2 ໜຸ່ມສາວ ອ້າງດື່ມ “ປັດສະວະ” ຫຼຸດນໍ້າໜັກ-ຮັກສາສິວ

ຮ່າງກາຍຂອງມະນຸດປະກອບໄປດ້ວຍນໍ້າເຖິງ 2 ໃນ 3 ດັ່ງນັ້ນໃຫ້ດື່ມນໍ້າຢ່າງເຫມາະສົມ ຈະເຮັດໃຫ້ຮ່າງກາຍຊຸ່ມຊື້ນ ແລະ ເຮັດວຽກໄດ້ຢ່າງປົກກະຕິແຕ່ສິ່ງທີ່ ທ່ານ ຄຣິດໂຕ ດຣາບັດຊິໂອ ຜູ້ຊ່ຽວຊານດ້ານອຸຕຸນິຍົມວິທະຍາຈາກລັດໄອດາໂຮ ຂອງສະຫາລັດ ອາຍຸ 49 ປີ ດື່ມນໍ້າປັດສະວະເພື່ອເຮັດໃຫ້ຮ່າງກາຍຊຸ່ມຊື້ນຄື ປັດສາວະ ເຊິ່ງລາວອ້າງວ່າຮູ້ສຶກສົດຊື່ນຄືຊຸບເປີແມນ ແຖມຍັງເຮັດໃຫ້ນໍ້າຫນັກຫຼຸດລົງເຖິງ 136 ກິໂລ ອີກດ້ວຍ

ດ້ວຍເຫດນີ້ຈຶ່ງເຮັດໃຫ້ ທ່ານ ຄຣິດໂຕ ແນະນໍາໃຫ້ ນາງ ຈູເລຍ ຊິນລາແມນ ອາຍຸ 26 ປີ ຊ່າງທາສີຈາກລັດແມລິແລນ ມີສິວຂຶ້ນເຕັມໃບຫນ້າ ເມື່ອລາວດື່ມປັດສະວະໄດ້ໄລຍະຫນຶ່ງລາວອ້າງວ່າສິວໜ້ອຍລົງຢ່າງຊັດເຈນ ແລະ ນໍ້າຫນັກ ຫຼຸດລົງໄປເຖິງ 113 ກິໂລ, ບໍ່ພຽງແຕ່ເທົ່ານັ້ນ ທັງສອງຄົນ ຍັງໄດ້ແນະນຳໃຫ້ຄົນທີ່ໃຊ້ອິນເຕີເນັດຄົນອື່ນໆໃນສະຫະລັດດື່ມນໍ້າປັດສະວະ ໂດຍໃຫ້ເຫດຜົນວ່າ ປັດສະວະມີສານອາຫານທີ່ຮ່າງກາຍນໍາກັບໄປດູດຊືມ ໃໝ່ໄດ້ ເຊິ່ງຈະຊ່ວຍໃຫ້ມີພູມຄຸ້ມກັນຕໍ່ສູ້ກັບໂລກໄດ້ດີຂຶ້ນ

ເຖິງຢ່າງໃດກໍ່ຕາມໃນຂະນະນີ້ຍັງບໍ່ທັນມີການວິໃຈໃດໆທີ່ຢືນຢັນໄດ້ວ່າ ການດື່ມນໍ້າປັດສະວະຈະສົ່ງຜົນດີຕໍ່ຮ່າງກາຍ ໃນຂະນະທີ່ຜູ້ຊ່ຽວຊານ ທາງດ້ານໄຕຫລາຍຄົນເຕື່ອນວ່າ ການດື່ມນໍ້າປັດສະວະຫລາຍເກີນໄປອາດຈະເຮັດໃຫ້ຮ່າງກາຍສະສົມຂອງເສຍທີ່ມາກັບປັດສະວະ ແລະ ຜົນກະທົບຕໍ່ໄຕໄດ້ໃນທີ່ສຸດ.

ແຈ້ງການດ່ວນ ! ສືບຕໍ່ ມາດຕະການຜ່ອນຜັນ ປ້ອງກັນ ຄວບຄຸມ ໂຄວິດ ແຕ່ 01-30 ກັນຍາ 2020

ແຈ້ງການດ່ວນ ! ສືບຕໍ່ ມາດຕະການຜ່ອນຜັນ ປ້ອງກັນ ຄວບຄຸມ ໂຄວິດ ແຕ່ 01-30 ກັນຍາ 2020

1) ສືບຕໍ່ປິດ ດ່ານສາກົນ, ດ່ານປະເພນີ
2) ໂຈະການຮັບເຊົ່າເໝົາລໍາຍົນ ລະຫວ່າງປະເທດ
3) ເຫັນດີ ກໍາຫນົດເອົາເວລາ 23:00 ປິດຮ້ານ ອາຫານ ຮ້ານບັນເທີງ ທົ່ວປະເທດ
ລາຍລະອຽດເພີ່ມຕື່ມ 👇

