ຝົນຕົກໜັກເຮັດໃຫ້ສົບຄົນຕາຍລອຍຕາມແມ່ນຳ້ຄົງຄາທີ່ປະເທດອິນເດຍທີ່ລັດ Uttar Pradesh

ສົບຄົນຕາຍລອຍຕາມແມ່ນຳ້ຄົງຄາທີ່ປະເທດອິນເດຍທີ່ລັດ Uttar Pradeshສົບລອຍຕາມແມ່ນ້ຳ ຮອບໃໝ່ໄດ້ກັບມາອີກຄັ້ງ ຍ້ອນຝົນຕົກນຳ້ຂຶ້ນ, ໃນໄລຍະສາມອາທິດ ໄດ້ພົບເຫັນຊາກສົບຫລາຍກ່ວາ 150 ສົບ,

.

ເຊິ່ງທັງໝົດ ຄາດວ່າຈະເປັນຄົນເຈັບທີ່ເສຍຊີວິດຍ້ອນພະຍາດໂຄວິດ-19
ສາເຫດທີ່ສົບລອຍຕາມແມ່ນຳ້ ແມ່ນມາຈາກຝົນຕົກໜັກເຮັດໃຫ້ດິນຊາຍໄຫຼອອກ, ຊາກສົບດັ່ງກ່າວຖືກຝັງຕື້ນ ຫຼື ເພາະບາງສ່ວນຂອງສົບໃຊ້ພຽງແຕ່ຜ້າຫໍ່ແລ້ວເອົາໄວ້, ມີບາງສົບໄດ້ຝັງລົງໃນດິນຊາຍໃນລະດູແລ້ງ ແລະ ໄດ້ຝັງສົບຂອງເຂົາເຈົ້າຢູ່ແຄມແມ່ນ້ຳ.

ເຈົ້າໜ້າທີ່ຕ້ອງໄດ້ນຳເອົາຊາກສົບເຫລົ່ານີ້ຂຶ້ນມາຈູດຕາມແຄມນ້ຳ, ຈາກການພົບສົບ 150 ສົບ ໃນ 3 ອາທິດ, ຊາວບ້ານຄາດວ່າຍັງອີກຫຼາຍສົບ ເພາະແມ່ນຳ້ແມ່ນ້ຳຄົງຄາຍາວ 2.500 ກິໂລແມັດມີສະຖານທີ່ຝັງສົບຫລາຍແຫ່ງ.

ເຈາະຈິ້ມທຸກເລື່ອງລາວ @ສືລາວ.ຄອມ

.

ຮູບພາບ: AFP / Getty images
Daily mail

ຍ້ອນຖືເບົາ ກວດໂຄວິດຜົນອອກເປັນລົບຕ້ອງກັກບໍລິເວນ 14​ ວັນ

ອີງຕາມການລາຍງານປະຈຳວັນ​ທີ​ 28​ ມິຖຸນາ​ 2021​ຂອງຄະນະສະເພາະກິດໃຫ້ຮູ້ວ່າ: ຜູ້ຕິດເຊື້ອ​ກໍລະນີ​ວັນທີ​ 27​ ມິຖຸນາ​ ທີ່ເປັນພະນັກງານການບິນ ແມ່ນໄດ້ສັກວັກຊີນຄົບສອງເຂັມແລ້ວ ແລະ​ ມີປະຫວັດການກວດຫາເຊື້ອ ແຕ່ຜູ້ກ່ຽວບໍ່ກັກບໍລິເວນ ພ້ອມເດີນທາງໄປມາຫາສູ່ຍາດພີ່ນ້ອງ ແລະ​ ໝູ່ເພື່ອນ.

ຈາກພຶດຕິກຳດັ່ງກ່າວ​ ສົ່ງຜົນໃຫ້ມີຜູ້ຕິດເຊື້ອໃໝ່ເພີ່ມ ຢູ່ເມືອງໂພນໂຮງ ແຂວງວຽງຈັນ​ 4​ ຄົນ, ຕິດ​ໃສ່​ຄອບຄົວ​ 4​ ຄົນ​ ແລະ​ ຂະຫຍາຍໃຫ້ໝູ່ອີກ 3​ ຄົນ. ແລະ​ໃນວັນທີ​ 29​ ມິຖຸນານີ້​ ແພ່ເຊື້ອຕື່ມຢູາແຂວງວຽງຈັນ​ 13​ ຄົນ, ນະຄອນຫຼວງ​ 1​ ຄົນ.

