ພະຍາກອນອາກາດ ວັນທີ 3.12-04.12.2021 ອຸນຫະພູມຈະຫຼຸດລົງອີກ 1-3ອົງສາ

ພະຍາກອນອາກາດ ວັນທີ 03/12/2021ເວລາ 7:00 ໂມງ ເຖິງ 7:00 ໂມງ ວັນທີ 04/12/2021

ມວນອາກາດເຢັນທີ່ປະເທດຈີນ ຍັງສືບຕໍ່ມີກໍາລັງແຮງເພີ່ມຂຶ້ນແພ່ ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນ ອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່ ຊຶ່ງຈະເຮັດໃຫ້ອຸນຫະພູມອາ ກາດໜາວເຢັນລົງ 1-3 ອົງສາ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ໜາວເຢັນ ຫາ ໜາວຫລາຍ ໂດຍສະເພາະຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກ ຫຸ້ມຢູ່ທົ່ວໄປຢູ່ເຂດພູສູງ ເນີນພູ ແລະ ຮ່ອມພູ.

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກ ບາງປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ. ອຸນຫະພູມໃນ ລະຫວ່າງ 07-19 ອົງສາ. ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ. ອຸນຫະພູມໃນລະຫວ່າງ 19-28 ອົງສາ.

ເຂດພູພຽງບໍລະເວນ: ອາກາດໜາວເຢັນຫລາຍ ພ້ອມມີໝອກໜາ ປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 08-25 ອົງສາ.

ດ່ວນ! ເກີດແຜ່ນດິນໄຫວ ໃນຄັ້ງວັນທີ 3 ພະຈິກ 2021 ເວລາ 04:09 ແລະ 04:15 ໂມງ

ລາຍງານສະພາບການເກີດແຜ່ນດິນໄຫວ ໃນຄັ້ງວັນທີ 3 ພະຈິກ 2021 ເວລາ 04:09 ແລະ 04:15 ໂມງ.ລາຍງານການເກີດແຜ່ນດິນໄຫວ ຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດ ໃນຂອບເຂດທົ່ວປະເທດເຊີ່ງໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍໃນປະເທດລາວ 2 ຄັ້ງ, ໃນບໍລິເວນແຂວງໄຊຍະບູລີ ແລະ ແຂວງຜົ້ງສາລີ ລາຍລະອຽດຂອງການເກີດແຜ່ນດິນໄຫວມີຄືດັ່ງລຸ່ມນີ້:

ໃນເວລາ 04:09:05 ຂອງໂມງທ້ອງຖີ່ນ ຈຸດສູນກາງ ເສັ້ນຂະໜານທີ 19.546°N ອົງສາເໜືອ ແລະ ເສັ້ນແວງທີ່ 101.324°E ອົງສາຕາເວັນອອກ, ຄວາມແຮງສັ່ນສະເທືອນວັດແທກໄດ້ 2,9 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ 5 Km ຈຸດສູງກາງເກີດແຜ່ນດິນໄຫວຢູ່ ບ້ານ ນ້ຳສິບ, ເມືອງຫົງສາ ແຂວງ ໄຊຍະບູລີ ເຊີ່ງຈຸດແຜ່ນດິນໄຫວດັ່ງກ່າວແມ່ນໃກຈາກເທດສະບານ ເມືອງ ຫົງສາ ປະມານ 18 Km.

ໃນເວລາ 04:15:12 ຂອງໂມງທ້ອງຖີ່ນ ຈຸດສູນກາງ ເສັ້ນຂະໜານທີ່ 21.887°N ອົງສາເໜືອ ແລະ ເສັ້ນແວງທີ່ 101.832°E ອົງສາຕາເວັນອອກ, ຄວາມແຮງສັ່ນສະເທືອນວັດແທກໄດ້ 3,1 ຣິກເຕີ, ເຊີງມີຄວາມເລີກຈາກເທີງໜ້າດິນປະມານ 10 Km ຈຸດສູງກາງເກີດແຜ່ນດິນໄຫວຢູ່ ບ້ານ ແສນດາວໃຕ້, ເມືອງບຸນເໜືອ ,ແຂວງ ຜົ້ງສາລີ ເຊິ່ງຈຸດແຜ່ນດິນໄຫວດັ່ງກ່າວແມ່ນໃກຈາກເທດສະບານ ເມືອງບຸນເໜືອ ປະມານ 29 Km.