ຂ່າວ: Lao Youth Radio FM 90.0 Mhz

ຈົ່ງດຳລົງຊີວິດປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ ເຖິງວ່າ ຈະບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມກໍຕາມ

ກະຊວງສາທາລະນະສຸກ ໄດ້ຮຽກຮ້ອງມາຍັງ ທຸກພາກສ່ວນໃນສັງຄົມ ຈົ່ງພາກັນເອົາໃຈໃສ່ສືບຕໍ່ປະຕິບັດ ການດຳລົງຊີວິດປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ ເຖິງແມ່ນວ່າ ສປປ ລາວ ຈະບໍ່ມີກໍລະນີຕິດເຊື້ອພະຍາດ ໂຄວິດ-19 ໃໝ່ເພີ່ມກໍຕາມ, ທັງນີ້ ກໍເພື່ອເປັນການສະກັດກັ້ນການລະບາດຂອງພະຍາດດັ່ງກ່າວ ບໍ່ໃຫ້ກັບຄືນມາຮອບໃໝ່ ໃນປະເທດເຮົາ.

ໃນວັນທີ 28 ສິງຫາ 2020 ນີ້, ທ່ານ ນາງ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ກ່າວວ່າ: ໃນວັນທີ 27 ສິງຫາ ນີ້ ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 215 ຄົນ ເຊິ່ງຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ ໝາຍຄວາມວ່າ ບໍ່ມີຜູ້ຕິດເຊື້ອໃໝ່.ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 27 ສິງຫາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 37.956 ຕົວຢ່າງ ເຊິ່ງກວດພົບເຊື້ອສະສົມ 22 ຄົນ ແລະ ປັດຈຸບັນ ຄົນເຈັບຕິດເຊື້ອພະຍາດໂຄວິດ-19 ນ້ຳເບີ 22 ແມ່ນຍັງສືບຕໍ່ປິ່ນປົວ ຢູ່ໂຮງໝໍມິດຕະພາບ. ປັດຈຸບັນ ທົ່ວປະເທດມີສູນຈໍາກັດ ບໍລິເວນທີ່ຍັງເປີດຢູ່ທັງໝົດ 46 ສູນ, ໃນນັ້ນ ມີຜູ້ຖືກຈຳກັດບໍລິເວນ ຢູ່ສູນທັງໝົດ 2.726 ຄົນ ແລະ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ທ່ານ ນາງ ດຣ. ລັດສະໝີ ວົງຄຳຊາວ ຍັງກ່າວອີກວ່າ: ເນື່ອງຈາກສະພາບການລະບາດ ຂອງພະຍາດໂຄວິດ-19 ຂອງບັນດາປະເທດໃກ້ຄຽງ ແລະ ໃນໂລກ ຍັງເພີ່ມຂຶ້ນ ຢ່າງຕໍ່ເນື່ອງ, ສະນັ້ນ ຈຶ່ງຮຽກຮ້ອງໃຫ້ທຸກຄົນ ຈົ່ງພາກັນເອົາໃຈໃສ່ສືບຕໍ່ ປະຕິບັດການດຳລົງຊີວິດ ປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ ເປັນຕົ້ນ ອອກຈາກບ້ານ ເມື່ອມີຄວາມຈຳເປັນ, ເວລາອອກຈາກບ້ານ ຫລື ໄປສະຖານທີ່ ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ ຄວນໃສ່ຜ້າອັດປາກ-ດັງ, ຮັກສາມາລະຍາດ ໃນການໄອ-ຈາມ, ເວລາໄອ ຫລື ຈາມ ຄວນໃຊ້ຂໍ້ພັບແຂນສອກປິດປາກ, ລ້າງມືເລື້ອຍໆ ດ້ວຍນໍ້າສະອາດໃສ່ສະບູ ຫື ເຈວລ້າງມື, ການປະຕິບັດຮັກສາ ໄລຍະຫ່າງ 1-2 ແມັດຂຶ້ນໄປ, ການກິນອາຫານທີ່ປຸງແຕ່ງສຸກໃໝ່ໆ, ຄວນແຍກຂອງໃຊ້ສ່ວນຕົວ ບໍ່ໃຊ້ຮ່ວມກັບຜູ້ອື່ນ ແລະ ເມື່ອກັບຮອດບ້ານຄວນອາບນ້ຳ ແລະປ່ຽນເສື້ອຜ້າທັນທີ. ການປະຕິບັດທັງໝົດນີ້ ກໍເພື່ອຫລຸດຜ່ອນ ແລະ ຢັບຢັ້ງການລະບາດ ຂອງພະຍາດດັ່ງກ່າວ ບໍ່ໃຫ້ກັບຄືນມາຮອບໃໝ່ໃນ ສປປ ລາວ.

