ແຊຣ໌ໄວ້ເລີຍ ! ປຸກເຮືອນວັນໃດ ເດືອນໃດດີ ຄວາມເຊື່ອບູຮານ

ວັນປຸກເຮືອນ

1, ປຸກເຮືອນວັນອາທິດ ຈະເກີດທຸກອຸບາດ

2, ປຸກເຮືອນວັນຈັນ ເຮັດແລ້ວສອງເດືອນຈະໄດ້ຜ້າຜ່ອນ ແລະ ຂອງຂາວເຫຼືອງເປັນທີ ພໍໃຈ

3, ປຸກເຮືອນວັນອັງຄານ ເຮັດແລ້ວສາມວັນຈະໄດ້ເກີດອັນຕະລາຍຈາກໄຟຈະໄໝ້ ຫຼື ຈະເຈັບໄຂ້

4, ປຸກເຮືອນວັນພຸດ ຈະໄດ້ລາພະ ເຄື່ອງອຸປະໂພກ ມີຜ້າຜ່ອນເປັນຕົ້ນ

5, ປຸກເຮືອນວັນພະຫັດ ຈະເກີດສຸຂກາຍ ສະບາຍໃຈ ເຮັດແລ້ວ ຫ້າເດືອນຈະໄດ້ໂຊກລາພະຫຼາຍ

6, ປຸກເຮືອນວັນສຸກ ຄວາມທຸກ ແລະ ຄວາມສຸກເທົ່າກັນ ເຮັດແລ້ວສາມເດືອນຈະໄດ້ລາພະເລັກນ້ອຍ

7, ປຸກເຮືອນວັນເສົາ ຈະເກີດພະຍາດ ຫຼື ເກີດຖ້ອຍຄວາມເລືອດຈະຕົກຢາງຈະອອກມີຄົນບຽດບຽນ ແລະ ເຮັດແລ້ວ ສີ່ເດືອນຈະລໍາບາກໃຈ ຫ້າມບໍ່ໃຫ້ປຸກແລ

ເດືອນປຸກເຮືອນ

1, ປຸກເຮືອນເດືອນອ້າຍ (ຈຽງ) ທ່ານວ່າຈະທຳມາຄ້າຂຶ້ນ ຈະໄດ້ເປັນເສດຖີ ເພາະກິດຈະການຄ້າຂາຍນັ້ນແລ

2, ປຸກເຮືອນເດືອນຍີ່ ທ່ານວ່າດີ ຈະເກີດລາພະຫຼາຍ ທຸກຈະກາຍເປັນສຸກ ສັດຕຣູຈະກາຍເປັນມິດ

3, ປຸກເຮືອນເດືອນ ໓ ມັກຈະເກີດໄພ ມິດ ສະຫາຍ ຍາດພີ່ນ້ອງ ຈະກາຍເປັນສັດຕູ

4, ປຸກເຮືອນເດືອນ ໔ ຈະເກີດໂຣຄະໄພໄຂ້ເຈັບ ບໍ່ມີຄວາມສຸຂກາຍສະບາຍໃຈ

5, ປຸກເຮືອນເດືອນ ໕ ຈະເກີດໂຣຄະໄຂ້ເຈັບ ບໍ່ມີຄວາມສຸຂກາຍສະບາຍໃຈ

6, ປຸກເຮືອນເດືອນ ໖ ຈະບໍລິບູນດ້ວຍສັບສິນເງິນທອງ ມິດສະຫາຍມາກນັກແລ

7, ປຸກເຮືອນເດືອນ ໗ ຈະເສື່ອມຍົດເສຍອຳນາດ ຈະເປັນຖ້ອຍຄວາມໃນໂຮງສານເສັຍສັບສິນເງິນທອງ ຫຼື ໄຟຈະໄໝ້ເຮືອນແລ

8, ປຸກເຮືອນເດືອນ ໘ ຈະຮ້ອນໃຈ ຊັບທີ່ຫາມາໄດ້ ຈະເກັບໄວ້ບໍ່ຄົງທົນ

9, ປຸກເຮືອນເດືອນ ໙ ຈະມີຄວາມສຸຂກາຍສະບາຍໃຈ ມີອາຍຸຍືນນານ ຊັບສິນທີ່ຍັງບໍ່ມີກໍ່ຈະມີ ທີ່ມີແລ້ວກໍ່ຈະຫຼາຍຍິ່ງຂຶ້ນ

