ຂໍ້ດີຂອງການເພດສຳພັນ ທີ່ນັກວິທະຍາສາດຢືນຢັນຈົນຕ້ອງຕົກໃຈ

ຈາກການຄົ້ນຄວ້າວິໃຈຂອງນັກວິທະຍາສາດໄດເປີດເຜີຍເຖິງຂໍ້ດີ ແລະ ປະໂຫຍດທີ່ໄດ້ຈາກການມີເພດສຳພັນ ເຊິ່ງຫຼາຍໆຄົນອາດຈະບໍ່ຮູ້ມາກ່ອນ ມື້້ນີ້ເຮົາຈະມາບອກໃຫ້ຮູ້ກັນວ່າ ການມີເພດສຳພັນມີຜົນດີຫຍັງແດ່

– ຈາກການທົດທາງວິທະຍາສາດພົບວ່າ ເມື່ອຜູ້ຍິງມີເພດສຳພັນ ເຂົາກໍຈະຫຼັ່ງສານ ຮໍໂມນເອສໂຕຼເຈນ ອອກມາໃນປະລິມານຫຼາຍ ຈະຊ່ວຍໃຫ້ຜົມຂອງເຂົາເງົາງາມ ອີກທັງເຮັດໃຫ້ເຂົາມີນໍ້າມີນວນອີກດ້ວຍ

– ເພດສຳພັນທີ່ອ່ອນໂຍນ ແລະ ຜ່ອນຄາຍ ສາມາດຊ່ວຍການອັບເສບທາງຜິວໜັງໄດ້ເຊັ່ນ: ສິວ, ຜື່ນຄັນ ຕ່າງໆ ຈະເຮັດໃຫ້ຜິວເບິ່ງສົດໃສ

– ການມີເພດສຳພັນຊ່ວຍໃນການເຜົາຜານ ແຄລໍລີ ໃນຮ່າງກາຍໄດ້ເພາະທີ່ເຈົ້າກິນເຂົ້າໄປໃນຕອນຄໍ່ານັ້ນຄືອັນໂຣແມນຕິກ

– ການມີເພດສຳພັນຄືການອອກກຳລັງກາຍທີ່ປອດໄພທີ່ສຸດ ເປັນການອອກກຳລັງກາຍທີ່ບໍ່ຕ້ອງລົງທຸນຫຍັງເລີຍ ແຕ່ກັບໄດ້ຜົນຕອບແທນທີ່ດີທີ່ສຸດອີກດ້ວຍ

– ການມີເພດສຳພັນຖືວ່າເປັນວິທີລົດຄວາມຄຽດໄດ້ ເພາະໃນຊ່ວງທີ່ມີເພດສຳພັນຮ່າງກາຍຈະສົ່ງສານແຫ່ງຄວາມສຸກອອກມາ ຊື່ວ່າ: ສານເອັນໂດຟິນ ນັ້ນເອງ

– ຈູບໃນຂະນະທີ່ມີເພດສຳພັນຊ່ວຍໃນການປ້ອງກັນແຂ້ວຜຸໄດ້ ເພາະການຈູບຈະກະຕຸ້ນໃຫ້ນໍ້າລາຍອອກມາ ຈຶ່ງຊ່ວຍທຳຄວາມສະອາດແຂ້ວໄດ້

– ກິ່ນຕົວທີ່ຖືກຂັບອອກມາໃນຊ່ວງມີເພດສຳພັນນັ້ນ ເປັນນໍ້າຫອມທີ່ຈະຊ່ວຍກະຕຸ້ນໃຫ້ອີກຝ່າຍຮູ້ສຶກຕື່ນຕົວໄດ້ແບບບໍ່ຮູ້ຕົວ

– ການມີເພດສຳພັນຊ່ວຍລົດອາການເຈັບຫົວໄດ້ ເພາະຕະຫຼອດການມີເພດສຳພັນນັ້ນຈະຊ່ວຍລົດອາການຕຶງຄຽດ

– ຈັ່ງໃດກໍຕາມການທີ່ຈະມີເພດສຳພັນໃນທຸກໆຄັ້ງ ຄວນປ້ອງກັນເພື່ອຫຼຸດຜ່ອນໃນການບໍ່ພ້ອມທີ່ຈະມີລູກ ແລະ ຕິດເຊື້ອ

9 ວິທີໃຊ້ໜີ້ພໍ່ແມ່ ເຮັດແລ້ວຊີວິດຈະເລີນ ລູກທຸກຄົນຄວນໄດ້ອ່ານ!!