ອຸຕຸແຈ້ງເຕືອນ! ກຽມເສື້ອກັນໜາວໄວ້ ອາທິດນີ້ ອາກາດຈະເຢັນລົງ ພ້ອມມີຝົນຕົກຟ້າຮ້ອງຟ້າເຫຼຶ້ອມ

ພະຍາກອນອາກາດ ປະຈຳວັນທີ 31 ຕຸລາ 2021
ມວນອາກາດເຢັນທີ່ມີລະດັບປານກາງຍັງສືບຕໍ່ປົກຄຸມເຂດພາກເໜືອລົງຫາພາກກາງຂອງປະເທດລາວ ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດເຢັນຫາໜາວເຢັນ ພ້ອມມີຝົນຕົກຟ້າຮ້ອງຟ້າເຫຼຶ້ອມໃນລະດັບຄ່ອຍຫາປານກາງຢູ່ເຂດພາກເໜືອ ພ້ອມມີລົມພັດແຮງເປັນບາງໂອກາດ, ສ່ວນພາກກາງ ແລະ ພາກໃຕ້ມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ.

ແຈ້ງເຕືອນຝົນຕົກໜັກ ປະຈໍາວັນທີ 27 ຕຸລາ 2021

ແຈ້ງເຕືອນຝົນຕົກໜັກ ປະຈໍາວັນທີ 27 ຕຸລາ 2021 ພາຍຸດີເປຣຊັນ ໄດ້ອ່ອນກໍາລັງລົງເປັນຍ່ອມຄວາມກົດດັນອາກາດຕໍ່າ ທີ່ມີກໍາລັງແຮງໄດ້ປົກຄຸມຢູ່ເຂດພາກໃຕ້ຕອນລຸ່ມຂອງ ສສ ຫວຽດນາມ ແລະ ເຂດພາກໃຕ້ຂອງປະເທດລາວ, ສ່ວນເຂດພາກເໜືອ ລົງຫາ ພາກກາງ ມວນອາກາດເຢັນຈາກປະເທດຈີນ ໄດ້ແພ່ລົງມາປົກຄຸມດ້ວຍ ກໍາລັງອ່ອນ ຫາ ປານກາງ ເຊິ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຕົກໃນລະດັບປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ບັນດາ ແຂວງບໍລິຄໍາໄຊ

ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື ຈົ່ງມີສະຕິ ລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງເຮັດໃຫ້ຕົ້ນໄມ້ ຫັກລົ້ມ ຫລັງຄາເຮືອນເປ່ເພ ທີ່ຈະເກີດຂຶ້ນໄດ້ໃນໄລຍະນີ້. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.ພະຍາກອນອາກາດແຕ່ເວລາ 12:00 ໂມງຂອງວັນທີ 27/10/2021 ເຖິງເວລາ 12:00 ໂມງຂອງວັນທີ 28/10/2021ພາກເໜືອດ້ານຕາເວັນອອກ: ອາກາດເຢັນ ຫາ ໜາວເຢັນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 20% ຂອງພາກ, ອຸນຫະພູມໃນ ລະຫວ່າງ 14-25 ອົງສາ.

ພາກເໜືອດ້ານຕາເວັນຕົກ: ອາກາດເຢັນ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 30% ຂອງພາກ, ອຸນຫະພູມໃນລະຫວ່າງ 16-31 ອົງສາ.ນະຄອນຫລວງວຽງຈັນ: ອາກາດເຢັນໃນຕອນເຊົ້າ ຈະມີຝົນຕົກໃນລະ ດັບຄ່ອຍເປັນບາງໂອກາດ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ ການປົກຫຸ້ມຂອງຝົນເທົ່າກັບ 10%, ອຸນຫະພູມໃນລະຫວ່າງ 23-30 ອົງສາ.

ພາກກາງ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວ ໄປ ແລະ ຕົກໃນລະດັບປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງ ທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 60% ຂອງພາກ, ອຸນຫະພູມໃນລະຫວ່າງ 17-31 ອົງສາ. ແຂວງໄຊສົມບູນ: ອາກາດໜາວເຢັນໃນຕອນເຊົ້າ ຈະມີຝົນຕົກໃນ ລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນ ເທົ່າກັບ 20% ຂອງແຂວງ, ອຸນຫະພູມໃນລະຫວ່າງ 14-27 ອົງສາ.

