ເຫດລົດໃຫຍ່ປ້າຍຟ້າ ຕຳລົດຈັກ

ທ່ານຈະໃຫຍ່ໂຕສ່ຳໃດຂ້າພະເຈົ້າເອງໃນນາມເຈົ້າຂອງລົດຈັກທີ່ທ່ານຕຳແລ້ວທ່ານໄດ້ລົບໜີໄປທ່ານໄດ້ຂູ່ໄວ້ວ່າ: ຖ້າຜູ້ໃດຖ່າຍຄຣີບແລະຮູບໄປລົງໂຊຊຽ້ວ ເຟສບຸກ ທ່ານຈະໃຫ້ຕຳຫລວດຈັບເຂົ້າຄຸກທັງໝົດ.​

ຖ້າຂ້າພະເຈົ້າເຮັດຜິດຂ້າພະເຈົ້າກາຂໍຍອມຮັບໂທດນັ້ນຂ້າພະເຈົ້າຂໍເປັນສ່ວນຮ່ວມໃນການຕິດຕາມຫາເຈົ້າຂອງລົດດັ່ງກ່າວນີ້ຂ້າພະເຈົ້າເປັນຄົນເສຍຫາຍຝາກແຊ່ໃຫ້ແດ່ບອກກັບເຈົ້າຂອງລົດດັ່ງກ່າວອອກມາຮັບຜິດຊອບແດ່ເດີ້ເຊີ່ງຂັບລົດ ຟໍຈູນເນີສີດຳ ປ້າຍຟ້າ ຕຳແລ້ວໜີໄປ

ໂດຍທີ່ຕຳຫລວດຍັງບໍ່ທັນມາຮອດເກີດເຫດແຖວຮ້ານອາຫານດີດີໃກ້ກັບທະນາຄານການຄ້າ (#ທາງມາໄອເຕັກ)ນະຄອນຫລວງ​ວຽງຈັນ​ ໃນວັນທີ່6/12/2020ປະມານ 18ໂມງປ່າຍຜູ້ກໍລະນີໄດ້ລົບໜີໄປປະມານ20:00’ໂມງມື້ນີ້ວັນທີ່11/12/2020

ຜ່ານມາມື້ທີ່5 ແລ້ວຍັງບໍ່ທັນເຫັນລົດຄັນດັ່ງກ່າວແລ້ວເຈົ້າຂອງເລີຍຢາກຂໍໃຫ້ຜູ້ທີ່ເປັນທຳເບີ່ງຄວາມເປັນທຳນີ້ດ້ວຍຂອບໃຈໃຜພົບເຫັນລົບກວນຕິດຕໍ່ກັບໃຫ້ແດ່ຂ້າພະເຈົ້າກາເປັນຄົນຫາເຊົ້າກີນຄ່ຳມີລົດພຽງຄັນດຽວທີ່ໃຊ້ຖຽວວຽກຖຽວງານ

ທີ່ມາ

ແນວໃດກໍ່ຕາມນີ້ພຽງຜູ້ໃຊ້ເຟສບຸກນີ້ໂພສລົງໂຊຊຽວເທົ່ານັ້ນແອດກໍ່ບໍ່ຮູ້ວ່າເຫດເປັນຈັງໃດແທ້..​ແຕ່ແອດກໍ່ຂໍວອນໃຫ້ພາກສ່ວນກ່ຽວຂ້ອງລົງກວດສອບທີ່ໄປທີ່ມາຂອງເຫດການນີ້ວ່າເປັນແນວໃດແທ້ເພື່ອໃຫ້ສັງຄົມມີຄວາມເຂົ້າໃຈເຖິງເຫດການນີ້..ຂໍຂອບໃຈ.

#ອັບເດດລ່າສຸດ: 12/12/2020 ທາງຜູ້ກໍລະນີລົດໃຫຍ່ເພີ່ນໄດ້ມາໄກ່ເກ່ຍແລ້ວຢາກໃຫ້ແຊ່ຂໍ້ຄວາມນີ້ໃຫ້ຢຸດຕິການແຊ່ການຄອມເມັ້ນ.​

ອາວະສານຊາໄຂ່ມຸກ! ເມື່ອສາວໂພສຮູບຊານົມຈອກໃຫຍ່ ມາພ້ອມກັບສິ່ງແປກປອມໃນນັ້ນ.

