ພ້ອມລະບໍ່! ແຈ້ງການອອກແລ້ວ ປັບຂຶ້ນອາກອນມູນຄ່າເພີ່ມຈາກ 7% ເປັນ 10%

ອີງຕາມ ລັດຖະບັນຍັດ ວ່າດ້ວຍການປັບປຸງອັດຕາອາກອນມູນຄ່າເພີ່ມ ລົງວັນທີ 19 ມີນາ 2024 ກ່ຽວກັບການປັບປຸງອັດຕາອາກອນມູນຄ່າເພີ້ມ

ທີ່ໄດ້ກຳນົດໄວ້ໃນກົດ ໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍກ່ຽວກັບສ່ວຍສາອາກອນ ສະບັບເລກທີ 01/ສພຊ, ລົງວັນ ທີ 07 ສິງຫາ 2021 ມາດຕາ 2 ການປັບປຸງເນື້ອໃນຂອງກົດໝາຍ,

ຂໍ້ II ກົດໝາຍວ່າດ້ວຍອາກອນມູນຄ່າ ເພີ່ມ, ມາດຕາ 17 ອັດຕາອາກອນມູນຄ່າເພີ່ມ ຂໍ້ 1 ຈາກ ເຈັດສ່ວນຮ້ອຍ (7%) ເປັນ ສິບສ່ວນຮ້ອຍ (10%) ເພື່ອຊ່ວຍໜູນລາຍຮັບງົບປະມານແຫ່ງລັດ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.

(ລາຍລະອຽດມີຫົວໜ່ວຍທຸລະກິດໃດແນ່ແມ່ນຕາມແຈ້ງການ)

ເກີດເຫດລົດແຊງກັນບໍ່ຫວິດ ສຸດທ້າຍຕົກລົງຂ້າງທາງ

ໃນເວລາປະມານ 7:00 ໂມງ ຂອງວັນທີ 4 ພະຈິກ 2022 ເກີດອຸບັດຕິເຫດ ຢູ່ເຂດບ້ານທ່າງ່າມ ເມືອງທ່າແຂກ ແຂວງຄໍາມ່ວນ

ເຊິ່ງໄດ້ມີລົດແຊງກັນແຕ່ບໍ່ຫວິດ ເຮັດໃຫ້ລົດເສຍຫຼັກຕົກລົງຂ້າງທາງໂດຍມີຜູ້ບາດເຈັບຢູ່ຂັບມາໃນລົດຈຳນວນ 2 ຄົນເຊິ່ງຜູ້ກ່ຽວເປັນຄົນທ່າແຂກ ຈະເດີນທາງເພື່ອໄປສົ່ງເຄື່ອງທາງໜອງບົກ ແຂວງຄຳມ່ວນ

ທ່ານໃດຮູ້ຈັກເບີທາງກູ້ໄພເຂດເສັ້ນທາງສາຍນີ້ ສາມາດຄອມເມັ້ນໄວ້ດ່ວນ

Cr: Toy Toy

ຍັງສູງຂຶ້ນໜ້າ ເດືອນຕຸລາ ເງິນເຟີ້ເພີ່ມຂຶ້ນ 36.7%

ໂຕເລກເງິນເຟີ້ ຢູ່ ສປປ ລາວ ຍັງເພີ່ມຂຶ້ນສູງຕໍ່ເນື່ອງ ໂດຍອັດຕາເງິນເຟີ້ລວມ ເດືອນຕຸລາ 2022 ທຽບ ປີຕໍ່ປີຂຶ້ນຕໍ່ເນື່ອງ ຢູ່ໃນລະດັບ 36.7% (ເດືອນກັນຍາ 2022 ແມ່ນ 34.5). ເນື່ອງຈາກການເພີ່ມສູງຂຶ້ນ ທຸກໝວດສິນຄ້າ ເປັນຕົ້ນແມ່ນ: ໝວດສະບຽງອາຫານ.

….

