນຄໍ້ ເມືອງໄຊທານີ ນະຄອນຫລວງວຽງຈັນ. ອາການເບື້ອງຕົ້ນແມ່ນຂາຫັກເບື້ອງຊ້າຍ,ກະດູກຄາງຫັກ,ຄໍຫັກ(ເສຍຊີວິດຄາທີ່). 

ດັ່ງນັ້ນໜ່ວຍກູ້ໄພມູນນິທິ1623 ຈຶ່ງໄດ້ທຳການປະຖົມພະຍາບານເບື້ອງຕົ້ນໃຫ້ຄົນເຈັບແລ້ວນຳສົ່ງໂຮງຫມໍມິດຕະພາບ 150ຕຽງ. 

ສ່ວນສົບຜູ້ເສຍຊີວິດແມ່ນຫນ່ວຍກູ້ໄພໄດ້ນຳສົ່ງໃຫ້ຍາດພີ່ນ້ອງເພື່ອເຮັດພິທີທາງສາສະຫນາ. 

ທາງຫນ່ວຍກູ້ໄພມູນນິທິ1623 ຕ້ອງຂໍສະແດງຄວາມເສຍໃຈກັບຄອບຄົວແລະຍາດພີ່ນ້ອງກັບການສູນເສຍຄັ້ງນີ້ດ້ວຍ. 

ເມເລເຊຍສັ່ງປິດໂຮງຮຽນເພື່ອ​ສະກັດ​ກັ້ນພະຍາດໂຄ​ວິດ-19

ສັ່ງປິດໂຮງຮຽນເກືອບທົ່ວປະເທດເພື່ອ​ສະກັດ​ກັ້ນພະຍາດໂຄ​ວິດ-19

ຕາມ​ຂ່າວ​ຈາກ ​ກົວລາລຳເປີ, ​ໂຮງຮຽນ​​ ເກືອບ​ທົ່ວ​ປະ​ເທດ ໃນມາ​ເລ​ເຊຍ ຕ້ອງ​ປິດ ການ​ຮຽນ-ການ​ ສອນ ​ອີກ​ຄັ້ງ ຈົນ​ເຖິງ​ຕົ້ນ​ເດືອນ​ໜ້າ ຕາມ​ມາດ​ຕະການ ຄວບ​ຄຸມ ​ທາງ​ສັງຄົມ ​ຄັ້ງ​ໃໝ່ ຂອງ​ລັດຖະບານ ​ເພື່ອ​ສະກັດ​ກັ້ນ ການ​ແຜ່​ລະບາດ ​ໂໂຄວິດ-19

ແຕ່​ຍົກ​ເວັ້ນ ລັດ​ກະລັນ​ຕັນ, ລັດ​ປະ​ຫັງ ​ແລະ ລັດ​ປະລິສ . ຫລັງ​ຈາກ ກະຊວງ​ສາທາລະນະ​ສຸກ ມາ​ເລ​ເຊຍ ກວດ​ພົບ​ ຜູ້​ຕິດ​ເຊື້ອ ​ລາຍ​ໃໝ່ 852 ຄົນ ​ໃນ​ນີ້​ ມີ​ຜູ້​ເດີນທາງ​ ຈາກ​ຕ່າງປະ​ເທດ 13 ຄົນ ສ່ວນ​ທີ່​ເຫລືອ​ອີກ 839 ຄົນ ​ຕິດ​ເຊື້ອ​ ພາຍ​ໃນ​ປະ​ເທດ ສົ່ງ​ຜົນ​ໃຫ້​ຈຳນວນ ​ຜູ້​ຕິດ​ເຊື້ອ​ສະ​ສົມ​ເພີ່ມ​ຂຶ້ນ 40.429

ຂ່າວດ່ວນ ແຮງງານລາວ​ 2​ ຄົນ​ ຕິດເຊື້ອໂຄວິດ19ຢູ່ສະໝຸດປຣາການ ປະເທດໄທ.

