ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດ ຖິ້ມລູກຫວຍ

ເປັນປະເດັ້ນຮ້ອນອອນລາຍ ນະຕອນນີ້ ໃນວັນທີ 29 ມິຖຸນາ 2022 ທີ່ຜ່ານມາ ເຈ້ທີບ ພຸດທະວົງ ເຈົ້າແມ່ດວງເຮັງ ຖືກເລກ 6 ໂຕ ໃນແຕ່ລະງວດ, ໄດ້ຫອບເງິນຫລາຍພັນລ້ານ ບິນຫນີອອກຈາກປະເທດລາວແລ້ວ.

ທຸລະກິດຂອງເຈ້ທິບ ຂາຍເລກໃຫ້ເປິເຊັນສູງ ແລະ ຮັບຝາກເງິນໃຫ້ດອກເບ້ຍ 30%, ເປັນເຈົ້າຂອງຮ້ານເພັດ ” LAYA ” ແລະ ທຸລະກິດອື່ນໆ; ເຊິ່ງຮ້ານຕັ້ງຢູ່ບ້ານໂພນຕ້ອງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ.

ຄາດວ່າຈະມີຄົນໄປຝາກນໍາ ແລະ ເສຍຫາຍເປັນຈຳນວນຫລວງຫລາຍ. ປັດຈຸບັນ, ມີຄົນຈຳນວນຫລາຍສົມຄວນມາຢືນຢູ່ຫນ້າສຳນັກງານຂອງ ” ເຈ້ທິບ “.

ລາຍຊື່ຜູ້ເສຍຫາຍ

ແຈ້ງຄວາມ

ແນວໃດກໍ່ຕາມຕິດຕາມກັນຕໍ່ໄປ ຄວາມຈິງຈະເປັນແນວໃດ.

,,,,,

ດິ້ນລົນ ຍ້ອນຄວາມຮັກ ຄວາມອົດທົນ ເກືອບ 12ປີ ຈື່ງສາມາດ ມີບ້ານ ມີລົດ ດັ່ງທີ່ເຮົາໄຝ່ຝັນ

ໃນທີ່ສຸດເຮົາກໍ່ມີມື້ນີ້ ມື້ທີ່ພາກພູມໃຈທີ່ສຸດ ຂ້ອຍຕັດສິນໃຈແຕ່ງງານ ໃຊ້ຊີວິດຄູ່ ໃນປີ2010 ຕອນຂ້ອຍອາຍຸ 23ປີ ແລະ ສາມີອາຍຸ29ປີ

ຕອນນັ້ນສອງຄົນເຮົາບໍ່ມີຫຍັງເລີຍ ຂ້ອຍຍັງຕ້ອງອາໃສຢູ່ນໍາແມ່ເກາະແມ່ກິນ ສາມີເປັນພະນັກງານບໍລິສັດເອກະຊົນແຫ່ງນື່ງ

ຄໍາວ່າ ຕ້ອງມີບ້ານ ມີລົດ ນະຕອນນັ້ນ ຂ້ອຍຍັງຄິດບໍ່ເຫັນຫົນທາງເລີຍ ຍ້ອນຄໍານຶງຈາກລາຍໄດ້ເຮົາແລ້ວ ຄິດວ່າຊາດນີ້ຄືຊິໄດ້ເກາະອາໃສຢູ່ນໍາແມ່ໄປຈົນຕາຍ

ແຕ່ສອງເຮົາກໍ່ພະຍາຍາມສ້າງຕົວ ດິ້ນລົນ ຊອກວິທີທໍາມາຄ້າຂາຍ ເລີ່ມຈາກການໄປປູສາດຂາຍສີ້ນຢູ່ເດີ່ນທາດຫລວງ ເຊົ່າຄ່າເດີ່ນມື້ລະ50,000₭ ສາມີໄປການກັບມາຕອນແລງພາເມຍໄປຂາຍເຄື່ອງຕໍ່ ບໍ່ເຄີຍຈົ່ມວ່າເມື່ອຍເລີຍ ແລະນັ້ນຄືຈຸດເລີ່ມຕົ້ນໃນການຫາເງິນຂອງເຮົາ

