ຢ້ອນປະຫວັດຄະດີ ສາວ 19 ປີ ຖືກໂທດປະຫານຊີວິດ (ແຟນສາວເຄືອຂ່າຍຢາລາຍໃຫຍ່)

ນາງ ປາວີນາ ຫຼື ຈູ່ລີ ອາຍຸ 19 ປີ ຢູ່ບ້ານວັດໄຕນ້ອຍ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເປັນໜຶ່ງໃນນັກໂທດ ທີ່ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຕັດສິນ ປະຫານຊິວິດ ໃນວັນທີ 23 ມັງກອນ ຜ່ານມາ, ຊິ່ງຜູ້ກ່ຽວຮ່ວມກັບແຟນເຄື່ອນໄຫວ ຄ້າຂາຍຢາເສບຕິດ, ເປັນນັກເລງອັນຕະພານ , ການຟອກເງິນ ແລະ ການປິດບັງການກະທໍາຜິດ.

ເຈົ້າໜ້າທີ່ ເປີດເຜີຍເບື້ອງຫຼັງການກະທໍາຜິດຂອງນາງ ປາວີນາ ຫຼື ຈູ່ລີ, ເຊິ່ງເປັນແຟນຂອງ ທ້າວ ກິນ້ອຍ ອາຍຸ 36 ປີ ຢູ່ບ້ານອາກາດ ຢູ່ເມືອງສີໂຄດຕະບອງ ແລະ ຖືກສານຕັດສິນປະ ຫານຊີວິດເຊັ່ນກັນ. ນາງ ປາວິນາ ໄດ້ຢູ່ກິນຮ່ວມກັບ ທ້າວ ກິນ້ອຍ ແບບຜົວ-ເມຍ. ແຕ່ບໍ່ໄດ້ແຕ່ງງານຢ່າງຖືກຕ້ອງຕາມກົດໝາຍ, ນາງ ປາວີນາ ແມ່ນຮູ້ດີວ່າ ທ້າວ ກິນ້ອຍ ມີການເຄື່ອນ ໄຫວຄ້າຂາຍຢາເສບຕິດນໍາຄົນໄທ, ຄົນລາວຫຼາຍຄົນ ໂດຍເລີມຈາກໄລຍະປີ 2016 ທ້າວ ກີນ້ອຍ ໄດ້ບອກໃຫ້ ນາງ ປາວິນາ ໄປເປີດບັນຊີທະນາຄານກະສິກອນໄທ ເພື່ອໃຫ້ ທ້າວ ກິ ນ້ອຍ ແລະ ບຸກຄົນທີ່ຄ້າຂາຍຢາເສບຕິດໂອນເງິນເຂົ້າບັນຊີດັ່ງກ່າວ.

ຜ່ານມາ, ມີຄົນໂອນເງິນເຂົ້າບັນຊີຈໍານວນ 9 ຄັ້ງ ເປັນເງິນທັງໝົດຈໍານວນ 2.340.000 ບາດ ແລະ ທ້າວ ກິນ້ອຍ ກໍໄດ້ໂອນເງິນເຂົ້າບັນຊີດັ່ງກ່າວຈໍານວນ 3-4ຄັ້ງ ຄັ້ງລະ 300.000-400.000 ບາດ, ເມື່ອໃດ ທ້າວ ກິນ້ອຍ ຕ້ອງການເງິນໃຊ້, ນາງ ປາວີນາ ຈຶ່ງໄປຖອນເອົາເງິນອອກມາໃຫ້ແລ້ວໄດ້ນໍາເອົາເງິນທີ່ໄດ້ມາຈາກການຄ້າຂາຍຢາເສບຕິດ, ມາຊື້ທີ່ດິນ, ຊື້ເຮືອນ, ຊື້ລົດໃຫຍ່, ພຣະພຸດທະຮູບ ແລະ ວັດຖຸເງິນຄໍາ ນັ້ນຄືການຟອກເງິນ.

ໃນວັນທີ 19 ພຶດສະພາ 2016, ທ້າວ ກິນ້ອຍ ໄດ້ບອກໃຫ້ ນາງ ປາວິນາ ເອົາເງິນຢູ່ໃນຕູ້ເຊັບຈໍານວນ 2.300.000 ບາດ ກັບ 50.000 ໂດລາ ມາໃຫ້ ທ້າວ ກີນ້ອຍ. ມາວັນທີ 14 ກັນຍາ 2016, ນາງ ປາວິນາ ໄດ້ເດີນທາງໄປແຂວງບໍ່ແກ້ວ ນໍາທ້າວ ກິນ້ອຍ ມີລົດ 2 ຄັນ ຄື: ຄັນທີ 1 ແມ່ນລົດເລັກຊັດໝາຍເລກທະບຽນ ຮທ 8777 ກໍາແພງນະຄອນ ໂດຍມີ ທ້າວ ສົມບູນ ຫຼື ໝູ, ທ້າວ ອິດທິສັກ ຫຼື ອ້າຍ, ທ້າວ ເລ່ ແລະ ທ້າວ ນຸ່;
ຄັນທີ 2 ແມ່ນລົດເລັກຊັດໝາຍເລກທະບຽນ ກຜ 2320 ກໍາແພງນະຄອນ ມີທ້າວ ກິ ນ້ອຍ, ທ້າວ ທະນົງສັກ ຫຼື ແອ້ນ, ທ້າວ ເພັດສາຄອນ ຫຼື ຈັນ ແລະ ນາງ ປາວິນາ. ພໍຮອດ ແຂວງບໍ່ແກ້ວ ໄດ້ເຂົ້າພັກຢູ່ໂຮງແຮມແຫຼ່ງໜຶ່ງຢູ່ບ້ານສີບຸນເຮືອງ ຮອດເວລາ 20:00 ໂມງ ນາງ ປາວີນາ ເຫັນຜູ້ຊາຍບໍ່ຮູ້ຊື່ຂັບຂີ່ລົດມາຮັບເອົາ ທ້າວ ກິນ້ອຍ ໄປເຮືອນ ທ້າວ ຫວາດ ຢູ່ບ້ານສີບຸນເຮືອງຈົນຮອດເວລາ 23:00 ໂມງ ນາງ ປາວິນາ ໄດ້ໄປຮັບເອົາ ທ້າວ ກິນ້ອຍ ຢູ່ເຮືອນຂອງທ້າວ ຫວາດ ແລ້ວພາກັນກັບມາຫ້ວຍຊາຍ.

ພໍມາຮອດເສັ້ນທາງເຂດບ້ານນໍ້າເກິ່ງ ມີເຈົ້າໜ້າທີ່ກວດກາເອກະສານລົດ ແລະ ກວດກາລົດ ພົບເຫັນຢາບ້າຈໍານວນ 277 ເມັດ, ຢາໄອສ໌ຈໍານວນ 2 ຖົງນ້ອຍ ແລະ ປືນສັ້ນຈໍານວນ 2 ກະບອກ ຢູ່ໃນລົດຄັນດັ່ງກ່າວ ຈຶ່ງຖືກເຈົ້າໜ້າທີ່ຈັບຕົວ, ເຖິງວ່າໃນເວລາຈັບຕົວ ນາງ ປາວີນາ ນັ້ນຈະບໍ່ມີຂອງກາງ ກໍຕາມແຕ່ ນາງ ປາວິນາ ກໍໃຫ້ການຮັບສາລະພາບວ່າ ໄດ້ເຄື່ອນ ໄຫວຄ້າຂາຍຢາເສບຕິດ ແລະ ການຟອກເງິນແທ້.

