ຢ່າເລື່ອນຜ່ານ ວອນສັງຄົມຊ່ວຍເຫຼືອນ້ອງແບ້ງດ້ວຍ!!!

ສະບາຍດີໝູ່ເພືອນເຟສບຸກຂໍຄວາມຊ່ວຍເຫຼືອແນ່ຕອນນີ້ຫຼານຊາຍຂອງຂ້າພະເຈົ້າທ້າວແບ້ງ ອາຍຸ15ປີ ຢູ່ບ້ານໂນນສະຫວ່າງ ເມືອງໄຊເສດຖາ ປ່ວຍເປັນມະເຮັງກະດູກໄດ້ຜ່າຕັດຂາແລ້ວ ຕອນນີ້ໄດ້ອອກໂຮງໝໍໄດ້ເດືອນປາຍແລ້ວ

ບໍ່ມີເງິນຮັກສາຕໍ່ທາງຄອບຄົວກາຫາເຊົ້າກິນຄ່ຳສ່ວນເງິນທີ່ມີຢູ່ໄດ້ໃຊ້ໃນການຮັກສາໝົດແລ້ວ
ຈຶ່ງວອນຂໍຄວາມຊ່ວຍເຫຼືອນຳຜູ້ໃຈບຸນຊ່ວຍປັດໃຈເລັກໜ້ອຍເພື່ອຈະໄດ້ນຳມາຈ່າຍຄ່າອົກຊີ້ຄາຢາແລະຄ່າແພມເພີດ ຂໍຄວາມຊ່ວຍເຫຼືອຫຼານຊາຍຂອງຂ້າພະເຈົ້າດ້ວຍ

ເບີໂທຕິດຕໍ່ 020 56715779
ເລກບັນຊີ 098 12000 1827 188001
ຊື່ phonepasong

ສຳລັບບັນຊີແມ່ນຂອງນ້າສາວຜູ້ທີ່ທ້າວແບ້ງຢູ່ນຳ
ບັນຊີແມ່ນເຮົາເປີດໃຫມ່ ເງີນທຸກກີບທີ່ໄດ້ຈາກການຊ່ວຍເຫຼືອເພື່ອນຳມາໃຊ້ໃນການປິ່ນປົວເທົ່ານັ້ນຈະບໍ່ເອົາໄປຈ່າຍສ່ວນໂຕ

ຄລິບ

ສະຖານທີ່ເຮືອນ ຂອງຄົນເຈັບ ຊື້ທ້າວ ເເບ້ງ

https://maps.google.com/?q=17.981352,102.652611

ເຕືອນໄພ ເດັກຊາຍຈີນ ໄວ 15 ປີ ຫລິ້ນເກມ 22 ຊົ່ວໂມງຕໍ່ມື້ ຈົນກາຍເປັນອຳມະພາດ

ໃນວັນທີ 9 ກໍລະກົດປີ 2020, ເວັບໄຊທ໌ Daily Mail ໄດ້ລາຍງານວ່າທ້າວ Xiao Bin, ເດັກຊາຍຈີນອາຍຸ 15 ປີ, ຕິດເກມຄອມຢ່າງນັກ ລາວຫລິ້ນເກມຢ່າງຕໍ່ເນື່ອງໃຊ້ເວລາ 22ຊົ່ວໂມງ ຕໍ່ມື້ ນອນພັກແຕ່ 2 ຊົ່ວໂມງ ເປັນເວລາ 1 ເດືອນ ຈົນສຸດທ້າຍ ຮ່າງກາຍບໍ່ສາມາດທົນໄດ້ ຈຶ່ງລົ້ມລົງຫມົດສະຕິໃນທີ່ສຸດແມ່ຂອງທ້າວ Xiao Bin.

ຮີບຟ້າວ ນຳເອົາລູກຊາຍຂອງນາງໄປໂຮງ ໝໍ ເມືອງ
ໜານໜິງ ນາງເປີດເຜີຍວ່າໃນເວລາກັກໂຕ Covid 19 ໂຮງຮຽນປິດ ລູກຊາຍໃຊ້ເວລາສ່ວນໃຫຍ່ຢູ່ໃນຫ້ອງນອນ ປິດປະຕູ, ປ່ອງຢ້ຽມ, ບໍ່ໃຫ້ພໍ່ແມ່ເຂົ້າ. ທຳອິດລາວບໍ່ຮູ້ວ່າລູກ ກຳລັງເຮັດຫຍັງຢູ່.

ເມື່ອຖາມລູກ, ລູກບອກວ່າ ກຳລັງຮຽນຫນັງສືທາງ online ກ່ອນຈະມາຮູ້ຈັກຄວາມຈິງໃນພາຍຫລັງ ລາວໃຊ້ເວລາຫຼີ້ນເກມຄອມພິວເຕີ.ຫລັງຈາກ CT ສະແກນ ພົບວ່າ ທ້າວ Xiao Bin ມີອາການເສັ້ນເລືອດຕັນ. ສົ່ງຜົນໃຫ້ເກີດການສູນເສຍຄວາມຮູ້ສຶກຢູ່ແຂນແລະມືຊ້າຍ ທ່ານໝໍ Lee ລະບົບປະສາດສາດກ່າວວ່າອາການດັ່ງກ່າວເປັນຜົນມາຈາກການ ດຳລົງຊີວິດທີ່ຜິດປົກກະຕິ. ທັງພຶດຕິກຳ
ຕິດເກມ ລວມທັງການກິນແລະການນອນທີ່ເປັນອັນຕະລາຍຕໍ່ສຸຂະພາບໂດຍກົງ ຂາດສານອາຫານແລະຂາດການພັກຜ່ອນ ຫຼຸດຜ່ອນ

ເຮັດເລືອດແລະອົກຊີໃນສະໝອງຫລຸດ ເລືອດບໍ່ສາມາດໄຫຼເຂົ້າໄປໃນສະ ໝອງ ໄດ້.ຫລັງຈາກເກີດເຫດ ທ້າວ Xiao Bin ກຳລັງຮັບການປິ່ນປົວຢູ່ໃນໂຮງ ໝໍ ແລະການປິ່ນປົວທາງຮ່າງກາຍຢ່າງຕໍ່ເນື່ອງ ມັນຍາກທີ່ຈະສາມາດບອກໄດ້ວ່າ ລາວຈະສາມາດກັບຄືນສູ່ສະພາບປົກກະຕິຄືເກົ່າບໍ?

