ໜັກສຸດໆ ນະຄອນຫຼວງວຽງຈັນ ມື້ນີ້​ຊຸມຊົນ​ 400 ຄົນ​

ຈາກການຖະແຫຼ່ງຂ່າວໂຄວິດ – 19 ຂອງຄະນະສະເພາະກິດ ປະຈຳວັນທີ່ 02 ຕຸລາ​ 2021 ພົບວ່າມີຜູ້ຕິດເຊື້ອໂຄວິິດເພີ່ມໃໝ່ 603 ຄົນ​ ​ຊົມຊຸນ 597 ຄົນ​ ຕິດເຊື້ອສະສົມ 24,913 ຄົນ​​ ລາຍລະອຽດແຕ່ລະແຂວງ ລຸ່ມນີ້:

ນະຄອນຫຼວງ​ 400 ຄົນ (ຊຸມຊົນ​) ບໍ່ແກ້ວ 48 ຄົນ (ຊຸມຊົນ) ຫຼວງພະບາງ 58 ຄົນ (ນຳເຂົ້າ 1 ຊຸມຊົນ​​ 57 ຄົນ) ແຂວງວຽງຈັນ​ 21 ຄົນ (ຊຸມຊົນ) ບໍລິຄໍາໄຊ 2 ຄົນ (ຊຸມຊົນ​) ໄຊສົມບູນ 23 ຄົນ (ຊຸມຊົນ)

ຄຳມ່ວນ 11 ຄົນ (ຊຸມຊົນ​​) ສາລະວັນ​ 9 ຄົນ​(ຊຸມຊົນ) ສະຫວັນ​ນະເຂດ​ 15 ຄົນ​(ນໍາເຂົ້າ 5 ຊຸມຊົນ​ 10 ຄົນ​) ຈຳປາສັກ​ 16 ຄົນ​(ຊຸມຊົນ​​)

ເສຍຊິວິດໃໝ່ 0 ຄົນ ເສຍ​ຊີວິດ​ສະສົມ​ 19 ຄົນ​

ຢ່າງໃດກໍ່ຕາມຂໍໃຫ້ພີ່ນ້ອງຊາວລາວທຸກຄົນຈົງມີສະຕິລະວັງຕົວ ແລະ​ ມີມາດຕະການປ້ອງກັນໂຄວິດ 19​ ໃຫ້ເຂັ້ມງວດ

ລາວເຖິງຂັ້ນວິກິດແລ້ວ ສູນປິ່ນປົ່ວເຕັມ ລະມັດລະວັງກັນແດ່ເດີ

ຂໍແຈ້ງຕໍ່ທຸກທ່ານ

ສຳລັບຄົນເຈັບ ທີ່ມີຜົນບວກ

ຕອນນີ້ບໍ່ມີ ສະຖານທີ່ເຂົ້າປິ່ນປົວ

ບໍ່ແມ່ນຍ້ອນລົດບໍ່ໄປຮັບ ທີມລົດແມ່ນມີຄວາມກຽມພ້ອມສະເຫມີ

ແຕ່ບັນຫາແມ່ນ ສູນປິ່ນປົວບໍ່ມີແລ້ວ

ສະຖານທີ່ພັກເຊົາ ເຂົ້າປີ່ນປົວ ກໍ່ບໍ່ພຽງພໍ

————————————

ຮ່ວມແຮງຮ່ວມໃຈ: ຜ່ານວິກິດນີ້ໄປດ້ວຍກັນເດີ້ທຸກຄົນ

ລົດ 7ຄັນ ມາຮັບຄົນຕິດໂຄວິດ ຊ່ວຍກັນຢູ່ເຮືອນດີໆເດີ້ ​(ມີຄລີບ)

ຊ່ວຍກັນຢູ່ເຮືອນດີໆເດີ້..​ເບີ່ງເອົາເດີ້ໃຜຍັງປະຫມາດ

ຢາກໃຫ້ທຸກຄົນຢູ່ບ້ານເພື່ ອ ຢຸ ດ ເ ຊື້ ອ ຕອນນີ້ບໍ່ໂຮງໝໍສະໜາມເຕັມແລ້ວ ຕອ້ງມີໂຮງໝໍສະໜາມເພີ່ມອີກ

