ເສບຂ່າວຢ່າງມີສະຕິ ທາງດ່ວນວຽງຈັນ-ວັງວຽງ ຍັງບໍ່ທັນເປີດເທື່ອ.

ເປັນຂ່າວຮືຮາກັນຢ່າງໃຫ່ຍວ່າທາງດ່ວນວຽງຈັນ-ວັງວຽງຈະເປີດໃຊ້ໃນ ວັນທີ່ 1-2 ທັນວານີ້ ເພາະເພຈຕ່າງໆແຈ້ງມາ. ຊື່ງພໍ່ແມ່ພີ່ນ້ອງຫຼາຍຄົນກໍ່ວາງແຜນກັນໄປທ່ຽວຢ່າງໃຫ່ຍເພື່ອຈະໄດ້ລອງທາງງາມໆ(ທາງດ່ວນທຳອິດຂອງລາວ) ແຕ່ຊັ້ນເປັນພຽງຂ່າວລື.

ເພາະເພີ່ນຍັງສ້າງບໍ່ສຳເລັດ100%ເທື່ອອົດໃຈລໍກ່ອນເດີຂອງດີມາດຕະຖານຕ້ອງໃຊ້ເວລາແດ່ຄືຊິຍັງດົນຢູ່ອາດຈະປີໜ້າ ບໍ່ແມ່ນເຮັດປຶບປັບຄືທາງຫຼວງແຫ່ງຊາດ13

ຖ້າຈະຂື້ນມາທາງນີ້ກະອົດໄປຂີ່ທາງຢາງໝົດກ່ອນເດີ.ໝົດຈົນມີແຕ່ຂຸມ,ມີແຕ່ຝຸ່ນ.ໃສ່ໝວກກັນນ໋ອດໃສ່ແວ່ນຕາກະຍັງຄີວແດງຢູ່ເວນຊ້ຳກຳ.

ອັບເດດມື້ນີ້ ທີ່ 1/12/2020 (ເວລາ 11:30)

.

ທີ່ມາ:

ບໍ່ແກ້ວ ເສດຖະກິດ​ຂະຫຍາຍຕົວ​ 7,4%, ​ສະເລ່ຍລາຍ​ຮັບ​ຕໍ່​ຫົວ​ຄົນ……….

ສະຫາຍ ບຸນ​ຄົງ​ ນາມ​ມະ​ວົງ ກຳມະການ​ສຳຮອງ​ສູນ​ກາງ​ພັກ ເລຂາ​ພັກ​ແຂວງ​-​ເຈົ້າແຂວງ​ບໍ່​ແກ້ວ ໄດ້​ກ່າວ​ວ່າ: ແຂວງ​ບໍ່​ແກ້ວ​ຕັ້ງ​ຢູ່​ທິດ ຕາເວັນຕົກ​ສ່ຽງ​ເໜືອ​ຂອງ​ປະເທດ​ລາວ, ມີ​ເນື້ອ ທີ່ 6.196 ກິໂລ​ຕາ​ແມັດ, ທິດ​ຕາເວັນ​ຕົກ​ຕິດ​ກັບ​ລາຊະ​ອານາຈັກ​ໄທ ຍາວ 145 ກິໂລແມັດ (ທາງບົກ 48 ກິໂລແມັດ ແລະ ທາງນ້ຳ​ຂອງ​ຍາວ 97 ກິໂລແມັດ);

ທິດເໜືອ ຕິດ​ກັບ​ປະເທດ ສ.ມຽນ​ມາ ຍາວ 98 ກິ ໂລ​ແມັດ (ທາງ​ແມ່ນ້ຳ​ຂອງ), ທິດຕາເວັນອອກ​ຕິດ​ກັບ​ແຂວງ​ຫຼວງ​ນ້ຳ​ທາ​ຍາວ 100 ກິໂລແມັດ ແລະ ແຂວງ ອຸດົມ​ໄຊ ​ຍາວ 110 ກິໂລແມັດ ແລະ ທາງ​ທິດໃຕ້​ຕິດ​ກັບ​ແຂວງ​ໄຊ​ຍະ​ບູ​ລີ ຍາວ 35 ກິໂລ​ແມັດ.