ຂ່າວ-ພາບ: ສິງຄຳ

ຂ່າວດ່ວນ! ເລຂາພັກ ເຈົ້າຄອງນະຄອນຫຼວງຮ່າໂນ້ຍຖືກຈັບ.

ຂ່າວດ່ວນ ວັນທີ 29 ສິງຫາ ຈາກສຳນັກງານຂ່າວ phapluat ລາຍງານວ່າ: ຕອນແລງຂອງວັນທີ 28 ສິງຫາ ທ່ານ ຫງວຽນດຶກຈຸງ ເລຂາພັກ, ເຈົ້າຄອງນະຄອນຫຼວງຮ່າໂນ້ຍ ຖືກເຈົ້າໜ້າທີ່ຕຳຫຼວດ ກະຊວງຕຳຫຼວດຈັບກຸມຕົວຊົ່ວຄາວ ໃນຂໍ້ຫາລັກເອົາເອກກະສານລັບຂອງຊາດ.

ເວລາປະມານ 19:30 ໂມງຂອງວັນທີ 28 ສິງຫາເຈົ້າໜ້າທີ່ຕຳຫຼວດໄດ້ບຸກເຂົ້າກວດຄົ້ນເຮືອນຂອງທ່ານ ດຶກຈຸງ ຢູ່ເຮືອນເລກທີ 88, ຈຸງລຽດ ຄຸ່ມດົງດາ ຮ່າໂນ້ຍ ແລະ ໄດ້ຄຸມຕົວໄວ້ຊົ່ວຄາວ

ຕາມຂໍ້ກຳນົດໃນມາດຕາ 337 ກົດໝາຍອາຍາ ປີ 2015(ສະບັບປັບປຸງປີ 2017) ເພື່ອໄວ້ສືບສວນສອບສວນ, ພາຍຫຼັງໄດ້ຮັບການຕົກລົງຈາກໄອຍະການປະຊາຊົນສູງສຸດຂອງຫວຽດນາມ.

ປັດຈຸບັນເຈົ້າໜ້າທີ່ໄດ້ຈັບກຸມຕົວທ່ານ ດຶກຈຸງ ໄວ້ເພື່ອສອບສວນສືບສວນຕໍ່ໄປ.

ຂ່າວ: ລູກເມືອງພວນ ໜັງສືພິມລາຍວັນລາວພັດທະນາ

ຮອງເຈົ້າຄອງນະຄອນຫລວງວຽງຈັນ ພົບປະຊາວຄ້າຂາຍ ແລະ ຜູ້ພັດທະນາຕະຫລາດເຊົ້າ ໃຫ້ເປັນສູນການຄ້າທີ່ທັນສະໄໝ

ຕະຫລາດເຊົ້າ ແມ່ນຕະຫລາດທີ່ເປັນໃຈກາງ, ເປັນທີ່ຮູ້ຈັກຂອງປວງຊົນລາວເຮົາ ໃນທົ່ວປະເທດ, ເຊິ່ງປັດຈຸບັນ, ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ໃນການຊຸກຍູ້ ແລະ ໃຫ້ມີການພັດທະນາໃຫ້ເປັນສະຖານ ທີ່ອຳນວຍຄວາມສະດວກ ໃນການຄ້າຂາຍ ແລກປ່ຽນສິນຄ້າ. ມາໃນວັນທີ 28 ສິງຫາ 2020 ນີ້, ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ຜູ້ຊີ້ນຳຄະນະສະເພາະກິດ ຍົກຍ້າຍຊາວຄ້າ-ຂາຍ ໂຄງການພັດທະນາຕະຫລາດເຊົ້າ ໄດ້ພົບປະຊາວຄ້າຂາຍ, ຜູ້ພັດທະນາຕະ ຫລາດເຊົ້າ ກໍຄື ບໍລິສັດ ຮົວຊິນ ພັດທະນາ ຈຳກັດ ແລະ ຊີ້ນຳການຈັດຕັ້ງປະຕິບັດ ແຜນພັດທານາຕະຫລາດເຊົ້າ ໃຫ້ເປັນສູນການຄ້າທີ່ທັນສະໄໝ, ທັງນີ້ ກໍເພື່ອເປັນການສ້າງຄວາມ ເຂົ້າໃຈຕໍ່ທິດທາງການພັດທະນາ ຂອງນະຄອນຫລວງວຽງຈັນ ໂດຍສະເພາະແມ່ນ ຕະຫລາດເຊົ້າ ກາຍເປັນສູນການຄ້າທີ່ທັນສະ ໄໝ, ເປັນສູນລວມຂອງການຄ້າຂາຍ ໃນຮູບແບບທີ່ທັນສະໄໝ ສົມເປັນເມືອງຫລວງຂອງປະເທດ.