ຍ້ອນຄວາມຮັກ ຄວາມອົດທົນ ພະຍາຍາມ ຕັ້ງໃຈ ຊື່ສັດ ແລະ ປະຢັດ ອົດອອມ ເຮັດໃຫ້ເວລາຜ່ານໄປ 5ປີ ຫລັງແຕ່ງງານ ເຮົາມີຄວາມສາມາດທ້ອນເງິນ ມາຊື້ດິນຕອນນີ້ໄວ້ໄດ້ ຕອນນັ້ນພູມໃຈຫລາຍ ທີ່ສາມາດຊື້ດິນເນື້ອທີ່ 15*20 ໄດ້ຈາກນໍ້າພັກນໍ້າແຮງຂອງສອງເຮົາ

ຈາກນັ້ນຜ່ານໄປອີກ 5ປີ ເຮົາກໍ່ທ້ອນເງິນໄດ້ຕື່ມ ຈຶ່ງເລີ່ມກໍ່ສ້າງບ້ານ ຈົນສໍາເລັດໄດ້ ໃຊ້ເວລາກໍ່ສ້າງທັງຫມົດ2ປີ ( ຄ່ອຍເຮັດໄປ ຫາເງິນໄປນໍາ)

ເຮົາສອງຄົນໃຊ້ເວລາສ້າງສານໍາກັນມາຮອດເກືອບ 12ປີຈື່ງສາມາດ ມີບ້ານ ມີລົດ ດັ່ງທີ່ເຮົາໄຝ່ຝັນ ແລະໃນມື້ນີ້ ຝັນຂອງເຮົາກໍ່ກາຍເປັນຈິງ ຂ້ອຍມາຂຽນເລື່ອງລາວນີ້ ໄວ້ເພື່ອບາງທີຄົນທີ່ໄດ້ເຂົ້າມາອ່ານ

ຈະມີກໍາລັງໃຈໃນການລຸກຂຶ້ນມາສູ້ ເຖິງແມ່ນວ່າທຸກຄົນຈະມີຕົ້ນທຶນຊີວິດທີ່ບໍ່ເທົ່າກັນ ແຕ່ຂ້ອຍເຊື່ອວ່າ ຖ້າຫາກເຮົາຍັງມີຄວາມຫວັງຄວາມຕັ້ງໃຈ ພະຍາຍາມ ອົດທົນແລ້ວ ຕ້ອງມີມື້ນຶ່ງທີ່ເຮົາໄປເຖິງຝັນແນ່ນອນ

ຂອບໃຈທຸກຄົນທີ່ເສຍສະລະເວລາ ອ່ານຈົນຈົບເດີ້ ອອກແບບ ກໍ່ສ້າງ-ຕົບແຕ່ງພາຍໃນໂດຍ ເອັດວີ ຕົບແຕ່ງພາຍໃນ-ເຟີນິເຈີບິວອິນ 020 55623222 – 020 52525223 ປຶກສາເພິ່ນໄດ້ເດີ້

ໜຸ່ມລາວ ໄປໃສ່ນ້ຳມັນຢູ່ ໜອງຄາຍ(ປະເທດໄທ) ແລ້ວລືມຈ່າຍເງິນ ຫລ້າສຸດ​ ຜູ້ກ່ຽວໄດ້ຕິດຕໍ່ຫາປໍ້າດັ່ງກ່າວແລ້ວ

ຂ່າວອອນລາຍຈັງຫວັດໜອງຄາຍໂພສວັນທີ 28 ມິຖຸນາ​ 2022​ ນີ້ວ່າ: ເວລາປະມານ 14 ໂມງຂອງວັນທີ 27 ມິຖຸນາ​ ມີລົດກະບະປ້າຍທະບຽນ​ 5511 (ບໍ່ຮູ້ອັກສອນໜ້າ)​ ເຂົ້າໄປໃສ່ນໍ້າມັນປໍ້າແຫ່ງໜຶ່ງທີ່​ເທສະບານເມືອງໜອງຄາຍ 1.000​ ບາດ​ ເມື່ອໃສ່ສຳເລັດແລ້ວກໍຮີບເລັ່ງລົດໜີບໍ່ຈ່າຍເງິນ.