ນອກນັ້ນ, ທ້າວ ກິນ້ອຍ ກໍໄດ້ໃຫ້ການຢັ້ງຢືນວ່າ ໄດ້ຮ່ວມກັນກັບ ນາງ ປາວີນາ ໄປທວງໜີ້ເງິນຄ່າຢາເສບຕິດນໍາ ທ້າວ ຄອນໄທ ຈໍານວນ 3.500.000 ບາດ ໃນເວລາມອບເງິນດັ່ງກ່າວ ນາງ ປາວີນາ ກໍໄດ້ເຂົ້າຮ່ວມນໍາ ແລະ ທ້າວ ທະນົງສັກ ຫຼື ແອ້ນ ກໍ່ໄດ້ໃຫ້ການຢັ້ງຢືນວ່າ ໃນເວລາຂັບລົດໄປທວງໜີ້ຢາເສບຕິດ ແມ່ນ ນາງ ປາວີນາ ກໍໄປນໍາທຸກຄັ້ງ. ຈາກຂໍ້ມູນຫຼັກຖານທີ່ກ່າວມາຂ້າງເທິງນັ້ນ, ຈຶ່ງຖືໄດ້ວ່າ ນາງ ປາວິນາ ກະທໍາຜິດໃນສະຖານການຄ້າ ຂາຍຢາເສບຕິດ, ການຟອກເງິນ ແລະ ການ ປິດບັງການກະທໍາຜິດຢ່າງແທ້ຈິງ ສານຈຶ່ງເຫັນຄວນຕັດສິນປະຫານຊີວິດ ໃນວັນທີ 23 ມັງກອນ ທີ່ຜ່ານມາ.

ພູມໃຈ ຊົມເຊີຍ ຄັ້ງທຳອິດທີ່ລັດຖະບານລາວມີລະບົບເອເລັກໂຕຼນິກໄດ້ຮັບ 02 ລາງວັນລະດັບສາກົນ

ໃນຖານະບົດບາດເປັນກົມກອງ ທີ່ເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍ ລະບົບຄຸ້ມຄອງພົນລະ ເມືອງ ໃຫ້ແກ່ກະຊວງພາຍໃນ ແຫ່ງ ສປປ ລາວ ອັນໄດ້ປະກອບສ່ວນເຂົ້າໃນການປະຕິຮູບລະບຽບການ ບໍລິຫານ ແລະ ປະກອບສ່ວນສ້າງປັດໄຈໃນການສ້າງລັດຖະບານເອເລັກໂຕນິກ ຫຼື E-Government ຢູ່ ສປປ ລາວ. ຜົນງານດັ່ງກ່າວໄດ້ເຮັດໃຫ້ ບໍລິສັດ ສະຕາ ໂທລະຄົມ (ຢູນີເທວ) ໄດ້ຮັບ 02 ລາງວັນລະດັບສາກົນທີ່ມີຊື່ສຽງ ຄື: ລາງວັນຫຼຽນຄໍາ ໃນໝວດຜະລິດຕະພັນ ແລະ ການບໍລິການດ້ານເຕັກໂນໂລຢີຂໍ້ມູນຂ່າວສານທີ່ດີທີ່ສຸດ ສຳລັບລັດຖະບານສປປ ລາວ, ຈາກລາງວັນໄອທີໂລກ (IT World Awards) ແລະ ລາງວັນຫຼຽນທອງ ສໍາລັບປະເພດ “ນະວັດຕະກໍາ ແລະ ການພັດທະນາການບໍລິການ ຂອງລັດຖະບານເອເລັກໂຕຣນິກ” ຈາກງານ ອາຊີ – ປາຊີຟິກ Stevie Awards ປີ 2020. ນີ້ເປັນຄັ້ງທໍາອິດ ທີ່ ລັດດຖະບານ ສປປ ລາວ ມີລະບົບເອເລັກໂຕຼນິກທີ່ທັນສະໄໝ ໄດ້ຮັບລາງວັນໃນລະດັບສາກົນເຖິງ 02 ລາງວັນ.

ກ່ອນໜ້ານີ້, ການຄຸ້ມຄອງພົນລະເມືອງຢູ່ລາວ ຂໍ້ມູນຕ່າງໆກ່ຽວກັບພົນລະເມືອງ ໄດ້ຖືກການບັນທຶກ ແລະ ຮັກສາໄວ້ໃນໜ້າເອກະສານທ່ີເປັນປຶ້ມ ຊຶ່ງຂະບວນການດັ່ງກ່າວນີ້ ບໍ່ອາດຫຼີກໄດ້ ເຖິງຄວາມເສຍຫານທີ່ເກີດຂຶ້ນ ເຮັດໃຫ້ການຮັກສາ, ຄຸ້ມຄອງ ແລະ ຮັບປະກັນຄວາມຈະແຈ້ງຂອງຂໍ້ມູນນັ້ນເປັນເລື່ອງທີ່ຫຍຸ້ງຍາກ ແລະ ເສຍແຮງງານຫຼາຍ. ການຢາກປັບປຸງໃນການຍົກສູງຄຸນນະພາບຂອງວຽກງານຈົດທະບຽນຕ່າງໆ ເພື່ອຄຸ້ມຄອງສະພາບການເຄື່ອນໄຫວຂອງພົນລະເມືອງ ກະຊວງພາຍໃນຂອງ ສປປ ລາວ ໄດ້ປະສານສົມທົບກັບ ຢູນີເທວ ເພື່ອຄົ້ນຄວ້າ ແລະ ຜັນຂະຫຍາຍໂຄງການ “ລະບົບຄຸ້ມຄອງພົນລະເມືອງ” ນັບແຕ່ເດືອນ 7 ປີ 2017 ເປັນຕົ້ນມາ, ຜ່ານໄລຍະ 3 ປີ ໃນການທົດສອບ ແລະ ນໍາໃຊ້ຕົວຈິງເຖິງປັດຈຸບັນ ໂຄງການນີ້ ໄດ້ສະແດງໃຫ້ເຫັນເຖິງໝາກຜົນຕົວຈິງ ແລະ ໄດ້ສ້າງບາດກ້າວບຸກທະລຸ ກັບບັນດາລັກສະນະພິເສດ ທີ່ກາຍເປັນເລື່ອງງ່າຍດາຍ, ຈະແຈ້ງ ແລະ ອັດສະລິຍະ ອັນໄດ້ສ້າງໃບໜ້າໃໝ່ ໃຫ້ແກ່ການບໍລິຫານຂອງລັດຖະບານລາວ.

