ຮ່ວມໄວ້ອາໄລດວງວິນຍານອາສານາງອາມິຕາ ລິທິເດດ ອາສາກູ້ໄພມູນລະນິທິຊ່ວຍເຫຼືອຜູ້ດອຍໂອກາດ

R I P ຂໍສະແດງຄວາມເສຍໃຈມາຍັງ ອາສາ ນາງອາມິຕາ ລິທິເດດ ທີ່ໄດ້ຈາກເຮົາໄປໂດຍທີ່ບໍ່ມີວັນຫວນກັບຄືນມາອີກເຫຼືອໄວ້ແຕ່ຄວາມຊົງຈຳແລະຄຸນງາມຄວາມທີ່ເພິ່ນເຮັດໄວ້ໃນສັງຄົມປະຊາຊົນຈະບໍ່ລືມຄຸນງາມຄວາມດີທີ່ເພິ່ນເຮັດໄວ້ ຈາກ​ໄປຈາກໄປຍ້ອນພະຍາດຜູ້ກ່ຽວ

ຂໍໃຫ້ດວງວິນຍານຂອງອາສາອາມິຕາ ລິທິເດດຈົ່ງໄດ້ສູ່ພົມຂະຕິດ້ວຍເທີ້ນໄປເກີດທີ່ດີເຖິ່ງສຸກໄປຢູ່ບ່ອນເຂົ້າບໍ່ໄດ້ຫາປາບໍ່ໄດ້ຊື້ພຸ້ນເດີ
ອາສາກູ້ໄພມູນລະນິທິຊ່ວຍເຫຼືອຜູ້ດອຍໂອກາດ 

.

ຂໍໃຫ້ທຸກຄົນພິມຄຳວ່າ ສາທຸ ສາທຸ ສາທຸ ເພື່ອສົ່ງດວງວິນຍານຂອງນ້ອງໄປສູ່ສະຫວັນຊັ້ນຟ້າ

ແຈ້ງການດ່ວນ ຈັດຕັ້ງແລະປ້ອງກັນ ໂຄວິດ 3-18 ທັນວາ 2020 ເຂດເສດຖະກິດພິເສດບໍ່ເຕນ

ແຈ້ງການດ່ວນ ຈັດຕັ້ງແລະປ້ອງກັນ ໂຄວິດ 3-18 ທັນວາ 2020 ເຂດເສດຖະກິດພິເສດບໍ່ເຕນ
ຂໍໃຫ້ທຸກຄົນປອດໄພ 

.

ຂ່າວທີ່ມາ:
https://www.laophattananews.com/archives/95090

ລາຍງານ ດ່ວນ​ພົບຜູ້ຕິດເຊື້ອໂຄວິດ-19 ຢູ່ເຂດເສດຖະກິດພິເສດ 2​ ຄົນເປັນຄົນຈີນ

ລາຍງານ ດ່ວນ​ພົບຜູ້ຕິດເຊື້ອໂຄວິດ-19 ຢູ່ເຂດເສດຖະກິດພິເສດ 2​ ຄຄົນເປັນຄົນຈີນ

.

ລາຍລະອຽດຕາມເອກະສານລຸ່ມນີ້

ຂໍໃຫ້ທຸກຄົນຈົ່ງມີສະຕິລະວັງໂຕ ແລະ ຂໍໃຫ້ປອດໄພເດີ.

ດ່ວນ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ແຈ້ງຢຸດຕິການຂົນສົ່ງໂດຍສານ ແລະ ສີນຄ້າ ໄປແຂວງຫລວງນ້ໍາທາ.

ແຈ້ງການດ່ວນ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ແຈ້ງຢຸດຕິການຂົນສົ່ງໂດຍສານ ແລະ ສີນຄ້າ ໄປແຂວງຫລວງນ້ໍາທາ ເພາະພົບຜູ້ຕິດເຊື້ອໂຄວິດ19ຢູ່ແຂວງດັ່ງກ່າວ

.