ໂດຍເດັກປໍ້າໃຫ້ສຳພາດຂ່າວໜອງຄາຍວ່າ ເປັນຜູ້ຊາຍທີ່ມາກັບຄອບຄົວ,​ ເວົ້າພາສາລາວ, ລົດປ້າຍທະບຽນລາວ.

ຈາກນັ້ນຈຶ່ງໄດ້ຂີ່ລົດອອກມາລໍຖ້າຢູ່ດ່ານຂົງມິດຕະພາບຈົນຮອດ 10 ໂມງກາງຄືນກໍບໍ່ເຫັນ.

ຫລ້າສຸດ​ ຜູ້ກ່ຽວໄດ້ຕິດຕໍ່ຫາປໍ້າດັ່ງກ່າວແລ້ວ ສາເຫດທີ່ລືມຈ່າຍ​ຍ້ອນຟ້າວໄປຫາພໍ່ຢູ່ໂຮງໝໍ.

ຄລິບ

ສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ ແລະ ອິນໂດເນເຊຍ ຄົບຮອບ 65 ປີ

ໃນວັນທີ 24 ມິຖຸນາ2022, ທ່ານ ດຣ. ປຣາຕີໂຕ ຊູຮາຣິໂຢ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ອິນໂດເນເຊຍ ປະຈຳສປປ ລາວ ໄດ້ໃຫ້ກຽດເປັນເຈົ້າພາບຈັດງານລ້ຽງເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງສາທາລະນະລັດ ອິນໂດເນເຊຍ ແລະ ສປປ ລາວ ຄົບຮອບ 65 ປີ ທີ່ໂຮງແຮມລາວພລາຊາ, ນະຄອນຫລວງວຽງຈັນ. ໂດຍມີທ່ານສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງສປປ ລາວ ໄດ້ໃຫ້ກຽດເປັນແຂກກິດຕິມະສັກ ແລະ ມີບັນດາລັດຖະມົນຕີກະຊວງຕ່າງໆ ຈຳນວນໜຶ່ງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ໄດ້ກ່າວປາໄສໂດຍສະແດງໃຫ້ເຫັນເຖິງສາຍພົວພັນອັນດີງາມລະຫວ່າງສອງປະເທດອິນໂດເນເຊຍ ແລະ ສປປ ລາວ ໃນຕະຫລອດໄລຍະ 65 ປີຜ່ານມາ ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ ລັດຖະບານສປປ ລາວ ທີ່ໄດ້ຖະນຸຖະໜອມສາຍພົວພັນທີ່ດີງາມ ຂອງສອງປະເທດພວກເຮົາ. ທ່ານເອກອັກຄະລັດຖະທູດ ໄດ້ຍໍ້າວ່າ ການສະເຫລີມສະຫລອງຂອງ ປະຊາຊົນອິນໂດເນເຊຍ ແລະ ລັດຖະບານລາວ ແລະ ປະຊາຊົນລາວ ເຊິ່ງເປັນຄວາມພາກພູມໃຈຕໍ່ຄວາມມານະພະຍາຍາມ, ໝາກຜົນ, ມິດຕະພາບທີ່ເປັນມູນເຊື້ອອັນຍາວນານ ແລະ ນ້ຳໃຈອ້າຍນ້ອງທີ່ມີມາແຕ່ດົນນານໃນຫລາຍປີຜ່ານມາແລະ ໃນຊຸມປີຕໍ່ໜ້າ. ເຖິງແມ່ນວ່າໂລກລະບາດໂຄວິດ-19 ໄດ້ສົ່ງຜົນກະທົບໃນຫລາຍດ້ານຕໍ່ຄວາມພະຍາ ຍາມ ໃນການເພີ່ມທະວີການພົວພັນຮ່ວມມື ແຕ່ສອງປະເທດກໍສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີສາ ກົນ ໂດຍສະເພາະແມ່ນໃນຂອບອາຊຽນ.