10, ປຸກເຮືອນເດືອນ ໑໐ ໂຣຄະພະຍາດ ຈະບຽດບຽນ ຮ່າງກາຍຈະຖືກຈ່ອງຈໍາທຳໂທດ

11, ປຸກເຮືອນເດືອນ ໑໑ ຈະເກີດທຸກໄພອັນຕະລາຍຕ່າງໆ ຈະມີຄົນກ່າວຫາເຖິງກັບຕ້ອງໂທດນັກແລ

12, ປຸກເຮືອນເດືອນ໑໒ ຈະໄດ້ຊັບສິນເງິນທອງເຂົ້າຂອງຈະມີຄົນໃຊ້ຊາຍຍິງຊື່ສັດດີນັກແລ.

(ຈາກໜັງສືມໍຣະດົກວັດທະນະທຳລ້ານຊ້າງ)

ລາງບອກເຫດ ຄວາມເຊື່ອບູຮານ ອ່ານດ່ວນ

ເປັນເລື່ອງລາວທີ່ໜ້າສົນໃຈຫຼາຍທີ່ມີມາແຕ່ບູຮານ ເຊິ່ງເປັນຄວາມເຊື່ອກ່ຽວກັບລາງບອກເຫດ ແລະ ແອັດເຊື່ອວ່າທຸກມື້ນີ້ຫຼາຍໆຄົນກໍ່ຍັງຄົງມີເຊື່ອກ່ຽງກັບເລື່ອງແບບນີ້ ທັງລາງດີແລະລາງຮ້າຍ ລາງບອກເຫດທີ່ບອກວ່າທ່ານກຳລັງຈະໄດ້ຮັບໂຊກເລື່ອງເງິນໆທອງໆ.

1. ຄົນບູຮານີຄວາມເຊື່ອວ່າຖ້າຈີ່ຈ້ຽມຮ້ອງທັກ. ຫ້າມອອກຈາກເຮືອນເດັດຂາດ ໂດຍສະເພາະການເດີນທາງໄກອາດຈະບໍ່ປອດໄພ ຖ້າສຽງນັ້ນຢູ່ດ້ານຫຼັງຫຼືກົງກັບຫົວໃຫ້ເລື່ອນການເດີນທາງ ແຕ່ຖ້າສຽງຢູ່ດ້ານໜ້າຫຼືຊ້າຍໃຫ້ເດີນທາງໄດ້ຈະເຮັດໃຫ້ການເດີນທາງເປັນໄປຢ່າງປອດໄພສະດວກສະບາຍ.

2. ກັບແກ້ຮ້ອງຕອນສວາຍບູຮານເຊື່ອວ່າຈະມີເຫດຮ້າຍ. ເນື່ອງຈາກວ່າຄົນບູຮານເຊື່ອວ່າກັບແກ້ຄືວິນຍານຂອງປູ່ຍ່າຕາຢາຍທີ່ຕາຍໄປແລ້ວມາອາໄສຢູ່ນຳເພື່ອປົກປ້ອງຄູ້ມຄອງລູກຫຼານຈາກໄພອັນຕະລາຍ ແຕ່ຕາມປົກກະຕິແລ້ວກັບແກ້ທີ່ອາໄສຢູ່ເຮືອນມັກຈະຮ້ອງຕອນກາງຄືນ ດັງນັ້ນຖ້າຮ້ອງຕອນສວາຍຈະເປັນລາງບອກເຫດຮ້າຍ.

3. ຖ້ານົກແສກເກາະຫຼັງຄາເຮືອນຈະເກີດລາງຮ້າຍ. ເພາະນົກແສກເປັນນົກທີ່ຖືວ່າໃຫ້ຄວາບໍ່ເປັນມຸງຄຸນ ເນື່ອງຈາກວ່າທຳມະຊາດນົກແສກັກຈະບໍ່ມາປະປົນຢູ່ຕາມທີ່ຢູ່ອາໄສຂອງຄົນ ຈຶ່ງເປັນທີ່ມາວ່າຫາກນົກແສກມາຢູ່ຕາມບ້ານເຮືອນນັ້ນຄືລາງຮ້າຍທີ່ກຳລັງຈະມາແລ້ວ.

4. ຖ້ານົກຂີ້ໃສ່ເທິງຫົວເຊື່ອວ່າຈະໂຊກຮ້າຍ. ຫາກກຳລັງຈະອອກເດີນທາງແລ້ວຖືກນົກຂີ້ລົງໃສ່ຫວກ່ອນ ໃຫ້ຢຸດການເດີນທາງທັນທີຫຼືເລື່ອນອອກໄປເປັນມື້ຕໍ່ໄປ.

