ເຕືອນໄພອັນຕະລາຍ ກຸ່ມຄົນບໍ່ຫວັງດີ ໄດ້ຢາຍຕະປູເຮືອໃບ ເຂດສາມແຍກໂພນໂຮງ ຫາ ສາມແຍກໂພນໝີ

ໃນຕອນທ່ຽງຄືນຂອງ ວັນອາທິດທີ່ຜ່ານມາ ວັນທີ 5 ກໍລະກົດ 2020 ມີກຸ່ມຄົນກໍ່ກວນໄດ້ວາງເຫລັກງໍ (ຕະປູເຮືອໃບ) ເຂດເສັ້ນທາງໂພນໂຮງ ຫາ ສາມແຍກໂພນຫມີ ແຂວງວຽງຈັນ.

ຂໍໃຫ້ເຈົ້າຫນ້າທີ່ ແລະ ກອງຫລອນບ້ານເຂດດັ່ງກ່າວ ສຶບຫາມູນຄວາມຈິງ ແລະ ດຳເນີນຄະດີກັບກຸ່ມຄົນດັ່ງກ່າວດ້ວຍ.

.

.

.

ແຫ່ລງຂ່າວຈາກປະຊາຊົນ.

ອີກແລ້ວ ສົດໆຫນຸ່ມກຳລັງກັບວຽງຮອດຄ້ອຍແລນມາກ (ເຂດແດນເມືອງສັງທອງ ກັບ ເມືອງສີໂຄດ ນວ) ໄດ້ມີຄົນຮ້າຍ 3ຄົນລັດປຸ້ນ

ອີກແລ້ວ ວັນທີ 9/7/2020 ເວລາ20:15ນາທີ ມີຊາຍຫນຸ່ມກຳລັງຊີກັບວຽງຮອດຄ້ອຍແລນມາກ (ເຂດແດນເມືອງສັງທອງ ກັບເມືອງສີໂຄດ ນະຄອນຫຼວງວຽງຈັນ) ໄດ້ມີຄົນຮ້າຍ 3ຄົນລັດປຸ້ນຫວັງຊິງຊັບ ແຕ່ໂຊກດີທີ່ມີລົດວີໂກຂີ່ມາຊ່ວຍໄວ້ທັນ.

ລາຍລະອຽດຈະແຈ້ງໃຫ້ຮູ້ຕື່ມ ຕອນນີ້ໄດ້ແຈ້ງຄວາມກັບເຈົ້າໜ້າທີ່ແລ້ວ

ຜູ້ໂພສເຫດການ

“ໂອມາຣ໌” ຊາຍໜຸ່ມຖືກເນລະເທດອອກປະເທດຍ້ອນຫລໍ່ເກີນຄວາມຈຳເປັນ ເຜີຍຄວາມເປັນຢູ່ປະຈຸບັນ

ຫຼາຍຄົນເຄີຍໄດ້ຍິນຂ່າວທີ່ໃຫຍ່ທີ່ດັງໄປທົ່ວໂລກໂຊຊ່ຽວສຳຫຼັບ ໂອມາຣ໌ ບໍຣ໌ການອັລ ກາລາ (Omar Borkan Al Gala) ຊາຍທີ່ລໍ່ທີ່ສຸດໃນໂລກ ທີ່ຖືກ ຊາອຸ ເນລະເທດອອກນອກປະເທດ

ພາຍຫຼັງຈາກທີ່ມີຂ່າວຮືຮາ ກໍລະນີທີ່ ໂອມາຣ໌ ບໍຣ໌ການອັລ ກາລາ ຖືກຊາອຸດິອາເລເບຍ ເນລະເທດອອກປະເທດ ດ້ວຍເຫດຜົນທີ່ວ່າລາວລໍ່ເກີນຄວາມຈຳເປັນ ເຊິ່ງຫຼາຍຄົນຄົງສົງໃສວ່າປະຈຸບັນນີ້ເຂົາເປັນຢູ່ຈັງໃດ?