ຂໍໃຫ້ທຸກຄົນປອດໄພ

ແຫຼ່ງທີ່ມາ: ສະຖານີວິທະຍຸ ໂທລະພາບແຂວງຜົ້ງສາລີ

ບໍ່ໜ້າເກີດເຫດແບບນີ້ເລີຍ ຈາກເຫດລະເບີດ ລົດຂົນຫີນກາວ ລັກລອບຂົນກະໂພກ ຢູ່ດ່ານແດນສະຫວັນ -ລາວບາວ ດັບ 2 ບາດເຈັບຫຼາຍຄົນ

ປະມານ 9 ໂມງປາຍ ວັນທີ 3 ທັນວາ 2020 ໄດ້ເກີດເຫດໄຟໄໜ້ ຢູ່ດ່ານແດນສະຫວັນ -ລາວບາວ, ບ້ານແດນສະຫວັນ, ເມືອງເຊໂປນ, ແຂວງສະຫວັນນະເຂດ ຄາດສາເຫດເບື້ອງຕົ້ນອາດຈະເກີດລະເບີດຈາກລົດເມ ທີ່ຂົນບັ້ງໄຟດອກ.

ຫຼ້າສຸດເຫດ ລົດຂົນຫີນກາວ ລັກລອບຂົນກະໂພກ ທາດລະເບີດບັ້ງໄຟພຸໄວໄຟ ພໍຮອດຈຸດກວດກາດ່ານພາສີສາກົນແດນສະຫວັນ ເມືອງເຊໂປນ ແຂວງສະຫວັນນະເຂດ ແລ້ວພະນັກງານຢູ່ດ່ານຂື້ນກວດ ການກວດກາແມ່ນເອົາໄມ້ໄປແທງຕາມຈຸດຕ່າງໆ ແຕ່ໂຊກຮ້າຍ ພໍແທງຖືກກະໂພກ ທີ່ມີທາດລະເບິດ ກໍ່ເຮັດໃຫ້ເກີດເຫດລະເບີດແລະໄຟໄຫມ້ຂື້ນຢ່າງຮຸນແຮງ ເຮັດໃຫ້ຄົນກວດກາເສຍຊີວິດຄາທີ່ຈຳນວນ 2 ຄົນ ຫາຍສາບສູນ 2 ຄົນ ແລະ ບາດເຈັບອີກຫລາຍຄົນ ສ່ວນອ້າຍນ້ອງພາສີບາງສ່ວນ ຊ່ວງນັ້ນພາກັນໄປກິນເຂົ້າ ເລີຍລອດຢ່າງປະຕິຫານ

ຈາກຂໍ້ມູນເບື້ອງຕົ້ນແມ່ນລົດແກ່ຫີນກາວຈາກລາວກຽມອອກໄປສູ່ຫວຽດນາມ ໄດ້ລັກເຊື່ອງປະເພດບັ້ງພຸ, ບັ້ງໄຟ ແລະ ກະໂພກເປັນຈຳນວນຫຼາຍ

ໂດຍເອົາຫີນກາວເຕັງໄວ້ ເມື່ອຮອດຈຸດກວດສາງພາສີ ເຈົ້າໜ້າທີ່ໄດ້ມີການເຂົ້າກວດກາ ຈື່ງເກີດລະເບີດດັ່ງທີ່ເຫັນໃນຄຣິບ ເຊີ່ງຜູ້ເສຍຊີວິດຄາທີ່ 2 ຄົນ ແລະ ໄດ້ຮັບບາດເຈັບຈຳນວນຫຼາຍ

ສ່ວນຜົນເສຍຫາຍນັ້ນຍັງບໍ່ສາມາດປະເມີນຄ່າໄດ້ ຖ້າມີລາຍລະອຽດເພີ່ມເຕີມຈະແຈ້ງອີກຕື່ມພາຍຫຼັງ