ທີ່ມາ: ສູນສະຖິຕິແຫ່ງຊາດ

ປະທານສະພາແຫ່ງຊາດ ເຊີນຊວນຊາວຣັດເຊຍ ມາທ່ຽວ ສປປ ລາວ

ເນື່ອງໃນວັນສ້າງຕັ້ງສາຍພົວພັນການທູດ ລາວ-ຣັດເຊຍ ຄົບຮອບ 62 ປີ ປະທານສະພາແຫ່ງຊາດ ໄດ້ເຊີນຊວນນັກທ່ອງທ່ຽວຈາກຣັດເຊຍມາທ່ອງທ່ຽວ ສປປ ລາວ ແລະ ເພື່ອເປັນການສ້າງສາຍພົວພັນ ລາວ-ຣັດເຊຍ ໃຫ້ເພີ່ມຂະຫຍາຍຍິ່ງຂຶ້ນກວ່າເກົ່າ.

ພາຍຫຼັງທີ່ລັດຖະບານລາວໄດ້ເປີດປະເທດ ລາວເຮົາກໍໄດ້ມີການຊຸກຍູ້ສົ່ງເສີມການທ່ອງທ່ຽວສີຂຽວ ເຊິ່ງນັກທ່ອງທ່ຽວສາມາດມາຮັບຊົມສະຖານທີ່ທ່ອງທ່ຽວຕ່າງໆໃນປະເທດລາວໄດ້, ຜ່ານມາລັດຖະບານລາວກໍໄດ້ປັບປຸງແກ້ໄຂການທ່ອງທ່ຽວໃຫ້ດີຂຶ້ນ ໂດຍສະເພາະແຂວງທີ່ເປັນແຫຼ່ງທ່ອງທ່ຽວ.

ນອກຈາກນີ້ ກໍຍັງມີລົດໄຟລາວ-ຈີນ ທີ່ມີຄວາມທັນສະໄໝ ເປັນຄົມມະນາຄົມທີ່ສຳຄັນຂອງລາວອີກດ້ວຍ. ຍັງບໍ່ໝົດພຽງເທົ່ານີ້ ພາກສ່ວນທີ່ກ່ຽວຂ້ອງກໍໄດ້ໂຄສະນາແຫຼ່ງທ່ອງທ່ຽວອັນໂດດເດັ່ນຢູ່ບັນດາແຂວງຂອງລາວ ຜ່ານສື່ອອນລາຍຕ່າງໆ ແລະ ອີກບໍ່ດົນກໍຈະມີນັກທ່ອງທ່ຽວຈາກຣັດເຊຍຫຼາຍຂຶ້ນ.

ຂໍ້ມູນຈາກ: https://cutt.ly/wBGDCYv ແລະ LaoX

ເງິນຢວນຈີນ ກາຍເປັນສະກຸນເງິນຕາທີ່ໃຊ້ຈ່າຍຫຼາຍອັນດັບທີ 4 ຂອງທົ່ວໂລກ

ບົດລາຍງານການຫັນເງິນຢວນຈີນເປັນເງິນຕາສາກົນປີ 2022” ທີ່ທະນາຄານປະຊາຊົນຈີນ ເຊິ່ງເປັນທະນາຄານກາງຂອງຈີນເປີດເຜີຍໃນຫວ່າງມໍ່ໆມານີ້ໂດຍສະແດງໃຫ້ເຫັນວ່າ, ນັບແຕ່ປີ 2021 ເປັນຕົ້ນມາ, ຍອດປະລິມານໃຊ້ຈ່າຍຂ້າມຊາຍແດນຂອງເງິນຢວນຈີນໄດ້ຮັກສາທ່ວງທ່າເພີ່ມຂຶ້ນຢ່າງຕໍ່ເນື່ອງ ບົນພື້ນຖານຕົວເລກພື້ນຖານສູງໃນປີ 2020.

ປີ 2021, ຍອດປະລິມານໃຊ້ຈ່າຍເງິນຢວນຈີນຂ້າມຊາຍແດນທີ່ທະນາຄານໃຊ້ຈ່າຍແທນລູກຄ້າແມ່ນ 36.600 ຕື້ຢວນ, ເພີ່ມຂຶ້ນ 29% ເມື່ອທຽບໃສ່ປີ 2020 ເຊິ່ງໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ.