ທ່ານ ພູຂົງ ບັນນະວົງ ໄດ້ກ່າວກັບຊາວຄ້າຂາຍ ແລະ ຜູ້ເຂົ້າຮ່ວມໃນພິທີຄັ້ງນີ້ວ່າ: ພວກເຮົາຕ້ອງໄດ້ເຊື່ອໝັ້ນ ໃນການພັດທະນາ ແລະ ຢັ້ງຢືນຕາມສັນຍາ ທີ່ນະຄອນຫລວງວຽງຈັນ ໄດ້ເຊັນຮັບຮອງແລ້ວ ໂດຍຂັ້ນຕອນການຄົ້ນຄວ້າແມ່ນ ຜ່ານຂະບວນການຖືກຕ້ອງ ແລະ ມີຄວາມເປັນທຳທີ່ສຸດ, ການພັດທະນາຕະຫລາດເຊົ້າ ແມ່ນໃຫ້ໄປຕາມຮູບແບບແຜນຜັງ ທີ່ລັດຖະບານຮັບຮອງ, ການປຸກສ້າງກໍໃຫ້ຖືກຕ້ອງ ແລະ ສອດຄ່ອງກັບແຜນຜັງການກໍສ້າງ, ທຸກຂັ້ນຕອນການກໍ່ສ້າງ ແມ່ນໃຫ້ປະຕິບັດໄປຕາມລະບຽບການ.

ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງ ມາຍັງຊາວຄ້າຂາຍ ແລະ ບໍລິສັດ ຕ້ອງໄດ້ຮ່ວມມືກັນ ເຮັດໃຫ້ການກໍ່ສ້າງສຳເລັດ ຕາມເວລາທີ່ໄດ້ກຳນົດໄວ້ ບໍ່ໃຫ້ແກ່ຍາວເວລາ ໃນການພັດທະນາ ຄືໄລຍະຜ່ານມາ, ສ່ວນການຕົບແຕ່ງພາຍໃນ ແມ່ນໃຫ້ບໍລິສັດ ແລະ ຊາວຄ້າຂາຍ ສົບທົບກັນເພື່ອຄວາມຈົບງາມ ແລະ ທັນສະໄໝ; ກຳນົດແຜນຍົກຍ້າຍຊ່ວຄ້າຂາຍ ອອກຈາກຕຶກຢູ (U) ມາຢູ່ຕຶກ ມໍ1 ແລະ ມໍ2 ເພື່ອໃຫ້ ການກໍ່ສ້າງໄດ້ດຳເນີນ ໄປຢ່າງສະດວກ ແລະ ສໍາເລັດຕາມແຜນການທີ່ວາງໄວ້.

ໂອກາດນີ້, ທ່ານ ຊາງ ຊຽງໝິງ ຜູ້ອຳນວຍການບໍລິສັດ ຮົວຊິນ ພັດທະນາ ຈຳກັດ ກໍໄດ້ລາຍງານຄວາມພ້ອມຂອງໂຄງການ ໂດຍທ່ານໄດ້ກ່າວວ່າ: ບໍລິສັດ ຮົວຊິນ ພັດທະນາ ຈຳກັດ ໄດ້ເຊັນສັນຍາສຳປະທານ ໂຄງການພັດທະນາ ຕະຫລາດເຊົ້າຕຶກ ຢູ(ຕະຫລາດເຊົ້າຕຶກເກົ່າ), ຕຶກ ມໍ1 ແລະ ມໍ2 ໃນວັນທີ 27 ພຶດສະພາ 2020 ຜ່ານມາ ໂດຍມີອາຍຸການສຳປະທານ 40 ປີ, ປັດຈຸບັນ, ບໍລິສັດ ມີບ່ອນຮອງຮັບຊາວຄ້າຂາຍ ທີ່ມາຈາກຕຶກຢູ ທັງໝົດ 302 ຫ້ອງ, ເຊິ່ງຊາວຄ້າຂາຍ ທີ່ຍ້າຍມາຢູ່ຕຶກ ມໍ1 ແລະ ມໍ2 ແມ່ນຈະໄດ້ຍົກເວັ້ນຄ່າເຊົ່າ ແລະ ຄ່າບໍລິມາດຫ້ອງ ເປັນເວລາ 6 ເດືອນ, ລວມທັງໄລຍະການຍົກຍ້າຍ 3 ເດືອນ ລວມທັງໝົດເປັນ 9 ເດືອນ, ສ່ວນຄ່າໄຟຟ້າແມ່ນ ໃຫ້ຈ່າຍເອງຕາມການຊົມໃຊ້ ຕົວຈິງ ແລະ ຫລັງຈາກໝົດກຳນົດ ການຍົກເວັ້ນແລ້ວ, ບໍລິສັດຈະເກັບຄ່າເຊົ່າ 50% ຈົນກວ່າຈະມີແຈ້ງການໃຫ້ຂຶ້ນຕຶກ ໃໝ່ຕາມລາຄາເຕັມ ຂອງແຕ່ລະຊັ້ນຄື: ຊັ້ນໃຕ້ດິນແມ່ນລາຄາ 16 ໂດລາສະຫະລັດຕໍ່ຕາແມັດ, ຊັ້ນ 1 ລາຄາ 20 ໂດລາສະຫະລັດຕໍ່ຕາແມັດ, ຊັ້ນ 2 ລາຄາ 18 ໂດລາສະຫະລັດຕໍ່ຕາແມັດ, ຊັ້ນ 3 ລາຄາ 14 ໂດລາສະຫະລັດຕໍ່ຕາແມັດ, ສ່ວນຄ່າໄຟຟ້າ ແລະ ຄ່າບໍລິມາດ ຊາວຄ້າຂາຍຕ້ອງໄດ້ຈ່າຍລາຄາເຕັມ (ຄ່າບໍລິມາດ ລາຄາ 26.000 ກີບຕໍ່ຕາແມັດ). ຖ້າຫາກຊາວຄ້າຂາຍ ທີ່ມາຈາກຕຶກຢູ ຫາກມີຄວາມສົນໃຈ ຈະຊື້ຫ້ອງຂາຍຈາກບໍລິສັດ ແມ່ນຈະໄດ້ຮັບສ່ວນຫລຸດ 20% ຂອງມູນຄ່າຫ້ອງ, ເຊິ່ງລາຄາຂາຍແມ່ນ 2.800-5.500 ໂດລາຕໍ່ຕາແມັດ.