5. ຕອນກາງຄືນຖ້າໄດ້ຍິນສຽງຄົນຮ້ອງທັກຫ້າມຂານຮັບ. ເພາະເຊື່ອວ່າເປັນສຽງຂອງດວງວິນຍານອາດຈະມາຫຼອນມາຫຼອກຫຼືເປັນການເຊີນວິນຍານເຂົ້າເຮືອນ.

6. ຖ້າສັດປ່າເຂົ້າເຮືອນເຊື່ອວ່າຈະນຳພາສິ່ງບໍ່ເປັນມຸງຄູນາໃຫ້. ຄວນຈຸດທູບທຽນ ດອກໄມ້ແລະເຊີນອອກຈາກເຮືອນພ້ອມກັບຂໍພອນໃຫ້ນຳພາສິ່ງດີງາມມາໃຫ້.

7. ຖ້າຫາກກຳລັງຫວີຜົມແລ້ວຫວີຫັກຄາຜົມ. ເຊື່ອວ່າຈະເກີດເລື່ອງບໍ່ດີຕາມມາໃຫ້ນຳຫວີນັ້ນຖິ້ມ ບໍ່ໃຫ້ເກັບໄວ້ໃຊ້.

8. ຫາກຕອນກາງຄືນຖ້າໄດ້ກິ່ນທູບລອຍມາຈະມີດວງວິນຍານມາຫາ. ເຊື່ອວ່າຈະເປັນດວງວິນຍານຂອຄົນສະໜິດ ພີ່ນ້ອງທີ່ເສຍຊີວິດແລ້ວກຳລັງມາຫາ.

9. ລາງບອກເຫດງູເລືອຕັດໜ້າລົດ. ສະແດງວ່າຈະມີໂຊກລາບເລື່ອງເງິນຄຳ

ຄວນອ່ານ ສອນລູກໃຫ້ເປັນເສດຖີ!

ຄອບຄົວຄືຫົວໜ່ວຍພື້ນຖານຂອງສັງຄົມ ແລະເປັນໂຮງຮຽນຫຼັງທຳອິດທີ່ຈະເຝິກຝົນຫຼໍ່ຫຼອມເດັກທັງແນວຄິດຈິດໃຈ, ທັດສະນະຄະຕິ, ຮູບແບບໃນການດຳລົງຊີວິດ,…ເຖິງວ່າສັງຄົມພາຍນອກຈະມີອິດທິພົນຕໍ່ເດັກໃນລະດັບໜຶ່ງ ແຕ່ນັ້ນກໍຄືສິ່ງທີ່ເກີດຂຶ້ນຖັດຈາກຄອບຄົວ. ການລ້ຽງລູກທີ່ປະສົບຜົນສຳເລັດແມ່ນຫຍັງ? ເປັນຄຳຖາມທີ່ພໍ່ແມ່ຄວນວາດວາງຄຳຕອບໄວ້ໃນໃຈ ແຕ່ເຊື່ອແນ່ວ່າທຸກຄົນລ້ວນແຕ່ປາຖະໜາໃຫ້ລູກຂອງຈົນເຕີບໂຕເປັນຄົນຮູ້ຜູ້ດີ ແລະປະສົບຜົນສຳເລັດໃນຊີວິດ ເປັນທີ່ເຊີດຊູກຽດສັກສີຂອງວົງຕະກຸນ.

ຜູ້ຂຽນໄດ້ສັງເກດຫຼາຍຄອບຄົວທີ່ລູກຂອງພວກເຂົາເຕີບໃຫຍ່ກາຍເປັນເສດຖີ ເສດຖີໃນທີ່ວ່ານີ້ເສດຖີຄວາມສາມາດ, ເສດຖີແນວຄິດປັນຍາ, ເສດຖີນ້ຳໃຈ ແລະເສດຖີແຫ່ງຄວາມເຂັ້ມແຂງທີ່ຈະຢືນຢູ່ໃນສັງຄົມໄດ້ຢ່າງມີຄວາມສຸກ. ພວກເຂົາເຫຼົ່ານັ້ນລ້ວນແຕ່ສ້່າງທັດສະນະຄະຕິທີ່ດີຕໍ່ການລ້ຽງລູກແບບທີ່ໜ້າເອົາແບບຢ່າງ