ໝົດອາທິດນີ້ຕັ້ງໃຈກັບໄປຢູ່ບ້ານກັບແມ່ສຸດທ້າຍບໍ່ໄດ້ກັບ

ລຸ້ນກອ່ນເລກແມ່ນເປີດໂຮງໝໍສະໜາມຢູ່ເມືອງຫາດຊາຍຟອງ

ຈຸດເມືອງຫາດຊາຍຟອງກຽມພອ້ມຮັບຄົນຕິດເຊື້ອໂຄວິດ

ຊົມຄລິບ 1

ຊົມຄລິບ 2

ທີ່ມາ

ໂຮງງານ ຖ້າປ່ອງກັນໂຄວິດບໍ່ໄດ້ ແມ່ນຈະໃຫ້ຢຸດຕິກິດຈະການເລີຍ

ກະຊວງ (ອຄ) ແຈ້ງການ! ຫາກໂຮງງານໃດບໍ່ສາມາດປະຕິບັດມາດຕະການປ້ອງກັນໂຄວິດ ຕ້ອງຢຸດຕິກິດຈະການ

ແຈ້ງການເລື່ອງປະເມີນສະຖານທີ່ເຮັດວຽກຂອງໂຮງງານ ຫາກບໍ່ສາມາດປະຕິບັດມາດຕະການປ້ອງກັນໂຄວິດ ຕ້ອງຢຸດຕິກິດຈະການ

ໃນວັນທີ​ 29​ ກັນຍາ​ 2021​ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ອອກແຈ້ງການ ເລື່ອງການປະເມີນສະຖານທີ່ເຮັດວຽກຂອງໂຮງງານອຸດສາຫະກໍາໃຫ້ມີຄວາມປອດໄພ

ເພື່ອຕອບໂຕ້ການລະບາດຂອງພະຍາດໂຄວິດ-19 ເຊິ່ງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການໃຫ້ປະຕິບັດດັ່ງນີ້:

ທີ່ເຮັດວຽກໃຫ້ມີຄວາມປອດໄພ ເພື່ອຕອບໂຕ້ການລະບາດຂອງພະຍາດໂຄວິດ-19 ທີ່ກໍານົດໃນແຈ້ງການຂອງຄະນະສະເພາະກິດ ສະບັບເລກທີ 4303/ສພັກ, ລົງວັນທີ 17 ກັນຍາ 2021.

3.​ ໃຫ້ກົມອຸດສາຫະກໍາ ແລະ ຫັດຖະກຳ, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນເປັນເຈົ້າການປະສານສົມທົບກັບຄະນະສະເພາະກິດຂັ້ນແຂວງ ແນະນໍາການຈັດຕັ້ງປະຕິບັດ ມາດຕະການ ແລະ ດຳເນີນການປະເມີນການປະຕິບັດຂອງບັນດາໂຮງງານຕາມ 10 ຂໍ້ຄວນປະຕິບັດ ດັ່ງກ່າວ.

ມີລົດມາຮັບ ໄດ້ບ່ອນນອນແລ້ວເດີ້ ຫຼັງຈາກຕິດໂຄວິດມາໄດ້ 3 ມື້

ມີລົດມາຮັບ ໄດ້ບ່ອນນອນແລ້ວເດີ້ ຂອບໃຈທຸກຄົນທີ່ປະສານງານໃຫ້.

ຂອບໃຈທີ່ບໍ່ຖິ້ມກັນຄົນຢູ່ໃນບ້ານຖ້າຜົນກວດໂຕໃຫມ່ຢູ່ເດີ້…

ທີ່ມາ

ໜັກໜ່ວງແລ້ວ ວັດໂພໄຊ ມີ ພຮະອາຈານ 64 ອົງ ຕິດເຊື້ອແລ້ວ 32 ອົງ

ມື້ນີ້ ວັດໂພໄຊ ຕິດເຊື້ອໃຫມ່ 25 ຄົນ , ໃນນັ້ນ ວັນດັ່ງກ່າວ ມີ ພຮະອາຈານ 64 ອົງ ຕິດເຊື້ອແລ້ວ 32 ອົງ.