ພໍ່ແມ່ຄືບຸກຄົນສຳຄັນ ເປັນຕົນແບບຂອງການສອນລູກທຸກຄົນໃຫ້ເຕີບໂຕມາເປັນຄົນດີທີ່ສຸດ ບໍ່ວ່າເຮົາຈະເຮັດຜິດ, ເຄີຍຖຽງ ເຄີຍຕົວະພໍ່ແມ່ ແຕ່ຄົນທີ່ພ້ອມຈະໃຫ້ອະໄພລູກ ແລະ ເຂົ້າໃຈລູກດີທີ່ສຸດກໍຄືພໍ່ແມ່ ເຊິ່ງບຸນຄຸນພໍ່ແມ່ນນັ້ນຍິ່ງໃຫຍ່ຖ້ວມຫົວ ເຮົາຈະໃຊ້ໜີ້ແນວໃດກໍບໍ່ໝົດ ແຕ່ 10 ວິທີ່ນີ້ແມ່ນ 10 ວິທີໃຊ້ໜີ້ພໍ່ແມ່ແລ້ວຊີວິດຈະເລີນ ທີ່ເຮົາຄວນປະຕິບັດຕໍ່ເພິ່ນໃນຊາດນີ້

9 ວິທີໃຊ້ໜີ້ພໍ່ແມ່ ເຮັດແລ້ວຊີວິດຈະເລີນ

1. ຈົ່ງສ້າງຄວາມດີໃຫ້ກັບຕົນເອງ ຖືເປັນການໃຊ້ໜີ້ຕົນເອງ ໂຕເຮົາພໍ່ໃຫ້ຫົວໃຈແມ່ໃຫ້ເລືອດລໍ່ລ້ຽງຢູ່ໃນໂຕ ບໍ່ຕ້ອງໄປສະແຫວງຫວາພໍ່ແມ່ໃສອີກ ຫາກຄິດລັງກຽດພໍ່ແມ່ ຍາມເມື່ອເຮົາແກ່ເຖົ້າກໍຈະຖືກລູກຫຼານລັງກຽດເປັນເວນເປັນກຳໝູນວຽນກັນໄປ

2. ໃຜທີ່ພໍ່ແມ່ເສຍໄປແລ້ວ ໃຫ້ໝັ່ນທຳບຸນອຸທິດສ່ວນບຸນກຸສົນໄປໃຫ້ ການເຮັດແບບນີ້ຖືວ່າໄດ້ບຸນ ທັງຝ່າຍຜູ້ໃຫ້ແລະຜູ້ຮັບ

3. ໃຜກໍ່ຕາມທີ່ພໍ່ແມ່ຍັງມີຊີວິດຢູ່ ຫາກມີໂອກາດໃຫ້ກັບໄປກາບຕີນຂໍພອນຈາກເພີ່ນ ຈະໄດ້ມມັ່ງມີສີສຸກ ສ່ວນຄົນທີ່ເຄີຍເຮັດບໍ່ດີໄວ້ ຫາກຄິດໄດ້ໃຫ້ປະກາບຕີນເພີ່ນເພື່ອຂໍຂະມາ ລ້າງຕີນໃຫ້ເພິ່ນ ເປັນການຂໍຂະມາລາໂທດ

4. ຢ່າຄິດບໍ່ດີກັບພໍ່ແມ່ ພຽງແຕ່ຄິດວ່າເພິ່ນບໍ່ດີກໍຜິດແລ້ວ ສິ່ງທີ່ຄວນເຮັດຄືການຖອນາເວົ້າ ໄປຂໍຂະມາລາໂທດ

5. ບາງຄົນຖຽງພໍ່ແມ່ ຈົນລືມຄິດໄປວ່າຄົນທີ່ເຮົາໃຊ້ວາຈາເຮັດໃຫ້ເພີ່ນເສຍໃຈນັ້ນຄືພໍ່ແມ່ເຮົາ ສອນລູກຫຼານຢ່າໃຫ້ຖຽງພໍ່ຖຽງແມ່ ຄົນຖຽງພໍ່ຖຽງແມ່ເຮັດກິນບໍ່ຂຶ້ນ ຢ່າຄິດບໍ່ດີກັບພໍ່ແມ່ ບໍ່ສະນັ້ນຈະບໍ່ມີຄວາມກ້າວໜ້າ