ສຸມໃສ່ຂຸດຄົ້ນທ່າແຮງທີ່ມີ ພັດທະນາເສດຖະກິດ-ສັງຄົມຂອງແຂວງຮອດ​ປັດຈຸ​ບັນອົງຄະ​ນະ​ພັກ​ແຂວງ​ບໍ່​ແກ້ວ ໄດ້​ເປີດ​ກອງ​ປະຊຸມ​ໃຫຍ່​ຂອງ​ຕົນ​ໄດ້ 6 ຄັ້ງ ພາຍ​ໃຕ້​ການ​ຊີ້​ນໍາ-ນໍາ​ພາ​ຂອງ​ອົງຄະ​ນະ​ພັກ​ແຂວງ ແຕ່​ລະສະ​ໄໝ ມີຄວາມ​ຮັບຜິດຊອບ ແລະ ຕັດ ສິນ​ໃຈ​ສູງ ໃນ​ການ​ຜ່ານ​ຜ່າ​ອຸປະສັກ​ຄວາມ​ຫຍຸ້ງຍາກ, ໄປ​ຄຽງ​ຄູ່​ກັບ​ການ​ເສີມ​ຂະຫຍາຍ​ຈິດໃຈ​ເອກະລາດ,

ເປັນ​ເຈົ້າ​ຕົ້ນ​ເອງ​ເທື່ອ​ລະ​ກ້າວ, ອັນ​ໄດ້​ເຮັດ​ໃຫ້​ແຂວງ​ບໍ່​ແກ້ວ​ຂອງ​ພວກ​ເຮົາ ສາມາດ​ຍາດ​ໄດ້​ໄຊຊະນະ, ຜົນ​ສໍາ​ເລັດ​ໃນ​ຫຼາຍ​ດ້ານ ທີ່​ເປັນ​ໜ້າ​ພາກພູມ​ໃຈ, ເປັນຕົ້ນ: ເຮັດ​ໃຫ້​ແຂວງ​ບໍ່​ແກ້ວ ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ, ສັງຄົມ​ມີ​ຄວາມ​ສະຫງົບ, ເສດຖະກິດ​ສືບຕໍ່​ມີ​ການ​ຂະ​ຫາຍ​ຕົວຢ່າງ​ຕໍ່​ເນື່ອງ

ຊຶ່ງ​ສະແດງ​ອອກ​ໃນ​ໄລຍະ 5 ປີຜ່ານມາ ສະພາບ​ການ​ພັດທະນາ​ເສດຖະກິດ​ຂອງ​ແຂວງ​ບໍ່​ແກ້ວ ມີ​ທ່າແຮງ​ທີ່​ເປັນ​ພື້ນຖານ​ທີ່​ດີ ໂດຍ​ຫັນ​ເອົາ​ເປັນ 7 ແຜນ​ງານ, 52 ໂຄງການ, 21 ໂຄງການ​ບຸລິ​ມະ​ສິດສອດ ຄ່ອງ​ກັບ​ແຜນ​ພັດທະນາ​ຂອງ​ລັດຖະບານ ແລະ ຮັບຮອງ​ຈາກ​ສະພາ, ສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ, ຊຶ່ງ​ໄດ້​ຖື​ເອົາ​ການ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ​ເປັນໃຈ​ກາງ ໃນ​ນີ້, ຖື​ເອົາ​ການ​ພັດທະນາ ແລະ ສົ່ງເສີມ​ການທ່ອງທ່ຽວ​ເປັນໃຈ​ກາງ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ​ແຂວງ.