ຈາການລາຍງານຂອງຫນ່ວຍສະເພາະກິດ. ວັດໂພໄຊ ສະຫວັນນະເຂດແມ່ນ ໂຄວິດ ໄດ້ ບຸກຈົນເຮັດໃຫ້ ພຮະອົງຕິດໂຄວິດ ເແັນຈຳນວນຫລາຍ ເຊີ່ງໃນວັດດັ່ງກ່າວສມີທັງຫົມດ 64 ອົງ ແຕ່ຕິດເຊື້ອແລ້ວ 32 ອົງ , ສ່ວນ ທີ່ ຍັງກັກກັນ ແລະ ເກັບກຳຕົວຢ່າງຢູ່.

ເຊີ່ງການຕິດເຊື້ອໃນມື້ນີ້ ຢູ່ແຂວງສະຫວັນນະເຂດແມ່ນມີຢູ່ 38 ຄົນ ຕິດໃນຊຸມຊົນ ແມ່ນ 35 ຄົນ , ອີກສາມ ຄົນ ແມ່ນ ນຳເຂົ້າ ຈາກປະເທດເພື່ອນບ້ານ. ຈຳນວນຕິດເຊື້ອໃນຊຸມຊົນ ແມ່ນ ສາ່ວຍຫລາຍແມ່ນຢູ່ໃນວັດດັ່ງກ່າວ ເຊີ່ງ ຕິດເຖິງ 25 ຄົນ

ສ່ວນ 10 ແມ່ນ ຊຸມຊົນາກພື້ນທີ່ ອື່ນ ທີ່ ມີ ການສຳພັດກັບຜູ້ທີ່ຕິດເຊື້ອຜ່ານມາ ໂດຍບໍ່ແມ່ນຢູ່ໃນວັດ

ຕະຫຼາດໜອງຈັນ (ຂົວດິນ) ໜ້າເປັນຫ່ວງ ແລ້ວ ຕິດວັນດຽວ 13 ຄົນ

ເພື່ອ​ຮັບປະກັນຄວາມປອດໄພ​ ແລະ​ ສ້າງຄວາມໝັ້ນໃຈໃຫ້ແກ່ຜູ້ທີ່ມາຊົມໃຊ້ຕະຫຼາດ​ໜອງຈັນ.​

ໃນຕອນເຊົ້າຂອງວັນທີ​ 29 ກັນຍາ​ 2021​ ໜ່ວຍງານສະເພາະກິດເຄື່ອນທີ່ເກັບຕົວຢ່າງເພື່ອຊອກຄົ້ນຫາເຊື້ອພະຍາດໂຄວິດ-19​ ໄດ້ລົງມາເກັບຕົວຢ່າງຢູ່ໃນຕະຫຼາດໜອງຈັນ​ (ຕະຫຼາດຂົວດິນ)​ ໂດຍສະເພາະແມ່ນພະນັກງານ​ທຸກພາກສ່ວນ.

ພ້ອມດຽວກັນນີ້,​ ທາງຕະຫຼາດ​ ຍັງຮຽກຮ້ອງມາຍັງທ່ານໃຫ້ຮັບຂໍ້ມູນຂ່າວສານຢ່າງມີສະຕິ ແລະ​ ຂໍ້ມູນທີ່ເປັນທາງການ ຫືຼ ໜ້າເຊື່ອຖືໄດ້​ ໃນກໍລະນີທ່ານໃດມີຄວາມສົນໃຈ ຫຼື​ ຕ້ອງການຂໍ້ມູນທີ່ເປັນຄວາມຈິງຢູ່ໃນຕະຫຼາດໜອງຈັນຂອງພວກເຮົາ ແມ່ນສາມາດສອບຖາມໄດ້ຕະຫຼອດເວລາ.