ນັບວ່າເປັນສິ່ງທີ່ພວກເຮົາຄວນຄິດຄືນນຳກັນອີກ ແລະ​ ມີຈິດສຳນຶກທີ່ໝັ້ນແກ່ນ ຕໍ່ມາດຕະການທີ່ຄະນະສະເພາະກິດວາງອອກ​ ໂດຍສະເພາະມາດຕະການກັກບໍລິເວນຕົນເອງພາຍຫຼັງກວດຫາເຊື້ອ​ແຕ່ຜົນອອກເປັນລົບ ຕ້ອງຄິດໃຫ້ດີວ່າເຮົາເປັນຜູ້ທີ່ສຳຜັດໃກ້ຊິດກັບຄົນຕິດເຊື້ອມາ ເອີ້ນວ່າ​ກຸ່ມສ່ຽງ​

ເຊິ່ງບໍ່ຄວນດີໃຈວ່າຜົນອອກເປັນລົບ ແລະ​ ສັກວັກຊີນ​ແລ້ວ​ ອັນເນື່ອງຈາກເຊື້ອບໍ່ທັນອອກອາການເທົ່ານັ້ນເອງ.​

ໃນໄລຍະຕໍ່ໜ້າຄະນະສະເພາະກິດຄວນເພີ່ມມາດຕະການຕໍ່ຜູ້ກວດຫາເຊື້ອແລ້ວ ຈະພົບ ຫຼື​ ບໍ່ພົບເຊື້ອກໍຕາມ ຕ້ອງກັກບໍລິເວນໃຫ້ຄົບ 14​ ວັນ​ ຖ້າຫາກລະເມີດແມ່ນຕ້ອງຖືກດຳເນີນຄະດີໃນຂໍ້ຫາແພ່ເຊື້ອພະຍາດຮ້າຍແຮງຕໍ່ຜູ້ອື່ນໂດຍເຈຕະນາ ດັ່ງນີ້​ເປັນຕົ້ນ.

ແຈ້ງການຄະນະກໍາມະການປ້ອງກັນເມືອງໂພນໂຮງ​ ແຂວງວຽງຈັນ

ຄະນະກໍາມະການປ້ອງກັນ, ສະກັດກັນພະຍາດໂຄວິດ 19 ເມືອງໂພນໂຮງແຈ້ງການເພື່ອສືບຕໍ່ຈັດຕັ້ງປະຕິບັດມາດຕະການດັ່ງນີ້:

1.ສືບຕໍ່ເພີ່ມທະວີການໂຄສະນາ, ສຸຂະສຶກສາ ແລະ ເປັນເຈົ້າການປະຕິບັດມາດຕະການປ້ອງກັນເຊື້ອພະຍາດໂຄວິດ 19.

2.ສືບຕໍ່ປິດກິດຈະການຮ້ານບັນເທີງ, ຮ້ານຄາລາໂອເກະ, ຮ້ານກິນດື່ມ, ຮ້ານອາຫານບຸບເຟທຸກປະເພດ, ຮ້ານອິນເຕີເນັດຄາເຟ, ຮ້ານເກມ, ຮ້ານນວດ-ສະປາ, ຮ້ານຮົມຢາພື້ນເມືອງ, ຮ້ານສະນຸກເກີ, ສັງວຽນຕີໄກ່, ສູນກິລາໃນຮົ່ມ, ຫ້າມຈັດກິດຈະກໍາເຕະບານ, ຕີມວຍ ແລະ ອື່ນໆ.

3.ໃຫ້ກອງບັນຊາການ ປກສ ເມືອງ ປີດບໍລິການເອກະສານຊົ່ວຄາວຈົນກວ່າຈະມີຄໍາສັ່ງໃຫ້ສືບຕໍ່ຈຶ່ງຈັດຕັ້ງປະຕິບັດ.

