ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ ເປັນເວລາ 11 ມື້

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ ພົບກັບຜູ້ຊາຍ 3 ຄົນ ຊາວໄນຈີເຣຍຈາກເມືອງ Lagos. ລັກລອບເຂົ້າປະເທດສະເປນໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ. ໂດຍທັງ 3 ຄົນ ນັ່ງຢູ່ຈຸດນັ້ນ ເປັນເວລາ 11 ມື້

ເບິ່ງເອົາເດີ ແບບຢ່າງ ສາວປະຢັດກິນ ຕຳໝີ ມື້ລະ 18,000 ກີບ ຈົນຊື້ເຮືອນໄດ້ 3 ຫຼັງ

ປະຢັດກິນ ຈົນຊື້ເຮືອນໄດ້ 3 ຫຼັງ ຍິງຊາວຍີ່ປຸ່ນ ໃນໄວ 34 ປີ ກິນພຽງ 200 ເຢນ (18 ພັນກວ່າກີບ) ຕໍ່ວັນ. ຂ່າວນີ້ຖືເປັນທີ່ສົນໃຈ ເມື່ອສື່ຂອງຍີ່ປຸ່ນ ລາຍງານຊີວິດຍິງສາວຊາວຍີ່ປຸ່ນທ່ານໜຶ່ງ ທີ່ກິນພຽງກິນພຽງ 200 ເຢນ (ປະມາານ 18 ພັນກວ່າກີບ) ຕໍ່ວັນ ປັດຈຸບັນມີເຮືອນ 3 ຫຼັງ ຜ່ານເວລາໄປ 16 ປີ. … Read More

ເດືອດ! APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນ.

APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນດຸເດືອດ. ຜູ້ປະທ້ວງຈຳນວນຫຼາຍໄດ້ລວມຕົວກັນປະທ້ວງຕໍ່ກອງປະຊຸມ APEC ທີ່ຈັດຂຶ້ນທີ່ນະຄອນຫຼວງບາງກອກ ເຊິ່ງມີຜູ້ນຳລະດັບໂລກກຳລັງປະຊຸມກັນ. ຮູບພາບເດັ່ນຄື ຍາພໍ່ອົງໜຶ່ງໃນນາມຜູ້ປະທ້ວງໄດ້ໂດດຖີບຕຳຫຼວດ ປານໃນໜັງ. …. ຮູບ: ຣອຍເຕີ

ຄຽດໃຫ້ຜົວ ເລີຍໄປລີ້ໃນທໍ່ ຍ້ອນຖືກຜົວສັບໝາກກອກແລ້ວບໍ່ຂໍໂທດ

ເກີດເຫດຍິງສາວ ໄດ້ຫາຍໂຕໄປດົນເຖິງ 4 ມື້ ຈົນປະຊາຊົນໄດ້ຊ່ວຍກັນຊອກຫາ ສຸດທ້າຍໄປພົບໃນທໍ່ນ້ຳ ກ່ອນທີ່ສາມີຈະງໍ້ ແລະ ອອກມາ. ວັນທີ 12 ພະຈິກ 2022 ທີ່ປະເທດໄທ ໂດຍກ່ອນໜ້ານີ້ຜູ້ເປັນສາມີຊື່ ທ້າວ ວິທະນາ ອາຍຸ 36 ປີ ໄດ້ອອກຊອກຫາຜູ້ເປັນພັນລະຍາ ນາງ ຈຳ ອາຍຸ 21 ປີ ພາຍຫຼັງທີ່ລາວໄດ້ຫາຍໂຕອອກຈາກບ້ານໄປໃນຊ່ວງສວາຍຂອງວັນທີ 8 ພະຈິກ. ຫຼັງຈາກທີ່ນາງ … Read More

ເຫດເຮືອບິນ ຄາຢູ່ກ້ອງຂົວ ຟັງບໍ່ຜິດ

ຂ່າວຕ່າງປະເທດ ຟັງບໍ່ຜິດ! ເຮຶອບິນລຳໃຫຍ່ຕິດຢູ່ກ້ອງຂົວ. ເລື່ອງນີ້ເກີດຂຶ້ນທີ່ປະເທດອິນເດຍ ເມື່ອບໍລິສັດອາສັງຫາລິມະຊັບ. ຊື້ເຮືອບິນເກົ່າເພື່ອນຳມາເຮັດເປັນໂຮງແຮມ ແຕ່ເກີດມີບັນຫາລະຫວ່າງຂົນສົ່ງ ເຮັດໃຫ້ເຮຶອບິນຕິດຢູ່ຂົວ. ມີຄຣີບ:

ດ່ວນໆ! ເກີດເຫດຍົນຕໍາກັນກາງອາກາດສົດໆຮ້ອນໆມື້ນີ້(ມີຄລິບ)

ເຫດເກີດມື້ນີ້ຕາມເວລາທ້ອງຖິ່ນໃນວັນເສົາ ທີ 12 ພະຈິກ 2022 ຂອງອາເມຣິກາ ທີ່ງານສະແດງຢູ່ແອໂຊ ທີ່ ເມືອງດາລາສ ລັດ ເທັກຊັດ ມີຍົນສະແດງໂຊສອງລຳຕຳກັນກາງອາກາດ ເຊິ່ງຍົນທັງສອງລໍາແມ່ນຍົນເກົ່າສະໄໝສົງຄາມໂລກຄັ້ງທີ່ 2 ປະຈຸບັນດ້ານຂໍ້ມູນຈໍານວນຜູ້ເສຍຊີວິດຈາກເຫດການຄັ້ງນີ້ຍັງບໍ່ທັນມີການເປີດເຜີຍ ຄລິບ