ໂອມາຣ໌ ບໍຣ໌ການອັລ ກາລາ ເປັນຊ່າງພາບ ສິນລະປິນ ລວມທັງເປັນນັກປະພັນສຸດລໍ່ຈາກສາຫະລັດ ອາຫຼັບ ເອມິເຣດ ແລະ ເຂົາກໍເປັນຊາຍໜຸ່ມອາຫຼັບ 3 ຄົນທີ່ຖືກທາງການຊາອຸດິອາເລເບຍ ຈັບກຸມຕົວສົ່ງກັບປະເທດເມື່ອອາທິດກ່ອນລະຫວ່າງທີ່ລາວເປັນຜູ້ແທນປະເທດເດີນທາງໄປຮ່ວມງານເທດສະການດ້ານມໍລະດົກ ແລະ ວັດທະນະທຳຂອງຊາອຸດິອາເລເບຍ ແລະ ຄວາມລໍ່ເຂົາລາວກໍເຮັດໃຫ້ສາວໆໃຈລະລາຍກັນໄປທົ່ວໜ້າ

ຈົນຕຳຫຼວດສາສະໜາເປັນຫ່ວງວ່າ ຈະເຮັດໃຫ້ສາວໆໃນງານຫຼົງສະເໜ່ຈົນໂງຫົວບໍ່ຂື້ນ ເຊິ່ງເປັນທີ່ຍອມຮັບບໍ່ໄດ້ໃນປະເທດທີ່ອານຸລັກນິຍົມແບບນີ້ (ຊາອຸ ເປັນຊາດທີ່ເຄັ່ງສາສະໜາຫຼາຍ ການທີ່ຍິງສາວຈະມີຄວາມກ່ຽວຂ້ອງກັບຊາຍທີ່ບໍ່ແມ່ນຍາດພີ່ນ້ອງ ຫຼື ຜົວນັ້ນ ເກີດເລື່ອງຕ້ອອງຫ້າມ ລວມທັງຍັງຄົງຈຳກັດສິທິຍິງສາວໃນດ້ານອື່ນໆອີກດ້ວຍ)

ມາເບີ່ງຊິວີດຄວາມເປັນຢູ່ປະຈຸບັນຂອງ “ໂອມາຣ໌”

.

.

.

.

.

ສວນຈຳລອງ “ນາລົກ” ເຂດວັດປ່າພະບາດ ພູເຂົາຄວາຍ

ເຄີຍໄປທ່ຽວ “ນາລົກ” ກັນແລ້ວຫຼືຍັງ ? ຖາມແບບນີ້ຄືສິບໍ່ມີໃຜຢາກໄປນາະ ໄດ້ຍິນຄຳວ່ານາລົກກໍ່ບໍ່ມີໃຜຢາກໄປ ແຕ່ຖ້າບໍ່ຢາກໄປກໍ່ປະຕິບັດຕົນຮັກສາສິນ ເປັນຄົນດີເດີ້

ແຕ່ຖ້າວ່ານາລົກເປັນແບບໃດ ບ້ານເຮົາມີຮູບປັ້ນຈຳລອງໃຫ້ໄປເບິ່ງເດີ້ ທີ່ສວນຈຳລອງ”ນາລົກ” ຕັ້ງຢູ່ໃນເຂດວັດປ່າພະບາດ ພູເຂົາຄວາຍ ເຂົ້າໄປທາງ ບ້ານ ນາລົກຂຸ້ນ ເມືອງທຸລະຄົມ ແຂວງວຽງຈັນ

ບັນດາທ່ານ ຈະໄດ້ຮຽນຮູ້ຕື່ມ ກ່ຽວກັບ ເລື້ອງລາວ ທີ່ເກີດຂຶ້ນ ຢູ່ໂລກ ນາລົກ ແລະ ສາດສະໜາພຸດ !

.

.

.

.