ລະບົບຄຸ້ມຄອງພົນລະເມືອງ ຂອງກະຊວງພາຍໃນຂອງລາວ ເປັນລະບົບທີ່ລັດຖະບານລາວ ເປັນຜູ້ລົງທຶນ ເພື່ອສຸມໃສ່ສ້າງ ລະບົບລະບຽບການຈົດທະບຽນ ລວມມີ: ການຈົດທະບຽນ ໃບຢັ້ງຢືນການເກີດ, ໃບຢັ້ງຢືນການເສຍຊີວິດ, ຮຽບຮຽງ ແລະ ເຜີຍແຜ່ຂໍ້ມູນສະຖິຕິ ທີ່ເປັນເນື້ອໃນມີຄວາມໝາຍສໍາຄັນ ໃນການຄຸ້ມຄອງພົນລະເມືອງ ໂດຍສະເພາະແມ່ນເຫດຜົນຂອງການເສຍຊີວິດ, ການແຕ່ງດອງ, ການຢ່າຮ້າງ, ການຍົກເລີກການແຕ່ງດອງ, ເຫດຜົນຂອງການຮັບເອົາເປັນລູກເປັນທໍາ, ການເຂົ້າເມືອງ, ການເຄື່ອນຍ້າຍແຮງງານ ແລະ ການຍົກຍ້າຍທີ່ຢູ່ອາໃສຂອງພົບລະເມືອງລາວ. ດ້ວຍການຕິດຕໍ່ປະສານງານຢ່າງຕໍ່ເນື່ອງ ແລະ ມີຄວາມເປັນເອກະພາບສູງ ລະບົບດັ່ງກ່າວ ໄດ້ຊ່ວຍໃຫ້ພາກລັດ ສ້າງພາກລວມໄດ້ງ່າຍດາຍ ໃນການປົກຄອງ ແລະ ຄຸ້ມຄອງພົນລະເມືອງ ໃນ ສປປ ລາວ, ຊ່ວຍຍົກສູງປະສິດທິພາບການຄຸ້ມຄອງ, ຫຼຸດຜ່ອນຂອດຂັ້ນລະບຽບການ ແລະ ປະຫຍັດເວລາໃຫ້ແກ່ປະຊາຊົນເມື່ອໃຊ້ບໍລິການສາທາລະນະ. ຜ່ານວຽກນັ້ນ, ມັນໄດ້ເພີ່ມອີກໜຶ່ງບາດກ້າວການປະຕິຮູບການບໍລິຫານລັດ, ເພີ່ມຕື່ມດັດສະນີການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ທີ່ທັນສະໄໝເຂົ້າໃນວຽກງານ ແລະ ສ້າງປັດໄຈໃນການສ້າງລັດຖະບານເອເລັກໂຕນິກໃນ ສປປ ລາວ.

ດ້ວຍທ່າແຮງທີ່ມີບັນດາຊ່ຽວຊານທາງດ້ານເຕັກນິກ ທີ່ມີປະສົບການ ແລະ ເຄີຍຮ່ວມງານກັບຫວຽດເທວ, ເປັນໜຶ່ງໃນບັນດາທຸລະກິດ ທີ່ຢູ່ແຖວໜ້າທາງດ້ານວຽກງານເຕັກໂນໂລຊີຂໍ້ມູນຂ່າວສານ ໄດ້ສໍາເລັດການສ້າງລະບົບທີ່ຄືກັນນີ້ ຢູ່ ສສ ຫວຽດນາມ. ເມື່ອຢູນີເທວ ໄດ້ຮັບການຄັດເລືອກໃຫ້ເປັນຜູ້ພັດທະນາລະບົບໃຫ້ກັບກະຊວງພາຍໃນ, ຢູນີເທວໄດ້ລົງມືຈັດຕັ້ງປະຕິບັດ ການສໍາຫຼວດໃນເບື້ອງຕົ້ນ ເຫັນວ່າ ສປປ ລາວມີບັນດາລະບຽບການ, ຂັ້ນຕອນ ແລະ ຂະບວນການຫຼາຍຢ່າງ ທີ່ມີລັກສະນະຄ້າຍຄືກັນກັບຫວຽດນາມ ຈຶ່ງເຊື່ອໝັ້ນວ່າຈະເຮັດໃຫ້ໂຄງການດັ່ງກ່າວສໍເລັດໄປດ້ວຍດີ. ເຖິງແນວໃດກໍ່ຕາມ ການຈັດຕັ້ງປະຕິບັດໂຄງການຕົວຈິງ ເກີດມີຂໍ້ຫຍຸ້ງຍາກຫຼາຍດ້ານ ນອກຈາກຄວາມບໍ່ຄາດຄິດຈາກປັດໄຈຄວາມແຕກຕ່າງດ້ານ ພາສາ, ຄວາມຕ້ອງການຕົວຈິງຕ່າງກັນ ເມື່ອທຽບກັບໜ້າວຽກໃນເບື້ອງຕົນ ຊຶ່ງໄດ້ຮຽກຮ້ອງໃຫ້ມີການປ່ຽນແປງ, ທົດສອບຫຼາຍວິທີການທາງດ້ານເຕັກນິກທີ່ຕ່າງກັນ. ໃນນັ້ນ, ລວມທັງບັນດາເຕັກນິກທີ່ຍັງບໍ່ເຄີຍນໍາໃຊ້ມາກ່ອນ ພ້ອມກັບການປະກອບສ່ວນທາງດ້ານເຮື່ອແຮງ, ສະຕິປັນບັນ ແລະ ຄ່າໃຊ້ຈ່າຍຢ່າງຫຼວງຫຼາຍ. ນີ້ເປັນສີ່ງທ້າທາຍສໍາລັບທີມງານຊ່ຽວຊານທາງດ້ານເຕັກນິກຂອງຢູນີເທວ, ພິເສດແມ່ນພາຍໃຕ້ຄວາມກົດດັນດ້ານເວລາ ທີ່ຕ້ອງເຮັດໃຫ້ສຳເລັດໂຄງການຕາມແຜນການທີ່ໄດ້ກຳນົດໄວ້.

