ອາທິດນີ້ ອາກາດຈະໜາວເຢັນລົງຕື່ມອີກ 1 ຫາ 2 ອົງສາ

ຄາດຄະເນສະພາບອາກາດ ໃນໄລຍະວັນທີ 30 ພະຈິກ – 06 ທັນວາ 2020 ມວນອາກາດເຢັນຈາກປະເທດຈີນຈະມີກຳລັງແຮງເພີ່ມຂື້ນແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່ ຊຶ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນລົງຕື່ມອີກ 1 ຫາ 2 ອົງສາ

ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນແຕ່ລະພາກ ແລະ ໜອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໂດຍສະເພາະຢູ່ແຂວງພາກເໜືອ, ເຂດພູສູງ ແລະ ພູດອຍ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລິເວນ ແລະ ຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.

ອາທິດນີ້ຈະກັບມາໜາວອີກຄັ້ງ! ອຸຕຸຄາດອາກາດຈະໜາວເຢັນລົງ 1-2 ອົງສາ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດໃນໄລຍະວັນທີ 23 ຫາ 29 ພະຈິກ 2020: ໃນໄລຍະວັນທີ 23-29 ພະຈິກ 2020 ຄວາມກົດດັນຂອງອາກາດສູງຂອງອາກາດເຢັນທີ່ປະເທດຈີນຈະເພີ່ມກຳລັງແຮງຂຶ້ນແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວ,

ສົມທົບກັບລົມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫ່ຍ, ຈະເຮັດໃຫ້ອາກາດເຢັນພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນແຕ່ລະພາກ ແລະ ຈະໜາວເຢັນລົງ 1 ຫາ 2 ອົງສາ ແລະ ໜອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ

ໂດຍສະເພາະຢູ່ແຂວງພາກເໜືອ, ເຂດພູສູງ ແລະ ພູດອຍ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລິເວນ ແລະ ຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ຄາດຄະເນສະພາບອາກາດໃນແຕ່ລະພາກດັ່ງລຸ່ມນີ້:

ແຈ້ງເຕືອນພາຍຸເຂດຮ້ອນ ວາມກໍ (STS VAMCO) ແຕ່ໄລຍະວັນທີ 14 ຫາ 17 ພະຈິກ 2020

ພາຍຸໜູນເຂດຮ້ອນ ວາມກໍ (STS VAMCO) ຫົວທີ່ 22 ປະຈຳປີ 2020 ໃນເຂດດ້ານຕາເວັນຕົກຂອງມະຫາສະຫມຸດປາຊີຟິກຕອນເຫນືອ, ຊື່ງໃນເວລາ 07 ໂມງ 50 ນາທີ ຂອງວັນທີ່ 12 ພະຈິກ 2020 ມີຈຸດສູນກາງຢູ່ເສັ້ນຂະຫນານທີ່ 15.2 ອົງສາເຫນືອ ແລະ ເສັ້ນແວງທີ່ 119.7 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກ ດ້ວຍຄວາມໄວ 30 ກິໂລແມັດຕໍ່ໍຊົ່ວໂມງ ແລະ ຄວາມໄວສູງສຸດຢູ່ໃກ້ຈຸດສູນກາງຂອງພະຍຸແມ່ນ 108 ກິໂລແມັດຕໍ່ຊົ່ວໂມງ.

ຄາດຄະເນວ່າ ພາຍຸຫົວນີ້ ຈະເຄື່ອນຂື້ນຝັ່ງທາງພາກກາງຂອງ ສສ ຫວຽດນາມ ໃນຕອນກາງຄືນຂອງວັນທີ່ 14 ພະຈິກ 2020 ແລະ ຈະສືບຕໍ່ເຄື່ອນທີ່ຜ່ານພາກກາງ ຫາ ພາກເຫນືອດ້ານຕາເວັນອອກຂອງ ສປປ ລາວ ໃນໄລຍະວັນທີ່ 15 ຫາ 16 ພະຈິກ 2020 ຊື່ງຈະເຮັດໃຫ້ມີຝົນຕົກໃນລະດັບ ປານກາງ ຫາ ຕົກຫນັກ ພ້ອມມີລົມພັດແຮງຢູ່ບັນດາແຂວງພາກກາງ ແລະ ພາກເຫນືອດ້ານຕາເວັນອອກ ໃນໄລຍະວັນທີ່ 14 ຫາ 17 ພະຈິກ 2020.