ຊ່ວງນີ້ຖືວ່າມີຕະຫຼອດ ສໍາລັບເຫດການ ຫຼື ເລື່ອງລາວແປກ ໂດຍສະເພາະເລື່ອງອາຫານ ແຕ່ສ່ວນຫຼາຍກໍ່ເກີດທີ່ປະເທດເພື່ອນບ້ານຂອງເຮົາ ແຕ່ແອັດກໍ່ຢາກຍົກມາເປັນອຸທາຫອນເຕືອນຄົນລາວເຮົາໄວ້ ເພື່ອວ່າຈະບໍລິໂພກສິ່ງໃດເຂົ້າໄປ ຄວນກວດເຊັກ ແລະ ເລືອກຮ້ານທີ່ຮັບປະກັນຄວາມສະອາດໃຫ້ກັບອາຫານທີ່ເຮົາກິນໄດ້.

ຄືເຫດການລ່າສຸດທີ່ເກີດຂຶ້ນແມ່ນຢູ່ປະເທດຈີນ ໂດຍສາວຈີນໄດ້ໂພສພາບຊານົມໄຂ່ມຸກ ເຊິ່ງຂະນະທີ່ກໍາລັງດູດຊານົມຢ່າງແຊບຊ້ອຍນັ້ນ ກໍ່ສໍາຜັດໄດ້ເຖິງບາງຢ່າງທີ່ແປກໄປ ເພາະມັນບໍ່ແມ່ນເນື້ອສໍາຜັດອ່ອນນຸ່ມນວນຄືກັບໄຂ່ມຸກທົ່ວໄປມັນຈະກອບໆ.

ຈົນເຮັດໃຫ້ສາວຈີນຄົນນີ້ຕ້ອງຄາຍອອກມາເບິ່ງ ເຊິ່ງຕອນທໍາອິດກໍ່ຄິດວ່າມັນເປັນແກ່ນຖົ່ວແດງ ແຕ່ວ່າ ເມື່ອສັງເກດເບິ່ງດີໆ ມັນບໍ່ແມ່ນແກ່ນຖົ່ວແດງ ແຕ່ມັນກັບເປັນສິ່ງນີ້ ເຊິ່ງພາສາໄທເອີ້ນວ່າ ໄຂ່ນ້ອນສາບເອງ ແຕ່ຖ້າເປັນພາສາລາວເຮົາແອັດກໍ່ບໍ່ຮູ້ຈະໃຫ້ຊື່ມັນແນວໃດ.

ແອັດວ່າຢາກຄືໄຂ່ແມງສາບລອງມາສັງເກດນຳກັນເບິ່ງເດີ

ເຮັດຕາມຄຳຂໍເມຍໃຫ້ໂພສຮູບແຕ່ງດອງກ່ອນເສຍຊິວິດ

ຂ່າວກ່ອນໜ້ານີ້ ເຊິ່ງເມຍຂອງລາວໄດ້ຂີ່ລົດຈັກ ແລ້ວຖືກຄູ່ກໍລະນີທີ່່ເມົາແລ້ວຂັບລົດໄວ ຕໍາເຂົ້າຢ່າງແຮງທີ່ທາງແຍກ ຈົນເຈັບສາຫັດ ແລະ ຖືກນໍາສົ່ງ ມາປິ່ນປົວທີ່ ໂຮງໝໍ 103 ແລະ ຄົນເຈັບໄດ້ເສຍຊີວິດໃນເວລາຕໍ່ມາ

.

.

ລ່າສຸດ ໄດ້ໂພສວ່າ

ສິ່ງທີ່ເຈົ້າຂໍ ຕອນທີ່ເຈົ້າຍັງຢູ່ ວ່າຢາກໃຫ້ໂພສຮູບມື້ງານດອງ ຂ້ອຍໂພສໃຫ້ເຈົ້າລະເດີ ນາງຟ້າໃນໃຈອ້າຍ 

ຮັກກັນໃຫ້ຫຼາຍໆຕອນທີ່ຍັງມີລົມຫາຍໃຈ 

.

.

.

.

.

.

.

.