ຢູນີເທວໄດ້ເຮັດທຸກວິທີທາງຕ້ອງສະໜອງຜະລິດຕະພັນເຕັກໂນໂລຊີຂໍ້ມູນຂ່າວສານທີ່ມີຄຸນນະພາບໃຫ້ກັບລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ເພື່ອນຳໃຊ້ເຂົ້າໃນວຽກງານພັດທະນາ ແລະ ສ້າງສາປະເທດຊາດ. ດ້ວຍຄວາມພາກພູມໃຈທີ່ໄດ້ຮັບການມອບໝາຍວຽກງານທີ່ມີຄວາມໝາຍ ຄວາມສໍາຄັນ “ແຮງພັກດັນທີ່ຢິ່ງໃຫຍ່” ໃນການຫັນເປັນດີຈີຕອນ ຢູ່ ສປປລາວ, ທີມງານພັດທະນາຂອງຢູນີເທວ ໄດ້ສຸມທຸກເຫືອແຮງທີ່ສຸດ ໃນການເອົາໃຈໃສ່ປຶກສາຫາລື ກັບກະຊວງພາຍໃນ ຈາກນັ້ນສຸມໃສ່ແກ້ໄຂແຕ່ລະບັນຫາ ຈົນສາມາດສ້າງລະບົບໄດ້ສໍາເລັດ ແລະ ດີທີສຸດ. ບັນດາຄວາມອົດທົນສູ້ຊົນພະຍາຍາມ ແລະ ການປະກອບສ່ວນທາງດ້ານເຫື່ອແຮງ ສະຕິປັນຍາຂອງທີມເຕັກນິກ ໄດ້ຮັບຜົນ ກໍຄືໃນເດືອນຕຸລາ ປີ 2019, ຢູນີເທວ ສາມາດຈັດຕັ້ງປະຕິບັດທົດລອງຢູ່ໃນ 3 ແຂວງໃຫຍ່ໃນສປປລາວ ເຊັ່ນ: ນະຄອນຫຼວງວຽງຈັນ, ຫຼວງພະບາງ ແລະ ຈໍາປາສັກ ເພື່ອເປັນພື້ນຖານໃນການຈັດຕັ້ງຜັນຂະຫຍາຍໃນທົ່ວປະເທດ. ຄຽງຄູ່ກັບການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ຢູນີເທວ ໄດ້ຈັດຕັ້ງຝຶກອົບຮົມການນໍາໃຊ້ ແລະ ຄຸ້ມຄອງລະບົບໃຫ້ກັບພະນັກງານ ແລະ ບັນດາພະແນກການທີ່ກ່ຽວຂ້ອງຂອງກະຊວງພາຍໃນ, ພ້ອມທັງຈັດຕັ້ງພະນັກງານວິຊາການ ຊ່ຽວຊານ ເພື່ອຊ່ວຍເຫຼືອຕະຫຼອດ 24 ຊົ່ວໄມງ/7ວັນ. ຮັບປະກັນການຊ່ວຍເຫຼືອ ແລະ ແນະນໍາວິທີການແກ້ໄຂຂໍ້ພິດພາດທາງລະບົບອອນລາຍ. ມາຮອດ ເດືອນມີຖຸນາ ປີ 2020, ຢູນີເທວ ແລະ ກົມຄຸ້ມຄອງພົນລະເມືອງ, ກະຊວງພາຍໃນ ໄດ້ຈັດກອງປະຊຸມຢ່າງເປັນທາງການ ເພື່ອມອບຮັບໂຄງການໃນໄລຍະທີ 1 ຂອງການສ້າງຖານຂໍ້ມູນລະບົບຄຸ້ມຄອງພົນລະເມືອງ.

ເພື່ອສະແດງຄວາມຊົມເຊີຍຕໍ່ກັບຜົນສໍາເລັດດັ່ງກ່າວ, ທ່ານ ນາງ ກົມມະລີ ວິລະພັນ ຫົວໜ້າກົມຄຸ້ມຄອງພົນລະເມືອງ, ກະຊວງພາຍໃນ ທັງເປັນຜູ້ຊີ້ນໍາໂດຍກົງການຈັດຕັ້ງຜັນຂະຫຍາຍໂຄງການ ໄດ້ກ່າວໃຫ້ຮູ້ວ່າ: “ການຄຸ້ມຄອງຂໍ້ມູນຂອງພົນລະເມືອງເປັນວຽກງານທີ່ທາງລັດຖະບານແຫ່ງ ສປປລາວ ໃຫ້ຄວາມສຳຄັນນັບແຕ່ອະດີດຈົນເຖິງປະຈຸບັນ. ມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ່ X ຂອງພັກປະຊາຊົນປະຕິວັດລາວ ໄດ້ເນັ້ນໃນວິໄສທັດຮອດປີ 2030 ແລະ ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ 5ປີ (2016 – 2020) ລາວຈະບັນລຸເປົ້າໝາຍ ກ່ຽວກັບເປົ້າໝາຍສະຫັດສະວັດແຫ່ງການພັດທະນາ ແລະ ການພັດທະນາແບບຍືນຍົງ. ສິ່ງນີ້, ໝາຍຄວາມວ່າຕ້ອງປະຕິບັດໄດ້ເປົ້າໝາຍກ່ຽວກັັບພົນລະເມືອງ ຄື: “ຮອດປີ 2030 ສິດທິຂອງພົນລະເມືອງ ມີການຮັບປະກັນດ້ວຍການຄຸ້ມຄອງລັດແຫ່ງກົດໝາຍ; ຮອດປີ 2025 ພົນລະເມືອງລາວ ຢູ່ໃນເກນອາຍຸ ຈະໄດ້ຮັບການສຶກສາພື້ນຖານລະດັບມັດທະຍົມຕົ້ນ, ປະຊາຊົນລາວຈະໄດ້ຮັບການບໍລິການທາງດ້ານສາທາລະນະສຸກທີ່ມິຄຸນນະພາບຢ່າງທົ່ວເຖິງ, ປະຊາຊົນລາວມີອາຍຸຍຶນສະເລ່ຍສູງກວ່າ 73 ປີ, ຮ່ວມໃນລະບົບການຊ່ວຍເຫຼືອທາງສັງຄົມຢ່າງທົ່ວເຖິງ, ບຸກຄະລາກອນຈະໄດ້ຮັບການພັດທະນາທັງປະລິມານ ແລະ ຄຸນນະພາບ. ດ້ວຍເຫດນັ້ນ ລະບົບຄຸ້ມຄອງພົນລະເມືອງ ຈຶ່ງມີຄວາມໝາຍຄວາມສໍາຄັນຢ່າງໃຫຍ່ຫຼວງ, ປະກອບສ່ວນເຂົ້າໃນວຽກງານການປະຕິຮູບ ແລະ ຍົກສຸງຄຸນນະພາບຂອງວຽກງານການຈົດທະບຽນ ແລະ ການຄູ້ມຄອງຂອງປະຊາຊົນ.

ນອກຈາກນັ້ນ, ກະຊວງພາຍໃນຍັງສາມາດເກັບກໍາຂໍ້ມູນໄດ້ຢ່າງຖືກຕ້ອງ, ຊັດເຈນ ແລະ ຊີ້ນໍາວຽກງານໄດ້ຢ່າງທັນເວລາ, ປະກອບສ່ວນເຂົ້າໃນວຽກງານການພັດທະນາ ແລະ ສ້າງນະໂຍບາຍເສດຖະກິດ-ສັງຄົມ ແລະ ອື່ນ ໆ.
ຄວາມພະຍາຍາມບຸກບືນສູ້ຊົນຂອງຄະນະນຳ ແລະ ພະນັກງານຂອງ ຢູນີເທວ, ເມື່ອລະບົບຄຸ້ມຄອງພົນລະເມືອງໄດ້ຈັດຕັ້ງຜັນຂະຫຍາຍໃຫ້ກະຊວງພາຍໃນຂອງລາວ ກໍໄດ້ຮັບຮູ້ ແລະ ຢັ້ງຢືນຈາກທົ່ວໂລກ ດ້ວຍຜົນສຳເລັດດ້ວຍສອງລາງວັນລະດັບສາກົນທີ່ມີຊື່ສຽງ ຊຶ່ງເປັນລາງວັນຫຼຽນຄຳ ໃນໝວດຜະລິດຕະພັນ/ການບໍລິການດ້ານເຕັກໂນໂລຢີຂໍ້ມູນຂ່າວສານທີ່ດີທີ່ສຸດ ສຳລັບລັດຖະບານສປປ ລາວ, ຈາກລາງວັນໄອທີໂລກ (IT World Awards) ແມ່ນລາງວັນປະຈຳປີທີ່ຈັດຂື້ນໂດຍ Network Product Guide, ເພື່ອເປັນກຽດໃຫ້ບັນດາຜົນງານທີ່ພົ້ນເດັ່ນ ຂອງຂະແໜງອຸດສາຫະກຳເຕັກໂນໂລຢີຂໍ້ມູນຂ່າວສານທົ່ວໂລກ ທີ່ໄດ້ມີມາຕັ້ງແຕ່ປີ 2006) ແລະ ລາງວັນຫຼຽນທອງ ສຳລັບປະເພດ “ນະວັດຕະກຳ ແລະການພັດທະນາການບໍລິການຂອງລັດຖະບານເອເລັກໂຕຣນິກ” ຈາກລາງວັນ Stevie Awards ລາງວັນອາຊີ – ປາຊີຟິກປີ 2020.