ພວກ​ເຮົາ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ ກ່ຽວ​ກັບ​ການ​ສົ່ງເສີມ​ການ​ລົງທຶນ, ການທ່ອງທ່ຽວ ແລະ ຕັ້ງໜ້າ​ປຸກລະດົມ​ທຸກ​ພາກສ່ວນ​ທັງ​ພາຍ​ໃນ ແລະ ຕ່າງປະເທດ​ປະກອບສ່ວນ​ເຂົ້າ​ໃນ​ການຈັດຕັ້ງ​ປະຕິບັດ​ໂຄງການ​ພັດທະນາ ກໍ​ຄື​ການ​ຊຸກຍູ້, ສົ່ງເສີມ​ການ​ຜະລິດ​ສິນຄ້າ ແລະ ການ​ບໍລິການ​ຢ່າງ​ເປັນ​ຂະບວນ​ຟົດຟື້ນ, ແຂງແຮງ ມີ​ຜົນສຳເລັດ​ຕົວ​ຈິງ​ເປັນ​ກ້າວໆ,

ເສດຖະກິດ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ, ໝັ້ນ​ທ່ຽງ ແລະ ຖືກ​ທິດ; ໃນ​ປີ 2019 ລວມ​ຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ GDP ບັນລຸ 3.181,82 ຕື້​ກີບ, ເສດຖະກິດ​ຂະຫຍາຍຕົວ​ໃນ​ລະດັບ 7,4%, ສະເລ່ຍ​ລາຍ​ຮັບ​ຕໍ່​ຫົວ​ຄົນ​ໄດ້ 1.900,18 ໂດ​ລາ, ສະເລ່ຍ​ເຂົ້າ​ກິນ 460 kg/ຄົນ/ປີ.

ປັດຈຸ​ບັນ​ທົ່ວ​ແຂວງ ມີ​ບ້ານ​ພັດທະນາ​ຮອບດ້ານ 73 ບ້ານ, ສ້າງ​ບ້ານ​ໃຫຍ່ ເປັນຕົ້ນ​ເມືອງ​ນ້ອຍ​ໃນ​ຊົນນະບົດ ໄດ້ 1 ບ້ານ, ສ້າງ​ບ້ານ​ວັດ​ທະ​ນະ​ທໍາ​ໄດ້ 185 ບ້ານ ເທົ່າ​ກັບ 74,59% ແລະ ກຸ່ມ​ບ້ານ​ວັດ​ທະ​ນະ​ທໍາ 10 ກຸ່ມ​ເທົ່າ​ກັບ 23,80% , ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ແຂວງ 1.608.622 ເທື່ອ​ຄົນ ທຽບໃສ່ 5 ປີຜ່ານມາ

ເພີ່ມ​ຂຶ້ນ 86,14%, ລື່ນ​ແຜນການ 31%. ສ້າງ​ລາຍ​ຮັບ​ສໍາ​ພັດ​ຈາກ​ການ ທ່ອງ​ທ່ຽວ​ໄດ້ 86,66 ລ້ານ​ໂດ​ລາ​, ສ້າງ​ບ້ານ​ແບບຢ່າງ​ສາທາລະນະ​ສຸກ​ໄດ້ 224 ບ້ານ ກວມ 90,32%, ອັດຕາ​ຊົມ​ໃຊ້​ນໍ້າ​ສະອາດ​ບັນລຸ 94,52%, ອັດຕາ​ຊົມໃຊ້​ວິດຖ່າຍ​ຄົວ​ເຮືອນ 88,73%, ສ້າງ​ບ້ານ​ແບບຢ່າງ​ປະຕິບັດ​ກົດໝາຍ​ໄດ້ 211 ບ້ານ,