ພໍ່ຕູ້ແມ່ຕູ້ແຕ່ກ່ອນເຄີຍມີຄອບຄົວທີ່ອົບອຸ່ນ ສຽງສະອື້ນໃນໃຈຂອງລູກສາວໃນຕ່າງແດນ

ລະຄອນສັ້ນເລື່ອງນີ້ຖືກແຕ່ງຂື້ນໂດຍ ອາຈານ ສໍທ່ຽງທຳ ເພື່ອເປັນກຳລັງໃຈໃຫ້ຫຼາຍຄົນໄດ້ເປັນຄະຕິເຕືອນໃຈໃນການໃຊ້ຊີວິດທຸກຢ່າງ ເລື່ອງມີຢູ່ວ່າ:

ຊີວິດຕູ້ຄຳມີ ແລະ ແມ່ຕູ້ສີພອນ ພວກເຂົາເຄີຍມີຄອບຄົວອັນແສນອົບອຸ່ນ ມີເຮືອນ1ຫລັງ ມີລູກສາວ 1 ຄົນ ຄອບຄົວຄົບໜ້າຄົບຕາ ພໍ່ແມ່ລູກ. ພໍ່ເຖົ້າຄຳມີສະໄໝໜຸ່ມໆເປັນຄົນແຂງແຮງຫາຢູ່ຫາກິນຕາມທຳມະຊາດ ເພື່ອນຳມາລ້ຽງດູຄອບຄົວ ໃນຊ່ວງໄລຍະເວລານັ້ນຖືວ່າເປັນຊ່ວງເວລາທີ່ມີຄວາມສຸກທີ່ສຸດ ຈົນເວລາຜ່ານໄປຫລາຍປີ ລູກສາວຄົນດຽວຂອງເຂົາກໍ່ໄດ້ເຕີບໃຫຍ່ເປັນສາວ ຊື່ ວ່າ”ນາງ” ນາງເປັນຄົນທີ່ມີຮູບຮ່າງໜ້າຕາທີ່ສວຍງາມ ເປັນທີ່ໝາຍປອງຂອງຊາຍໜຸ່ມໃນໝູ່ບ້ານຫລາຍຄົນ. ມີມື້ໜຶ່ງຕູ້ຄຳມີ ບໍ່ສະບາຍຢ່າງກະທັນຫັນ ເຈັບປ່ວຍຄັ້ງນີ້ໃຊ້ເວລາຫລາຍເດືອນກວ່າຊິພື້ນໂຕມາໄດ້ ແລະ ກໍ່ໄດ້ໃຊ້ເງິນຈຳນວນຫລາຍໃນການປິ່ນປົ່ວ ເຮັດໃຫ້ຄອບຄົວເກີດຄວາມວິກິດ ທັງຈຳເປັນຕ້ອງໄດ້ໃຊ້ເງິນ ທັງຂາດຫົວໜ້າຄອບຄົວ ເພາະຕູ້ຄຳມີກັບມາເຮັດວຽກຄືເກົ່າບໍ່ໄດ້ແລ້ວ ຍ້ອນຄວາມຈຳເປັນແນວນັ້ນລູກສາວຈຶ່ງຂໍເຂົ້າໄປເຮັດວຽກຢູ່ໃນເມືອງເພື່ອຫາເງິນມາຈຸນເຈືອຄອບຄົວ ແລະ ຄ່າຍົກຢາຂອງພໍ່ . ຫລັງຈາກເຂົ້າໄປເຮັດວຽກຢູ່ໃນເມືອງເປັນເວລາ 3 ເດືອນ ນາງກໍ່ໄດ້ພົບຮັກກັບຊາຍໜຸ່ມທີ່ເປັນຄົນລາວແຕ່ອາໄສຢູ່ຕ່າງປະເທດ .

ນາງເຂົ້າໄປເປັນເດັກເສີບໃນຮ້ານອາຫານແຫ່ງໜຶ່ງຢູ່ໃນວຽງຈັນ ຈຶ່ງເຮັດໃຫ້ທັງສອງພົບຮັກກັນ ແຟນຂອງນາງໃຊ້ເວລາສັ້ນໆໃນການອາໄສຢູ່ລາວ ແຕ່ກໍ່ໄດ້ຮັບຮູ້ເລື່ອງທຸກຢ່າງກ່ຽວກັບຄອບຄົວຂອງນາງ ກ່ອນກັບຕ່າງປະເທດ ແຟນຂອງນາງໄດ້ໄປຢ້ຽມຢ້າມພໍ່ແມ່ຂອງນາງ ແລະ ໄດ້ລົມນຳແມ່ນາງວ່າຢາກສູ່ຂໍພານາງໄປຢູ່ຕ່າງປະເທດນຳ. ທັງສອງຕູ້ແນມເບີ່ງໜ້າກັນເວົ້າຫຍັງບໍ່ອອກ ໃຈໜຶ່ງກໍ່ດີໃຈທີ່ລູກສາວໄດ້ຄົບກັບຄົນມີຖານະ ອານາຄົດກໍ່ຄືຊິດີກວ່າທຸກມື້ນີ້ທີ່ເປັນຢູ່ ອີກໃຈໜຶ່ງກໍ່ເປັນຫ່ວງ . ແມ່ເອີຍຖາມນາງວ່າ ລູກຕັດສິນໃຈແນວໃດ ນາງຕອບກັບມາວ່າ ແລ້ວແຕ່ພໍ່ກັບແມ່. ໃນທີ່ສຸດກໍ່ໄດ້ຕັດສິນໃຈໃຫ້ທັງສອງແຕ່ງງານກັນຕາມປະເພນີ . ຫລັງຈາກແຟນຂອງນາງກັບໄປໄດ້ 3 ເດືອນ ກໍ່ໄດ້ເຮັດໜັງສືແລນເອົານາງໄປຢູ່ນຳ . ກ່ອນນາງຈະອອກເດີນທາງ ບໍ່ມີຄຳສັ່ງລາຈາກຜູ້ເປັນພໍ່ເລີຍ ມີພ່ຽງແຕ່ເອົາມືລູບຫົວລູກສາວເບົາໆ .