ນອກນີ້, ສອງປະເທດຍັງຢູ່ໃນຂັ້ນຕອນການຄົ້ນຄວ້າ ແລະ ຊຸກຍູ້ການພົວພັນດ້ານການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ ແລະ ການໄປມາຫາສູ່ກັນລະຫວ່າງລັດ ຖະບານ ແລະປະຊາຊົນ ຂອງສອງປະເທດ ນັບມື້ໃຫ້ຫລາຍຂຶ້ນ ເພື່ອເພີ່ມທະວີການຮ່ວມມືໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ໃນລະດັບພາກພື້ນ. ການທີ່ ສປປລາວໄດ້ຮັບຜົນສໍາເລັດໃນການ ຫັນເອົາປະເທດເປັນສູນກາງການເຊື່ອມໂຍງກັບພາກພື້ນ, ທ່ານເອກອັກຄະລັດຖະທູດ ເຊື່ອໝັ້ນວ່າ ຈະມີໂອກາດລົງທຶນໃນຂະແໜງ ການຕ່າງໆໃນສປປ ລາວ ແລະ ມີທ່າແຮງການຮ່ວມມືຫລາຍດ້ານ ໃນຂົງເຂດການສຶກສາ ແລະ ວັດທະນະ ທຳ-ສັງຄົມ ເພື່ອໃຫ້ບັນລຸເປົ້າໝາຍຂອງສອງປະເທດ.

ທ່ານ ສະເຫລີມໄຊ ກົມມະສິດ ຍັງໄດ້ເນັ້ນໜັກເຖິງການພົວພັນຮ່ວມມືສອງຝ່າຍຢ່າງແໜ້ນແຟ້ນ ກໍຄື ການເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ ແລະ ການສຶກສາ, ການສົ່ງເສີມການໄປມາຫາສູ່ກັນຂອງປະ ຊາຊົນ ເປັນສ່ວນສໍາຄັນ ແລະ ມີບົດບາດໃນການເພີ່ມທະວີສາຍພົວພັນ ລະຫວ່າງສປປ ລາວ ແລະ ອິນໂດເນເຊຍ. ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງລັດຖະບານອິນໂດເນເຊຍທີ່ໄດ້ມອບຄ້ອງສັນຕິພາບໃຫ້ແກ່ສປປ ລາວ ເຊິ່ງເປັນຄ້ອງທຳອິດຂອງລັດຖະບານອິນໂດເນເຊຍ ມອບໃຫ້ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ແລະ ໄດ້ຕັ້ງໄວ້ຢູ່ຕໍ່ໜ້າອານຸສາວະລີປະຕູໄຊ ພ້ອມທັງສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈມາຍັງລັດຖະບານ ແລະ ປະຊາຊົນອິນໂດເນເຊຍ ທີ່ໄດ້ໃຫ້ການສະໜັບສະໜູນແລະ ການຊ່ວຍເຫລືອແກ່ ສປປ ລາວ.

ພ້ອມດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ ແລະ ທ່ານເອກອັກຄະລັດຖະທູດໄດ້ອວຍພອນໄຊແດ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ພະນະທ່ານ ໂຈໂກ ວິໂດໂດ ປະທານາທິບໍດີ ແຫ່ງ ສ. ອິນໂດເນເຊຍ ແລະ ປະຊາຊົນລະຫວ່າງສອງປະເທດ ຈົ່ງມີພາລະນາໄມແຂງແຮງ, ປະສົບຜົນສຳເລັດ ກໍຄື ການພັດທະນາສາຍພົວພັນລະຫວ່າງສອງປະເທດໃນຕໍ່ໜ້າ.