ຂໍສະແດງຄວາມເສຍໃຈດ້ວຍ

ທາງດ່ວນວຽງຈັນ-ວັງວຽງຈະເປີດບໍລິການໃນທ້າຍ ເດືອນ ທັນວານີ້

ບໍລິສັດຮ່ວມທຶນພັດທະນາ ທາງດ່ວນລາວ-ຈີນຈໍາກັດ ແຈ້ງຕໍ່ທີມງານວຽງຈັນທາຍເມື່ອບໍ່ດົນມານີ້ວ່າ: ໄດ້ເລື່ອນການເປີດເສັ້ນທາງດ່ວນວຽງຈັນ-ວັງວຽງໄປເປີດໃນລະຫວ່າງວັນທີ 20-30 ທັນວາ 2020 ຊຶ່ງຕາມແຜນແລ້ວແມ່ນຈະເປີດບໍລິການໃນວັນທີ 2 ທັນວາ 2020 ທີ່ຜ່ານມາເພື່ອເປັນການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ( 2 ທັນວາ 1975 – 2 ທັນວາ 2020) ແຕ່ເປີດບໍ່ທັນໄດ້ຍ້ອນການກໍ່ສ້າງບໍ່ສໍາເລັດຕາມແຜນ ໂດຍສະເພາະແມ່ນການກໍ່ສ້າງທາງຂຶ້ນລົງ, ຈຸດເກັບເງິນ, ການຕິດຕັ້ງໄຟເຍືອງທາງ, ອະນາໄມເສັ້ນທາງ ແລະ ອື່ນໆ.

ການກໍ່ສ້າງເສັ້ນທາງດັ່ງກ່າວ ມີມູນຄ່າການກໍ່ສ້າງ 1,3 ຕື້ໂດລາ, ມີຈຸດເລີ່ມຕົ້ນຢູ່ສາມແຍກສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ມີຄວາມຍາວປະມານ 109 ກິໂລແມັດ, ກວ້າງທັງໝົດ 23 ແມັດ.

ໂຄງການກໍ່ສ້າງທາງດ່ວນດັ່ງກ່າວແບ່ງອອກເປັນ 4 ໄລຍະ ຊຶ່ງທາງດ່ວນວຽງຈັນ ຫາວັງວຽງແມ່ນໄລຍະທີ 1, ໄລຍະທີ 2 ແມ່ນຈາກເມືອງວັງວຽງ ຫາ ແຂວງຫຼວງພະບາງ, ໄລຍະທີ 3 ຈາກແຂວງຫຼວງພະບາງ ຫາ ແຂວງອຸດົມໄຊ ແລະ ໄລຍະທີ 4 ຈາກແຂວງອຸດົມໄຊ ຫາ ຊາຍແດນບໍ່ເຕັນແຂວງຫຼວງນໍ້າທາ.

ຂ່າວ: ວຽງຈັນທາຍ

ລັດຈະເລັ່ງໃສ່ປັບປຸງແກ້ໄຂບັນຫາພະນັກງານລັດເຫຼືອບໍ່ພໍເນັ້ນຄຸນນະພາບເປັນຫຼັກ

ລັດຖະບານລາວຈະເລັ່ງປັບປຸງກົງຈັກຂອງອົງການລັດໃນແຕ່ລະຂັ້ນໂດຍສະເພາະຈະເນັ້ນປັບປຸງ ຄຸນນະພາບ ແລະ ການປະຕິບັດໜ້າທີ່ວຽກງານຂອງພະນັກງານລັດ ໂດຍເຮັດໃຫ້ຈໍານວນ ພະນັກງານລັດຫຼຸດລົງແຕ່ຄຸນນະພາບເພີ່ມຂຶ້ນ,  ນອກນັ້ນຍັງຈະປັບບັນດາໜ້າວຽກຕ່າງໆຂອງລັດໃຫ້ມັນ ແທດເໜາະ ແລະ ສອດຄ່ອງກັບສະພາບປັດຈຸບັນ.

ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວໄດ້ກ່າວສຸນທອນພົດໃນພິທີສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ (2 ທັນວາ 1975-2 ທັນວາ 2020)

ໃນຕອນເຊົ້າ ຂອງວັນທີ 2 ທັນວາ 2020 ທີ່ຜ່ານມາທີ່ ຫໍປະຊຸມແຫ່ງຊາດໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ:

ໃນຕໍ່ໜ້າຢາກໃຫ້ອົງການລັດແຕ່ລະຂັ້ນໃຫ້ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ສົມບູນຍິ່ງຂຶ້ນ, ປັບປຸງລະບົບການຈັດຕັ້ງກົງຈັກ ກົນໄກເຄື່ອນໄຫວຂອງບັນດາອົງການອໍານາດລັດແຕ່ ລະຂັ້ນໃຫ້ເຂັ້ມແຂງຄຽງຄູ່ກັບເຮັດໃຫ້ຈໍານວນລັດຖະກອນຫຼຸດໜ້ອຍລົງແຕ່ຄຸນນະພາບເພີ່ມຂຶ້ນ,

ໃຫ້ໃຊ້ຈ່າຍປະຢັດ, ເສີມຂະຫຍາຍທຸກຄວາມອາດສາມາດ ແລະ ທ່າແຮງທີ່ບົ່ມຊ້ອນສ້າງຖານ ການຜະລິດ  ແລະ ການບໍລິການໃຫ້ເຂັ້ມແຂງ ຮັບປະກັນການພັດທະນາແບບຍືນຍົງ ແລະ ເປັນເຈົ້າຂອງຕົນເອງ, ຫັນເອົາທ່າແຮງບົ່ມຊ້ອນໃຫ້ເປັນຂະແໜງເສດຖະກິດປາຍແຫຼມ, ສົ່ງເສີມວິສາຫະກິດພາຍໃນໃຫ້ຂະຫຍາຍຕົວ ແລະ ເຂັ້ມແຂງ  ສົ່ງເສີມຈັດສັນວຽກເຮັດງານ ທໍາໃຫ້ປະຊາຊົນເພື່ອລົບລ້າງຄວາມທຸກຍາກ ແລະ ແກ້ໄຂບັນຫາສິ່ງແວດລ້ອມ.

ສະຫາຍ ບຸນຍັງໄດ້ກ່າວຕື່ມວ່າ: ນອກນັ້ນຕ້ອງປັບປຸງສິ່ງອໍານວຍຄວາມສະດວກຕ່າງໆເພື່ອດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ, ພັດທະນາຊັບພະຍາກອນມະນຸດ ສ້າງສັງຄົມທີ່ປະຊາຊົນເປັນເຈົ້າ, ພັດທະນາສີມືແຮງງານລາວໃຫ້ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ,

ສະກັດກັ້ນການສວຍໃຊ້ອໍານາດຈາກເຈົ້າໜ້າທີ່ລັດ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ເພີ່ມທະວີວຽກງານແນວໂຮມຂອງພັກ, ປັບປຸງວຽກງານພັກໃຫ້ເຂັ້ມແຂງຮອບດ້ານ, ສືບຕໍ່ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ວຽກງານອື່ນໆ.

ຂ່າວ: ວຽງຈັນທາຍ

ສາເຫດທີ່ເກີດໄຟໄໝ້ຢູ່ດ່ານສາກົນ ທີ່ແຂວງສະຫວັນນະເຂດໃນຊ່ວງເຊົ້າຂອງວັນທີ່ 03/12/2020

ຈາກຂໍ້ມູນເບື້ອງຕົ້ນແມ່ນລົດແກ່ຫີນກາວຈາກລາວກຽມອອກໄປສູ່ຫວຽດນາມ ໄດ້ລັກເຊື່ອງປະເພດບັ້ງພຸ, ບັ້ງໄຟ ແລະ ກະໂພກເປັນຈຳນວນຫຼາຍ