ນາງກັບແມ່ພາກັນໃຫ້ສະອື້ນກອດກັນເໝືອນກັບວ່າຈາກກັນຄັ້ງນີ້ແມ່ນໄດ້ຕາຍຈາກກັນແລ້ວ ເພາະວ່າມັນໄກ ໄກເຫລືອເກີນ ແມ່ສຸດທີ່ຈະເປັນຫ່ວງເຈົ້າ ໃຫ້ເຈົ້າເບີ່ງແຍງໂຕເອງດີໆເດີ ໂຊກດີເດີລູກ. ຫລັງຈາກທີ່ລູກສາວອອກເດີນທາງທັງສອງເຖົ້າກໍ່ກັບມາເຮືອນ ຕູ້ຄຳມີອົດກັ້ນນ້ຳຕາບໍ່ໄດ້ ຄ່ອຍໆເອົາມືຂື້ນມາປາດໜ້າແລ້ວຈົມອອກມາວ່າ : ຈາກກັນຄັ້ງນີ້ຄົງອາດຈະເປັນຄັ້ງສຸດທ້າຍທີ່ລູກຈະໄດ້ເຫັນໜ້າເຮົາໃນສະພາບນີ້ ລູກຕ້ອງໄປອາໄສຢູ່ ອີກລະຝາກຟ້າທີ່ໄກແສນໄກ ຫາກມື້ໃດພໍ່ລົ້ມປ່ວຍເຈົ້າຊິທັນມາໃຫ້ພໍ່ໄດ້ເຫັນໜ້າກ່ອນສິ້ນໃຈບໍ່ນໍ…ນາງເອີຍ

ສຸດຍອດຫຼາຍ ເຕັກໂນໂລຊີ AI ຊ່ວຍໃຫ້ພໍ່ແມ່ ແລະ ລູກຊາຍທີ່ຫາຍໄປ 18ປີ ມາພົບກັນອີກຄັ້ງ

ຍຸກ 4.0 ທີ່ເຕັມໄປດ້ວຍຄວາມທ້າທາຍນັ້ນ ຍັງມີສິ່ງດີໆທີ່ເຮັດໃຫ້ຫຼາຍຄົນກາຍເປັນມະຫາເສດຖີທີ່ໂລກຕ້ອງຈົດຈຳ ແລະມີເລື່ອງລາວສຸດເສົ້າກັບກາຍເປັນຂ່າວໜ້າຍິນດີທີ່ສຸດດັ່ງເຫດການນີ້ທີ່ເກີດຂຶ້ນຢູ່ປະເທດຈີນ ລູກຊາຍທີ່ພໍ່ແມ່ຮັກເທົ່າຊີວິດຫາຍຕົວໄປນານ 18 ປີແຕ່ຫາພໍ້ໄດ້ດ້ວຍ AI ລະບົບປັນຍາປະດິດທາງຄອມພີວເຕີ.

ຕາມລາຍງານຂ່າວໃນວັນທີ 20 ກໍລະກົດຜ່ານມານີ້ ມີຄູ່ຜົວເມຍຄົນຈີນຢູ່ເມືອງເສີນເຈີ້ນ ຂອງຈີນໄດ້ພົບໜ້າພໍ້ຕາລູກຊາຍຂອງຕົນເປັນຄັ້ງທຳອິດຫຼັງຫາຍຕົວໄປເປັນເວລາ 18 ປີ. ເຈົ້າໜ້າທີ່ທ້ອງຖິ່ນລາຍງານວ່າໃນປີ 2001 ລູກຊາຍໄວ 3 ປີຂອງສອງຜົວເມຍດັ່ງກ່າວໄດ້ຫາຍຕົວໄປຢ່າງໄຮ້ຮ່ອງຮອຍ ຈາກເມືອງຝູທຽນ ນະຄອນເສີນເຈີ້ນ ເຊິ່ງພໍ່ແມ່ຫາເທົ່າໃດກໍ່ບໍ່ພົບ ຈິ່ງໄດ້ໃຫ້ເລືອດໄປກວດດີເອັນເອ ເພື່ອໃຫ້ຕຳຫຼວດຊ່ວຍຕາມຫາລູກຊາຍແຕ່ກໍ່ບໍ່ເປັນຜົນ.

ເມື່ອຕົ້ນປີຜ່ານມາໃນເມືອງຈີນໄດ້ເລີ່ມນຳເອົາເທັກໂນໂລຊີ AI ເຂົ້າມານຳໃຊ້ ເພື່ອຊ່ວຍຕໍ່ຕ້ານຂະບວນການຄ້າມະນຸດ, ຜູ້ຊ່ຽວຊານຈາກເທັນເຊັນຜູ້ບໍລິການໂຊຊຽວມີເດຍໃນຈີນຈິ່ງນຳເອົາເຕັກໂນໂລຊີນັ້ນມາເຮັດຈຳລອງໃບໜ້າມະນຸດເມື່ອເຕີບໂຕຂຶ້ນ.

ເພື່ອໃຫ້ໄດ້ລູກຊາຍທີ່ຮັກດັ່ງດວງຕາກັບຄືນມາ ພໍ່ແມ່ຂອງເດັກຊາຍຈິ່ງຫາຮູບຖ່າຍຂອງລູກຊາຍໃຫ້ໄດ້ຫຼາຍທີ່ສຸດ ເພື່ອນຳໄປໃຫ້ລະບົບເອໄອປະມວນຜົນ ໂດຍລະບົບໄດ້ໃຫ້ເບາະແສກວ່າ 100 ອັນ ຫຼັງຈາກນັ້ນຈິ່ງມີການຈັດຕັ້ງຄະນະທີ່ເຮັດວຽກພິເສດເພື່ອສືບຫາຮ່ອງຮອຍຄົນທີ່ຫາຍສາບສູນໄປ.