6. ຊື່ທີ່ພໍ່ແມ່ຕັ້ງໃຫ້ເປັນຊື່ທີ່ເປັນມຸງຄຸນ ບໍ່ຈຳເປັນຕ້ອງປ່ຽນ ເພາະຊື່ເປັນພຽງນາມສົມມຸດແທນໂຕເຮົາເທົ່ານັ້ນ

7. ຂອງດີຂອງພໍ່ແມ່ ຂອງປູ່ຍ່າຕາຍາຍທີ່ມອບໃຫ້ດ້ວຍຄວາມຮັກຢ່າທຳລາຍ ເຖິງແມ່ນວ່າມັນອາດບໍ່ມີຄ່າ ໃກ້ເກັບໄວ້ເປັນທີ່ລະນຶກ ພໍ່ແມ່ໃຫ້ຫຍັງກໍໃຫ້ຮັກສາໄວ້

8. ຈົ່ງຈື່ໄວ້ເມື່ອອອກເຮືອນໄປມີຄອບຄົວແລ້ວ ຢ່າລືມກັບໄປຫາພໍ່ແມ່ ຫວ່າງເມື່ອໃດຕ້ອງໄປນົບໄປກາບເພິ່ນ

9. ຢາກໃຫ້ຊີວິດຈະເລີນກ້າວໜ້າຕ້ອງເບິ່ງວ່າເຮັດບຸນກຸສົນພຽງພໍແລ້ວບໍ່ ຕ້ອງເພີ່ມກຸສົນ ອານິສົງຜົນບຸນນີ້ ສິ່ງສັກສິດທີ່ຄຸ່ມຄອງ ຊີວິດນ້າທີ່ການງານຈະເລີນກ້າວໜ້າ ເງິນທອງໄຫຼມາເທມາ ແຄ້ວຄາດຈາກອຸປະສັກທັ້ງປວງ

ເພາະ “ພໍ່ແມ່ເປັນພະອໍຣະຫັນຂອງລູກ” ພະພຸດທະສາສະໜາສອນໃຫ້ເປັນຄົນກະຕັນຍູກະຕະເວທີຕໍ່ບິດາມານດາ ນຳຄຳສອນໄປໃຊ້ໃຫ້ໄດ້ຜົນດີ ຊີວິດກໍຈະມີແຕ່ເລື່ອງດີໆ.

ຜົວເບິ່ງແຍງເມຍ ທີ່ນອນເປັນເຈົ້າຍິງນິດທາຫຼາຍກວ່າ 2,000 ມື້ ຫຼື 6ປີສຸດທ້າຍລາວກໍ່ຕື່ນຂຶ້ນມາອີກຄັ້ງ

ນີ້ຄືການລໍຄອຍທີ່ມີຄວາມຫວັງ ຫຼາຍຄົນອາດຍັງບໍ່ຮູ້ວ່າຜູ້ຊາຍຄົນນີ້ຕ້ອງນອນຮ້ອງໃຫ້ມາເປັນເວລາຫຼາຍມື້, ທ້າວຢວນອາຍຸ 61 ປີ ລາວໄດ້ເວົ້າທັງນໍ້າຕາເມື່ອລາວໄດ້ບິບມືນາງຈູຫົງ (ເມຍຂອງລາວ) ທີ່ໄດ້ຕື່ນຂຶ້ນມາອີກຄັ້ງຫຼັງຈາກທີ່ລາວໄດ້ນອນຫຼັບໄປເປັນເວລາດົນເຖິງ 6 ປີ

ເພາະລາວໄດ້ເກີດອຸບັດຕິເຫດທາງລົດຍົນຕະຫຼອດເວລາທີ່ຜ່ານມີຫຼາຍຄົນບອກໃຫ້ລາວທໍາໃຈ ແຕ່ທ້າວຢວນລາວກໍ່ບໍ່ເຄີຍຊິ້ນຫວັງທີ່ຈະລໍຖ້າເມຍຂອງລາວແລະໃນຕອນນີ້ລາວກໍ່ໄດ້ລາອອກຈາກວຽກເພື່ອມາເບິ່ງເມຍຂອງລາວທຸກໆມື້ເປັນເວລາ 5 ປີ ໂດຍທຸກໆ 3 ຊົ່ວໂມງ ລາວກໍ່ຈະພິກໂຕໃຫ້ກັບເມຍເທື່ອໜຶ່ງເພື່ອບໍ່ໃຫ້ເມຍມີແຜກົດທັບ