ເມື່ອລູກຢາກກິນປາ ຂ້ອຍບໍ່ໄດ້ຈົກເງິນໄປຊື້ປາມາໃຫ້ລູກ ແຕ່ຈະສອນໃຫ້ເຂົາຮູ້ຫາປາ, ກຽມແຫກຽມເບັດ ແລະແນະນຳວິທີຫາປາທີ່ດີທີ່ສຸດເທົ່າທີ່ຂ້ອຍມີປະສົບການມາໃຫ້ກັບພວກເຂົາ. ຄຳເວົ້າຂອງພໍ່ທ່ານໜຶ່ງໄດ້ຝາກໄວ້ ເປັນການຍົກຕົວຢ່າງທີ່ຊ່ວຍໃຫ້ເຂົ້າໃຈງ່າຍໆເຖິງວິທີການລ້ຽງລາວຂອງລາວຄືບໍ່ເຮັດໃຫ້ເຂົາເຈົ້າໄດ້ຫຍັງມາງ່າຍໂດຍບໍ່ມີຄວາມພະຍາຍາມ, ພວກເຂົາຕ້ອງລົງມືເຮັດດ້ວຍຕົນເອງ ແຕ່ກໍຢູ່ພາຍໃຕ້ການສະໜັບສະໜູນ, ດູແລ ແລະໃຫ້ຄຳແນະນຳຂອງພໍ່ແມ່ຜູ້ທີ່ຈະເອົາປະສົບການໃນຊີວິດມາເປັນສ່ວນໜຶ່ງຂອງການບອກສອນ ແລ້ວມື້ໜຶ່ງທີ່ບໍ່ມີພໍ່ແມ່ ກໍໝັ້ນໃຈໄດ້ວ່າລູກໆຈະສາມາດດູແລຕົນເອງໄດ້ ເນື່ອງຈາກສິ່ງທີ່ພໍ່ແມ່ມອບໃຫ້ນັ້ນມີຫຼາຍກວ່າເຂົ້າປາອາຫານ ແລະຄວາມຮັກ ນັ້ນກໍຄືຄວາມເຂັ້ມແຂງ ແລະຄວາມສາມາດທີ່ຖືກປູກຝັງມາຈາກຄອບຄົວ.

ອາຈານສອນທ່ານໜຶ່ງກ່າວໄວ້ວ່າ ຂ້ອຍມີເງິນທີ່ຈະຊື້ບິກຊື້ປຶ້ມໃຫ້ລູກຮຽນ ແຕ່ຂ້ອຍບໍ່ມີເງິນທີ່ຈະຊື້ຄະແນນໃຫ້ລູກ ແລະຂ້ອຍກໍຈະບໍ່ເຮັດແບບນັ້ນເດັດຂາດ ບໍ່ແມ່ນຢ້ານເສື່ອມເສຍຈັນຍາບັນ ແຕ່ຂ້ອຍບໍ່ຢາກປູກຝັງໃຫ້ລູກມີນິໄສມັກງ່າຍ, ສໍ້ໂກງຜູ້ອື່ນ ແລະຕົວເອງ. ຜູ້ຂຽນຍິ້ມແຫ້ງໆເພາະຮູ້ສຶກວ່າເພິ່ນເປັນຄົນຈິງຈັງອີ່ຫຼີ ແຕ່ປັດຈຸບັນລູກຊາຍຂອງເພິ່ນກໍາລັງຮຽນຕໍ່ປະລິນຍາເອກຢູ່ຕ່າງປະເທດໄປແລ້ວ.

ສະໄໝຮຽນ ມ. ປາຍ ຜູ້ຂຽນມີໝູ່ຍິງຄົນໜຶ່ງ ທີ່ຂັບລົດຫຼູນຳເຂົ້າຈາກຢູໂຣບມາໂຮງຮຽນ ແຕ່ລາວຍັງຂາຍບັດຕື່ມເງິນ ແລະຮັບຈ້າງກັອບປີ້ເອກະສານໃຫ້ໝູ່ໃນຫ້ອງ ເພື່ອສ້າງລາຍໄດ້ເລັກໆນ້ອຍໆ ທັງທີ່ຄອບຄົວກໍມີທຸລະກິດໂຮງແຮມໃຫຍ່ໂຕ ນອກນັ້ນ, ແມ່ກໍຍັງໃຫ້ນາງມາຊ່ວຍດູແລພະນັກງານ ເພາະມີແນວຄິດທີ່ຈະສອນລູກໃຫ້ຮູ້ຈັກຄວບຄຸມຄົນ ແລະໃຊ້ຄົນໃຫ້ເໝາະສົມກັບວຽກ ເປັນອີກໜຶ່ງບາດກ້າວໃນການສ້າງຜູ້ສືບທອດທຸລະກິດຄອບຄົວທີ່ດີ.