ເນື້ອໃນ: ຂປລ

ເຕືອນແລ້ວບໍ່ຟັງ! ຈືນໄຂ່ປາເປົ້າກິນ ຊ໋ອກດັບຄາເຮືອສອງສົບ

ມີລາຍງານຊ່ວງເດືອນຜ່ານມາວ່າ ຕອນກາງຄືນມີເຈົ້າຫນ້າທີ່ຕໍາຫຼວດໄດ້ຮັບແຈ້ງຈາກ ນະຄອນສີທຳມະລາດ ໄດ້ຮັບແຈ້ງມີເຮືອຫາປາກະແສສິນ 31 ກໍາລັງເດີນທາງເຂົ້າມາຝັ່ງ ບ້ານຫລັກແດງ ຫມູ່ 2 ເນື່ອງຈາກມີລູກເຮືອຊາວມຽນມາ ເສຍຊີວິດ 2 ຄົນ ແລະອາການສາຫັດອີກ 1 ຄົນ ຫລັງຈາກກິນ ໄຂ່ປາປັກເປົ້າ.

ເມື່ອເຖິງແຄມຝັ່ງດັງກ່າວ ທາງເຈົ້າຫນ້າທີ່ໄດ້ເຂົ້າກວດສອບພາຍໃນຫ້ອງພັກລູກເຮືອ ກໍ່ພົບເຫັນສົບ ຄື ທ້າວ ຊິດ ອາຍຸ 22 ປີ ແລະ ທ້າວ ຕານ ອາຍຸ 29 ປີ ນອນເສຍຊີວິດຢູ່ໃນສະພາບນໍ້າລາຍເຕັມປາກ ແລະ ຍັງພົບເຫັນ ທ້າວ ຊູຈີ ລູກເຮືອຊາວມຽນມາອີກ 1 ຄົນ ຢູ່ໃນອາການສາຫັດ ເຈົ້າຫນ້າທີ່ຈຶ່ງຟ້າວນໍາມາສົ່ງທີ່ໂຮງໝໍ ເບື້ອງຕົ້ນແພດໄດ້ໃຫ້ການຮັກສາອາການຈົນປອດໄພແລ້ວ.

ທ້າວ ວິລັດ ສີວິລັດ ອາຍຸ 62 ປີ ໄຕ້້ກົງເຮືອໃຫ້ກ່າວວ່າ ໄດ້ອອກເຮືອໄປຫາປາກາງທະເລ ພ້ອມຄົນງານຊາວມຽນມາ 5 ຄົນ ຫລາຍວ່າ 10 ມື້ແລ້ວ ຮອດຊ້ວງບ່າຍວັນທີ່ຜ່ານມາ ລູກເຮືອໄດ້ລາກອວນຕິດປາ ປັກເປົ້າໂຕໃຫຍ່ມາ 1 ໂຕ ທ້າວ ຊິດ ຈຶ່ງເອົາມາເຮັດເປັນອາຫານໂດຍແຜ່ເນື້ອໃສ່ເກືອຕາກແດດໄວ້ ສ່ວນໄຂ່ປາກໍ່ເອົາມາທອດກິນທັນທີ ແລະ ໄດ້ເອີ້ນ ທ້າວ ຕານ ແລະ ທ້າວ ຊູຈີ ມາຕັ້ງວົງກິນນຳກັນ ຈາກນັ້ນຜ່ານໄປປະມານເຄິ່ງຊົ່ວໂມງ ທ້າວ ຕານ ທີ່ກິນຫລາຍທີ່ສຸດເກີດອາການຊັກ ນໍ້າລາຍເຕັມປາກ ແລະ ເສຍຊີວິດທັນທີຕໍ່ມາອີກ 3 ຊົ່ວໂມງ ທ້າວ ຊິດກໍ່ເສຍຊີວິດຕາມໄປອີກຄົນສ່ວນ ທ້າວ ຊູຈີ ໂຊກດີທີ່ກິນນ້ອຍທີ່ສຸດມີອາການຮາກອອກມາຢ່າງຫນັກ ເຮັດໃຫ້ຍັງບໍ່ເສຍຊີວິດ