ຜົນງານທີ່ໄດ້ຍົກມາຂ້າງເທິງ, ໃນຖານະບົດບາດການເປັນກົມກອງ ທີ່ເປັນເຈົ້າການຈັດຕັ້ງຜັນຂະຫຍາຍລະບົບດັ່ງກ່າວ, ທ່ານ ລີວ ແມ໋ງ ຮ່າ – ຜູ້ອໍານວຍການໃຫຍ່ ບໍລິສັດ ສະຕາ ໂທລະຄົມ ໄດ້ກ່າວໃຫ້ຮູ້ວ່າ: “ຖານະບົດບາດທີ່ເປັນບໍລິສັດ ນໍາໜ້າໃນຂະແໜງເທັກໂນໂລຊີຢູ່ ສປປ ລາວ, ນັບແຕ່ມືິ້ທີ່ໄດ້ຮັບໜ້າທີ່ຈັດຕັ້ງຜັນຂະຫຍາຍລະບົບນີ້, ຢູນີເທວໄດ້ກໍານົດວ່າ ນີ້ແມ່ນໜ້າທີ່ສຸດທີ່ມີຄວາມສໍາຄັນ, ມີຄວາມໝາຍອັນໃຫຍ່ຫຼວງຕໍ່ການພັດທະນາຂອງປະຊາຊົນ ແລະ ສັງຄົມ, ສະນັ້ນພວກເຮົາໄດ້ຈັດຕັ້ງພະນັກງານວິຊາການທັງໝົດ ທີ່ມີຄວາມຮູ້ ເກັ່ງດ້ານວິຊາສະເພາະ, ມີປະສົບປະການ ແລະ ມີຄວາມຮັບຜິດຊອບສູງ ເພື່ອພັດທະນາລະບົບ. ພ້ອມກັນນັ້ນ, ໃນການຈັດຕັ້ງປະຕິບັດ ຍາມໃດພວກເຮົາກໍຊອກຫາວິທີການທີ່ດີທີ່ສຸດໃຫ້ໄດ້ ເພື່ອຫຍໍ້ເວລາລົງ ແລະ ໃຫ້ມີຄວາມຄືບໜ້າໃນການຈັດຕັ້ງປະຕິບັດ, ມາເຖິງປະຈຸບັນສາມາດຢັ້ງຢືນໄດ້ວ່າ ລະບົບຄຸ້ມຄອງພົນລະເມືອງກະຊວງພາຍໃນ ເປັນລະບົບດີທີ່ສຸດ, ທັນສະໄໝທີ່ສຸດ ແລະ ໄດ້ພິສູດໃຫ້ເຫັນດ້ວຍການໄດ້ຮັບລາງວັນສາກົນ ພ້ອມກັນນັ້ນກໍໄດ້ເປັນທີ່ຮັບຮູ້ຈາກບັນດາອົງການຈັດຕັ້ງສາກົນ ສໍາລັບຄຸນນະພາບຜະລິດຕະພັນບໍລິການຂອງ ບໍລິສັດ ສະຕາ ໂທລະຄົມ”
ສາມາດເວົ້າໄດ້ວ່າ, ການຈັດຕັ້ງຜັນຂະຫຍາຍ ແລະ ພັດທະນາ ລະບົບຄຸ້ມຄອງພົນລະເມືອງ ໃຫ້ກັບກະຊວງພາຍໃນ ຂອງ ສ ປປ ລາວ ໄດ້ສຳເລັດ ຊຶ່ງໄດ້ສ້າງຊື່ສຽງໂດ່ງດັງ ໃນຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານ ຢູ່ພາກພື້ນ ແລະ ສາກົນ. ອີກເທື່ອໜື່ງທີ່ຢັ້ງຢືນໄດ້ວ່າ ຢູນີເທວ ມີບົດບາດເປັນຜູ້ນໍາໜ້າໃນການຫັນເປັນດີຈີຕ໋ອນ ຢູ່ ສປປລາວ, ປະຕິບັດຄໍາໝັ້ນສັນຍາວ່າຈະຄຽງຄູ່ກັບ ລັດຖະບານແຫ່ງ ສປປ ລາວ ໃນການພັດທະນາ, ເຊື່ອມໂຍງໃນການຫັນປ່ຽນເປັນດີຈີຕ໋ອນຂອງໂລກ. ພ້ອມກັນນັ້ນ, ຢູນີເທວ ກໍາລັງກ້າວເຂົ້າສູ່ເປົ້າໝາຍກາຍເປັນ “ເຄືອຂ່າຍເຕັກໂນໂລຊີ ເພື່ອອານາຄົດ” ນໍາໜ້າໃນ ສ ປປ ລາວ, ຜ່ານການຊ່ວຍເຫຼືອປະຊາຊົນລາວ ທີ່ໄດ້ນໍາໃຊ້ການບໍລິການເຕັກໂນໂລຊີຂໍ້ມູນຂ່າວສານທີ່ມີຄຸນນະພາບສູງ, ພ້ອທທັງສືບຕໍ່ປະ ກອບສ່ວນຜົນງານເຂົ້າ ໃນວຽກງານສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອຍິ່ງໆຂຶ້ນ.

ສປປ ລາວ ລົບລ້າງການອອກໃບອະນຸຍາດນຳເຂົ້າ ລົດແທັກເຕີທຸກປະເພດ ທີ່ນອນຢູ່ໃນລະຫັດພາສີ 8701

ສູນຂໍ້ມູນຂ່າວທາງດ້ານການຄ້າ ຂອງ ສປປ ລາວ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ຮູ້ວ່າ: ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກຄໍາສັ່ງ ເລກທີ 0807/ອຄ.ກຂອ, ລົງວັນທີ 2 ກັນຍາ 2020 ວ່າດ້ວຍການລົບລ້າງ ການອອກໃບອະນຸຍາດ ນໍາເຂົ້າລົດແທຣັກເຕີ ທຸກປະເພດທີ່ນອນຢູ່ໃນໝວດລະຫັດພາສີ 8701 ຂອງປື້ມສາລະບານອັດຕາພາສີ ຂອງ ສປປ ລາວ. ເພື່ອຫລຸດຜ່ອນຂັ້ນຕອນ ແລະ ຕົ້ນທຶນໃນການຜະລິດກະສິກໍາ, ແນ່ໃສ່ຊຸກຍູ້ສົ່ງເສີມ ການຜະລິດກະສິກໍາ ໃຫ້ກາຍເປັນສິນຄ້າ ແລະ ປະກອບສ່ວນເຂົ້າໃນການ ພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ.