ໂດຍເອົາຫີນກາວເຕັງໄວ້ ເມື່ອຮອດຈຸດກວດສາງພາສີ ເຈົ້າໜ້າທີ່ໄດ້ມີການເຂົ້າກວດກາ ຈື່ງເກີດລະເບີດດັ່ງທີ່ເຫັນໃນຄຣິບ ເຊີ່ງຜູ້ເສຍຊີວິດຄາທີ່ 2 ຄົນ ແລະ ໄດ້ຮັບບາດເຈັບຈຳນວນຫຼາຍ

ສ່ວນຜົນເສຍຫາຍນັ້ນຍັງບໍ່ສາມາດປະເມີນຄ່າໄດ້ ຖ້າມີລາຍລະອຽດເພີ່ມເຕີມຈະແຈ້ງອີກຕື່ມພາຍຫຼັງ

.

ທີ່ມາ: ໜັງສືພິມລາວພັດທະນາ

ດ່ວນ! ບໍ່ແກ້ວສັ່ງໂຈະ ກິດຈະການເດີນເຮືອຂົນສົ່ງສິນຄ້າແລະ ການນຳເຂົ້າ-ສົ່ງອອກສິນຄ້າທຸກປະເພດ

ດ່ວນ! ບໍ່ແກ້ວສັ່ງໂຈະ ກິດຈະການເດີນເຮືອຂົນສົ່ງສິນຄ້າແລະ ການນຳເຂົ້າ-ສົ່ງອອກສິນຄ້າທຸກປະເພດ ເນື່ອງຈາກປະເທດໃກ້ຄຽງ ມີການລະບາດຂອງພະຍາດໂຄວິດ-19 ເພີ່ມຂຶ້ນ

ຫ້ອງວ່າການແຂວງບໍ່ແກ້ວ ໄດ້ອອກແຈ້ງການ ເລື່ອງ: ການໂຈະ ກິດຈະການເດີນເຮືອຂົນສົ່ງສິນຄ້າຜ່ານຈຸດດ່ານສາກົນບ້ານມອມ ແລະ ການນຳເຂົ້າ-ສົ່ງອອກສິນຄ້າທຸກປະເພດ.

ເນື່ອງຈາກສະພາບການລະບາດ ຂອງພະຍາດໂຄວິດ-19 ຢູ່ບັນປະເທດໃກ້ຄຽງ ທີ່ຕິດຊາຍແດນກັບແຂວງບໍ່ແກ້ວ (ແຂວງຊຽງໃໝ່, ຊຽງຣາຍ ຣາຊະອານາຈັກໄທ, ແຂວງທ່າຂີ້ເຫຼັກ ສ.ມຽນມາ) ນັບມື້ເພີ່ມຂຶ້ນ.

ຫ້ອງວ່າການແຂວງບໍ່ແກ້ວ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານ ຊາບວ່າ: ສະຖານະການຢູ່ໃນໂລກ ແລະພາກພື້ນ ໃນປະຈຸບັນເວົ້າລວມ, ເວົ້າສະເພາະປະເທດໃກ້ຄຽງ (ແຂວງທ່າຂີ້ເຫຼັກ ສ.ມຽນມາ ແລະ ແຂວງຊຽງໃໝ່,ຊຽງຣາຍ ຣາຊະອານາຈັກໄທ) ໄດ້ມີກໍລະນີຕິດເຊື້ອພະຍາດໂດວິດ-19 ໃໝ່ ແລະ ນັບມື້ເພີ້ມຂຶ້ນ