ເດັກກໍຄືຜ້າຂາວທີ່ມີພໍ່ແມ່ເປັນຈິດຕະກອນແຕ່ງແຕ້ມ. ການສອນລູກໃຫ້ເປັນຄົນດີ-ຄົນເກັ່ງ ແມ່ນບໍ່ມີວິທີ ຫຼືຫຼັກສູດຕາຍຕົວ ແຕ່ມັນຂຶ້ນກັບຕົວພໍ່ແມ່ເອງທີ່ຈະເປັນຜູ້ເລືອກວິທີທາງໃນການສຶກສາອົບຮົມລູກຫຼານຂອງຕົນ ໂດຍສັງເກດຈາກລັກສະນະອັດຕະວິໄສ ແລະພາວະວິໄສຂອງຄອບຄົວ ແລະສັງຄົມອ້ອມຂ້າງ ທີ່ສຳຄັນທ່ານຕ້ອງສ້າງຄວາມຮັກ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ.

ເຫດຈັກຕຳກົ້ນລົດໄຖນາ ແລ້ວລົດໄຖນາ ລົບໜີ ທີ່ສະຫວັນນະເຂດ

ເຫດຈັກຕຳກົ້ນລົດໄຖນາ ແລ້ວລົດໄຖນາ ລົບໜີ ຈຸດເກີດເຫດ ບ້ານນາຈານ ເມືອງ ອຸທຸມພອນ ແຂວງສະຫວັນນະເຂດ ເວລາ20:20ນາທີ 8/7/2020

ເສຍຊີວິດ1ຄົນແມ່ນຖືກເຫຼັກສຽບໃສ່ໜ້າເອີກເສຍເລືອດຫຼາຍ ເພດຊາຍ ອາຍຸ 17 ປີ ເປັນປະຊາຊົນ ບ້ານ ໂຄກໃຫຍ່

.

.

ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ສູນເສຍດ້ວຍ

ດ່ວນ! ເກີດເຫດປຸ້ນເງິນຢູ່ໃນຄາສີໂນເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ

ຕອນບາຍຂອງວັນທີ 8 ກໍລະກົດ 2020 ເກີດເຫດຍິ່ງຖະຫລົ່ມກັນດັງສະຫນັ່ນຫວັນໄຫວເພື່ອປຸ້ນເອົາເງີນໃນລົດຢູ່ໃນເຂດຄາສິໂນ ( ເຂດພັດທະນາເສດຖະກິດພິເສດສາມຫລ່ຽມຄໍາ).

ຕາມແຫລ່ງຂ່າວທ້ອງຖິ່ນໄດ້ເປີດເປີຍວ່າມືປືນໄດ້ໃຊ້ປືນໄລ່ຍິງກັນກາງເວັນແສກໆຢູ່ບ້ານໃຫຍ່ນ້ຳເກິ່ງໃຫມ່ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຮັດໃຫ້ມີຄົນໄດ້ຮັບບາດເຈັບແລະເສຍຊີວິດ ແນວໃດກໍດີແຫລ່ງຂ່າວບໍ່ບອກລະອຽດຈໍານວນຜູ້ບາດເຈັບ ແລະ ເສຍຊີວິດ. ໂຊກດີທີ່ປະຊາຊົນໃນເຂດນັ້ນບ່ໍຖືກລູກຫລົງ

ລາຍລະອຽດແຈ້ງຕາມຫລັງ

ພາບຂ່າວ:ນັກຂ່າວທ້ອງຖິ່ນ

ດ່ວນ! ເກີດເຫດປົ້ນເງິນຢູ່ໃນຄາສີໂນເມືອງຕົ້ນເຜິງ ແຂວງບໍ່ແກ້ວ

ລາຍງານໃຫ້ຮູ້ມື້ນີ້ ວັນທີ່ 8/7/2020 ເກີດເຫດປົ້ນເງີນຢູ່ໃນຄາສິໂນ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລ້ວໄລ່ໄປຍິ່ງກັນຢູ່ ບ້ານໃຫຍ່ນ້ຳເກິ່ງໃຫມ່ ເຮັດໃຫ້ມີຄົນໄດ້ຮັບບາດເຈັບແລະເສຍຊີວິດ ໂຊກດີທີ່ປະຊາຊົນໃນເຂດນັ້ນບ່ໍໄດ້ຮັບລູກຫລົງ

ລາຍລະອຽດແຈ້ງຕາມຫລັງ…

.