ໜ້າເຫັນໃຈທັງຄູ່..!!ພໍ່ຕາບໍ່ຍອມຮັບໃນຕົວລູກເຂີຍ ພໍຮອດມື້ງານດອງ ກັບປ່ຽນໃຈກະທັນຫັນບໍ່ໃຫ້ລູກສາວເຂົ້າພິທີງານແຕ່ງ

ຜູ້ໃຊ້ເຟສບຸກຊື່ เตย ลัดดาพอน ໄດ້ໂພສໃນວັນທີ 11 ທັນວາ 2020 ວ່າ: ພໍ່ເຈົ້າສາວຄົນອີຫຍັງໃຈດຳໃຈອຳມະຮິດໃນເມືອມາຮອດປານນີ້ແລ້ວລູກເຂົາກະມີນຳກັນມາແລ້ວຍັງບໍ່ຍອມຮັບເອົາລູກເຂີຍຈົນຟັງງານໃຫ້ໄດ້ເນາະພໍ່ຕາເອີຍ…ລູກສາວຊີລັກໜີ້ນຳມາເຮືອນເຈົ້າບ່າວກະຢ້ານພໍ່ຊີຂ້າຮອດເເມ່ໂຕເອງແຫລະລູກ…

ຕອນບໍ່ທັນຈັດງານດອງມື້ລົມກັນຄືບໍ່ເຮັດຮ້າຍຄືບໍ່ວ່າປານນີ້ຖ້າເຈົ້າບໍ່ອີຕົນລູກເຈົ້າກະເຮັດໄປບາບກຳຕາມສະໜອງ…ອີຕົນເດຜົວເມຍນ້ອຍເອື້ອຍນະ..ຜົວກະໄຫ້ເມຍກະໄຫ້ຍ້ອນບໍ່ໄດ້ຢູ່ນຳກັນແທນທີດອງໂຕເອງ.

.ບໍ່ໄດ້ມາມັດແຂນເຂົ້າພາຂວັນມີແຕ່ເອົາເສື້ອເມຍແຫລະລູກສາວໃສ່ພາຂວັນ…ຖ້າເປັນໄຜຊີບໍ່ເຈັບເນາະເກີດມາກູກະບໍ່ເຄີຍເຫັນຫາແຕ່ເຫັນນີ້ນ້ອງຊາຍເອື້ອຍເອີຍເປັນປະຫວັດສາດຊະກິນເຂົ້າກະບໍ່ມີຄວາມສຸກທາງບ້ານເຈົ້າສາວໃນມື້ນີ້ອີຕົນຫລານກະພໍປານນັ້ນຍັງອີຕົນນ້ອງໄຜ່ເອື້ອຍເດເອື້ອຍລະຢາກໄຫ້ງາມຄືຄົນອື່ນ…ເອື້ອຍເສຍຄວາມຮູ້ສືກເຈັບບໍ່ມີວັນລືມຖ້າແມ່ນພໍ່ກູເຮັດແບບນີ້ກັບກູແບບນີ້ມືງຕາຍແທ້..

.ຕອນນີ້ມືງເຮັດໄດ້ປ່ອຍມືງເຮັດໄປ..ທາງເຈົ້າບ່າວເສຍໃຈແຮງດອງທັນທີຮອດບໍ່ມີເຈົ້າສາວ.ເຈົ້າບ່າວກະໄຫ້ເຈົ້າສາວກະໄຫ້…ຍ້ອນພໍ່ກັກໂຕໄວ້ບໍ່ໄດ້ມາເຮືອນເຈົ້າບ່າວ..ເຄື່ອງນຸ່ງກະໄດ້ພາກັນຕັດຊຸດໄວ້ໜົດແລ້ວທັງຜົວທັງເມຍແຫລະລູກສາວນ້ອຍໜ້າຮັກນາງ ກີ້ຕ້າຫລານປ້າເອີຍ ສຸດທ້າຍພໍ່ເຈົ້າສາວຟັງງານ

ຖ້າມືງຊີພາລູກມືງໜີ້ຈາກຜົວເຂົາເມຍເຂົາທີຍັງຮັກກັນມາດົນລູກກະມີນຳກັນແລ້ວກູຂໍໃຫ້ມືງເຈັບຫຼາຍກ່ອນຜົວເມຍເຂົາເຈັບ…ພໍ່ອີຫຍັງບໍ່ອີຕົນລູກຊາດຊົ່ວສາມານເນາະກູສູນແຮງຂໍໃຫ້ມືງມີອັນເປັນໄປ