ມີ​ເສັ້ນທາງ​ຈາກ​ຕົວ​ເມືອງ ໄປ​ຫາ​ຊົນນະບົດສາມາດ​ທ່ຽວ​ໄດ້ 2 ລະດູ, ມີ​ບ້ານ​ຊົມ​ໃຊ້​ໄຟຟ້າ​ແລ້ວ 240 ບ້ານ ກວມ 97,77% ປະຊາຊົນ​ໄດ້​ຊົມໃຊ້​ສັນຍາ​ໂທລະສັບ ລະບົບ​ອິນ​ເຕີ​ເນັດ (2G, 3G ແລະ 4,5G) ຄວບ​ຄຸມ​ໄດ້ 5 ເມືອງ​ເຂົ້າ​ເຖິງ 245 ບ້ານ ກວມ​ເອົາ 98,79%, ລຶບ​ລ້າງ​ເມືອງ​ທຸກ​ຍາກ ໄດ້ 2 ບ້ານ, ລຶບ​ລ້າງ​ບ້ານ​ທຸກ​ຍາກ​ຍັງ​ເຫຼືອ 31,45% ຂອງ​ຈໍາ​ນວນ​ບ້ານ​ທັງ​ໝົດ​ທົ່ວ​ແຂວງ, ໃນ​ໄລຍະ 5 ປີຜ່ານມາ ສາມາດ​ສ້າງ​ສີມື​ແຮງ​ງານ​ໄດ້ 4.832 ຄົນ, ຍິງ 2.337 ຄົນ ສະໜອງ​ແຕ່​ລະ​ຂົງເຂດ​ວຽກ​ງານ​ທີ່​ມີ​ຄວາມ​ຕ້ອງ​ການ.

ວອນສັງຄົມຊ່ວຍເຫຼືອ…!!!ໄຟໄໝ້ເຮືອນໝົດກ້ຽງ ບໍ່ທັນໄດ້ຫຍັງຈັກຢ່າງ ເຫຼືອແຕ່ເຄື່ອງຄາຄີງ

ຜູ້ໃຊ້ເຟສບຸກຊື່ Noymany Moungmay ໄດ້ໂພສວ່າ: ສະບາຍເພື່ອນເຟສທຸກຄົນ ໃນວັນທີ 30/11/2020 ໄຟໄຫມ້ເຮືອນຫມູ່ຂ້າພະເຈົ້າ
ຢູ່ ບ້ານ ວຽງແກ້ວ ເມືອງ ໄຊທານີ ນະຄອນຫລວງວຽງຈັນ ແຕ່ໃນເວລາທີ່ໄຫມ້ ບໍ່ມີໃຜຢູ່ເຮືອນ ຈຶ່ງບໍ່ທັນໄດ້ຫຍັງຈັກຢ່າງ ນອກຈາກເຄື່ອງຄາຄີງ.

.

ສະນັ້ນ ຂ້າພະເຈົ້າ ຈຶ່ງຂໍຄວາມຊ່ວຍເຫລືອ ນຳຫມູ່ເພື່ອນພີ່ນ້ອງ ຜູ້ທີ່ມີນໍ້າໃຈ ຢາກຊ່ວຍເຫລືອ ຫມູ່ຂ້າພະເຈົ້າ ບໍ່ວ່າຈະເປັນເຄື່ອງນຸ່ງຫົ່ມ ຫລື ເຄື່ອງໃຊ້ສອຍຕ່າງໆ
ຫລື ຖ້າເປັນເງິນກໍ່ສາມາດໂອນເຂົ້າໃນ ບັນຊີ ເຈົ້າຂອງເລີຍເດີ້.

ສຳຫລັບຫມູ່ຄູ່ຂອງຂ້າພະເຈົ້າຢູ່ໃນອາເມຣິກາທີ່ຢາກຊ່ວຍເຫລືອນ້ຳໃຈກໍສາມາດຊ່ວຍໄດ້ເດິ້ ຕອນນີ້ກຳລັງລະດົມທຶນຊ່ວຍເຫລືອຫມູ່ ຂໍເປັນກຳລັງໃຈໃຫ້ ຊິອັບເດດຕື່ນເດິ້ ຂໍຂອບໃຈ

.