ດັ່ງນັ້ນ, ຈື່ງຂໍແຈ້ງເຕືອນເຖິງປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ອາໃສຢູ່ບັນດາແຂວງ ເຊກອງ, ສາລະວັນ, ສະຫວັນນະເຂດ, ຄຳມ່ວນ, ບໍລິຄຳໄຊ, ໄຊສົມບູນ, ຊຽງຂວາງ, ຫົວພັນ ແລະ ຫຼວງພະບາງ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກ ແລະ ລົມພັດແຮງ ພ້ອມນີ້ໃຫ້ກະກຽມເກັບມ້ຽນ ຜົນລະປຸກໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການແຈ້ງເຕືອນຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ພາຍຸເອຕາວ ພັດຂຶ້ນຝັ່ງເຂດເມືອງຍາ ຈ່າງ ຂອງຫວຽດນາມ ເກີດຝົນຕົກໜັກ ແລະ ນ້ຳຖ້ວມ

ພາຍຸເອຕາວ ພັດຂຶ້ນຝັ່ງເຂດເມືອງຍາ ຈ່າງ ຂອງຫວຽດນາມ ເກີດຝົນຕົກໜັກ ແລະ ນ້ຳຖ້ວມ

ໃນວັນທີ 10 ພະຈິກ 2020 ເວລາປະມານ 9 ໂມງ ທີ່ເມືອງ ຍາ ຈ່າງ ( Nha Trang) ແຂວງແຄງ ຮວ່າ ພາຍຸໜຸນເຂດຮ້ອນ ເອຕາວ ໄດ້ຂຶ້ນຝັ່ງ ເກີດລົມແຮງ (ຄວາມແຮງລົມ 120 ກິໂລແມັດຕໍ່ຊົ່ວໂມງ) ແລະ ຝົນຕົກໜັກ

ຫຼັງຈາກນັ້ນທາງການໄດ້ປະກາດວ່າ ພາຍຸໄດ້ອ່ອນກຳລັງລົງເລັກນ້ອຍທິດທາງພາຍຸໄປປະເທດກຳປູເຈຍ ແລະ ສົ່ງຜົນເຮັດໃຫ້ມີຝົນຕົກເຂດພາກໃຕ້ ແລະ ພາກກາງຂອງ ສປປ ລາວ ໄດ້ໃນວັນທີ 11 ພະຈິກນີ້.

ແຈ້ງເຕືອນໄພພາຍຸໝູນເຂດຮ້ອນ ປະຈຳວັນທີ 04/11/2020

ຄວາມກົດດັນສູງຂອງອາກາດເຢັນທີ່ມີກຳລັງປານກາງຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫ່ຍ, ຊຶ່ງຈະເຮັດໃຫ້ອາກາດເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖີ່ນແຂວງພາກເໜືອດ້ານຕາເວັນຕົກ.

ພາຍຸໝູນເຂດຮ້ອນ (Goni) ຫົວທີ 19 ປະຈໍາປີ 2020 ໃນເຂດດ້ານຕາເວັນຕົກຂອງມະຫາສະໝຸດປາຊີຟິກຕອນເໜືອ, ຊຶ່ງໃນເວລາ 08 ໂມງ 05 ນາທີ ຂອງວັນທີ 04 ພະຈິກ 2020, ມີຈຸດສູນກາງຢູ່ເສັ້ນຂະໜານທີ 14.6 ອົງສາເໜືອ ແລະ ເສັ້ນແວງທີ 113.4 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກດ້ວຍຄວາມໄວ 10 ກິໂລແມັດຕໍ່ຊົ່ວໂມງ,

ຄາດຄະເນພາຍຸຫົວນີ້ ຈະເຄື່ອນຂຶ້ນຝັ່ງ ພາກກາງ ຂອງປະເທດ ສສ ຫວຽດນາມ ໃນວັນທີ 5 – 6 ພະຈິກ 2020 ນີ້ ແລະ ສືບຕໍ່ອ່ອນກໍາລັງລົງເປັນພາຍຸດີເປຼ່ຊັນເຄື່ອນທີຜ່ານແຂວງ ອັດຕະປື ແລະ ຈໍາປາສັກ,

ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ໝັກ ແລະ ລົມພັດແຮງຢູ່ບາງທ້ອງຖີ່ນ. ດັ່ງນັ້ນຄວນຕິດຕາມການລາຍງານສະພາບອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ກຽມຮັບມືພາຍຸໄຕ້ຝຸ່ນໂຄນີ (GOni) 4 ຫາ 6 ພະຈິກ 2020 ນີ້

ເຕືອນໄພ: ອຸຕຸເຕືອນເຝົ້າລະວັງພະຍຸໄຕ້ຝຸ່ນໂຄນີ ຈະພັດເຂົ້າພາກກາງ ແລະ ພາກໃຕ້ ໃນໄລຍະວັນທີ 4-6 ພະຈິກນີ້ ຊິ່ງຈະເຮັດໃຫ້ຝົນຕົກໜັກ, ລົມພັດແຮງ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພະຍາກອນອາກາດປະຈຳວັນທີ 2 ພະຈິກ 2020 ວ່າ: ຄວາມກົດດັນສູງຂອງອາກາດເຢັນທີ່ມີກຳລັງປານ ກາງຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນຕົກ.

ສຳລັບພະຍຸໄຕ້ຝຸ່ນໂຄນີ (GOni) ຫົວທີ 19 ປະຈຳປີ 2020 ຊຶ່ງໃນເວລາ 7:50 ໂມງ ຂອງວັນທີ 2 ພະຈິກ 2020 ມີຈຸດສູນກາງຢູ່ເສັ້ນຂະໜານທີ 14.5 ອົງສາເໜືອ ແລະ ເສັ້ນແວງທີ 118.6 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກດ້ວຍຄວາມໄວ 20 ກິໂລແມັດຕໍ່ຊົ່ວໂມງ ແລະ ຄາດຄະເນພະຍຸຫົວນີ້ ຈະເຄື່ອນຂຶ້ນຝັ່ງເຂດເມືອງດານັງ ຂອງ ສສ ຫວຽດນາມ ໃນວັນທີ 4-5 ພະຈິກ ນີ້

ຈາກນັ້ນຈະສືບຕໍ່ເຄື່ອນທີ່ຜ່ານພາກໃຕ້ ຫາ ພາກກາງຂອງປະເທດລາວ ຊຶ່ງຈະເຮັດໃຫ້ມີຝົນຕົກໜັກ ແລະ ລົມພັດແຮງ ໃນໄລຍະວັນທີ 4 – 6 ພະຈິກນີ້ ແລະ ຄວນຕິດຕາມການລາຍງານສະພາບອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ມັນມາແລ້ວພາຍຸ ໂມລາວີມາຮອດແຂວງຈຳປາສັກແລ້ວ

ອີງຕາມໂພສລາຍງານຂອງ ໄຟຟ້າລາວ​ສາຂາແຂວງຈຳປາສັກໃຫ້ຮູ້ວ່າ: ວັນທີ 28 ຕຸລາ 2020 ເວລາ 14:30 ນາທີ ໄດ້ເກີດມີພາຍຸລະດູຮ້ອນ ຝົນຕົກໜັກ ແລະລົມແຮງພັດຜ່ານແຂວງພາກໃຕ້ (ພາຍຸໂມລາເວ) ເຮັດໃຫ້ສັງກະສີເຮືອນຂອງປະຊາຊົນ​ຢູ່ບ້ານພັນທະຄານ ເມືອງຈຳປາສັກ ແຂວງຈຳປາສັກ ຖືກສາຍຕາຂ່າຍແຮງຕ່ຳ (0,4 ກິໂລໂວນ) ຂາດ 2 ຫວ່າງ.

ປັດຈຸບັນ​ບໍ່ທັນສາມາດສ້ອມແປງໄດ້ ເນື່ອງຈາກຍັງມີລົມພັດແຮງ ແລະ ຝົນຕົກຫນັກ ດັ່ງນັ້ນ ຈຶ່ງຂໍອະໄພໃນຄວາມບໍ່ສະດວກດ້ວຍ.