​ໃນ​ຄຳ​ສັ່ງ​ດັ່ງກ່າວ​ຍັງ​ລະບຸ​ອີກ​ວ່າ: ການນຳເຂົ້າລົດແທັກເຕີ ຊະນິດທີ່ຄົນຂັບຕ້ອງຍ່າງນຳຫລັງ (ລົດໄຖນາເດີນຕາມ) ແບບຄົບຊຸດ ເພື່ອຮັບໃຊ້ການຜະລິດກະສິກໍາ ຂອງຊາວກະສິກອນ, ກຸ່ມການຜະລິດ ຫລື ສະຫະກອນ ແມ່ນສາມາດນຳເຂົ້າ, ແຈ້ງເສຍພາສີ-ອາກອນ ແລະ ພັນທະອື່ນໆ ຢູ່ດ່ານຊາຍແດນທ້ອງຖິ່ນ ແລະ ດ່ານຊາຍແດນປະເພນີ ໄດ້ເລີຍ. ສຳລັບການນໍາເຂົ້າ ລົດແທັກເຕີ ແລ່ນຢູ່ເທິງຖະໜົນ ສຳ ລັບແກ່ລົດເຄິ່ງ ລົດພ່ວງແບບຄົບຊຸດ ແມ່ນໃຫ້ນຳເຂົ້າຜ່ານດ່ານສາກົນເທົ່ານັ້ນ ການນຳເຂົ້າລົດແທັກເຕີ ທີ່ບໍ່ມີລັກສະນະການຄ້າ ເພື່ອມາຮັບໃຊ້ການຜະລິດ ຂອງຊາວກະສິກອນ ແມ່ນສາມາດນຳເຂົ້າໄດ້ ຈຳນວນ 1 ຄັນ ຕໍ່ 1 ຄອບຄົວ.

ສ່ວນການນຳເຂົ້າ ເພື່ອມາຮັບໃຊ້ພາຍໃນ ກຸ່ມການຜະລິດ ຫລື ສະຫະກອນ ແມ່ນໃຫ້ສະເໜີ ຫາຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ນະຄອນຫລວງວຽງ​ຈັນ ເປັນຜູ້ພິຈາລະນາຈຳນວນ ຂອງລົດທີ່ນຳເຂົ້າ ເພື່ອໃຫ້ແທດເໝາະ ກັບເນື້ອທີ່ການຜະລິດຕົວຈິງ; ຜູ້ທີ່ນຳເຂົ້າລົດແທັກເຕີ, ອາໄຫລ່ ແລະ ອຸປະກອນຂອງລົດແທັກເຕີ ເພື່ອຈຳໜ່າຍ ຕ້ອງມີໃບທະບຽນວິສາຫະກິດ ແລະ ໃບອະນຸຍາດ ດຳເນີນກິດຈະການນຳເຂົ້າ ແລະ ຈຳໜ່າຍ ລົດແທັກເຕີ, ອາໄຫລ່ ແລະ ອຸປະກອນ ຂອງລົດແທັກເຕີ. ພ້ອມນີ້, ກໍຕ້ອງມີການບໍລິການຫລັງການຂາຍ ແລະ ການນຳເຂົ້າແຕ່ລະຄັ້ງ ຕ້ອງນຳເຂົ້າຜ່ານດ່ານ ສາກົນເທົ່ານັ້ນ.

ສຳລັບ​ການ​ອອກ​ໃບ​ອະນຸຍາດ ດຳ​ເນີນ​ກິດຈະການ​ນຳເຂົ້າ ແລະ ຈຳໜ່າຍ ລົດແທັກເຕີ, ອາໄຫລ່ ແລະ ອຸປະກອນ ຂອງລົດແທັກເຕີ ​ແມ່ນ​ມອບ​ໃຫ້​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​​ແຂວງ, ນະຄອນ ຫລວງ​ວຽງຈັນ ​ໂດຍ​ແມ່ນ​ຂະ​ແໜງ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ເປັນ​ເຈົ້າ​ການ ຈັດ​ຕັ້ງ​ປະຕິບັດ​ຕາມ​ລະບຽບ​ ກົດ​ເໝາຍ. ສ່ວນ​ຄ່າ​ທຳນຽມ ​ແລະ ຄ່າ​ບໍລິການ​ທີ່​ຕິດ​ພັນ ​ກັບ​ການ​ອອກ​ໃບ​ອະນຸຍາດ ​ດຳ​ເນີນ​ກິດຈະການ ​ແລະ ​ໃບ​ຢັ້ງຢືນ​ຕ່າງໆ​ ແມ່ນ​ໃຫ້​ປະຕິບັດ​ຕາມ​ລັດຖະບັນຍັດ ​ຂອງ​ປະທານ​ປະ​ເທດ ວ່າ​ດ້ວຍ​ຄ່າ​ທຳນຽມ​ທາງ ​ແລະ ຄ່າ​ບໍລິການ ​ແລະ ລະບຽບ​ການ​ທີ່​ວາງ​ອອກ​ ໃນ​ແຕ່ລະ​ໄລຍະ.

ຂ່າວ: ມະນີ​ທອນ

ເນື້ອໃນ: ຂປລ

ອາເມຊອນ ປະກາດຈ້າງງານ 100.000ຕຳແໜ່ງ

ຕາມ​ຂ່າວ​ຈາກ​ ຊີ​​ແອດ​ເທີ​ລ.ວັນ​ທີ14​ກັນຍາ​ນີ້, ອາ​ເມ​ຊອນ ດອດ​ຄອມ (Amazon.com) ບໍລິສັດ​ໃຫຍ່​ດ້ານ​ ອີ​ຄອມ​ເມີ​ສ ຂອງ ສ.ອາ​ເມ​ລິ​ກາ ປະກາດ​ຈ້າງ​ງານ 100.000ຕຳ​ແໜ່​ງ ນັບ​ເປັນຄັ້ງທີ່ 4 ​ໃນ​ຮອບ​ປີ​ນີ້ ​ເພື່ອ​ຮອງ​ຮັບ ​ຄວາມ​ຕ້ອງການ ສິນຄ້າ ອີ​ຄອມ​ເມີ​ສ ​ເພີ່ມ​ສູງ​ຂຶ້ນ ​ໃນ​ໄລຍະ​ການ ​ແຜ່​ລະບາດ​ໂຄ​ວິດ-19.

ສຳລັບ​ ການ​ປະກາດ​ຈ້າງ​ງານ​ດັ່ງກ່າວ ຕຳ​ແໜ່​ງປະ​ເພດ​ ງານ​ປະຈຳ ​ແລະ ບໍ່​ປະຈຳ​ໃນ ສ.ອາ​ເມ​ລິ​ກາ ​ແລະ ກາ​ນາ​ດາ ​ໃນ​ຈຳນວນ​ນີ້ ມີ​ຕຳ​ແໜ່​ງງານ​ທີ່​ຕ້ອງ​ ປະຕິບັດ​ງານ ​ໃນ​ສາງ​ສິນຄ້າ ​ແລະ ສະຖານ​ທີ່ ປະຕິບັດ​ງານ​​ແຫ່ງໃໝ່ ທີ່​ຈະ​ເປີດ​ຕົວ​ໃນ​ເດືອນ​ນີ້.