.

ໜຸ່ມໄຮໂຊສຸດເຈົ້າຊູ້ ຄວງເມຍທີ່ກຳລັງຖືພາພ້ອມກັນ6ຄົນ ອອກງານແຕ່ງ

ເປັນທີ່ຮືຮາຂອງຊາວເນັດ ຫຼັງເວັບໄຊຕ໌ ເດລີສຕາ ໄດ້ເວົ້າເຖິງການຮ່ວມງານແຕ່ງດອງຂອງໜຸ່ມເພຼບອຍ (ໜຸ່ມເຈົ້າຊູ້) ຄົນໜຶ່ງທີ່ເອີ້ນໄດ້ວ່າຍາດຄວາມສົນໃຈເຈົ້າບ່າວເຈົ້າສາວສຸດໆ ເລື່ອງທີ່ເຂົາໄດ້ເອົາສາວໆໄປງານດອງນຳ ແຕ່ເອົາໄປຄົນດຽວມັນກໍ່ຈະບໍ່ເທ່ບໍ່ເຈົ້າສູ້ ຈຶ່ງເອົາສາວໆໄປພ້ອມກັນເລີຍ6ຄົນ ເທົ່ານັ້ນຍັງບໍ່ພໍສາວໆທຸກຄົນຍັງຖືພາອີກດ້ວຍ.

ຊາຍຄົນນີ້ມີຊື່ວ່າ Mike Eze-Nwalie Nwogu ຫຼືເປັນທີ່ຮູ້ຈັກກັນໃນຊື່ Pretty Mike ເຈົ້າຂອງ Club ໃນລາກອສ ປະເທດໄນຈີເຣຍ ໜຶ່ງໃນຄົນດັງທີ່ມີຊື່ສຽງດ້ານການເປັນເພຼບອຍຕົວພໍ່ ເຂົາມັກເປີດເຜີຍໂຊຄວາມສຳພັນຂອງເຂົາກັບສາວໆໃນໂຊຊ່ຽວຕະຫຼອດ.

Mike ຖືກເຊີນໃຫ້ຮ່ວມງານແຕ່ງງານເມື່ອວັນເສົາທີ່ຜ່ານມາ ເຂົາແລະສາວໆທັງ 6ຄົນຍ່າງເຂົ້າງານມາພ້ອມກັນ ເຂົາມາໃນຊຸດສີບົວເດັ່ນໆ ຂະນະທີ່ສາວໆມາໃນຊຸດສີເງິນເປັນຄອນເຊັບດຽວກັນ ໂດຍທັງ6ຄົນຖືພາພ້ອມກັນແລະເຂົາຍັງບອກອີກວ່າລາວເປັນພໍ່ຂອງເດັກຢູ່ໃນທ້ອງທັງໝົດອີກດ້ວຍ.

ຊ່ວຍແຊຣ໌ປະກາດຫາເຈົ້າຂອງໂທລະສັບ iPhone 11 ພົນລະເມືອງດີເກັບໂທລະສັບໄດ້.

ປະກາດຫາເຈົ້າຂອງໂທລະສັບນີ້ຄືຮູບຂອງເຈົ້າຂອງໂທລະສັບ,ຜົວຂອ້ຍໄປວຽກມາຮອດ4ແຍກພະຂາວ(ທີມາກ)ເວລາ12ໂມງກາງຄືນໄດ້ເກັບໂທລະສັບນີ້ໄດ້ຂໍຄວາມຊວ່ຍເຫລືອກົດແຊຫາເຈົ້າຂອງເພີນແດ່ຖ້າໄຜ່ຮູ້ຈັກລາວບອກລາວ

.

.

.