ຜົນງານ 6ປີບໍ່ມີຄວາມໝາຍ ຕັດສີນໃຈລາອອກ

ບາງເທື່ອເຮົາກໍ່ຄິດເສຍດາຍບັນດາຄູອາຈານທີ່ມີຝີມື ຫຼື ມີໃຈມັກຮັກໃນການເປັນອາຊີບຄູສອນເພາະບາງຄົນມີຄວາມຫວັງຫຼັງຈາກຮຽນຈົບການເປັນຄູສອນແລ້ວກໍ່ຫວັງຢາກຖືກບັນຈຸເຂົ້າເປັນລັດຖະກອນເພາະຈະເຮັດໃຫ້ຕົນມີຄວາມໝັ້ນຄົງໃນອະນາຄົດເຊົ່ງ

ຜູ້ໃຊ້ facebook ຊື່ວ່າ: Thong vanh song ໄດ້ໂພດສແຄັບຊັ້ນບັນຍານຄວາມຊົງຈຳຕົນເອງໃນການເປັນຄູສອນພ້ອມຜົນງານທີ່ສາມາດສ້າງນັກຮຽນຕົນເປັນນັກຮຽນເກັ່ງໄດ້ພ້ອມມີຜົນງານເນື່ອງຈາກຕົນຈົບການສຶກສາຈາກ ສສ ຫວຽດນາມ ພາກວິຊາ ຄູຄະນິດສາດ – ຟີຊິກສາດ ເຊິ່ງໃນແຄັບຊັ້ນບັນຍາຍລະອຽດດັ່ງນີ້: “ຜົນງານຝາກໄວ້ລູກຫລານເບີ່ງ”

ຂ້າພະເຈົ້າຊື່ ທ. ທອງວັນ ຊົງ ເກີດເມຶ່ອວັນທີ 6.10.1991 ວິຊາທີ່ຮຽນຈົບ ຄູຄະນິດສາດ-ຟີຊິກສາດ ລະບົບຊັ້ນສູງຮຽນຈົບຈາກໂຮງຮຽນສ້າງຄູວິທະຍາໄລອ່ຽນບ້າຍ(ສສຫວຽດນາມ) ໄລຍະຮຽນ2013-2016 ໄດ້ເລີ່ມເຂົ້າສອນຢູ່ໂຮງຮຽນ ມ.ສມ່ວງດອນມູນ ເມຶອງຄອບ ແຂວງໄຊຍະບູລີໃນສົກຮຽນ2016-2017 ສາມາດຊ້ອມນັກຮຽນເກັ່ງວິຊາຟີຊິກສາດ ມ.4 ໄດ້ທີ2ຂັ້ນເມືອງ, ສົກຮຽນ2017-2018ສາມາດຊ້ອມນັກຮຽນເກັ່ງວິຊາຄະນິດສາດຂັ້ນມ4ໄດ້ທີ3ຂັ້ນເມຶອງ ແລະ ຟີຊິກສາດຂັ້ນມ4ໄດ້ທີ1ຂັ້ນເມຶອງ,ທີ1ຂັ້ນແຂວງແລະທີ7ຂັ້ນກະຊວງ.

ໃນສົກຮຽນ2018-2019ໄດ້ຍ້າຍໄປປະຈຳການຢູ່ໂຮງຮຽນ ມ.ຕນ້ຳຄ່າສາມາດເຝິກຊ້ອມນັກຮຽນເກັ່ງວິຊາຟີຊິກສາດຂັ້ນມ4ໄດ້ທີ1ຂັ້ນເມຶອງ,ທີ1ຂັ້ນແຂວງແລະທີ8ຂັ້ນກະຊວງໃນສົກຮຽນ2019-2020ສາມາດຊ້ອມນັກຮຽນເກັ່ງວິຊາຟີຊິກສາດມ4ໄດ້ທີ1ຂັ້ນເມຶອງແລະທີ2ຂັ້ນແຂວງ ໃນສົກຮຽນ2020-2021ສາມາດຊ້ອມນັກຮຽນເກັ່ງວິຊາຟີຊິກສາດມ4ໄດ້ທີ1ຂັ້ນເມຶອງແລະທີ3ຂັ້ນແຂວງ ໃນສົກຮຽນ2021-2022ສາມາດຊ້ອມນັກຮຽນເກັ່ງວິຊາຟີຊິກສາດມ4ໄດ້ທີ1ຂັ້ນເມຶອງແລະທີ2ຂັ້ນແຂວງ.

….