ເປັນຕາສົງສານເດັກນ້ອຍ 5ປີ ກຳພ້າແມ່

ເປັນຕາສົງສານເດັກນ້ອຍ ອາຍຸ5ປີ ກຳພ້າແມ່ ໃດ້ແຕ່ແນມເບີ່ງແມ່ໃນໂລງແລ້ວບອກກັບແມ່ເຂົາວ່າ “ ເປັນຫຍັງແມ່ບໍ່ນອນກອດເຮົາ.ເປັນຫຍັງແມ່ຄືນອນຢູ່ຂ້າງໃນນັ້ນ ແມ່ຕື່ນມາກອດລູກແນ່ ເມື່ອຄົນໃນງານໃດ້ຍິນແນວນັ້ນຕ່າງກໍ່ພາກັນ ກັ້ນນ້ຳຕາບໍ່ຢູ່ ພາບຂ່າວ :ຕ່າງປະເທດ

ລະທຶກ ນາທີປະຊາຊົນຈຳນວນຫຼາຍ ພາກັນແລ່ນ ແຕ່ບໍ່ແມ່ນແລ່ນໜີ ແຕ່ພາກັນແລ່ນເພື່ອເຂົ້າໄປລັກເອົາເຄື່ອງ ໂດຍບໍ່ຢ້ານໄຟ

ວັນທີ 31 ຕຸລາ 2022 ເກີດເຫດໄຟໄໝ້ຫ້າງຊັບພະສິນຄ້າ ທີ່ເມືອງຣີໂອເດຈາເນໂຣ ປະເທດເບລຊິນ. ປະຊາຊົນຈຳນວນຫຼາຍພາກັນແລ່ນ ບໍ່ແມ່ນແລ່ນໜີ ແຕ່ພາກັນແລ່ນເພື່ອເຂົ້າໄປລັກເອົາເຄື່ອງ ໃນ​ກໍ​ລະ​ນີ​ດັ່ງ​ກ່າວ​, ເຈົ້າຂອງຮ້ານ​ໄດ້​ຍິງ​ປືນ​ຂຶ້ນ​ໄປ​ໃນ​ທ້ອງ​ຟ້າ​ເພື່ອ​ສະ​ກັດ​ກັ້ນ​ເຫດ​ການເພື່ອໄລ່ປະຊາຊົນ ແຕ່ບໍ່ໄດ້ຜົນ ​ ໃນ​ເຫດການ​ດັ່ງກ່າວ​ບໍ່​ມີ​ຜູ້​ບາດ​ເຈັບ. ຄລິບ:

ອັບເດດສະຖານະການ ເຫດຂົວອູ່ ຂ້າມແມ່ນ້ຳ Majju ປະເທດ ອິນເດຍ ທີ່ສ້າງ ແຕ່ສະຕະວັດທີ 19 ຂາດ ເຮັດໃຫ້ປະຊາຊົນເສຍຊິີວີດເປັນຈຳນວນຫລາຍ

ວັນອາທິດ ທີ 30 ຕຸລາ ທີ່ຜ່ານມາ, ເກີດເຫດຂົວອູ່ ຂ້າມ ແມ່ ນ້ຳ Majju ໃນຣັດ Gujarat ປະເທດ ອິນເດຍ ຂາດ ເຮັດໃຫ້ມີຜູ້ເສຍຊີວິດ 81 ຄົນ ແລະ ສູນຫາຍຈຳນວນຫລາຍ ກ່ອນໃນວັນດຽວກັນ ຍອດຜູ້ເສຍຊີວິດ ໄດ້ເພີ່ມຂຶ້ນເປັນ 120 ຄົນ ແລະ ຫລ້າສຸດ ຍອດຜູ້ເສຍຊີວິດ ແມ່ນ 141 … Read More

ສະຫຼົດ ເຫດຂົວອູ່ຂາດທີ່ອິນເດຍ ເສຍຊີວິດຢ່າງຫນ້ອຍ 60 ຄົນແລ້ວ

ເຫດເກີດໃນເຊົ້າມື້ນີ້ວັນທີ 31 ຕຸລາ 2022 ອີງຕາມການລາຍງານເລົ່າວ່າ ໄດ້ເກີດເຫດຂົວອູ່ຂາດຢູ່ລັດຄຸຊລາດທີ່ຢູ່ທາງທິດຕາ ເວັນຕົກຂອງອິນເດຍ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງຫນ້ອຍ 60 ຄົນ. ທີ່ເກີດເຫດມີຫລາຍຮ້ອຍຄົນຕົກລົງແມ່ນໍ້າມັກຊູ ແລະ ຄາດວ່າຜູ້ເສຍຊີວິດອາດເພີ່ມຂຶ້ນເຖີງ 400 ຄົນ. ເຫດການຄັ້ງນີ້ເກີດຂຶ້ນບໍ່ດົນຫລັງຈາກເປີດນໍາໃຊ້ຂົວດັ່ງກ່າວຄືນໃຫມ່ພາຍຫລັງສໍາເລັດການສ້ອມແປງຄືນໃຫມ່ ເນື່ອງຈາກສ້າງຂຶ້ນແຕ່ສະຕະວັດທີ 19. ສ່ວນສາເຫດການຂາດຂອງຂົວອູ່ຄັ້ງນີ້ ແມ່ນພວມຢູ່ໃນຂັ້ນຕອນສອບສວນ. ….