ພາກໃຕ້: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວ ໄປ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 60% ຂອງພາກ, ອຸນຫະພູມໃນ ລະຫວ່າງ 20-32 ອົງສາ.ສໍາລັບເຂດພູພຽງບໍລະເວນ: ອາກາດໜາວເຢັນ ແລະ ຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອ ກາດຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 30%, ອຸນຫະພູມໃນລະຫວ່າງ 13-25 ອົງສາ.

ພາຍຸມາອີກຫົວໃໝ່! ອຸຕຸເຕືອນເຝົ້າລະວັງຝົນຕົກໜັກ, ລົມພັດແຮງ ໄລຍະວັນທີ 14-15 ຕຸລານີ້

ພາຍຸມາອີກຫົວໃໝ່! ອຸຕຸເຕືອນເຝົ້າລະວັງຝົນຕົກໜັກ, ລົມພັດແຮງ ໄລຍະວັນທີ 14-15 ຕຸລານີ້

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 11 ຫາ 17 ຕຸລາ 2021 ວ່າ: ໃນໄລຍະວັນທີ 11 ຫາ 12 ຕຸລານີ້ ລົມພາຍຸໝຸນເຂດຮ້ອນ ກົມປາສຸ (KOMPASU) ຫົວທີ 18 ປະຈໍາປີ 2021 ທີ່ມີຈຸດທີ່ຕັ້ງຢູ່ເຂດມະຫາສະມຸດປາຊີຟິກ ຄາດວ່າຈະເຄື່ອນທີ່ຜ່ານທະເລຈີນໃຕ້ຕອນເທິງ ໃນວັນທີ 12 ຫາ 13 ຕຸລາ. ພາຍຸຫົວນີ້ຈະເຄື່ອນທີ່ຜ່ານເກາະໄຮໜານ ແລະ ສືບຕໍ່ເຄື່ອນຂຶ້ນຝັ່ງຂອງປະເທດຫວຽດນາມ ໃນໄລຍະວັນທີ 14 ຫາ 15 ຕຸລາ, ຫຼັງຈາກນັ້ນຈະອ່ອນກໍາລັງລົງກາຍເປັນ ລົມພາຍຸດີເປຼຊັນເຄື່ອນທີ່ຜ່ານພາກກາງຂອງປະເທດລາວ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກເໜືອດ້ານຕາເວັນອອກ, ພາກກາງ ແລະ ພາກໃຕ້ ຂອງປະເທດລາວ.

ໃນນີ້, ໄດ້ມີຄໍາເຕືອນເພື່ອເຝົ້າລະວັງ ໂດຍແຈ້ງເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າ ໂດຍສະເພາະຜູ້ທີ່ອາໄສຢູ່ລຽບຕາມຮ່ອມພູ ເປີ້ນພູ ແລະ ແຄມແມ່ນ້ຳຕ່າງໆ ຈົ່ງມີສະຕິລະມັດລະວັງຕໍ່ສະພາບດິນເຈື່ອນ, ນໍ້າຖ້ວມຊ, ນ້ຳຖ້ວມຍຶ່ງ ແລະ ລົມພັດແຮງ ທີ່ຈະເກີດຂຶ້ນໄດ້ໃນໄລຍະນີ້ ພ້ອມທັງກະກຽມ ຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ.

ເກີດແຜ່ນດິນໄຫວ 1 ຄັ້ງໃນບໍລິເວນ ເມືອງປາກລາຍ

ເກີດແຜ່ນດິນໄຫວ 1 ຄັ້ງໃນບໍລິເວນ ເມືອງປາກລາຍສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວປະເທດ ໄດ້ພົບສັນຍານການເກີດ

ແຜ່ນດິນໄຫວ ພາຍໃນປະເທດລາວ ໃນວັນທີ 09 ຕຸລາ 2021 ເວລາ 02:02 ໂມງ ຈໍານວນ 01 ຄັ້ງ ໃນບໍລິເວນ ແຂວງໄຊຍະບູລິ ມີຈດສູນກາງເສັ້ນຂະໜານທີ 18.0 ອົງສາເໜືອ ແລະ ເສັ້ນແວງທີ 101.3 ອົງສາຕາເວັນອອກ, ຄວາມແຮງສັ່ນສະເທືອນວັດແທກໄດ້ 1.8 ຣີກເຕີ ມີຄວາມເລິກຈາກໜ້າດິນປະມານ 4 ກິໂລແມັດ

ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ທີ່ບ້ານຫ້ວຍເດື່ອຫວານ ເມືອງປາກລາຍ ແຂວງໄຊຍະບູລີ ເຊິ່ງຈຸດເກີດແຜ່ນດິນດັ່ງກ່າວແມ່ນໄກຈາກເທສະບານເມືອງປາກລາຍ ປະມານ 12 ກິໂລແມັດ.