ທັງນີ້ ລາວໄດ້ພະຍາຍາມຫ້າມທັງ 3 ຄົນ ວ່າປາປັກເປົ້າມັນມີພິດຮ້ານແຮງ ແຕ່ພວກເຂົາກໍ່ບໍ່ຍອມຟັງ ຈຶ່ງໄດ້ເກີດເຫດການສູນເສຍຂຶ້ນ.

ມອບໂຕດ່ວນ! ເຫັນແຈ້ງຂະໜາດນີ້ເຫດໂຈນລັກລົດຈັກ

ເມື່ອວັນທີ່ 30/08/2020 ໄດ້ທິຜູ້ໃຊ້ເຟສບຸກຊື່: Minny Ctm ໄດ້ໂພສວ່າ

ມີໃຜພໍຊີຮູ້ຈັກບໍ ລົດອ້າຍຂ້ອຍເສຍ ເວບ100 ສີກົມ ປ້າຍລົດ7331 ເສຍປະມານ 7-8ໂມງ ເເຖວບ້ານໂຊກນ້ອຍເບີງກ້ອງວົງຈອນປິດເຫັນ2ຄົນນີ້ເອົາໄປ 😡 ໃຜຮູ້ຈັກລົບກວນຕິດຕໍຫາເເດ່ຊີສົມມະນາຄຸນຍ່າງສູງ

🙏 ຕອນນີ້ເເຈ້ງບ້ານເເຈ້ງກຸ້ມໄວ້ເເລ້ວ ກົດໄລກົດເເຊຮໃຫ້ເເດ່ເພືອມີຄົນຮູ້ຈັກ ຊວງນີ້ໂຈນລັກລົດຫລຼາຍໃຫ້ລະມັດລະວັງເເດ່ເດີ ທຸກຄົນ!!! ຫາກີນງ່າຍພວກຊົ່ວເອີຍ😡

ໃຜພົບເຫັນແຈ້ງເພີ່ນແດ່ເດີ. ຂໍໃຫ້ຈັບໄດ້ໄວ້ໆ

ສຸດໂຫດ! ລູກສາວແທ້ໆ ລັກລົດພໍ່ແມ່ ໜີໄປພ້ອມໝູ່ ໃຜເຫັນແຈ້ງດ່ວນ…

ເມື່ອວັນທີ່ 30/08/2020 ໄດ້ມີຜູ້ໃຊ້ເຟສບຸກຊື່: Khampheng Phommasy ໄດ້ໂພສວ່າ

ສະບາຍດີ ທຸກທ່ານ ຂ້າພະເຈົ້າ ຂໍຄວາມຊ່ວຍເຫລືອຈາກບັນດາທ່ານ ຊ່ວຍກະລຸນາໃຫ້ຂ່າວແຈ້ງຂ່າວ ເລືອງ ລົດ ຮຸນໃດ ເອັກເຊັນ ສີຂາວ ກລ 2580 ກຳແພງນະຄອນ
ໃນນັ້ນ ເອກະສານລົດຄົບຊຸດ ສຳມະໂນຄົວ ບັດ ພາດສະປອດ ແລະ ອື່ນ ໆ

ທີ່ຖືກ ສູກສາວທີ່ໄດ້ລັກເອົາກະແຈລົດຈາກກະເປົ່າເງີນຂອງແມ່ ລູກສາວມາພ້ອມຫມູ່ ຜູ້ ຍິງ ສອງຄົນ ຜູ້ຊາຍ ຫນື່ງຄົນ ເປັນຜູ້ຂັບລົດ ໄປພ້ອມກັນ ໃນ ເວລາປະມານ 8:30 ຕອນຄ່ຳ ຂອງວັນທີ່ 24 / 8/ 2020
ທ່ານ ເຈົ້າຂອງ ປ້ຳນ້ຳມັນ ຫລື ຜູ້ບໍລິຫານ ປ້ຳນ້ຳມັນ ຂໍໃຫ້ ຊ່ວຍ ເບິ່ງກ້ອງວົງຈອນໃຫ້ແດ່ ຖ້າພົບເຫັນ ແຈ້ງເຈ້າຫນ້າທີ່ ເຂດນັ້ນ ກັກຕົວ ໄວ້ໃຫ້ກ່ອນ