ຕິດຕໍ່ຫາຂອ້ຍເບີ02058166591ຂອ້ຍຍູ່(ບ້ານພະຂາວ)ຂອບໃຈ

ໂຮງງານກັ່ນນໍ້າມັນເຊື້ອໄຟແຫ່ງທໍາອິດໃນລາວ ສາມາດເລີ່ມການຜະລິດໄດ້ແລ້ວ

ໂຮງກັ່ນນໍ້າມັນທີ່ມີກຳລັງການຜະລິດ 3 ລ້ານໂຕນ/ປີ ຂອງບໍລິສັດເປໂຕຼເຄມີລາວ ຈຳກັດ ສາມາດເລີ່ມທໍາການຜະລິດນໍ້າມັນເຊື້ອໄຟໃນໄລຍະທີ 1 ໄດ້ແລ້ວ ເຊັ່ນ: ນໍ້າມັນແອັດຊັງ, ກາຊວນ, ນໍ້າມັນຍົນ ແລະອື່ນໆ…ເຊິ່ງໄດ້ເປີດການຜະລິດຢ່າງເປັນທາງການໃນວັນທີ 30 ພະຈິກ 2020 ຢູ່ທີ່ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ.

ເຂົ້າຮ່ວມເປັນກຽດໃນພິທີເປີດໂຮງງານຢ່າງເປັນທາງການ ໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະການລົງທຶນ, ທ່ານ ຈ່ຽງຈ້າຍຕົງ ເອກອັກຄະລັດຖະທູດຈີນ ປະຈໍາລາວ, ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາຄະນະບໍລິຫານງານສູນກາງພັກ, ອະດີດຮອງນາຍົກ, ມີບັນດາລັດຖະມົນຕີທີ່ກ່ຽວຂ້ອງ ພ້ອມດ້ວຍພາກສ່ວນທີ່ຮັບຜິດຊອບເຂົ້າຮ່ວມ.

ຕາມຂໍ້ມູນໃຫ້ຮູ້ວ່າ: ໂຄງການກັ່ນນໍ້າມັນແຫ່ງທໍາອິດຂອງລາວແຫ່ງນີ້ ໄດ້ລົງທຶນກໍ່ສ້າງໂດຍກຸ່ມບໍລິສັດຢຸນນານລົງທຶນ ແລະກໍ່ສ້າງຫຸ້ນສ່ວນ ຈໍາກັດ ຮ່ວມກັບລັດວິສາຫະກິດນໍ້າມັນເຊື້ອໄຟລາວ ພ້ອມດ້ວຍວິສາຫະກິດລາວ-ຈີນ ໂດຍແບ່ງອອກເປັນ 3 ໄລຍະຂອງການກໍ່ສ້າງ ເຊິ່ງຄັ້ງນີ້ແມ່ນຜົນສໍາເລັດໃນໄລຍະທີ 1 ເຊິ່ງມີກຳລັງການຜະລິດ 1 ລ້ານໂຕນ/ປີ, ແຕ່ລະປີຈະສາມາດຜະລິດນໍ້າມັນແອັດຊັງ, ກາຊວນ, ນໍ້າມັນຍົນ, ແກ໊ສແຫຼວ(LPG), ທາດມາດ, ຢາງໝາກຕ໋ອຍປູທາງ, Polypropylene, Polystyrene ແລະຜະລິດຕະພັນເປໂຕຼເຄມີອື່ນໆ ຕາມມາດຕະຖານສາກົນ Euro V, ເພື່ອສະໜອງຜະລິດຕະພັນນໍ້າມັນຫຼາກຫຼາຍຊະນິດທີ່ປອດໄພ ແລະໝັ້ນຄົງໃຫ້ແກ່ ລາວ.