ຊື່ງແຂວງບໍ່ແກ້ວໄດ້ນອນຢູ່ໃນສະຖານະການ ທີ່ມີຄວາມສ່ຽງຕິດເຊື້ອພະຍາດໂຄວິດ-19 ສູງ ຕໍ່ການເຂົ້າ-ອອກ ຂອງພົນລະເມືອງ ນັບທັງຜູ້ລັກລອບເຂົ້າເມືອງບໍ່ຖືກຕ້ອງ ແລະ ຖືກຕ້ອງຕະຫຼອດເຖີງຄົນຂັບເຮືອ ແລະ ກໍາມະກອນ; ສະນັ້ນ, ເຮືອບັນທຸກສິນຄ້າ

ຈຶ່ງໄດ້ໂຈະການເດີນເຮືອ ແລະ ການ ນຳເຂົ້າ-ສົ່ງອອກສິນຄ້າ ທຸກປະເພດ ຢູ່ຈຸດດ່ານສາກົນບ້ານມອມ, ດ່ານສາກົນສາມຫຼ່ຽມຄໍາ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວຊົ່ວຄາວເລີ່ມແຕ່ວັນທີ 5 ທັນວາ 2020 ເປັນຕົ້ນໄປ ຈົນກວ່າສະຖານະການ ຈະເຂົ້າສູ່ພາວະປົກກະຕິ, ທັງນີ້ກໍ່ເພື່ອຮັບ ປະກັນຊີວິດ, ຊັບສິນຂອງປະຊາຊົນບັນດາເຜົ່າພາຍໃນແຂວງບໍ່ແກ້ວ.

ດັ່ງນັ້ນ, ຈື່ງແຈ້ງມາຍັງແຕ່ລະພາກສ່ວນຮັບຊາບ ແລະ ຈັດຕັ້ງປະຕິບັດ ຕາມແຈ້ງການສະບັບນີ້ ໃຫ້ໄດ້ຮັບຜົນດີ.

ເຊັນສັນຍາ ການບໍລິການຮັບເງິນສົດຕາມຈຸດສະຖານີທາງດ່ວນ ວຽງຈັນ-ວັງວຽງ ຜ່ານ BCEL

ກຸ່ມບໍລິສັດ ຢຸນນານ ກໍ່ສ້າງ-ລົງທຶນ ແລະ ຖືຮຸ້ນ ຈຳກັດ ຮ່ວມກັບ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ໄດ້ເຊັນສັນຍາວ່າດ້ວຍ ການບໍລິການຮັບເງິນສົດຕາມຈຸດສະຖານີທາງດ່ວນ ວຽງຈັນ-ວັງວຽງ.ພິທີເຊັນສັນຍາດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 27 ພະຈິກ 2020 ທີ່ໂຮງແຮມເມືອງແທ່ງ ນະຄອນຫຼວງວຽງຈັນ (ນວ)

ລະຫວ່າງ ທ່ານ ທ່າງ ຢົງຄົ້ວ ປະທານບໍລິສັດຮ່ວມທຶນພັດທະນາທາງດ່ວນລາວ-ຈີນ ຈຳກັດ ກັບ ທ່ານ ພູຂົງ ຈັນທະຈັກ ຜູ້ອຳນວຍການໃຫຍ່ ທຄຕລ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ, ປະທານສະພາບໍລິຫານ ທຄຕລ;

ທ່ານ ນາງ ລຳມອນ ສິມມະໄລວົງ ຮອງຫົວໜ້າກົມຊຳລະສະສາງ, ທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍຄະນະກົມທີ່ກ່ຽວຂ້ອງ, ອໍານວຍການ, ຄະນະພະແນກ, ສູນ ແລະ 3 ສາຂາ ຂອງ ທຄຕລ ພາຍໃນ ນະຄອນຫຼວງວຽງຈັນ ຕະຫຼອດຮອດພະນັກງານຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ພູຂົງ ຈັນທະຈັກ ກ່າວວ່າ: ໂຄງການທາງດ່ວນ ນວ-ວັງວຽງ ເປັນອີກໜຶ່ງໃນໂຄງການຮ່ວມມືທີ່ສຳຄັນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ ແລະ ພື້ນຖານໂຄງລ່າງຂອງ ສປປ ລາວ.