4.ຫ້າມບໍ່ໃຫ້ບ້ານຮັບເອົາຜົນລະເມືອງທີ່ຍົກຍ້າຍມາແຕ່ຈຸດອື່ນທີ່ມີການແຜ່ລະບາດຂອງພະຍາດໂຄວິດ 19 ຫຼື ມາຈາກຈຸດທີ່ມີຄວາມສຽງ ຍົກເວັ້ນກໍລະນີຈໍາເປັນ ແລະ ຕ້ອງໄດ້ຮັບການສັກວັກຊີນຄົບສອງເຂັມ, ມີໃບເດີນທາງຈາກຄະນະສະເພາະກິດບ່ອນທີ່ຜູ້ຈະມາອອກໃຫ້ຈຶ່ງອະນຸຍາດໃຫ້ມາໄດ້.

5. ສືບຕໍ່ປີດບັນດາໂຮງຈັກ, ໂຮງງານ,​ ຫົວໜ່ວຍຫັດຖະກໍາທີ່ຢູ່ໃນເຂດ ຫຼື ກໍານົດເປັນບ້ານແດງ ຍົກເວັ້ນໂຮງຈັກ, ໂຮງງານທີ່ມີຫໍພັກພະນັກງານປະຈໍາ ແລະ ພະນັກງານໄດ້ສັກຢາວັກຊີນຄົບທັງສອງເຂັມແລ້ວ.

6.ສືບຕໍ່ຫ້າມປະຊາຊົນ ຫຼື ບຸກຄົນເດີນທາງເຂົ້າອອກທ້ອງຖີ່ນ ຫຼື ເຂດທີ່ມີການຕິດເຊື້ອຢ່າງເດັດຂາດ.

7.ຫ້າມຈັດງານລ້ຽງສັງສັນ, ຊຸມແຊວ, ມົ້ວສຸມ (ເຫຼົ້າ-ເບຍ) ທຸກຮູບແບບໃນທຸກສະຖານທີ່.

8. ກໍານົດບ້ານໃໝ່ ເປັນບ້ານແດງ (ບ້ານທີ່ມີການລະບາດຂອງເຊື້ອພະຍາດໂຄວິດ19) ຢູ່ເມືອງໂພນໂຮງ ແລະ ໃຫ້ປີດບ້ານຈົນກວ່າຈະບໍ່ມີການແຜ່ລະບາດຂອງພະຍາດໂຄວິດ 19.​ ພ້ອມນີ້ໃຫ້ຢຸດເຊົາກິດຈະການຊົ່ວຄາວຂອງຫົວໜ່ວຍກິດຈະການທຸກໆກິດຈະການຢູພາຍໃນບ້ານ. – ຢູ່ບ້ານອື່ນໆໃຫ້ເອົາໃຈໃສ່ ແລະ ເປັນເຈົ້າການໃນການຕິດຕາມຄົນເຂົ້າ-ອອກ ແລະ ປະຕິບັດມາດຕະການຕາມຄໍາສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ,​ ມີການລາຍງານຢ່າງເປັນປົກກະຕິ.

9.ໃຫ້ຄະນະກໍາມະການປ້ອງກັນ,ສະກັດກັ້ນພະຍາດໂຄວິດ 19 ເມືອງໂພນໂຮງປະສານສົມທົບກັບຄະນະ ຮັບຜິດຊອບກຸ່ມບ້ານ, ປກສ ກຸ່ມບ້ານ ກວດກາຢ່າງເປັນປົກກະຕິ.

10.ມອບໃຫ້ຄະນະສະເພາະກິດວຽກງານ ໂຄວິດເມືອງໂພນໂຮງ,​ ຂະແຫນງການກ່ຽວຂ້ອງ,​ ກຸ່ມບ້ານ,​ ອົງການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງເປັນເຈົ້າການຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ ແລະ ເລີ່ມຈັດຕັ້ງປະຕິບັດນັບແຕ່ມື້ລົງລາຍເຊັນນີ້ເປັນຕົ້ນໄປຈົນເຖິງວັນທີ 4/7/2021.