#ງານດອງຕ້ອງດຳເນີນຕໍ່ໄປ ໂດຍບໍ່ມີເຈົ້າສາວ

# ສຳລັບໃຜທີ່ບໍ່ເຂົ້າໃຈ ແນະນຳ: ຊິສະຫຼຸບໃຫ້ຟັງ ທັງສອງຝ່າຍນີ້ຮັກກັນ ແລະ ໄດ້ມີລູກຮ່ວມກັນ1ຄົນ (ແຕ່ບໍ່ທັນໄດ້ແຕ່ງງານກັນ) ກໍເລີຍໄດ້ຕົກລົງປົງໃຈວ່າຈະແຕ່ງງານກັນ ແລະ ເອົາຜູ້ໃຫຍ່ມາໂອ້ລົມກັນເປັນທີ່ຮຽບຮ້ອຍ ແລະ “ງານດອງນີ້ແມ່ນຕົກລົງກັນ ຈັດຢູ່ເຮືອນເຈົ້າບ່າວ ທາງຝ່າຍເຈົ້າບ່າວກະກຽມງານເຊັດສັບ ລຽບລ້ອຍແລ້ວ

ຈົນຮອດມື້ງານ ເຂົ້າພິທີບາສີສູ່ຂວັນ ເຈົ້າສາວກໍແຕ່ງໂຕຢ່າງສວຍງາມໃນຕອນເຊົ້າມື້ນັ້ນ ແລະ ພໍ່ເຈົ້າສາວກໍໄດ້ປ່ຽນໃຈກະທັນຫັນວ່າ ບໍ່ໃຫ້ລູກສາວແຕ່ງງານ ແລະ ໄດ້ເວົ້າກັບລູກສາວວ່າ ຖ້າໄປເຂົ້າພິທີບາສີສູ່ຂວັນ ຊິຂ້າລູກສາວຖິ້ມ. ທາງລູກສາວກໍໄດ້ແຕ່ນັ່ງໄຫ້ ແລະ ທາງເຈົ້າບ່າວກໍໄດ້ແຕ່ຄອຍເກີ້. ສຸດທ້າຍງານແຕ່ງກໍຕ້ອງດຳເນີນໄປ ແບບບໍ່ມີເຈົ້າສາວ. “ສະຫຼຸບກະຊິປະມານນີ້ເດີ”

.

.

.

.

.

ຮູ້ແລ້ວຫວາ…! ທາງດ່ວນວຽງຈັນ-ວັງວຽງ ໄປ-ກັບ 150.000 ກີບ

ປະຊາຊົນລາວຕ່າງກໍ່ດີໃຈທີ່ຈະໄດ້ຊົມໃຊ້ເສັ້ນທາງດ່ວນແຫ່ງທໍາອິດຂອງ ປະເທດລາວ ຄືເສັ້ນທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ທີ່ມີຈຸດເລີ່ມຕົ້ນຢູ່ 3 ແຍກສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ແຂວງວຽງຈັນ ໂດຍມີໄລຍະທາງ 109, 9 ກິໂລແມັດ ທີ່ຈະເປີດບໍລິການໃນລະຫວ່າງວັນທີ 20-30 ທັນວາ 2020 ນີ້ຢ່າງແນ່ນອນ ແລະ ສິ່ງທີ່ຫຼາຍຄົນສົນໃຈໃນປະຈຸບັນນີ້ ຄືລາຄາຂຶ້ນໃຊ້ບໍລິການທາງດ່ວນວ່າທໍ່ໃດ  ແລະ ພາຫະນະ ທີ່ຈະສາມາດຂຶ້ນໃຊ້ທາງດ່ວນໄດ້ແມ່ນປະເພດໃດແດ່ ? ມື້ນີ້ທາງທີມງານວຽງຈັນທາຍມີຄໍາຕອບ.