ໃນນີ້, ທຄຕລ ພວກເຮົາກໍ່ໄດ້ມີສ່ວນຮ່ວມໃນການສະໜອງບໍລິການໃນໂຄງການດັ່ງກ່າວ ໃຫ້ແກ່ບໍລິສັດຮ່ວມທຶນພັດທະນາທາງດ່ວນລາວ-ຈີນ ຈຳກັດ ເຊິ່ງໃນເບື້ອງຕົ້ນແມ່ນ ທຄຕລ ຈະໃຫ້ບໍລິການໃນການເຄື່ອນຍ້າຍເງິນສົດຕາມຈຸດສະຖານີຕ່າງໆໃຫ້ແກ່ບໍລິສັດ.

ທັງນີ້, ໂຄງການທາງດ່ວນ ນວ-ວັງວຽງ ຖືເປັນເສັ້ນທາງດ່ວນທໍາອິດທີ່ຈະເປີດນໍາໃຊ້ໃນ ສປປ ລາວ, ເປັນບາດກ້າວໜຶ່ງທີ່ສຳຄັນໃນການພັດທະນາປະເທດຊາດ ແລະ ກໍເປັນວຽກງານທີ່ສໍາຄັນຂອງ ທຄຕລ ໃນການໃຫ້ບໍລິການ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຊຳລະຄ່າຜ່ານທາງດ່ວນຂອງປະຊາຊົນຜູ້ຊົມໃຊ້, ຮັບປະກັນການເກັບຄ່າຜ່ານທາງໃຫ້ແກ່ເຈົ້າຂອງໂຄງການຢ່າງຄົບຖ້ວນ ແລະ ໂປ່ງໃສ.

ພ້ອມສະແດງຄວາມຂອບໃຈຕໍ່ຄະນະບໍລິຫານໂຄງການທາງດ່ວນທີ່ໃຫ້ຄວາມເຊື່ອໝັ່ນ ແລະ ເລືອກໃຊ້ບໍລິການຂອງ ທຄຕລ, ສັນຍາວ່າຈະເອົາໃຈໃສ່ໃນການໃຫ້ບໍລິການເພື່ອອໍານວຍຄວາມສະດວກໃນການຊຳລະສະສາງຕ່າງໆຂອງລູກຄ້າຜ່ານ ທຄຕລ.

ທາງດ່ວນ ນວ-ວັງວຽງ ເປັນໂຄງການກໍ່ສ້າງທາງດ່ວນໄລຍະທີ 1 ມີຄວາມຍາວ 109 ກິໂລແມັດ ນັບແຕ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ແຂວງວຽງຈັນ, ໜ້າທາງກວ້າງ 23 ແມັດ ມີ 4 ຊ່ອງທາງຈະລາຈອນ, ມີ 2 ແລວ ໄປ-ກັບ, ມີອຸໂມງ 1 ແຫ່ງ ຢູ່ເຂດພູພະ, ມີຂົວຂ້າມ 34 ແຫ່ງ ເຊິ່ງປະກອບດ້ວຍຂົວຂ້າມທາງ ເລກທີ 13 ເໜືອ 3 ຈຸດ, ຂ້າມທາງລົດໄຟ 4 ຈຸດ ແລະ ຂ້າມທາງເຂົ້າບ້ານທົ່ວໄປ 23 ຈຸດ ແລະ ຈຸດເຊື່ອມຕໍ່ເຂົ້າ-ອອກມີ 7 ຈຸດຄື: ບ້ານສີເກີດ, ບ້ານນາຊອນ, ບ້ານບົວບ້ານສະກ້າ, ບ້ານໂພນໂຮງ, ບ້ານຫີນເຫີບ ແລະ ວັງວຽງ

ຂ່າວ: ສັນຕິ