ໜັກໜ່ວງ ວັນທີ 29 ມິຖຸນາ 2021 ສປປ ລາວ ພົບຜູ້ຕິດເຊື້ອໃໝ່ +25 ຄົນ ໃນນັ້ນແຂວງວຽງຈັນ 13 ຄົນ

ສະຖານະການ ໂຄວິດ-19 ໃນມື້ນີ້ ຖະແຫຼງຂ່າວສະຖານະການແຜ່ລະບາດຂອງພະຍາດໂຄວິດ-19​ ປະຈຳວັນ​ທີ​ 29 ມິຖຸນາ​ 2021​ ໄດ້ກວດວິເຄາະທັງໝົດ 858 ຕົວຢ່າງ, ນະຄອນຫຼວງ 297 ຕົວຢ່າງ ໃຫ້ຮູ້ວ່າ:​ ກວດພົບຜູ້ເຊື້ອໃຫມ່​ 25 ຕົວຢ່າງ.​

ໃນນັ້ນມີ,

ນະຄອນຫຼວງວຽງຈັນ: 1 ຄົນ

ແຂວງວຽງຈັນ: 13 ຄົນ

ແຂວງຄຳມ່ວນ: 1 ຄົນ(ນໍາເຂົ້າ)

ແຂວງສະຫວັນນະເຂດ: 1 (ນໍາເຂົ້າ)

ແຂວງຈໍາປາສັກ: 9 (ນໍາເຂົ້າ)

ລາວຮ່ວນໃຈສູ້ໄພ ໂຄວິດ-19

ກຸ່ມຄົນບໍ່ຫວັງດີຢູ່ອິນເດຍ ລັກລອບສັກວັກຊີນປອມໃຫ້ກັບປະຊາຊົນ ສຸດທ້າຍຖືຈັບ

ໃນວັນທີ 26 ມິຖຸນາ 2021 ສໍານັກຂ່າວຕ່າງປະເທດໄດ້ລາຍງານວ່າ: ຕໍາຫຼວດຂອງປະເທດອິນເດຍໄດ້ເຂົ້າຈັບກຸ່ມຜູ້ຕ້ອງສົງໄສປະມານ 10 ຄົນ ແລະ ໃນ 10 ຄົນນີ້ມີ 2 ຄົນທີ່ເປັນແພດປະຈໍາຢູ່ໂຮງໝໍເອກະຊົນ ໂດຍທັງ 10 ຄົນແມ່ນຖືກຈັບກຸມໃນກໍລະນີທີ່ມີການພົວພັນກັບການສັກວັກຊີນປ້ອງກັນໂຄວິດ-19 ປອມໃຫ້ກັບປະຊາຊົນຫຼາຍກວ່າ 2,000 ຄົນໃນນະຄອນມຸມໄບ.

ທາງດ້ານເຈົ້າໜ້າທີ່ໄດ້ເປີດເຜີຍວ່າວັກຊີນປອມທີ່ຖືກສົ່ງໄປຍັງສູນບໍລິການການສັກວັກຊີນ 9 ແຫ່ງໃນນະຄອນມຸມໄບແລະໄດ້ສັກໃຫ້ປະຊາຊົນປະມານ 2,000 ຄົນນັ້ນເປັນພຽງນໍ້າເກືອ.

ສ່ວນທາງດ້ານຕໍາຫຼວດໃນເມືອງໂກກາຕາໄດ້ລະບຸວ່າອາດຈະມີປະຊາຊົນຫຼາຍກວ່າ 500 ຄົນລວມໄປເຖິງຄົນພິການອີກຈໍານວນຫຼາຍທີ່ໄດ້ຮັບການສັກວັກຊີນປອມ.

ກໍລະນີສຶກສາໂຮງໝໍໃນໄຕ້ຫວັນຖືກປັບໄໝ ຍ້ອນສັກວັກຊີນໃຫ້ອາດີດຮອງປະທານແບບ VIP

ວັນທີ 26 ມິຖຸນາ 2021, ສື່ໄຕ້ຫວັນລາຍງານວ່າ ໂຮງໝໍ ເຈິ້ງສິນ ໃນ Taipei (ໄທເປ) ຖືກປັບໄໝ 100,000,000 ກີບ (ໜຶ່ງຮ້ອຍລ້ານກີບ) ຫຼັງຈາກສັກວັກຊີນໃຫ້ກັບ Lian Zhan (ຫຼຽນຈ້ານ) ອາດີດປະທານາທິບໍດີໄຕ້ຫວັນ ພັກກົ໋ກມິນຕັງ ແລະ ພັນລະຍາພ້ອມທັງອາສາສະໝັກ 8 ຄົນ ທີ່ບໍ່ຢູ່ໃນກຸ່ມທີ່ລັດຖະບານໃຫ້ສັກວັກຊີນກ່ອນ.