ຖ້າທ່ານໃດ ພົບເຫັນ ຫລື ໃຫ້ ຂ່າວ ຈະສົມມະນາບຸນຄຸນ ຕາມສົມຄວນ ວອດແອບ 020 520 191 70 030 9712733

ເຫດລົດຈັກ+ລົດຈັກ(ເສຍຊີວິດຄາທີ່ 1ລາຍ ຕາມຫາຍາດພີ່ນ້ອງ)

ວັນທີ29/08/2020ເວລາ 22:21 ໂມງ.
ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີເຫດລົດຈັກຕຳກັບລົດຈັກ.

+ຈຸດເກີດເຫດແມ່ນເສັ້ນທາງບ້ານສາຍນ້ຳເງິນ ໜ່ວຍກູ້ໄພອອກກວດສອບເຫດພົບວ່າມີຄົນເຈັບ 2 ຄົນ:

ຜູ້ທີ1: ເປັນເພດຊາຍ ອາຍຸ 25-30ປີ ປີ ອາຊີບປະຊາຊົນ ບ້ານຫ້ວຍຫົງ ເມືອງໄຊທານີ ນະຄອນຫລວງວຽງຈັນ.
ອາການເບື້ອງຕົ້ນແມ່ນ:ບາດເປີດໃຫຍ່ຢູ່ຫນ້າຜາກ,ບາດເປີດໃຫຍ່ຢູ່ຄໍ(ບໍ່ມີສະຕິ).

ຜູ້ທີ2:ເປັນເພດຊາຍ ອາຍຸປະມານ 25-30ປີ (ບໍ່ຮູ້ຂໍ້ມູນແລະປະກາດຕາມຫາຍາດພີ່ນ້ອງ)
ອາການເບື້ອງຕົ້ນແມ່ນກະໂຫລກຫນ້າຍຸບ (ເສຍຊີວິດຄາທີ່).

ດັ່ງນັ້ນໜ່ວຍກູ້ໄພມູນນິທິຈຶ່ງໄດ້ທຳການປະຖົມພາຍາບານຂັ້ນເບື້ອງຕົ້ນໃຫ້ຄົນເຈັບແລະໄດ້ນຳສົ່ງຄົນເຈັບໄປໂຮງຫມໍ 150ຕຽງ.
#ສ່ວນຜູເສຍຊີວິດແມ່ນຝາກໄສ້ໂຮງເຢັນມູນນິທິຈີນ.

.

.

.

.

.

.

.

.

.

ສົກປີນີ້ ມະຫາວິທະຍາໄລແຫ່ງຊາດ ຈະຮັບນັກສຶກສາ 9ພັນກວ່າຄົນ

ມະຫາວິທະຍາໄລ ແຫ່ງຊາດ (ມຊ) ຈັດການສອບເສັງຄັດເລືອກ ເອົານັກສຶກສາເຂົ້າຮຽນສົກສຶກສາ 2020-2021 ຢ່າງເປັນທາງການ ໃນວັນທີ 29 ສິງຫາ 2020 ນີ້, ໂດຍມີນັກສຶກສາມາສອບເສັງທັງໝົດ 14.300 ກວ່າຄົນ ແລະ ຈະຮັບເອົາຕົວຈິງ 9 ພັນກວ່າຄົນ, ໃນນັ້ນລວມທັງນັກສຶກສາໃນແຜນ ແລະ ລະບົບຕໍ່ເນື່ອງ ເຂົ້າໃນລະບົບປະລິນ ຍາຕີ (ຮຽນປົກກະຕິ) ທັງໝົດ 107 ສາຂາ, ລະບົບອະນຸປະລິນຍາ 4 ສາຂາ ເຊິ່ງນອນໃນ 13 ຄະນະ, ເຊິ່ງຄະນະວິຊາ ທີ່ນັກຮຽນໃຫ້ຄວາມສົນໃຈ ລົງທະບຽນເຂົ້າສອບເສັງຫລາຍກວ່າໝູ່ ແມ່ນຄະນະອັກສອນສາດ (ສາຍພາສາຈີນ, ພາສາອັງກິດ), ຄະນະເສດຖະ ສາດ ແລະ ບໍລິຫານທຸລະກິດ (ສາຍວິຊາບໍລິຫານທຸລະກິດ, ການເງິນການທະນາຄານ ແລະ ການບັນຊີ).