ໄພຮ້າຍ ໃຜທີ່ມັກເອົາໂທລະສັບ ໄວ້ຂ້າງເວລານອນ

ຫລັງຈາກທີ່ພວກເຮົາก้าวເຂົ້າສູ່ຍຸກໂທລະສັບ ຫລື ສະມາດໂຟນກາຍເປັນປັດໄຈທີ 5 ໃນການດຳລົງຊີວິດທຸກຄົຮພົບຕິດຕົວຕະຫຼອດເວລາບໍ່ເວັ້ນແມ້ກະທັງຕອນນອນກໍ່ຍັງວ່າງມືຖືເອົາໄວ້ໃກ້ໆຫົວ ຫືຼ ໃກ້ໆໂຕໂດຍບໍ່ປິດເຄື່ອງ ແຖມເປີດສັນຍານມືຖື ຫືຼ ສັນຍານ Wi-Fi ປະໄວ້ຕະຫຼອດເວລາ ຫຼາຍຄົນຄງຈະເຄີຍໄດ້ຍິນວ່າການວ່າງມືຖືໄວ້ໃກ້ຫົວຕອນນອນ ຫືຼ ລົມໂທລະສັບເປັນເວລາດົນເກີນໄປ ເພາະຈະສົ່ງຜົນກະທົບຕໍ່ສຸຂະພາບ ແລະ ຍັງອາດກະທົບໍ່ສະໝອງໄດ້ ແລະ ອາດເຖີງັ້ນສະໝອງເຊື່ອມ ຫືຼ ອາກຈະເປັນມະເລັງສະໝອງໄດ້ ມາເບິ່ງກັນເລີຍວ່າຜົນກະທົບເປັນແນວໃດ

ການວາງໂທລະສັບໄວ້ຢູ່ໃກ້ໆຫົວຂອງທ່ານໃນຂະນະທີ່ນອນລັບໄດຍເປີດສັນຍານໂທລະສັບໄວ້ ເຖິງແມ່ນວ່າບໍ່ໄດ້ໃຊ້ງານ ແຕ່ຮ່າງກາຍຂອງພວກເຮົາຈະດູດສັບເອົາສັນຍານຕະຫຼອດເວລາ
ເມື່ອສະສົມເປັນເວລາດົນ ມັນສາມາດສົ່ງຜົນກະທົບຕໍ່ລະບົບປ

ະສາດລວມທັງສຸຂະພາບ
ຖ້າເຮັດແບບນີ້ຢູ່ເລື້ອຍໆ ອາດເກີດຜົນຂ້າງຄຽງຕ່າງໆໄດ້ເຊັ່ນ: ເຮັດໃຫ້ນອນຫຼັບຍາກ ແລະຄວາມຈຳເຊື່ອມໄດ້ ເພາະວ່າຄື້ນສັນຍານສົ່ງຜົນກະທົບຕໍ່ລະບົບປະສາດແລະສະໝອງ,
ດັ່ງການບໍ່ປິດສັນຍານໂທລະສັບມືຖື ຫືຼ ສັນຍານ Wi-Fi

ເນື່ອງຈາກມີສາຍໂທເຂົ້າ ຫືຼ ການແຈ້ງເຕືອນຕ່າງໆເຂົ້າມາສັນຍານທີ່ອອນຢູ່ ຈະແຮງຂື້ນທັນທີ ເຂິ່ງີໂອກາດຈະສົ່ງຜົນກະທົບຕໍ່ສຸຂະພາບຮ່າງກາຍໃນໄລຍະຍາວໄດ້

ວິທີປ້ອງກັນເພຶ່ອບໍ່ໃຫ້ມີຜົນກະທົບຕໍ່ຮ່າງກາຍ.

ຄວນວາງໃຫ້ຫ່າງຈາກຫົວ ຫືຼ ໂຕປະມານ 1 ແມັດ (ເປັນໄລປອດໄພໃນລະດັບໜຶ່ງ ຊຶ່ງສັນຍານຄືນແທບຈະບໍ່ມີຜົນຕໍ່ສຸຂະພາບ) ຫຼື ໄລຍະໃກ້ໂຕທີ່ສາມາດເອີ້ອມເຖິງ ເພື່ອໃຫ້ຄື້ນສັນຍານຢູ່ໄກຈາກຮ່າງກາຍຂອງຂອງເຮົາຫຼາຍທໍ່ໃດແຮງດີ.

ໂສມໜ້າເປົ້າໝາຍຂ້າ 4 ສົບປຸ້ນຊັບຢູ່ເມືອງຕົ້ນເຜີ້ງ

ໃນວັນທີ 7 ກໍລະກົດ 2020, ຄົນຮ້າຍໃຊ້ປືນສັ້ນກໍ່ເຫດປຸ້ນຊັບ ຢູ່ເຮືອນເຊົ່າບ້ານຄ້ວານເກົ່າ ເຂດຄາຊີໂນ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ; ເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ ແລະ ບາດເຈັບ 1 ຄົນ; ພາຍຫຼັງເກີດເຫດ, ຜູ້ກໍ່ເຫດໄດ້ເອົາຕົວຫຼົບໜີໄປພ້ອມເມຍ ແລະ ຖືກຈັບໄດ້ໃນວັນຕໍ່ມາ.

ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ໃນເວລາ 20:30 ໂມງຂອງວັນທີ 7 ກໍລະກົດ ໄດ້ມີຄົນຮ້າຍ ຊື່: ທ້າວ ຢິນອາເຊິງ ອາຍຸ 58 ປີ, ສັນຊາດຈີນ ໄດ້ນໍາໃຊ້ມິດ ແລະ ປືນສັ້ນ 9 ມມ ຍິງຄົນສັນຊາດດຽວກັນ ເຮັດໃຫ້ມີຜູ້ເສຍຊີວິດ ຄາທີ່ 4 ຄົນຄື: ທ້າວ ໂຮຊິນຫຼົງ ອາຍຸ 33 ປີ, ທ້າວ ລີຟູກາງ ອາຍຸ 33 ປີ, ທ້າວ ຢາງຝິງຊາ ອາຍຸ 31 ປີ ແລະ ທ້າວ ຫຼີວຢູ່ຊິນ ອາຍ 33 ປີ. ນອກນີ້, ຍັງມີ ນາງ ຢູລີລີ ອາຍຸ 34 ປີ ໄດ້ຮັບບາດເຈັບ. ຫຼັງກໍ່ເຫດ, ຈາກນັ້ນ ຜູ້ກໍ່ເຫດກໍໄດ້ເອົາຕົວຫຼົບໜີ.

ຮອດເວລາປະມານ 10:00 ໂມງ ຂອງັວນທີ 8 ກໍລະກົດ 2020, ໄດ້ສືບຮູ້ວ່າ ຜູ້ກໍ່ເຫດໄດ້ເອົາຕົວຫຼົບໜີມາທາງບ້ານນໍ້າເກິ່ງ, ເຈົ້າໜ້າທີ່ຕໍາຫຼວດ, ທະຫານ ແລະ ລປພ ປະຈໍາຄາຊີໂນ ໄດ້ສົມທົບກັນຕິດຕາມເປົ້າໝາຍ. ພໍຮອດມາຮອດບ້ານນໍ້າເກິ່ງໃໝ່, ເວລາປະມານ 12:30 ໂມງຂອງວັນດຽວກັນ, ໄດ້ພົບເຫັນລົດເປົ້້າໝາຍຈອດຢູ່ຂ້າງອູ່ສ້ອມແປງລົດໃຫຍ່. ເຈົ້າໜ້າທີ່ໄດ້ຈອດລົດ ປິດລ້ອມສະຖານທີ່ດັ່ງກ່າວ ພ້ອມທັງຈະເຂົ້າໄປກວດກາ, ແຕ່ເປົ້າໝາຍໄດ້ຕິດຈັກລົດ ພ້ອມທັງຍົກປືນໃສ່ຈະຍິງຕໍ່ສູ່ກັບເຈົ້າ ສົ່ງຜົນໃຫ້ເຈົ້າໜ້າທີ່ຕ້ອງຍິງປືນໃສ່ເປົ້າໝາຍ 1 ບາດ ໄດ້ຮັບບາດເຈັບ ກ່ອນເຂົ້າຈັບຕົວຜູ້ກ່ຽວ; ສ່ວນເມຍຂອງຜູ້ກໍ່ເຫດໄດ້ເອົາຕົວຫຼົບໜີ ເຊິ່ງເຈົ້າໜ້າທີ່ກໍາລັງຕິດຕາມຕົວ.

ຜ່ານການກັກຕົວຄົນຮ້າຍ, ເຈົ້າໜ້າທີ່ສາມາດພົບເຫັນຂອງກາງຄະດີ ຄື: ປືນ 9 ມມ ຈໍານວນ 1 ກະບອກ ພ້ອມລູກປືນ 10 ລູກ, ອຸປະກອນເກັບສຽງປືນ 1 ອັນ ພ້ອມເງິນຈໍານວນ 807.600 ຢວນ, 58.500 ບາດ ແລະ ຊິບຄາຊີໂນຈໍານວນ 4 ອັນ ຕີເປັນມູນຄ່າ 112.000 ຢວນ.