ອີງຕາມຂໍ້ມູນຈາກບໍລິສັດຮ່ວມທຶນພັດທະນາລາວ-ຈີນ ຈໍາກັດ ຊຶ່ງເປັນບໍລິສັດທີ່ລົງທຶນກ່ຽວກັບການກໍ່ສ້າງທາງດ່ວນດັ່ງກ່າວວ່າ: ສໍາລັບການຂຶ້ນໃຊ້ບໍລິການທາງດ່ວນ ແຕ່ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ຫຼື ແຕ່ເມືອງວັງວຽງ ຫາ ນະຄອນຫຼວງວຽງຈັນ ຫຼື ໄປ-ກັບ ຄ່າບໍລິການຈະປະມານ 150.000 ກີບ ຫຼື ມີແຕ່ຂາໄປ ຫຼື ຂາກັບ ແມ່ນ 65.000 ກີບ ໂດຍຈະມີ 8 ດ່ານເກັບເງິນ ( 8.000 ກີບ/ດ່ານ) ໝາຍຄວາມວ່າຖ້າຜ່ານແຕ່ 2-3 ດ່ານກໍ່ຈະເສຍເງິນຕາມແຕ່ລະຈຸດ.

.

ສໍາລັບລົດທີ່ຈະຂຶ້ນໃຊ້ບໍລິການທາງດ່ວນໂດຍອີງຕາມກົດໝາຍທາງບົກແຫ່ງ ສປປ ລາວ ລະບຸໄວ້ວ່າ: ພາຫະນະທີ່ຈະຂຶ້ນທຽວທາງດ່ວນໄດ້ນັ້ນຕ້ອງມີຄວາມແຮງຂອງຈັກຫຼາຍກວ່າ 350 ຊີຊີ, ນອກນັ້ນຍັງຫ້າມລົດບັນທຸກ, ລົດພ່ວງທີ່ມີນໍ້າໜັກເກີນກໍານົດໄວ້, ຍານພາຫະນະທີ່ດັດແປງສະພາບເຕັກນິກທີ່ບໍ່ຮັບປະກັນຄຸນນະພາບດ້ານຄວາມປອດໄພ ແລະ ພາຫະນະອື່ນໆທີ່ກໍານົດແລ່ນຕໍ່າກວ່າ 80 ກິໂລແມັດຕໍ່ຊົ່ວໂມງກໍ່ຫ້າມຂຶ້ນເຊັ່ນກັນ.

.

.

.

.

ຂ່າວ: ວຽງຈັນທາຍ

ແປກແຕ່ຈິງ ຊາຄິສຖານ ປະເທດເກີດໃໝ່ຈາກເງິນປະມານ 6 ລ້ານກີບ

ຂໍຕ້ອນຮັບສູ່ ຊາຄິສຖານ ປະເທດເກີດໃຫມ່ດ້ວຍເງິນທຶນພຽງ 610 ໂດລ່າ ປະມານ 6 ລ້ານກີບ ກໍ່ຕັ້ງໂດຍໜຸ່ມນິວຢອກມາດເຊີ ເອີ້ນໄດ້ວ່າເປັນອິຫຍັງທີ່ເຊີໄພ້ສຸດໆ ເມື່ອມີໜຸ່ມຊາວນິວຢອກອາຍຸ 30 ປີເກີດຄວາມຄິດຢາກກໍ່ຕັ້ງປະເທດຂອງຕົນເອງຂື້ນມາ, ຢ່າຟ້າວຕະຫຼົກ ເພາະມັນເກີດຂື້ນມາແທ້ແລ້ວ

ໂດຍຕົ້ນເລື່ອງຄືທ້າວ ຊາສ ແລນສະເບີກ ໄດ້ທຳການຊື້ດິນຮົກຮ້າງແຖວທະເລຊາຍລັດ ຢູທ່າ ປະເທດອາເມລິກາ ຜ່ານເວບໄຊອີເບໃນລາຄາພຽງ 610 ໂດລ່າ ປະມານ 6 ລ້ານກີບ ເພື່ອສ້າງສາທາລະນະລັດແຫ່ງໃໝ່ຂອງໂລກ ທັງຍັງສະຖາປະນາໂຕເອງຂື້ນເປັນນາຍົກຂອງປະເທດອີກດ້ວຍ

ນາຍົກຊາສມີຄວາມແນ່ວແນ່ໃນການບໍລິຫານຊາຄິສຖານຢ່າງຈິງຈັງ ດ້ວຍການອອກແບບທຸງຊາດ ຖານທັບຂອງຕົນເອງ ໂດຍມີຫຸ່ນຍົນລາດຕະເວນຊາຍແດນເພື່ອຄວາມປອດໄພ ແລະທີ່ສຳຄັນຍັງມີແນວຄິດອອກແບບພາສປອດແກ່ພົນລະເມືອງຂອງຕົນເອງ ເຊິ່ງປະຈຸບັນມີຜູ້ສົນໃຈສະໝັກເປັນພົນລະເມືອງຂອງຊາຄິສຖານແລ້ວ 25 ຄົນ