ເຊິ່ງເຫດການແຜ່ນດິນໄຫວດັ່ງກ່າວ ເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

ພາຍຸເຂດຮ້ອນ ໄລອອນລອກ ເຂົ້າມາລາວ ກະທົບ 7 ແຂວງທົ່ວປະເທດ

ພາຍຸເຂດຮ້ອນ ໄລອອນລອກ (LIONROCK) ຈະສືບຕໍ່ເຄື່ອນຂຶ້ນຝັ່ງທາງ ພາກເໜືອປະເທດຫວຽດນາມ ໃນໄລຍະວັນທີ 09 ຫາ 10 ຕຸລາ 2021,

ຫຼັງຈາກນັ້ນ ຈະອ່ອນກຳລັງເປັນພາຍຸດີເປຼ່ຊັນ ແລະ ເຄື່ອນທີ່ຜ່ານພາກເໜືອ ແລະພາກກາງຂອງ ສປປ ລາວ ໄລຍະວັນທີ 10 ຫາ 11 ຕຸລາ 2021 ນີ້.

ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ເຊັ່ນ: ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ.

ພາຍຸຈະເຮັດໃຫ້ເກີດມີຕົ້ນໄມ້ຫັກລົ້ມ, ຫຼັງຄາເຮືອນເປ່ເພ, ນໍ້າຖ້ວມອັ່ງ ໃນໄລຍະວັນທີ 10 ຫາ 12 ຕຸລາ 2021 ນີ້.

ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ ສະພາບດິນເຈື່ອນ, ນໍ້າຖ້ວມຊູ, ນ້ຳຖ້ວມຍີ່ງ ແລະ ລົມພັດແຮງ ທີ່ກຳລັງຈະເກີດຂື້ນ

ເມືອງນອງ​ ເຝົ້າລະວັງນ້ຳຖ້ວມໃນເຂດລຽບຝັ່ງແມ່ນ້ຳເຊລະນອງ

ເມືອງນອງ​ ເຝົ້າລະວັງນ້ຳຖ້ວມໃນເຂດລຽບຝັ່ງແມ່ນ້ຳເຊລະນອງ ແລະ ເຂດພື້ນທີ່ຕ່ຳເນື່ອງຈາກມີຝົນຕົກຕິດຕໍ່ກັນເປັນເວລາຫຼາຍວັນ

ເລີ່ມແຕ່ວັນທີ 4 ຕຸລາ 2021 ເປັນຕົ້ນມາ ເມືອງນອງ,​ ແຂວງສະຫວັນນະເຂດ​ ໄດ້ມີຝົນຕົກໃນລະດັບປານກາງ ຈົນມາຮອດຄືນວັນທີ 6 ຕຸລາ 2021​ ຝົນໄດ້ຕົກລິນຕະຫຼອດທັງກາງເວັນ ແລະ​ ກາງຄືນຕິດຕໍ່ກັນ, ມີຄ່ອຍ​ ຫາ​ ແຮງ

ເຮັດໃຫ້ສາຍນ້ຳຫ້ວຍ, ຮ່ອງຄອງບຶງ ແລະ​ ສາຍນ້ຳນ້ອຍໃຫ່ຍໄຫຼໂຮມໂຕເຂົ້າຫາກັນກໍ່ໃຫ້ເກີດມີນ້ຳຖ້ວມອັ່ງ, ນ້ຳຖ້ວມຂັງເປັນຕົ້ນແມ່ນ: ສາຍນ້ຳເຊລະນອງ​ ມີການຍື່ງໂຕຂຶ້ນຮອດແຄມຕາຝັ່ງເຊ ແລະ ຢູ່ໃນລະດັບວັງໄພແລ້ວ.​