ສ່ວນໄລຍະທີ 2, ທີ 3 ຈະສືບຕໍ່ຂະຫຍາຍສາຍການຜະລິດ, ຂະຫຍາຍກໍາລັງການຜະລິດ, ເພີ່ມທະວີໃນການພັດທະນາເຊື້ອໄຟຊີວະພາບ ແລະພະລັງງານສະອາດ ພັດທະນາໂຄງການໃຫ້ສາມາດບັນລຸການກັ່ນນໍ້າມັນໄດ້ 3 ລ້ານໂຕນ/ປີ ໂດຍອີງໃສ່ຄວາມອຸດົມສົມບູນຂອງມັນຕົ້ນ, ປາມນໍ້າມັນ ແລະຊັບພະຍາກອນກະສິກໍາອື່ນໆໃນລາວ ສົງເສີມໃຫ້ຂະແໜງການປູກຝັງ ແລະພະລັງງານທົດແທນມີການພັດທະນາຫຼາຍຂຶ້ນ. ທ່ານ ປານີ ພວງເພັດ ຮອງອໍານວຍການບໍລິສັດເປໂຕຼເຄມີລາວ ຈຳກັດ ໃຫ້ສໍາພາດວ່າ ການເປີດນໍາໃຊ້ໂຮງກັ່ນນໍ້າມັນນີ້ ຍັງເປັນການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະກໍ່ເປັນຂອງຂວັນໃຫ້ແກ່ ສປປ ລາວ ເຊິ່ງປະເທດລາວສາມາດມີບ່ອນຜະລິດນໍ້າມັນໄດ້ຫຼາກຫຼາຍປະເພດດ້ວຍຕົນເອງ ຮວມທັງຜະລິດຕະພັນນໍ້າມັນຊີວະພາບ ເຊິ່ງເປັນທ່າແຮງສົ່ງເສີມຂະແໜງກະສິກໍາໃຫ້ເຕີບໃຫຍ່ອີກດ້ວຍ.

ຍິ່ງໄປກວ່ານັ້ນ, ຍັງຫຼຸດຜ່ອນການນຳເຂົ້ານ້ຳມັນເຊື້ອໄຟສຳເລັດຮູບ ແລະສົ່ງຜົນດີຕໍ່ການເຕີມເຕັມຊ່ອງວ່າງໃນຂົງເຂດການຜະລິດອຸດສາຫະກໍາເປໂຕຼເຄມີຂອງລາວ ແລະຈະເຮັດໃຫ້ລາຄານໍ້າມັນໃນລາວຫຼຸດລົງ ພ້ອມດຽວກັນນັ້ນ ຍັງເປັນບ່ອນສ້າງອາຊີບໃຫ້ກັບປະຊາຊົນລາວ, ສ້າງບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດດ້ານວິຊາການ, ດ້ານວິທະຍາສາດນໍ້າມັນເຊື້ອໄຟ ແລະອື່ນໆ ເຊິ່ງເປັນການປະກອບສ່ວນສ້າງເສດຖະກິດ-ສັງຄົມໃຫ້ມີການພັດທະນາຍິ່ງຂຶ້ນ.

ໂຮງກັ່ນນໍ້າມັນດັ່ງກ່າວ ຕັ້ງຢູ່ໃນເຂດພັດທະນາກວມລວມໄຊເຊດຖາ, ໃນເນື້ອທີ່ 425 ເຮັກຕາ, ມີແຜນການລົງທຶນປະມານ 2 ພັນລ້ານໂດລາສະຫະລັດ ໂດຍນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ, ກ້າວໜ້າ ແລະສົມບູນແບບ, ມີຄວາມປອດໄພ ແລະໜ້າເຊື່ອຖື, ເປັນມິດຕໍ່ສິ່ງແວດລ້ອມ ເຊິ່ງໂຕຊີ້ວັດມາດຕະຖານທັງໝົດແມ່ນໄດ້ມາດຖານສາກົນທີ່ທັນສະໄໝທີ່ສຸດ.