ຄະດີດັ່ງກ່າວ, ເຈົ້າໜ້າທີ່ພວກເລັ່ງສືບສວນ-ສອບສວນຕາມຂັ້ນຕອນຂອງກົດໝາຍເພື່ອຫາລາຍລະອຽດເພີ່ມເຕີມ.

ຄໍາເວົ້າຈາກຫົວໃຈ! ນ້ອງບິກອວຍພອນວັນເກີດແມ່ໃນມື້ທີ່ພໍ່ກິ ດາວເພັດ ໜູຫ່ວງ ບໍ່ຢູ່ແລ້ວ

ຕໍ່ກັບເຫດການຂ່າວເສົ້າຊັອກວົງການເພງບ້ານນາຂອງລາວເຮົາເມື່ອທ້າຍເດືອນເມສາ 2020 ທີ່ຜ່ານມາ ເຊື່ອວ່າຫຼາຍຄົນຈະຮັບຮູ້ກັນແນ່ນອນ ເນື່ອງຈາກເປັນການສູນເສຍອາຈານ ກິ ດາວເພັດ ໜູຫ່ວງ ນັກຮ້ອງສຽງດີ ລາຊາເພງລູກທົ່ງບ້ານນາຂອງລາວເຮົາ ທີ່ດ່ວນຈາກໄປຖ້ມໄວ້ພຽງບົດເພງຕາງໜ້າໃຫ້ທຸກຄົນໄດ້ຄິດຮອດຫາ.

ນັບຕັ້ງແຕ່ນັ້ນມາເປັນເວລາເກືອບ 3 ເດືອນແລ້ວກັບການສູນເສຍບຸກຄົນສໍາຄັນດັ່ງກ່າວ ເຊິ່ງແຟນເພງກໍ່ອ່ດຈະທໍາໃຈໄດ້ແລ້ວບໍ່ຫຼາຍກໍ່ໜ້ອຍ ແຕ່ສະເພາະຄອບຄົວແລ້ວ ການສູນເສຍບຸກຄົນອັນເປັນທີ່ຮັກຂອງຄອບຄົວແມ່ນເປັນເລື່ອງທີ່ທໍາໃຈຍອມຮັບຍາກທີ່ສຸດ ໂດຍສະເພາະແມ່ນລູກເມຍ, ຍິ່ງຖ້າພົບກັບເຫດການສໍາຄັນຕ່າງໆໃນຊີວິດຍິ່ງເຮັດໃຫ້ຄິດຮອດຫາ ຕອກຢໍ້າຄວາມຮູ້ສຶກສູນເສຍເຂົ້າໄປອີກ.

ແຕ່ທັງນີ້ທັງນັ້ນ ຄົນທີ່ຢູ່ກໍ່ຕ້ອງຊ່ວຍພະຍຸງກັນເພື່ອໃຫ້ມີຊີວິດຢູ່ຕໍ່ໄປໄດ້ ແຕ່ສິ່ງສໍາຄັນແມ່ນການໃຫ້ກໍາລັງໃຈເຊິ່ງກັນ ແລະກັນ ເພື່ອຂ້າມຜ່ານຄືນວັນອັນໂຫດຮ້າຍໄປໄດ້ ໂດຍສະເພາະເຫດການສໍາຄັນທີ່ຈະເກີດຂຶ້ນໃນຊີວິດເລີ່ມຕົ້ນຈາກມື້ທີ່ບໍ່ມີພໍ່ຢູ່ແລ້ວ, ດັ່ງນ້ອງບິກ ໜູຫ່ວງ ທີ່ອວຍພອນໃຫ້ກໍາລັງໃຈແມ່ໃນວັນເກີດທີ່ບໍ່ມີພໍ່ຢູ່ນໍາແລ້ວ ຢ່າງສຸດຊຶ້ງວ່າ: ສຸກສັນວັນເກີດເດີ້ເເມ່ຂໍໃຫ້ເເມ່ສຸຂະພາບເເຂງເເຮງຢູ່ກັບລູກກັບຫຼານ, ປີນີ້ເຖິງເຮົາຈະບໍ່ມີພໍ່ມາອວຍພອນໃຫ້ເຮົາ, ເເຕ່ຈະມີລູກຄົນນີ້ຈະເປັນທຸກຢ່າງເເທນພໍ່ເອງເດີ້ເເມ່ ພ້ອມລົງທ້າຍຂໍ້ຄວາມວ່າ ຮັກແມ່.