ໂຮງໝໍ ເຈິ້ງສິນ ກ່າວວ່າ ທາງໂຮງໝໍ ໃນວັນທີ 12 ມິຖຸນາ 2021, ໄດ້ສັກວັກຊີນໃຫ້ ຫຼຽນຈ້ານ ອາຍຸ 84 ປີ ແລະ ພັນລະຍາຂອງລາວ ຫຼຽນຟັງຢູ່ ອາຍຸ 78 ປີ, ຍ້ອນເຫດຜົນດ້ານມະນຸດສະທຳ. ໃນຂະນະດຽວກັນຫຼຽນໄດ້ເຂົ້າຮັບການປິ່ນປັວພະຍາດເນື້ອງອກ.

ຂະນະທີ່ ຫວງ ຊັນຊັນ ຮອງນາຍົກລັດຖະມົນຕີເມືອງ Taipei (ໄທເປ) ກ່າວວ່າ ໂຮງໝໍ ໄດ້ສັກວັກຊີນໃຫ້ກັບອາສາສະໝັກ 8 ຄົນ, ໂດຍມີອາສາສະໝັກດ້ານການແພດໃນລາຍຊື່ທີ່ສໍາຄັນ. ຢ່າງໃດກໍຕາມ, ບຸກຄົນທັງ 8 ຄົນດັ່ງກ່າວ ບໍ່ມີການບັນທຶກການບໍລິການອາສາສະໝັກເປັນລາຍລັກອັກສອນ ແລະ ບໍ່ໄດ້ລົງຖະບຽນກັບພະແນກສຸຂະພາບຂອງໄທເປ ແລະ ລະບຸວ່າ ໂຮງໝໍຖືກປັບໄໝເປັນເງິນຈໍານວນ 3,00,000 ໂດລາໄຕ້ຫວັນ (ສາມແສນໂດລ້າໄຕ້ຫວັນ) ຫຼື 100,000,000 ລ້ານກີບ (ໜຶ່ງຮ້ອຍລ້ານກີບ) ແລະ ກໍາລັງຖືດສອບສວນເລື່ອງດັ່ງກ່າວ.

Cr: Laopost

ໜ້າເປັນຫ່ວງໜັກອີກແລ້ວ ວັນທີ 28 ມິຖຸນາ 2021 ສປປ ລາວ ພົບຜູ້ຕິດເຊື້ອໃໝ່ +26 ຄົນ

ສະຫລຸບຫຍໍ້ ສະຖານະການ ໂຄວິດ-19 ໃນມື້ນີ້ ຖະແຫຼງຂ່າວສະຖານະການແຜ່ລະບາດຂອງພະຍາດໂຄວິດ-19​ ປະຈຳວັນ​ທີ​ 28 ມິຖຸນາ​ 2021​ ໄດ້ກວດວິເຄາະທັງໝົດ 1129 ຕົວຢ່າງ, ນະຄອນຫຼວງ 366 ຕົວຢ່າງ ໃຫ້ຮູ້ວ່າ:​ ກວດພົບຜູ້ເຊື້ອໃຫມ່​ 26 ຕົວຢ່າງ.​

ໃນນັ້ນມີ,

ນະຄອນຫຼວງວຽງຈັນ: 7

ແຂວງວຽງຈັນ: 4

ແຂວງໄຊຍະບູລີ: 1

ແຂວງຫຼວງນໍ້າທາ: 2

ແຂວງສະຫວັນນະເຂດ: 4 (ນໍາເຂົ້າ)

ແຂວງຈໍາປາສັກ: 8 (ນໍາເຂົ້າ)

ໃນສະຖານະການແບບນີ້ເຮົາຄວນໃຫ້ຄວາມຮ່ວມມື ບໍ່ອອກບ້ານຖ້າບໍ່ຈຳເປັນ.