.

.

.

ພາບຂ່າວ: ນັກຂ່າວທ້ອງຖິ່ນ ແລະ ຊຸມຊົນຄົນເມືອງຕົ້ນເຜີ້ງ

ທົ່ວປະເທດມີຜູ້ຕິດເຊື້ອໄຂ້ຍຸງລາຍເພີ່ມ 56 ກໍລະນີ ແລະ ເສຍຊີວິດເພີ່ມ 1 ກໍລະນີ

ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານການເຝົ້າລະວັງພະຍາດໄຂ້ຍຸງລາຍ ປະຈໍາວັນທີ 7 ກໍລະກົດ 2020 ມີຜູ້ຕິດເຊື້ອໄຂ້ຍຸງລາຍເພີ່ມອີກ 56 ກໍລະນີ ແລະ ເສຍຊີ ວິດອີກ 1 ກໍລະນີ, ເຊິ່ງກໍລະນີສະສົມທັງໝົດ ແຕ່ວັນທີ 28 ທັນວາ 2019 ຫາ 7 ກໍລະກົດ 2020 ມີ 2.618 ກໍລະນີ ແລະ ເສຍຊີວິດເປັນ 8 ກໍລະນີ, ແຂວງທີ່ມີການລາຍງານ ຫລາຍກວ່າໝູ່ແມ່ນ ນະຄອນ ຫລວງວຽງຈັນ, ເຊິ່ງມີເຖິງ 606 ຄົນ, ຖັດລົງມາແມ່ນ ແຂວງ ບໍລິຄຳໄຊ 331 ກໍລະນີ ແລະ ແຂວງວຽງຈັນ 321 ກໍລະນີ, ແຂວງອັດຕະປື 238 ກໍລະນີ ແລະ ສະຫວັນນະເຂດ 233 ກໍລະນີ. ຈໍານວນຜູ້ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍ ມີທັງໝົດ 8 ຄົນ, ໃນນັ້ນນະຄອນຫລວງ 3 ຄົນ, ບໍລິຄຳໄຊ 2 ຄົນ, ຄຳມ່ວນ 1 ຄົນ, ໄຊຍະບູລີ 1 ຄົນ ແລະ ແຂວງຊຽງຂວາງ 1 ຄົນ.

ຕໍ່ສະພາບການດັ່ງກ່າວ, ພວກເຮົາຈົ່ງພ້ອມໃຈກັນ ປະຕິບັດມາດຕະການ 5ປ ຢ່າງເຄັ່ງຄັດ ໃຫ້ເປັນປະຈຳ ຈຶ່ງຈະສາມາດທຳລາຍ ແຫລ່ງເພາະພັນຂອງຍຸງລາຍໄດ້ ແລະ ພ້ອມກັນປະຕິບັດຄຳຂວັນທີ່ວ່າ “ບໍ່ມີໜອນນ້ຳຍຸງລາຍ ກໍ່ບໍ່ມີຍຸງລາຍ ແລະ ບໍ່ມີໄຂ້ເລືອດອອກ”. ຖ້າເປັນໄຂ້ໃຫ້ຮີບຮ້ອນ ໄປພົບແພດໝໍດ່ວນ, ຫາກທຸກຄົນປະຕິບັດ ໄດ້ຕາມມາດຕະການ 5ປ ທີ່ທາງກະຊວງສາທາລະນະສຸກ ວາງອອກ ຢ່າງເຂັ້ມງວດ ກໍ່ຈະສາມາດຫລຸດຜ່ອນ, ປ້ອງກັນການເຈັບເປັນ ແລະ ສະກັດກັ້ນການແຜ່ລະບາດ ຂອງເຊື້ອພະຍາດໄຂ້ຍຸງລາຍ ໃຫ້ຫລຸດລົງ ເທື່ອລະກ້າວ.

ຂ່າວ: ມະນີທອນ

ເລັ່ງປຸກສ້າງເຮືອນຖາວອນໃຫ້ຜູ້ປະສົບໄພພິບັດ ຢູ່ເມືອງສະໜາມໄຊ ໃຫ້ສໍາເລັດໂດຍໄວ

ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ເນັ້ນໃຫ້ອຳນາດການປົກຄອງ ແຂວງອັດຕະປື ກໍຄືຄະນະກຳມະການຄຸ້ມຄອງ ໄພພິບັດຂັ້ນແຂວງ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ໃຫ້ເພີ່ມທະວີຄວາມເອົາໃຈໃສ່ ໃນການປຸກສ້າງເຮືອນຖາວອນ ໃຫ້ປະຊາຊົນຜູ້ປະສົບໄພພິບັດ ຢູ່ເມືອງສະໜາມໄຊ ໃຫ້ສໍາເລັດໂດຍໄວ.

      ໃນໂອກາດລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື ໃນອາທິດຜ່ານມາ, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທັງເປັນຮອງປະທານຜູ້ປະຈຳການ ຄະນະ ກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ກ່າວວ່າ: ມາຮອດປັດຈຸບັນ ການປຸກສ້າງເຮືອນຖາວອນ ແມ່ນຍັງບໍ່ທັນສາມາດ ຕອບສະໜອງຕາມຄວາມຮຽກຮ້ອງ ຕ້ອງການໃຫ້ພໍ່ແມ່ປະຊາຊົນ ເນື່ອງຈາກວ່າ ພື້ນທີ່ຈັດສັນ ສຳລັບປຸກເຮືອນຖາວອນນັ້ນ ຍັງມີບ່ອນຫລຸບບ່ອນໂນນ ເຮັດໃຫ້ຜູ້ທີ່ໄດ້ບ່ອນຫລຸບ ບໍ່ທັນມີຄວາມເພິ່ງພໍໃຈເທົ່າທີ່ຄວນ. ມາຮອດປັດຈຸບັນ ການປຸກສ້າງເຮືອນຖາວອນ ໃຫ້ພໍ່ແມ່ປະຊາຊົນ ຜູ້ປະສົບໄພພິບັດ ຢູ່ເມືອງສະໜາມໄຊ ເຊິ່ງມີທັງໝົດ 802 ຫລັງ ສຳເລັດແລ້ວປະມານ 30-40% ຂອງແຜນການ. ໃນນັ້ນ 102 ຫລັງແມ່ນໄດ້ຮັບທຶນຊ່ວຍເຫລືອລ້າ ຈາກປະຊາຊົນໄທ ແລະ ອົງການ UN-HABITAT ແລະ ອີກ 700 ຫລັງ ແມ່ນນຳໃຊ້ທຶນ ຈາກບໍລິສັດພັດທະນາ ເຂື່ອນເຊປຽນ-ເຊນ້ຳນ້ອຍ.

ການກໍ່ສ້າງມີຄວາມຫລ້າຊ້າ ກໍເນື່ອງມາຈາກຫລາຍປັດໄຈ ເປັນຕົ້ນແມ່ນແບບເຮືອນ, ເຊິ່ງຜູ້ໜຶ່ງມັກແບບໜຶ່ງ ຜູ້ໜຶ່ງພັດມັກອີກແບບໜຶ່ງ, ຜູ້ເຄີຍມີເຮືອນນ້ອຍ ຢາກໄດ້ຫລັງໃຫຍ່ ຜູ້ທີ່ເຄີຍມີເຮືອນໃຫຍ່ ພັດຢາກໄດ້ຫລັງທີ່ໃຫຍ່ກວ່າ ເລີຍເຮັດໃຫ້ມີຄວາມຫຍຸ້ງຍາກ ແລະ ແກ່ຍາວເວລາ ໃນການປຸກສ້າງອອກໄປ ເພາະວ່າທຸກຢ່າງຕ້ອງເຮັດ ໃຫ້ສົມເຫດສົມຜົນ ແລະ ມີຄວາມເໝາະສົມທີ່ສຸດ. ເຖິງແນວໃນກໍດີ, ຄະ ນະກຳມະການຄຸ້ມຄອງ ໄພພິບັດຂັ້ນສູນກາງ ກໍໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງບ້ານ, ເມືອງ, ແຂວງ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງພ້ອມກັນເອົາໃຈໃສ່ຕື່ມອີກ, ປະສານງານກັນຢ່າງຕໍ່ເນື່ອງ ເພື່ອເລັ່ງແກ້ໄຂຈຸດທີ່ຍັງຄົງຄ້າງ ແນໃສ່ເຮັດໃຫ້ການປຸກເຮືອນຖາວອນ ໃຫ້ພໍ່ແມ່ ປະຊາຊົນສຳເລັດ ຕາມຄາດໝາຍທີ່ວາງໄວ້.