ທ່ານ ຄໍາຜົງ ນາມມະວົງມີໄຊ ຮອງອະທິການບໍດີ ມຊ, ຜູ້ຊີ້ນໍາວຽກງານວິຊາການ ລາຍງານໃຫ້ຮູ້ວ່າ: ການສອບເສັງໃນປີນີ້, ມີ 1 ສູນສອບເສັງໃຫຍ່ ຄື (ວິທະຍາເຂດດົງໂດກ), ໂດຍໄດ້ແບ່ງອອກເປັນ 17 ຈຸດສອບເສັງ, ມີ 600 ກວ່າຫ້ອງ ແລະ ໄດ້ສອບເສັງໃນ 8 ວິຊາຄື: ວິຊາຄະນິດສາດ, ຟີຊິກສາດ, ເຄມີສາດ, ຊີວະສາດ, ພາສາລາວ-ວັນນະຄະດີ, ພູມສາດ ແລະ ວິຊາປະຫວັດສາດ.

ນອກນັ້ນ ຍັງມີຈຸດສອບເສັງສຳຮອງ ເພື່ອຮອງຮັບນັກຮຽນ ທີ່ຫລົງຫ້ອງ, ຫລົງຈຸດ ສອບເສັງ, ພາຍຫລັງສອບເສັງສຳເລັດແລ້ວ ຄາດວ່າຈະປະກາດຜົນການສອບເສັງ ພາຍໃນ 30 ວັນ ເຊິ່ງນັກສຶກສາ ສາມາດຕິດຕາມຜົນການສອບເສັງ ຜ່ານທາງເວັບໄຊ ຂອງ ມຊ (https://entrance.nuol.edu.la ແລະ http://www.nuol.edu.la, ເຟດບຸກເພຈ: ຂ່າວສານ ມຊ NUoL News, ວິທະຍຸຄື້ນ 103.7 MHz ອອກອາກາດເວລາ 10:30–11:00 ໂມງ ຂອງທຸກໆວັນອາທິດ), ຕິດປະກາດຢູ່ທີ່ສະໂມສອນໃຫຍ່ ມຊ ແລະ ພະແນກສຶກສາທິການ ແລະ ກິລາແຂວງ ໃນຂອບເຂດທົ່ວປະເທດ.

ສ່ວນການລົງທະບຽນເຂົ້າຮຽນຂອງນັກສຶກສາຜູ້ທີເສັງໄດ້ ແມ່ນຈະເລີ່ມ ແຕ່ມື້ປະກາດຜົນສອບເສັງ ເປັນຕົ້ນໄປ ແລະ ຈະເປີດການຮຽນ-ການສອນ ຊັ້ນຮຽນ ປີທີ 1 ໃນວັນທີ 12 ຕຸລາ 2020.

ທ່ານ ຄໍາຜົງ ນາມມະວົງມີໄຊ ໃຫ້ຮູ້ອີກວ່າ: ເພື່ອຮັກສາຄວາມໂປ່ງໃສ່ ໃນການສອບເສັງ ມະຫາວິທະຍາໄລແຫ່ງຊາດ ໄດ້ມີນິຕິກຳແຕ່ລະຂັ້ນຕອນ ໃນການກະກຽມ, ຈັດຕັ້ງສອບເສັງ ແລະ ກວດກາຕ່າງໆ, ໄດ້ນຳໃຊ້ລະບົບດີຈິຕອນ ຫລື ລະບົບຄອມພິວເຕີ ເຂົ້າໃນການກວດບົດສອບເສັງ ແລະ ຊັບຊ້ອນ ປະກາດຜົນການສອບເສັງ.

ພ້ອມດຽວກັນນັ້ນ, ມຊ ຍັງໄດ້ກຽມຄວາມພ້ອມ ເພື່ອຄວບຄຸມ ແລະ ປ້ອງກັນການລະບາດຂອງພະຍາດໂຄວິດ-19 ທີ່ອາດຈະເກີດຂຶ້ນ ໂດຍການປະຕິບັດຕາມມາດຕະການຕ່າງໆທີ່ ທາງຄະນະສະເພາະກິດ ມຊ ວາງອອກ ເຊິ່ງໄດ້ກໍານົດໄລຍະຫ່າງຂອງຜູ້ເຂົ້າສອບເສັງ, ເຮັດບ່ອນລ້າງມືໃນແຕ່ລະຈຸດ, ມີເຈວ, ສະບູ ແລະ ເຫລົ້າ ໄວ້ລ້າງມື, ມີທີມແພດໝໍ, ວັດອຸນຫະພູມ, ແນະນໍາໃຫ້ພະນັກງານຄູ-ອາຈານ ແລະ ນັກສອບເສັງ ຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດ ແນໃສ່ສະກັດກັ້ນ ແລະ ຫລີກລ້ຽງ ການຕິດເຊື້ອພະຍາດໂຄວິດ-19.

ຂ່າວ-ພາບ: ທະນູທອງ