ຊື້ເຄື່ອງບົດອາຫານມາເພື່ອທີ່ຈະສາມາດປ້ອນອາຫານໃຫ້ກັບເມຍຂອງລາວຜ່ານທາງທໍ່ສົ່ງອາຫານໄດ້ ຈົນທ່ານໝໍເອງກໍ່ໄດ້ເວົ້າວ່າຄົນທີ່ອົດທົນສູ້ຊົນ ແລະ ເສຍສະລະເພື່ອເມຍໄດ້ແບບນີ້ກໍ່ນັບວ່າຫາຍາກແລ້ວແຕ່ມື້ນີ້ເມຍຂອງລາວກໍ່ໄດ້ຕື່ນຂຶ້ນມາອີກຄັ້ງ ພ້ອມກັບສາມາດເວົ້າໂຕ້ຕອບໄດ້ໃນທີ່ສຸດຄວາມພະຍາຍາມຕະຫຼອດຫຼາຍປີຂອງລາວກໍ່ກາຍເປັນຈິງໄດ້

ເລື່ອງນີ້ຈຶ່ງເຮັດໃຫ້ຊາວເນັດຈີນຕ່າງກໍ່ພາກັນມີນໍ້າຕາໄປຕາມໆກັນຫຼາຍຄົນຄອມເມັ້ນວ່າ ນີ້ລະຄືປະຕິຫານທີ່ເກີດຈາກຮັກແທ້ຂອງຄົນສອງຄົນທີ່ຮັກກັນແບບຈາກໃຈ ເຊິ່ງກໍ່ເປັນເລື່ອງທີໜ້າເສົ້າໃຈແລະຕື້ນຕັນໃຈຫຼາຍ.

ແຈ້ງໃຫ້ຮ້ານປີ້ງເປັດເອວັນ ປິດຊົ່ວຄາວ

ເມື່ອວັນທີ່ 7/7/2020 ຫ້ອງການ​ ຖວທ​ ເມືອງໄຊເສດຖາ​ ລາຍງານເຖິງເຈົ້າເມືອງເລື່ອງສະພາບກ່ຽວກັບຮ້ານປີ້ງເປັດເອວັນ ຢູ່ບ້ານຫົວຂົວ

ລາຍລະອຽດອ່ານໃນໜັງສືລາຍງານ ແລະສ່ວນສະພາບຄວາມຄືບໜ້າຈະເປັນແນວນັ້ນກະລຸນາຕິດຕາມຕໍ່ໄປ.

.

.

.

.

ຂ່າວ: ລາວພັດທະນາ

ຊ່ວຍແຊຣ໌ ຕາມຫາພີ່ນ້ອງຄົນເຈັບ ເກີດອຸປະຕິເຫດ ອາການສາຫັດ ທີ່ຫຼັກ28…

ແຈ້ງດ່ວນຕາມຫາ ຍາດຕິພີ່ນ້ອງ ເມື່ອວັນທີ່ 7/7/2020 ໄດ້ເກີດອຸປະຕິເຫດ ຢູ່ເມືອງປາກຊ່ອງ ຄ້ອຍ ຫຼັກ28 ບໍ່ຮູ້ຍາດຕິພີ່ນ້ອງ ຊ່ອຍແຊຣ໌ໃຫ້ແນ່ທຸກຄົນ…

ຕອນນີ້ຜູ້ບາດແຈ້ງຍັງມີສະຕິ ແຕ່ອາການໜ້າເປັນຫວ່ງ

ຂໍໃຫ້ປອດໄພເດີ

.

.

.

.