ໃນທີ່ສຸດພວກເຂົາກໍ່ໄດ້ພົບຊາຍໜຸ່ມຄົນໜຶ່ງໃນເມືອງວິນຝູ ເຊິິ່ງມີໜ້າຕາໃກ້ຄຽງກັບໃບໜ້າໃນຕົວຢ່າງທີ່ສຸດ ຈາກນັ້ນກໍ່ນຳເອົາດີເອັນເອຂອງຊາຍໜຸ່ມຄົນນັ້ນມາກວດເບິ່ງ ຜົນປະກົດວ່າ ກົງກັບດີເອັນເອຂອງຄູ່ຜົວເມຍທີ່ລູກຊາຍຫາຍໄປ 18 ປີ, ເຫດການນີ້ໄດ້ສ້າງຄວາມປະທັບໃຈທີ່ສຸດແກ່ວົງການໄອທີ ແລະກາຍເປັນຂ່າວທີ່ໂດ່ງດັງໄປທົ່ວປະເທດຈີນ.

ອັນຕະລາຍ ກ່ອງໂຟມ ໄພງຽບທີ່ບໍ່ຄວນເບິ່ງຂ້າມ

ກອງໂຟມມັນກໍ່ມີໄພທີ່ຈະເປັນອັນຕະລາຍຕໍ່ຊິວິດເຮົາໄດ້ແພດຜູ້ຊ່ຽວຊານດ້ານສິ່ງແວດລ້ອມໄດ້ໃຫ້ຮູ້ວ່າກ່ອງໂຟມທີ່ໃຊ້ຕາມທ້ອງຕະຫຼາດທົ່ວໄປເປັນສິ່ງເສດເຫຼືອຈາກຂະບວນການກັ່ນນ້ຳ ມັນປີໂຕລ້ຽມປະກອບດ້ວຍສານສໄຕຣີນ,ໂຄງສ້າງໂມເລກຸນຄ້າຍຮໍໂມນເອສໂຕເຈນໃນເພດຍິງ.

ແພດຜູ້ຊ່ຽວຊານດ້ານບັນຈຸພັນທ໌ ບໍລິສັດບັນຈຸພັນເພື່ອສິ່ງແວດລ້ອມໄດ້ໃຫ້ຄວາມຮູ້ວ່າ: ກ່ອງໂຟມທີ່ໃຊ້ຕາມທ້ອງຕະຫລາດທົ່ວໄປເປັນຂອງເສຍເຫລືອສີດຳໆ ຈາກກະບວນການກັ່ນນ້ຳມັນປິໂຕລ່ຽມ ປະກອບກັບສານສະໄຕລີນ (Styrene) ມີໂຄງສ້າງໂມເລກຸນຄ້າຍຮອລ໌ໂມນເອດໂຕເຈນ(Estrogen) ໃນເພດຍິງ, ອາຫານຕາມສັ່ງທີ່ບັນຈຸກ່ອງໂຟມ ຈຶ່ງເປັນແຫລ່ງສະສົມສານສະໄຕລີນ ຊຶ່ງເປັນສານທີ່ອອກລິດເຮັດໃຫ້ສະຫມອງມຶນງົງ, ສະຫມອງເສື່ອມງ່າຍ, ຫງຸດຫງິດງ່າຍ ມີຜົນເຮັດໃຫ້ປະຈຳເດືອນມາບໍ່ປົກກະຕິ ແລະ ເປັນສານກໍ່ມະເຮັງອີກ 3 ຊະນິດ ຖ້າເປັນຜູ້ຊາຍຮັບປະທານເຂົ້າໄປຫລາຍໆ ມີໂອກາດສ່ຽງເປັນພະຍາດມະເຮັງຕອ່ມລູກໝາກ ຂະນະທີ່ຜູ້ຍິງມີໂອກາດເປັນມະເຮັງເຕົ້ານົມ ແລະ ທັງສອງເພດບໍ່ວ່າຍິງຊາຍມີໂອກາດສູງຕໍ່ການເປັນມະເຮັງຕັບ ເຖິງແມ່ນວ່າຈະບໍ່ໄດ້ດື່ມແອວກໍຮອລ໌ເປັນປະຈຳກໍ່ຕາມ.

ສຳລັບສານສະໄຕລີນ ຖືເປັນສານອັນຕະລາຍທີ່ປະເທດສະຫະລັດອາເມລິກາ ຫາກໍ່ປະກາດຂຶ້ນບັນຊີວ່າເປັນສານກໍ່ມະເຮັງ ແມ່ຍິງມີລູກທີ່ຮັບປະທານອາຫານບັນຈຸໃນກ່ອງໂຟມ ລູກມີໂອກາດສະຫມອງເສື່ອມ, ອະໄວຍະວະບາງສ່ວນພິການ ສ່ວນຄົນທົ່ວໄປຖ້າຮັບປະທານອາຫານກ່ອງໂຟມທຸກມື້ ມື້ລະກ່ອງ ຕິດຕໍ່ກັນເປັນເວລາ 10 ປີ ຈະມີໂອກາດສ່ຽງເປັນມະເຮັງສູງກວ່າຄົນປົກກະຕິເຖິງ 6 ເທົ່າ