ອີງຕາມ​ການ​ລາຍງານຂ່າວ​ຊ່ອງ​ Spring News​ ວັນທີ​ 20​ ທັນວາ​ 2020​ນີ້​ວ່າ: ເຈົ້າແຂວງ ສະໝຸດປຣາການ ຖເແຫຼງການຢືນຢັນວ່າ ພົບຜູ້ຕິດເຊື້ອໂຄວິດ​19​ ທີ່ຮ້ານຫອຍແຄງໃນຕະຫຼາດປາກນໍ້າ​ 3 ກໍລະນີ​ ພະນັກງານໄທ 1 ຄົນ, ພະນັກງານຄົນລາວ 2 ຄົນ, ເຊິ່ງທາມລາຍບອກວ່າມີສ່ວນພົວພັນກັບຜູ້ຕິດເຊື້ອຢູ່ສະໝຸດສາຄອນ ວັນທີ​ 19​ ທັນວາຜ່ານມາ.

ຂໍໃຫ້ທຸກຄົນປອດໄພ​ ແລະ ປິິ່ນປົວດີໄວໆເດີ

.

ທີ່ມາ: Laonews.net

ປະເທດໄທລະບາດໂຄວິດ-19 ຮອບ 2 ມີຜູ້ຕິດເຊື້ອ 548 ຄົນ ໃນມື້ດຽວ

ວັນທີ 19 ທັນວາ 2020 ນີ້ ລ່າສຸດຜົນກວດໂຄວິດ-19 ແຂວງສະມຸດສາຄອນ ຈາກກູ່ມແຮງງານຕ່າງດ້າວ ຈຳນວນ 1,192 ຄົນ ພົບຜູ້ຕິດເຊື້ອເພີ່ມ 516 ຄົນ ຄິດເປັນຮ້ອຍລະ 43 ຂອງຜູ້ທີ່ໄດ້ຮັບການກວດທັງໝົດ

ນອກຈາກນີ້ຍັງພົບຜູ້ທີ່ໄປຮັບການກວດຮັກສາທີ່ໂຮງພະຍາບານອີກຈຳນວນໜຶ່ງໃນຫຼາຍແຂວງ ເຮັດໃຫ້ຂະນະນີ້ມີຜູ້ຕິດເຊື້ອສະສົມທັງຫມົດ 548 ຄົນໃນວັນດຽວ.

ເປັນຜູ້ຕິດເຊື້ອທີ່ມີບໍ່ມີອາການຫລືອາການນ້ອຍຫລາຍ ແລະ ສ່ວນໃຫຍ່ເປັນແຮງງານຕ່າງຊາດ ໃນການກວດພົບຈຳນວນຜູ້ຕິດເຊື້ອຄັ້ງນີ້ ຖືວ່າເກີນຄວາມຄາດໝາຍ ເກີນຄວາມຄາດຄິດ ຈຳເປັນຕ້ອງ ຍົກລະດັບສອບສວນ ເພື່ອຈຳກັດການແພ່ລະບາດຂອງພະຍາດ ໃຫ້ໄວທີ່ສຸດ

ພ້ອມກຳນົດພື້ນທີ່ຄວບຄຸມພະຍາດຢ່າງເດັດຂາດໃນ 14 ມື້ ຕັ້ງແຕ່ວັນທີ 19 ທັນວາ 2020 ເຖິງ 3 ມັງກອນ 2021
ປະເທດລາວຕ້ອງມີການຄຸມເຂັ້ມງວດຊາຍແດນແລະການລັກລອບເຂົ້າປະເທດ .. ຖ້າມີການລະບາດມາຮອບສອງຮັບຮອງວ່າຮັບມືບໍ່ທັນແນ່ນອນ

ແຊຣ໌ເກັບໄວ້ໄດ້ປະໂຫຍດລະອຽດສຸດໆຂໍ້ຕົກລົງ ການຄຸ້ມຄອງທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ.

ແຊຮເກັບໄວ້ໄດ້ປະໂຫຍດ ລະອຽດສຸດໆ, ຂໍ້ຕົກລົງ ການຄຸ້ມຄອງທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ອອກມາແລ້ວ ເຂົ້າມາອ່ານກັນເລີຍ ທາງດ່ວນສາຍທໍາອິດຂອງປະເທດ ວຽງຈັນ-ວັງວຽງ ຈະເປີດເປັນທາງການ ໃນມື້ນີ້ ວັນທີ 20/12/2020

.

.

.

.

.

.

.

.

.

.

.

.

.

.

.

.

Cr: FM90