ພະມ່າ ຕິດກອງກຳລັງອາວຸດ ຈັບໂຈນລັກວັດຖຸບູຮານທັງເວັນທັງຄືນ

ເມື່ອວັນທີ່ 6 ເດືອນ ກໍລະກົດທີ່ຜ່ານມາ AFP ລາຍງານວ່າ: ກອງຕຳຫຼວດພະມ່າຕິດອາວຸດ 100 ຄົນ ລາດຕະເວນພື້ນທີ່ສັກສິດຂອງເມືອງ ພຸກາມ ໃນຊ່ວງກາງຄືນ ຕາມລ່າຫາໂຈນທີ່ຊວຍໂອກາດຊ່ວງໂຄວິດລະບາດ ລັກວັດຖຸບຸຮານ ຈາກວັດຫຼາຍແຫ່ງເຊີ່ງຢູ່ໃນສະພາບຮ້າງຈາກນັກທ້ອງທ່ຽວ.

ในภาพอาจจะมี หนึ่งคนขึ้นไป

ເຊີ່ງຕຳຫຼວດແຕ່ລະຄົນມີໜ້າທີ່ ຈັບໄຟສາຍປີນຂື້ນສ່ອງເຈດີ, ວັດ , ກຳແພງ ແລະ ປະຕິມາກຳບູຮານອັນເກົ່າແກ່ທີ່ຍ້ອນໄປສະຕະວັດທີ່ 11-13 ທີ່ໄດ້ຮັບການຂື້ນທະບຽນເປັນມໍລະດົກໂລກຈາກ ຢູເນສໂກເມື່ອປີກາຍນີ້ ເຊີ່ງມີການລາດຕະເວນກັນທັງຕອນເວັນ ແລະ ຕອນຄືນ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน, ท้องฟ้า, สถานที่กลางแจ้ง และธรรมชาติ

ລາຍງານວ່າເດືອນ ມິຖຸນາ ທີີ່ຜ່ານມາ ໂຈນປຸ້ນວັດກວ່າ 12 ແຫ່ງ ລັກເອົາວັດຖຸບູຮານໄປຫຼາຍຊະນິດລວມເຖີງ ເຈດີທອງແດງ, ຫຼຽນບູຮານ ແລະ ເຄື່ອງປະດັບຫຍົກ.

ในภาพอาจจะมี ผู้คนกำลังยืน, ท้องฟ้า, สถานที่กลางแจ้ง และธรรมชาติ

.

ในภาพอาจจะมี ท้องฟ้า, สถานที่กลางแจ้ง, ธรรมชาติ และน้ำ

ຂ່າວຈາກ: khaosod

ດ່ວນໆ! ທາງຂາດແລ້ວ ພູເກົ້າຫຼັກ ເມືອງກາສີ ແຂວງວຽງຈັນ

ລາຍງານຈາກປະຊາຊົນ ໃຫ້ຮູ້ ເວລາ 16:30 ວັນທີ່ 7/7/2020 ນີ້ວ່າ ສະພາບທາງ ພູເກົ້າຫຼັກແມ່ນໜັກກວ່າເກົ່າ ທາງຂາດ ແລ້ວ ແລະ ອາດໃຊ້ເວລາດົນໃນການສ້ອມແປງ. ຈິ່ງເຕືອນໄພທຸກຄົນໃຫ້ຮັບຮູ້ ແລະ ຫຼີກລ້ຽງເສັ້ນທາງດັ່ງກ່າວ.

.

ຂ່າວກ່ອນໜ້ານີ້

ແຈ້ງເຕືອນ ຈາກ ສະຫາຍ ພູວອນ ທີມງານ ສ້ອມແປງທາງເຂດ ພູເກົ້າຫຼັກ ເມືອງກາສີ ແຂວງວຽງຈັນ ຫາ ເມືອງນານ ໃຫ້ຮູ້ ໃນຕອນເຊົ້າ ວັນທີ່ 7 ກໍລະກົດ 2020 ນີ້ວ່າ.

ການສັນຈອນທາງກາສີ-ເມືອງນານ ແມ່ນມີຄວາມຍຸ້ງຍາກຫຼາຍ ຖ້າບໍ່ຈຳເປັນກະລຸນານຳໃຊ້ເສັ້ນທາງອື່ນກ່ອນ, ການສ້ອມແປງແຕ່ຄືນວັນທີ່ 6/7/2020 ຜ່ານມາ.

ເນື່ອງຈາກສະພາບຟ້າຝົນ ຈິ່ງຢ້ານວ່າດິນຍັງຈະເຈື່ອນຕັນທາງອີກ.

.

.