ລາຍຮັບ-ລາຍຈ່າຍຂ້າມຊາຍແດນຂອງເງິນຢວນຈີນໄດ້ຮັກສາຄວາມດຸນດ່ຽງກັນໂດຍພື້ນຖານ, ນັບລວມແລ້ວ, ໄດ້ໄຫຼເຂົ້າ 404,47 ຕື້ຢວນໃນໝົດປີ. ຕົວເລກຂໍ້ມູນຂອງສະມາຄົມໂທລະຄົມທາງການເງິນລະຫວ່າງທະນາຄານທົ່ວໂລກ ຫຼື SWIFT ສະແດງໃຫ້ເຫັນວ່າ,

ສ່ວນແບ່ງການໃຊ້ຈ່າຍສາກົນຂອງເງິນຢວນຈີນໄດ້ເພີ່ມຂຶ້ນເປັນ 2,7% ໃນເດືອນທັນວາປີຜ່ານມາ, ໄດ້ລື່ນກາຍເງິນເຢັນຍີ່ປຸ່ນແລ້ວກາຍເປັນສະກຸນເງິນຕາທີ່ໃຊ້ຈ່າຍຫຼາຍອັນດັບ 4 ຂອງທົ່ວໂລກ ແລະ ມາຮອດເດືອນມັງກອນປີນີ້ໄດ້ເພີ່ມຂຶ້ນເປັນ 3,2%, ໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ.

ທີ່ມາ: CRI-FM93

ສປປ ລາວ ແລະ ສປ ຈີນ ບັນລຸຂໍ້ຕົກລົງ ວ່າດ້ວຍ ການຊຳລະສະສາງເປັນເງິນຢວນ.

ເພື່ອເປັນການອຳນວຍຄວາມສະດວກໃນການຊຳລະເງິນລະຫວ່າງປະເທດ ແລະ ສົ່ງເສີມວຽກງານດ້ານການຄ້າ ການລົງທຶນຂອງທັງ ສປປ ລາວ ແລະ ສປ ຈີນ ທັງສອງປະເທດຈຶ່ງໄດ້ຮ່ວມກັນ ລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການແຕ່ງຕັ້ງທະນາຄານຊໍາລະສະສາງເປັນເງິນຢວນ ຮ່ວມກັບ ທະນາຄານປະຊາຊົນຈີນ.

ເມື່ອບໍ່ດົນມານີ້ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ, ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ແລະ ທ່ານ ອີ້ ກັງ, ຜູ້ວ່າການ ທະນາຄານປະຊາຊົນຈີນ ໄດ້ສໍາເລັດການລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການແຕ່ງຕັ້ງທະນາຄານ ຊໍາລະສະສາງເງິນຢວນ ລະຫວ່າງ ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານປະຊາຊົນຈີນ ໃນຮູບແບບຈົດໝາຍວຽນ.

ການລົງນາມບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ຈະເປັນຈຸດໝາຍສໍາຄັນໃຫ້ແກ່ການຮ່ວມມືໃນວຽກງານບໍລິການດ້ານການເງິນລະຫວ່າງ ສປປ ລາວ-ສປ ຈີນ ໂດຍສະເພາະແມ່ນການຄຸ້ມຄອງລະບົບການຊຳລະຂ້າມແດນ ສປປ ລາວ-ສປ ຈີນ ເຮັດໃຫ້ການຊຳລະຂ້າມແດນລະຫວ່າງສອງປະເທດ ໄດ້ຮັບການຕິດຕາມ, ເກັບກຳ ແລະ ສັງລວມຂໍ້ມູນ ໄດ້ຢ່າງລວມສູນ ພ້ອມທັງເປັນການຊ່ວຍຊຸກຍູ້ສົ່ງເສີມໃຫ້ບັນດາວິສາຫະກິດ ແລະ ສະຖາບັນການເງິນຂອງທັງສອງປະເທດນໍາໃຊ້ສະກຸນເງິນຢວນ ເຂົ້າໃນການດໍາເນີນທຸລະກໍາຂ້າມແດນ ສປປ ລາວ-ສປ ຈີນ ແລະ ຊຸກຍູ້ອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນສອງຝ່າຍໃນຕໍ່ໜ້າ

ທີ່ມາ : ວຽງຈັນທາຍ

ຫວຽດນາມ ຖືກຍົກເປັນປະເທດເສດຖະກິດເຕີບໂຕລະດັບສູງສຸດໃນພື້ນຖານເສດຖະກິດອາຊີ – ປາຊີຟິກ

ບໍລິສັດ Moodys (ບໍລິສັດຈັດອັນດັບຄວາມໄວ້ວາງໃຈແຖວໜ້າຂອງໂລກ) ໄດ້ຍົກລະດັບການຄາດຄະເນການເຕີບໂຕ ປີ 2022 ຂອງ ຫວຽດນາມ ຂຶ້ນລະດັບ 8,5% ຊຶ່ງແມ່ນລະດັບສູງສຸດໃນຈຳນວນບັນດາພື້ນຖານເສດຖະກິດອາຊີ – ປາຊີຟິກ.