ເຊື່ອວ່າຫາກເອື້ອຍພຸດໄດ້ເຫັນຂໍ້ຄວາມຂອງນ້ອງບິກກໍ່ຕ້ອງໄດ້ຮັບກໍາລັງໃຈ ແລະ ມີແຮງຕໍ່ສູ້ກັບສິ່ງທີ່ພົບເຈີຢູ່ ພ້ອມຂ້າມຜ່ານຊ່ວງເວລາອັນໂຫດຮ້າຍໄປໄດ້ໃນເວລາອັນໃກ້ນີ້ແນ່ນອນ.

ຂ່າວດ່ວນ ເກີດເຫດອຸ້ມຮຽກເງິນແລ້ວຂ້າ ທີ່ສະຫວັນນະເຂດ

ເມື່ອວັນທີ່ 28/6/2020 ນາງດາວວີ ຫືຼ ດາວ ໄດ້ເຂົ້າແຈ້ງຕໍ່ເຈົ້າໜ້າທີ່ ສຶບສວນສອບສວນ ແຂວງ ສະຫວັນນະເຂດ ວ່າຜົວຂອງຕົນເອງຊື່ທ້າວ ສຸກສົມພອນ ຄຳປະເສີດໄຊຍາອາຍຸ 30ປີ ໄດ້ຫາຍໂຕໄປເມື່ອວັນທີ 26/6/2020 ແລ້ວບໍ່ສາມາດຕິດຕໍ່ໄດ້ ເມື່ອເຈົ້າໜ້າທີ່ໄດ້ລົງພິສູດການແຈ້ງຄວາມເຫັນວ່າມີຈີງແທ້ ຈຶ່ງໄດ້ສົມທົບກັບພາກສ່ວນທີ່ກຽ່ວຂ້ອງລົງເກັບກຳຂໍ້ມູນ ເພື່ອຄົ້ນຫາຜູ້ສູນຫາຍ

ຕົກມາວັນທີ29/6 2020 ເວລາປະມານ 10 ໂມງ 44 ນາທີ ຜູ້ເປັນຜົວ ຊື່ທ້າວ ສຸກສົມພອນ ຄຳປະເສີດໄຊຍາໄດ້ສົ່ງ ວອດແອັບ (Whats App) ຫາເມຍ ນາງດາວວີ ໂອນງີນໃຫ້ຈຳນວນ(500.000)ຫ້າແສນບາດແລ້ວບອກເມຍບໍ່ໃຫ້ບອກໃຜເດີ້.ຕໍ່ມາຜູ້ເປັນເມຍກໍ່ໄປໂອນເງີນຈຳນວນ(300.000) ບາດໂອນເຂົ້າບັນຊີ Somsasi Phidavanh ເລກບັນຊີ05412020065445701 ຊຶງເປັນບັນຊີເງີນບາດ ແລ້ວໄດ້ໂອນເງີນກີບອີກຈຳນວນ 63.400.00 ກີບ(ຫົກສິບສາມລ້າມສີ່ແສນກີບ) ໂອນເຂົ້າບັນຊີ Somsasi Phidavanh ເລກບັນຊີ05412020065445701. ພາຍຫັຼງໂອນແລ້ວກໍ່ໄດ້ຕິດຕໍ່ຫາຜົວ ແລ້ວຜູ້ເປັນຜົວກໍ່ຕອບມາວ່າຂ້ອຍສິກັບແລ້ວ ມື້ອື່ນຄ່ອຍລົມກັນ.