ຂໍອະນຸຍາດໂພສ ຂໍຄວາມຊ່ວຍເຫຼືອນຳໝູ່ເພື່ອນໃນສັງຄົມ ເດັກນ້ອຍຜ່າຕັດຕາ…

ເນື່ອງຈາກວ່າຕອນນີ້ຂ້າພະເຈົ້າຈະເອົາລູກຊາຍທີ່ເກີດກ່ອນກຳນົດ ໄປຜ່າຕັດຕາຢູ່ໄທ ທີ່ສະຖາບັນເດັກແຫ່ງຊາດພະລາຊີນີ
ຄ່າໃຊ້ຈ່າຍແມ່ນປະມານ 500.000ບາດ

ເຊິ່ງຂ້າພະເຈົ້າບໍ່ມີເງິນຈຳຫຼາຍຂະໜາດນັ້ນ..ຖ້າວ່າບໍ່ໄດ້ຮັບການຜ່າຕັດ ລູກຂ້າພະເຈົ້າອາດຈະພິການຕາໄປຕະຫຼອດຊີວິດ
ທ່ານໃດທີ່ມີໃຈບຸນຈະຮ່ວມບໍລິຈາກ ຊ່ວຍເດັກຕາດຳໆຄົນໜຶ່ງທີ່ຈະບໍ່ມີໂອກາດເບິ່ງເຫັນໄດ້..
ຊ່ວຍບໍລິຈາກມາໝາຍເລກບັນຊີ 151-12-00-01687538-001

.

.

.

.

.

ດ່ວນ!!! ເປີດຄລິບອີກມຸມໜຶ່ງເຫັນກັນແບບເຕັມໆ ເຫດຕີກັນທີ່ຕາດວັງນຳເຜິ້ງ

ໃນຄັ້ງວັນທີ່ 05.07.2020 ເວລາ 18:00 ໂມງ ເປັນມື້ເຂົ້າພັນສາ ໄດ້ມີສະພາບກຸ່ມໄວລຸ້ນ ເກີດອາລະວາດຍົກທິມຕີກັນຢູ່ຕາດວັງນ້ຳເຜິ້ງ (ເຊີ່ງເປັນສະຖານທີ່ທ່ອງທ່ຽວ) ຢູ່ບ້ານຈຳປາ ເມືອງສີໂຄດຕະບອງ ແຂວງນະຄອນຫຼວງວຽງຈັນ

ຕາມເຫດການເບື້ອງຕົ້ນ ກຸ່ມໄວລຸ້ນໄດ້ຍົກມີມຕີກັນ ຝ່າຍລະປະມານ 10 ປາຍຄົນ ຫາ 20 ຄົນ ອຸປະກອນທີ່ໃຊ້ອາລະວາດຕີກັນ ສ່ວນໃຫ່ຍເປັນໄມ້ຄ້ອນ, ແກ້ວເບຍ ຈຳນວນຄົນໄປທ່ຽວແມ່ນຫຼວງຫລາຍ

ພາຍຫລັງພວກກ່ຽວກໍ່ອາລະວາດຕີກັນແລ້ວ ໄດ້ຮີບດ່ວນລົບຫນີຈາກສະຖານທີ່ດັ່ງກ່າວ

.

.

ຄລິບອີກມຸມທີ່ບັນທຶກໄວ້:

ຢ່າເລື່ອນຜ່ານ ຂໍຄວາມຊ່ວຍເຫຼືອຕ້ອງການ ເລືອກກຸບ B ດ່ວນ…

ຂໍ້ຄວາມຊ່ວຍເຫຼືອແດ່ ໃຜມີເລືອດກຮຸບB ຕ້ອງການບໍລິຈາກ ໂທຫາດ່ວນ 56583418 ອາການສາຫັດ ຕ້ອງການເລືອດດ່ວນ ແຂນຂາຫັກ ໃຜທີ່ໃຈບຸນຊ່ວຍຂອບໃຈເປັນຢ່າງສູງ ຜູ້ຂ້າຊິບໍ່ລືມບຸນຄຸນ ຂອງທ່ານ

ຊ່ວຍກັນແຊຣ໌ ເດີເພື່ອໃຫ້ຄົນໃຈບຸນມາບໍລິຈາກ ແລະ ຮັບເອົາບຸນນຳກັນ

ໃຫ້ເລືອດເທົ່າກັບໃຫ້ຊີວິດ 1ແຊຣ໌ຂອງທ່ານອາດຊ່ວຍຄົນໆໜຶ່ງໄດ້