Moodys ໃຫ້ຂໍ້ສັງເກດວ່າ ຫວຽດນາມ ຍັງແມ່ນປະເທດທີ່ໄດ້ຮັບແຫຼ່ງທຶນຫັນປ່ຽນຈາກບາງປະເທດໃກ້ຄຽງ.

Fitch (ບໍລິສັດໃຫ້ຄຳປຶກສາດ້ານເສດຖະກິດ-ການເງິນ ແຖວໜ້າຂອງໂລກ) ຖືວ່າ, ຫວຽດນາມ ພວມມີທ່າພົ້ນເດັ່ນຂຶ້ນ ປຽບເໝືອນດັ່ງສູນຜະລິດທີ່ສຳຄັນຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ປັດຈຸບັນ, ມີວິສາຫະກິດຕ່າງປະເທດຫຼາຍແຫ່ງພວມປະກາດແນວຄິດເປີດກວ້າງການເຄື່ອນໄຫວດຳເນີນທຸລະກິດຢູ່ ຫວຽດນາມ ຄື: Foxconn (ບໍລິສັດຮັບຜະລິດເຄື່ອງເອເລັກໂຕຣນິກໃຫຍ່ທີ່ສຸດໃນໂລກ), Central Group (ບໍລິສັດທີ່ດຳເນີນທຸລະກິດໃນຫຼາຍຂົງເຂດ).

ທີ່ມາ: ວິທະຍຸກະຈາຍສຽງຫວຽດນາມ

ຂ່າວດີ!!! ລາວ-ຊາອຸ ເຫັນດີຮ່ວມມືດ້ານການຄ້າ ນ້ຳມັນເຊື້ອໄຟ ແລະ ກະສິກຳລະຫວ່າງກັນ

ນັບແຕ່ມີບັນຫານ້ຳມັນຂາດແຄນຢູ່ປະເທດເຮົາ ສິ່ງໜຶ່ງທີ່ປະຊາຊົນລໍຄອຍ ແລະຢາກເຫັນຄື ການເຈລະຈາຊື້ນ້ຳມັນຈາກບ່ອນທີ່ຖືກ ແລະມີສະໜອງເປັນປົກກະຕິ ໃນຂະນະທີ່ປະເທດເຮົາມີເສັ້ນທາງລົດໄຟທີ່ສາມາດນຳເຂົ້ານ້ຳມັນມາຮອດໄວ ແລະຕົ້ນທຶນຂົນສົ່ງຖືກລົງ ເຊິ່ງກໍຖືເປັນຂ່າວດີທີ່ລັດຖະບານໄດ້ພະຍາຍາມເຈລະຈາກັບບາງປະເທດທີ່ມີເງື່ອນໄຂ ຫຼ້າສຸດນີ້ຄືຊາອຸດິອາຣັບບີ.

ໃນຕອນບ່າຍ ວັນທີ 21 ກໍລະກົດ 2022, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົນທະນາຜ່ານທາງໂທລະສັບທາງໄກ ກັບ ສົມເດັດ ເຈົ້າຊາຍ ຟາຍຊໍ ບິນ ຟາຮັນ ອານ ຊາອຸດ (Faisal Bin Farhan Al Saud), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ຊາອຸດິ ອາຣັບບີ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ຊາອຸດິ ອາຣັບບີ.

ໃນການໂອ້ລົມຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງ ທັງສອງປະເທດ ນັບແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 29 ພຶດສະພາ 1990 ເປັນຕົ້ນມາ, ເຊິ່ງປີນີ້ ແມ່ນຄົບຮອບ 32 ປີ,​ ພ້ອມດຽວກັນ, ກໍ່ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນການຢ້ຽມຢາມເຮັດວຽກ ຂອງ ສົມເດັດ ເຈົ້າຊາຍ ຟາຍຊໍ ບິນ ຟາຮັນ ອານ ຊາອຸດ,

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ຊາອຸດິ ອາຣັບບີ ໃນເດືອນ ມີນາ 2022 ຜ່ານມາ ທີ່ ນະຄອນຫຼວງວຽງຈັນ ແລະ ຜົນຂອງການປຶກສາຫາລື ຜ່ານໂທລະສັບທາງໄກ ຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດ ລະຫວ່າງ ສປປ ລາວ ແລະ ຊາອຸດິ ອາຣັບບີ ໃນເດືອນມິຖຸນາ 2022 ທີ່ຜ່ານມາ, ເຊິ່ງໄດ້ປະກອບສ່ວນເຂົ້າໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີຂອງ ສອງປະເທດ ໃຫ້ມີບາດກ້າວອັນໃຫມ່.