ປັດຈຸບັນ ມີ​ພະນັກງານ​ ທັງ​ໝົດ 876.800 ຄົນ ​ໂດຍ​ບໍ່​ ລວມພະນັກ​ງານ ສັນຍາ​ຈ້າງ ​ແລະ ພະນັກງານ ​ຊົ່ວຄາວ.ຂະນະ​ທີ່ ລາຍ​ໄດ້​ຂອງ​ບໍລິສັດ​ເພີ່ມ​ຂຶ້ນ 40% ​ໃນ​ໄລຍະ​ໄຕ​ມາດ ​ທີ່​ຜ່ານ​ມາ ​ແລະ ​ມີ​ກຳ​ໄລ​ ສູງ​ສຸດ​ໃນ​ຮອບ 26ປີຜ່ານມາ.​ໃນ​ຕົ້ນ​ເດືອນ​ນີ້ ອາ​ເມ​ຊອນ ​ໄດ້​ປະກາດ ​ຈ້າງ​ງານ​ ດ້ານ​ເຕັກ​ໂນ​ໂລ​ຊີ ​ແລະ ທຸລະ​ກິດ​ໄປ​ແລ້ວ 33.000ຕຳ​ແໜ່​ງ ກ່ອນ​ໜ້າ​ນີ້ ຍັງ​ໄດ້​ປະກາດ ​ຈ້າງ​ງານ​ດ້ານ ​ປະຕິບັດ​ການ 100.000ຕຳ​ແໜ່​ງ ​ໃນ​ເດືອນ​ມີນາ ​ແລະ 75.000ຕຳ​ແໜ່​ງ ​ໃນ​ເດືອນ​ເມສາ ​ເພື່ອ​ດຶງ​ດູດ​ພະນັກງານ ​ຖືກ​ເລີກ​ຈ້າງ ​ຈາກ​ທຸລະ​ກິດ​ອື່ນໆ ​ທີ່​ໄດ້​ຮັບ​ຜົນ​ກະທົບ ​ຈາກ​ໂຄ​ວິດ-19.

ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ

ເນື້ອໃນ: ຂປລ

ງານ​ມະ​ຫາ​ກຳ​ກິ​ລາ​ແຫ່ງ​ຊາດ ຄັ້ງ​ທີ 11 ຖືກໂຈະຈົນຮອດ ປີໜ້າ

ລັດຖະບານລາວ ໄດ້ແນະນຳ ອຳນາດການປົກຄອງແຂວງຊຽງຂວາງ ວ່າ: ຈະມີການເລື່ອນເວລາຈັດງານມະຫາກຳ ກິລາແຫ່ງຊາດຄັ້ງທີ 11 ຫຼື ຊຽງຂວາງ ເກມ ຈົນຮອດປີ 2021, ພາຍຫຼັງມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ຢູ່ລາວ ຊຶ່ງເປັນຄົນທີ 23 ໃນວັນທີ 10 ກັນຍາ ທີ່ຜ່ານມານີ້, ເປັນເພດຊາຍ  ອາຍຸ 29 ປີ ເປັນຄົນລາວ, ອາຊີບ ນັກກິລາກອງທັບ, ບັນຊາລົດຖັງ,  ພາຍຫຼັງທີ່ໄດ້ເຂົ້າຮ່ວມກິລາທາງການທະຫານ ຢູ່ ສະຫະພັນ ຣັດເຊຍ ໃນໄລຍະທີ່ຜ່ານມາ ແລະ ຕິດເຊື້ອມາ, ປະຈຸບັນ ຍັງສືບຕໍ່ ປິ່ນປົວຢູ່ໂຮງໝໍມິດຕະພາບ.

ຫົວໜ້າພະ​ແນກ​ສຶກ​ສາ​ທິ​ການ ແລະ ກີລາ​ ແຂວງ​ຊຽງ​ຂວາງ, ທ່ານ ບົວລີ ພັນນາວົງ ໄດ້ໃຫ້ສໍາພາດ ກັບ ນັກຂ່າວ ໜັງສືພິມວຽງຈັນທາຍ ວ່າ: ຄາດວ່າຈະມີ ຫຼາຍກວ່າ 20 ປະເພດກິລາ ເຂົ້າຮ່ວມ ງານມະຫາກຳ ກິລາແຫ່ງຊາດຄັ້ງທີ 11 ປີ 2021 ຫຼື ຊຽງຂວາງ ເກມ, ແຕ່ຍັງບໍ່ທັນກໍານົດເປັນທາງການ ວ່າມື້ໃດຈະຈັດການແຂ່ງຂັນເທົ່ານັ້ນ.

ໃນນັ້ນ ການກະກຽມພິທີເປີດ-ປິດງານ ໄດ້ສໍາເລັດການຄັດເລືອກກ້ອນກໍາລັງສວນສະໜາມ ແລະ ແຫ່ແລ່ນທວນໄຟ ຈໍານວນ 300 ຄົນ ແລະ ນາງສາວຖືປ້າຍ 50 ຄົນ, ສໍາເລັດຄັດເລືອກນັກສະແດງ 2.849 ຄົນ ແລະ ວຽກງານອື່ນໆ. ນອກຈາກນີ້ ວຽກງານກະກຽມສະໜາມແຂ່ງຂັນກິລາແຕ່ລະປະເພດ, ການກະກຽມທີ່ພັກຂອງຄະນະນໍາ ແລະ ນັກກິລາ ກໍມີພ້ອມແລ້ວ 100%  ພ້ອມທັງການກະກຽມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານອື່ນໆ ແມ່ນມີຄວາມພ້ອມແລ້ວໂດຍພື້ນຖານ.

ຂ່າວ: ວຽງຈັນທາຍ

ແພດໝໍລາວສາມາດຜ່າຕັດປ່ຽນວາວຫົວໃຈ ແລະ ແຍ່ເສັ້ນເລືອດຫົວໃຈໄດ້ແລ້ວ

ກະຊວງສາທາລະນະສຸກໃຫ້ຮູ້ວ່າ : ການຜ່າຕັດພະຍາດຕ່າງໆ ຫຼື ການປິ່ນປົວພະຍາດຕ່າງໆ ຂອງທ່ານໝໍລາວຢູ່ບັນດາໂຮງໜໍໃຫ່ຍໃນນະຄອນຫລວງວຽງຈັນ ສາມາດຜ່າຕັດປ່ຽນວາວຫົວໃຈ, ແຍ່ເສັ້ນເລືອດຫົວໃຈ ແລະ ພະຍາດອື່ນໆທີ່ຮັກສາຢາກໄດ້ແລ້ວ ໂດຍການນຳໃຊ້ເຄື່ອງມືທີ່ທັນສະໄໝ.

ທ່ານຮອງສາດສະດາຈານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ສຳພາດໃນບໍ່ດົນມານີ້ວ່າ ການແພດລາວສາມາດເວົ້າໄດ້ວ່າທຽບເທົ່າສາກົນແລ້ວ ເພາະມີເຄື່ອງມືທີ່ທັນສະໄໝທີ່ສາມາດປິ່ນປົວພະຍາດທີ່ປິ່ນປົວຍາກໆໄດ້ແລ້ວ ໂດຍສະເພາະພະຍາດທີ່ກ່ຽວກັບຫົວໃຈ ເຊັ່ນ: ການຜ່າຕັດປ່ຽນວາວຫົວໃຈ, ໃສ່ຈັກກະຕຸ້ນຫົວໃຈ, ແຍ່ເສັ້ນເລືອດຫົວໃຈ ນອກນັ້ນຍັງສາມາດຜ່າຕັດສະໝອງ, ຜ່າຕັດກະດູກສັນຫຼັງ, ກະດູກຫົວກົກຂາ, ຜ່າຕັດຄໍ່, ເອັນຫົວເຂົ່າ, ການໝາກຟອກໄຂ່ຫຼັງ, ຟອກຕັບ, ການຜ່າຕັດຜ່ານທໍ່ ແລະ ມີອຸປະກອນດ້ານວິເຄາະ-ລັງສີ, ປິ່ນປົວພະຍາດມະເຮັງດ້ວຍການສາຍແສງ ແລະ ການປິ່ນປົວດ້ວຍຢາພື້ນເມືອງ ແລະ ອື່ນໆ ແຕ່ສາມາດປິ່ນປົວພະຍາດດັ່ງກ່າວ ສະເພາະຢູ່ ບັນດາໂຮງໜໍໃຫ່ຍຢູ່ຂັ້ນສູນກາງ ຫຼື ຢູ່ສະເພາະຢູ່ໂຮງໝໍໃນນະຄອນຫລວງເທົ່ານັ້ນ.

ທ່ານຮອງສາດສະດາຈານ ບຸນກອງ ໄດ້ກ່າວຕື່ມວ່າ: ສະເພາະບັນດາໂຮງໜໍໃຫ່ຍຢູ່ຂັ້ນແຂວງກໍ່ເລີ້ມມີການພັດທະນາການຮັກສາພະຍາດຕ່າງໆໄດ້ເຊັ່ນກັນ ແຕ່ກໍຍັງຂາດອຸປະກອນການແພດທີ່ທັນສະໄໝ ແລະ ຍັງຂາດບຸກຄະລາກອນທີ່ຈະສາມາດນຳໃຊ້ອຸປະກອນ ຫຼື ເຄື່ອງຈັກທີ່ທັນສະໄໝໄດ້ ແຕ່ໂຮງໝໍຂັ້ນແຂວງກໍ່ສາມາດໃຫ້ບໍລິການປິ່ນປົວພະຍາດໃນ5 ຂະແໜງການທີ່ສຳຄັນໄດ້ແລ້ວເຊັ່ນ : ພະຍາດພາຍນອກ-ພາຍໃນ, ເດັກນ້ອຍ, ປະສູດຍິງ ແລະ ປິ່ນປົວສຸກເສີນຟື້ນຟູຊີບ.

ຂ່າວ : ສົມພາວັນ

ຮູບ : ເພັດໂພໄຊ

ແພດຈີນຕົກໃຈ ປາຍາວເກືອບ 40 ຊມ ຢູ່ໃນຮູທະວານໜັກຜູ້ປ່ວຍ

ວັນທີ 3 ມິຖຸນາ 2020 ນີ້ dailymail ລາຍງານເຫດສຸດພິສະດານໃນປະເທດຈີນ ເມື່ອແພດທີ່ໂຮງໝໍແຫ່ງໜຶ່ງໃນມົນທົນກວາງຕຸ້ງ ທາງຕອນໃຕ້ ຕ້ອງເລັ່ງຜ່າຕັດ ເອົາປາໝໍ ທີ່ຢູ່ໃນຮູທະວານໜັກ ຂອງຊາຍໄວອາຍຸ 30 ປີ ເຊິ່ງກ່າວວ່າ ໄດ້ນັ່ງທັບປາໂດຍບັງເອີນ ແລະ ເປັນສາເຫດໃຫ້ປາຫຼຸດເຂົ້າໄປໃນຮູທະວານ.

ລາຍງານລະບຸວ່າ ກໍລະນີດັ່ງກ່າວເກີດຂຶ້ນຕັ້ງແຕ່ວັນທີ 2 ມິຖຸນາ ທີ່ຜ່ານມາ ຊາຍໜຸ່ມ ເຊິ່ງມີອາການປວດທ້ອງຮຸນແຮງ ເດີນທາງມາທີ່ໂຮງໝໍຈ້າວສິງ ເຟຣິສ ພີເພລີ ແລະ ກ່າວກັບແພດວ່າພະຍາຍາມດຶງຊາກປາຕາຍອອກຈາກຮູທະວານດ້ວຍຕົວເອງບໍ່ສຳເລັດ.ເມື່ອແພດໄດ້ຍິນດັ່ງນັ້ນກໍ່ຟ້າວສົ່ງຕົວໄປສ່ອງໄຟຟ້າ ແລະ ກໍ່ພົບວ່າມີປາທີ່ມີຄວາມຍາວ 30-40 cm ຢູ່ໃນຮູທະວານ ແພດຈຶ່ງໄດ້ເຮັດການຜ່າຕັດເອົາປານັ້ນອອກມາໄດ້ສຳເລັດ.

.

ເຕືອນ! ລະວັງຝົນຕົກຟ້າຮ້ອງຟ້າເຫຼື້ອມໃນແຕ່ລະພາກ ລະຫວ່າງວັນທີ 17 ຫາ 20 ກັນຍາ

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກບົດລາຍງານສະພາບອາກາດ ເລກທີ 1222/ກອຕທ, ນະຄອນຫຼວງວຽງຈັນ, ວັນທີ 11 ກັນຍາ 2020 ຄາດຄະເນສະພາບອາກາດ ໃນໄລຍະວັນທີ 14 ຫາ 20 ກັນຍາ 2020 ວ່າ: ໃນໄລຍະວັນທີ 14 ຫາ 16 ກັນຍາ ຄວາມກົດດັນອາກາດຕໍ່າຈະປົກຄຸມຢູ່ທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ, ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ອາກາດຮ້ອນໃນຕອນບ່າຍ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບປານກາງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ຈາກນັ້ນວັນທີ 17 ຫາ 20 ກັນຍາ ຮ່ອງຄວາມກົດດັນອາກາດຕໍ່າຈະຜ່ານຢູ່ແຂວງເໜືອ ລົງຫາ ພາກກາງຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ ຈະເພີ່ມກຳລັງແຮງຂື້ນພັດປົກຄຸມພາກກາງ ແລະ ພາກໃຕ້, ຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງ ພາກກາງ ແລະ ພາກໃຕ້ ພ້ອມມີລົມພັດແຮງເປັນບາງໂອກາດ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງ ປະຊາຊົນບັນດາເຜົ່າ ໃຫ້ມີສະຕິຕໍ່ສະພາບນ້ຳຖ້ວມຊູ, ດິນເຈື່ອນ ແລະ ຖ້ວມອັ່ງ ພ້ອມທັງຍົກຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ, ພ້ອມໃຫ້ຕິດຕາມຂ່າວພະຍາກອນອາກາດຢ່າງເປັນປະຈຳ.
ແຄັບເຊິນ: ເຕືອນໄລຍະວັນທີ 17 ຫາ 20 ກັນຍາ ຈະມີຕົກໜັກຢູ່ບາງທ້ອງຖິ່ນແຂວງ ພາກກາງ ແລະ ພາກໃຕ້