ລາຍງານຜູ້ ຕິ ດ ເ ຊື້ ອ ກໍລະນີໃໝ່ ວັນທີ 27/06/2021 ສັກວັກຊິນ2ເຂັມແລ້ວ

ອີງຕາມການຖະແຫຼງຂ່າວ ຈາກຄະນະສະເພາະກິດ ປະຈຳວັນທີ 27 ມິຖຸນາ 2021 ໃຫ້ຮູ້ວ່າ: ສປປ ລາວ ມາຮອດວັນທີ 26 ມິຖຸນາ 2021: ໄດ້ກວດວິເຄາະທັງໝົດ 1,354 ຄົນ, ໃນນັ້ນ ກວດພົບຜູ້ຕິ ດເຊື້ອທັງໝົດ 10 ຄົນ, ຈາກນະຄອນຫຼວງ 1 ຄົນ, ສະຫວັນນະເຂດ 1 ຄົນ, ຄຳມ່ວນ 4 ຄົນ ແລະ ຈຳປາສັກ 4​ ຄົນ. ສຳລັບນະຄອນຫຼວງວຽງຈັນ 1 ຄົນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ. ສ່ວນ ແຂວງສະຫວັນນະເຂດ 1 ຄົນ, ຄຳມ່ວນ 4 ຄົນ ແລະ ຈຳປາສັກ 4 ຄົນ ແມ່ນກວດພົບຈາກແຮງງານລາວ ທີ່ກັບມາຈາກປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ ເຊິ່ງຖືວ່າ ເປັນກໍລະນີນຳເຂົ້າ.

– ຜູ້ຕິດເຊື້ອໃໝ່ໃນນະຄອນຫຼວງວຽງຈັນ, ຍັງບໍ່ສາມາດລະບຸແຫຼ່ງທີ່ມາຂອງການຕິດເຊື້ອໄດ້, ກໍລະນີຢັ້ງຢືນໃໝ່ ເພດຍິງ, ອາຍຸ 29 ປີ, ອາຊິບ: ພະນັກງານ, ບ້ານສີເກີດ, ເມືອງນາຊາຍທອງ, ນະຄອນຫລວງ, ບໍ່ມີພະຍາດປະຈໍາໂຕ, ໄດ້ຮັບການສັກຢາວັກຊິນ 02 ເຂັມ, ວັນທີ 22/06/2021: ມີອາການເມື່ອຍ ແລະ ປວດຕາມຕົນໂຕ, ໄດ້ເກັບຕົວຢ່າງເພື່ອກວດຫາເຊື້ອພະຍາດໂຄວິດ-19 ໃນວັນທີ 26/06/2021 ແມ່ນພົບເຊື້ອ ເຊິ່ງມີການເຄື່ອນໄຫວດັ່ງຕໍ່ໄປນີ້:

ມາຮອດມື້ນີ້, 27/06/2021 ສປປ ລາວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມທັງໝົດ 2,110 ຄົນ, ປິ່ນປົວຫາຍດີແລ້ວ 1,986 ຄົນ, ກຳລັງປິ່ນປົວ 121 ຄົນ ແລະ ເສຍຊີວິດສະສົມ 3 ຄົນ.

ຂ່າວເສົ້າ.! ຄົນລາວ ເສ ຍ ຊິ ວິ ດໃນຫ້ອງ ຢູ່ໄທເພາະບໍ່ມີຕຽງທີ່ໂຮງຫມໍຮອງຮັບ

ສະເທືອນໃຈ! ຍິງຊາວລາວຕິດໂຄ ວິ ດ ເສຍຊີວິດຄາຫ້ອງ.

ເພາະບໍ່ມີຕຽງທີ່ໂຮງຫມໍຮອງຮັບ .

ຈົງໃຊ້ຊີວິດຢ່າງມີສະຕິ.

ຊົມຄລິບ

ຂ່າວດີ 2ມື້ແລ້ວທີ່ ສປປລາວ ເຮົາບໍ່ພົບຜູ້ ຕິ ດ ເ ຊື້ ອ ໃນຊົມຊຸມ

​ສະຫຼຸບການລະບາດຂອງ ໂ ຄ ວິ ດ ມື້ນີ້ ຈາກການຖະແຫຼງຂ່າວຂອງຄະນະເພາະກິດ ປະຈຳວັນທີ 26 ມິຖຸນາ 2021 ທົ່ວປະເທດກວດພົບຜູ້ ຕິ ດເ ຊື້ ອໃໝ່​ 6 ກໍລະນີ​ນຳເຂົ້າ​ ຈາກແຮງງານລາວທີ່ກັບມາແຕ່ປະເທດເພື່ອນບ້ານແບບຖືກຕ້ອງ.​

ໃນນີ້ມີຢູ່ ແຂວງ​ຈຳປາສັກ​ 3​ ຄົນ​ (ນຳເຂົ້າ) ​ແຂວງສະຫວັນນະເຂດ​ 3​ ຄົນ​ (ນຳເຂົ້າ)

.