ຂ່າວ: ສິງຄຳ

ປກສ ແຂວງບໍ່ແກ້ວ ໄດ້ນໍາ-ສົ່ງຄົນຈີນ ຈໍານວນ 09 ຄົນ ທີ່ລັກລອບເຂົ້າເມືອງຜິດກົດໝາຍສົ່ງກັບປະເທດ

ໃນຄັ້ງວັນທີ 07/ 07 /2020 ທາງພະແນກ ຕມ ປກສ ແຂວງບໍ່ແກ້ວ ໄດ້ນໍາ-ສົ່ງ ຄົນຕ່າງປະເທດສັນຊາດຈີນ ຈໍານວນ 09 ຄົນ ທີ່ລັກລອບເຂົ້າເມືອງຜິດກົດໝາຍ ໃຫ້ກັບເຈົ້າໜ້າທີ ຕໍາຫຼວດ ສປ ຈີນ ທີ່ ດ່ານ ຕມ ສາກົນ ບໍຫານ ເມືອງຫຼາ ແຂວງ ຈິງຫົງ ສປ ຈີນ

ໄດ້ມີການມອບຮັບ ທີ່ດ່ານ ຕມ ສາກົນ ແຂວງຫຼວງນໍາທາ-ດ່ານ ຕມ ສາກົນ ບໍຫານ ເມືອງຫຼາ ແຂວງ ຈິງຫົງ ສປ ຈີນ
ເຈົ້າໜ້າທີ່ ຝ່າຍລາວນໍາພາໂດຍ:ທ່ານ ພັທ ສົມປອງແກ້ວປັນຍາ ຫົວໜ້າພະແນກ ຕມ ປກສ ແຂວງບໍ່ແກ້ວ.

ທາງພະແນກ ຕຳຫຼວດກວດຄົນເຂົ້າ-ອອກເມືອງ ແກ້ໄຂຕໍ່ກັບຄະດີຄື: ສືບຕໍ່ສຶກສາອົບຮົມໃຫ້ພວກກ່ຽວຮັບຮູ້ ແລະ ເຂົ້າໃຈແຈ້ງຕໍ່ກົດໝາຍການເຂົ້າ-ອອກເມືອງ

ຖ້າພວກກ່ຽວຫາກຍັງມີການເຄື່ອນໄຫວການກະທຳຜິດໃນຄັ້ງໜ້າ ທາງເຈົ້າໜ້າທີ່ ພວກເຮົາຈະດຳເນີນຕາມລະບຽບກົດ ໝາຍຂອງ ສປປ ລາວ ຢ່າງເຂັ້ມງວດ, ໂດຍທີ່ບໍ່ໄດ້ປັບໃໝພວກກ່ຽວແຕ່ຢ່າງໃດ.

ພາບ-ຂ່າວ: ຮອ ວິທູນ ແກ້ວກັນຍາ

ສຸດເສົ້າ ລົດເມຕ່າງນັກຮຽນໄປສອບເສັງເຂົ້າມະຫາວິທະຍາໄລ ຕົກລົງນໍ້າ ມີຜູ້ເສຍຊີວິດ 21 ຄົນ

ສຳນັກຂ່າວ AFP ໃຫ້ຮູ້ໃນວັນທີ 7 ກໍລະກົດນີ້ວ່າ: ລົດເມຄັນດັ່ງກ່າວໄດ້ແລ່ນໄປຕຳເອົາກັບຮົ້ວ ແລ້ວ ເຈືອກລົງແມ່ນໍ້າ ນອກຈາກມີຜູ້ເສຍຊີວິດ 21 ຄົນແລ້ວ, ຍັງມີຜູ້ໄດ້ຮັບບາດເຈັບອີກ 15 ຄົນ.

ເຫດການດັ່ງກ່າວເກີດຂຶ້ນຢູ່ທີ່ ແຂວງ ກຸຍໂຈ້ ປະເທດຈີນ ໃນທ່າມກາງຝົນຕົກໜັກ ແລະ ນໍ້າຖ້ວມ, ຊຶ່ງການສອບເສັງໄດ້ໂຈະມາແຕ່ມື້ມີພະຍາດລະບາດເກີດຂຶ້ນ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດກາເບິ່ງວ່າຢູ່ໃນລົດຄັນດັ່ງກ່າວ ມີຈັກຄົນແທ້? ແລະ ການເກີດອຸປະຕິເຫດຄັ້ງນີ້ມີສາເຫດມາຈາກໃສ?

ຂ່າວ: ລາວພັດທະນາ