ມາຮອດ ວັນທີ່ 30 ກັນຍາ 2021 ແມ່ນກວດພົບຜູ້ຕິດເຊື້ອໃໝ່ 13 ຄົນ ດຽວນີ້ ແມ່ນນໍາໄປປີ່ນປົວ ແລ້ວ ສ່ວນທີ່ເຫຼືອແມ່ນ ສືບຕໍ່ຈໍາກັດບໍ່ລີເວນໄວ້ ຫຼື ກັກໂຕ 14 ວັນ

ຂ່າວຮ້າຍ ເສຍຊີວິດອີກ +1 ຄົນ ຈາກການຕິດໂຄວິດ ເສຍໃຈນຳເດີ

🔥 ການຖະແຫຼງຂ່າວສະຖານະການແຜ່ລະບາດຂອງພະຍາດໂຄວິດ-19​ ປະຈຳວັນ​ທີ​ 30/09/ 2021​ ໃຫ້ຮູ້ວ່າ:​ ກວດພົບເຊື້ອໃໝ່ຕົວຢ່າງ+ 358ໃນນີ້ມີ.

ສະຫລຸບການຕິດເຊື້ອໂຄວິດ-19 ມື້ນີ້

ລາຍລະອຽດທາມລາຍ ໃນແຕ່ລະແຂວງຈະໄດ້ແຈ້ງໃຫ້ຊາບຕື່ມໄວໄວນີ້ !

ໃນຮອດປີນີ້ ເດືອນນີ້ແມ່ນເດືອນທີ່ຮ້ານແຮງທີ່ສຸດແລະມີຄົນຕິດເຊື້ອໂຕສິດເພີ່ມຢ່າງໄວວາ.

ສາເຫດແມ່ນຍ້ອນມີຜູ້ຈໍາໃຈມາແຜ່ເຊື້ອຢູ່ສປປລາວ ກໍຄືເອື້ອຍຂອງຕີນ່າກໍລະນີທີ 59 ພວກເຂົາໄດ້ໄປເລາະຫຼາຍບ່ອນຈົນນັບບໍ່ຖ້ວນ

ຂໍໃຫ້ທຸກຄົນລະມັດລະວັງ.

ຄົນຈີນຕິດໂຄວິດ ລັກລອບເຂົ້າເມືອງແຂວງຫລວງນ້ຳທາ

ສະຖານະການລະບາດຂອງພະຍາດໂຄວິດ-19​ ທົ່ວປະເທດ​ປະຈຳວັນທີ​ 29 ກັນຍາ​​ 2021​ ພົບຜູ້ຕິດເຊື້ອໃຫມ່​ +547 ຄົນ, ຕິດໃນຊຸມຊົນ 535 ຄົນ​

ຈາກຜົນກວດເຊື້ອຫລືເກັບຕົວຢ່າງມື້ວານນີ້ ມີທັງຫມົດແມ່ນ ຕົວຢ່າງ, ເຊີ່ງໃນນັ້ນກວດພົບເຫັນຜູ້ຕິດເຊື້ອໃຫມ່ທັງໝົດ 547 ຄົນ.(​ຊຸມຊົນ 535 ຄົນ.)! ຜູ້ຕິດເຊື້ອສະສົມ ທັງໝົດ, ເສຍຊີວິດສະສົມ 17 ຄົນ.

ສຳລັບ 1 ກໍລະນີແຂວງຫລວງນ້ຳທາແມ່ນຄົນຈີນທີ່ລັກລອບເຂົ້າເມືອງ

ຢ່າງໃດກໍ່ຕາມຂໍໃຫ້ພີ່ນ້ອງທຸກຄົນຈົງມີສະຕິລະວັງຕົວ ແລະ​ ມີມາດຕະການປ້ອງກັນໂຄວິດ 19​ ໃຫ້ເຂັ້ມງວດ

ລາຍ​ລະອຽດ​ການເດີນທາງຈະແຈ້ງມາຕາມຫຼັງເດິ້ ຂໍໃຫ້ຄົນລາວທົ່ວປະເທດຢ່າແຕກຕື່ນເດິ້