ທັງສອງຝ່າຍ ໄດ້ແລກປ່ຽນຄຳຄິດເຫັນ ແລະ ປຶກສາຫາລື ກ່ຽວກັບ ການຮ່ວມມືດ້ານການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ,​ ໂດຍສະເພາະແມ່ນການນຳເຂົ້າ ຜະລິດຕະພັນ ນໍ້າມັນເຊື້ອໄຟຈາກ ປະເທດ ຊາອຸດິ ອາຣັບບີ ມາຍັງ ສປປ ລາວ ແລະ ການສົ່ງອອກ ສິນຄ້າກະສິກໍາ ຂອງ ສປປ ລາວ ໄປຍັງ ຊາອຸດິ ອາຣັບບີ.

ພ້ອມນີ້, ທັງສອງຝ່າຍ ເຫັນພ້ອມໃຫ້ການສະໜັບສະໜູນ ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ໃນຂອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ, ທັງໃນເວທີພາກພື້ນ ແລະ ສາກົນ, ໂດຍສະເພາະ ໃນຖານະທີ່ ສປປ ລາວ ເປັນປະເທດປະສານງານຂອງ ອາຊຽນ ກັບ ກຸ່ມປະເທດ GCC (Gulf Cooperation Council), ສ່ວນ ຊາອຸດິ ອາຣັບບີ ກໍເປັນປະເທດປະສານງານ ຂອງ ກຸ່ມປະເທດ GCC (Gulf Cooperation Council)ກັບ ອາຊຽນ, ສອງຝ່າຍ ຈຶ່ງເຫັນດີເປັນເອກະພາບກັນຈະເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສອງກຸ່ມ ຂອງ ພາກພື້ນໃຫ້ນັບມື້ນັບຫຼາຍຂຶ້ນ.

ການສົນທະນາຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ ແລະ ສະໜິດສະໜົມກັນເປັນຢ່າງດີ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງລັດຖະບານ ກໍ່ຄື ປະຊາຊົນສອງປະເທດ ລາວ ແລະ ຊາອຸດິ ອາຣັບບີ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍກ້າວຂຶ້ນຢ່າງຫມັ້ນທ່ຽງ.

ທີ່ມາ: ກະຊວງການຕ່າງປະເທດ

6 ເດືອນ ຕົ້ນປີ 2022 ລາວ ສາມາດສ້າງເກີນດຸນການຄ້າໄດ້ 1,060 ລ້ານໂດລາ

ມູນຄ່າການຄ້າຕ່າງປະເທດໃນ 6 ເດືອນຕົ້ນປີ 2022 ປະຕິບັດໄດ້ 7,280 ລ້ານໂດລາ ໃນນັ້ນມູນຄ່າສົ່ງອອກແມ່ນ 4,170 ລ້ານໂດລາ ທຽບໃສ່ໄລຍະດຽວກັນຂອງປີທີ່ຜ່ານມາເພີ່ມຂື້ນ 7.66% ສໍາລັບມູນຄ່ານໍ້າເຂົ້າແມ່ນ 3,109 ລ້ານໂດລາ ທຽບໃສ່ໄລຍະດຽວກັນຂອງປີທີ່ຜ່ານມາ ເພີ່ມຂື້ນ 2.58% ໂດຍສາມາດສ້າງເກີນດຸນການຄ້າໄດ້ 1,060 ລ້ານໂດລາ

Top 3 ມູນຄ່າສິນຄ້າສົ່ງອອກຫຼາຍສຸດ ໄດ້ແກ່:

1.ໄຟຟ້າ ມູນຄ່າ 992 ລ້ານໂດລາ

2. ຄຳປະສົມແລະຄຳແທງ ມູນຄ່າ 513 ລ້ານໂດລາ

3. ມັນຕົ້ນ 354 ລ້ານໂດລາ

Top 3 ມູນຄ່າສິນຄ້ານໍາເຂົ້າຫຼາຍສຸດ ໄດ້ແກ່:

1. ນໍ້າມັນກາຊວນ ມູນຄ່າ 342 ລ້ານໂດລາ

2. ພາຫະນະທາງບົກ ມູນຄ່າ 240 ລ້ານໂດລາ

3. ອຸປະກອນເຄື່ອງຈັກ ມູນຄ່າ 181 ລ້ານໂດລາ

Top 3 ປະເທດທີ່ສົ່ງອອກຫຼາຍສຸດ ໄດ້ແກ່:

1. ໄທ ມູນຄ່າ 1,488 ລ້ານໂດລາ

2. ຈີນ ມູນຄ່າ 1,134 ລ້ານໂດລາ

3. ຫວຽວນາມ ມູນຄ່າ 727 ລ້ານໂດລາ

Top 3 ປະເທດທີ່ນໍາເຂົ້າຫຼາຍສຸດ ໄດ້ແກ່:

1. ໄທ ມູນຄ່າ 1,505 ລ້ານໂດລາ

2. ຈີນ ມູນຄ່າ 666 ລ້ານໂດລາ

3. ຫວຽວນາມ ມູນຄ່າ 224 ລ້ານໂດລາ

ທີ່ມາ: www.moic.gov.la

ລາວລອດແລ້ວ ເຈລະຈາ ກັບ ຣາຊະອານາຈັກ ຊາອຸດິ ອາຣັບບີ ເພື່ອນຳເຂົ້ານ້ຳມັນເຊື້ອໄຟ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົນທະນາຜ່ານທາງໂທລະສັບ ກັບ ລັດຖະມົນຕີກະຊວງຕ່າງປະເທດ ແຫ່ງ ຣາຊະອານາຈັກ ຊາອຸດິ ອາຣັບບີ.

ໃນຕອນບ່າຍ ວັນທີ 21 ກໍລະກົດ 2022, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົນທະນາຜ່ານທາງໂທລະສັບທາງໄກ ກັບ ສົມເດັດ ເຈົ້າຊາຍ ຟາຍຊໍ ບິນ ຟາຮັນ ອານ ຊາອຸດ (Faisal Bin Farhan Al Saud), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ຊາອຸດິ ອາຣັບບີ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ຊາອຸດິ ອາຣັບບີ.

ທັງສອງຝ່າຍ ໄດ້ແລກປ່ຽນຄຳຄິດເຫັນ ແລະ ປຶກສາຫາລື ກ່ຽວກັບ ການຮ່ວມມືດ້ານການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ,​ ໂດຍສະເພາະແມ່ນການນຳເຂົ້າ ຜະລິດຕະພັນ ນໍ້າມັນເຊື້ອໄຟຈາກ ປະເທດ ຊາອຸດິ ອາຣັບບີ ມາຍັງ ສປປ ລາວ ແລະ ການສົ່ງອອກ ສິນຄ້າກະສິກໍາ ຂອງ ສປປ ລາວ ໄປຍັງ ຊາອຸດິ ອາຣັບບີ.

ພ້ອມນີ້, ທັງສອງຝ່າຍ ເຫັນພ້ອມໃຫ້ການສະໜັບສະໜູນ ຊ່ວຍເຫຼືອ ຮ່ວມມືກັນ ທັງໃນເວທີພາກພື້ນ ແລະ ສາກົນ, ໂດຍສະເພາະ ໃນຖານະທີ່ ສປປ ລາວ ເປັນປະເທດປະສານງານຂອງ ອາຊຽນ ກັບ ກຸ່ມປະເທດ GCC (Gulf Cooperation Council), ສ່ວນ ຊາອຸດິ ອາຣັບບີ ກໍເປັນປະເທດປະສານງານ ຂອງ ກຸ່ມປະເທດ GCC (Gulf Cooperation Council)ກັບ ອາຊຽນ, ສອງຝ່າຍ ຈຶ່ງເຫັນດີເປັນເອກະພາບກັນຈະເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສອງກຸ່ມ ຂອງ ພາກພື້ນໃຫ້ນັບມື້ນັບຫຼາຍຂຶ້ນ.

ການສົນທະນາຄັ້ງນີ້ ກໍເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ໃຫ້ກ້າວຂຶ້ນຢ່າງຫມັ້ນທ່ຽງ.