ລາຍລະອຽດແມ່ນອ່ານນຳບົດລາຍງານຂ້າງລື່ມນີ້ຕື່ມ:

ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດ

ລາຍງານດ່ວນ! ຈັບໄດ້ແລ້ວຄົນຮ້າຍ ເຫດຄາຕະກຳຊິງຊັບ ທີ່ທາງບ້ານຫ້ວຍຫ້ອມ

ເຫດຄາຕະກຳຢູ່ບ້ານຫ້ວຍຫ້ອມ ເມືອງສີໂຄະບອງ ນະຄອນຫລວງວຽງຈັນ ເມື່ອວັນທີ 8 ກໍລະກົດນີ້

ຕໍ່ເຫດການດັ່ງກ່າວ ຮອງນາຍບ້ານ ຫ້ວຍຫ້ອມໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງຈາກປະຊາຊົນ ຈຶ່ງໄດ້ໄປເບິ່ງເຫດການຕົວຈິງ ຈຶ່ງເຫັນສະພາບດັ່ງກ່າວມີຜູ້ເສຍຊີວິດ 1 ຄົນ ດ້ວຍລູກປືນທະລຸຈາກຂ້າງຫລັງກໍ້າຊ້າຍຊອດໃສ່ຫົວໃຈ (ໜ້າເອິກກໍ້າຊ້າຍ)

ຜູ້ເສຍຊີວິດເປັນເພດຊາຍ ຊື່ທ້າວທອງຈັນ ອາຍຸ 19 ປີ ພວມຮຽນຢູ່ຊັ້ນມັດທະຍົມປີທີ 7 ເປັນປະຊາຊົນຢູ່ບ້ານຊອກ ເມືອງສັງທອງ ນະຄອນຫລວງວຽງຈັນ.

ຈາກພາບກ້ອງວົງຈອນປິດຢູ່ເຂດໃກ້ຄຽງເຫັນພາບລົດອີກຄັນໜຶ່ງຮຽງກັນໄປ ແຕ່ຍັງບໍ່ສາມາດລະບຸໄດ້ຊັດເຈນ ເນື່ອງຈາກສະພາບອາກາດຍັງມືດ, ສ່ວນການຕິດຕາມຫາຄົນຮ້າຍຍັງຢູ່ໃນຂັ້ນດຳເນີນການຂອງເຈົ້າໜ້າທີ່ຕຳຫລວດ.

ແຕ່ຫຼ້າສຸດ ມື້ນີ້ວັນທີ 9 ກໍລະກົດ 2020 ມີລາຍງານຈາກຜູ້ໃຊ້ເຟສບຸກຊື່ ປີ ສຸມິນທາ ທີ່ໂພສພາບພ້ອມຂໍ້ຄວາມລະບຸວ່າ ຈັບໄດ້ແລ້ວໂຈນທີ່ຍີງຄົນເສຍຊີວິດຢູ່ຫ້ວຍນ້ຳໃສວານນີ້ຊົມເຊີຍເຈົ້າໜ້າທີ່ເດີ

ແຕ່ທັງນີ້ທັງນັ້ນ ຍັງບໍ່ທັນມີຂໍ້ມູນລະອຽດກ່ຽວກັບຜູ້ຕ້ອງຫາທີ່ຈັບໄດ້ ຍັງເປັນພຽງຜູ້ຕ້ອງສົງໄສຢູ່ ແຕ່ຫາກມີຂໍ້ມູນເພີິ່ມເຕີມແນວໃດທີມ ສື່ລາວ ເຮົາ ຈະນໍາມາລາຍງານໃຫ້ທຸກທ່ານໄດ້ຮູ້ນໍາກັນແນ່ນອນ.

ຄົນຮ້າຍໄດ້ເອົາລົດໄປປ່ຽນສີ

ບຸອອກມາຈົນໄດ້! ແຊໄປທົ່ວໂລກອອນລາຍພາບເດັກນ້ອຍເກີດມາພ້ອມກັບຮ່ວງຄຸມກໍາເນີດ

ເມື່ອວັນທີ 6 ກໍລະກົດ 2020 ເວັບໄຊເດລີ່ເມວ ລາຍງານວ່າ: ພາບເດັກນ້ອຍເກີດໃໝ່ຖືຮ່ວງຄຸມກໍາເນີດຢູ່ໃນມື ໄດ້ກາຍເປັນພາບໄວຣັລທີ່ແຊໄປທົ່ວສັງຄົມອອນລາຍຂອງຫວຽດນາມ ຊາວເນັດຕ່າງຮືຮາ ແລະ ເອັນດູໃນຄວາມໜ້າຮັກ ພ້ອມຊື່ນຊົມວ່າເດັກນ້ອຍຄົນນີ້ແຂງແກ່ງຫຼາຍ ແມ່ຄຸມດໍາເນີດແລ້ວ ແຕ່ເອົາບໍ່ຢູ່ ຈຶ່ງຈັບຮວ່ງດັ່ງກ່າວອອກມານໍາໃຫ້ແມ່ໄດ້ເຫັນແບບຊັດເຈນໄປເລີຍ.