ທັງນີ້ ຜູ້ບໍລິໂພກມີໂອກາດໄດ້ຮັບສານສະໄຕລີນ ໃນກ່ອງໂຟມໄດ້ງ່າຍເຖິງ 5 ປັດໄຈໄດ້ຄື:
1 ຖ້າອຸນນະພູມທີ່ເພີ່ມຂື້ນ ຫຼື ລຸດລົງ ເຮັດໃຫ້ສານໄຕຣິນຊືມເຂົ້າສູ່ອາຫານໄດ້ສູງ
2 ຖ້າປຸງອາຫານໂດຍໃສ່ນ້ຳມັນ ນ້ຳສົ້ມສາຍຊູ່, ເຫຼົ້າ ແມ່ນຈະດູດສານສໄຕຣິນຈາກກ່ອງໂຟມໄດ້ຫຼາຍກວ່າປົກ ກະຕິ

3 ຖ້າຊື້ອາຫານໃສ່ກ່ອງໄວ້ດົນ ແລ້ວບໍ່ໄດ້ກິນອາຫານຈະດູດສານໄຕຣິນໄດ້ຫຼາຍ
4 ຖ້ານຳອາຫານທີ່ບັນຈຸໂຟມເຂົ້າໄມໂຄເວບ ໄຕຣິນຈະໄຫຼອອກມາໃນປະລິນຫຼາຍ
5 ຖ້າອາຫານສຳຜັດກັບພື້ນທີ່ຜິວກ່ອງໂຟມຫຼາຍ ລວມເຖິງຮ້ານໃດທີ່ຕັດຖົງຢ່າງພາລາດສຕິກໃສເພື່ອຮອງ ອາຫານຂໍບອກວ່າໄດ້ຮັບສານກໍ່ມະເຮັງ 2 ເທົ່າ ທັງໄຕຣິນ ແລະ ໄດອອກຊິນ ຈາກຖົງພາລາດສຕິກ.
ອາຫານຕາມສັ່ງທີ່ຮ້ອນໆ ອາດຈະໄປລະລາຍຝາກ໋ອງໂຟມຄືກັບການກິນອາຫານໄຕລິນໄປນຳ.

ຕັ້ງເປົ້າສະຖິຕິປາກໃຫຍ່ທີ່ສຸດໃນໂລກ ສາວຊີດຟິນເລີ 15 ເທື່ອ

ຕັ້ງເປົ້າສະຖິຕິປາກໃຫຍ່ທີ່ສຸດໃນໂລກ ສາວບັສແກເລຍຊີດຟິນເລີ 15 ເທື່ອເດລີສຕາ ນຳສະເໜີເລື່ອງລາວຂອງແອນເດຍ ເອມີໂລວາ ອີວາໂນວາ ນັກສຶກສາສາວອາຍຸ 22 ປີ ຜູ້ໄຟຝັນທີຈະມີຮິມປາກ ໃຫຍ່ທິສຸດໃນໂລກ ພຽງເພາະຮູ້ສຶກ ງາມຂື້ນ ແລະ ທັນສະໄໝກວ່າ ນາງ ແອນເດຍ ໄປຄຣີນິກຫຼາຍ 10 ແຫ່ງ ແລະ ເຂົ້າຮັບການສີດກົດໄຮຍາຣູຣອນເສີມ ຂະໜາດຮິມປາກ 15 ເທື່ອ ແຕ່ລະເທື່ອ ໝົດຄ່າໃຊ້ຈ່າຍປະມານ 1,500 ໂດລາ ແລະ ຜົນຮັບເປັນທີ່ໜ້າພຶ່ງພໍໃຈ 100 %

ຕອນນີ້ຂ້ອຍມັກຮິມປາກໃຫຍ່ກວ່າທີ່ເຄີຍມີມາ ແລະ ຮູ້ສຶກມີຄວາມສຸກ ເພາະເບິ່ງຄືທັນສະໄໝ ແລະ ງາມ ນາງ ແອນເດຍ ຖ່າຍຮູບເຊວຟີ ແລະ ໂພສໃນອິນສຕາແກຣມ ຮຽກຮ້ອງຄວາມສົນໃຈ ແລະ ສຽງວິຈານຢ່າຫຼວງຫຼາຍ ແຕ່ເຈົ້າຕົວປະຕິເສດຄວາມຄິດເຫັນຂອງຄົນອື່ນເນື່ອງຈາກການເສີມຂະໜາດຮີມປາກເປັນເລື່ອງສ່ວນຕົວ. ບາງຄົນມັກຂ້ອຍທີຮິມປາກໃຫຍ່ ແຕ່ບາງຄົນມັກທີຮິມປາກນ້ອຍ ແຕ່ທັງໝົດນີ້ບໍ່ສຳຄັນ

ຂ້ອຍບໍ່ສາມາດບອກໄດ້ວ່າ ແມ່ນຫຍັງຄື ໃຫຍ່ເກີນໄປ ເພາະແຕ່ລະຄົນມີການຮັບຮູ້ທີແຕກຕ່າງກັນໄປ”ນາງ ແອນເດຍ ບອຫວ່າມີຄວາມຝັນທີຈະຂະຫຍາຍຮິມປາກມາຕະຫຼອດ ແລະ ບໍາແມ່ນການຫຼົງໄຫຼ່ຮິມປາກໃຫຍ່ ແຕ່ເປັນພຽງຄວາມຕ້ອງການຄວາມສວຍງາມຕາມອຸດົມຄະຕິຂອງຕົວເອງ ເມື່ອຖືກຖາມ ວ່າຕ້ອງການເຮັດສະຖິຕິຮິມປາກຂະໜາດໃຫຍ່ທີສຸດ ຫຼື ບໍ? ນາງ ແອນເດຍ ຕອບແບບບໍ່ລັງເລ່ວ່າແມ່ນ

ເປັນຫຍັງຕ້ອງບໍ່ລະ ? ແຕ່ຕອນນີ່ກ່າຍເປັນແຟຊັ່ນໃນປະເທດຂອງຂ້ອຍ ດັ່ງນັ້ນຫາກຕ້ອງການເປັນເຈົ້າຂອງຮິມຝີປາກທີໃຫຍ່ທີສຸດໃນໂລກຈະຕ້ອງພະຍາຍາມຕໍ່ໄປ ນາງ ແອນເດຍເວົ້າຕອນທ້າຍ.