ດັ່ງນັ້ນ,​ ຈຶ່ງແຈ້ງເຕືອນ ປະຊາຊົນຊາວບ້ານນ້ອງວິໄລ ຫຼືບ້ານທີ່ຢູ່ຕິດແຄມເຊລະນອງ ໃນເຂດພື້ນທີ່ຕ່ຳຈົ່ງມີສະຕິລະວັງຕົວຂຶ້ນຕື່ມໃນການໄປມາ ໂດຍສະເພາະປະຊາຊົນທີ່ມີໄຮ່ນາ, ຮົ້ວສວນຢູ່ພາກເຊລະນອງ ໃຫ້ຢຸດຕິການໄປມາ ແລະ ຂົນສັດລ້ຽງ,​ ສິ່ງຂອງຈຳເປັນໄປໄວ້ບ່ອນທີ່ສູງ ແລະ ປອດໄພ

ເພື່ອລີກລ່ຽງຄວາມເສຍຫາຍທີ່ຈະເກີດຂຶ້ນ,​ ຖ້າຫາກວ່າຝົນຍັງສືບຕໍ່ຕົກລິນຈົນຮອດວັນທີ 11 ຕຸລາ​ 2021​ ນີ້​ ຄາດວ່າເນື້ອທີ່ທຳການຜະລິດຂອງພໍ່ແມ່ປະຊາຊົນຊາວເມືອງນອງຈະຖືກຜົນກະທົບຢ່າງໜັກໜ່ວງເປັນຕົ້ນ:

ມາໄວ! ອຸຕຸອອກແຈ້ງເຕືອນພາຍຸເຂດຮ້ອນ ຈະເຮັດໃຫ້ຝົນຕົກໜັກ, ລົມພັດແຮງ ໄລຍະ 6-11ຕຸລານີ້

ມາໄວ! ອຸຕຸອອກແຈ້ງເຕືອນພາຍຸເຂດຮ້ອນຈະເຮັດໃຫ້ຝົນຕົກໜັກ, ລົມພັດແຮງ ໄລຍະ 6-11

ຕຸລານີ້ ຢູ່ແຂວງພາກໃຕ້, ກາງ ແລະ ພາກເໜືອດ້ານຕາເວັນອອກ.

ໃນວັນທີ 6 ຕຸລາ 2021 ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນພາຍຸເຂດຮ້ອນ, ສະບັບທີ 1 ຍ່ອມຄວາມກົດດັນອາກາດຕໍ່າທີ່ມີກໍາລັງແຮງປົກຄຸມຢູ່ເຂດທະເລຈີນໃຕ້ຕອນກາງ

ແລະ ມີຈະເພີ່ມກໍາລັງແຮງຂຶ້ນກາຍເປັນພາຍຸເຂດຮ້ອນໃນໄລຍະ 24 ຊົ່ວໂມງຕໍ່ໜ້ານີ້. ຈາກນັ້ນ ຈະສືບຕໍ່ເຄື່ອນທີ່ໃນທິດຕາເວັນຕົກສ່ຽງເໜືອໃກ້ແຄມຝັ່ງປະເທດຫວຽດນາມ

ຂຶ້ນໄປຫາເກາະໄຮ ຊຶ່ງວົງລັດສະໝີຂອງພາຍຸຫົວນີ້ ຈະກວມເອົາເຂດພາກໃຕ້,

ພາກກາງ ແລະ ພາກເໜືອດ້ານຕາເວັນອອກຂອງປະເທດລາວ ໃນໄລຍະວັນທີ 6 ຫາ 10 ຕຸລາ 2021,

ຊຶ່ງຈະສົ່ງຜົນກະທົບຕໍ່ສະພາບອາກາດ ດັ່ງນີ້:ໄລຍະວັນທີ 6 ຫາ 9 ຕຸລາ 2021: ຈະມີຝົນຕົກປານກາງ ຫາ ໜັກ ແລະ ລົມພັດແຮງ ຢູ່ບາງທ້ອງຖິ່ນແຂວງພາກໃຕ້

ແລະ ພາກກາງ ເຊັ່ນ: ແຂວງ ອັດຕະປື, ຈຳປາສັກ, ເຊກອງ, ສາລະວັນ, ສະຫວັນນະເຂດ ແລະ ຄໍາມ່ວນ ຊຶ່ງຈະເຮັດໃຫ້ເກີດມີຕົ້ນໄມ້ຫັກລົ້ມ, ຫຼັງຄາເຮືອນເປ່ເພ, ນໍ້າຖ້ວມອັ່ງ ແລະ ນ້ຳຖ້ວມຍື່ງ ຢູ່ບາງທ້ອງຖິ່ນ.