ເດັກຄົນນີ້ເປັນເພດຊາຍ ນໍ້າໜັກຕົວຢູ່ທີ່ 3,17 ກິໂລກຣາມ ຮ່າງກາຍແຂງແຮງສົມບູນດີຫຼາຍ ມືນຕາເບິ່ງໂລກຢູ່ທີ່ໂຮງໝໍໄຮຟອງອິນເຕີເນັດເຊິນແນລ ໃນເມືອງໄຮຟອງ ທາງຕອນເໜືອຂອງປະເທດຫວຽດນາມ ເມື່ອວັນທີ 30 ມິຖຸນາ 2020.

ເດັກນ້ອຍ ແລະ ຮ່ວງຄຸມກໍາເນີດເກີດອອກມາໃນເວລາດຽວກັນ ແຕ່ແຍກກັນ ເດັກນ້ອຍບໍ່ໄດ້ຖືຮ່ວງອອກມາຈາກທ້ອງແມ່ ແຕ່ຫຼັງຈາກເກີດບໍ່ພໍເທົ່າໃດອຶດໃຈ ລະຫວ່າງກໍາລັງດີ້ນໄປດີ້ນມາ ເດັກນ້ອຍຄົນນີິ້ກໍ່ຄວ້າເອົາຮ່ວງດັ່ງກ່າວມາກໍາໄວ້ໃນມື ເຊິ່ງທ່ານໝໍທີ່ຊ່ວຍໃນການເກີດຂອງເດັກນ້ອຍຄົນນີ້ແນມເຫັນວ່າພາບເດັກນ້ອຍທີ່ຫາກໍ່ເກີດຖືຮ່ວງຄຸມກໍາເນີດໃນມືເປັນໂມເມັ້ນແຫ່ງຄວາມຊົງຈໍາ ຈຶ່ງໄດ້ຖ່າຍຮູບເກັບໄວ້ ແລະ ໂພສແຊລົງເຟສບຸກຂອງໂຮງໝໍ ພ້ອມລະບຸແຄັບເຊິນວ່າ: ໂມເມັ້ນອາເມດຊິງ ເດັກນ້ອຍຜູ້ກ້າຫານຄົນນີ້ ຜ່າການຄຸມກໍາເນີດຂອງແມ່ມາໄດ້ຢ່າງຢອດຢ່ຽມ ເຂົາພ້ອມຜະຈົນໄພໃນໂລກອັນວຸ່ນວາຍໃບນີ້ແລ້ວ.

ດ້ານແມ່ຂອງເດັກນ້ອຍຄົນນີ້ເຜີຍວ່າ: ຕົນເອງມີລູກມາແລ້ວ 2ຄົນ ຈົນກະທັ້ງເມື່ອ 2 ປີກ່ອນໄດ້ວາງແຜນຄອບຄົວກັບຜູ້ເປັນສາມີວ່າພໍແລ້ວ ແລະ ຕັດສິນໃຈຄຸມກໍາເນີດດ້ວຍການໃຊ້ຮ່ວງຄຸມກໍາເນີດ ຫຼື ຮ່ວງອະນາໄມ ຫຼື ທີ່ເອີ້ນກັນວ່າ IUD (Intrauterine Device) ເພື່ອປ້ອງກັນການຕັ້ງຄັນ ເຊິ່ງຮ່ວງດັ່ງກ່າວໃຊ້ງານໄດ້ 3ປີ ແຕ່ເບິ່ງແລ້ວຮ່ວງັ່ງກ່າວອາດເຊື່ອມຄຸນນະພາບກ່ອນເຖິງເວລາ ຫຼື ສາເຫດໃດກໍ່ບໍ່ຮູ້ແນ່ຊັດ ແຕ່ທັງນີ້ທັງນັ້ນເດັກນ້ອຍຄົນນີ້ຄືຫຼັກຖານຢືນຢັນວ່າຮ່ວງຄຸມກໍາເນີດນີ້ນີ້ໃຊ້ບໍ່ໄດ້ຜົນ.

ທີ່ມາ: ທີວີພູ