ຂໍ້ຄວາມຈາກ ຊາວເມືອງສະຫນາມໄຊ ເງິນ50% ຮອບສອງກະຍັງມາຕັດອີກ20%

ຂໍ້ຄວາມຈາກ ຊາວເມືອງສະຫນາມໄຊ

ເງິນ50%ຮອບສອງກະຍັງມາຕັດອີກ20%ໃນເບື້ອງຕົ້ນຄືບໍ່ເວົ້າວ່າຊິຕັດ ບັດມາເທື່ອນີ້ຄືຕັດ ເງິນທີ່ໄດ້ມາຍັງບໍ່ໄດ້ເຄີ່ງໜື່ງທີ່ເຄື່ອງຂອງເສຍຫາຍໄປເງິນນ້ອຍທໍ່ໃດແຮງມາຕັດ ຄັນຮູ້ວ່າຊິຕັດແບບນີ້ບໍ່ເຊັນເອົາແຕ່ທຳອິດດອກ ຢາກຮູ້ຄືກັນວ່າເປັນຫຍັງຕ້ອງມາຕັດ ບໍ່ຄິດເຫັນໃຈຜູ້ປະສົບໄພແນ່ບໍ

ຄັນເລືອກໄດ້ບໍ່ມີໃຜຢາກໃຫ້ເຫດການນີ້ເກີດຂື້ນດອກບໍ່ແມ່ນວ່າຊິຢາກໃຫ້ເຂື່ອນມາແຕກໃສ່ ຄັນເຂື່ອນບໍ່ແຕກຄືຊິຈະເລີນກວ່ານີ້ເປັນ1000ເທົ່າ ກ່ອນຊິຕັດຫຍັງກະໃຫ້ຄິດແນ່ ບໍ່ແມ່ນຊິຢາກໄດ້ແຕ່ເງິນເຂົ້າຖົງໂດຍທີ່ບໍ່ຄິດເຫັນໃຈຜູ້ປະສົບໄພ ຄືບໍລິສັດSK ເຂົາກະໃຊ້ໃຫ້ໝົດແລ້ວເຂົາບໍ່ໄດ້ເວົ້າອີກວ່າຊິຕັດເງິນ20% ຂອງຜູ້ປະສົບໄພ ຜູ້ໄດ້ຫລາຍເຂົາກະຊິພໍໃຈໃຫ້ຕັດແຕ່ຜູ້ໄດ້ໜ້ອຍຊິເຫລືອຫລາຍປານໃດ

ໜີ້ທະນາຄານເຂົາກະມີໃຊ້ໜີ້ກະຍັງບໍ່ພໍແລ້ວ ເງິນຊິຊື້ກິນໃນແຕ່ລະມື້ກະບໍ່ເຫລືອຄັນຕັດ20%ນີ້ ຄືສູນປິນດົງນີ້ບໍ່ໄດ້ຫຍັງເລີຍທີ່ເປັນຂອງພັກລັດໃຫ້ບໍ່ວ່າຊິເປັນດິນທົດແທນເຮັດຮົ້ວເຮັດສວນກະບໍ່ໄດ້ຄືສູນອື່ນ ດິນຊິປຸກເຮືອນຖາວອນໃສ່ກະຍັງບໍ່ຮູ້ວ່າຢູ່ໃສ ດິນຊິມາທົດແທນໃຫ້ກະຍັງບໍ່ມີ ຄັນບໍ່ມີຄືຈັ່ງຊັ້ນກະວ່າຊິເອົາເງິນໃຫ້ຄອບຄົວລະສາມລ້ານຫາຫົກລ້ານ

ເຮັດແບບນີ້ບໍ່ຖືກບັດຄອບຄົວທີ່ມີຄົນຫລາຍເດຊິພໍກິນພໍໃຊ້ບໍ ຄອບຄົວທີ່ມີຄົນໜ້ອຍກະຊິພໍຢູ່ໃຈຢູ່ ໃນເມື່ອກ່ອນວ່າ5ຄົນຂື້ນໄປໄດ້2ເຮັກຕາ ຄັນຊິໃຫ້ເງິນເປັນຫຍັງບໍ່ໄລ່ໃຫ້ຕາມດິນຊິທົບແທນໃຫ້ຄືແຕ່ລະສູນເອົາໄປເອົາມາຜູ້ປະສົບໄພແຮງຊິທຸກເມືອໜ້າຄັນເປັນແບບນີ້

.

ຈະມີພິທີຍົກນ້ຳຊາ ແຈ້ງຂ່າວການຄອງຄູ່ສາວລົດເມ-ໜຸ່ມບອນໄວໆນີ້

ສາວລົດເມ ດາລານັກສະແດງ ພິທີກອນສາຍຫວານຂັວນໃຈຂອງຊາຍຫຼາຍຄົນມາຮອດມື້ນີ້ກໍ່ຕັດສິນໃຈຮັບແຫວນແຕ່ງງານກັບຊາຍທີ່ຮູ້ໃຈ ແລະຈະເຂົ້າສູ່ພິທີທາງການຂອງການໝັ້ນໝາຍໃນໄວໆນີ້ ງານນີ້ສາວລົດເມບອກວ່າໝູ່ຄູ່ຫຼາຍຄົນໜັບໜູນ ແຕ່ເຊື່ອວ່າ ຊາຍໜຸ່ມຫຼາຍຄົນອົກຫັກແນ່ນອນ ຈັ່ງໃດກໍ່ຍິນດີນຳເດີ້!