ໄລຍະວັນທີ 9 ຫາ 11 ຕຸລາ 2021: ຈະມີຝົນຕົກໃນລະດັບປານກາງ ຫາ ໜັກ ແລະ ລົມພັດແຮງ ຢູ່ເຂດພາກກາງ ແລະ ພາກເໜືອດ້ານຕາເວັນອອກ ເຊັ່ນ:

ຄຳເຕືອນ! ເຝົ້າລະວັງ ຝົນຕົກໜັກ, ພາຍຸເຂດຮ້ອນ ແລະ ອາກາດໜາວຫຼາຍ

ກົມ​ອຸຕຸນິຍົມ​ ແລະ​ ອຸທົກກະສາດ​ ຄາດຄະເນສະພາບອາກາດ ໄລຍະເດືອນ ຕຸລາ – ພະຈິກ – ທັນວາ 2021ໂດຍມີຄຳເຕືອນເພື່ອເຝົ້າລະວັງ ສະພາບພາຍຸເຂດຮ້ອນ ແລະ ສະພາບອາກາດໜາວຫຼາຍດັ່ງນີ້

ໃນໄລຍະຕົ້ນ ຫາ ກາງເດືອນ ຕຸລາ 2021 ຮ່ອງຄວາມກົດດັນອາກາດຕ່ຳຈະພາດຜ່ານພາກກາງ ແລະ ພາກໃຕ້ຂອງປະເທດລາວ ປ່ອງໃສ່ພາຍຸໝຸນເຂດຮ້ອນທີ່ເຄື່ອນທີ່ຢູ່ເຂດທະເລຈີນໃຕ້ຕອນກາງ ແລະ ຈະເຄື່ອນທີ່ຜ່ານພາກກາງຫາພາກໃຕ້ຂອງປະເທດລາວ ຊຶ່ງຈະເຮັດໃຫ້ມີຝົນຕົກໜັກ ຫາ ໜັກຫຼາຍ ພ້ອມມີລົມພັດແຮງ​ ແລະ ຈະເຮັດໃຫ້ມີຕົ້ນໄມ້ຫັກ ແລະ ນ້ຳຖ້ວມຊູ ແລະ ນ້ຳຖ້ວມຍື່ງ ໃນເຂດພາກກາງ ແລະ ພາກໃຕ້.

ໃນໄລຍະກາງເດືອນພະຈິກ ຫາ ເດືອນ ທັນວາ ມວນອາກາດໜາວເຢັນຈະປົກຄຸມດ້ວຍກຳລັງແຮງ ຊຶ່ງຈະເຮັດໃຫ້ອາກາດໜາວເຢັນ ຫາ ໜາວເຢັນຫຼາຍພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ຢູ່ເຂດພາກເໜືອ, ເຂດພູດອຍ, ພູສູງ, ຮ່ອມພູ, ເຂດແຂວງໄຊສົມບູນ, ເຂດພູພຽງບໍລະເວນ ແລະ ຈະເຮັດໃຫ້ການເບິ່ງເຫັນໃກ້ບໍ່ຈະແຈ້ງ ກໍ່ໃຫ້ເກີດອຸປະຕິເຫດໃນການໃຊ້ລົດໃຊ້ຖະໜົນ ພ້ອມດຽວກັນ ຜູ້ເຖົ້າ ແລະ ເດັກນ້ອຍຈະເປັນໄຂ້ຫວັດໄດ້ງ່າຍ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນທີ່ອາໄສໃນເຂດດັ່ງກ່າວ ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບນ້ຳຖ້ວມກະທັນຫັນ, ນ້ຳຖ້ວມຊູ, ນ້ຳຖ້ວມຍື່ງ, ດິນເຈື່ອນ ແລະ ສະພາບອາກາດໜາວຫຼາຍ ທີ່ຈະເກີດຂຶ້ນໄດ້. ຂໍໃຫ້ຕິດຕາມການລາຍງານສະພາບອາກາດ ແລະ ລະດັບນ້ຳ ຈາກກົມອຸຕຸນິຍົມ ແລະ​ ອຸທົກກະສາດ ຢ່າງເປັນປະຈຳ.