ພ້ອມທັງຝາກເຕືອນປະຊາຊົນຈົ່ງມີສະຕິລະມັດລະວັງຕື່ມ

ພາບແລະຂ່າວ:ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຈຳປາສັກ

ມາແທ້..!! ພາຍຸໄຕ້ຝຸ່ນ ໂມລາເວ ຈະມາຮອດລາວ ເວລາ 15 ໂມງຂອງມືນີ້

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນໄພພາຍຸໄຕ້ຝຸ່ນ ປະຈຳວັນທີ 28/10/2020 ວ່າ: ພາຍຸໄຕ້ຝຸ່ນ ໂມລາເວ (TY MOLAVE) ຫົວທີ 18 ປະຈຳປີ 2020, ຊຶ່ງໃນເວລາ 6 ໂມງ ຂອງວັນທີ 28 ຕຸລາ 2020 ມີຈຸດສູນກາງຢູ່ເສັ້ນຂະໜານທີ 15.1 ອົງສາເໜືອ ແລະ ເສັ້ນແວງທີ 108.4 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກ – ຕາເວັນຕົກສ່ຽງເໜືອດ້ວຍຄວາມໄວ 25 ກິໂລແມັດຕໍ່ຊົ່ວໂມງ. ຄາດຄະເນວ່າ, ພາຍຸຫົວນີ້ ຈະເຄື່ອນຂຶ້ນຝັ່ງທາງພາກກາງຂອງ ສສ ຫວຽດນາມ ໃນຕອນເຊົ້າຂອງວັນທີ 28 ຕຸລາ ແລະ ຈະສືບຕໍ່ເຄື່ອນທີ່ຜ່ານແຂວງເຊກອງ ແລະ ສາລະວັນ ໃນເວລາ 15 ໂມງ ຂອງວັນດຽວກັນ ຊຶ່ງຈະເປັນຫົວທີ່ 6 ທີ່ເຄື່ອນທີ່ຜ່ານ ສປປ ລາວ ປະຈຳປີນີ້. ຈາກນັ້ນຈະອ່ອນກໍາລັງລົງເປັນພາຍຸດີເປຼ່ຊັ້ນ ແລະ ຍ່ອມຄວາມກົດດັນອາກາດຕໍ່າ ເຄື່ອນທີ່ຜ່ານປະເທດໄທ ຕາມລໍາດັບ. ຊຶ່ງຈະເຮັດໃຫ້ມີຝົນຕົກໜັກ ຫາ ໜັກຫຼາຍ ພ້ອມມີລົມພັດແຮງຢູ່ບັນດາແຂວງ ພາກກາງ ແລະ ພາກໃຕ້ ໃນໄລຍະວັນທີ 28 ຫາ 20 ຕຸລາ 2020 ນີ້.

.

.

ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ອາໃສຢູ່ແຂວງ ພາກກາງ ແລະ ພາກໃຕ້ເຊັ່ນ: ແຂວງ ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ລະດັບນ້ຳສາຂາ ສືບຕໍ່ສູງຂຶ້ນຕື່ມອີກ ແລະ ຈະເຮັດໃຫ້ມີນ້ຳຖ້ວມຊູ, ນ້ຳຖ້ວມອັ່ງ, ຕົ້ນໄມ້ຫັກລົ້ມ ແລະ ເຮືອນຊານເປ່ເພ, ພ້ອມນີ້ໃຫ້ກະກຽມຍົກຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ.

ແຈ້ງເຕືອນໄພ ພາຍຸໃຕ້ຝຸ່ນ ໂມລາເວ ແຕ່ໄລຍະວັນທີ 28-29 ຕຸລາ 2020

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນປະຊາຊົນທີ່ອາໄສຢູ່ແຂວງ ພາກກາງ ແລະ ພາກໃຕ້ ເຊັ່ນ: ແຂວງ ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື ໃຫ້ມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ

ພາຍຸໃຕ້ຝຸ່ນ ໂມລາເວ (TY MOLAVE) ຫົວທີ່ 18 ປະຈຳປີ 2020 ໃນເຂດດ້ານຕາເວັນຕົກຂອງມະຫາສະຫມຸດປາຊີຟິກຕອນເຫນືອ. ຊື່ງໃນເວລາ 10 ໂມງ 45 ນາທີ ຂອງວັນທີ 26 ຕຸລາ 2020 ມີຈຸດສູນກາງຢູ່ເສັ້ນຂະຫນານທີ່ 13.3 ອົງສາເຫນືອ ແລະ ເສັ້ນແວງທີ່ 119.5 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກ ດ້ວຍຄວາມໄວ 25 ກິໂລແມັດຕໍ່ຊົ່ວໂມງ ແລະ ຄວາມໄວສູງສຸດຢູ່ໃກ້ຈຸດສູນກາງຂອງພາຍຸ ແມ່ນ 126 ກິໂລແມັດຕໍ່ຊົ່ວໂມງ

ຄາດຄະເນວ່າ ພາຍຸຫົວນີ້ ຈະເຄື່ອນຂື້ນຝັ່ງທາງພາກກາງຂອງ ສສ ຫວຽດນາມ ໃນຕອນເຊົ້າຂອງວັນທີ 28 ຕຸລາ 2020 ແລະຈະສືບຕໍ່ເຄື່ອນທີ່ຜ່ານ ແຂວງເຊກອງ ແລະ ສາລະວັນ ໃນຕອນຄ່ຳຂອງວັນທີ່ 28ຫາຕອນເຊົ້າວັນທີ່ 29 ຕຸລາ 2020 ນີ້. ຊື່ງເປັນຫົວທີ່ 6 ທີ່ເຄື່ອນທີ່ຜ່ານ ສປປ ລາວ ປະຈຳປີນີ້.

ຈາກນັ້ນຈະອ່ອນກໍາລັງລົງເປັນພາຍຸດີເປຼ່ຊັນແລະຍ່ອມຄວາມກົດດັນອາກາດຕ່ຳ ເຄື່ອນທີ່ຜ່ານປະເທດໄທ ຕາມລຳດັບ. ຊື່ງຈະເຮັດໃຫ້ມີຝົນຕົກຫນັກ ຫາ ໜັກຫລາຍ ພ້ອມມີລົມພັດແຮງຢູ່ບັນດາແຂວງພາກກາງແລະພາກໃຕ້ ໃນໄລຍະວັນທີ່ 28 ຫາ 29 ຕຸລາ 2020 ນີ້.

ດັ່ງນັ້ນ, ຈື່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ອາໃສຢູ່ແຂວງ ພາກກາງ ແລະ ພາກໃຕ້ເຊັ່ນ: ແຂວງບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ,ສາລະວັນ,ເຊກອງ,ຈຳປາສັກ ແລະ ອັດຕະປື ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຫນັກແລະລົມພັດແຮງ ທີ່ຈະເຮັດໃຫ້ລະດັບນ້ຳສາຂາ ສືບຕໍ່ສູງຂື້ນຕື່ມອີກ ແລະ ຈະເຮັດໃຫ້ມີນ້ຳຖ້ວມຊຸ, ນ້ຳຖ້ວມອັ່ງ, ຕົ້ນໄມ້ຫັກລົ້ມ ແລະ ເຮືອນຊານເປ່ເພ, ພ້ອມນີ້ໃຫ້ກະກຽມຍົກຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການແຈ້ງເຕືອນໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ລະວັງ ! ພາຍຸໄຕ້ຝຸ່ນ Saudel ຈະຂຶ້ນຮອດຝັງຫວຽດນາມ ໃນຕອນບ່າຍມື້ນີ້ ແລະ ຈະຮອດລາວຕອນແລງ.

ລະວັງ ! ພາຍຸໄຕ້ຝຸ່ນ Saudel ຈະຂຶ້ນຮອດຝັງປະເທດຫວຽດນາມ ໃນຕອນບ່າຍມື້ນີ້ (ວັນອາທິດ 25.10.2020) ແລະ ຈະເຂົ້າສູ່ແຂວງສະຫວັນນະເຂດ, ຄໍາມ່ວນ, ສາລະວັນ, ເຊກອງ, ອັດຕະປື, ຂອງ ສປປ ລາວ ໃນຕອນແລງນີ້.

ຂໍໃຫ້ທຸກຄົນ ຈົ່ງລະມັດລະວັງ ແລະ ກະກຽມຮັບມື ກັບພາຍຸດັ່ງກ່າວ.

.

.

.