ກາລະຄັ້ງໜຶ່ງທີ່ສາວລົດເມມາອຸດົມໄຊ

ເມື່ອສອງມື້ກ່ອນໜ້ານີ້ຢູ່ໆໜ້າ ໄອຈີຂອງສາວລົດເມກໍ່ມີຮູບສວມແຫວນທີ່ນີ້ວນາງເບື້ອງຊ້າຍ ເຮັດໃຫ້ຫຼາຍຄົນຕ່າງກໍ່ມີຄຳຖາມໃນໃຈວ່າ ສາວຫວານຄົນນີ້ຢາກບອກຫຍັງແທ້ ຈົນນັກຂ່າວນຳຫາເຈົ້າຕົວໄດ້ແລ້ວກໍ່ໄດ້ຄຳຕອບວ່າ ລົດເມເຫັນວ່າເປັນຄົນທີ່ຕ້ອງເລືອກແລ້ວຈິ່ງກ້າລົງໄປແບບນັ້ນ!ວ້າວ ຕອບແບບແມນສຸດໆ

ຊາຍຄົນນີ້ຊ່າງໂຊກດີໄດ້ສາວຫວານໄປເປັນແມ່ຂອງລູກ

ຊາຍໜຸ່ມທີ່ໄດ້ຫົວໃຈສາວລົດເມໄປ ເປັນມີຊື່ສັ້ນໆວ່າ ບອນ ເປັນພະນັກງານອັອຟຟິດທຳມະດາ ເຮັດວຽກຢູ່ບໍລິສັດກູເກີນໄທແລນ ເຊິ່ງໄດ້ຄົບຫາດູໃຈກັບສາວລົດເມມາປະມານ 3 ປີ ເຫັນວ່ານິໄສໃຈຄໍເຂົ້າກັນດີ ການໃຊ້ຊີວິດຄ້າຍໆກັນທີ່ສຳຄັນຄອບຄົວເຂົາກໍ່ຕ້ອນຮັບຂັບສູ່ຮັກສາສາວລົດເມຄືຄົນໃນຄອບຄົວ ແຖມຊາຍໜຸ່ມຜູ້ນີ້ບໍ່ແມ່ນຄົນປາຕີ້ ລົດເມຈິ່ງຕົກລົງປົງໃຈສ້າງຊີວິດຄູ່ນຳ.

ສຳລັບແຫວນໝັ້ນທີ່ ສາວລົດເມສວມໃສ່ ໂຊໃນໂອຈີບໍ່ແມ່ນຂອງທຳມະດາ ແຕ່ກໍ່ບໍ່ຫຼູຫຼາດ້ວຍຊັບສິບຫາກມີຄວາມໝາຍທາງໃຈຂອງສອງຄົນເພາະເປັນແຫວນໝັ້ນຂອງແມ່ຝ່າຍຊາຍສະໄໝເປັນສາວ ແລະໃຊ້ເປັນແຫວນໝັ້ນຕໍ່ໆກັນມາ ແຕ່ພິທີໝັ້ນທາງການຍັງຈະຈັດອີກຮອບໜຶ່ງ.

ສ່ວນກຳນົດການແຕ່ງງານສູ່ຊີວິດຄູ່ຢ່າງເຕັມຮູບແບບນັ້ນ ສາວລົດເມບອກວ່າ ອາດຈະເປັນທ້າຍປີ ຫຼື ຕົ້ນປີໜ້າກໍ່ເປັນໄດ້ຕ້ອງເບິ່ງສະຖານະການຕົວຈີງສາກ່ອນ ແຕ່ທີ່ແນ່ນອນເລືອກຄົນນີ້ແລ!!! ຈັ່ງໃດກໍ່ຍິນດີນຳເດີ້ ມີຄູ່ແລ້ວມາຢາມລາວໃໝ່ເນີ້ສາວໃສຫວານ!!!

.

.

ຂ່າວ: laothai.net/

ຄູ້ຍຂີ້ເຫຍື້ອຂາຍຈົນລວຍ ອາຊີບນີ້ເຮັດໃຫ້ຂ້ອຍມີຢູ່ມີກິນ! ເບິ່ງລຸງເປັນແບບຢ່າງບໍ່ສົນຄໍາຄົນດູໝິ່ນ

ອາຊີບນີ້ເຮັດໃຫ້ຂ້ອຍມີຢູ່ມີກິນ! ເບິ່ງລຸງເປັນແບບຢ່າງບໍ່ສົນຄໍາຄົນດູໝິ່ນ ເລືອກຄູ້ຍຂີ້ເຫຍື້ອຂາຍຈົນລວຍ

ຈາກທີ່ແອັດເກິ່ນມາຂ້າງເທິງ ຫຼາຍທ່ານອາດເດົາກັນໄດ້ວ່າແອັດຈະເວົ້າກ່ຽວກັບຫຍັງໃນມື້ນີ້ ແມ່ນເລື່ອງແອັດຈະເວົ້າກ່ຽວກັບເລື່ອງອາຊີບການຮັບຊື້ເຄື່ອງເກົ່າ ຫຼື ຂີ້ເຫຍື້ຶອຂອງຄົນອື່ນ ແລ້ວນໍາມາສ້າງເງິນໃຫ້ກັບຜູ້ເຮັດອາຊີບນີ້. ເຊິ່ງຖືເປັນອີກຊ່ອງທາງໜຶ່ງທີ່ນອກຈາກຈະເປັນທຸລະກິດຫາລາຍໄດ້ແລ້ວ ຍັງເປັນທຸລະກິດຊ່ວຍແກ້ໄຂບັນຫາຂີ້ເຫຍື້ອໄດ້ນໍາອີກ.

ລຸງບາ ໄວວອາຍຸ 70 ປີ ຄົນສູ້ຊີວິດຈາກຕ່າງຖິ່ນມາຍຶດອາຊີບເກັບຂີ້ເຫຍື້ອຈາກກອງຂີ້ເຫຍຶໍໍື້ອທີ່ບາງຄົນດູຖືກໝິ່ນປະໝາກວ່າອາຊີບຊັ້ນຕໍ່າ ແຕ່ລຸງບໍ່ອາຍເພາະມັນເປັນອາຊີບສຸຈະລິດ ເປັນອາຊີບທີ່ບໍ່ຕ້ອງລົງທຶນ ແຕ່ລາຍໄດ້ດີ ເຮັດມາ 10 ກວ່າມີ ທ້ອນເງິນຊື້ດິນໄດ້ເຖິງ 30 ໄລ່.