ໄດ້ສອບເສັງເຂົ້າລັດຖະກອນ2ເທຶ່ອແຕ່ບໍ່ເຫັນຄະແນນ ແລະ ກໍບໍ່ໄດ້ລັດຖະກອນເລີຍ.ມາປີນີ້ບໍ່ມີຮອດລາຍຊື່ໄປເສັງເຂົ້າລັດຖະກອນນຳຫມູ່ກໍເລີຍລາອອກຈາກຄູອາສາຍ້ອນມີຄວາມຫຍູ້ງຍາກຫລາຍແລະບໍ່ສາມາດລ້ຽງຄອບຄົວໄດ້.

….

….

….

ຄວາມຈິງແລ້ວ ເປັນການສ້າງກະແສ ໂພສອ້າງວ່າເກັບເງິນເຮ່ຍ ແມ່ນເງິນຜູ້ກ່ຽວເອງ

ຈາກຜູ້ໃຊ້ເຟສບຸກ ຊື່ Kham Vlt ໄດ້ໂພສ໌ ໃນວັນທີ 19 ມິຖຸນາ 2022 ມີເນື້ອໃນວ່າ: ຂ້າພະເຈົ້າຂຶ້ນມາບ້ານລະບັງເອີນໄດ້ເກັບກະເປົ໋າເງິນເຮ່ຍ ຢູ່ເສັ້ນທາງສະຫວັນ ຫາ ບ້ານ ນາຄຳ.

ໃຜເຮັດກະເປົ໋າຕົກລະຕິດຕໍ່ພົວພັນເອົານຳຂ້ອຍເດີເງິນ ໂດລາ ມີ 13,500$ ( ເປັນເງິນກີບປະມານ 204,174,000 ກີບ “ໄລ່ຕາມເຫຼດລາຍວັນວັນນີ້ ) ແລະ ເງິນກີບ ມີ 87 ລ້ານກີບ.

ຕໍ່ມາຜູ້ກ່ຽວຕິດຕໍ່ເຂົ້າມາທາງ ເພຈ ທີ່ໄດ້ລົງເລື່ອງລາວຂອງລາວຕໍ່ຈາກລາວ ວ່າ: ເງີນຈຳນວນດັ່ງກ່າວ ເປັນເງິນຜູ້ກ່ຽວເອງ ໂພສ໌ ຢອກຫມູ່ຊື່ໆ.

ຄົນລວຍເຂົາຢອກກັນແບບນີ້ເລີຍຫວາ? ຝາກໄປເຖີງລາວແດ່ ມັນບໍ່ແມ່ນເລື່ອງຫຼີ້ນໂພສຢອກໂພສຫຼີ້ນໆ

ເພາະຊາວເນັດເຂົາຄິດວ່າເລື່ອງຈິງ ເຂົາແຊຣ໌ຊ່ວຍຫາເຈົ້າຂອງ ສຸດທ້າຍມາສະເຫຼີຍວ່າພຽງໂພສຢອກໝູ່ ຄົນທີ່ເສຍຫາຍກະເຈົ້າຫັ້ນດອກ

ປາດໂທ໋! ຫຼາຍຄົນແຫ່ໄປຂາຍຄຳ ຕໍ່ຄິວຍາວຢຽດ (15/06/2022) ມີຄລິບ

ອັບເດດລາຄາຄໍາປະຈໍາວັນວັນທີ15/06/2022 ຄັ້ງທີ1(09:32)ເປີດໃຫ້ບໍລິການທຸກສາຂາ=====================1. ສາຂາຕະຫລາດເຊົ້າ 021 2135462. ສາຂາຕະຫລາດວັງທອງ 021 2651633. ສາຂາໄອເຕັກມໍ 030 58859994. ສາຂາວຽງຈັນເຊັນເຕິ້ 030 52222885. ສາຂາຕະຫລາດດາວເຮືອງປາກເຊ 020 5553 52356. ສາຂາໄຊຍະບູລີ 020 5567 70427. ສາຂາຕະຫລາດໂພນໂຮງ 020 5552 4848(ຄຮິບ)

ປະຕິທິນຂ່າວ

ເດືອນມີນາ 2024
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
3031  

World News

ຫມວດຫມູ່