ຢ່າເຮັດເປັນຫຼີ້ນໄປ ກ່ຽວກັບນະໂຍບາຍການຕ່າງປະເທດ ນາຍົກຊາສໄດ້ມີນະໂຍບາຍໄວ້ຊັດເຈນ ພົນລະເມືອງທຸກຄົນຕ້ອງເຮັດພາສປອດເວລາອອກນອກປະເທດ ໂດຍຄິດຄ່າທຳນຽມ 40 ໂດລ່າ ແລະຕ້ອງປະທັບຕາທຸກຄັ້ງທີ່ເຂົ້າອອກປະເທດອີກດ້ວຍ

ນອກຈາກນີ້ເນື່ອງໃນໂອກາດກໍ່ຕັ້ງປະເທດມາໄດ້ 10 ປີ ຊາວຊາຄິສຖານຍັງໄດ້ຮ່ວມໃຈກັນສ້າງອານຸສາວະລີເພື່ອເປັນການສະເຫຼີມສະຫຼອງອີກດ້ວຍ

ພ້ອມທັງປະກາດໃຫ້ວັນທີ 19 ພະຈິກຂອງທຸກປີເປັນວັນປະກາດອິດສະລະພາບອີກດ້ວຍ ແຖມຍັງມີສະຖານທູດຂອງຕົນເອງຢ່າງເປັນທາງການທີ່ ເມືອງ ບົວໂນດໄອເລດ ປະເທດອາເຈນຕິນ່າ ອີກດ້ວຍ

ຢ່າງໃດກໍ່ຕາມ ຊາຄິສຖານ ຍັງຕ້ອງເພິ່ງພາ ອາເມລິກາ ໂດຍການຈ່າຍຄ່າພາສີທ້ອງຖິ່ນແລະຄວາມຊ່ວຍເຫຼືອດ້ານສາທາລະອຸປະໂພກຕ່າງໆ

ມາແລ້ວ! ຢ່າງເປັນທາງການເປີດແນ່ນອນ 20 ທັນວາ ຂີ່ຟຣີ 3 ມື້

ແຈ້ງການດ່ວນຈາກ ຫ້ອງການລັດຖະບານ

ດ່ວນ ຫ້ອງວ່າ​ການ ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຈ້ງ ເລື່ອງ​ທາງ​ດ່ວນ​ວຽງ​ຈັນ​ວັງ​ວຽງ ໂດບ​ລະ​ບຸ​ຊັດ​ເຈນ​ວ່າ ວັນ​ທີ 20 ທັນ​ວາ​ນີ້​ພ້ອມ​ເປີດ​ຢ່າງ​ເປັນ​ທາງ​ການ ແລະ ຈະ​ເປີດ​ໃຫ້​ແລ່ນ​ຟ​ຣີ 21-23 ທັນ​ວາ ຕາມ​ນີ້​ເລີຍ

ລາຍລະອຽດດັ່ງເອກະສານລຸ່ມນີ້:

.

.

.

.

.

ຢືມລົດໄປແລ້ວຕິດຕໍ່ບໍ່ໄດ້ ໃຜພົບເຫັນແຈ້ງດ່ວນ

ສະບາຍດີຫມູ່ຄູ່ທາງເຟດບຸກ ຂໍຄວາມຊ່ວຍເຫລືອ ຄົນຈີນຢູ່ໃນຮູບນີ້ ໄດ້ຢືມລົດໄປແລ້ວຕິດຕໍ່ບໍ່ໄດ້ ຖ້າໃຜພົບເຫັນຂໍຄວາມຊ່ວຍເຫລືອແຈ້ງໃຫ້ຮູ້ແນ່ ຊ່ວຍແຊໄຫ້ແນ່