ໂດຍລຸງບາເລົ່າວ່າ: ຍ້ອນອາຍຸທີ່ແກ່ຂຶ້ນຫຼາຍເຮັດໃຫ້ບໍ່ສາມາດເຮັດວຽກໜັກຢ່າງອື່ນໄດ້ ຈຶ່ງຊວນຜູ້ເປັນເມຍຫັນມາເກັບເຄື່ອງເກົ່າຕາມກອງຂີ້ເຫຍື້ອຂາຍ ເຊິ່ງຕອນທໍາອິດມີລາຍໄດ້ພຽງ 1ພັນບາດ ແຕ່ເຮັດມາເປັນເວລາດົນລາຍຮັບກໍ່ເພີ່ມຂຶ້ນເປັນຫຼັກ ໝື່ນ ແລ້ວກໍ່ທ້ອນໂຮມມາເລື້ອຍໆ ຊື້ດິນເທື່ອລະເລັກລະນ້ອຍ ຈົນຕອນນີ້ສາມາດເວົ້າໄດ້ເຕັມປາກວ່າເນື້ອທີ່ດິນ ຫຼື ສວນປາມ 30 ໄລ່ ແມ່ນໄດ້ມາຈາກການຂາຍຂີ້ເຫຍື້ອ.

ພ້ອມນີ້ລຸງບາຍັງບອກອີກວ່າ: ເຖິງແມ່ນວ່າໃຜໆອາດລັງກຽດຂີ້ເຫຍື້ອ, ລັງກຽດອາຊີບຂອງລຸງ ແຕ່ຂີ້ເຫຍື້ອເຫຼົ່ານັ້ນ ມັນເຮັດໃຫ້ລຸງມີຢູ່ມີກິນ ແລະ ອາຊີບນີ້ມັນກໍ່ເປັນອາຊີບສຸຈະລິດ ພໍໃຈໃນສິ່ງທີ່ເປັນຢູ່ຕອນນີ້ ເພາະຕົນເອງມີຄວາມສຸກທີ່ໄດ້ເຮັດວຽກເປັນນາຍໂຕເອງ ເມື່ອຍກໍ່ພັກ ເມື່ອຍກໍ່ຢຸດໄດ້ບໍ່ມີໃຜມາບັງຄັບເຮົາໄດ້.

ຂໍຂອບໃຈທີ່ມາ: Readykids

ສຸດສະເທືອນໃຈ! ແມ່ຄ້າໂຊກຮ້າຍໜີຝົນເຂົ້າກ້ອງຕົ້ນໝາກຂາມ ແຕ່ພາຍຸມາແຮງພັດຕົ້ນໄມ້ລົ້ມທັບດັບຄາທີ່

ເລື່ອງທີ່ແອັດມິນຈະນໍາມາສົ່ງຕໍ່ເຕືອນເປັນອຸທາຫອນໃຫ້ທຸກທ່ານໄດ້ຮັບຟັງໃນມື້ນິ້ເປັນເລື່ອງສຸດເສົ້າຂອງແມ່ຄ້າຫາເຊົ້າກິນຄໍ່າ ເຊິ່ງເກີດຂຶ້ນຢູ່ປະເທດໄທ, ເລາະຂາຍໄສ້ກອກໝົດມື້ ຝົນຕົກຮໍາຈຶ່ງມາຈອດລົດລີ້ຝົນຢູ່ກ້ອງຕົ້ນໝາກຂາມ ແຕ່ໂຊກຮ້າຍລົມພັດແຮງຕົ້ນໝາກຂາມຫັກທັບຮ່າງຄາລົດຈັກທີ່ຂີ່ມາ.

.

ໂດຍເຫດການດັ່ງກ່າວເກີດຂຶ້ນເມື່ອວັນທີ 11 ກໍລະກົດ 2020 ຢູ່ທີ່ ບ້ານມາບຕະໂກ, ໝູ່ 1 ຕໍາບົນມາບຕະໂກເອນ, ອໍ່ເພີຄອນບຸຣີ, ຈັງຫວັດນະຄອນຣາດຊສີມາ ໂດຍບ່ອນເກີດເຫດ ພົບຕົ້ໜໝາກຂາມຂະໜາດໃຫຍ່ຍັກອາຍຸປະມານ 40 ປີ ໂຄ່ນທັບຮ່າງແມ່ຕູ້ສົມຊື່ນ ອາຍຸ 61 ປີ ແມ່ຄ້າເລາະຂາຍໄສ້ກອກ ໂດຍທີ່ແມ່ຕູ້ຍັງຄາຢູ່ລົດຈັກ ເຊິ່ງພາບດັ່ງກ່າວສ້າງຄວາມສະຫຼົດໃຈໃຫ້ແກ່ຜູ້ພົບເຫັນເປັນຢ່າງຍິ່ງ.

.

ພາຍຫຼັງເຫດການດັ່ງກ່າວເຈົ້!ໜ້າທີ່ກູ້ໄພກໍ່ເລັ່ງຊ່ວຍເຫຼືອລະດົມກໍາລັງໃຊ້ເລື່ອຍຕັດຕົ້ນໄມ້ເພື່ອນໍາຮ່າງແມ່ຕູ້ອອກມາ ເຊິ່ງໃຊ້ເວລາເຖິງ 30ນາທີ່ກວ່າຈະບັນລຸພາລະກິດ.

ແນວໃດກໍ່ຕາມແອັດມິນຂໍສະແດງຄວາມເສຍໃຈຕໍ່ເຫດການທິ່ເກີດຂຶ້ນ ແລະ ຂໍໃຫ້ທຸກຄົນຖືເອົາເລື່ອງລາວດັ່ງກ່າວເປັນອຸທາຫອນ ມີສະຕິລະວັງຕົວ ຫາກມີຟ້າລົມຝົນຕົກ ຫຼື ລົມພັດແຮງ ຢ່າໄປຢູ່ໃກ້ຕົ້ນໄມ້ໃຫຍ່ເດັດຂາດ.