ທີ່ມາ: CRI-FM93

ເຈົ້າບ່າວພາດທ່າເອົາຝາຕີນອໍລະຫັນໃສ່ໜ້າເຈົ້າສາວ ເຕັ້ນຍົ່ວໂຊເຈົ້າສາວ

ເມື່ອບໍ່ດົນມານີ້ໄດ້ມີຄລິບໜຶ່ງເທິງ tiktok ເມື່ອມີເຈົ້າສາວໂພສຄລິບພ້ອມແຄັບຊັ່ນຕາຫຼົກວ່າ“ເມື່ອສາມີຂ້ອຍພັງງານແຕ່ງດອງ

ບອກເລີຍວ່າຄລິບນີ້ມັນພັງຂອງແທ້ ເພາະໃນຄລິບເຜີຍໃຫ້ເຫັນບັນຍາກາດປາຕີ້ໃນການແຕ່ງທີ່ອາດຈະສະໜຸກສະໜານມ່ວນຊື່ນ ໂດຍເຈົ້າບ່າວໄດ້ເຊີໄພຣສ໌ເຈົ້າສາວດ້ວຍການເຕັ້ນຍົ່ວຍວນເທິງຕັກຂອງຝ່າຍເຈົ້າສາວ

ໂອ…ໃຜເຫັນກໍ່ເບິ່ງວ່າເຊັກຊີ່ແຕ່ຄວາມເຊັກຊີນັ້ນຈົບລົງທັນທີເມື່ອເຈົ້າບ່າວກຽມຫັນຫຼັງມາເພື່ອກຽມຈະຈູບວ່າທີ່ພັນລະຍາແຕ່ກະຈັງຫວະຜິດໄປເລີຍກາຍເປັນຟາດຕີນໃສ່ໜ້າເຈົ້າສາວຈົນເກືອບຫງາຍ. ເຊິ່ງເຈົ້າບ່າວເອງພໍເຫັນແບບນັ້ນກໍ່ຮີບເຂົ້າມາໂຈມເອົາເຈົ້າສາວແລະຈູບນາງເພື່ອເປັນການຂໍໂທດ ຈຶ່ງເຮັດໃຫ້ນາງກັບມາຍິ້ມໄດ້.

ທາງເຈົ້າສາວໄດ້ເຜີຍໃນຄລິບອີກວ່ານາງຮູ້ສຶກຫົວສັ່ນສະເທືອນເລັກນ້ອຍ ກ່ອນຈະເຂົ້າໄປລັກໄຫ້ໃນຫ້ອງນ້ຳໜ້ອຍໜຶ່ງ ໂດຍມີເຈົ້າບ່າວເປັນຄົນປອບໃຈ. ຢ່າງໃດກໍ່ຕາມສຸດທ້າຍເລື່ອງກໍ່ຜ່ານໄປດ້ວຍດີ.

ຖ້າເປັນທ່ານຈະເຮັດແນວໃດ? ສຳລັບແອັດມິນແມ່ນເຕັ້ນຍົ່ວຍວນຄືນໂລດ(ທຳທ່າພາດຄືກັນແຕ່ພາດໜັກໆໂລດ)

ແຊຣ໌ເຕືອນລະວັງບຸກຄົນອັນຕະລາຍ(ສັ່ງອາຫານກິນແລ້ວບໍ່ຈ່າຍ)

ແຊຮໄປເຕືອນລະວັງບຸກຄົນອັນຕະລາຍ(ນັກຕົ້ມຕຸ໋ນ)ສັ່ງອາຫານເຕັມໂຕະບອກສິມີຄົນມາກິນລະຫໍ່ເອົາໄປໃຫ້ລູກວ່າຊັ້ນ.ລະເອົາກະເປົ໋າໄວ້ໜ້າໂຕະຊື້ໃຈ(ກະເປົ໋າເປົ່າບໍ່ມີເງິນ)ສັ່ງປີ້ງຈີນຂ້າງຮ້ານໄປ5ແສນກະບໍ່ຈ່າຍ.

ໄປຕົວະຊື້ເຄື່ອງຕະຫຼາດນັດອີກ8-9ລ້ານອີກ.

.

.