ມື້ເຊົ້ານີ້ 7ໂມງເຫັນຢູ່ ສະຫວັນນະເຂດ ແຕ່ດຽວນີ້ບໍ່ຮູ້ວ່າໄປຮອດໃສແລ້ວຢ້ານຊິຂື່ນໄປວງຽຈັນຢາກຝາກຫູ່ມເພືອນໃນເຟຮດທີຢູ່ທ່າແຂກເປັນຫູເປັນຕາຊວ່ຍແນ່

ຖ້າພົບເຫັນຊ່ວຍແຈ້ງມາທີເບີ 77842262, 55955919, 0309991193
ຖ້າໃຜຮູ້ເບາະແສທີ່ຢູ່ຫຼື່ເຫັນລົດແລ້ວສິມີເງີນໃຫ້ ຂໍຂອບໃຈ

各位在老挝的中国人,请帮忙留意图下的中国人,此人昨天在阿速坡说有事借车,现在音讯全无,现在连人带车失去联系,不知生死。(橙色皮卡车、车牌 ກຂ5980). 今天早上7点在沙湾有好心人说见过此人。要是见到此人此车。麻烦联系我77842262/55955919.
谢谢

ເຫດລົດຈັັກຕຳລົດຈັກຮຸ່ນແຮງ ທີ່ສະຫວັນນະເຂດ

ແຂວງ ສະຫວັນນະເຂດ ວັນທີ10.12.20ເວລາ22:25ນາທີ ໜ່ວຍກູ້ໄພ ສະຫວັນນະເຂດ

ໄດ້ຮັບແຈ້ງເຫດວ່າມີລົດຈັກຕຳກັນ

ທີເຂດ ບ້ານ ໂພນສະຫວ່າງໃຕ້
ນະຄອນໄກສອນພົມວິຫານ
ແຂວງ ສະຫວັນນະເຂດ

ໃນຈຸດເກີເຫດ ມີຜູ້ບາດເຈັບ2 ຄົນ ເປັນເພດຊາຍທັ່ງ2

ຜູ້ທີ1 ຫົວແຕກແລະຄາງແຕກ

ຜູ້ທີ2 ບໍ່ມີສະຕິຄາງແຕກແລະກະທົບຫົງ ດັ່ງນັ້ນທາງທີມງາມຈື່ງໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງຫມໍແຂວງສະຫວັນນະເຂດ

ອຸບັດຕິເຫດ, ເຈັບປ່ວຍແຈ້ງເຫດສຸກເສີນ
ສາຍດ່ວນ (041) 1629 , ໂທຟຮີທຸກເຄື່ອຂ່າຍ
ສາຍຕົງ : 020 28285454
ຮັບໃຊ້ຕະຫຼອດ 24 ຊົ່ວໂມງ :
ໜ່ວຍກູ້ໄພ ສະຫວັນນະເຂດ

Savannakhaet Rescue1629

ຖ້າທ່ານໃດຕ້ອງການຢາກເປັນສ່ວນໜື່ງໃນການປະກອບຊຸກຍູ້ຊ່ວຍເຫຼືອສັງຄົມຜ່ານໜ່ວຍງານພວກເຮົາໃນການບໍລິຈາກອຸປະຖຳຕ່າງໆເຊັ່ນ :
-ເຂົ້າສານ,ອາຫານການກີນ, ເຄື່ອງອຸປະໂພກບໍລິໂພກ,

  • ຫີບສົບ ໂລງສົບ, ຜ້າຂາວ,ຜ້າຍາງມ້ຽນສົບຜູ້ເສຍຊີວິດ
  • ອຸປະກອນການແພດຕ່າງໆ
  • ອຸປະກອນກູ້ໄພ ລົດຍານພາຫະນະສຸກເສີນ
    [ ] -ນ້ຳມັນລົດອອກເຫດ
    ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການກູ້ໄພ ສະຫວັນນະເຂດ
    ສະຖານທີ່ :
    ບ້ານ ສອນໄຊ
    ນະຄອນໄກສອນພົມວິຫານ
    ແຂວງ ສະຫວັນນະເຂດ

ຕິດຕໍ່ສອບຖາມ:020 28285454 ຫຼື ທ່ານສະດວກໂອນບັນຊີ

ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ
ເລກບັນທີທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
LAK : 039-12-00-01713217-001
ຄະນະບໍລິຫານງານ

ທີມກູ້ຊີບກູ້ໄພ ສະຫວັນນະເຂດ 1629

“ຝາກແຊຮປະຊາສຳພັນ”